ບົດທີ 2
ອາມລິໄຊພະຍາຍາມຈະເປັນກະສັດ ແລະ ຖືກປະຕິເສດໂດຍສຽງຂອງຜູ້ຄົນ—ຜູ້ຕິດຕາມຂອງລາວໄດ້ແຕ່ງຕັ້ງລາວໃຫ້ເປັນກະສັດ—ຊາວອາມລິໄຊກໍ່ສົງຄາມກັບຊາວນີໄຟ ແລະ ໄດ້ເສຍໄຊໄປ—ຊາວເລມັນກັບຊາວອາມລິໄຊຮວມກຳລັງເຂົ້າກັນ ແລະ ໄດ້ເສຍໄຊໄປ—ແອວມາຂ້າອາມລິໄຊ. ປະມານ 87 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນເລີ່ມຈາກປີທີຫ້າແຫ່ງການປົກຄອງຂອງພວກເຂົາ, ມັນເລີ່ມມີການຜິດຖຽງກັນໃນບັນດາຜູ້ຄົນ; ເພາະວ່າມີຄົນຜູ້ໜຶ່ງຊື່ວ່າ ອາມລິໄຊ, ລາວເປັນຄົນສະຫລາດແກມໂກງ, ແທ້ຈິງແລ້ວ, ລາວເປັນຄົນສະຫລາດຕາມລະບຽບຂອງໂລກ, ລາວເປັນຄົນແບບດຽວກັບຜູ້ທີ່ຂ້າ ກີເດໂອນດ້ວຍດາບ ຜູ້ຊຶ່ງໄດ້ຖືກປະຫານຊີວິດໄປແລ້ວຕາມກົດໝາຍ—
2 ບັດນີ້ອາມລິໄຊຄົນນີ້ໄດ້ຊັກຊວນຜູ້ຄົນຫລາຍຄົນໃຫ້ຕິດຕາມລາວໄປດ້ວຍເລ່ຫລ່ຽມຂອງລາວ; ມາກຫລາຍຈົນພວກເຂົາເລີ່ມມີອຳນາດຫລາຍຂຶ້ນ; ແລະ ພວກເຂົາເລີ່ມພະຍາຍາມສະຖາປະນາອາມລິໄຊໃຫ້ເປັນກະສັດປົກຄອງພວກເຂົາ.
3 ບັດນີ້ມັນເຮັດໃຫ້ຜູ້ຄົນຂອງສາດສະໜາຈັກຕື່ນຕົກໃຈພ້ອມທັງຜູ້ຄົນທີ່ບໍ່ໄດ້ຖືກຊັກນຳໄປຕາມການຊັກນຳຂອງອາມລິໄຊນຳອີກ; ເພາະວ່າພວກເຂົາຮູ້ວ່າຕາມກົດໝາຍຂອງພວກເຂົາ ເລື່ອງແບບນີ້ຕ້ອງສະຖາປະນາຂຶ້ນໂດຍ ສຽງຂອງຜູ້ຄົນ.
4 ສະນັ້ນ, ຖ້າຫາກເປັນໄປໄດ້ທີ່ອາມລິໄຊຈະໄດ້ສຽງຂອງປະຊາຊົນ, ໂດຍທີ່ລາວເປັນຄົນຊົ່ວ, ລາວຈະ ເຮັດໃຫ້ຄົນທັງໝົດ ໝົດສິດ ແລະ ສິດທິພິເສດຂອງສາດສະໜາຈັກ; ເພາະວ່າມັນເປັນເຈດຕະນາຂອງລາວທີ່ຈະທຳລາຍສາດສະໜາຈັກຂອງພຣະເຈົ້າ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນໄດ້ມາຊຸມນຸມກັນຕະຫລອດທົ່ວແຜ່ນດິນຕາມຄວາມສະໝັກໃຈຂອງໃຜລາວ, ແລ້ວແຕ່ຈະໄປນຳອາມລິໄຊ, ຫລື ວ່າຈະຕໍ່ຕ້ານລາວ ໄດ້ແຍກກັນເປັນກຸ່ມໆ, ໂດຍມີການໂຕ້ຖຽງ ແລະ ຂັດແຍ້ງກັນຢ່າງໜ້າປະຫລາດ.
6 ແລະ ພວກເຂົາໄດ້ມາຊຸມນຸມກັນແນວນັ້ນ ເພື່ອອອກສຽງຂອງຕົນກ່ຽວກັບເລື່ອງນີ້ ແລະ ໄດ້ນຳສະເໜີເລື່ອງນີ້ຕໍ່ຜູ້ຕັດສິນ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ສຽງຂອງຜູ້ຄົນໄດ້ຕໍ່ຕ້ານອາມລິໄຊ, ຈົນວ່າລາວບໍ່ໄດ້ເປັນກະສັດປົກຄອງຜູ້ຄົນ.
8 ແລະ ບັດນີ້ມັນໄດ້ເຮັດໃຫ້ໃຈຂອງຜູ້ທີ່ຄັດຄ້ານລາວປິຕິຍິນດີທີ່ສຸດ; ແຕ່ອາມລິໄຊໄດ້ຍຸຍົງຜູ້ທີ່ເຫັນດ້ວຍກັບລາວໃຫ້ຄຽດແຄ້ນໃຫ້ຜູ້ທີ່ບໍ່ເຫັນດ້ວຍກັບລາວ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ມາເຕົ້າໂຮມກັນ ແລະ ໄດ້ແຕ່ງຕັ້ງອາມລິໄຊໃຫ້ເປັນກະສັດຂອງພວກເຂົາ.
10 ບັດນີ້ເມື່ອອາມລິໄຊໄດ້ເປັນກະສັດປົກຄອງພວກເຂົາແລ້ວ ລາວກໍສັ່ງໃຫ້ຜູ້ຄົນຈັບອາວຸດຂຶ້ນຕໍ່ສູ້ກັບພີ່ນ້ອງຂອງພວກເຂົາ; ແລະ ສິ່ງນີ້ເຮັດໄປເພື່ອລາວຈະເຮັດໃຫ້ພວກນັ້ນມາຂຶ້ນກັບລາວ.
11 ບັດນີ້ຜູ້ຄົນຂອງອາມລິໄຊແຕກຕ່າງອອກໄປຕາມຊື່ຂອງອາມລິໄຊ, ໂດຍມີຊື່ວ່າ ຊາວ ອາມລິໄຊ; ແລະ ຜູ້ທີ່ເຫລືອຢູ່ມີຊື່ວ່າ ຊາວນີໄຟ, ຫລື ຜູ້ຄົນຂອງພຣະເຈົ້າ.
12 ສະນັ້ນ ຜູ້ຄົນຊາວນີໄຟໄດ້ຮູ້ຈັກເຖິງເຈດຕະນາຂອງຊາວອາມລິໄຊ, ແລະ ສະນັ້ນພວກເຂົາຈຶ່ງໄດ້ຕຽມພ້ອມເພື່ອຈະໄດ້ປະເຊີນໜ້າກັບຊາວອາມລິໄຊ; ແທ້ຈິງແລ້ວ, ພວກເຂົາໄດ້ຖືອາວຸດທຸກຊະນິດເຊັ່ນດາບ ແລະ ດາບສອງຄົມ, ຄັນທະນູ ແລະ ລູກທະນູ, ກ້ອນຫີນ ແລະ ກະຖຸນ, ແລະ ອາວຸດແຫ່ງສົງຄາມທຸກຊະນິດ.
13 ແລະ ພວກເຂົາຕຽມພ້ອມເພື່ອຈະໄດ້ປະເຊີນໜ້າກັບຊາວອາມລິໄຊທີ່ຈະຍົກທັບມາຕີດັ່ງນັ້ນ. ແລະ ໄດ້ມີການແຕ່ງຕັ້ງນາຍທະຫານ, ແລະ ນາຍທະຫານຊັ້ນສູງ, ແລະ ຫົວໜ້ານາຍທະຫານ, ຕາມຈຳນວນຜູ້ຄົນຂອງພວກເຂົາ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ອາມລິໄຊໄດ້ສັ່ງໃຫ້ຜູ້ຄົນຖືອາວຸດແຫ່ງສົງຄາມທຸກຊະນິດ; ແລະ ລາວໄດ້ແຕ່ງຕັ້ງຜູ້ປົກຄອງ ແລະ ຜູ້ນຳດູແລຜູ້ຄົນຂອງລາວຄືກັນ ເພື່ອຈະໄດ້ນຳເອົາຄົນເຫລົ່ານັ້ນໄປເຮັດສົງຄາມກັບພີ່ນ້ອງຂອງຕົນ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວອາມລິໄຊໄດ້ຍົກທັບມາເຖິງເນີນພູອາມໄນຫູ, ຊຶ່ງຢູ່ທາງເບື້ອງຕາເວັນອອກຂອງ ແມ່ນ້ຳຊີໂດນ, ຊຶ່ງໄຫລຜ່ານ ແຜ່ນດິນເຊຣາເຮັມລາ, ແລະ ຢູ່ບ່ອນນັ້ນທີ່ພວກເຂົາໄດ້ເລີ່ມຕໍ່ສູ້ກັບຊາວນີໄຟ.
16 ບັດນີ້, ແອວມາໂດຍທີ່ເປັນ ຫົວໜ້າຜູ້ຕັດສິນ ແລະ ຜູ້ປົກຄອງຜູ້ຄົນຂອງນີໄຟ, ສະນັ້ນ ເພິ່ນຈຶ່ງໄດ້ຂຶ້ນໄປພ້ອມກັບຜູ້ຄົນຂອງເພິ່ນ, ແທ້ຈິງແລ້ວ, ພ້ອມກັບນາຍທະຫານຂອງເພິ່ນ, ແລະ ຫົວໜ້ານາຍທະຫານຂອງເພິ່ນ, ແທ້ຈິງແລ້ວ, ເພິ່ນໄດ້ນຳໜ້າກອງທັບຂອງເພິ່ນໄປສູ້ຮົບກັບຊາວອາມລິໄຊ.
17 ແລະ ພວກເຂົາເລີ່ມຂ້າຟັນຊາວອາມລິໄຊໃນເນີນພູທາງຕາເວັນອອກຂອງແມ່ນ້ຳຊີໂດນ. ແລະ ຊາວອາມລິໄຊໄດ້ຕໍ່ສູ້ກັບຊາວນີໄຟດ້ວຍກຳລັງອັນມະຫາສານ, ເຖິງຂະໜາດທີ່ຊາວນີໄຟເປັນຈຳນວນຫລວງຫລາຍໄດ້ລົ້ມຕາຍຕໍ່ໜ້າຊາວອາມລິໄຊ.
18 ເຖິງຢ່າງໃດກໍຕາມ ພຣະຜູ້ເປັນເຈົ້າຍັງປະທານກຳລັງໃຫ້ແກ່ມືຂອງຊາວນີໄຟຢູ່, ຈົນວ່າໄດ້ຂ້າຊາວອາມລິໄຊເປັນຈຳນວນຫລວງຫລາຍ, ຈົນວ່າຊາວອາມລິໄຊເລີ່ມປົບໜີໄປຕໍ່ໜ້າພວກເຂົາ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວນີໄຟໄດ້ໄລ່ຕິດຕາມຊາວອາມລິໄຊໄປໝົດມື້ນັ້ນ, ແລະ ໄດ້ຂ້າພວກເຂົາຢ່າງຫລວງຫລາຍ, ເຖິງຂະໜາດທີ່ມີຊາວອາມລິໄຊຖືກ ຂ້າຕາຍເຖິງໜຶ່ງໝື່ນສອງພັນຫ້າຮ້ອຍສາມສິບສອງຄົນ; ແລະ ມີຊາວນີໄຟຖືກຂ້າຕາຍຫົກພັນຫ້າຮ້ອຍຫົກສິບສອງຄົນ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອແອວມາບໍ່ສາມາດໄລ່ຕາມຊາວອາມລິໄຊຕໍ່ໄປອີກແລ້ວ ເພິ່ນຈຶ່ງສັ່ງໃຫ້ຜູ້ຄົນຂອງເພິ່ນຕັ້ງຄ້າຍຂຶ້ນໃນ ຮ່ອມພູກີເດໂອນ, ເອີ້ນຮ່ອມພູນີ້ຕາມຊື່ຂອງກີເດໂອນ ຊຶ່ງຖືກຂ້າຕາຍດ້ວຍດາບໂດຍມືຂອງ ນີຮໍ; ແລະ ຊາວນີໄຟໄດ້ຕັ້ງຄ້າຍຂຶ້ນຢູ່ໃນຮ່ອມພູນີ້ໃນຄືນນັ້ນ.
21 ແລະ ແອວມາໄດ້ສົ່ງຄົນສອດແນມອອກຕິດຕາມຊາວອາມລິໄຊທີ່ເຫລືອຢູ່ເພື່ອເພິ່ນຈະໄດ້ຮູ້ຈັກແຜນການ ແລະ ກົນອຸບາຍຂອງພວກເຂົາ, ຊຶ່ງໂດຍທາງນີ້ ເພິ່ນຈຶ່ງຈະໄດ້ປ້ອງກັນຕົວໃຫ້ພົ້ນຈາກພວກເຂົາ, ເພື່ອເພິ່ນຈະໄດ້ປົກປັກຮັກສາຜູ້ຄົນຂອງເພິ່ນບໍ່ໃຫ້ຖືກທຳລາຍ.
22 ບັດນີ້ ຄົນທີ່ເພິ່ນສົ່ງໄປເບິ່ງຄ້າຍຂອງຊາວອາມລິໄຊນັ້ນຊື່ວ່າ ຊີຣຳ, ອາມນໍ, ແມນທາຍ, ແລະ ລິມເຮີ; ພວກນີ້ໄດ້ອອກໄປພ້ອມຄົນຈຳນວນໜຶ່ງ ເພື່ອຕິດຕາມເບິ່ງຄ້າຍຂອງຊາວອາມລິໄຊ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນມື້ຕໍ່ມາ ພວກເຂົາໄດ້ກັບຄືນມາຫາຄ້າຍຂອງຊາວນີໄຟຢ່າງຮີບຮ້ອນທີ່ສຸດ, ຊຶ່ງມີຄວາມແປກປະຫລາດໃຈ, ແລະ ມີຄວາມຢ້ານກົວຫລາຍ, ໂດຍກ່າວວ່າ:
24 ຈົ່ງເບິ່ງ, ພວກເຮົາໄດ້ຕິດຕາມໄປຫາຄ້າຍຂອງ ຊາວອາມລິໄຊ ແລະ ເຮັດໃຫ້ພວກເຮົາປະຫລາດໃຈ ຫລາຍທີ່ສຸດ, ເພາະວ່າຢູ່ໃນແຜ່ນດິນໄມນອນທາງເໜືອແຜ່ນດິນເຊຣາເຮັມລາ, ຢູ່ໃນເສັ້ນທາງໄປຫາແຜ່ນດິນ ນີໄຟນັ້ນ, ພວກເຮົາໄດ້ເຫັນທະຫານຊາວເລມັນເປັນຈຳນວນຫລວງຫລາຍ; ແລະ ຈົ່ງເບິ່ງ, ຊາວອາມລິໄຊໄດ້ເຂົ້າສົມທົບກັບພວກເຂົາ;
25 ແລະ ພວກເຂົາໄດ້ຍົກກອງທັບມາເຖິງພວກອ້າຍນ້ອງຂອງພວກເຮົາຜູ້ຢູ່ໃນແຜ່ນດິນນັ້ນ; ແລະ ພວກເຂົາໄດ້ໜີໄປກ່ອນພ້ອມທັງຝູງສັດລ້ຽງ, ແລະ ເມຍຂອງພວກເຂົາ, ແລະ ລູກຂອງພວກເຂົາ, ມຸ້ງໜ້າມາຫາເມືອງຂອງພວກເຮົາ; ແລະ ຖ້າຫາກພວກເຮົາບໍ່ຟ້າວໄປ, ພວກເຂົາຈະເປັນເຈົ້າຂອງເມືອງຂອງພວກເຮົາ, ແລະ ບິດາຂອງພວກເຮົາ, ແລະ ເມຍຂອງພວກເຮົາ, ແລະ ລູກຂອງພວກເຮົາຈະຖືກຂ້າ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນຂອງນີໄຟຈຶ່ງໄດ້ຟ້າວມ້ຽນມັດເອົາຜ້າເຕັນຂອງພວກເຂົາ, ແລະ ອອກຈາກຮ່ອມພູກີເດໂອນ ມຸ້ງໜ້າໄປຫາເມືອງຂອງພວກເຂົາ, ຄືເມືອງ ເຊຣາເຮັມລາ.
27 ແລະ ຈົ່ງເບິ່ງ, ໃນຂະນະທີ່ພວກເຂົາກຳລັງຈະຂ້າມແມ່ນ້ຳຊີໂດນຢູ່ນັ້ນ, ຊາວເລມັນກັບຊາວອາມລິໄຊ, ຊຶ່ງມີ ຈຳນວນຫລາຍ, ຄືກັບວ່າ ເມັດຊາຍໃນທະເລໄດ້ເຂົ້າມາໂຈມຕີເພື່ອທຳລາຍພວກເຂົາ.
28 ເຖິງຢ່າງໃດກໍຕາມ, ຊາວນີໄຟໂດຍໄດ້ຮັບ ກຳລັງຈາກພຣະຫັດຂອງພຣະຜູ້ເປັນເຈົ້າ, ໂດຍໄດ້ອະທິຖານຢ່າງສຸດກຳລັງຕໍ່ພຣະອົງເພື່ອພຣະອົງຈະໄດ້ປົດປ່ອຍພວກເຂົາໃຫ້ພົ້ນຈາກກຳມືຂອງສັດຕູຂອງພວກເຂົາ, ສະນັ້ນ ພຣະຜູ້ເປັນເຈົ້າຈຶ່ງໄດ້ຍິນສຽງອ້ອນວອນຂອງພວກເຂົາ ແລະ ໄດ້ປະທານກຳລັງໃຫ້ພວກເຂົາ, ແລະ ຊາວເລມັນກັບຊາວອາມລິໄຊໄດ້ລົ້ມຕາຍລົງຕໍ່ໜ້າພວກເຂົາເປັນຈຳນວນຫລວງຫລາຍ.
29 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອວມາໄດ້ຕໍ່ສູ້ກັບອາມລິໄຊຕົວຕໍ່ຕົວດ້ວຍດາບ, ແລະ ທັງສອງໄດ້ຕໍ່ສູ້ກັນຢ່າງສຸດກຳລັງ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອວມາໂດຍເປັນຄົນຂອງພຣະເຈົ້າ, ໂດຍທີ່ມີ ສັດທາອັນແຮງກ້າ ຈຶ່ງໄດ້ຮ້ອງອອກມາວ່າ: ໂອ້ ພຣະຜູ້ເປັນເຈົ້າ, ຂໍຈົ່ງໂປດເມດຕາ ແລະ ໄວ້ຊີວິດຂອງຂ້ານ້ອຍດ້ວຍເຖີດ, ເພື່ອວ່າຂ້ານ້ອຍຈະໄດ້ເປັນເຄື່ອງມືໃນພຣະຫັດຂອງພຣະອົງໃນການຊ່ວຍເຫລືອ ແລະ ປົກປັກຮັກສາຜູ້ຄົນພວກນີ້.
31 ບັດນີ້ເມື່ອແອວມາກ່າວຄຳເຫລົ່ານີ້ແລ້ວ ເພິ່ນກໍໄດ້ຕໍ່ສູ້ກັບອາມລິໄຊອີກ; ແລະ ເພິ່ນໄດ້ຮັບກຳລັງ, ເຖິງຂະໜາດທີ່ເພິ່ນໄດ້ຂ້າອາມລິໄຊດ້ວຍດາບ.
32 ແລະ ເພິ່ນໄດ້ຕໍ່ສູ້ກັບກະສັດຂອງຊາວເລມັນນຳອີກ; ແຕ່ວ່າກະສັດຂອງຊາວເລມັນໄດ້ປົບໜີໄປຕໍ່ໜ້າແອວມາ ແລະ ໄດ້ສົ່ງທະຫານອາລັກຂາຂອງຕົນມາຕໍ່ສູ້ກັບແອວມາ.
33 ແຕ່ແອວມາກັບທະຫານອາລັກຂາຂອງເພິ່ນໄດ້ຕໍ່ສູ້ກັບທະຫານອາລັກຂາຂອງກະສັດຂອງຊາວເລມັນ ຈົນວ່າເພິ່ນໄດ້ຂ້າ ແລະ ຂັບໄລ່ພວກເຂົາໃຫ້ຖອຍກັບຄືນໄປ.
34 ແລະ ເພິ່ນຈຶ່ງໄດ້ກວາດລ້າງແຜ່ນດິນແນວນີ້, ຫລື ແທ້ຈິງແລ້ວ, ຝັ່ງຊຶ່ງຢູ່ທາງຕາເວັນຕົກຂອງແມ່ນ້ຳຊີໂດນ, ໄດ້ໂຍນສົບຊາວເລມັນຜູ້ທີ່ຖືກຂ້າຕາຍລົງໃນນ້ຳຊີໂດນເພື່ອໃຫ້ຜູ້ຄົນຂອງເພິ່ນມີບ່ອນຂ້າມໄປຕໍ່ສູ້ກັບຊາວເລມັນ ແລະ ຊາວອາມລິໄຊທາງຝັ່ງຕາເວັນຕົກຂອງແມ່ນ້ຳຊີໂດນໄດ້ສະດວກ.
35 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເຂົາຂ້າມແມ່ນ້ຳຊີໂດນໄປແລ້ວ ຊາວເລມັນກັບຊາວອາມລິໄຊເລີ່ມປົບໜີໄປກ່ອນ, ທັງໆທີ່ພວກເຂົາມີຄົນເປັນຈຳນວນຫລາຍກວ່າຈົນນັບບໍ່ຖ້ວນ.
36 ແລະ ພວກເຂົາໄດ້ໜີໄປກ່ອນຊາວນີໄຟຈະມາຮອດ ມຸ້ງໜ້າເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ຊຶ່ງຢູ່ທາງຕາເວັນຕົກ ແລະ ທາງເໜືອຊາຍແດນຂອງແຜ່ນດິນໄປ; ແລະ ຊາວນີໄຟໄດ້ໄລ່ຕິດຕາມພວກເຂົາໄປດ້ວຍກຳລັງອັນມະຫາສານ ແລະ ໄດ້ຂ້າພວກເຂົາຖິ້ມ.
37 ແທ້ຈິງແລ້ວ, ພວກເຂົາຖືກອ້ອມໄວ້ທຸກດ້ານ, ແລະ ຖືກຂ້າຕາຍ, ແລະ ຖືກຂັບໄລ່ຈົນກະຈັດກະຈາຍໄປ ທາງຕາເວັນຕົກ ແລະ ທາງເໜືອຈົນເຖິງຖິ່ນແຫ້ງແລ້ງກັນດານ, ຊຶ່ງມີຊື່ວ່າ ເຮີເມົ້າ; ແລະ ມັນເປັນສ່ວນໜຶ່ງຂອງຖິ່ນແຫ້ງແລ້ງກັນດານ ຊຶ່ງມີສັດປ່າ ແລະ ສັດຮ້າຍຫລາຍ.
38 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລາຍຄົນໄດ້ຕາຍໄປໃນຖິ່ນແຫ້ງແລ້ງກັນດານຍ້ອນບາດແຜຂອງຕົນ, ແລະ ຖືກສັດປ່າເຫລົ່ານັ້ນກິນຊາກສົບຂອງພວກເຂົາ, ແລະ ແຮ້ງໃນອາກາດກິນນຳອີກ; ແລະ ພົບກະດູກຂອງພວກເຂົາກອງຢູ່ທົ່ວແຜ່ນດິນ.