ບົດທີ 27
ພຣະຜູ້ເປັນເຈົ້າບັນຊາໃຫ້ອຳໂມນນຳພາຜູ້ຄົນຂອງອານໄທ-ນີໄຟ-ລີໄຮ ໄປຫາບ່ອນປອດໄພ—ອຳໂມນມີຄວາມປິຕິຍິນດີຫລາຍເມື່ອໄດ້ພົບກັບແອວມາຈົນວ່າຮ່າງກາຍຂອງລາວໝົດແຮງ—ຊາວນີໄຟໄດ້ມອບແຜ່ນດິນເຈີຊອນໃຫ້ພວກເຂົາ—ພວກເຂົາຖືກເອີ້ນວ່າຜູ້ຄົນຂອງອຳໂມນ. ປະມານ 90–77 ປີ ກ່ອນ ຄ.ສ.
1 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອຊາວເລມັນຊຶ່ງໄດ້ໄປກໍ່ສົງຄາມກັບຊາວນີໄຟ ໄດ້ດີ້ນລົນມາຫລາຍເທື່ອແລ້ວທີ່ຈະທຳລາຍຊາວນີໄຟ, ຈຶ່ງເຫັນວ່າມັນບໍ່ມີປະໂຫຍດທີ່ຈະພະຍາຍາມທຳລາຍຊຶ່ງກັນແລະກັນ, ພວກເຂົາຈຶ່ງໄດ້ກັບຄືນໄປຫາແຜ່ນດິນນີໄຟ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວອາມາລະໄຄມີຄວາມຄຽດແຄ້ນຫລາຍທີ່ສຸດເພາະການເສຍໄຊຂອງພວກເຂົາ. ແລະ ເມື່ອເຫັນວ່າພວກເຂົາຫາທາງແກ້ແຄ້ນຊາວນີໄຟບໍ່ໄດ້, ພວກເຂົາຈຶ່ງເລີ່ມຍຸຍົງຜູ້ຄົນໃຫ້ຄຽດແຄ້ນໃຫ້ຜູ້ຄົນຂອງ ອານໄທ-ນີໄຟ-ລີໄຮ, ທີ່ເປັນ ພີ່ນ້ອງຂອງພວກເຂົາເອງ; ສະນັ້ນ ພວກເຂົາຈຶ່ງເລີ່ມທຳລາຍພວກເຂົາ.
3 ບັດນີ້ຜູ້ຄົນພວກນີ້ບໍ່ຍອມຈັບອາວຸດ ອີກ, ແຕ່ພວກເຂົາຍອມຕົວໃຫ້ຖືກຂ້າຕາຍຕາມຄວາມປະສົງຂອງສັດຕູຂອງພວກເຂົາ.
4 ບັດນີ້ເມື່ອອຳໂມນ ແລະ ພີ່ນ້ອງຂອງລາວເຫັນການທຳລາຍໃນບັນດາຜູ້ຄົນທີ່ລາວຮັກຫລາຍທີ່ສຸດ, ແລະ ໃນບັນດາຜູ້ຄົນທີ່ຮັກເຂົາເຈົ້າ—ເພາະວ່າເຂົາເຈົ້າຖືກນັບຖືວ່າເປັນເຫລົ່າທູດທີ່ໄດ້ຖືກສົ່ງມາຈາກພຣະເຈົ້າເພື່ອຊ່ວຍເຫລືອພວກເຂົາໃຫ້ລອດຈາກຄວາມພິນາດອັນເປັນນິດ—ສະນັ້ນ, ເມື່ອອຳໂມນ ແລະ ພີ່ນ້ອງຂອງລາວເຫັນການທຳລາຍອັນຍິ່ງໃຫຍ່ນີ້ແລ້ວ, ເຂົາເຈົ້າກໍເກີດຄວາມເມດຕາສົງສານຂຶ້ນມາ, ແລະ ເຂົາເຈົ້າໄດ້ ກ່າວກັບກະສັດວ່າ:
5 ຂໍໃຫ້ພວກຂ້ານ້ອຍຮວບຮວມເອົາຜູ້ຄົນພວກນີ້ຂອງພຣະຜູ້ເປັນເຈົ້າ, ແລະ ໃຫ້ພວກເຮົາລົງໄປຫາແຜ່ນດິນເຊຣາເຮັມລາໄປຫາຊາວນີໄຟພີ່ນ້ອງຂອງພວກເຮົາເຖີດ, ແລະ ໜີຈາກກຳມືຂອງສັດຕູຂອງພວກເຮົາເພື່ອພວກເຮົາຈະບໍ່ຖືກທຳລາຍ.
6 ແຕ່ກະສັດໄດ້ເວົ້າກັບເຂົາເຈົ້າວ່າ: ຈົ່ງເບິ່ງ, ຊາວນີໄຟຈະທຳລາຍພວກເຮົາ, ເພາະການຄາດຕະກຳ ແລະ ບາບອັນຫລວງຫລາຍທີ່ພວກເຮົາໄດ້ກະທຳຕໍ່ພວກເຂົາ.
7 ແລະ ອຳໂມນເວົ້າວ່າ: ຂ້ານ້ອຍຈະໄປທູນຖາມພຣະຜູ້ເປັນເຈົ້າ, ແລະ ຖ້າຫາກພຣະອົງບອກພວກເຮົາວ່າ ໃຫ້ລົງໄປຫາພີ່ນ້ອງຂອງພວກເຮົາ, ແລ້ວທ່ານຈະໄປບໍ່?
8 ແລະ ກະສັດໄດ້ກ່າວກັບລາວວ່າ: ແທ້ຈິງແລ້ວ, ຖ້າຫາກພຣະຜູ້ເປັນເຈົ້າບອກໃຫ້ພວກເຮົາໄປ, ພວກເຮົາຈະລົງໄປຫາພີ່ນ້ອງຂອງພວກເຮົາ, ແລະ ພວກເຮົາຈະເປັນຂ້ອຍຂ້າພວກເຂົາໄປຈົນກວ່າພວກເຮົາຈະໃຊ້ແທນຄືນໃຫ້ພວກເຂົາໃນການຄາດຕະກຳ ແລະ ບາບຢ່າງຫລວງຫລາຍ ຊຶ່ງພວກເຮົາໄດ້ກະທຳໄວ້ກັບພວກເຂົາ.
9 ແຕ່ອຳໂມນໄດ້ເວົ້າກັບເພິ່ນວ່າ: ມັນເປັນການຜິດກົດໝາຍຂອງພີ່ນ້ອງຂອງພວກເຮົາ, ຊຶ່ງບິດາຂອງຂ້ານ້ອຍໄດ້ສະຖາປະນາຂຶ້ນຄື, ບໍ່ໃຫ້ມີ ຂ້ອຍຂ້າໃນບັນດາພວກເຂົາ; ສະນັ້ນ ຈົ່ງໃຫ້ພວກເຮົາລົງໄປ ແລະ ໄວ້ວາງໃຈໃນຄວາມເມດຕາຂອງພີ່ນ້ອງຂອງພວກເຮົາເຖີດ.
10 ແຕ່ກະສັດໄດ້ກ່າວກັບລາວວ່າ: ຈົ່ງທູນຖາມພຣະຜູ້ເປັນເຈົ້າກ່ອນ, ແລະ ຖ້າຫາກພຣະອົງບອກໃຫ້ພວກເຮົາໄປ, ພວກເຮົາກໍຈະໄປ; ຖ້າບໍ່ດັ່ງນັ້ນ ພວກເຮົາກໍຈະຕາຍຢູ່ໃນແຜ່ນດິນນີ້.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ອຳໂມນໄດ້ທູນຖາມພຣະຜູ້ເປັນເຈົ້າ, ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບລາວວ່າ:
12 ຈົ່ງພາຜູ້ຄົນພວກນີ້ອອກຈາກແຜ່ນດິນນີ້ໄປ ເພື່ອພວກເຂົາຈະບໍ່ຕາຍ; ເພາະວ່າຊາຕານມີອຳນາດອັນໃຫຍ່ຫລວງທີ່ເໜືອໃຈຂອງຊາວອາມາລະໄຄ, ຜູ້ຍຸຍົງຊາວເລມັນໃຫ້ຄຽດແຄ້ນຕໍ່ພີ່ນ້ອງຂອງຕົນ ແລະ ໃຫ້ຂ້າພວກເຂົາ; ສະນັ້ນ ພວກເຈົ້າຈົ່ງໜີອອກຈາກແຜ່ນດິນນີ້ໄປ; ແລະ ຜູ້ຄົນພວກນີ້ຈະໄດ້ຮັບພອນ, ເພາະເຮົາຈະຮັກສາພວກເຂົາໄວ້.
13 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ອຳໂມນໄດ້ໄປບອກກະສັດທຸກໆຂໍ້ຄວາມທີ່ພຣະຜູ້ເປັນເຈົ້າໄດ້ກ່າວກັບລາວ.
14 ແລະ ພວກເຂົາໄດ້ເຕົ້າໂຮມຜູ້ຄົນຂອງພວກເຂົາທັງໝົດເຂົ້າກັນ, ແທ້ຈິງແລ້ວ, ແມ່ນຜູ້ຄົນທັງໝົດຂອງພຣະຜູ້ເປັນເຈົ້າ, ແລະ ໄດ້ເຕົ້າໂຮມຝູງສັດລ້ຽງ ແລະ ສັດໃຊ້ແຮງງານທັງໝົດຂອງຕົນ, ແລະ ອອກຈາກແຜ່ນດິນ ແລະ ເດີນທາງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ຊຶ່ງເປັນບ່ອນທີ່ແຍກແຜ່ນດິນນີໄຟອອກຈາກແຜ່ນດິນເຊຣາເຮັມລາ, ແລະ ຂ້າມມາໃກ້ຊາຍແດນຂອງແຜ່ນດິນ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ອຳໂມນໄດ້ເວົ້າກັບພວກເຂົາວ່າ: ຈົ່ງເບິ່ງ, ຂ້າພະເຈົ້າພ້ອມດ້ວຍພີ່ນ້ອງຂອງຂ້າພະເຈົ້າຈະເຂົ້າໄປໃນແຜ່ນດິນເຊຣາເຮັມລາ, ແລະ ໃຫ້ພວກທ່ານລໍຖ້າພວກເຮົາຢູ່ບ່ອນນີ້; ຈົນກວ່າວ່າພວກເຮົາຈະກັບມາ ເພາະວ່າພວກເຮົາຈະລອງໃຈພີ່ນ້ອງຂອງພວກເຮົາວ່າ ພວກເຂົາຈະໃຫ້ພວກເຮົາເຂົ້າໄປຢູ່ໃນແຜ່ນດິນຂອງພວກເຂົາຫລືບໍ່.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຂະນະທີ່ອຳໂມນກຳລັງເຂົ້າໄປໃນແຜ່ນດິນ, ລາວກັບພີ່ນ້ອງຂອງລາວໄດ້ພົບກັບແອວມາໃນ ບ່ອນຊຶ່ງໄດ້ເວົ້າມາແລ້ວ; ແລະ ຈົ່ງເບິ່ງ, ມັນເປັນການພົບພໍ້ຢ່າງໜ້າປິຕິຍິນດີ.
17 ບັດນີ້ ຄວາມສຸກຂອງອຳໂມນນັ້ນຍິ່ງໃຫຍ່ທີ່ສຸດ ເຖິງກັບລາວເຕັມໄປດ້ວຍຄວາມສຸກ; ແທ້ຈິງແລ້ວ, ລາວຖືກກືນເຂົ້າໄປໃນຄວາມສຸກຂອງພຣະເຈົ້າຂອງລາວ, ຈົນເຮັດໃຫ້ກຳລັງຂອງລາວ ໝົດໄປ; ແລະ ລາວໄດ້ລົ້ມລົງຢູ່ກັບພື້ນດິນ ອີກ.
18 ບັດນີ້ມັນບໍ່ແມ່ນຄວາມສຸກແທ້ໆບໍ? ຈົ່ງເບິ່ງ, ນີ້ເປັນຄວາມສຸກຊຶ່ງບໍ່ມີຜູ້ໃດໄດ້ຮັບນອກຈາກຜູ້ສະແຫວງຫາຄວາມສຸກດ້ວຍການສຳນຶກຜິດ ແລະ ການຖ່ອມຕົວຢ່າງແທ້ຈິງເທົ່ານັ້ນ.
19 ບັດນີ້ຄວາມປິຕິຍິນດີຂອງແອວມາໃນການພົບພໍ້ກັບພີ່ນ້ອງຂອງເພິ່ນນັ້ນຍິ່ງໃຫຍ່ແທ້ໆ, ແລະ ອາໂຣນ, ອອມເນີ, ແລະ ຮິມໄນ ກໍມີຄວາມປິຕິຍິນດີຄືກັນ; ແຕ່ຈົ່ງເບິ່ງ ຄວາມປິຕິຍິນດີຂອງຄົນເຫລົ່ານັ້ນບໍ່ໄດ້ເກີນກຳລັງຂອງພວກເຂົາເລີຍ.
20 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ແອວມາໄດ້ພາພີ່ນ້ອງຂອງເພິ່ນກັບຄືນໄປຫາແຜ່ນດິນເຊຣາເຮັມລາ; ແມ່ນແຕ່ໄປຫາເຮືອນຂອງເພິ່ນເອງ. ແລະ ເຂົາເຈົ້າໄດ້ບອກ ຫົວໜ້າຜູ້ຕັດສິນເຖິງເລື່ອງທັງໝົດທີ່ໄດ້ເກີດຂຶ້ນກັບເຂົາເຈົ້າໃນແຜ່ນດິນນີໄຟ, ໃນບັນດາຊາວເລມັນພີ່ນ້ອງຂອງເຂົາເຈົ້າ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫົວໜ້າຜູ້ຕັດສິນໄດ້ສົ່ງຂ່າວສານໄປທົ່ວແຜ່ນດິນໂດຍປາດຖະໜາຢາກຮູ້ຈັກສຽງຂອງຜູ້ຄົນກ່ຽວກັບການຮັບເອົາພີ່ນ້ອງຂອງພວກເຂົາ, ຊຶ່ງເປັນຜູ້ຄົນຂອງອານໄທ-ນີໄຟ-ລີໄຮ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນໃຫ້ສຽງວ່າ: ຈົ່ງເບິ່ງ, ພວກເຮົາຈະຍົກແຜ່ນດິນເຈີຊອນໃຫ້ພວກເຂົາ, ຊຶ່ງມັນຢູ່ທາງຕາເວັນອອກໃກ້ກັບທະເລ, ຊຶ່ງຕິດຕໍ່ກັບແຜ່ນດິນອຸດົມສົມບູນ ຊຶ່ງຢູ່ທາງໃຕ້ແຜ່ນດິນອຸດົມສົມບູນ; ແລະ ແຜ່ນດິນເຈີຊອນນີ້ເປັນແຜ່ນດິນທີ່ພວກເຮົາຈະມອບໃຫ້ແກ່ພີ່ນ້ອງຂອງພວກເຮົາ ເປັນມູນມໍລະດົກ.
23 ແລະ ຈົ່ງເບິ່ງ, ພວກເຮົາຈະຕັ້ງກອງທັບຂອງພວກເຮົາໄວ້ລະຫວ່າງແຜ່ນດິນເຈີຊອນ ແລະ ແຜ່ນດິນນີໄຟ, ເພື່ອພວກເຮົາຈະໄດ້ປົກປັກຮັກສາພີ່ນ້ອງຂອງພວກເຮົາໃນແຜ່ນດິນເຈີຊອນ; ແລະ ພວກເຮົາເຮັດສິ່ງນີ້ເພື່ອພີ່ນ້ອງຂອງພວກເຮົາ, ເນື່ອງດ້ວຍວ່າຄວາມຢ້ານກົວຂອງພວກເຂົາທີ່ຈະຈັບອາວຸດຂຶ້ນຕໍ່ສູ້ກັບພີ່ນ້ອງຂອງພວກເຂົາ, ໂດຍຢ້ານວ່າພວກເຂົາຈະເຮັດບາບອີກ, ແລະ ຄວາມຢ້ານກົວອັນໃຫຍ່ຫລວງນີ້ເກີດຂຶ້ນເພາະການກັບໃຈອັນປວດລ້າວຂອງພວກເຂົາ, ເນື່ອງຈາກຄາດຕະກຳຢ່າງຫລວງຫລາຍ ແລະ ຄວາມຊົ່ວຮ້າຍອັນເປັນຕາຢ້ານຂອງພວກເຂົາ.
24 ແລະ ບັດນີ້ຈົ່ງເບິ່ງ, ພວກເຮົາເຮັດສິ່ງນີ້ໄປເພື່ອພີ່ນ້ອງຂອງພວກເຮົາ, ເພື່ອພວກເຂົາຈະໄດ້ແຜ່ນດິນເຈີຊອນເປັນມູນມໍລະດົກ; ແລະ ພວກເຮົາຈະຄຸ້ມຄອງພວກເຂົາໃຫ້ພົ້ນຈາກສັດຕູຂອງພວກເຂົາ, ດ້ວຍກຳລັງຂອງກອງທັບຂອງພວກເຮົາ, ໂດຍມີເງື່ອນໄຂວ່າ ພວກເຂົາຈະຕ້ອງມອບເຂົ້າຂອງສ່ວນໜຶ່ງຂອງພວກເຂົາໃຫ້ແກ່ພວກເຮົາເພື່ອຈະໄດ້ບຳລຸງລ້ຽງກອງທັບ.
25 ບັດນີ້, ເຫດການໄດ້ບັງເກີດຂຶ້ນຄື ເມື່ອອຳໂມນໄດ້ຍິນເລື່ອງເຫລົ່ານີ້ແລ້ວ, ລາວກໍໄດ້ກັບຄືນໄປຫາຜູ້ຄົນຂອງອານໄທ-ນີໄຟ-ລີໄຮ, ແລະ ແອວມາກໍໄປກັບລາວຄືກັນ, ແລະ ໄດ້ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເພື່ອໄປຫາບ່ອນທີ່ພວກເຂົາພັກເຊົາຢູ່, ແລະ ໄດ້ແຈ້ງເລື່ອງລາວທັງໝົດແກ່ພວກເຂົາ. ແລະ ແອວມາໄດ້ເລົ່າໃຫ້ພວກເຂົາຟັງເຖິງເລື່ອງ ການປ່ຽນໃຈເຫລື້ອມໃສຂອງເພິ່ນ, ພ້ອມທັງເລື່ອງລາວຂອງອຳໂມນ, ແລະ ອາໂຣນ, ແລະ ພີ່ນ້ອງຂອງລາວນຳອີກ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນໄດ້ເຮັດໃຫ້ພວກເຂົາມີຄວາມສຸກຫລາຍ. ແລະ ພວກເຂົາໄດ້ລົງໄປຫາແຜ່ນດິນເຈີຊອນ ແລະ ເຂົ້າເປັນເຈົ້າຂອງແຜ່ນດິນເຈີຊອນ; ແລະ ຊາວນີໄຟເອີ້ນພວກເຂົາວ່າ ຜູ້ຄົນຂອງອຳໂມນ; ສະນັ້ນພວກເຂົາຈຶ່ງແຕກຕ່າງອອກໄປຕາມຊື່ນັ້ນນັບແຕ່ເວລານັ້ນມາ.
27 ແລະ ພວກເຂົາໄດ້ຢູ່ຮ່ວມກັບບັນດາຜູ້ຄົນຂອງນີໄຟ, ແລະ ຖືກນັບເຂົ້າຢູ່ໃນບັນດາຜູ້ຄົນຊຶ່ງເປັນຂອງສາດສະໜາຈັກຂອງພຣະເຈົ້ານຳອີກ. ແລະ ພວກເຂົາດີເດັ່ນຂຶ້ນ ຍ້ອນວ່າຄວາມກະຕືລືລົ້ນຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ຕໍ່ມະນຸດຊາດ; ເພາະພວກເຂົາ ຊື່ສັດ ແລະ ຊື່ຕົງຢ່າງສົມບູນ ໃນທຸກສິ່ງ; ແລະ ພວກເຂົາມີສັດທາຢ່າງ ໝັ້ນຄົງໃນພຣະຄຣິດຈົນເຖິງວັນຕາຍ.
28 ແລະ ພວກເຂົາໄດ້ຫລຽວເບິ່ງການນອງເລືອດຂອງພີ່ນ້ອງຂອງຕົນດ້ວຍຄວາມກຽດຊັງທີ່ສຸດ; ແລະ ພວກເຂົາຈະບໍ່ຍອມຈັບອາວຸດຂຶ້ນມາຕໍ່ສູ້ກັບພີ່ນ້ອງຂອງພວກເຂົາອີກເລີຍ; ແລະ ພວກເຂົາບໍ່ເຄີຍຫລຽວເບິ່ງຄວາມຕາຍດ້ວຍຄວາມສະທ້ານຢ້ານກົວ ບໍ່ວ່າຈະຫລາຍໜ້ອຍພຽງໃດກໍຕາມ, ເພາະຄວາມຫວັງ ແລະ ຈຸດທີ່ໝັ້ນຂອງພວກເຂົາມີຢູ່ທີ່ພຣະຄຣິດ ແລະ ການຟື້ນຄືນຊີວິດ; ສະນັ້ນ, ຄວາມຕາຍຈຶ່ງຖືກກືນໄປຈາກພວກເຂົາໂດຍເອົາໄຊຊະນະຂອງພຣະຄຣິດເໜືອມັນ.
29 ສະນັ້ນ, ພວກເຂົາຈຶ່ງຍອມຮັບ ຄວາມຕາຍໃນວິທີທີ່ທຸກທໍລະມານ ແລະ ເຈັບປວດທີ່ສຸດ ຊຶ່ງພີ່ນ້ອງຂອງພວກເຂົາໄດ້ກະທຳກັບພວກເຂົາ, ແທນທີ່ພວກເຂົາຈະຈັບດາບຂຶ້ນມາຟັນພວກເຂົາ.
30 ແລະ ດັ່ງນັ້ນ ພວກເຂົາຈຶ່ງເປັນຜູ້ຄົນທີ່ກະຕືລືລົ້ນ ແລະ ເປັນທີ່ຮັກຫອມ, ແລະ ເປັນຜູ້ຄົນທີ່ໂປດປານຫລາຍທີ່ສຸດຂອງພຣະຜູ້ເປັນເຈົ້າ.