ບົດທີ 47
ອະມາລີໄຄຢາໃຊ້ເລ່ຫລ່ຽມ, ຄາດຕະກຳ, ແລະ ກົນອຸບາຍເພື່ອຈະໄດ້ກາຍເປັນກະສັດຂອງຊາວເລມັນ—ຊາວນີໄຟຜູ້ທີ່ແຍກອອກໄປນັ້ນເປັນຄົນຊົ່ວ ແລະ ປ່າເຖື່ອນຫລາຍກວ່າຊາວເລມັນ. ປະມານ 72 ປີ ກ່ອນ ຄ.ສ.
1 ບັດນີ້ພວກເຮົາຈະບັນທຶກເລື່ອງລາວຂອງອະມາລີໄຄຢາ ແລະ ພວກທີ່ ໜີໄປໃນຖິ່ນແຫ້ງແລ້ງກັນດານກັບລາວ; ເພາະຈົ່ງເບິ່ງ, ລາວໄດ້ພາຄົນທີ່ໄປກັບລາວຂຶ້ນໄປຫາ ແຜ່ນດິນນີໄຟໃນບັນດາຊາວເລມັນ, ແລະ ຍຸຍົງຊາວເລມັນໃຫ້ຄຽດແຄ້ນໃຫ້ຜູ້ຄົນຂອງນີໄຟ, ເຖິງຂະໜາດທີ່ກະສັດຂອງຊາວເລມັນໄດ້ສົ່ງຂ່າວສານໄປທົ່ວແຜ່ນດິນຂອງຕົນ ໃນບັນດາຜູ້ຄົນທັງໝົດຂອງຕົນ ໃຫ້ພວກເຂົາຮວບຮວມກັນອີກເພື່ອໄປສູ້ຮົບກັບຊາວນີໄຟ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຄົນທັງຫລາຍໄດ້ເຫັນຂ່າວສານນັ້ນແລ້ວ ພວກເຂົາກໍມີຄວາມຢ້ານກົວຫລາຍທີ່ສຸດ; ແທ້ຈິງແລ້ວ, ພວກເຂົາຢ້ານວ່າກະສັດຈະບໍ່ພໍໃຈ, ແລະ ພວກເຂົາມີຄວາມຢ້ານກົວທີ່ຈະໄປສູ້ຮົບກັບຊາວນີໄຟນຳອີກເພາະຢ້ານວ່າຕົນເອງຈະຖືກຂ້າຕາຍ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາບໍ່ຍອມ, ຫລື ວ່າຄົນສ່ວນຫລາຍຂອງພວກເຂົາບໍ່ຍອມເຮັດຕາມຄຳສັ່ງຂອງກະສັດ.
3 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ກະສັດກໍໂມໂຫຮ້າຍຢ່າງໃຫຍ່ເພາະຜູ້ຄົນບໍ່ເຊື່ອຟັງຕົນ; ສະນັ້ນ ເພິ່ນຈຶ່ງມອບອຳນາດໃຫ້ອະມາລີໄຄຢາເປັນຜູ້ບັງຄັບບັນຊາກອງທັບສ່ວນທີ່ເຊື່ອຟັງຄຳສັ່ງຂອງຕົນ, ແລະ ສັ່ງໃຫ້ອະມາລີໄຄຢາອອກໄປບັງຄັບຜູ້ຄົນໃຫ້ຈັບອາວຸດ.
4 ບັດນີ້ຈົ່ງເບິ່ງ, ນີ້ເປັນຄວາມປາດຖະໜາຂອງອະມາລີໄຄຢາ; ເພາະລາວເປັນຄົນທີ່ມີກົນອຸບາຍທີ່ຈະເຮັດຄວາມຊົ່ວຢູ່ແລ້ວ ສະນັ້ນ ລາວຈຶ່ງໄດ້ວາງແຜນຢູ່ໃນໃຈວ່າ ລາວຈະໂຄ່ນລົ້ມກະສັດຂອງຊາວເລມັນອອກຈາກບັນລັງ.
5 ແລະ ບັດນີ້ອະມາລີໄຄຢາມີອຳນາດບັງຄັບບັນຊາຊາວເລມັນຜູ້ທີ່ສະໜັບສະໜູນກະສັດ; ແລະ ລາວພະຍາຍາມຈະໃຫ້ຄົນທີ່ບໍ່ເຊື່ອຟັງກະສັດນິຍົມຊົມຊອບລາວອີກ; ສະນັ້ນ ລາວຈຶ່ງໄດ້ອອກໄປຫາແຜ່ນດິນບ່ອນໜຶ່ງທີ່ມີຊື່ວ່າ ໂອໄນດາ, ເພາະວ່າແຜ່ນດິນນັ້ນເປັນບ່ອນທີ່ຊາວເລມັນທັງໝົດໜີໄປຢູ່; ເພາະພວກເຂົາຮູ້ຈັກວ່າກອງທັບຈະຍົກມາໂດຍຄິດວ່າກອງທັບຈະຍົກມາເພື່ອທຳລາຍພວກຕົນ, ສະນັ້ນ ພວກເຂົາຈຶ່ງໄດ້ອອກໄປຫາແຜ່ນດິນໂອໄນດາເພື່ອໄປຫາສາງອາວຸດ.
6 ແລະ ພວກເຂົາໄດ້ແຕ່ງຕັ້ງໃຫ້ຄົນຜູ້ໜຶ່ງເປັນກະສັດ ແລະ ເປັນຜູ້ນຳ ແລະ ປົກຄອງພວກເຂົາ, ເພາະພວກເຂົາໄດ້ຕັ້ງໃຈຢ່າງແນ່ວແນ່ວ່າ ພວກເຂົາຈະບໍ່ຍອມໃຫ້ຖືກບັງຄັບໃຫ້ໄປສູ້ຮົບກັບຊາວນີໄຟອີກ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ເຕົ້າໂຮມກັນຢູ່ເທິງຈອມພູທີ່ເອີ້ນວ່າ ອັນຕິປາ, ເພື່ອຕຽມສູ້ຮົບ.
8 ບັດນີ້ມັນບໍ່ແມ່ນເຈດຕະນາຂອງອະມາລີໄຄຢາທີ່ຈະໃຫ້ພວກເຂົາສູ້ຮົບກັນຕາມຄຳສັ່ງຂອງກະສັດ; ແຕ່ຈົ່ງເບິ່ງ, ເຈດຕະນາຂອງອະມາລີໄຄຢານັ້ນແມ່ນຈະພະຍາຍາມໃຫ້ກອງທັບເລມັນນິຍົມຊົມຊອບລາວ, ເພື່ອວ່າລາວຈະໄດ້ວາງຕົວເປັນຫົວໜ້າ ແລະ ໂຄ່ນລົ້ມກະສັດອອກຈາກບັນລັງ ແລະ ລາວເອງຈະໄດ້ຂຶ້ນເປັນກະສັດ ແລະ ຍຶດຄອງອານາຈັກ.
9 ແລະ ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ສັ່ງໃຫ້ກອງທັບຂອງລາວຕັ້ງຜ້າເຕັນຂຶ້ນຢູ່ໃນຮ່ອມພູໃກ້ກັບພູອັນຕິປາ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຕອນກາງຄືນອະມາລີໄຄຢາໄດ້ສົ່ງຜູ້ຕາງໜ້າຂຶ້ນໄປເທິງພູອັນຕິປາຢ່າງລັບໆ, ເພື່ອເຊື້ອເຊີນລີຮອນໄທ ຫົວໜ້າຂອງພວກທີ່ຢູ່ບ່ອນນັ້ນໃຫ້ລົງມາຕີນພູ ເພາະວ່າອະມາລີໄຄຢາປາດຖະໜາທີ່ຈະເວົ້າກັບລາວ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອລີຮອນໄທໄດ້ຮັບຂ່າວນີ້ ລາວກໍບໍ່ກ້າລົງມາຫາຕີນພູ. ແລະ ເຫດການໄດ້ບັງເກີດຂຶ້ນຄື ອະມາລີໄຄຢາໄດ້ສົ່ງຄົນໄປອີກເປັນເທື່ອທີສອງ ເພື່ອເຊື້ອເຊີນໃຫ້ລາວລົງມາ. ແລະ ເຫດການໄດ້ບັງເກີດຂຶ້ນຄື ລີຮອນໄທບໍ່ຍອມລົງມາອີກ ແລະ ອະມາລີໄຄຢາໄດ້ສົ່ງຄົນໄປອີກເປັນເທື່ອທີສາມ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອອະມາລີໄຄຢາເຫັນວ່າລາວບໍ່ສາມາດເຮັດໃຫ້ລີຮອນໄທລົງມາຈາກຈອມພູ, ລາວເອງຈຶ່ງໄດ້ຂຶ້ນໄປເທິງຈອມພູເກືອບຮອດຄ້າຍຂອງລີຮອນໄທ, ແລະ ລາວກໍໄດ້ສົ່ງຂ່າວໄປໃຫ້ລີຮອນໄທອີກເປັນເທື່ອທີສີ່ໂດຍປາດຖະໜາໃຫ້ລາວລົງມາ, ແລະ ໃຫ້ນຳເອົາທະຫານອາລັກຂາມານຳ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາທີ່ລີຮອນໄທລົງມາຫາອະມາລີໄຄຢາພ້ອມດ້ວຍທະຫານອາລັກຂາຂອງລາວ, ອະມາລີໄຄຢາຢາກໃຫ້ລາວກັບຄືນມາອີກກັບກອງທັບຂອງລາວໃນຕອນກາງຄືນ, ແລະ ມາລ້ອມຄົນທີ່ຢູ່ໃນຄ້າຍຂອງອະມາລີໄຄຢາ ຊຶ່ງກະສັດໄດ້ໃຫ້ລາວມີອຳນາດບັງຄັບບັນຊາພວກທະຫານເຫລົ່ານັ້ນ, ແລະ ວ່າລາວຈະມອບທະຫານເຫລົ່ານັ້ນໃຫ້ຢູ່ໃນກຳມືຂອງລີຮອນໄທ, ຖ້າຫາກລາວຈະໃຫ້ລາວ (ອະມາລີໄຄຢາ) ເປັນຜູ້ລອງຫົວໜ້າຄວບຄຸມກອງທັບທັງໝົດ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ລີຮອນໄທໄດ້ລົງມາພ້ອມດ້ວຍຄົນຂອງລາວ ແລະ ລ້ອມຄົນຂອງອະມາລີໄຄຢາໄວ້, ດັ່ງນັ້ນກ່ອນພວກເຂົາຈະຕື່ນນອນ ພວກເຂົາກໍຖືກກອງທັບຂອງລີຮອນໄທອ້ອມໄວ້ກ່ອນແລ້ວ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຄົນຂອງອະມາລີໄຄຢາເຫັນວ່າພວກຕົນຖືກປິດລ້ອມໄວ້, ພວກເຂົາຈຶ່ງໄດ້ອ້ອນວອນໃຫ້ອະມາລີໄຄຢາຍອມຕົວເຂົ້າຮ່ວມກັບພີ່ນ້ອງຂອງພວກເຂົາເສຍ, ເພື່ອພວກເຂົາຈະບໍ່ໄດ້ຖືກທຳລາຍ. ບັດນີ້ ນີ້ແຫລະ ຄືສິ່ງທີ່ອະມາລີໄຄຢາປາດຖະໜາ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ອະມາລີໄຄຢາໄດ້ມອບຄົນຂອງລາວ, ຊຶ່ງມັນເປັນ ປໍລະປັກຕໍ່ຄຳສັ່ງຂອງກະສັດ. ນີ້ເປັນສິ່ງທີ່ອະມາລີໄຄຢາປາດຖະໜາ, ເພື່ອລາວຈະໄດ້ສຳເລັດໃນແຜນການຂອງຕົນໃນການໂຄ່ນລົ້ມກະສັດອອກຈາກບັນລັງ.
17 ບັດນີ້ມັນເປັນທຳນຽມໃນບັນດາຊາວເລມັນທີ່ວ່າ, ຖ້າຫາກຜູ້ນຳຫົວໜ້າຂອງພວກເຂົາຖືກຂ້າຕາຍ, ພວກເຂົາກໍຕ້ອງແຕ່ງຕັ້ງໃຫ້ຜູ້ລອງຂຶ້ນເປັນຫົວໜ້າແທນ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ອະມາລີໄຄຢາໄດ້ໃຫ້ຂ້າໃຊ້ຜູ້ໜຶ່ງຂອງລາວວາງຢາພິດລີຮອນໄທ ເທື່ອລະເລັກເທື່ອລະໜ້ອຍຈົນວ່າລີຮອນໄທຕາຍໄປ.
19 ບັດນີ້, ເມື່ອລີຮອນໄທຕາຍໄປແລ້ວ, ຊາວເລມັນກໍໄດ້ແຕ່ງຕັ້ງໃຫ້ອະມາລີໄຄຢາເປັນຜູ້ນຳຂອງພວກເຂົາ ແລະ ເປັນຫົວໜ້າບັງຄັບບັນຊາຂອງພວກເຂົາ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ອະມາລີໄຄຢາໄດ້ອອກເດີນທາງໄປພ້ອມດ້ວຍກອງທັບຂອງລາວ (ເພາະວ່າລາວໄດ້ຮັບຄວາມສຳເລັດທຸກຢ່າງຕາມຄວາມປາດຖະໜາຂອງລາວແລ້ວ) ຫາແຜ່ນດິນນີໄຟ, ໂດຍມຸ້ງໜ້າເຂົ້າໄປຫາເມືອງນີໄຟ, ຊຶ່ງເປັນເມືອງຫລວງຂອງແຜ່ນດິນ.
21 ແລະ ກະສັດກໍໄດ້ອອກມາພົບອະມາລີໄຄຢາ ພ້ອມດ້ວຍອາລັກຂາຂອງເພິ່ນ, ເພາະຄິດວ່າອະມາລີໄຄຢາໄດ້ປະຕິບັດຕາມຄຳສັ່ງ, ແລະ ວ່າອະມາລີໄຄຢາໄດ້ເຕົ້າໂຮມກອງທັບໃຫຍ່ເພື່ອໄປສູ້ຮົບກັບຊາວນີໄຟ.
22 ແຕ່ຈົ່ງເບິ່ງ, ເວລາທີ່ກະສັດອອກມາພົບອະມາລີໄຄຢາ ລາວກໍໃຫ້ຂ້າໃຊ້ຂອງຕົນອອກໄປຕ້ອນຮັບກະສັດ. ແລະ ພວກເຂົາໄດ້ອອກໄປ ແລະ ກົ້ມຂາບລົງຢູ່ຕໍ່ໜ້າກະສັດ, ຄືກັບວ່າພວກເຂົາສະແດງຄວາມຄາລະວະເພາະຄວາມຍິ່ງໃຫຍ່ຂອງເພິ່ນ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດກໍໄດ້ເດ່ມືອອກໄປ ເພື່ອໃຫ້ພວກເຂົາລຸກຂຶ້ນ, ຕາມທຳນຽມຂອງຊາວເລມັນ, ດັ່ງທີ່ເປັນເຄື່ອງໝາຍແຫ່ງສັນຕິພາບ, ຊຶ່ງພວກເຂົາໄດ້ເອົາມາຈາກຊາວນີໄຟ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາເພິ່ນບອກໃຫ້ຂ້າໃຊ້ຂອງອະມາລີໄຄຢາຄົນທຳອິດລຸກຂຶ້ນຈາກພື້ນດິນ, ຈົ່ງເບິ່ງ ຄົນນັ້ນໄດ້ແທງກະສັດທະລຸຫົວໃຈ; ແລະ ເພິ່ນໄດ້ລົ້ມລົງຢູ່ກັບພື້ນດິນ.
25 ບັດນີ້ຂ້າໃຊ້ຂອງກະສັດໄດ້ແລ່ນໜີໄປ; ແລະ ຂ້າໃຊ້ຂອງອະມາລີໄຄຢາກໍສົ່ງສຽງຮ້ອງຂຶ້ນວ່າ:
26 ຈົ່ງເບິ່ງ, ຂ້າໃຊ້ຂອງກະສັດເອງແທງເພິ່ນຈົນທະລຸຫົວໃຈ, ແລະ ເພິ່ນໄດ້ລົ້ມລົງ ແລະ ພວກເຂົາໄດ້ໜີໄປແລ້ວ; ຈົ່ງເບິ່ງ, ໃຫ້ມາເບິ່ງໄວໆ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ອະມາລີໄຄຢາໄດ້ສັ່ງໃຫ້ກອງທັບຂອງລາວເຂົ້າມາເບິ່ງວ່າ ມັນມີອັນໃດເກີດຂຶ້ນກັບກະສັດ; ແລະ ເວລາພວກເຂົາມາເຖິງສະຖານທີ່ເກີດເຫດ ແລະ ເຫັນກະສັດນອນຈົມເລືອດຢູ່, ອະມາລີໄຄຢາກໍທຳທ່າໂມໂຫຮ້າຍຂຶ້ນ, ແລະ ກ່າວວ່າ: ຜູ້ໃດກໍຕາມທີ່ມີຄວາມຈົງຮັກພັກດີຕໍ່ກະສັດ ຈົ່ງອອກມາ, ແລະ ໄລ່ຕາມຂ້າໃຊ້ຂອງເພິ່ນໄປ ເພື່ອຈະໄດ້ຂ້າພວກເຂົາຖິ້ມເສຍ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອຜູ້ທີ່ມີຄວາມຈົງຮັກພັກດີຕໍ່ກະສັດໄດ້ຍິນຂໍ້ຄວາມນີ້ແລ້ວ, ກໍໄດ້ອອກມາ ແລະ ໄລ່ຕາມຂ້າໃຊ້ຂອງກະສັດໄປ.
29 ບັດນີ້ເວລາຂ້າໃຊ້ຂອງກະສັດເຫັນກອງທັບໄລ່ຕາມຕົນມາ, ພວກເຂົາກໍຕົກໃຈ ແລະ ໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ແລະ ຂ້າມໄປຫາແຜ່ນດິນເຊຣາເຮັມລາ ແລະ ເຂົ້າຮ່ວມກັບ ຜູ້ຄົນຂອງອຳໂມນ.
30 ແລະ ກອງທັບທີ່ໄລ່ຕາມພວກນັ້ນໄປໄດ້ກັບຄືນມາ, ເມື່ອບໍ່ໄດ້ຮັບຜົນໃນການໄລ່ຕາມ; ແລະ ດ້ວຍວ່າກົນອຸບາຍຂອງອະມາລີໄຄຢາ, ລາວຈຶ່ງຊະນະໃຈຂອງຜູ້ຄົນເຫລົ່ານັ້ນ.
31 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນມື້ຕໍ່ມາ ລາວໄດ້ຍົກເຂົ້າເມືອງນີໄຟພ້ອມດ້ວຍກອງທັບຂອງລາວ, ແລະ ເຂົ້າເປັນເຈົ້າຂອງເມືອງ.
32 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ລາຊີນີໄດ້ຍິນວ່າກະສັດຖືກຂ້າຕາຍ—ເພາະວ່າອະມາລີໄຄຢາໄດ້ສົ່ງນາຍທູດໄປຫາລາຊີນີແຈ້ງບອກວ່າ ກະສັດຖືກຂ້າໃຊ້ຂອງຕົນຂ້າຕາຍແລ້ວ, ແລະ ລາວໄດ້ໄລ່ຕາມພວກເຂົາໄປພ້ອມດ້ວຍກອງທັບ, ແຕ່ບໍ່ໄດ້ຮັບຜົນ, ແລະ ພວກເຂົາໄດ້ປົບໜີໄປໄດ້—
33 ສະນັ້ນ, ເມື່ອລາຊີນີໄດ້ຮັບຂ່າວນີ້ ນາງຈຶ່ງໄດ້ສົ່ງຄົນໄປຫາອະມາລີໄຄຢາ, ບໍ່ໃຫ້ລາວທຳຮ້າຍຜູ້ຄົນຜູ້ຢູ່ໃນເມືອງນີ້; ແລະ ນາງປາດຖະໜາໃຫ້ລາວເຂົ້າມາພົບນາງ; ແລະ ນາງປາດຖະໜາໃຫ້ລາວພາພະຍານມານຳ ເພື່ອຈະໄດ້ໃຫ້ຖ້ອຍຄຳກ່ຽວກັບການສິ້ນຊີວິດຂອງກະສັດ.
34 ແລະ ເຫດການໄດ້ບັງເກີດຂຶ້ນຄື ອະມາລີໄຄຢາໄດ້ນຳເອົາຂ້າໃຊ້ຜູ້ທີ່ຂ້າກະສັດ ແລະ ຄົນທັງໝົດທີ່ຢູ່ນຳລາວເຂົ້າໄປພົບກັບລາຊີນີໃນບ່ອນທີ່ນາງນັ່ງຢູ່; ແລະ ພວກເຂົາທຸກຄົນໄດ້ໃຫ້ຖ້ອຍຄຳແກ່ນາງວ່າກະສັດຖືກຂ້າໃຊ້ຂອງເພິ່ນເອງຂ້າຕາຍ; ແລະ ພວກເຂົາເວົ້າອີກວ່າ: ການທີ່ພວກເຂົາໜີໄປນີ້ ຍັງບໍ່ເປັນຫລັກຖານພຽງພໍທີ່ຈະກ່າວໂທດພວກເຂົາບໍ? ແລະ ພວກເຂົາເຮັດໃຫ້ລາຊີນີພໍໃຈໃນເຫດຜົນຂອງການຕາຍຂອງກະສັດດັ່ງນີ້.
35 ແລະ ເຫດການໄດ້ບັງເກີດຂຶ້ນຄື ອະມາລີໄຄຢາພະຍາຍາມສ້າງຕົນໃຫ້ເປັນທີ່ພໍໃຈຂອງລາຊີນີ ແລະ ເອົານາງມາເປັນພັນລະຍາຂອງຕົນ; ແລະ ດ້ວຍການຫລອກລວງ, ແລະ ດ້ວຍຄວາມຊ່ວຍເຫລືອຂອງຂ້າໃຊ້ທີ່ມີເລ່ຫລ່ຽມຂອງລາວ, ລາວຈຶ່ງໄດ້ອານາຈັກມາປົກຄອງ; ແທ້ຈິງແລ້ວ, ເປັນທີ່ຍອມຮັບວ່າລາວໄດ້ເປັນກະສັດປົກຄອງຕະຫລອດທົ່ວແຜ່ນດິນໃນບັນດາຜູ້ຄົນທັງໝົດຂອງຊາວເລມັນ, ຊຶ່ງ ປະກອບດ້ວຍຊາວເລມັນ ແລະ ຊາວເລມູເອນ ແລະ ຊາວອິດຊະມາເອນ, ແລະ ຊາວນີໄຟທີ່ແຍກອອກໄປທັງໝົດ, ນັບຕັ້ງແຕ່ການປົກຄອງຂອງນີໄຟຈົນເຖິງປະຈຸບັນນີ້.
36 ບັດນີ້ ພວກທີ່ແຍກອອກໄປນັ້ນເຄີຍໄດ້ຮັບການແນະນຳມາ ແລະ ມີຄວາມຮູ້ແບບດຽວກັນກັບຊາວນີໄຟ, ແທ້ຈິງແລ້ວ, ພວກເຂົາໄດ້ຮັບການແນະນຳມາໃນ ຄວາມຮູ້ແບບດຽວກັນ ກ່ຽວກັບພຣະຜູ້ເປັນເຈົ້າ, ເຖິງຢ່າງໃດກໍຕາມ, ມັນເປັນເລື່ອງແປກປະຫລາດທີ່ຈະເວົ້າວ່າ ຫລັງຈາກພວກເຂົາໄດ້ແຍກອອກໄປບໍ່ດົນເທົ່າໃດ, ພວກເຂົາກໍກາຍມາເປັນຄົນແຂງກະດ້າງຫລາຍຂຶ້ນ ແລະ ບໍ່ສຳນຶກຜິດ, ປ່າເຖື່ອນ, ຊົ່ວຮ້າຍ, ແລະ ໂຫດຮ້າຍຫລາຍກວ່າຊາວເລມັນອີກຊ້ຳ—ກິນດື່ມຢູ່ຕາມປະເພນີຂອງຊາວເລມັນ; ປ່ອຍຕົວໃຫ້ເປັນຄົນຂີ້ຄ້ານມັກງ່າຍ, ແລະ ມີກິເລດຕັນຫານາໆປະການ; ແທ້ຈິງແລ້ວ, ພວກເຂົາໄດ້ລືມພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາໝົດແລ້ວ.