ເລື່ອງລາວຂອງການສັ່ງສອນຂອງອາໂຣນ, ແລະ ມິວໂລໄຄ, ແລະ ອ້າຍນ້ອງຂອງລາວໃຫ້ແກ່ຊາວເລມັນ.
ມີຢູ່ໃນບົດທີ 21 ຈົນເຖິງບົດທີ 25.
ບົດທີ 21
ອາໂຣນສິດສອນຊາວອາມາລະໄຄກ່ຽວກັບພຣະຄຣິດ ແລະ ການຊົດໃຊ້ຂອງພຣະອົງ—ອາໂຣນ ແລະ ອ້າຍນ້ອງຂອງລາວຖືກຂັງຄຸກຢູ່ທີ່ມິດໂດໄນ—ຫລັງຈາກພວກເຂົາຖືກປົດປ່ອຍ, ພວກເຂົາໄດ້ສິດສອນໃນທຳມະສາລາ ແລະ ເຮັດໃຫ້ຫລາຍຄົນປ່ຽນໃຈເຫລື້ອມໃສ—ລາໂມໄນອະນຸຍາດໃຫ້ຜູ້ຄົນໃນແຜ່ນດິນອິດຊະມາເອນມີອິດສະລະພາບໃນການນັບຖືສາດສະໜາ. ປະມານ 90–77 ປີ ກ່ອນ ຄ.ສ.
1 ບັດນີ້ເມື່ອອຳໂມນ ແລະ ອ້າຍນ້ອງຂອງລາວໄດ້ ແຍກຍ້າຍກັນໄປຫາຊາຍແດນຂອງແຜ່ນດິນຊາວເລມັນ, ຈົ່ງເບິ່ງ ອາໂຣນໄດ້ອອກເດີນທາງໄປຫາແຜ່ນດິນ ຊຶ່ງຊາວເລມັນເອີ້ນວ່າເຢຣູຊາເລັມ, ໂດຍເອີ້ນຕາມແຜ່ນດິນບ້ານເກີດເມືອງນອນຂອງບັນພະບຸລຸດຂອງພວກເຂົາ; ແລະ ມັນຢູ່ຫ່າງອອກໄປຕິດກັບຊາຍແດນມໍມອນ.
2 ບັດນີ້ຊາວເລມັນ ແລະ ຊາວອາມາລະໄຄ ແລະ ຜູ້ຄົນຂອງ ອະມິວລອນໄດ້ສ້າງເມືອງໃຫຍ່ເມືອງໜຶ່ງຂຶ້ນ, ຊຶ່ງມີຊື່ວ່າ ເຢຣູຊາເລັມ.
3 ບັດນີ້ຊາວເລມັນກໍແຂງກະດ້າງພຽງພໍຢູ່ແລ້ວ, ແຕ່ວ່າຊາວອາມາລະໄຄແລະ ຊາວອະມິວລອນຍິ່ງແຂງກະດ້າງກວ່ານັ້ນອີກ; ສະນັ້ນ ພວກເຂົາຈຶ່ງໄດ້ຍຸຍົງໃຫ້ຊາວເລມັນເຮັດໃຈແຂງກະດ້າງ, ເພື່ອຈະໃຫ້ເກັ່ງຫລາຍຂຶ້ນໃນຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພວກເຂົາ,
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ອາໂຣນມາຮອດເມືອງເຢຣູຊາເລັມ, ແລະ ລາວໄດ້ເລີ່ມຕົ້ນສັ່ງສອນຊາວອາມາລະໄຄກ່ອນ. ແລະ ລາວໄດ້ສັ່ງສອນພວກເຂົາໃນທຳມະສາລາຂອງພວກເຂົາ, ເພາະວ່າພວກເຂົາສ້າງທຳມະສາລາຂຶ້ນຕາມ ລະບຽບຂອງຊາວນີຮໍ; ເພາະວ່າຊາວອາມາລະໄຄ ແລະ ຊາວອະມິວລອນສ່ວນຫລາຍຖືລະບຽບຂອງຊາວນີຮໍ.
5 ສະນັ້ນ, ເວລາອາໂຣນເຂົ້າໄປໃນທຳມະສາລາແຫ່ງໜຶ່ງຂອງພວກເຂົາເພື່ອສັ່ງສອນຜູ້ຄົນ, ແລະ ເວລາທີ່ລາວກຳລັງເວົ້າກັບພວກເຂົາຢູ່ນັ້ນ, ຈົ່ງເບິ່ງ ຊາວອາມາລະໄຄຜູ້ໜຶ່ງລຸກຂຶ້ນ ແລະ ເລີ່ມໂຕ້ຖຽງລາວ, ໂດຍກ່າວວ່າ: ເຈົ້າໃຫ້ຖ້ອຍຄຳເຖິງເລື່ອງອັນໃດ? ເຈົ້າເຄີຍເຫັນ ທູດບໍ? ເປັນຫຍັງທູດຈຶ່ງບໍ່ມາປະກົດຕໍ່ພວກເຮົາ? ຫລື ຜູ້ຄົນພວກນີ້ບໍ່ດີເທົ່າກັບຜູ້ຄົນຂອງເຈົ້າບໍ?
6 ແລະ ເຈົ້າໄດ້ເວົ້າອີກວ່າ, ຖ້າຫາກພວກເຮົາບໍ່ກັບໃຈ ພວກເຮົາຈະຕາຍ. ເຈົ້າຮູ້ຈັກຄວາມນຶກຄິດ ແລະ ເຈດຕະນາຂອງໃຈຂອງພວກເຮົາໄດ້ແນວໃດ? ເຈົ້າຮູ້ໄດ້ແນວໃດວ່າ ພວກເຮົາມີເຫດຜົນຈະຕ້ອງກັບໃຈ? ເຈົ້າຮູ້ໄດ້ແນວໃດວ່າ ພວກເຮົາບໍ່ເປັນຄົນຊອບທຳ? ຈົ່ງເບິ່ງ, ພວກເຮົາໄດ້ສ້າງບ່ອນລີ້ໄພ, ແລະ ເພື່ອພວກເຮົາຈະໄດ້ມາຊຸມນຸມກັນເພື່ອນະມັດສະການພຣະເຈົ້າ. ພວກເຮົາເຊື່ອວ່າພຣະເຈົ້າຈະຊ່ວຍມະນຸດທັງປວງໃຫ້ລອດ.
7 ບັດນີ້ອາໂຣນໄດ້ຖາມລາວວ່າ: ເຈົ້າເຊື່ອບໍ່ວ່າ ພຣະບຸດຂອງພຣະເຈົ້າຈະສະເດັດມາໄຖ່ມະນຸດຊາດຈາກບາບຂອງພວກເຂົາ?
8 ແລະ ຄົນຜູ້ນັ້ນຕອບລາວວ່າ: ພວກເຮົາບໍ່ເຊື່ອວ່າ ເຈົ້າຮູ້ຈັກເລື່ອງແບບນີ້ ແລະ ພວກເຮົາບໍ່ເຊື່ອໃນຮີດຄອງປະເພນີອັນໂງ່ຈ້າຫລ້າຫລັງເຫລົ່ານັ້ນ. ພວກເຮົາບໍ່ເຊື່ອວ່າ ເຈົ້າຮູ້ຈັກ ສິ່ງທີ່ຈະມາເຖິງ, ທັງພວກເຮົາບໍ່ເຊື່ອວ່າ ບັນພະບຸລຸດຂອງເຈົ້າ ແລະ ບັນພະບຸລຸດຂອງພວກເຮົາຮູ້ຈັກສິ່ງທີ່ພວກເພິ່ນເວົ້າກ່ຽວກັບສິ່ງທີ່ຈະມາເຖິງ.
9 ບັດນີ້ອາໂຣນເລີ່ມເປີດພຣະຄຳພີໃຫ້ພວກເຂົາເບິ່ງກ່ຽວກັບການສະເດັດມາຂອງພຣະຄຣິດ, ແລະ ກ່ຽວກັບການຟື້ນຄືນຊີວິດຂອງຄົນຕາຍ, ແລະ ວ່າການໄຖ່ຈະມີ ບໍ່ໄດ້ສຳລັບມະນຸດຊາດນອກຈາກໂດຍທາງການສິ້ນພຣະຊົນ ແລະ ການທົນທຸກທໍລະມານຂອງພຣະຄຣິດ, ແລະ ການຊົດໃຊ້ໂດຍໂລຫິດຂອງພຣະອົງເທົ່ານັ້ນ.
10 ແລະ ເຫດການໄດ້ບັງເກີດຂຶ້ນ ເມື່ອລາວຊີ້ແຈງເລື່ອງເຫລົ່ານີ້ຕໍ່ພວກເຂົາແລ້ວ ພວກເຂົາກໍຄຽດແຄ້ນໃຫ້ ແລະ ຫົວເຍາະເຍີ້ຍລາວ; ແລະ ພວກເຂົາບໍ່ຍອມຟັງຄຳເວົ້າຂອງລາວເລີຍ.
11 ສະນັ້ນ, ເມື່ອລາວເຫັນວ່າພວກເຂົາບໍ່ຍອມຟັງຄຳເວົ້າຂອງລາວແລ້ວ, ລາວຈຶ່ງອອກຈາກທຳມະສາລາຂອງພວກເຂົາໄປ, ແລະ ໄປຫາໝູ່ບ້ານບ່ອນໜຶ່ງ ຊຶ່ງມີຊື່ວ່າ ອານີ-ອານໄທ, ແລະ ບ່ອນນີ້ລາວໄດ້ພົບມິວໂລໄຄ ກຳລັງສັ່ງສອນພຣະຄຳຕໍ່ພວກເຂົາ; ແລະ ອາມມາ ແລະ ອ້າຍນ້ອງຂອງລາວຢູ່ຄືກັນ. ແລະ ພວກເຂົາໄດ້ໂຕ້ຖຽງກັບຫລາຍຄົນກ່ຽວກັບພຣະຄຳ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເຂົາເຫັນວ່າຜູ້ຄົນເຮັດໃຈແຂງກະດ້າງ, ສະນັ້ນ ພວກເຂົາຈຶ່ງໄດ້ໜີຈາກທີ່ນັ້ນ ແລະ ໄປຫາແຜ່ນດິນມິດໂດໄນ. ແລະ ພວກເຂົາໄດ້ສັ່ງສອນພຣະຄຳໃຫ້ແກ່ຜູ້ຄົນເປັນຈຳນວນຫລວງຫລາຍ, ແຕ່ມີພຽງເລັກໜ້ອຍເທົ່ານັ້ນທີ່ເຊື່ອໃນຄຳສອນ ຊຶ່ງພວກເຂົາໄດ້ສິດສອນນັ້ນ.
13 ເຖິງຢ່າງໃດກໍຕາມ, ອາໂຣນ ແລະ ອ້າຍນ້ອງຂອງລາວຈຳນວນໜຶ່ງໄດ້ຖືກຈັບ ແລະ ເອົາເຂົ້າຄຸກ, ແລະ ພວກທີ່ເຫລືອຢູ່ກໍໜີອອກຈາກແຜ່ນດິນມິດໂດໄນໄປສູ່ພາກພື້ນຕ່າງໆໂດຍອ້ອມຮອບ.
14 ແລະ ພວກທີ່ຖືກເອົາເຂົ້າຄຸກໄດ້ຮັບຄວາມ ທຸກທໍລະມານຫລາຍຢ່າງ, ແລະ ພວກເຂົາໄດ້ຮັບການປົດປ່ອຍດ້ວຍມືຂອງລາໂມໄນກັບອຳໂມນ, ແລະ ພວກເຂົາໄດ້ກິນເຂົ້າ ແລະ ໄດ້ເຄື່ອງນຸ່ງໃໝ່.
15 ແລະ ພວກເຂົາໄດ້ອອກໄປອີກເພື່ອປະກາດພຣະຄຳ, ແລະ ພວກເຂົາໄດ້ຮັບການປົດປ່ອຍອອກຈາກຄຸກເປັນເທື່ອທຳອິດເຊັ່ນນີ້; ແລະ ພວກເຂົາໄດ້ຮັບທຸກແບບນີ້.
16 ແລະ ພວກເຂົາໄດ້ອອກໄປບ່ອນໃດກໍຕາມ ສຸດແລ້ວແຕ່ ພຣະວິນຍານຂອງພຣະຜູ້ເປັນເຈົ້າຈະຊົງນຳ, ສັ່ງສອນພຣະຄຳຂອງພຣະເຈົ້າໃນທຳມະສາລາທຸກແຫ່ງຂອງຊາວອາມາລະໄຄ, ຫລື ໃນບ່ອນຊຸມນຸມທຸກແຫ່ງຂອງຊາວເລມັນທີ່ພວກເຂົາສາມາດເຂົ້າໄປໄດ້.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ເລີ່ມປະທານພອນໃຫ້ແກ່ພວກເຂົາ, ເຖິງຂະໜາດທີ່ພວກເຂົາໄດ້ຊັກນຳຜູ້ຄົນເປັນຈຳນວນຫລວງຫລາຍມາສູ່ຄວາມຮູ້ເລື່ອງຄວາມຈິງ; ແທ້ຈິງແລ້ວ, ພວກເຂົາໄດ້ເຮັດໃຫ້ຜູ້ຄົນເປັນຢ່າງຫລວງຫລາຍ ສຳນຶກເຖິງບາບຂອງພວກເຂົາ, ແລະ ເຖິງເລື່ອງຮີດຄອງປະເພນີອັນບໍ່ຖືກຕ້ອງຂອງບັນພະບຸລຸດຂອງພວກເຂົາ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ອຳໂມນກັບລາໂມໄນໄດ້ອອກຈາກແຜ່ນດິນມິດໂດໄນໄປຫາແຜ່ນດິນອິດຊະມາເອນ, ຊຶ່ງເປັນແຜ່ນດິນມູນມໍລະດົກຂອງພວກເພິ່ນ.
19 ແລະ ກະສັດລາໂມໄນບໍ່ຍອມໃຫ້ອຳໂມນຮັບໃຊ້, ຫລື ເປັນຂ້າໃຊ້ຂອງເພິ່ນອີກຕໍ່ໄປ.
20 ແຕ່ເພິ່ນໄດ້ສັ່ງໃຫ້ສ້າງທຳມະສາລາຂຶ້ນໃນແຜ່ນດິນອິດຊະມາເອນ; ແລະ ເພິ່ນໄດ້ໃຫ້ຜູ້ຄົນຂອງເພິ່ນ ຫລື ຜູ້ຢູ່ພາຍໃຕ້ການປົກຄອງຂອງເພິ່ນມາຊຸມນຸມກັນ.
21 ແລະ ເພິ່ນໄດ້ມີຄວາມປິຕິຍິນດີກັບຜູ້ຄົນຂອງເພິ່ນ, ແລະ ເພິ່ນໄດ້ສິດສອນພວກເຂົາຫລາຍເລື່ອງ. ແລະ ເພິ່ນໄດ້ປະກາດແກ່ຜູ້ຄົນວ່າ, ພວກເຂົາຢູ່ພາຍໃຕ້ອຳນາດຂອງເພິ່ນ, ແລະ ວ່າພວກເຂົາເປັນອິດສະລະແລ້ວ, ວ່າພວກເຂົາມີອິດສະລະຈາກການກົດຂີ່ຂົ່ມເຫັງຂອງກະສັດຜູ້ເປັນບິດາຂອງເພິ່ນ; ເພາະບິດາຂອງເພິ່ນໄດ້ອະນຸຍາດໃຫ້ເພິ່ນປົກຄອງດູແລຜູ້ຄົນທີ່ຢູ່ໃນແຜ່ນດິນອິດຊະມາເອນ, ແລະ ໃນແຜ່ນດິນທັງໝົດອ້ອມແອ້ມນັ້ນ.
22 ແລະ ເພິ່ນໄດ້ປະກາດແກ່ຜູ້ຄົນອີກວ່າ ພວກເຂົາມີສິດ ເສລີພາບໃນການນະມັດສະການພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາແລ້ວແຕ່ຄວາມປາດຖະໜາຂອງພວກເຂົາ, ໃນສະຖານທີ່ບ່ອນໃດກໍຕາມແລ້ວແຕ່ທີ່ພວກເຂົາຢູ່, ຖ້າຫາກມັນຢູ່ໃນແຜ່ນດິນຊຶ່ງຢູ່ພາຍໃຕ້ການປົກຄອງຂອງກະສັດລາໂມໄນ.
23 ແລະ ອຳໂມນໄດ້ສັ່ງສອນຜູ້ຄົນຂອງກະສັດລາໂມໄນ; ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ສິດສອນທຸກໆເລື່ອງເຖິງສິ່ງທີ່ກ່ຽວກັບຄວາມຊອບທຳ ແລະ ລາວໄດ້ແນະນຳພວກເຂົາທຸກໆມື້ດ້ວຍຄວາມພາກພຽນ, ແລະ ພວກເຂົາໄດ້ເອົາໃຈໃສ່ຕໍ່ຄຳເວົ້າຂອງລາວ ແລະ ພວກເຂົາມີຄວາມກະຕືລືລົ້ນໃນການຮັກສາພຣະບັນຍັດຂອງພຣະເຈົ້າ.