ບົດທີ 35
ການສັ່ງສອນພຣະຄຳໄດ້ທຳລາຍເລ່ຫລ່ຽມຂອງຊາວໂຊຣຳ—ພວກເຂົາໄດ້ເນລະເທດຜູ້ທີ່ກັບໃຈ, ຜູ້ຊຶ່ງຈາກນັ້ນໄດ້ມາຮ່ວມກັບຜູ້ຄົນຂອງອຳໂມນທີ່ເຈີຊອນ—ແອວມາເສົ້າສະຫລົດໃຈຍ້ອນຄວາມຊົ່ວຮ້າຍຂອງປະຊາຊົນ. ປະມານ 74 ປີ ກ່ອນ ຄ.ສ.
1 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກແອມມິວເລັກກ່າວຂໍ້ຄວາມນີ້ຈົບແລ້ວ, ພວກເຂົາກໍໄດ້ອອກໄປຈາກຝູງຊົນ ແລະ ຂ້າມໄປຫາແຜ່ນດິນເຈີຊອນ.
2 ແທ້ຈິງແລ້ວ, ຫລັງຈາກລາວໄດ້ສັ່ງສອນພຣະຄຳແກ່ຊາວໂຊຣຳແລ້ວ, ພວກອ້າຍນ້ອງທີ່ໄປນຳກັນກໍໄດ້ຂ້າມໄປຫາແຜ່ນດິນເຈີຊອນຄືກັນ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກຊາວໂຊຣຳສ່ວນຫລາຍຜູ້ທີ່ດີເດັ່ນໄດ້ປຶກສາຫາລືກັນກ່ຽວກັບພຣະຄຳ ຊຶ່ງພວກເຂົາໄດ້ຮັບການສັ່ງສອນມາ, ແລະ ພວກເຂົາກໍມີຄວາມຄຽດແຄ້ນຍ້ອນວ່າພຣະຄຳໄດ້ທຳລາຍ ອາຊີບຂອງພວກເຂົາ; ສະນັ້ນພວກເຂົາຈຶ່ງບໍ່ຍອມເຊື່ອຟັງພຣະຄຳເລີຍ.
4 ແລະ ພວກເຂົາໄດ້ສົ່ງຄົນໄປເຕົ້າໂຮມຜູ້ຄົນທັງໝົດທົ່ວແຜ່ນດິນມາ, ແລະ ໄດ້ປຶກສາກັບຜູ້ຄົນເຫລົ່ານັ້ນກ່ຽວກັບພຣະຄຳທີ່ໄດ້ເວົ້າໄວ້.
5 ບັດນີ້ຜູ້ປົກຄອງ ແລະ ພວກປະໂລຫິດທັງຫລາຍ ແລະ ຜູ້ສອນທັງຫລາຍບໍ່ຍອມໃຫ້ຜູ້ຄົນຮູ້ຈັກກ່ຽວກັບຄວາມປາດຖະໜາຂອງຕົນ; ສະນັ້ນ ພວກເຂົາຈຶ່ງຮູ້ຈັກຄວາມລັບໃນຈິດໃຈຂອງຜູ້ຄົນທັງໝົດ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກທີ່ພວກເຂົາຮູ້ຈັກຈິດໃຈຂອງຜູ້ຄົນທັງໝົດແລ້ວ, ຜູ້ທີ່ເຫັນດີກັບຄຳເວົ້າຂອງແອວມາ ແລະ ອ້າຍນ້ອງຂອງເພິ່ນກໍຖືກຂັບໄລ່ອອກຈາກແຜ່ນດິນ; ແລະ ມັນມີຜູ້ຄົນເປັນຈຳນວນຫລວງຫລາຍທີ່ໄດ້ຂ້າມໄປຫາແຜ່ນດິນເຈີຊອນ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອວມາ ແລະ ອ້າຍນ້ອງຂອງເພິ່ນໄດ້ປະຕິບັດສາດສະໜາກິດແກ່ພວກເຂົາເຫລົ່ານັ້ນ.
8 ບັດນີ້ຜູ້ຄົນທີ່ເປັນຊາວໂຊຣຳໄດ້ມີຄວາມຄຽດແຄ້ນໃຫ້ຜູ້ຄົນຂອງອຳໂມນຜູ້ຢູ່ໃນເຈີຊອນ, ແລະ ຜູ້ປົກຄອງທີ່ເປັນຫົວໜ້າຂອງຊາວໂຊຣຳ, ຊຶ່ງເປັນຄົນຊົ່ວຫລາຍທີ່ສຸດໄດ້ສົ່ງຄົນໄປຫາຜູ້ຄົນຂອງອຳໂມນ ແລະ ແຈ້ງຄວາມປະສົງວ່າ ພວກເຂົາຕ້ອງຂັບໄລ່ຄົນທັງໝົດ ຊຶ່ງໜີມາຈາກໂຊຣຳອອກຈາກແຜ່ນດິນໄປ.
9 ແລະ ລາວໄດ້ຂູ່ເຂັນພວກເຂົາ. ແລະ ບັດນີ້ຜູ້ຄົນຂອງອຳໂມນບໍ່ໄດ້ຢ້ານກົວຄຳເວົ້າຂອງພວກເຂົາເລີຍ; ສະນັ້ນ ພວກເຂົາຈຶ່ງບໍ່ຍອມຂັບໄລ່ພວກທີ່ໜີມານັ້ນໄປ, ແຕ່ວ່າພວກເຂົາໄດ້ຕ້ອນຮັບຊາວໂຊຣຳຜູ້ທີ່ທຸກຍາກທັງໝົດທີ່ຂ້າມມາຫາພວກເຂົາ; ແລະ ພວກເຂົາໄດ້ ບຳລຸງລ້ຽງ ແລະ ມອບເຄື່ອງນຸ່ງຫົ່ມໃຫ້ພວກນັ້ນ, ແລະ ໄດ້ມອບທີ່ດິນໃຫ້ແກ່ພວກນັ້ນ ເພື່ອເປັນມູນມໍລະດົກ; ແລະ ພວກເຂົາໄດ້ຊ່ວຍເຫລືອຕາມຄວາມຂັດສົນຂອງພວກນັ້ນ.
10 ບັດນີ້ສິ່ງເຫລົ່ານີ້ໄດ້ຍຸຍົງຊາວໂຊຣຳໃຫ້ຄຽດແຄ້ນໃຫ້ຜູ້ຄົນຂອງອຳໂມນ, ແລະ ພວກເຂົາໄດ້ເຂົ້າຮ່ວມກັບຊາວເລມັນ ແລະ ຍຸຍົງພວກນັ້ນໃຫ້ຄຽດແຄ້ນນຳກັນ.
11 ແລະ ດ້ວຍເຫດນີ້ ຊາວໂຊຣຳ ແລະ ຊາວເລມັນຈຶ່ງເລີ່ມກໍ່ສົງຄາມກັບຜູ້ຄົນຂອງອຳໂມນ ແລະ ກັບຊາວນີໄຟນຳອີກ.
12 ແລະ ປີທີສິບເຈັດແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງແບບນີ້.
13 ແລະ ຜູ້ຄົນຂອງອຳໂມນໄດ້ໜີຈາກແຜ່ນດິນເຈີຊອນ, ແລະ ໄປຫາແຜ່ນດິນມີເລັກ ແລະ ໄດ້ມອບທີ່ດິນໃນແຜ່ນດິນເຈີຊອນໃຫ້ກອງທັບຂອງຊາວນີໄຟ ເພື່ອຈະໄດ້ຕໍ່ສູ້ກັບກອງທັບຂອງຊາວເລມັນ ແລະ ກອງທັບຂອງຊາວໂຊຣຳ; ແລະ ສົງຄາມລະຫວ່າງຊາວເລມັນກັບຊາວນີໄຟກໍເລີ່ມມີຂຶ້ນດັ່ງນີ້, ໃນປີທີສິບແປດແຫ່ງການປົກຄອງຂອງຜູ້ຕັດສິນ; ແລະ ຕໍ່ໄປນີ້ຈະເປັນ ເລື່ອງລາວກ່ຽວກັບສົງຄາມຂອງພວກເຂົາ.
14 ແລະ ແອວມາ, ແລະ ອຳໂມນ, ແລະ ພີ່ນ້ອງຂອງເຂົາເຈົ້າ, ແລະ ພ້ອມດ້ວຍລູກຊາຍສອງຄົນຂອງແອວມາກໍໄດ້ກັບຄືນໄປຫາແຜ່ນດິນເຊຣາເຮັມລາ, ຫລັງຈາກທີ່ໄດ້ເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າໃນການນຳພາຊາວໂຊຣຳ ຫລາຍຄົນມາຫາການກັບໃຈ; ແລະ ຫລາຍຕໍ່ຫລາຍຄົນທີ່ຖືກນຳມາຫາການກັບໃຈກໍຖືກຂັບໄລ່ອອກຈາກແຜ່ນດິນຂອງຕົນ; ແຕ່ວ່າພວກເຂົາໄດ້ມີທີ່ດິນເປັນມູນມໍລະດົກຂອງຕົນຢູ່ໃນແຜ່ນດິນເຈີຊອນ, ແລະ ພວກເຂົາກໍໄດ້ຈັບອາວຸດເພື່ອປ້ອງກັນຕົນເອງ, ແລະ ເມຍຂອງຕົນ, ແລະ ລູກຂອງຕົນ, ແລະ ແຜ່ນດິນຂອງຕົນ.
15 ບັດນີ້ແອວມາ, ໂດຍມີຄວາມໂສກເສົ້າເພາະຄວາມຊົ່ວຮ້າຍຂອງຜູ້ຄົນຂອງເພິ່ນ, ແທ້ຈິງແລ້ວ, ເພາະສົງຄາມ ແລະ ການຂ້າຟັນ ແລະ ການຂັດແຍ້ງກັນ ຊຶ່ງມີຢູ່ໃນບັນດາຜູ້ຄົນ; ແລະ ເພິ່ນໄດ້ປະກາດພຣະຄຳ, ຫລື ສົ່ງປະກາດພຣະຄຳໄປໃນບັນດາຜູ້ຄົນໃນທຸກຫົວເມືອງ, ໂດຍເຫັນວ່າໃຈຂອງຜູ້ຄົນເລີ່ມດື້ດ້ານຂຶ້ນ; ແລະ ພວກເຂົາ ບໍ່ພໍໃຈຍ້ອນວ່າຄວາມເຄັ່ງຄັດຂອງພຣະຄຳ, ດັ່ງນັ້ນມັນຈຶ່ງເຮັດໃຫ້ໃຈຂອງເພິ່ນເສົ້າໂສກຢ່າງຍິ່ງ.
16 ສະນັ້ນ, ເພິ່ນຈຶ່ງໃຫ້ພວກລູກຊາຍຂອງເພິ່ນມາຫາເພິ່ນ, ເພື່ອເພິ່ນຈະໄດ້ມອບ ໜ້າທີ່ຂອງເພິ່ນໃຫ້ເຂົາທຸກຄົນເປັນສ່ວນຕົວ, ຊຶ່ງກ່ຽວກັບຄວາມຊອບທຳ. ແລະ ພວກເຮົາມີເລື່ອງລາວກ່ຽວກັບຄຳສັ່ງຂອງແອວມາ ຊຶ່ງໄດ້ໃຫ້ແກ່ພວກລູກຊາຍຂອງເພິ່ນ ຕາມບັນທຶກຂອງເພິ່ນເອງ.