ບົດທີ 28
ຊາວເລມັນໄດ້ເສຍໄຊໃນການສູ້ຮົບຄັ້ງຍິ່ງໃຫຍ່—ຄົນເປັນຈຳນວນຫລາຍໝື່ນຄົນຖືກຂ້າຕາຍ—ຄົນຊົ່ວໄດ້ຖືກສົ່ງໄປຫາສະພາບທີ່ຈິບຫາຍອັນບໍ່ມີບ່ອນສິ້ນສຸດ; ສ່ວນຄົນຊອບທຳນັ້ນໄດ້ຮັບຄວາມຜາສຸກອັນບໍ່ມີບ່ອນສິ້ນສຸດ. ປະມານ 77–76 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກຜູ້ຄົນຂອງອຳໂມນໄດ້ຕັ້ງຖິ່ນຖານໃນແຜ່ນດິນ ເຈີຊອນແລ້ວ, ແລະ ສາດສະໜາຈັກໄດ້ຖືກສະຖາປະນາຂຶ້ນໃນແຜ່ນດິນເຈີຊອນນຳອີກ, ແລະ ກອງທັບຂອງຊາວນີໄຟໄດ້ມາຕັ້ງຢູ່ໂດຍອ້ອມຮອບແຜ່ນດິນເຈີຊອນ, ແທ້ຈິງແລ້ວ, ຢູ່ໃນຊາຍແດນຂອງແຜ່ນດິນເຊຣາເຮັມລາໂດຍຮອບ; ຈົ່ງເບິ່ງ, ກອງທັບຂອງຊາວເລມັນໄດ້ຕິດຕາມພີ່ນ້ອງຂອງພວກເຂົາເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ.
2 ແລະ ຈຶ່ງມີການສູ້ຮົບກັນເທື່ອຍິ່ງໃຫຍ່ທີ່ສຸດເກີດຂຶ້ນ; ແທ້ຈິງແລ້ວ, ມັນເປັນການສູ້ຮົບຢ່າງທີ່ບໍ່ເຄີຍມີມາກ່ອນໃນບັນດາຜູ້ຄົນທັງໝົດໃນແຜ່ນດິນນັບຕັ້ງແຕ່ເວລາທີ່ລີໄຮອອກຈາກເຢຣູຊາເລັມມາ; ແທ້ຈິງແລ້ວ, ຊາວເລມັນຫລາຍໝື່ນຄົນຖືກຂ້າຕາຍ ແລະ ໄດ້ແຕກກະຈັດກະຈາຍໄປທົ່ວທີບ.
3 ແທ້ຈິງແລ້ວ, ແລະ ມີການລົ້ມຕາຍເທື່ອຍິ່ງໃຫຍ່ທີ່ສຸດໃນບັນດາຜູ້ຄົນຂອງນີໄຟ; ເຖິງຢ່າງໃດກໍຕາມ, ຊາວເລມັນໄດ້ຖືກ ຂັບໄລ່ ແລະ ແຕກກະຈັດກະຈາຍໄປ, ແລະ ຜູ້ຄົນຂອງນີໄຟໄດ້ກັບຄືນໄປຫາແຜ່ນດິນຂອງຕົນອີກຄືເກົ່າ.
4 ແລະ ບັດນີ້ມັນເປັນເວລາທີ່ມີການໄວ້ທຸກ ແລະ ການຄ່ຳຄວນເທື່ອຍິ່ງໃຫຍ່ທີ່ໄດ້ຍິນໄປທົ່ວແຜ່ນດິນໃນບັນດາຜູ້ຄົນທັງໝົດຂອງນີໄຟ—
5 ແທ້ຈິງແລ້ວ, ສຽງຮ້ອງໄຫ້ຂອງແມ່ໝ້າຍທີ່ໄວ້ທຸກນຳຜົວຂອງນາງ, ແລະ ພໍ່ໄວ້ທຸກນຳລູກຊາຍຂອງຕົນ, ແລະ ລູກສາວໄວ້ທຸກນຳອ້າຍ, ແທ້ຈິງແລ້ວ, ລູກຊາຍໄວ້ທຸກນຳພໍ່; ແລະ ສຽງຮ້ອງໄຫ້ແຫ່ງຄວາມເປັນທຸກໄດ້ຍິນໄປທົ່ວທຸກບ່ອນ, ຊຶ່ງພວກເຂົາໄດ້ໄວ້ທຸກນຳຍາດພີ່ນ້ອງຂອງຕົນທີ່ຖືກຂ້າຕາຍ.
6 ແລະ ບັດນີ້ ນີ້ເປັນວັນທີ່ເສົ້າສະຫລົດໃຈແທ້ໆ; ແທ້ຈິງແລ້ວ, ມັນເປັນເວລາແຫ່ງການນອບນ້ອມ ແລະ ເວລາແຫ່ງ ການຖືສິນອົດເຂົ້າ ແລະ ອະທິຖານຢ່າງໜັກ.
7 ແລະ ປີທີສິບຫ້າແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງແບບນີ້;
8 ແລະ ນີ້ຄືເລື່ອງລາວຂອງອຳໂມນ ແລະ ພີ່ນ້ອງຂອງລາວ, ກ່ຽວກັບການເດີນທາງຂອງພວກເຂົາໃນແຜ່ນດິນນີໄຟ, ແລະ ຄວາມທຸກທໍລະມານຂອງພວກເຂົາໃນແຜ່ນດິນ, ແລະ ຄວາມເສົ້າສະຫລົດໃຈ ແລະ ຄວາມທຸກຂອງພວກເຂົາ, ແລະ ຄວາມຜາສຸກທີ່ພວກເຂົາ ບໍ່ອາດສາມາດຈະເຂົ້າໃຈໄດ້, ແລະ ການຕ້ອນຮັບ ແລະ ຄວາມປອດໄພຂອງພວກພີ່ນ້ອງໃນແຜ່ນດິນເຈີຊອນ. ແລະ ບັດນີ້ຂໍພຣະຜູ້ເປັນເຈົ້າພຣະຜູ້ໄຖ່ຂອງຄົນທັງປວງຈົ່ງໂປດປະທານພອນໃຫ້ແກ່ຈິດວິນຍານຂອງຄົນເຫລົ່ານີ້ຕະຫລອດໄປດ້ວຍເຖີດ.
9 ແລະ ນີ້ຄືເລື່ອງລາວຂອງສົງຄາມ ແລະ ການຂັດແຍ້ງກັນໃນບັນດາຊາວນີໄຟ, ແລະ ສົງຄາມລະຫວ່າງຊາວນີໄຟກັບຊາວເລມັນນຳອີກ; ແລະ ປີທີສິບຫ້າແຫ່ງການປົກຄອງຂອງຜູ້ຕັດສິນໄດ້ສິ້ນສຸດລົງ.
10 ແລະ ນັບຕັ້ງແຕ່ປີທຳອິດເຖິງປີທີສິບຫ້າໄດ້ເຮັດໃຫ້ເກີດມີຜູ້ຄົນຫລາຍພັນຄົນຖືກຂ້າຕາຍໄປ; ແທ້ຈິງແລ້ວ, ມັນໄດ້ເຮັດໃຫ້ເກີດພາບອັນເປັນຕາຢ້ານຂອງການນອງເລືອດເກີດຂຶ້ນ.
11 ແລະ ຮ່າງກາຍຂອງຫລາຍພັນຄົນຖືກວາງໄວ້ໃນຫລຸມສົບ, ໃນຂະນະທີ່ຮ່າງກາຍຂອງຫລາຍພັນຄົນກຳລັງ ເນົ່າເປື່ອຍເປັນກອງຢູ່ເທິງໜ້າດິນ; ແທ້ຈິງແລ້ວ, ຫລາຍພັນຄົນໄດ້ ໄວ້ທຸກເພາະວ່າການສູນເສຍຍາດພີ່ນ້ອງຂອງຕົນ, ຍ້ອນວ່າພວກເຂົາມີເຫດຜົນທີ່ຈະຢ້ານກົວຕາມຄຳສັນຍາຂອງພຣະຜູ້ເປັນເຈົ້າ, ວ່າພວກເຂົາຈະຖືກສົ່ງໄປສູ່ສະພາບແຫ່ງຄວາມຈິບຫາຍອັນບໍ່ມີບ່ອນສິ້ນສຸດ.
12 ຂະນະທີ່ຄົນອື່ນຫລາຍພັນຄົນເປັນທຸກແທ້ໆຢູ່ນັ້ນເພາະການສູນເສຍຍາດພີ່ນ້ອງຂອງຕົນ, ແຕ່ພວກເຂົາຍັງປິຕິຍິນດີໃນຄວາມຫວັງ, ແລະ ແມ່ນແຕ່ຮູ້ຈັກຕາມ ຄຳສັນຍາຂອງພຣະຜູ້ເປັນເຈົ້າວ່າ ພວກເຂົາຈະຖືກຍົກຂຶ້ນໃຫ້ຢູ່ທາງເບື້ອງຂວາພຣະຫັດຂອງພຣະເຈົ້າໃນສະພາບແຫ່ງຄວາມສຸກອັນບໍ່ມີບ່ອນສິ້ນສຸດ.
13 ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ຄວາມບໍ່ສະເໝີພາບຂອງມະນຸດນັ້ນມີຫລາຍຊ່ຳໃດ, ເພາະວ່າບາບ ແລະ ການລ່ວງລະເມີດ ແລະ ອຳນາດຂອງມານຊຶ່ງເກີດຂຶ້ນດ້ວຍ ແຜນການທີ່ມີເລ່ຫລ່ຽມ ຊຶ່ງມັນຄົ້ນຄິດຂຶ້ນມາເພື່ອເຮັດໃຫ້ໃຈຂອງມະນຸດຖືກບ້ວງ.
14 ແລະ ພວກເຮົາຈຶ່ງເຫັນການເອີ້ນຄວາມພາກພຽນຂອງມະນຸດຄັ້ງໃຫຍ່ເພື່ອໃຫ້ເຮັດວຽກໃນ ສວນອະງຸ່ນຂອງພຣະຜູ້ເປັນເຈົ້າດັ່ງນັ້ນ; ແລະ ພວກເຮົາຈຶ່ງເຫັນເຫດຜົນອັນຍິ່ງໃຫຍ່ຂອງການເສົ້າສະຫລົດໃຈ, ແລະ ການຊື່ນຊົມນຳອີກດັ່ງນັ້ນ—ມີຄວາມເສົ້າສະຫລົດໃຈຍ້ອນວ່າຄວາມຕາຍ ແລະ ຄວາມພິນາດໃນບັນດາມະນຸດ, ແລະ ມີຄວາມຊື່ນຊົມຍ້ອນວ່າ ຄວາມສະຫວ່າງຂອງພຣະຄຣິດຍັງມີຕໍ່ຊີວິດຢູ່.