ພຣະ​ຄຳ​ພີ
ແອວ​ມາ 3


ບົດ​ທີ 3

ຊາວ​ອາມ​ລິ​ໄຊ​ມີ​ເຄື່ອງ​ໝາຍ​ຂອງ​ຕົນ​ເອງ​ຕາມ​ຄຳ​ທີ່​ໄດ້​ທຳ​ນາຍ​ໄວ້—ຊາວ​ເລ​ມັນ​ຖືກ​ສາບ​ແຊ່ງ​ເພາະ​ການ​ກະ​ບົດ​ຂອງ​ພວກ​ເຂົາ—ມະ​ນຸດ​ນຳ​ການ​ສາບ​ແຊ່ງ​ມາ​ສູ່​ຕົນ​ເອງ—ຊາວ​ນີ​ໄຟ​ຊະ​ນະ​ກອງ​ທັບ​ຂອງ​ຊາວ​ເລ​ມັນ​ອີກ​ກອງ​ທັບ​ໜຶ່ງ. ປະ​ມານ 87–86 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ນີ​ໄຟ​ຜູ້​ທີ່​ບໍ່​ໄດ້​ຖືກ ຂ້າ​ຕາຍ​ດ້ວຍ​ອາ​ວຸດ​ແຫ່ງ​ສົງ​ຄາມ, ຫລັງ​ຈາກ​ໄດ້​ຝັງ​ສົບ​ຜູ້​ທີ່​ຖືກ​ຂ້າ​ຕາຍ—ບັດ​ນີ້​ພວກ​ເຂົາ​ບໍ່​ໄດ້​ນັບ​ຈຳ​ນວນ​ຄົນ​ທີ່​ຖືກ​ຂ້າ​ຕາຍ, ເພາະ​ຄວາມ​ຫລວງ​ຫລາຍ​ຂອງ​ມັນ—ຫລັງ​ຈາກ​ພວກ​ເຂົາ​ໄດ້​ຝັງ​ສົບ​ຂອງ​ຜູ້​ຕາຍ​ຂອງ​ພວກ​ເຂົາ​ຮຽບ​ຮ້ອຍ​ແລ້ວ ທຸກ​ຄົນ​ກໍ​ໄດ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ຂອງ​ຕົນ, ແລະ ໄປ​ຫາ​ບ້ານ​ເຮືອນ​ຂອງ​ຕົນ, ໄປ​ຫາ​ເມຍ​ຂອງ​ຕົນ, ແລະ ໄປ​ຫາ​ລູກ​ຂອງ​ຕົນ.

2 ບັດ​ນີ້​ຜູ້​ຍິງ​ກັບ​ເດັກ​ນ້ອຍ​ຫລາຍ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ດ້ວຍ​ດາບ, ແລະ ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ ແລະ ຝູງ​ສັດ​ໃຊ້​ແຮງ​ງານ​ຂອງ​ພວກ​ເຂົາ​ນຳ​ອີກ; ແລະ ເຄື່ອງ​ປູກ​ຂອງ​ຝັງ​ໃນ​ທົ່ງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ຖືກ​ທຳ​ລາຍ​ຄື​ກັນ, ເພາະ​ຖືກ​ຜູ້​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ຢຽບ​ຍ່ຳ.

3 ແລະ ບັດ​ນີ້​ຊາວ​ເລ​ມັນ​ກັບ​ຊາວ​ອາມ​ລິ​ໄຊ​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຖືກ​ຂ້າ​ຕາຍ​ຢູ່​ແຄມ​ແມ່​ນ້ຳ​ຊີ​ໂດນ​ນັ້ນ​ໄດ້​ຖືກ​ໂຍນ​ລົງ​ໃນ ນ້ຳ​ຊີ​ໂດນ; ແລະ ຈົ່ງ​ເບິ່ງ ກະ​ດູກ​ຂອງ​ພວກ​ເຂົາ​ຖືກ​ຝັງ​ຢູ່​ໃນ​ຄວາມ​ເລິກ​ຂອງ ທະ​ເລ, ແລະ ມັນ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ.

4 ແລະ ຊາວ​ອາມ​ລິ​ໄຊ​ມີ​ຄວາມ​ແຕກ​ຕ່າງ​ຈາກ​ຊາວ​ນີ​ໄຟ, ເພາະ​ພວກ​ເຂົາ​ເຮັດ ເຄື່ອງ​ໝາຍ​ສີ​ແດງ​ໄວ້​ທີ່​ໜ້າ​ຜາກ​ຂອງ​ພວກ​ເຂົາ​ຕາມ​ແບບ​ຢ່າງ​ຂອງ​ຊາວ​ເລ​ມັນ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ບໍ່​ໄດ້​ແຖ​ຫົວ​ຄື​ກັນ​ກັບ​ຊາວ​ເລ​ມັນ.

5 ບັດ​ນີ້​ຫົວ​ຂອງ​ຊາວ​ເລ​ມັນ​ບໍ່​ມີ​ຜົມ; ແລະ ພວກ​ເຂົາ ເປືອຍ​ໂຕ​ນອກ​ຈາກ​ມີ​ແຕ່​ແຜ່ນ​ໜັງ​ຄຽນ​ແອວ, ແລະ ເຄື່ອງ​ປ້ອງ​ກັນ​ຕົວ​ເກາະ​ຫຸ້ມ​ຫໍ່​ຕົວ​ໄວ້, ແລະ ຖື​ຄັນ​ທະ​ນູ​ຂອງ​ພວກ​ເຂົາ, ແລະ ລູກ​ທະ​ນູ​ຂອງ​ພວກ​ເຂົາ, ແລະ ກ້ອນ​ຫີນ​ຂອງ​ພວກ​ເຂົາ, ແລະ ກະ​ຖຸນ​ຂອງ​ພວກ​ເຂົາ, ແລະ ອື່ນໆ.

6 ແລະ ຜິວ​ໜັງ​ຂອງ​ຊາວ​ເລ​ມັນ​ນັ້ນ​ຄ້ຳ, ຊຶ່ງ​ເປັນ​ໄປ​ຕາມ​ເຄື່ອງ​ໝາຍ​ດັ່ງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ມີ​ຕິດ​ຕົວ​ມາ, ເພາະ​ມັນ​ເປັນ​ການ ສາບ​ແຊ່ງ​ໄວ້​ຍ້ອນ​ການ​ລ່ວງ​ລະ​ເມີດ​ຂອງ​ພວກ​ເຂົາ ແລະ ຍ້ອນ​ການ​ກະ​ບົດ​ຂອງ​ພວກ​ເຂົາ​ຕໍ່​ພີ່​ນ້ອງ​ຂອງ​ພວກ​ເຂົາ​ເຊັ່ນ ນີ​ໄຟ, ຢາ​ໂຄບ, ແລະ ໂຢ​ເຊັບ, ແລະ ແຊມ, ຜູ້​ຊຶ່ງ​ເປັນ​ຄົນ​ຊອບ​ທຳ ແລະ ບໍ​ລິ​ສຸດ.

7 ແລະ ພີ່​ນ້ອງ​ຂອງ​ພວກ​ເຂົາ​ພະ​ຍາ​ຍາມ​ຈະ​ທຳ​ລາຍ​ພວກ​ເຂົາ, ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ຖືກ​ສາບ​ແຊ່ງ ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕິດ ເຄື່ອງ​ໝາຍ​ໄວ້​ກັບ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ໄວ້​ກັບ​ເລ​ມັນ ແລະ ເລ​ມູ​ເອນ, ແລະ ພວກ​ລູກ​ຊາຍ​ຂອງ​ອິດ​ຊະ​ມາ​ເອນ, ແລະ ພວກ​ຜູ້​ຍິງ​ຊາວ​ອິດ​ຊະ​ມາ​ເອນ​ນຳ​ອີກ.

8 ແລະ ນີ້​ເປັນ​ໄປ​ເພື່ອ​ລູກ​ຫລານ​ຂອງ​ພວກ​ເຂົາ​ຈະ​ໄດ້​ແຕກ​ຕ່າງ​ຈາກ​ລູກ​ຫລານ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຂົາ, ເພື່ອ​ແນວ​ນີ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ປົກ​ປັກ​ຮັກ​ສາ​ຜູ້​ຄົນ​ຂອງ​ພຣະ​ອົງ, ເພື່ອ​ພວກ​ເຂົາ​ຈະ​ບໍ່ ປະ​ປົນ ແລະ ເຊື່ອ​ຖື​ໃນ ຮີດ​ຄອງ​ປະ​ເພ​ນີ​ອັນ​ບໍ່​ຖືກ​ຕ້ອງ ຊຶ່ງຈະ​ນຳ​ຄວາມ​ພິ​ນາດ​ມາສູ່​ພວກ​ເຂົາ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່​ປ່ອຍ​ລູກ​ຫລານ​ຂອງ​ຕົນ​ໃຫ້​ຮ່ວມ​ສຳ​ພັນ​ກັບ​ຊາວ​ເລ​ມັນ ພວກ​ນັ້ນ​ຈະ​ໄດ້​ນຳ​ເອົາ​ການ​ສາບ​ແຊ່ງ​ແບບ​ດຽວ​ກັນ​ມາ​ສູ່​ລູກ​ຫລານ​ຂອງ​ຕົນ.

10 ສະ​ນັ້ນ, ຜູ້​ໃດ​ກໍ​ຕາມ​ທີ່​ຍອມ​ຕົວ​ໃຫ້​ຊາວ​ເລ​ມັນ​ຊັກ​ນຳ​ໄປ ພວກ​ນັ້ນ​ກໍ​ຈະ​ຖືກ​ເອີ້ນ​ຕາມ​ພວກ​ນັ້ນ, ແລະ ມີ​ເຄື່ອງ​ໝາຍ​ຕິດ​ຢູ່​ກັບ​ພວກ​ເຂົາ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ຍອມ​ເຊື່ອ​ຖື​ໃນ ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ເລ​ມັນ, ແຕ່​ວ່າ​ເຊື່ອ​ຖື​ບັນ​ທຶກ​ເຫລົ່າ​ນັ້ນ ຊຶ່ງ​ຖືກ​ນຳ​ອອກ​ຈາກ​ແຜ່ນ​ດິນ​ເຢ​ຣູ​ຊາ​ເລັມ, ແລະ ເຊື່ອ​ຖື​ໃນ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ຊຶ່ງ​ຖືກ​ຕ້ອງ, ຜູ້​ທີ່​ເຊື່ອ​ໃນ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ໄດ້​ຮັກ​ສາ​ມັນ, ຖືກ​ເອີ້ນ​ວ່າ ຊາວ​ນີ​ໄຟ ຫລື ຜູ້​ຄົນ​ຂອງ​ນີ​ໄຟ​ນັບ​ແຕ່​ເວ​ລາ​ນັ້ນ​ໄປ—

12 ແລະ ແມ່ນ​ພວກ​ເຂົາ​ທີ່​ໄດ້​ຮັກ​ສາ​ບັນ​ທຶກ ຊຶ່ງ​ເປັນ ຄວາມ​ຈິງ​ຂອງ​ຜູ້​ຄົນ​ຂອງ​ພວກ​ເຂົາ, ແລະ ຂອງ​ຜູ້​ຄົນ​ຂອງ​ຊາວ​ເລ​ມັນ​ນຳ​ອີກ.

13 ບັດ​ນີ້ພວກ​ເຮົາ​ຈະ​ກັບ​ມາ​ເວົ້າ​ເຖິງ​ຊາວ​ອາມ​ລິ​ໄຊ, ເພາະ​ວ່າ​ພວກ​ເຂົາ​ມີ ເຄື່ອງໝາຍ​ຕິດ​ຢູ່​ກັບ​ຕົວ; ແທ້​ຈິງ​ແລ້ວ, ເປັນ​ເຄື່ອງ​ໝາຍ​ສີ​ແດງ​ເທິງ​ໜ້າ​ຜາກ​ຂອງ​ພວກ​ເຂົາ.

14 ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ສຳ​ເລັດ​ແລ້ວ, ນີ້​ຄື​ພຣະ​ຄຳ​ຊຶ່ງ​ພຣະ​ອົງ​ໄດ້​ກ່າວ​ກັບ​ນີ​ໄຟ​ວ່າ: ຈົ່ງ​ເບິ່ງ, ເຮົາ​ສາບ​ແຊ່ງ​ຊາວ​ເລ​ມັນ​ໄວ້​ແລ້ວ, ແລະ ເຮົາ​ຈະ​ຕິດ​ເຄື່ອງ​ໝາຍ​ໄວ້​ກັບ​ພວກ​ເຂົາ​ເພື່ອ​ພວກ​ເຂົາ​ກັບ​ລູກ​ຫລານ​ຂອງ​ພວກ​ເຂົາ​ຈະ​ແຍກ​ອອກ​ຈາກ​ເຈົ້າ​ກັບ​ລູກ​ຫລານ​ຂອງ​ເຈົ້າ, ນັບ​ແຕ່​ເວ​ລາ​ນີ້​ເປັນ​ຕົ້ນ​ໄປ ແລະ ຕະ​ຫລອດ​ການ, ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ແລະ ກັບ​ມາ​ຫາ​ເຮົາ​ເພື່ອ​ເຮົາ​ຈະ​ມີ​ຄວາມ​ເມດ​ຕາ​ຕໍ່​ພວກ​ເຂົາ.

15 ແລະ ອີກ​ຢ່າງ​ໜຶ່ງ: ເຮົາ​ຈະ​ຕິດ​ເຄື່ອງ​ໝາຍ​ໄວ້​ກັບ​ຜູ້​ທີ່​ປ່ອຍ​ລູກ​ຫລານ​ຂອງ​ຕົນ​ໃຫ້​ຮ່ວມ​ສຳ​ພັນ​ກັບ​ພີ່​ນ້ອງ​ຂອງ​ເຈົ້າ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຖືກ​ສາບ​ແຊ່ງ​ນຳ​ກັນ.

16 ແລະ ອີກ​ຢ່າງ​ໜຶ່ງ: ເຮົາ​ຈະ​ຕິດ​ເຄື່ອງ​ໝາຍ​ໄວ້​ກັບ​ຜູ້​ທີ່​ຕໍ່​ສູ້​ກັບ​ເຈົ້າ ແລະ ລູກ​ຫລານ​ຂອງ​ເຈົ້າ.

17 ແລະ ອີກ​ຢ່າງ​ໜຶ່ງ, ເຮົາ​ກ່າວ​ວ່າ ຈະ​ບໍ່​ເອີ້ນ​ຜູ້​ທີ່​ໜີ​ໄປ​ຈາກ​ເຈົ້າ​ວ່າ​ເປັນ​ລູກ​ຫລານ​ຂອງ​ເຈົ້າ​ອີກ​ຕໍ່​ໄປ; ແລະ ເຮົາ​ຈະ​ໃຫ້​ພອນ​ແກ່​ເຈົ້າ​ກັບ​ຜູ້​ທີ່​ຖືກ​ເອີ້ນ​ວ່າ​ເປັນ​ລູກ​ຫລານ​ຂອງ​ເຈົ້າ, ນັບ​ແຕ່​ເວ​ລາ​ນີ້​ເປັນ​ຕົ້ນ​ໄປ ແລະ ຕະ​ຫລອດ​ການ, ແລະ ນີ້​ຄື​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ປະ​ທານ​ໃຫ້​ແກ່​ນີ​ໄຟ​ກັບ​ລູກ​ຫລານ​ຂອງ​ເພິ່ນ.

18 ບັດ​ນີ້​ຊາວ​ອາມ​ລິ​ໄຊ​ບໍ່​ຮູ້​ຈັກ​ເລີຍ​ວ່າ ພວກ​ເຂົາ​ກຳ​ລັງ​ເຮັດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ສຳ​ເລັດ ເມື່ອ​ພວກ​ເຂົາ ເລີ່ມ​ເຮັດ​ເຄື່ອງ​ໝາຍ​ໃຫ້​ຕົນ​ເອງ​ໄວ້​ເທິງ​ໜ້າ​ຜາກ​ຂອງ​ພວກ​ເຂົາ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຍັງ​ໄດ້​ອອກ​ມາ​ໃນ ການ​ກະ​ບົດ​ຕໍ່​ພຣະ​ເຈົ້າ​ຢ່າງ​ເປີດ​ເຜີຍ; ສະ​ນັ້ນ ມັນ​ສົມ​ຄວນ​ແລ້ວ​ທີ່​ການ​ສາບ​ແຊ່ງ​ຈະ​ຕົກ​ຢູ່​ກັບ​ພວກ​ເຂົາ.

19 ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທ່ານ​ເຫັນ​ວ່າ ພວກ​ເຂົາ​ນຳ​ເອົາ ການ​ສາບ​ແຊ່ງ​ມາ​ສູ່​ຕົວ​ຂອງ​ພວກ​ເຂົາ​ເອງ; ແລະ ຈົນ​ກະ​ທັ້ງ​ທຸກໆ​ຄົນ​ທີ່​ຖືກ​ສາບ​ແຊ່ງ​ກໍ​ຈະ​ນຳ​ເອົາ​ການ​ກ່າວ​ໂທດ​ມາ​ສູ່​ຕົນ​ເອງ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຕໍ່​ມາ​ອີກ​ບໍ່​ຫລາຍ​ມື້​ຫລັງ​ຈາກ​ການ​ສູ້​ຮົບ​ໄດ້​ເກີດ​ຂຶ້ນ ໃນ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ, ໂດຍ​ຊາວ​ເລ​ມັນ ແລະ ຊາວ​ອາມ​ລິ​ໄຊ, ໄດ້​ມີ​ກອງ​ທັບ​ອີກ​ກອງ​ໜຶ່ງ​ຂອງ​ຊາວ​ເລ​ມັນ​ຍົກ​ມາ​ໂຈມ​ຕີ​ຜູ້​ຄົນ​ຂອງ​ນີ​ໄຟ, ໃນ​ບ່ອນ ດຽວ​ກັນ​ກັບ​ບ່ອນ​ກອງ​ທັບ​ທຳ​ອິດ​ຂອງ​ພວກ​ເຂົາ​ພົບ​ກັບ​ຊາວ​ອາມ​ລິ​ໄຊ​ນັ້ນ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນຄື ມີ​ກອງ​ທັບ​ກອງ​ໜຶ່ງ​ໄດ້​ຖືກ​ສົ່ງ​ອອກ​ໄປ​ເພື່ອ​ຂັບ​ໄລ່​ກອງ​ທັບ​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ພວກ​ເຂົາ.

22 ບັດ​ນີ້ຕົວ​ແອວ​ມາ​ເອງ​ໂດຍ​ທີ່​ເປັນ​ທຸກ​ນຳ​ການ​ໄດ້​ຮັບ ບາດ​ເຈັບ ຈຶ່ງ​ບໍ່​ໄດ້​ອອກ​ໄປສູ້​ຮົບ​ກັບ​ຊາວ​ເລ​ມັນ​ໃນ​ເທື່ອ​ນີ້;

23 ແຕ່​ເພິ່ນ​ໄດ້​ສົ່ງ​ກອງ​ທັບ​ໃຫຍ່​ອອກ​ໄປ​ຕໍ່​ສູ້​ກັບ​ພວກ​ເຂົາ; ແລະ ກອງ​ທັບ​ຂອງ​ເພິ່ນ​ໄດ້​ໄປ​ຂ້າ​ຊາວ​ເລ​ມັນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ແລະ ໄດ້​ຂັບ​ໄລ່​ພວກ​ທີ່​ເຫລືອ​ຕາຍ​ອອກ​ໄປ​ຈາກ​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ຂອງ​ພວກ​ເຂົາ.

24 ແລ້ວ​ກອງ​ທັບ​ຂອງ​ພວກ​ນີ້​ກໍ​ໄດ້​ກັບ​ຄືນ​ມາ ແລະ ເລີ່ມ​ສະ​ຖາ​ປະ​ນາ​ສັນ​ຕິ​ສຸກ​ຂຶ້ນ​ໃນ​ແຜ່ນ​ດິນ, ໂດຍ​ບໍ່​ມີ​ສັດ​ຕູ​ມາ​ລົບ​ກວນ​ອີກ​ຕໍ່​ໄປ​ຊົ່ວ​ໄລ​ຍະ​ໜຶ່ງ.

25 ບັດ​ນີ້​ສິ່ງ​ທັງ​ໝົດ​ນີ້​ຜ່ານ​ໄປ, ແທ້​ຈິງ​ແລ້ວ, ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ກັນ​ເລີ່ມ​ຂຶ້ນ ແລະ ສິ້ນ​ສຸດ​ລົງ​ໃນ​ປີ​ທີ​ຫ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ.

26 ແລະ ພາຍ​ໃນ​ໜຶ່ງ​ປີ ຄົນ​ເປັນ​ພັນໆ ແລະ ເປັນ​ໝື່ນໆ​ໄດ້​ຖືກ​ສົ່ງ​ໄປ​ສູ່​ໂລກ​ຊົ່ວ​ນິ​ລັນ​ດອນ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ ລາງວັນ​ຂອງ​ພວກ​ເຂົາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ ບໍ່​ວ່າ​ພວກ​ເຂົາ​ຈະ​ດີ ຫລື ຈະ​ຊົ່ວ, ເພື່ອ​ເກັບ​ກ່ຽວ​ເອົາ​ຄວາມ​ຜາ​ສຸກ​ຊົ່ວ​ນິ​ລັນ​ດອນ ຫລື ເກັບ​ກ່ຽວ​ເອົາ​ຄວາມ​ທຸກ​ທໍ​ລະ​ມານ​ຊົ່ວ​ນິ​ລັນ​ດອນ, ອັນ​ເປັນ​ໄປ​ຕາມ​ວິນ​ຍານ​ຊຶ່ງ​ພວກ​ເຂົາ​ໄດ້​ເລືອກ​ເຊື່ອ​ຟັງ, ບໍ່​ວ່າ​ຈະ​ເປັນ​ວິນ​ຍານ​ດີ ຫລື ວິນ​ຍານ​ຊົ່ວ.

27 ເພາະ​ທຸກ​ຄົນ​ຍ່ອມ​ໄດ້​ຮັບ ຄ່າ​ຈ້າງ​ຈາກ​ຄົນ​ຜູ້​ທີ່​ຕົນ​ເລືອກ ເຊື່ອ​ຟັງ, ແລະ ນີ້​ເປັນ​ໄປ​ຕາມ​ຄຳ​ເວົ້າ​ຂອງ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ; ສະ​ນັ້ນ​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ຈິງ. ແລະ ປີ​ທີ​ຫ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ກໍ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.