ບົດທີ 50
ໂມໂຣໄນສ້າງປ້ອມຍາມປ້ອງກັນແຜ່ນດິນຂອງຊາວນີໄຟ—ພວກເຂົາໄດ້ສ້າງເມືອງໃໝ່ຂຶ້ນຫລາຍເມືອງ—ສົງຄາມ ແລະ ການທຳລາຍໄດ້ເກີດຂຶ້ນກັບຊາວນີໄຟໃນວັນເວລາຂອງຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງ—ໂມຣິອານທັນ ແລະ ຜູ້ທີ່ແຍກອອກໄປເຂົ້າຮ່ວມກັບລາວໄດ້ເສຍໄຊໃຫ້ທີອານຄຳ—ນີໄຟຮາໄດ້ສິ້ນຊີວິດໄປ, ແລະ ເພໂຮຣັນລູກຊາຍຂອງເພິ່ນໄດ້ຮັບຕຳແໜ່ງຂຶ້ນນັ່ງບັນລັງຕັດສິນແທນ. ປະມານ 72–67 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນບໍ່ໄດ້ຢຸດຢັ້ງການຕຽມສົງຄາມເພື່ອປ້ອງກັນຜູ້ຄົນຂອງເພິ່ນໃຫ້ພົ້ນຈາກຊາວເລມັນ, ເພາະເພິ່ນໄດ້ສັ່ງໃຫ້ກອງທັບຂອງເພິ່ນເລີ່ມເຮັດວຽກໃນຕົ້ນປີທີຊາວແຫ່ງການປົກຄອງຂອງຜູ້ຕັດສິນ, ຄືພວກທະຫານຄວນຂຸດດິນເຮັດເປັນຄັນຄູໄວ້ຮອບເມືອງຕະຫລອດທົ່ວແຜ່ນດິນທີ່ຊາວນີໄຟເປັນເຈົ້າຂອງ.
2 ແລະ ເທິງຄັນຄູເຫລົ່ານັ້ນ ເພິ່ນໄດ້ສັ່ງໃຫ້ປັກຫລັກໄມ້ຂຶ້ນ, ແທ້ຈິງແລ້ວ, ຫລັກໄມ້ເຫລົ່ານັ້ນໃຫ້ສູງເທົ່າກັບຄົນໄວ້ຮອບເມືອງ.
3 ແລະ ເພິ່ນສັ່ງວ່າ ພວກເຂົາຄວນເຮັດຂອບເປັນໄມ້ແຫລມປັກໄວ້ເທິງຫລັກໄມ້ເຫລົ່ານັ້ນ ແລະ ເຮັດໃຫ້ມັນສູງແຂງແກ່ນທີ່ສຸດ.
4 ແລະ ເພິ່ນໃຫ້ສ້າງຫໍສູງເພື່ອຈະໄດ້ຫລຽວເຫັນຂ້າມໄມ້ແຫລມເຫລົ່ານັ້ນໄດ້, ແລະ ເພິ່ນໃຫ້ສ້າງບ່ອນຫລົບໄພໄວ້ເທິງຫໍສູງເຫລົ່ານັ້ນ, ເພື່ອວ່າກ້ອນຫີນ ແລະ ລູກທະນູຂອງຊາວເລມັນຈະເຮັດອັນຕະລາຍໃຫ້ພວກເຂົາບໍ່ໄດ້.
5 ແລະ ພວກເຂົາກໍຕຽມພ້ອມທີ່ຈະແກວ່ງກ້ອນຫີນຈາກຫໍສູງນັ້ນຕາມຄວາມພໍໃຈ ແລະ ຕາມກຳລັງຂອງພວກເຂົາ, ເພື່ອຈະໄດ້ຂ້າຜູ້ທີ່ພະຍາຍາມເຂົ້າມາໃກ້ກຳແພງເມືອງ.
6 ໂມໂຣໄນໄດ້ຕຽມທີ່ໝັ້ນໄວ້ຮອບເມືອງທົ່ວແຜ່ນດິນຕາມນີ້ ເພື່ອຕ້ານທານການມາຮຸກຮານຂອງສັດຕູ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນໄດ້ສັ່ງໃຫ້ທະຫານຂອງເພິ່ນອອກໄປໃນຖິ່ນແຫ້ງແລ້ງກັນດານທາງຕາເວັນອອກ; ແທ້ຈິງແລ້ວ, ກອງທັບເຫລົ່ານີ້ໄດ້ອອກໄປຂັບໄລ່ຊາວເລມັນທັງໝົດທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານທາງຕາເວັນອອກໃຫ້ກັບໄປຫາແຜ່ນດິນຂອງພວກເຂົາເອງ, ຊຶ່ງຢູ່ທາງໃຕ້ຂອງແຜ່ນດິນເຊຣາເຮັມລາ.
8 ແລະ ແຜ່ນດິນນີໄຟໄດ້ຍາວຢຽດຊື່ໄປຈາກທະເລທາງຕາເວັນອອກເຖິງທາງຕາເວັນຕົກ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາໂມໂຣໄນໄດ້ຂັບໄລ່ຊາວເລມັນທັງໝົດອອກຈາກຖິ່ນແຫ້ງແລ້ງກັນດານທາງຕາເວັນອອກ ຊຶ່ງຢູ່ທາງເໜືອຂອງແຜ່ນດິນຕ່າງໆ ຊຶ່ງເປັນແຜ່ນດິນຂອງພວກເຂົາເອງແລ້ວ, ເພິ່ນໄດ້ໃຫ້ຜູ້ອາໄສທີ່ຢູ່ໃນແຜ່ນດິນເຊຣາເຮັມລາ ແລະ ທີ່ຢູ່ໃນແຜ່ນດິນອ້ອມແອ້ມນັ້ນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານທາງຕາເວັນອອກຈົນເຖິງຊາຍແດນໃກ້ຝັ່ງທະເລ ແລະ ເຂົ້າໄປເປັນເຈົ້າຂອງແຜ່ນດິນນັ້ນ.
10 ແລະ ເພິ່ນໄດ້ວາງກອງທັບໄວ້ທາງໃຕ້ໃນຊາຍແດນຂອງພວກເຂົານຳອີກ, ແລະ ໃຫ້ພວກເຂົາສ້າງ ບ່ອນປ້ອງກັນຂຶ້ນ ເພື່ອຈະໄດ້ເຮັດໃຫ້ກອງທັບ ແລະ ຜູ້ຄົນຂອງພວກເຂົາປອດໄພຈາກກຳມືຂອງສັດຕູຂອງພວກເຂົາ.
11 ແລະ ເພິ່ນໄດ້ຕັດທີ່ໝັ້ນທັງໝົດຂອງຊາວເລມັນຢູ່ໃນຖິ່ນແຫ້ງແລ້ງກັນດານທາງຕາເວັນອອກດັ່ງນີ້, ແທ້ຈິງແລ້ວ, ທັງທາງຕາເວັນຕົກນຳອີກ, ໂດຍການເສີມກຳລັງແຍກທາງໄວ້ລະຫວ່າງຊາວນີໄຟ ແລະ ຊາວເລມັນ, ລະຫວ່າງແຜ່ນດິນເຊຣາເຮັມລາ ແລະ ແຜ່ນດິນນີໄຟ, ຈາກທະເລທາງຕາເວັນຕົກໄປເຖິງຫົວແມ່ນ້ຳຊີໂດນ—ຊາວນີໄຟໄດ້ເປັນເຈົ້າຂອງແຜ່ນດິນທັງໝົດທາງເໜືອໄດ້ຕາມໃຈຊອບ, ແທ້ຈິງແລ້ວ, ລວມທັງແຜ່ນດິນທັງໝົດ ຊຶ່ງຢູ່ທາງເໜືອຂອງແຜ່ນດິນອຸດົມສົມບູນ.
12 ດ້ວຍເຫດນີ້ ໂມໂຣໄນພ້ອມກຳລັງກອງທັບຂອງເພິ່ນຈຶ່ງມີກຳລັງເພີ່ມຂຶ້ນທຸກໆມື້ ເພາະວ່າຄວາມໝັ້ນໃຈໃນການຄຸ້ມກັນ ຊຶ່ງຜົນງານຂອງເພິ່ນໄດ້ນຳອອກມາໃຫ້ພວກເຂົາເຫັນໄດ້ວ່າເພິ່ນກຳລັງຕັດກຳລັງ ແລະ ອຳນາດຂອງຊາວເລມັນອອກຈາກແຜ່ນດິນຊຶ່ງເປັນຂອງພວກເຂົາ, ເພື່ອບໍ່ໃຫ້ພວກເຂົາມີອຳນາດປົກຄອງແຜ່ນດິນຂອງພວກເຂົາ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວນີໄຟໄດ້ເລີ່ມສ້າງເມືອງໜຶ່ງຂຶ້ນ, ແລະ ພວກເຂົາເອີ້ນເມືອງນັ້ນວ່າ ໂມໂຣໄນ; ແລະ ມັນຕັ້ງຢູ່ໃກ້ທະເລທາງຕາເວັນອອກ; ແລະ ມັນຢູ່ທາງໃຕ້ໃກ້ກັບເສັ້ນເຂດແດນແຜ່ນດິນຂອງຊາວເລມັນ.
14 ແລະ ພວກເຂົາໄດ້ເລີ່ມສ້າງເມືອງໜຶ່ງຂຶ້ນອີກ ຊຶ່ງຕັ້ງຢູ່ລະຫວ່າງເມືອງໂມໂຣໄນກັບເມືອງອາໂຣນ, ໂດຍເຊື່ອມໂຍງຊາຍແດນເມືອງອາໂຣນກັບເມືອງໂມໂຣໄນເຂົ້າກັນ; ແລະ ພວກເຂົາເອີ້ນຊື່ເມືອງ ຫລື ແຜ່ນດິນນີ້ວ່າ ນີໄຟຮາ.
15 ແລະ ໃນປີດຽວກັນນັ້ນ ພວກເຂົາກໍໄດ້ເລີ່ມສ້າງເມືອງຂຶ້ນຫລາຍແຫ່ງທາງເໜືອນຳອີກ, ແລະ ເມືອງໜຶ່ງຖືກສ້າງຂຶ້ນດ້ວຍວິທີພິເສດ ຊຶ່ງເອີ້ນວ່າ ລີໄຮ, ຊຶ່ງຢູ່ທາງເໜືອໃກ້ກັບຝັ່ງທະເລ.
16 ແລະ ປີທີຊາວໄດ້ສິ້ນສຸດລົງດັ່ງນີ້.
17 ແລະ ຜູ້ຄົນຂອງນີໄຟຢູ່ໃນສະພາບທີ່ຈະເລີນຮຸ່ງເຮືອງຢູ່ໃນຕົ້ນປີທີຊາວເອັດແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນນີໄຟ.
18 ແລະ ພວກເຂົາໄດ້ຈະເລີນຮຸ່ງເຮືອງຢ່າງຍິ່ງ ແລະ ກາຍເປັນຄົນຮັ່ງມີຢ່າງຍິ່ງ; ແທ້ຈິງແລ້ວ, ພວກເຂົາໄດ້ມີຄົນເພີ່ມທະວີຂຶ້ນ ແລະ ໄດ້ພັດທະນາຫລາຍຂຶ້ນໃນແຜ່ນດິນ.
19 ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ພຣະຜູ້ເປັນເຈົ້າມີຄວາມເມດຕາປານີ ແລະ ມີຄວາມຍຸດຕິທຳຫລາຍປານໃດ ເພື່ອພຣະອົງຈະໄດ້ສຳເລັດໃນພຣະຄຳທັງໝົດຂອງພຣະອົງ ຊຶ່ງໄດ້ສັນຍາໄວ້ກັບລູກຫລານມະນຸດ; ແທ້ຈິງແລ້ວ, ພວກເຮົາເຫັນໄດ້ວ່າ ໃນເວລານີ້ພຣະຄຳຂອງພຣະອົງປະກົດເປັນຈິງຂຶ້ນແລ້ວ, ຊຶ່ງພຣະອົງໄດ້ກ່າວໄວ້ກັບລີໄຮວ່າ:
20 ເຈົ້າ ແລະ ລູກຫລານຂອງເຈົ້າເປັນສຸກແລ້ວ; ແລະ ພວກເຂົາຈະໄດ້ຮັບພອນ, ຕາບໃດທີ່ພວກເຂົາຈະຮັກສາບັນຍັດຂອງເຮົາ ພວກເຂົາຈະຮຸ່ງເຮືອງຢູ່ໃນແຜ່ນດິນ. ແຕ່ຈົ່ງຈຳໄວ້ວ່າ, ຕາບໃດທີ່ພວກເຂົາຈະບໍ່ຮັກສາບັນຍັດຂອງເຮົາ ພວກເຂົາຈະຖືກ ຕັດອອກຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ.
21 ແລະ ພວກເຮົາຈຶ່ງເຫັນໄດ້ວ່າ ຄຳສັນຍາເຫລົ່ານີ້ປະກົດເປັນຈິງກັບຜູ້ຄົນຂອງນີໄຟແລ້ວ; ເພາະວ່າເປັນການຜິດພາດ ແລະ ການຂັດແຍ້ງກັນຂອງພວກເຂົາ, ແທ້ຈິງແລ້ວ, ການຄາດຕະກຳຂອງພວກເຂົາ, ການປຸ້ນຈີ້ຂອງພວກເຂົາ, ການນັບຖືຮູບບູຊາຂອງພວກເຂົາ, ການໂສເພນີຂອງພວກເຂົາ, ແລະ ຄວາມໜ້າກຽດຊັງຂອງພວກເຂົາ, ທີ່ມີຢູ່ໃນບັນດາພວກເຂົາເອງ, ຊຶ່ງມັນໄດ້ນຳເອົາສົງຄາມ ແລະ ຄວາມພິນາດມາສູ່ຕົນ.
22 ແລະ ຄົນທີ່ຊື່ສັດໃນການຮັກສາພຣະບັນຍັດຂອງພຣະເຈົ້າໄດ້ຖືກປົດປ່ອຍຢູ່ສະເໝີ, ຂະນະທີ່ພີ່ນ້ອງທີ່ຊົ່ວຮ້າຍຂອງພວກເຂົາເປັນພັນໆຄົນຖືກສົ່ງໄປສູ່ຄວາມເປັນທາດ, ຫລື ຕາຍດ້ວຍດາບ, ຫລື ເສື່ອມໂຊມຢູ່ໃນຄວາມບໍ່ເຊື່ອຖື, ແລະ ເຂົ້າໄປສົມທົບກັບຊາວເລມັນ.
23 ແຕ່ຈົ່ງເບິ່ງ ນັບຕັ້ງແຕ່ວັນເວລາຂອງນີໄຟເປັນຕົ້ນມາ, ມັນບໍ່ເຄີຍມີເວລາໃດເລີຍທີ່ ສະຫງົບສຸກຢູ່ໃນບັນດາຜູ້ຄົນຂອງນີໄຟເກີນກວ່າໃນວັນເວລາຂອງໂມໂຣໄນ, ແທ້ຈິງແລ້ວ, ເວລານີ້ເປັນປີທີຊາວເອັດແຫ່ງການປົກຄອງຂອງຜູ້ຕັດສິນ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ປີທີຊາວສອງແຫ່ງການປົກຄອງຂອງຜູ້ຕັດສິນໄດ້ສິ້ນສຸດລົງດ້ວຍສັນຕິສຸກ ແລະ ປີທີຊາວສາມກໍຄືກັນ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຕົ້ນປີທີຊາວສີ່ແຫ່ງການປົກຄອງຂອງຜູ້ຕັດສິນ, ມັນມີສັນຕິສຸກຢູ່ໃນບັນດາຜູ້ຄົນຂອງນີໄຟອີກ ຖ້າຫາກມັນບໍ່ໄດ້ມີ ການຂັດແຍ້ງກັນເກີດຂຶ້ນໃນບັນດາຜູ້ຄົນຢູ່ໃນແຜ່ນດິນລີໄຮ, ແລະ ຜູ້ຄົນຢູ່ໃນແຜ່ນດິນໂມຣິອານທັນ, ຊຶ່ງຢູ່ຕິດຊາຍແດນລີໄຮ; ຊຶ່ງແຜ່ນດິນທັງສອງນີ້ມີຊາຍແດນຕິດກັບຝັ່ງທະເລ.
26 ເພາະຈົ່ງເບິ່ງ, ຜູ້ຄົນທີ່ເປັນເຈົ້າຂອງແຜ່ນດິນໂມຣິອານທັນໄດ້ຮຽກຮ້ອງເອົາສິດທິສ່ວນໜຶ່ງຂອງແຜ່ນດິນລີໄຮ; ສະນັ້ນ ມັນຈຶ່ງເລີ່ມມີການຂັດແຍ້ງກັນຂຶ້ນຫລາຍພໍສົມຄວນລະຫວ່າງພວກເຂົາເອງ, ເຖິງຂະໜາດທີ່ຜູ້ຄົນຂອງໂມຣິອານທັນຈັບອາວຸດຂຶ້ນຕໍ່ສູ້ກັບພີ່ນ້ອງຂອງພວກເຂົາເອງ, ແລະ ຕັ້ງໃຈຈະຂ້າພວກເຂົາຖິ້ມດ້ວຍດາບ.
27 ແຕ່ຈົ່ງເບິ່ງ, ຜູ້ຄົນຊຶ່ງເປັນເຈົ້າຂອງແຜ່ນດິນລີໄຮໄດ້ໜີໄປເຂົ້າຄ້າຍຂອງໂມໂຣໄນ, ແລະ ວິງວອນຂໍຄວາມຊ່ວຍເຫລືອຈາກເພິ່ນ; ເພາະວ່າພວກເຂົາບໍ່ໄດ້ເປັນຝ່າຍຜິດ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຜູ້ຄົນຂອງໂມຣິອານທັນ, ຊຶ່ງຜູ້ນຳຊື່ວ່າ ໂມຣິອານທັນໄດ້ຍິນວ່າຜູ້ຄົນຂອງລີໄຮໄດ້ໜີເຂົ້າໄປຄ້າຍຂອງໂມໂຣໄນ, ພວກເຂົາຈຶ່ງມີຄວາມຢ້ານກົວຫລາຍເພາະຢ້ານວ່າກອງທັບຂອງໂມໂຣໄນຈະມາໂຈມຕີພວກເຂົາ ແລະ ທຳລາຍພວກເຂົາ.
29 ສະນັ້ນ, ໂມຣິອານທັນຈຶ່ງໃຫ້ຄົນເຫລົ່ານັ້ນຈຳໃສ່ໃຈວ່າຕ້ອງໜີໄປຫາແຜ່ນດິນທີ່ຢູ່ທາງເໜືອ, ຊຶ່ງມັນມີແມ່ນ້ຳອັນກວ້າງໃຫຍ່ປົກຄຸມຢູ່, ເພື່ອຈະໄດ້ເຂົ້າໄປເປັນເຈົ້າຂອງແຜ່ນດິນຊຶ່ງຢູ່ທາງເໜືອນັ້ນ.
30 ແລະ ຈົ່ງເບິ່ງ, ພວກເຂົາເຮັດໃຫ້ແຜນການນີ້ເປັນຜົນສຳເລັດ, (ຊຶ່ງເປັນເຫດໃຫ້ມີການເສົ້າສະຫລົດໃຈເກີດຂຶ້ນ) ແຕ່ຈົ່ງເບິ່ງ, ໂມຣິອານທັນໂດຍທີ່ເປັນຄົນທະເຍີທະຍານ, ສະນັ້ນລາວຈຶ່ງໃຈຮ້າຍໃຫ້ຂ້າໃຊ້ຜູ້ຍິງຄົນໜຶ່ງຂອງລາວ, ແລະ ໄດ້ທຸບຕີນາງຢ່າງສາຫັດ.
31 ແລະ ເຫດການໄດ້ບັງເກີດຂຶ້ນຄື ນາງໄດ້ລັກໜີ, ແລະ ຂ້າມໄປຫາຄ້າຍຂອງໂມໂຣໄນ, ແລະ ບອກໃຫ້ໂມໂຣໄນຮູ້ທຸກສິ່ງທຸກຢ່າງກ່ຽວກັບເລື່ອງທີ່ເກີດຂຶ້ນ, ແລະ ເຈດຕະນາຂອງພວກເຂົາວ່າ ພວກເຂົາຈະໜີໄປຫາແຜ່ນດິນທາງເໜືອ.
32 ບັດນີ້ຈົ່ງເບິ່ງ, ຜູ້ຄົນຊຶ່ງຢູ່ໃນແຜ່ນດິນອຸດົມສົມບູນ, ຫລື ຄວາມຈິງແລ້ວໂມໂຣໄນຢ້ານວ່າຜູ້ຄົນຈະເຊື່ອຟັງຄຳເວົ້າຂອງໂມຣິອານທັນ ແລະ ຈະເຂົ້າໄປຮ່ວມກັບພວກເຂົາ, ແລະ ພວກເຂົາຈະໄດ້ເປັນເຈົ້າຂອງແຜ່ນດິນແຫ່ງຕ່າງໆ, ເພາະມັນອາດຈະເປັນພື້ນຖານໃຫ້ເກີດຜົນຮ້າຍໃນບັນດາຜູ້ຄົນຂອງນີໄຟ, ດັ່ງນັ້ນ, ຜົນຮ້າຍນັ້ນຈະນຳໄປຫາການລົບລ້າງ ເສລີພາບຂອງພວກເຂົາ.
33 ສະນັ້ນ ໂມໂຣໄນຈຶ່ງໄດ້ສົ່ງກອງທັບຂອງພວກເຂົາໄປ, ເພື່ອສະກັດຜູ້ຄົນຂອງໂມຣິອານທັນໃຫ້ຢຸດການໜີໄປຫາແຜ່ນດິນທາງເໜືອ.
34 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກທະຫານບໍ່ໄດ້ສະກັດພວກເຂົາ ຈົນວ່າພວກເຂົາມາເຖິງຊາຍແດນຂອງແຜ່ນດິນ ຮ້າງ; ແລະ ບ່ອນນັ້ນພວກທະຫານໄດ້ສະກັດພວກເຂົາໃກ້ທາງແຄບບ່ອນໜຶ່ງ ຊຶ່ງຢູ່ລຽບຝັ່ງທະເລໄປຫາແຜ່ນດິນທາງເໜືອ, ແທ້ຈິງແລ້ວ, ໃກ້ທະເລທາງຕາເວັນຕົກ ແລະ ທາງຕາເວັນອອກ.
35 ແລະ ເຫດການໄດ້ບັງເກີດຂຶ້ນຄື ກອງທັບທີ່ໂມໂຣໄນສົ່ງໄປນັ້ນໄດ້ຖືກນຳພາໂດຍຄົນຜູ້ໜຶ່ງຊື່ວ່າ ທີອານຄຳ, ແລະ ໄດ້ພົບກັບຜູ້ຄົນຂອງໂມຣິອານທັນ; ແລະ ຜູ້ຄົນຂອງໂມຣິອານທັນນີ້ເປັນຄົນດື້ດ້ານຫລາຍທີ່ສຸດ, (ໂດຍຖືກຈູງໃຈດ້ວຍຄວາມຊົ່ວຮ້າຍ ແລະ ຄຳຍົກຍ້ອງຂອງລາວ) ຈົນວ່າມີການສູ້ຮົບເກີດຂຶ້ນລະຫວ່າງຄົນເຫລົ່ານີ້, ຈຶ່ງເປັນເຫດໃຫ້ທີອານຄຳຂ້າໂມຣິອານທັນ, ແລະ ທີອານຄຳໄດ້ນຳເອົາພວກເຂົາມາເປັນຊະເລີຍ ແລະ ກັບຄືນໄປຄ້າຍຂອງໂມໂຣໄນ. ແລະ ປີທີຊາວສີ່ແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້.
36 ແລະ ຜູ້ຄົນຂອງໂມຣິອານທັນໄດ້ຖືກນຳເອົາກັບຄືນມາດັ່ງນີ້. ແລະ ພວກເຂົາໃຫ້ເຮັດຄຳໝັ້ນສັນຍາວ່າ ຈະຮັກສາສັນຕິພາບຂອງພວກເຂົາໄວ້ ແລະ ພວກເຂົາຖືກນຳກັບຄືນໄປຫາແຜ່ນດິນໂມຣິອານທັນຄືເກົ່າ, ແລະ ການຮ່ວມກັນລະຫວ່າງພວກເຂົາກັບຜູ້ຄົນຂອງລີໄຮກໍເກີດຂຶ້ນ; ແລະ ພວກເຂົາກໍຖືກນຳກັບຄືນສູ່ແຜ່ນດິນຂອງຕົນຄືເກົ່າ.
37 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີດຽວກັນນີ້ຜູ້ຄົນຂອງນີໄຟກໍໄດ້ມີສັນຕິສຸກກັບຄືນມາຫາຕົນເອງເໝືອນເດີມ, ຄືນີໄຟຮາຜູ້ເປັນຫົວໜ້າຜູ້ຕັດສິນຄົນທີສອງໄດ້ສິ້ນຊີວິດໄປ, ໂດຍໄດ້ກະທຳໜ້າທີ່ໃນບັນລັງຕັດສິນດ້ວຍຄວາມຮອບຄອບຢ່າງສົມບູນຕໍ່ພຣະພັກຂອງພຣະເຈົ້າ.
38 ເຖິງຢ່າງໃດກໍຕາມ, ເພິ່ນໄດ້ປະຕິເສດທີ່ຈະຮັບເອົາບັນທຶກເຫລົ່ານັ້ນຈາກແອວມາ ແລະ ສິ່ງເຫລົ່ານັ້ນ ຊຶ່ງແອວມາ ແລະ ບັນພະບຸລຸດຂອງເພິ່ນຖືວ່າສັກສິດທີ່ສຸດ; ສະນັ້ນ ແອວມາຈຶ່ງໄດ້ມອບມັນໄວ້ກັບຮີລາມັນລູກຊາຍຂອງເພິ່ນ.
39 ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ລູກຊາຍຂອງນີໄຟຮາໄດ້ຖືກແຕ່ງຕັ້ງໃຫ້ຮັບໜ້າທີ່ນັ່ງບັນລັງຕັດສິນແທນພໍ່ຂອງເພິ່ນ; ແທ້ຈິງແລ້ວ, ເພິ່ນຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຜູ້ຕັດສິນ ແລະ ຜູ້ປົກຄອງຜູ້ຄົນດ້ວຍຄຳສາບານ ແລະ ພິທີການອັນສັກສິດທີ່ຈະຕັດສິນໂດຍຄວາມຊອບທຳ, ແລະ ຈະຮັກສາສັນຕິພາບ ແລະ ອິດສະລະພາບຂອງຜູ້ຄົນ, ແລະ ຈະໃຫ້ສິດທິອັນສັກສິດຂອງພວກເຂົາໃນການນະມັດສະການພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແທ້ຈິງແລ້ວ, ໃນການສະໜັບສະໜູນ ແລະ ດຳລົງຮັກສາອຸດົມການຂອງພຣະເຈົ້າຕະຫລອດວັນເວລາຂອງເພິ່ນ, ແລະ ໃນການນຳຄົນຊົ່ວມາສູ່ຄວາມຍຸດຕິທຳຕາມການກະທຳຄວາມຜິດຂອງພວກເຂົາ.
40 ບັດນີ້ຈົ່ງເບິ່ງ, ເພິ່ນມີຊື່ວ່າ ເພໂຮຣັນ. ແລະ ເພໂຮຣັນກໍໄດ້ຮັບເອົາຕຳແໜ່ງຈາກບິດາຂອງເພິ່ນ ແລະ ໄດ້ເລີ່ມການປົກຄອງຂອງເພິ່ນໃນທ້າຍປີທີຊາວສີ່ເພື່ອດູແລຜູ້ຄົນຂອງນີໄຟ.