ພຣະ​ຄຳ​ພີ
ແອວ​ມາ 28


ບົດ​ທີ 28

ຊາວ​ເລ​ມັນ​ໄດ້​ເສຍ​ໄຊ​ໃນ​ການ​ສູ້​ຮົບ​ຄັ້ງ​ຍິ່ງ​ໃຫຍ່—ຄົນ​ເປັນ​ຈຳ​ນວນ​ຫລາຍ​ໝື່ນ​ຄົນ​ຖືກ​ຂ້າ​ຕາຍ—ຄົນ​ຊົ່ວ​ໄດ້​ຖືກ​ສົ່ງ​ໄປ​ຫາ​ສະ​ພາບ​ທີ່​ຈິບ​ຫາຍ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ; ສ່ວນ​ຄົນ​ຊອບ​ທຳ​ນັ້ນ​ໄດ້​ຮັບ​ຄວາມ​ຜາ​ສຸກ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ. ປະ​ມານ 77–76 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຜູ້​ຄົນ​ຂອງ​ອຳ​ໂມນ​ໄດ້​ຕັ້ງ​ຖິ່ນ​ຖານ​ໃນ​ແຜ່ນ​ດິນ ເຈີ​ຊອນ​ແລ້ວ, ແລະ ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ​ໃນ​ແຜ່ນ​ດິນ​ເຈີ​ຊອນ​ນຳ​ອີກ, ແລະ ກອງ​ທັບ​ຂອງ​ຊາວ​ນີ​ໄຟ​ໄດ້​ມາ​ຕັ້ງ​ຢູ່​ໂດຍ​ອ້ອມ​ຮອບ​ແຜ່ນ​ດິນ​ເຈີ​ຊອນ, ແທ້​ຈິງ​ແລ້ວ, ຢູ່​ໃນ​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ​ໂດຍ​ຮອບ; ຈົ່ງ​ເບິ່ງ, ກອງ​ທັບ​ຂອງ​ຊາວ​ເລ​ມັນ​ໄດ້​ຕິດ​ຕາມ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

2 ແລະ ຈຶ່ງ​ມີ​ການ​ສູ້​ຮົບ​ກັນ​ເທື່ອ​ຍິ່ງ​ໃຫຍ່​ທີ່​ສຸດ​ເກີດ​ຂຶ້ນ; ແທ້​ຈິງ​ແລ້ວ, ມັນ​ເປັນ​ການ​ສູ້​ຮົບ​ຢ່າງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ໃນ​ແຜ່ນ​ດິນ​ນັບ​ຕັ້ງ​ແຕ່​ເວ​ລາ​ທີ່​ລີ​ໄຮ​ອອກ​ຈາກ​ເຢ​ຣູ​ຊາ​ເລັມ​ມາ; ແທ້​ຈິງ​ແລ້ວ, ຊາວ​ເລ​ມັນ​ຫລາຍ​ໝື່ນ​ຄົນ​ຖືກ​ຂ້າ​ຕາຍ ແລະ ໄດ້​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ທີບ.

3 ແທ້​ຈິງ​ແລ້ວ, ແລະ ມີ​ການ​ລົ້ມ​ຕາຍ​ເທື່ອ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີ​ໄຟ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຊາວ​ເລ​ມັນ​ໄດ້​ຖືກ ຂັບ​ໄລ່ ແລະ ແຕກ​ກະ​ຈັດ​ກະ​ຈາຍ​ໄປ, ແລະ ຜູ້​ຄົນ​ຂອງ​ນີ​ໄຟ​ໄດ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ຂອງ​ຕົນ​ອີກ​ຄື​ເກົ່າ.

4 ແລະ ບັດ​ນີ້​ມັນ​ເປັນ​ເວ​ລາ​ທີ່​ມີ​ການ​ໄວ້​ທຸກ ແລະ ການ​ຄ່ຳ​ຄວນ​ເທື່ອ​ຍິ່ງ​ໃຫຍ່​ທີ່​ໄດ້​ຍິນ​ໄປ​ທົ່ວ​ແຜ່ນ​ດິນ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ຂອງ​ນີ​ໄຟ—

5 ແທ້​ຈິງ​ແລ້ວ, ສຽງ​ຮ້ອງ​ໄຫ້​ຂອງ​ແມ່​ໝ້າຍ​ທີ່​ໄວ້​ທຸກ​ນຳ​ຜົວ​ຂອງ​ນາງ, ແລະ ພໍ່​ໄວ້​ທຸກ​ນຳ​ລູກ​ຊາຍ​ຂອງ​ຕົນ, ແລະ ລູກ​ສາວ​ໄວ້​ທຸກ​ນຳ​ອ້າຍ, ແທ້​ຈິງ​ແລ້ວ, ລູກ​ຊາຍ​ໄວ້​ທຸກ​ນຳ​ພໍ່; ແລະ ສຽງ​ຮ້ອງ​ໄຫ້​ແຫ່ງ​ຄວາມ​ເປັນ​ທຸກ​ໄດ້​ຍິນ​ໄປ​ທົ່ວ​ທຸກ​ບ່ອນ, ຊຶ່ງ​ພວກ​ເຂົາ​ໄດ້​ໄວ້​ທຸກ​ນຳ​ຍາດ​ພີ່​ນ້ອງ​ຂອງ​ຕົນ​ທີ່​ຖືກ​ຂ້າ​ຕາຍ.

6 ແລະ ບັດ​ນີ້ ນີ້ເປັນ​ວັນ​ທີ່​ເສົ້າ​ສະ​ຫລົດ​ໃຈ​ແທ້ໆ; ແທ້​ຈິງ​ແລ້ວ, ມັນ​ເປັນ​ເວ​ລາ​ແຫ່ງ​ການ​ນອບ​ນ້ອມ ແລະ ເວ​ລາ​ແຫ່ງ ການ​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຢ່າງ​ໜັກ.

7 ແລະ ປີ​ທີ​ສິບ​ຫ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີ​ໄຟ​ໄດ້​ສິ້ນ​ສຸດ​ລົງ​ແບບ​ນີ້;

8 ແລະ ນີ້​ຄືເລື່ອງ​ລາວ​ຂອງ​ອຳ​ໂມນ ແລະ ພີ່​ນ້ອງ​ຂອງ​ລາວ, ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ​ໃນ​ແຜ່ນ​ດິນ​ນີ​ໄຟ, ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພວກ​ເຂົາ​ໃນ​ແຜ່ນ​ດິນ, ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ ແລະ ຄວາມ​ທຸກ​ຂອງ​ພວກ​ເຂົາ, ແລະ ຄວາມ​ຜາ​ສຸກ​ທີ່​ພວກ​ເຂົາ ບໍ່​ອາດ​ສາ​ມາດ​ຈະ​ເຂົ້າ​ໃຈ​ໄດ້, ແລະ ການ​ຕ້ອນ​ຮັບ ແລະ ຄວາມ​ປອດ​ໄພ​ຂອງ​ພວກ​ພີ່​ນ້ອງ​ໃນ​ແຜ່ນ​ດິນ​ເຈີ​ຊອນ. ແລະ ບັດ​ນີ້​ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ຜູ້​ໄຖ່​ຂອງ​ຄົນ​ທັງ​ປວງ​ຈົ່ງ​ໂປດ​ປະ​ທານ​ພອນ​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ຄົນ​ເຫລົ່າ​ນີ້​ຕະ​ຫລອດ​ໄປ​ດ້ວຍ​ເຖີດ.

9 ແລະ ນີ້​ຄື​ເລື່ອງ​ລາວ​ຂອງ​ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ກັນ​ໃນ​ບັນ​ດາ​ຊາວ​ນີ​ໄຟ, ແລະ ສົງ​ຄາມ​ລະ​ຫວ່າງ​ຊາວ​ນີ​ໄຟ​ກັບ​ຊາວ​ເລ​ມັນ​ນຳ​ອີກ; ແລະ ປີ​ທີ​ສິບ​ຫ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ໄດ້​ສິ້ນ​ສຸດ​ລົງ.

10 ແລະ ນັບ​ຕັ້ງ​ແຕ່​ປີ​ທຳ​ອິດ​ເຖິງ​ປີ​ທີ​ສິບ​ຫ້າ​ໄດ້​ເຮັດ​ໃຫ້​ເກີດ​ມີ​ຜູ້​ຄົນ​ຫລາຍ​ພັນ​ຄົນ​ຖືກ​ຂ້າ​ຕາຍ​ໄປ; ແທ້​ຈິງ​ແລ້ວ, ມັນ​ໄດ້​ເຮັດ​ໃຫ້​ເກີດ​ພາບ​ອັນ​ເປັນ​ຕາ​ຢ້ານ​ຂອງ​ການ​ນອງ​ເລືອດ​ເກີດ​ຂຶ້ນ.

11 ແລະ ຮ່າງ​ກາຍ​ຂອງ​ຫລາຍ​ພັນ​ຄົນ​ຖືກ​ວາງ​ໄວ້​ໃນ​ຫລຸມ​ສົບ, ໃນ​ຂະ​ນະ​ທີ່​ຮ່າງ​ກາຍ​ຂອງ​ຫລາຍ​ພັນ​ຄົນ​ກຳ​ລັງ ເນົ່າ​ເປື່ອຍ​ເປັນ​ກອງ​ຢູ່​ເທິງ​ໜ້າ​ດິນ; ແທ້​ຈິງ​ແລ້ວ, ຫລາຍ​ພັນ​ຄົນ​ໄດ້ ໄວ້​ທຸກ​ເພາະ​ວ່າ​ການ​ສູນ​ເສຍ​ຍາດ​ພີ່​ນ້ອງ​ຂອງ​ຕົນ, ຍ້ອນ​ວ່າ​ພວກ​ເຂົາ​ມີ​ເຫດ​ຜົນ​ທີ່​ຈະ​ຢ້ານ​ກົວ​ຕາມ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ວ່າ​ພວກ​ເຂົາ​ຈະ​ຖືກ​ສົ່ງ​ໄປ​ສູ່​ສະ​ພາບ​ແຫ່ງ​ຄວາມ​ຈິບ​ຫາຍ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ.

12 ຂະ​ນະ​ທີ່​ຄົນ​ອື່ນ​ຫລາຍ​ພັນ​ຄົນ​ເປັນ​ທຸກ​ແທ້ໆ​ຢູ່​ນັ້ນ​ເພາະ​ການ​ສູນ​ເສຍ​ຍາດ​ພີ່​ນ້ອງ​ຂອງ​ຕົນ, ແຕ່​ພວກ​ເຂົາ​ຍັງ​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ຫວັງ, ແລະ ແມ່ນ​ແຕ່​ຮູ້​ຈັກ​ຕາມ ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ພວກ​ເຂົາ​ຈະ​ຖືກ​ຍົກ​ຂຶ້ນ​ໃຫ້​ຢູ່​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ສະ​ພາບ​ແຫ່ງ​ຄວາມ​ສຸກ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ.

13 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ ຄວາມ​ບໍ່​ສະ​ເໝີ​ພາບ​ຂອງ​ມະ​ນຸດ​ນັ້ນ​ມີ​ຫລາຍ​ຊ່ຳ​ໃດ, ເພາະ​ວ່າ​ບາບ ແລະ ການ​ລ່ວງ​ລະ​ເມີດ ແລະ ອຳ​ນາດ​ຂອງ​ມານ​ຊຶ່ງ​ເກີດ​ຂຶ້ນ​ດ້ວຍ ແຜນ​ການ​ທີ່​ມີ​ເລ່​ຫລ່ຽມ ຊຶ່ງ​ມັນ​ຄົ້ນ​ຄິດ​ຂຶ້ນ​ມາ​ເພື່ອ​ເຮັດ​ໃຫ້​ໃຈ​ຂອງ​ມະ​ນຸດ​ຖືກ​ບ້ວງ.

14 ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ການ​ເອີ້ນ​ຄວາມ​ພາກ​ພຽນ​ຂອງ​ມະ​ນຸດ​ຄັ້ງ​ໃຫຍ່​ເພື່ອ​ໃຫ້​ເຮັດ​ວຽກ​ໃນ ສວນ​ອະ​ງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດັ່ງ​ນັ້ນ; ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ເຫດ​ຜົນ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ເສົ້າ​ສະ​ຫລົດ​ໃຈ, ແລະ ການ​ຊື່ນ​ຊົມ​ນຳ​ອີກ​ດັ່ງ​ນັ້ນ—ມີ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຍ້ອນ​ວ່າ​ຄວາມ​ຕາຍ ແລະ ຄວາມ​ພິ​ນາດ​ໃນ​ບັນ​ດາ​ມະ​ນຸດ, ແລະ ມີ​ຄວາມ​ຊື່ນ​ຊົມ​ຍ້ອນ​ວ່າ ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ຍັງ​ມີ​ຕໍ່​ຊີ​ວິດ​ຢູ່.