ບົດທີ 3
ຊາວອາມລິໄຊມີເຄື່ອງໝາຍຂອງຕົນເອງຕາມຄຳທີ່ໄດ້ທຳນາຍໄວ້—ຊາວເລມັນຖືກສາບແຊ່ງເພາະການກະບົດຂອງພວກເຂົາ—ມະນຸດນຳການສາບແຊ່ງມາສູ່ຕົນເອງ—ຊາວນີໄຟຊະນະກອງທັບຂອງຊາວເລມັນອີກກອງທັບໜຶ່ງ. ປະມານ 87–86 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວນີໄຟຜູ້ທີ່ບໍ່ໄດ້ຖືກ ຂ້າຕາຍດ້ວຍອາວຸດແຫ່ງສົງຄາມ, ຫລັງຈາກໄດ້ຝັງສົບຜູ້ທີ່ຖືກຂ້າຕາຍ—ບັດນີ້ພວກເຂົາບໍ່ໄດ້ນັບຈຳນວນຄົນທີ່ຖືກຂ້າຕາຍ, ເພາະຄວາມຫລວງຫລາຍຂອງມັນ—ຫລັງຈາກພວກເຂົາໄດ້ຝັງສົບຂອງຜູ້ຕາຍຂອງພວກເຂົາຮຽບຮ້ອຍແລ້ວ ທຸກຄົນກໍໄດ້ກັບຄືນໄປຫາແຜ່ນດິນຂອງຕົນ, ແລະ ໄປຫາບ້ານເຮືອນຂອງຕົນ, ໄປຫາເມຍຂອງຕົນ, ແລະ ໄປຫາລູກຂອງຕົນ.
2 ບັດນີ້ຜູ້ຍິງກັບເດັກນ້ອຍຫລາຍຄົນໄດ້ຖືກຂ້າຕາຍດ້ວຍດາບ, ແລະ ຝູງສັດລ້ຽງຂອງພວກເຂົາ ແລະ ຝູງສັດໃຊ້ແຮງງານຂອງພວກເຂົານຳອີກ; ແລະ ເຄື່ອງປູກຂອງຝັງໃນທົ່ງເປັນຈຳນວນຫລວງຫລາຍໄດ້ຖືກທຳລາຍຄືກັນ, ເພາະຖືກຜູ້ຄົນເປັນຈຳນວນຫລວງຫລາຍຢຽບຍ່ຳ.
3 ແລະ ບັດນີ້ຊາວເລມັນກັບຊາວອາມລິໄຊຫລາຍຕໍ່ຫລາຍຄົນທີ່ຖືກຂ້າຕາຍຢູ່ແຄມແມ່ນ້ຳຊີໂດນນັ້ນໄດ້ຖືກໂຍນລົງໃນ ນ້ຳຊີໂດນ; ແລະ ຈົ່ງເບິ່ງ ກະດູກຂອງພວກເຂົາຖືກຝັງຢູ່ໃນຄວາມເລິກຂອງ ທະເລ, ແລະ ມັນມີຢູ່ຢ່າງຫລວງຫລາຍ.
4 ແລະ ຊາວອາມລິໄຊມີຄວາມແຕກຕ່າງຈາກຊາວນີໄຟ, ເພາະພວກເຂົາເຮັດ ເຄື່ອງໝາຍສີແດງໄວ້ທີ່ໜ້າຜາກຂອງພວກເຂົາຕາມແບບຢ່າງຂອງຊາວເລມັນ; ເຖິງຢ່າງໃດກໍຕາມ ພວກເຂົາບໍ່ໄດ້ແຖຫົວຄືກັນກັບຊາວເລມັນ.
5 ບັດນີ້ຫົວຂອງຊາວເລມັນບໍ່ມີຜົມ; ແລະ ພວກເຂົາ ເປືອຍໂຕນອກຈາກມີແຕ່ແຜ່ນໜັງຄຽນແອວ, ແລະ ເຄື່ອງປ້ອງກັນຕົວເກາະຫຸ້ມຫໍ່ຕົວໄວ້, ແລະ ຖືຄັນທະນູຂອງພວກເຂົາ, ແລະ ລູກທະນູຂອງພວກເຂົາ, ແລະ ກ້ອນຫີນຂອງພວກເຂົາ, ແລະ ກະຖຸນຂອງພວກເຂົາ, ແລະ ອື່ນໆ.
6 ແລະ ຜິວໜັງຂອງຊາວເລມັນນັ້ນຄ້ຳ, ຊຶ່ງເປັນໄປຕາມເຄື່ອງໝາຍດັ່ງບັນພະບຸລຸດຂອງພວກເຂົາມີຕິດຕົວມາ, ເພາະມັນເປັນການ ສາບແຊ່ງໄວ້ຍ້ອນການລ່ວງລະເມີດຂອງພວກເຂົາ ແລະ ຍ້ອນການກະບົດຂອງພວກເຂົາຕໍ່ພີ່ນ້ອງຂອງພວກເຂົາເຊັ່ນ ນີໄຟ, ຢາໂຄບ, ແລະ ໂຢເຊັບ, ແລະ ແຊມ, ຜູ້ຊຶ່ງເປັນຄົນຊອບທຳ ແລະ ບໍລິສຸດ.
7 ແລະ ພີ່ນ້ອງຂອງພວກເຂົາພະຍາຍາມຈະທຳລາຍພວກເຂົາ, ສະນັ້ນ ພວກເຂົາຈຶ່ງຖືກສາບແຊ່ງ ແລະ ອົງພຣະຜູ້ເປັນເຈົ້າໄດ້ຕິດ ເຄື່ອງໝາຍໄວ້ກັບພວກເຂົາ, ແທ້ຈິງແລ້ວ, ໄວ້ກັບເລມັນ ແລະ ເລມູເອນ, ແລະ ພວກລູກຊາຍຂອງອິດຊະມາເອນ, ແລະ ພວກຜູ້ຍິງຊາວອິດຊະມາເອນນຳອີກ.
8 ແລະ ນີ້ເປັນໄປເພື່ອລູກຫລານຂອງພວກເຂົາຈະໄດ້ແຕກຕ່າງຈາກລູກຫລານຂອງພີ່ນ້ອງຂອງພວກເຂົາ, ເພື່ອແນວນີ້ອົງພຣະຜູ້ເປັນເຈົ້າຈະໄດ້ປົກປັກຮັກສາຜູ້ຄົນຂອງພຣະອົງ, ເພື່ອພວກເຂົາຈະບໍ່ ປະປົນ ແລະ ເຊື່ອຖືໃນ ຮີດຄອງປະເພນີອັນບໍ່ຖືກຕ້ອງ ຊຶ່ງຈະນຳຄວາມພິນາດມາສູ່ພວກເຂົາ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ປ່ອຍລູກຫລານຂອງຕົນໃຫ້ຮ່ວມສຳພັນກັບຊາວເລມັນ ພວກນັ້ນຈະໄດ້ນຳເອົາການສາບແຊ່ງແບບດຽວກັນມາສູ່ລູກຫລານຂອງຕົນ.
10 ສະນັ້ນ, ຜູ້ໃດກໍຕາມທີ່ຍອມຕົວໃຫ້ຊາວເລມັນຊັກນຳໄປ ພວກນັ້ນກໍຈະຖືກເອີ້ນຕາມພວກນັ້ນ, ແລະ ມີເຄື່ອງໝາຍຕິດຢູ່ກັບພວກເຂົາ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ບໍ່ຍອມເຊື່ອຖືໃນ ຮີດຄອງປະເພນີຂອງຊາວເລມັນ, ແຕ່ວ່າເຊື່ອຖືບັນທຶກເຫລົ່ານັ້ນ ຊຶ່ງຖືກນຳອອກຈາກແຜ່ນດິນເຢຣູຊາເລັມ, ແລະ ເຊື່ອຖືໃນຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາຊຶ່ງຖືກຕ້ອງ, ຜູ້ທີ່ເຊື່ອໃນພຣະບັນຍັດຂອງພຣະເຈົ້າ ແລະ ໄດ້ຮັກສາມັນ, ຖືກເອີ້ນວ່າ ຊາວນີໄຟ ຫລື ຜູ້ຄົນຂອງນີໄຟນັບແຕ່ເວລານັ້ນໄປ—
12 ແລະ ແມ່ນພວກເຂົາທີ່ໄດ້ຮັກສາບັນທຶກ ຊຶ່ງເປັນ ຄວາມຈິງຂອງຜູ້ຄົນຂອງພວກເຂົາ, ແລະ ຂອງຜູ້ຄົນຂອງຊາວເລມັນນຳອີກ.
13 ບັດນີ້ພວກເຮົາຈະກັບມາເວົ້າເຖິງຊາວອາມລິໄຊ, ເພາະວ່າພວກເຂົາມີ ເຄື່ອງໝາຍຕິດຢູ່ກັບຕົວ; ແທ້ຈິງແລ້ວ, ເປັນເຄື່ອງໝາຍສີແດງເທິງໜ້າຜາກຂອງພວກເຂົາ.
14 ພຣະຄຳຂອງພຣະເຈົ້າສຳເລັດແລ້ວ, ນີ້ຄືພຣະຄຳຊຶ່ງພຣະອົງໄດ້ກ່າວກັບນີໄຟວ່າ: ຈົ່ງເບິ່ງ, ເຮົາສາບແຊ່ງຊາວເລມັນໄວ້ແລ້ວ, ແລະ ເຮົາຈະຕິດເຄື່ອງໝາຍໄວ້ກັບພວກເຂົາເພື່ອພວກເຂົາກັບລູກຫລານຂອງພວກເຂົາຈະແຍກອອກຈາກເຈົ້າກັບລູກຫລານຂອງເຈົ້າ, ນັບແຕ່ເວລານີ້ເປັນຕົ້ນໄປ ແລະ ຕະຫລອດການ, ຖ້າຫາກພວກເຂົາບໍ່ກັບໃຈຈາກຄວາມຊົ່ວຮ້າຍຂອງພວກເຂົາ ແລະ ກັບມາຫາເຮົາເພື່ອເຮົາຈະມີຄວາມເມດຕາຕໍ່ພວກເຂົາ.
15 ແລະ ອີກຢ່າງໜຶ່ງ: ເຮົາຈະຕິດເຄື່ອງໝາຍໄວ້ກັບຜູ້ທີ່ປ່ອຍລູກຫລານຂອງຕົນໃຫ້ຮ່ວມສຳພັນກັບພີ່ນ້ອງຂອງເຈົ້າ ເພື່ອພວກເຂົາຈະໄດ້ຖືກສາບແຊ່ງນຳກັນ.
16 ແລະ ອີກຢ່າງໜຶ່ງ: ເຮົາຈະຕິດເຄື່ອງໝາຍໄວ້ກັບຜູ້ທີ່ຕໍ່ສູ້ກັບເຈົ້າ ແລະ ລູກຫລານຂອງເຈົ້າ.
17 ແລະ ອີກຢ່າງໜຶ່ງ, ເຮົາກ່າວວ່າ ຈະບໍ່ເອີ້ນຜູ້ທີ່ໜີໄປຈາກເຈົ້າວ່າເປັນລູກຫລານຂອງເຈົ້າອີກຕໍ່ໄປ; ແລະ ເຮົາຈະໃຫ້ພອນແກ່ເຈົ້າກັບຜູ້ທີ່ຖືກເອີ້ນວ່າເປັນລູກຫລານຂອງເຈົ້າ, ນັບແຕ່ເວລານີ້ເປັນຕົ້ນໄປ ແລະ ຕະຫລອດການ, ແລະ ນີ້ຄືຄຳສັນຍາຂອງພຣະຜູ້ເປັນເຈົ້າທີ່ປະທານໃຫ້ແກ່ນີໄຟກັບລູກຫລານຂອງເພິ່ນ.
18 ບັດນີ້ຊາວອາມລິໄຊບໍ່ຮູ້ຈັກເລີຍວ່າ ພວກເຂົາກຳລັງເຮັດໃຫ້ພຣະຄຳຂອງພຣະເຈົ້າສຳເລັດ ເມື່ອພວກເຂົາ ເລີ່ມເຮັດເຄື່ອງໝາຍໃຫ້ຕົນເອງໄວ້ເທິງໜ້າຜາກຂອງພວກເຂົາ; ເຖິງຢ່າງໃດກໍຕາມ ພວກເຂົາຍັງໄດ້ອອກມາໃນ ການກະບົດຕໍ່ພຣະເຈົ້າຢ່າງເປີດເຜີຍ; ສະນັ້ນ ມັນສົມຄວນແລ້ວທີ່ການສາບແຊ່ງຈະຕົກຢູ່ກັບພວກເຂົາ.
19 ບັດນີ້ຂ້າພະເຈົ້າຢາກໃຫ້ທ່ານເຫັນວ່າ ພວກເຂົານຳເອົາ ການສາບແຊ່ງມາສູ່ຕົວຂອງພວກເຂົາເອງ; ແລະ ຈົນກະທັ້ງທຸກໆຄົນທີ່ຖືກສາບແຊ່ງກໍຈະນຳເອົາການກ່າວໂທດມາສູ່ຕົນເອງ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ຕໍ່ມາອີກບໍ່ຫລາຍມື້ຫລັງຈາກການສູ້ຮົບໄດ້ເກີດຂຶ້ນ ໃນແຜ່ນດິນເຊຣາເຮັມລາ, ໂດຍຊາວເລມັນ ແລະ ຊາວອາມລິໄຊ, ໄດ້ມີກອງທັບອີກກອງໜຶ່ງຂອງຊາວເລມັນຍົກມາໂຈມຕີຜູ້ຄົນຂອງນີໄຟ, ໃນບ່ອນ ດຽວກັນກັບບ່ອນກອງທັບທຳອິດຂອງພວກເຂົາພົບກັບຊາວອາມລິໄຊນັ້ນ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ມີກອງທັບກອງໜຶ່ງໄດ້ຖືກສົ່ງອອກໄປເພື່ອຂັບໄລ່ກອງທັບພວກເຂົາອອກຈາກແຜ່ນດິນຂອງພວກເຂົາ.
22 ບັດນີ້ຕົວແອວມາເອງໂດຍທີ່ເປັນທຸກນຳການໄດ້ຮັບ ບາດເຈັບ ຈຶ່ງບໍ່ໄດ້ອອກໄປສູ້ຮົບກັບຊາວເລມັນໃນເທື່ອນີ້;
23 ແຕ່ເພິ່ນໄດ້ສົ່ງກອງທັບໃຫຍ່ອອກໄປຕໍ່ສູ້ກັບພວກເຂົາ; ແລະ ກອງທັບຂອງເພິ່ນໄດ້ໄປຂ້າຊາວເລມັນເປັນຈຳນວນຫລວງຫລາຍ, ແລະ ໄດ້ຂັບໄລ່ພວກທີ່ເຫລືອຕາຍອອກໄປຈາກຊາຍແດນຂອງແຜ່ນດິນຂອງພວກເຂົາ.
24 ແລ້ວກອງທັບຂອງພວກນີ້ກໍໄດ້ກັບຄືນມາ ແລະ ເລີ່ມສະຖາປະນາສັນຕິສຸກຂຶ້ນໃນແຜ່ນດິນ, ໂດຍບໍ່ມີສັດຕູມາລົບກວນອີກຕໍ່ໄປຊົ່ວໄລຍະໜຶ່ງ.
25 ບັດນີ້ສິ່ງທັງໝົດນີ້ຜ່ານໄປ, ແທ້ຈິງແລ້ວ, ສົງຄາມ ແລະ ການຂັດແຍ້ງກັນເລີ່ມຂຶ້ນ ແລະ ສິ້ນສຸດລົງໃນປີທີຫ້າແຫ່ງການປົກຄອງຂອງຜູ້ຕັດສິນ.
26 ແລະ ພາຍໃນໜຶ່ງປີ ຄົນເປັນພັນໆ ແລະ ເປັນໝື່ນໆໄດ້ຖືກສົ່ງໄປສູ່ໂລກຊົ່ວນິລັນດອນ ເພື່ອພວກເຂົາຈະໄດ້ຮັບ ລາງວັນຂອງພວກເຂົາຕາມວຽກງານຂອງພວກເຂົາ ບໍ່ວ່າພວກເຂົາຈະດີ ຫລື ຈະຊົ່ວ, ເພື່ອເກັບກ່ຽວເອົາຄວາມຜາສຸກຊົ່ວນິລັນດອນ ຫລື ເກັບກ່ຽວເອົາຄວາມທຸກທໍລະມານຊົ່ວນິລັນດອນ, ອັນເປັນໄປຕາມວິນຍານຊຶ່ງພວກເຂົາໄດ້ເລືອກເຊື່ອຟັງ, ບໍ່ວ່າຈະເປັນວິນຍານດີ ຫລື ວິນຍານຊົ່ວ.
27 ເພາະທຸກຄົນຍ່ອມໄດ້ຮັບ ຄ່າຈ້າງຈາກຄົນຜູ້ທີ່ຕົນເລືອກ ເຊື່ອຟັງ, ແລະ ນີ້ເປັນໄປຕາມຄຳເວົ້າຂອງວິນຍານແຫ່ງການທຳນາຍ; ສະນັ້ນຂໍໃຫ້ເປັນໄປຕາມຄວາມຈິງ. ແລະ ປີທີຫ້າແຫ່ງການປົກຄອງຂອງຜູ້ຕັດສິນກໍໄດ້ສິ້ນສຸດລົງດັ່ງນີ້.