ບົດທີ 44
ໂມໂຣໄນອອກຄຳສັ່ງໃຫ້ຊາວເລມັນເຮັດຄຳໝັ້ນສັນຍາແຫ່ງສັນຕິພາບ ຖ້າບໍ່ດັ່ງນັ້ນພວກເຂົາຈະຖືກທຳລາຍ—ເຊຣາເຮັມນາປະຕິເສດຂໍ້ສະເໜີນັ້ນ, ແລະ ການສູ້ຮົບເລີ່ມຕົ້ນອີກ—ກອງທັບຂອງໂມໂຣໄນຊະນະຊາວເລມັນ. ປະມານ 74–73 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຢຸດ ແລະ ຖອຍອອກຫ່າງຈາກພວກເຂົາ. ແລະ ໂມໂຣໄນໄດ້ເວົ້າກັບເຊຣາເຮັມນາວ່າ: ຈົ່ງເບິ່ງ, ເຊຣາເຮັມນາ, ຂ້າພະເຈົ້າ ບໍ່ແມ່ນຄົນກະຫາຍເລືອດ. ທ່ານຢູ່ໃນກຳມືຂອງຂ້າພະເຈົ້າແລ້ວ, ແຕ່ວ່າຂ້າພະເຈົ້າບໍ່ປາດຖະໜາທີ່ຈະຂ້າທ່ານ.
2 ຈົ່ງເບິ່ງ, ພວກເຮົາບໍ່ໄດ້ອອກມາສູ້ຮົບກັບທ່ານ ເພື່ອຈະເຮັດໃຫ້ທ່ານເລືອດຕົກຢາງອອກໂດຍຫວັງອຳນາດ; ທັງພວກເຮົາບໍ່ປາດຖະໜາຈະເອົາໃຜມາສູ່ແອກແຫ່ງຄວາມເປັນທາດ. ແຕ່ນີ້ຄືສາເຫດອັນແທ້ຈິງທີ່ທ່ານມາສູ້ຮົບກັບພວກເຮົາ; ແທ້ຈິງແລ້ວ, ທ່ານຄຽດແຄ້ນໃຫ້ພວກເຮົາເພາະສາດສະໜາຂອງພວກເຮົາ.
3 ແຕ່ບັດນີ້, ທ່ານເຫັນແລ້ວວ່າ ພຣະຜູ້ເປັນເຈົ້າສະຖິດຢູ່ກັບພວກເຮົາ ແລະ ທ່ານເຫັນແລ້ວວ່າພຣະອົງສົ່ງຕົວທ່ານມາຢູ່ໃນກຳມືຂອງພວກເຮົາ. ແລະ ບັດນີ້ຂ້າພະເຈົ້າຢາກໃຫ້ທ່ານເຂົ້າໃຈວ່າ ມັນເປັນໄປແນວນີ້ກັບພວກເຮົາ ເພາະສາດສະໜາ ແລະ ສັດທາຂອງພວກເຮົາໃນພຣະຄຣິດ. ແລະ ບັດນີ້ທ່ານເຫັນແລ້ວວ່າ ທ່ານທຳລາຍສັດທາຂອງພວກເຮົາບໍ່ໄດ້.
4 ບັດນີ້ທ່ານເຫັນແລ້ວວ່າ ນີ້ຄືສັດທາທີ່ແທ້ຈິງຂອງພວກເຮົາທີ່ມີຕໍ່ພຣະເຈົ້າ; ແທ້ຈິງແລ້ວ, ທ່ານເຫັນວ່າພຣະເຈົ້າອູ້ມຊູ ແລະ ປົກປັກຮັກສາ ແລະ ປ້ອງກັນພວກເຮົາ, ຕາບໃດທີ່ພວກເຮົາຊື່ສັດຕໍ່ພຣະອົງ, ຕໍ່ສັດທາຂອງພວກເຮົາ, ແລະ ຕໍ່ສາດສະໜາຂອງພວກເຮົາ; ພຣະຜູ້ເປັນເຈົ້າຈະບໍ່ຍອມໃຫ້ພວກເຮົາຖືກທຳລາຍເລີຍ ຖ້າຫາກພວກເຮົາບໍ່ໄດ້ຕົກໄປສູ່ການລ່ວງລະເມີດ ແລະ ປະຕິເສດສັດທາຂອງພວກເຮົາ.
5 ແລະ ບັດນີ້, ເຊຣາເຮັມນາ, ຂ້າພະເຈົ້າບັນຊາທ່ານ, ໃນພຣະນາມຂອງພຣະເຈົ້າຜູ້ມີອຳນາດທັງປວງອົງນັ້ນ, ຜູ້ໃຫ້ກຳລັງແກ່ແຂນຂອງພວກເຮົາ ຈົນວ່າພວກເຮົາມີອຳນາດເກີນກວ່າທ່ານ, ດ້ວຍສັດທາຂອງພວກເຮົາ, ດ້ວຍສາດສະໜາຂອງພວກເຮົາ, ແລະ ດ້ວຍ ພິທີການແຫ່ງການນະມັດສະການຂອງພວກເຮົາ, ແລະ ດ້ວຍສາດສະໜາຈັກຂອງພວກເຮົາ, ແລະ ດ້ວຍຄວາມຊ່ວຍເຫລືອອັນສັກສິດທີ່ພວກເຮົາໄດ້ເປັນໜີ້ເມຍຂອງພວກເຮົາ ແລະ ລູກຂອງພວກເຮົາ, ດ້ວຍ ເສລີພາບ ຊຶ່ງຜູກມັດພວກເຮົາໄວ້ກັບແຜ່ນດິນຂອງພວກເຮົາ ແລະ ປະເທດຊາດຂອງພວກເຮົາ; ແທ້ຈິງແລ້ວ, ແລະ ດ້ວຍການຮັກສາພຣະຄຳອັນສັກສິດຂອງພຣະເຈົ້າ, ຊຶ່ງພວກເຮົາໄດ້ເປັນໜີ້ຢູ່ສຳລັບຄວາມຜາສຸກຂອງພວກເຮົານີ້; ແລະ ທຸກສິ່ງທຸກຢ່າງເປັນທີ່ຮັກຫອມທີ່ສຸດຂອງພວກເຮົາ—
6 ແທ້ຈິງແລ້ວ, ນີ້ຍັງບໍ່ໝົດ; ເພື່ອເຫັນແກ່ຊີວິດຂອງທ່ານ, ຂ້າພະເຈົ້າຈຶ່ງບັນຊາທ່ານໃຫ້ມອບອາວຸດແຫ່ງສົງຄາມຂອງທ່ານທັງໝົດໃຫ້ຂ້າພະເຈົ້າເສຍ, ແລ້ວຂ້າພະເຈົ້າຈະບໍ່ພະຍາຍາມເອົາຊີວິດຂອງທ່ານ, ແຕ່ຈະໄວ້ຊີວິດຂອງທ່ານ, ຖ້າຫາກທ່ານຈະໄປຕາມເສັ້ນທາງຂອງທ່ານ ແລະ ບໍ່ກັບມາເຮັດສົງຄາມກັບພວກເຮົາອີກ.
7 ແລະ ບັດນີ້, ຖ້າທ່ານບໍ່ເຮັດຕາມ, ຈົ່ງເບິ່ງ, ທ່ານຢູ່ໃນກຳມືຂອງພວກເຮົາ, ແລະ ຂ້າພະເຈົ້າຈະສັ່ງໃຫ້ຄົນຂອງຂ້າພະເຈົ້າເຂົ້າໂຈມຕີທ່ານ, ແລະ ເຮັດໃຫ້ຮ່າງກາຍຂອງທ່ານໄດ້ຮັບບາດເຈັບຢ່າງສາຫັດ, ເພື່ອທ່ານຈະໄດ້ໝົດສິ້ນໄປ; ແລະ ເວລານັ້ນ ພວກເຮົາຈະໄດ້ເຫັນວ່າຜູ້ໃດມີອຳນາດເໜືອກວ່າຜູ້ຄົນພວກນີ້; ແທ້ຈິງແລ້ວ, ພວກເຮົາຈະໄດ້ເຫັນວ່າຜູ້ໃດຖືກນຳເອົາໄປສູ່ຄວາມເປັນທາດ.
8 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອເຊຣາເຮັມນາໄດ້ຍິນຂໍ້ຄວາມນີ້ແລ້ວ ລາວໄດ້ອອກມາ ແລະ ໄດ້ມອບຫອກ ແລະ ດາບ, ແລະ ຄັນທະນູໃສ່ມືໂມໂຣໄນ, ແລະ ເວົ້າກັບເພິ່ນວ່າ: ຈົ່ງເບິ່ງ, ນີ້ຄືອາວຸດແຫ່ງສົງຄາມຂອງພວກເຮົາ, ແລະ ພວກເຮົາຈະມອບມັນໃຫ້ແກ່ທ່ານ, ແຕ່ວ່າພວກເຮົາຈະບໍ່ຍອມຕົວເຮັດ ຄຳສາບານຕໍ່ທ່ານ, ເພາະພວກເຮົາຮູ້ຈັກວ່າພວກເຮົາ ແລະ ລູກຫລານຂອງພວກເຮົາຈະລ່ວງລະເມີດມັນ; ແຕ່ຈົ່ງຮັບເອົາອາວຸດແຫ່ງສົງຄາມຂອງພວກເຮົາໄວ້ສາ, ແລະ ປ່ອຍໃຫ້ພວກເຮົາເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເສຍ; ຖ້າບໍ່ດັ່ງນັ້ນ ພວກເຮົາຈະຮັກສາອາວຸດຂອງພວກເຮົາໄວ້, ເຖິງແມ່ນວ່າພວກເຮົາຈະຕາຍ ຫລື ຊະນະກໍຕາມ.
9 ຈົ່ງເບິ່ງ, ພວກເຮົາບໍ່ໄດ້ຢູ່ໃນສັດທາອັນດຽວກັນກັບທ່ານ; ພວກເຮົາບໍ່ເຊື່ອວ່າພຣະເຈົ້າໄດ້ສົ່ງພວກເຮົາໃຫ້ມາຢູ່ໃນກຳມືຂອງທ່ານ; ແຕ່ພວກເຮົາເຊື່ອວ່າມັນເປັນຍ້ອນເລ່ຫລ່ຽມຂອງທ່ານທີ່ໄດ້ປົກປ້ອງຕົວເອງໃຫ້ພົ້ນຈາກດາບຂອງພວກເຮົາ. ຈົ່ງເບິ່ງ, ມັນເປັນຍ້ອນ ແຜ່ນປົກເອິກ ແລະ ໂລ່ທີ່ປົກປ້ອງທ່ານໄວ້.
10 ແລະ ບັດນີ້ເວລາເຊຣາເຮັມນາໄດ້ເວົ້າຈົບແລ້ວ, ໂມໂຣໄນກໍສົ່ງດາບ ແລະ ອາວຸດແຫ່ງສົງຄາມຄືນໃຫ້ເຊຣາເຮັມນາ, ຊຶ່ງລາວໄດ້ຮັບເອົາຄືນ, ກ່າວວ່າ: ຈົ່ງເບິ່ງ ພວກເຮົາຈະຢຸດການຕໍ່ສູ້.
11 ບັດນີ້ຂ້າພະເຈົ້າຈະເອົາຄວາມເວົ້າທີ່ເວົ້າໄປແລ້ວຄືນບໍ່ໄດ້, ສະນັ້ນ ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່, ທ່ານຈະອອກໄປບໍ່ໄດ້ ເວັ້ນເສຍແຕ່ທ່ານຈະອອກໄປພ້ອມກັບຄຳສາບານວ່າ ທ່ານຈະບໍ່ກັບມາກໍ່ສົງຄາມກັບພວກເຮົາອີກ. ບັດນີ້ທ່ານຢູ່ໃນກຳມືຂອງພວກເຮົາແລ້ວ ແລະ ພວກເຮົາຈະເຮັດໃຫ້ເລືອດຂອງທ່ານຕົກລົງສູ່ພື້ນດິນເວລາໃດກໍໄດ້, ບໍ່ດັ່ງນັ້ນທ່ານຈົ່ງຍອມຮັບເອົາເງື່ອນໄຂຊຶ່ງຂ້າພະເຈົ້າໄດ້ສະເໜີມານັ້ນ.
12 ແລະ ບັດນີ້ເມື່ອໂມໂຣໄນກ່າວຂໍ້ຄວາມນີ້ແລ້ວ, ເຊຣາເຮັມນາກໍຈັບເອົາດາບຂອງລາວໄວ້, ຍ້ອນຄວາມຄຽດແຄ້ນໃຫ້ໂມໂຣໄນຫລາຍ, ແລະ ລາວໄດ້ແລ່ນມາໃສ່ເພື່ອຈະໄດ້ຂ້າໂມໂຣໄນ; ແຕ່ເວລາລາວກຳລັງຍົກດາບຂຶ້ນນັ້ນ, ຈົ່ງເບິ່ງ, ທະຫານຜູ້ໜຶ່ງຂອງໂມໂຣໄນໄດ້ຟັນມັນຈົນຕົກລົງຢູ່ພື້ນດິນ ແລະ ມັນຫັກຢູ່ໃກ້ດ້າມ; ແລະ ລາວໄດ້ຟັນເຊຣາເຮັມນາອີກ ຄືລາວໄດ້ຕັດໜັງຫົວຂອງລາວ ແລະ ມັນໄດ້ຕົກລົງຢູ່ພື້ນດິນ. ແລະ ເຊຣາເຮັມນາຈຶ່ງຖອຍໜີໄປຕໍ່ໜ້າພວກເຂົາເຂົ້າໄປຢູ່ໃນທ່າມກາງກອງທະຫານຂອງຕົນ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ທະຫານຜູ້ທີ່ຢືນຢູ່ຂ້າງ, ຊຶ່ງເປັນຜູ້ຕັດໜັງຫົວຂອງເຊຣາເຮັມນາອອກ, ໄດ້ຈັບເອົາໜັງຫົວຂຶ້ນຈາກພື້ນດິນໂດຍຈັບເສັ້ນຜົມ, ແລະ ສຽບມັນໄວ້ທີ່ປາຍດາບ ແລະ ເດ່ມັນອອກໄປຫາພວກເລມັນ, ແລະ ຮ້ອງໃສ່ພວກເຂົາດ້ວຍສຽງອັນດັງວ່າ:
14 ໜັງຫົວຂອງຫົວໜ້າຂອງພວກທ່ານຕົກລົງພື້ນດິນແບບໃດ, ພວກທ່ານກໍຈະລົ້ມລົງກັບພື້ນດິນແບບນັ້ນ, ເວັ້ນເສຍແຕ່ພວກທ່ານຈະມອບອາວຸດແຫ່ງສົງຄາມຂອງພວກທ່ານໃຫ້ພວກເຮົາເສຍກ່ອນ ແລ້ວອອກໄປພ້ອມດ້ວຍພັນທະສັນຍາແຫ່ງສັນຕິພາບ.
15 ບັດນີ້ເມື່ອຊາວເລມັນໄດ້ຍິນຂໍ້ຄວາມນີ້ແລ້ວ ແລະ ໄດ້ເຫັນໜັງຫົວຢູ່ປາຍດາບ, ພວກເຂົາຫລາຍຄົນເກີດມີຄວາມຢ້ານກົວຂຶ້ນ; ແລະ ພວກເຂົາໄດ້ອອກມາ ແລະ ໂຍນອາວຸດແຫ່ງສົງຄາມໄວ້ທີ່ຕີນຂອງໂມໂຣໄນ, ແລະ ເຂົ້າມາເຮັດ ພັນທະສັນຍາແຫ່ງສັນຕິພາບ. ແລະ ຫລາຍຕໍ່ຫລາຍຄົນໄດ້ເຂົ້າມາເຮັດພັນທະສັນຍາ ແລະ ໄດ້ໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ.
16 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເຊຣາເຮັມນາກໍມີຄວາມຄຽດແຄ້ນຂຶ້ນຫລາຍກວ່າເກົ່າ, ແລະ ລາວໄດ້ຍຸຍົງໃຫ້ພວກທະຫານສ່ວນທີ່ເຫລືອຢູ່ຂອງລາວໃຫ້ມີຄວາມຄຽດແຄ້ນເພື່ອພວກເຂົາຈະໄດ້ຕໍ່ສູ້ຢ່າງຮຸນແຮງກັບຊາວນີໄຟອີກ.
17 ແລະ ບັດນີ້ໂມໂຣໄນມີຄວາມຄຽດແຄ້ນຫລາຍຂຶ້ນຍ້ອນຄວາມດື້ດ້ານຂອງຊາວເລມັນ; ສະນັ້ນເພິ່ນຈຶ່ງໄດ້ສັ່ງໃຫ້ກອງທັບຂອງເພິ່ນເຂົ້າໂຈມຕີ ແລະ ຂ້າພວກເຂົາເຫລົ່ານັ້ນຖິ້ມ. ແລະ ເຫດການໄດ້ບັງເກີດຂຶ້ນຄື ທະຫານຂອງໂມໂຣໄນໄດ້ເລີ່ມຂ້າພວກເຂົາ; ແທ້ຈິງແລ້ວ, ຊາວເລມັນກໍໄດ້ຕໍ່ສູ້ດ້ວຍດາບຢ່າງສຸດກຳລັງຂອງຕົນ.
18 ແຕ່ຈົ່ງເບິ່ງ, ເນື້ອໜັງຂອງພວກເຂົາເປືອຍເປົ່າ ແລະ ຫົວກໍບໍ່ມີສິ່ງປິດບັງ ຈຶ່ງໄດ້ເປີດປ່ອງໃຫ້ດາບອັນແຫລມຄົມຂອງຊາວນີໄຟ; ແທ້ຈິງແລ້ວ, ຈົ່ງເບິ່ງ ພວກເຂົາຖືກແທງ ແລະ ຖືກຟັນ, ແລະ ໄດ້ລົ້ມຕາຍຢ່າງວ່ອງໄວດ້ວຍດາບຂອງຊາວນີໄຟ ແລະ ພວກເຂົາເລີ່ມຖືກກວາດລົງດັ່ງທີ່ທະຫານຂອງໂມໂຣໄນທຳນາຍໄວ້.
19 ບັດນີ້ເມື່ອເຊຣາເຮັມນາເຫັນວ່າພວກຕົນເກືອບຈະຖືກຂ້າຕາຍໝົດແລ້ວ, ຈຶ່ງໄດ້ຮ້ອງອອກມາຢ່າງສຸດກຳລັງຕໍ່ໂມໂຣໄນ, ສັນຍາວ່າລາວ ແລະ ຜູ້ຄົນຂອງລາວຈະເຮັດພັນທະສັນຍາ, ຖ້າຫາກທາງຝ່າຍນີໄຟຈະໄວ້ຊີວິດຊາວເລມັນຜູ້ທີ່ຍັງເຫລືອຢູ່, ວ່າພວກເຂົາຈະບໍ່ມາກໍ່ສົງຄາມກັບຊາວນີໄຟ ອີກ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນໄດ້ສັ່ງໃຫ້ການຂ້າຟັນຢຸດລົງ. ແລະ ເພິ່ນໄດ້ຮັບເອົາອາວຸດແຫ່ງສົງຄາມຈາກຊາວເລມັນ; ແລະ ຫລັງຈາກພວກເຂົາເຂົ້າມາເຮັດ ພັນທະສັນຍາແຫ່ງສັນຕິພາບກັບເພິ່ນແລ້ວ ພວກເຂົາຈຶ່ງໄດ້ຮັບອະນຸຍາດໃຫ້ໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ.
21 ບັດນີ້ພວກເຮົາບໍ່ໄດ້ນັບຈຳນວນຄົນທີ່ຕາຍໄປ ຍ້ອນວ່າຄວາມຫລວງຫລາຍຂອງມັນ; ແທ້ຈິງແລ້ວ, ຈຳນວນຄົນຕາຍນັ້ນມີຫລາຍທີ່ສຸດ, ທັງຊາວນີໄຟ ແລະ ຊາວເລມັນ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວນີໄຟໄດ້ໂຍນຄົນຕາຍລົງໄປໃນນ້ຳຊີໂດນ, ແລະ ມັນໄດ້ໄຫລໄປ ແລະ ຖືກຝັງຢູ່ໃນຄວາມເລິກຂອງທະເລ.
23 ແລະ ກອງທັບຂອງຊາວນີໄຟ ຫລື ຂອງໂມໂຣໄນ, ໄດ້ກັບຄືນໄປຫາເຮືອນຊານຂອງພວກເຂົາ ແລະ ແຜ່ນດິນຂອງພວກເຂົາ.
24 ແລະ ປີທີສິບແປດແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້. ແລະ ບັນທຶກຂອງແອວມາຊຶ່ງມີຂຽນໄວ້ໃນແຜ່ນຈາລຶກຂອງນີໄຟກໍໄດ້ຈົບລົງດັ່ງນີ້.