ບົດທີ 29
ແອວມາປາດຖະໜາທີ່ຈະຮ້ອງປ່າວເຖິງການກັບໃຈດ້ວຍສຽງຂອງທູດ—ພຣະຜູ້ເປັນເຈົ້າອະນຸຍາດໃຫ້ມີຜູ້ສອນແກ່ທຸກໆປະຊາຊາດ—ແອວມາພາກພູມໃຈໃນວຽກງານຂອງພຣະຜູ້ເປັນເຈົ້າ ແລະ ໃນຄວາມສຳເລັດຂອງອຳໂມນ ແລະ ພີ່ນ້ອງຂອງເພິ່ນ. ປະມານ 76 ປີ ກ່ອນ ຄ.ສ.
1 ໂອ້ ຖ້າຫາກຂ້າພະເຈົ້າເປັນທູດ, ແລະ ສາມາດປາດຖະໜາໄດ້ຕາມໃຈຊອບຂອງຂ້າພະເຈົ້າ, ແລ້ວຂ້າພະເຈົ້າຈະອອກໄປເວົ້າດ້ວຍສຽງແກຂອງພຣະເຈົ້າ, ດ້ວຍສຽງທີ່ສັ່ນສະເທືອນແຜ່ນດິນໂລກ, ແລະ ຮ້ອງປ່າວການກັບໃຈຕໍ່ທຸກໆຄົນ!
2 ແທ້ຈິງແລ້ວ, ຂ້າພະເຈົ້າຈະປະກາດເຖິງເລື່ອງການກັບໃຈ, ແລະ ແຜນແຫ່ງການໄຖ່ແກ່ທຸກຈິດວິນຍານໃຫ້ດັງຄືສຽງຟ້າຮ້ອງ, ເພື່ອພວກເຂົາຈະກັບໃຈ ແລະ ມາຫາພຣະເຈົ້າຂອງພວກເຮົາ, ເພື່ອພວກເຂົາຈະບໍ່ມີຄວາມເສົ້າສະຫລົດໃຈໃນທົ່ວຜືນແຜ່ນດິນໂລກອີກເລີຍ.
3 ແຕ່ຈົ່ງເບິ່ງ, ຂ້າພະເຈົ້າເປັນມະນຸດ, ແລະ ເຮັດບາບໄດ້ໃນຄວາມປາດຖະໜາຂອງຂ້າພະເຈົ້າເອງ; ດັ່ງນັ້ນຂ້າພະເຈົ້າຄວນພໍໃຈກັບສິ່ງທີ່ພຣະຜູ້ເປັນເຈົ້າໄດ້ແບ່ງປັນໃຫ້ຂ້າພະເຈົ້າ.
4 ຂ້າພະເຈົ້າບໍ່ຄວນຈະປ່ຽນຄວາມປາດຖະໜາຂອງຂ້າພະເຈົ້າ ຊຶ່ງເປັນຄຳສັ່ງອັນໝັ້ນຄົງຂອງພຣະຜູ້ທ່ຽງທຳ, ເພາະຂ້າພະເຈົ້າຮູ້ວ່າ ພຣະອົງປະທານໃຫ້ມະນຸດຕາມ ຄວາມປາດຖະໜາຂອງເຂົາ, ບໍ່ວ່າມັນຈະເປັນໄປເພື່ອຄວາມຕາຍ ຫລື ເພື່ອຊີວິດ; ແທ້ຈິງແລ້ວ, ຂ້າພະເຈົ້າຮູ້ວ່າ ພຣະອົງໄດ້ແບ່ງປັນໃຫ້ມະນຸດ, ແທ້ຈິງແລ້ວ, ໄດ້ມອບຄຳສັ່ງແກ່ເຂົາຊຶ່ງເປັນຄຳສັ່ງທີ່ປ່ຽນແປງບໍ່ໄດ້, ອີງຕາມ ຄວາມປະສົງຂອງເຂົາ, ບໍ່ວ່າມັນຈະເປັນໄປເພື່ອຄວາມລອດ ຫລື ເພື່ອຄວາມພິນາດ.
5 ແທ້ຈິງແລ້ວ, ແລະ ຂ້າພະເຈົ້າຮູ້ວ່າ ຄວາມດີ ແລະ ຄວາມຊົ່ວມາຢູ່ຕໍ່ໜ້າມະນຸດທັງປວງ; ຜູ້ໃດທີ່ບໍ່ຮູ້ຈັກຄວາມດີຈາກຄວາມຊົ່ວກໍບໍ່ມີຂໍ້ຕຳນິ; ແຕ່ຜູ້ໃດທີ່ ຮູ້ຈັກຄວາມດີ ແລະ ຄວາມຊົ່ວ, ເຂົາຈະໄດ້ຮັບຕາມຄວາມປາດຖະໜາຂອງເຂົາ ບໍ່ວ່າເຂົາປາດຖະໜາຄວາມດີ ຫລື ຄວາມຊົ່ວ, ຊີວິດ ຫລື ຄວາມຕາຍ, ຄວາມຊື່ນຊົມ ຫລື ຄວາມເສຍໃຈໃນ ຈິດສຳນຶກ.
6 ບັດນີ້, ໂດຍທີ່ເຫັນວ່າຂ້າພະເຈົ້າເອງຮູ້ຈັກເລື່ອງເຫລົ່ານີ້ແລ້ວ, ເປັນຫຍັງຂ້າພະເຈົ້າຈຶ່ງບໍ່ປາດຖະໜາເກີນກວ່າທີ່ຈະເຮັດວຽກງານ ຊຶ່ງຂ້າພະເຈົ້າຖືກເອີ້ນມາໃຫ້ເຮັດ?
7 ເປັນຫຍັງຂ້າພະເຈົ້າຈຶ່ງປາດຖະໜາຢາກເປັນທູດ, ເພື່ອຈະໄດ້ປະກາດໄປຈົນເຖິງທີ່ສຸດຂອງແຜ່ນດິນໂລກ?
8 ເພາະຈົ່ງເບິ່ງ, ພຣະຜູ້ເປັນເຈົ້າປະທານໃຫ້ ທຸກປະຊາຊາດດ້ວຍຊາດ ແລະ ພາສາຂອງຕົນເອງເພື່ອສິດສອນພຣະຄຳຂອງພຣະອົງ, ແທ້ຈິງແລ້ວ, ໃນສະຕິປັນຍາ, ທຸກສິ່ງທຸກຢ່າງທີ່ພຣະອົງ ເຫັນວ່າເໝາະສົມທີ່ພວກເຂົາຄວນມີ; ສະນັ້ນ ເຮົາຈຶ່ງເຫັນໄດ້ວ່າພຣະຜູ້ເປັນເຈົ້າແນະນຳດ້ວຍຄວາມສະຫລຽວສະຫລາດຕາມສິ່ງທີ່ທ່ຽງທຳ ແລະ ເປັນຄວາມຈິງ.
9 ຂ້າພະເຈົ້າຮູ້ຈັກເລື່ອງທີ່ພຣະຜູ້ເປັນເຈົ້າບັນຊາຂ້າພະເຈົ້າ, ແລະ ຂ້າພະເຈົ້າປາບປື້ມໃນເລື່ອງນັ້ນ. ຂ້າພະເຈົ້າບໍ່ໄດ້ ປາບປື້ມໃນຕົວຂ້າພະເຈົ້າເອງ, ແຕ່ຂ້າພະເຈົ້າປາບປື້ມໃນສິ່ງທີ່ພຣະຜູ້ເປັນເຈົ້າບັນຊາຂ້າພະເຈົ້າ; ແທ້ຈິງແລ້ວ, ນີ້ຄືຄວາມປາບປື້ມຂອງຂ້າພະເຈົ້າ ເພື່ອບາງທີຂ້າພະເຈົ້າອາດຈະເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າໃນການນຳຈິດວິນຍານດວງໜຶ່ງມາສູ່ການກັບໃຈ; ແລະ ນີ້ຄືຄວາມສຸກຂອງຂ້າພະເຈົ້າ.
10 ແລະ ຈົ່ງເບິ່ງ, ເມື່ອຂ້າພະເຈົ້າເຫັນພີ່ນ້ອງຂອງຂ້າພະເຈົ້າຫລາຍຄົນທີ່ສຳນຶກຜິດດ້ວຍຄວາມຈິງໃຈ, ແລ້ວເຂົ້າມາຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ເວລານັ້ນຈິດວິນຍານຂອງຂ້າພະເຈົ້າເຕັມໄປດ້ວຍຄວາມສຸກ; ແລ້ວຂ້າພະເຈົ້າສຳນຶກໄດ້ວ່າ ມີ ສິ່ງໃດແດ່ທີ່ພຣະຜູ້ເປັນເຈົ້າໄດ້ກະທຳເພື່ອຂ້າພະເຈົ້າ; ແທ້ຈິງແລ້ວ, ພຣະອົງໄດ້ຍິນຄຳອະທິຖານຂອງຂ້າພະເຈົ້າ; ແທ້ຈິງແລ້ວ, ຂ້າພະເຈົ້າສຳນຶກເຖິງພຣະຫັດທີ່ມີຄວາມເມດຕາປານີຂອງພຣະອົງຊຶ່ງເດ່ມາຫາຂ້າພະເຈົ້າ.
11 ແທ້ຈິງແລ້ວ, ແລະ ຂ້າພະເຈົ້າສຳນຶກໄດ້ເຖິງຄວາມເປັນຊະເລີຍຂອງບັນພະບຸລຸດຂອງຂ້າພະເຈົ້ານຳອີກ; ເພາະຂ້າພະເຈົ້າຮູ້ຈັກວ່າ ພຣະຜູ້ເປັນເຈົ້າໄດ້ປົດປ່ອຍເຂົາເຈົ້າອອກຈາກຄວາມເປັນທາດ ແລະ ດ້ວຍເຫດນີ້ ຈຶ່ງໄດ້ສະຖາປະນາສາດສະໜາຈັກຂອງພຣະອົງຂຶ້ນ; ແທ້ຈິງແລ້ວ, ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ, ແລະ ພຣະເຈົ້າຂອງຢາໂຄບໄດ້ປົດປ່ອຍເຂົາເຈົ້າອອກຈາກຄວາມເປັນທາດ.
12 ແທ້ຈິງແລ້ວ, ຂ້າພະເຈົ້າຈື່ຈຳຢູ່ສະເໝີເຖິງການເປັນຊະເລີຍຂອງບັນພະບຸລຸດຂອງຂ້າພະເຈົ້າ; ແລະ ພຣະເຈົ້າອົງດຽວກັນນັ້ນໄດ້ ປົດປ່ອຍເຂົາເຈົ້າໃຫ້ພົ້ນຈາກກຳມືຂອງຊາວເອຢິບ ແລະ ໄດ້ປົດປ່ອຍເຂົາເຈົ້າອອກຈາກຄວາມເປັນທາດ.
13 ແທ້ຈິງແລ້ວ, ແລະ ພຣະເຈົ້າອົງດຽວກັນນັ້ນ ຊຶ່ງໄດ້ສະຖາປະນາສາດສະໜາຈັກຂອງພຣະອົງຂຶ້ນໃນບັນດາພວກເຂົາ; ແທ້ຈິງແລ້ວ, ແມ່ນພຣະເຈົ້າອົງດຽວກັນນັ້ນທີ່ໄດ້ເອີ້ນໃຫ້ຂ້າພະເຈົ້າຮັບເອົາຕຳແໜ່ງອັນສັກສິດ, ເພື່ອສັ່ງສອນພຣະຄຳໃຫ້ແກ່ຜູ້ຄົນພວກນີ້, ແລະ ໄດ້ປະທານຄວາມສຳເລັດຢ່າງຫລວງຫລາຍໃຫ້ແກ່ຂ້າພະເຈົ້າ, ຊຶ່ງມັນເຮັດໃຫ້ຂ້າພະເຈົ້າເຕັມໄປດ້ວຍ ຄວາມສຸກ.
14 ແຕ່ຂ້າພະເຈົ້າບໍ່ໄດ້ປິຕິຍິນດີໃນຄວາມສຳເລັດຂອງຂ້າພະເຈົ້າແຕ່ຝ່າຍດຽວເທົ່ານັ້ນ, ແຕ່ຂ້າພະເຈົ້າເຕັມປ່ຽມໄປດ້ວຍຄວາມສຸກໃນ ຄວາມສຳເລັດຂອງພີ່ນ້ອງຂອງຂ້າພະເຈົ້າ, ຜູ້ທີ່ໄດ້ຂຶ້ນໄປຫາແຜ່ນດິນນີໄຟນຳອີກ.
15 ຈົ່ງເບິ່ງ, ເຂົາເຈົ້າໄດ້ອອກແຮງງານຢ່າງດຸໝັ່ນ, ແລະ ໄດ້ນຳເອົາຜົນງານຢ່າງຫລວງຫລາຍອອກມາ; ແລະ ລາງວັນຂອງພວກເຂົານັ້ນຍິ່ງໃຫຍ່ແທ້ໆ!
16 ບັດນີ້, ເມື່ອຂ້າພະເຈົ້າຄິດເຖິງຄວາມສຳເລັດຂອງພີ່ນ້ອງເຫລົ່ານີ້ຂອງຂ້າພະເຈົ້າ ຈິດວິນຍານຂອງຂ້າພະເຈົ້າກໍຖືກພາໄປ, ຈົນວ່າມັນຖືກແຍກອອກຈາກຮ່າງກາຍ, ຄືກັບວ່າ ມັນເປັນຄວາມສຸກທີ່ສຸດຂອງຂ້າພະເຈົ້າ.
17 ແລະ ບັດນີ້ຂໍພຣະເຈົ້າຈົ່ງໂປດປະທານແກ່ຄົນເຫລົ່ານີ້, ພີ່ນ້ອງຂອງຂ້າພະເຈົ້າ, ເພື່ອພວກເຂົາຈະໄດ້ນັ່ງລົງໃນອານາຈັກຂອງພຣະເຈົ້າດ້ວຍເຖີດ; ແທ້ຈິງແລ້ວ, ແລະ ໃຫ້ແກ່ຄົນທັງໝົດຜູ້ເປັນຜົນງານຈາກການອອກແຮງງານຂອງພວກເຂົານຳອີກ. ເພື່ອພວກເຂົາຈະບໍ່ອອກໄປອີກ, ແຕ່ເພື່ອພວກເຂົາຈະສັນລະເສີນພຣະອົງຕະຫລອດໄປ. ແລະ ຂໍພຣະເຈົ້າຈົ່ງໂປດປະທານເພື່ອໃຫ້ເປັນໄປຕາມຄຳເວົ້າຂອງຂ້າພະເຈົ້າທີ່ໄດ້ເວົ້າໄວ້ດ້ວຍເຖີດ. ອາແມນ.