ບົດທີ 33
ຊີນັດໄດ້ສິດສອນວ່າມະນຸດຄວນອະທິຖານ ແລະ ນະມັດສະການໃນທຸກສະຖານທີ່, ແລະ ເປັນຍ້ອນພຣະບຸດ ການພິພາກສາຈະຖືກເອົາໜີໄປ—ຊີໂນກໄດ້ສິດສອນວ່າ ເປັນຍ້ອນພຣະບຸດ ພວກເຮົາຈຶ່ງໄດ້ຮັບຄວາມເມດຕາ—ໂມເຊໄດ້ຍົກແບບສະບັບຂອງພຣະບຸດຂອງພຣະເຈົ້າຂຶ້ນໃນຖິ່ນແຫ້ງແລ້ງກັນດານ. ປະມານ 74 ປີ ກ່ອນ ຄ.ສ.
1 ບັດນີ້ຫລັງຈາກແອວມາໄດ້ເວົ້າຂໍ້ຄວາມເຫລົ່ານີ້ແລ້ວ, ຄົນທັງຫລາຍໄດ້ສົ່ງຄຳຖາມມາຫາເພິ່ນ ໂດຍປາດຖະໜາຢາກຮູ້ຈັກວ່າ ພວກເຂົາຄວນເຊື່ອຖືໃນ ພຣະເຈົ້າອົງດຽວຫລືບໍ່, ເພື່ອວ່າພວກເຂົາຈະໄດ້ຮັບໝາກຜົນຈາກສິ່ງທີ່ເພິ່ນເວົ້າໄປນັ້ນ, ຫລື ວ່າພວກເຂົາຈະປູກ ເມັດພືດໄດ້ດ້ວຍວິທີໃດ, ຫລື ວ່າພຣະຄຳຈາກສິ່ງທີ່ເພິ່ນໄດ້ເວົ້າເຖິງນັ້ນຈະຕ້ອງປູກໄວ້ໃນໃຈຂອງພວກເຂົາດ້ວຍວິທີໃດ; ຫລື ວ່າພວກເຂົາຈະເລີ່ມສະແດງສັດທາຂອງພວກເຂົາດ້ວຍວິທີໃດ.
2 ແລະ ແອວມາໄດ້ເວົ້າກັບພວກເຂົາວ່າ: ຈົ່ງເບິ່ງ, ພວກທ່ານເວົ້າວ່າ ພວກທ່ານ ບໍ່ສາມາດນະມັດສະການພຣະເຈົ້າຂອງພວກທ່ານ ເພາະວ່າພວກທ່ານໄດ້ຖືກຂັບໄລ່ອອກຈາກທຳມະສາລາຂອງພວກທ່ານ. ແຕ່ວ່າຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ ຖ້າຫາກພວກທ່ານຄິດວ່າ ພວກທ່ານນະມັດສະການພຣະເຈົ້າບໍ່ໄດ້, ແລ້ວພວກທ່ານກໍເຮັດຜິດຢ່າງໃຫຍ່ຫລວງ, ແລະ ພວກທ່ານຄວນຈະຄົ້ນຄວ້າ ພຣະຄຳພີ; ຖ້າຫາກມັນສິດສອນພວກທ່ານໃນເລື່ອງນີ້, ພວກທ່ານກໍບໍ່ເຂົ້າໃຈມັນ.
3 ພວກທ່ານຈື່ຈຳໄດ້ບໍ ຊຶ່ງພວກທ່ານໄດ້ອ່ານເລື່ອງທີ່ ຊີນັດ, ຜູ້ປະກາດພຣະທຳໃນສະໄໝບູຮານ, ກ່ຽວກັບການອະທິຖານ ຫລື ການນະມັດສະການ?
4 ເພາະເພິ່ນໄດ້ເວົ້າວ່າ: ພຣະອົງເມດຕາປານີ, ໂອ້ ພຣະອົງເຈົ້າ, ເພາະວ່າພຣະອົງໄດ້ຍິນຄຳອະທິຖານຂອງຂ້ານ້ອຍ ເຖິງແມ່ນເວລາຂ້ານ້ອຍຢູ່ໃນຖິ່ນແຫ້ງແລ້ງກັນດານ; ແທ້ຈິງແລ້ວ, ພຣະອົງເມດຕາປານີເວລາຂ້ານ້ອຍອະທິຖານກ່ຽວກັບຜູ້ທີ່ເປັນ ສັດຕູຂອງຂ້ານ້ອຍ, ແລະ ພຣະອົງໄດ້ສົ່ງພວກເຂົາມາໃຫ້ຂ້ານ້ອຍ.
5 ແທ້ຈິງແລ້ວ, ໂອ້ ພຣະອົງເຈົ້າ, ແລະ ພຣະອົງເມດຕາປານີຂ້ານ້ອຍ ເວລາຂ້ານ້ອຍໄດ້ຮ້ອງທູນຕໍ່ພຣະອົງໃນ ທົ່ງຂອງຂ້ານ້ອຍ; ເວລາຂ້ານ້ອຍຮ້ອງທູນຕໍ່ພຣະອົງໃນຄຳອະທິຖານຂອງຂ້ານ້ອຍ, ແລະ ພຣະອົງກໍໄດ້ຍິນຂ້ານ້ອຍສະເໝີ.
6 ແລະ ອີກເທື່ອໜຶ່ງ, ໂອ້ ພຣະອົງເຈົ້າ, ເວລາທີ່ຂ້ານ້ອຍໄດ້ກັບບ້ານຂອງຂ້ານ້ອຍ ພຣະອົງກໍໄດ້ຍິນຄຳອະທິຖານຂອງຂ້ານ້ອຍ.
7 ແລະ ເວລາຂ້ານ້ອຍເຂົ້າໄປໃນ ຫ້ອງຂອງຂ້ານ້ອຍ, ໂອ້ ພຣະຜູ້ເປັນເຈົ້າ, ແລະ ອະທິຖານຫາພຣະອົງ, ພຣະອົງກໍໄດ້ຍິນສຽງຂອງຂ້ານ້ອຍ.
8 ແທ້ຈິງແລ້ວ, ພຣະອົງເມດຕາປານີລູກຫລານຂອງພຣະອົງ ເວລາທີ່ພວກເຂົາຮ້ອງທູນຕໍ່ພຣະອົງ, ເພື່ອຈະໄດ້ຍິນຈາກພຣະອົງ ແລະ ບໍ່ແມ່ນຈາກມະນຸດ, ແລະ ພຣະອົງຈະໄດ້ຍິນພວກເຂົາ.
9 ແທ້ຈິງແລ້ວ, ໂອ້ ພຣະອົງເຈົ້າ, ພຣະອົງເມດຕາປານີຂ້ານ້ອຍມາຕະຫລອດ, ແລະ ໄດ້ຍິນສຽງເອີ້ນຫາຂອງຂ້ານ້ອຍໃນທ່າມກາງບ່ອນຊຸມນຸມຂອງພຣະອົງ.
10 ແທ້ຈິງແລ້ວ, ແລະ ພຣະອົງໄດ້ຍິນຂ້ານ້ອຍອີກ ເວລາທີ່ຂ້ານ້ອຍຖືກ ຂັບໄລ່ອອກໄປ ແລະ ຖືກສັດຕູຂອງຂ້ານ້ອຍໝິ່ນປະໝາດ; ແທ້ຈິງແລ້ວ, ພຣະອົງໄດ້ຍິນສຽງເອີ້ນຫາຂອງຂ້ານ້ອຍ, ແລະ ພຣະພິໂລດກັບສັດຕູຂອງຂ້ານ້ອຍ, ແລະ ພຣະອົງໄດ້ສະເດັດມາຢ້ຽມຢາມພວກເຂົາໃນພຣະພິໂລດຂອງພຣະອົງ ດ້ວຍຄວາມພິນາດຢ່າງວ່ອງໄວ.
11 ແລະ ພຣະອົງໄດ້ຍິນຂ້ານ້ອຍຍ້ອນວ່າ ຄວາມທຸກ ແລະ ຄວາມຈິງໃຈຂອງຂ້ານ້ອຍ; ແລະ ເປັນຍ້ອນພຣະບຸດຂອງພຣະອົງທີ່ເມດຕາປານີຂ້ານ້ອຍມາດັ່ງນີ້, ສະນັ້ນຂ້ານ້ອຍຈະເອີ້ນຫາພຣະອົງໃນຄວາມທຸກທັງໝົດຂອງຂ້ານ້ອຍ, ເພາະວ່າຄວາມສຸກຂອງຂ້ານ້ອຍຢູ່ໃນພຣະອົງ, ເພາະພຣະອົງຫັນການພິພາກສາຂອງພຣະອົງໄປຈາກຂ້ານ້ອຍ ເພາະພຣະບຸດຂອງພຣະອົງ.
12 ແລະ ບັດນີ້ແອວມາໄດ້ເວົ້າກັບພວກເຂົາວ່າ: ພວກທ່ານເຊື່ອຖື ພຣະຄຳພີເຫລົ່ານັ້ນ ຊຶ່ງຄົນສະໄໝກ່ອນໄດ້ຂຽນໄວ້ບໍ?
13 ຈົ່ງເບິ່ງ, ຖ້າຫາກພວກທ່ານເຊື່ອ, ພວກທ່ານຄວນເຊື່ອເລື່ອງທີ່ ຊີນັດໄດ້ເວົ້າໄວ້; ເພາະຈົ່ງເບິ່ງ ເພິ່ນໄດ້ເວົ້າວ່າ: ພຣະອົງໄດ້ເອົາການພິພາກສາຂອງພຣະອົງໄປ ເພາະພຣະບຸດຂອງພຣະອົງ.
14 ບັດນີ້ຈົ່ງເບິ່ງ, ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍຖາມພວກທ່ານວ່າ ພວກທ່ານອ່ານພຣະຄຳພີບໍ? ຖ້າຫາກພວກທ່ານອ່ານ, ແລ້ວພວກທ່ານບໍ່ເຊື່ອພຣະບຸດຂອງພຣະເຈົ້າໄດ້ແນວໃດ?
15 ເພາະວ່າມັນ ບໍ່ໄດ້ຂຽນວ່າຊີນັດຜູ້ດຽວທີ່ເວົ້າເຖິງເລື່ອງເຫລົ່ານີ້, ແຕ່ວ່າ ຊີໂນກກໍໄດ້ເວົ້າເຖິງເລື່ອງເຫລົ່ານີ້ຄືກັນ—
16 ເພາະຈົ່ງເບິ່ງ, ເພິ່ນໄດ້ເວົ້າວ່າ: ໂອ້ ພຣະຜູ້ເປັນເຈົ້າ, ພຣະອົງພຣະພິໂລດຜູ້ຄົນພວກນີ້, ຍ້ອນວ່າພວກເຂົາບໍ່ຍອມເຂົ້າໃຈໃນຄວາມເມດຕາປານີຂອງພຣະອົງ ຊຶ່ງພຣະອົງໄດ້ປະທານໃຫ້ແກ່ພວກເຂົາ ເພາະພຣະບຸດຂອງພຣະອົງ.
17 ແລະ ບັດນີ້, ພີ່ນ້ອງຂອງຂ້າພະເຈົ້າ, ພວກທ່ານເຫັນວ່າ ສາດສະດາຜູ້ທີສອງໃນສະໄໝກ່ອນໄດ້ໃຫ້ຖ້ອຍຄຳເຖິງພຣະບຸດຂອງພຣະເຈົ້າ, ແລະ ຍ້ອນວ່າຜູ້ຄົນບໍ່ຍອມເຂົ້າໃຈຄຳເວົ້າຂອງເພິ່ນ, ພວກເຂົາຈຶ່ງ ແກວ່ງກ້ອນຫີນໃສ່ເພິ່ນຈົນເຖິງແກ່ຄວາມຕາຍ.
18 ແຕ່ ຈົ່ງເບິ່ງ, ນີ້ຍັງບໍ່ທັນໝົດ; ບໍ່ມີແຕ່ພວກເພິ່ນເທົ່ານັ້ນທີ່ໄດ້ເວົ້າກ່ຽວກັບພຣະບຸດຂອງພຣະເຈົ້າ.
19 ຈົ່ງເບິ່ງ, ໂມເຊກໍໄດ້ເວົ້າເຖິງພຣະອົງ; ແທ້ຈິງແລ້ວ, ແລະ ຈົ່ງເບິ່ງ ແບບສະບັບຖືກ ຍົກຂຶ້ນໃນຖິ່ນແຫ້ງແລ້ງກັນດານ ວ່າຜູ້ໃດກໍຕາມທີ່ຫລຽວເບິ່ງມັນຈະໄດ້ມີຊີວິດ. ແລະ ມີຫລາຍຄົນໄດ້ຫລຽວເບິ່ງ ແລະ ມີຊີວິດ.
20 ແຕ່ວ່າມີຄົນພຽງເລັກໜ້ອຍເທົ່ານັ້ນທີ່ເຂົ້າໃຈເຖິງຄວາມໝາຍຂອງສິ່ງເຫລົ່ານັ້ນ, ແລະ ນີ້ກໍຍ້ອນຄວາມແຂງກະດ້າງຂອງໃຈຂອງພວກເຂົາ. ແຕ່ມີຫລາຍຄົນທີ່ໃຈແຂງກະດ້າງຫລາຍຈົນວ່າພວກເຂົາບໍ່ຫລຽວເບິ່ງ, ສະນັ້ນ ພວກເຂົາຈຶ່ງຕາຍ. ບັດນີ້ເຫດຜົນທີ່ພວກເຂົາບໍ່ຫລຽວເບິ່ງກໍຄື ພວກເຂົາບໍ່ເຊື່ອວ່າມັນຈະ ປິ່ນປົວພວກເຂົາໄດ້.
21 ໂອ້ ພີ່ນ້ອງຂອງຂ້າພະເຈົ້າ, ຖ້າຫາກພວກທ່ານຈະຖືກປິ່ນປົວໄດ້ ໂດຍພຽງແຕ່ຫລຽວເບິ່ງ ພວກທ່ານກໍຖືກປິ່ນປົວແລ້ວ, ພວກທ່ານຈະບໍ່ຫລຽວເບິ່ງໂລດບໍ, ຫລື ວ່າພວກທ່ານຈະເຮັດໃຈແຂງກະດ້າງຢູ່ໃນຄວາມບໍ່ເຊື່ອຖື, ແລະ ເມີນເສີຍບໍ່ຍອມຫລຽວໄປເບິ່ງເລີຍ, ຈົນວ່າພວກທ່ານຕາຍໄປ?
22 ຖ້າຫາກເປັນດັ່ງນັ້ນວິບັດຈະມາເຖິງພວກທ່ານ; ແຕ່ຖ້າຫາກບໍ່ເປັນດັ່ງນັ້ນ ກໍຈົ່ງຫລຽວເບິ່ງ, ແລະ ເລີ່ມເຊື່ອຖືໃນພຣະບຸດຂອງພຣະເຈົ້າ, ວ່າພຣະອົງຈະສະເດັດມາໄຖ່ຜູ້ຄົນຂອງພຣະອົງ, ແລະ ວ່າພຣະອົງຈະຮັບເອົາຄວາມເຈັບປວດ ແລະ ສິ້ນພຣະຊົນເພື່ອ ຊົດໃຊ້ແທນບາບຂອງພວກເຂົາ, ແລະ ວ່າພຣະອົງຈະ ລຸກຂຶ້ນຈາກຄວາມຕາຍອີກ, ຊຶ່ງຈະເຮັດໃຫ້ເກີດ ການຟື້ນຄືນຊີວິດ, ເພື່ອຄົນທັງປວງຈະໄດ້ຢືນຢູ່ຕໍ່ພຣະພັກຂອງພຣະອົງ, ເພື່ອຮັບການພິພາກສາໃນມື້ສຸດທ້າຍ ແລະ ເປັນມື້ພິພາກສາ, ຕາມ ວຽກງານຂອງພວກເຂົາ.
23 ແລະ ບັດນີ້, ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍໃຫ້ພວກທ່ານ ປູກພຣະຄຳນີ້ໄວ້ໃນໃຈຂອງພວກທ່ານ, ເພື່ອມັນຈະໄດ້ ງອກງາມຂຶ້ນມາ ແລະ ຈົ່ງບຳລຸງມັນດ້ວຍສັດທາຂອງພວກທ່ານ. ແລະ ຈົ່ງເບິ່ງ, ມັນຈະກັບກາຍເປັນຕົ້ນງອກງາມຂຶ້ນໃນພວກທ່ານຈົນເຖິງຊີວິດອັນເປັນນິດ. ແລະ ເມື່ອນັ້ນ ຂໍໃຫ້ພຣະເຈົ້າຈົ່ງໂປດປະທານໃຫ້ ພາລະຂອງພວກທ່ານເບົາບາງລົງ, ໂດຍທາງຄວາມສຸກຂອງພຣະບຸດຂອງພຣະອົງ. ແລະ ພວກທ່ານສາມາດເຮັດສິ່ງທັງໝົດນີ້ໄດ້ຖ້າຫາກພວກທ່ານຕັ້ງໃຈຈະເຮັດມັນ. ອາແມນ.