ບົດທີ 52
ອາມໂມຣອນຂຶ້ນແທນອະມາລີໄຄຢາໃນຖານະເປັນກະສັດຂອງຊາວເລມັນ—ໂມໂຣໄນ, ທີອານຄຳ, ແລະ ລີໄຮ ນຳພາຊາວນີໄຟເພື່ອເອົາຊະນະສົງຄາມກັບຊາວເລມັນ—ເມືອງມິວເລັກຖືກຍຶດກັບຄືນມາ, ແລະ ຢາໂຄບຊາວໂຊຣຳຖືກຂ້າຕາຍ. ປະມານ 66–64 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ເຫດການໄດ້ບັງເກີດຂຶ້ນໃນປີທີຊາວຫົກແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ, ຈົ່ງເບິ່ງ, ເວລາຊາວເລມັນຕື່ນຂຶ້ນມາໃນຕອນເຊົ້າ, ຊຶ່ງເປັນມື້ທຳອິດຂອງເດືອນໜຶ່ງ, ຈົ່ງເບິ່ງ, ພວກເຂົາໄດ້ເຫັນອະມາລີໄຄຢາຕາຍຢູ່ໃນຜ້າເຕັນຂອງລາວ; ແລະ ພວກເຂົາກໍໄດ້ເຫັນອີກວ່າ ທີອານຄຳຕຽມພ້ອມແລ້ວທີ່ຈະສູ້ຮົບກັບພວກເຂົາໃນມື້ນັ້ນ.
2 ແລະ ບັດນີ້, ເວລາຊາວເລມັນເຫັນດັ່ງນີ້ແລ້ວ ພວກເຂົາກໍຕົກໃຈ ແລະ ມີຄວາມຢ້ານກົວຫລາຍ; ແລະ ພວກເຂົາຈຶ່ງໄດ້ລົ້ມເລີກແຜນການຂອງພວກເຂົາທີ່ຈະເດີນທັບໄປຫາແຜ່ນດິນທາງເໜືອ, ແລະ ພວກເຂົາໄດ້ຖອຍກອງທັບທັງໝົດເຂົ້າໄປໃນເມືອງມິວເລັກ, ແລະ ເຂົ້າໄປຫາທີ່ກຳບັງໃນຄ້າຍຂອງພວກເຂົາ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ນ້ອງຊາຍຂອງອະມາລີໄຄຢາໄດ້ຖືກແຕ່ງຕັ້ງໃຫ້ເປັນກະສັດປົກຄອງຜູ້ຄົນ; ແລະ ລາວມີຊື່ວ່າ ອາມໂມຣອນ; ກະສັດອາມໂມຣອນນ້ອງຊາຍຂອງກະສັດອະມາລີໄຄຢາຈຶ່ງໄດ້ຖືກແຕ່ງຕັ້ງໃຫ້ປົກຄອງແທນດັ່ງນີ້.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ອາມໂມຣອນໄດ້ສັ່ງໃຫ້ຜູ້ຄົນປົກຄອງຫົວເມືອງເຫລົ່ານັ້ນໄວ້, ເພາະພວກເຂົາໄດ້ເມືອງເຫລົ່ານັ້ນມາດ້ວຍການເສຍເລືອດເນື້ອ; ເພາະກ່ອນທີ່ພວກເຂົາຈະໄດ້ເມືອງໃດມາ ພວກເຂົາຕ້ອງໄດ້ນອງເລືອດຢ່າງຫລວງຫລາຍ.
5 ແລະ ບັດນີ້, ທີອານຄຳເຫັນວ່າຊາວເລມັນຕັ້ງໃຈທີ່ຈະຮັກສາເມືອງເຫລົ່ານັ້ນ ແລະ ພາກສ່ວນຕ່າງໆຂອງແຜ່ນດິນທີ່ພວກເຂົາໄດ້ມາ, ແລະ ໂດຍທີ່ໄດ້ເຫັນຄວາມຫລວງຫລາຍຂອງຈຳນວນຜູ້ຄົນ, ທີອານຄຳຈຶ່ງຄິດວ່າມັນບໍ່ສົມຄວນທີ່ລາວຈະເຂົ້າໂຈມຕີພວກເຂົາໃນຄ້າຍເຫລົ່ານັ້ນ.
6 ແຕ່ລາວໄດ້ຈັດວາງກຳລັງທະຫານຂອງລາວໄວ້ໂດຍຮອບ, ຄືກັນກັບວ່າກຳລັງຕຽມເຮັດເສິກ; ແທ້ຈິງແລ້ວ, ລາວກຳລັງຕຽມປ້ອງກັນຕົວໃຫ້ພົ້ນຈາກພວກນັ້ນ, ໂດຍ ສ້າງກຳແພງຂຶ້ນໂດຍຮອບ ແລະ ຕຽມບ່ອນຕັ້ງກຳລັງໄວ້.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ຕຽມສົງຄາມຢູ່ສະເໝີ ຈົນກວ່າໂມໂຣໄນສົ່ງທະຫານຈຳນວນຫລວງຫລາຍໄປເພີ່ມກຳລັງຂອງລາວ.
8 ແລະ ໂມໂຣໄນໄດ້ອອກຄຳສັ່ງມາຫາລາວອີກວ່າ ລາວຄວນກັກຂັງຊະເລີຍເສິກທັງໝົດທີ່ຕົກຢູ່ໃນກຳມືຂອງລາວໄວ້; ເພາະວ່າຊາວເລມັນໄດ້ຈັບເອົາຊະເລີຍເສິກເປັນຈຳນວນຫລວງຫລາຍໄປ, ຄືລາວຕ້ອງກັກຂັງຊະເລີຍເສິກຂອງຊາວເລມັນທັງໝົດໄວ້ເພື່ອເປັນການໄຖ່ເອົາພວກທີ່ຊາວເລມັນໄດ້ຈັບໄປນັ້ນ.
9 ແລະ ເພິ່ນໄດ້ສັ່ງມາອີກວ່າ ລາວຄວນຕັ້ງດ່ານຄ້າຍໄວ້ໃນແຜ່ນດິນອຸດົມສົມບູນ, ແລະ ຍຶດເສັ້ນທາງ ແຄບຊຶ່ງເຊື່ອມຕໍ່ຊຶ່ງນຳໄປສູ່ແຜ່ນດິນທາງເໜືອໄວ້, ຖ້າບໍ່ດັ່ງນັ້ນ ຊາວເລມັນຈະຍຶດເອົາຈຸດນັ້ນ ແລະ ຈະມີອຳນາດລົບກວນພວກເຂົາທຸກໆດ້ານ.
10 ແລະ ໂມໂຣໄນສັ່ງມາຫາລາວອີກ, ໂດຍປາດຖະໜາຢາກໃຫ້ລາວໝັ້ນຄົງຢູ່ໃນການປົກປັກຮັກສາແຜ່ນດິນສ່ວນນີ້ ແລະໃຫ້ພະຍາຍາມຫາໂອກາດໂດຍທຸກວິທີທາງທີ່ຈະສ້າງຄວາມເສຍຫາຍໃຫ້ແກ່ຊາວເລມັນໃນແຜ່ນດິນສ່ວນນີ້ໃຫ້ຫລາຍທີ່ສຸດເທົ່າທີ່ຈະມີກຳລັງເຮັດໄດ້ ເພື່ອວ່າລາວຈະໄດ້ຍຶດເມືອງຕ່າງໆຄືນມາ ເຖິງແມ່ນວ່າມັນຈະໄດ້ມາໂດຍກົນອຸບາຍເລ່ຫລ່ຽມ ຫລື ໂດຍວິທີໃດກໍຕາມ; ແລະ ໃຫ້ລາວຕັ້ງຄ້າຍ ແລະ ເສີມກຳລັງຂຶ້ນຕາມຫົວເມືອງຕ່າງໆທີ່ຍັງບໍ່ໄດ້ຕົກຢູ່ໃນກຳມືຂອງຊາວເລມັນເທື່ອ.
11 ແລະ ເພິ່ນໄດ້ບອກລາວວ່າ, ຂ້າພະເຈົ້າຢາກມາຫາທ່ານ, ແຕ່ຈົ່ງເບິ່ງ, ຊາວເລມັນໄດ້ເຂົ້າມາໂຈມຕີພວກເຮົາຢູ່ທາງຊາຍແດນຂອງແຜ່ນດິນໃກ້ທະເລທາງຕາເວັນຕົກ; ແລະ ຈົ່ງເບິ່ງ, ຂ້າພະເຈົ້າຕ້ອງໄປຕໍ່ຕ້ານພວກເຂົາ, ສະນັ້ນ ຂ້າພະເຈົ້າຈຶ່ງມາຫາທ່ານບໍ່ໄດ້.
12 ບັດນີ້, ກະສັດ (ອາມໂມຣອນ) ໄດ້ອອກຈາກແຜ່ນດິນເຊຣາເຮັມລາໄປ, ແລະ ໄດ້ເຮັດໃຫ້ເປັນທີ່ຮູ້ແກ່ລາຊີນີກ່ຽວກັບການຕາຍຂອງອ້າຍຂອງລາວ, ແລະ ລາວໄດ້ເຕົ້າໂຮມຄົນເປັນຈຳນວນຫລວງຫລາຍ, ແລະ ໄດ້ເດີນທັບອອກໄປສູ້ຮົບກັບຊາວນີໄຟທີ່ຊາຍແດນໃກ້ທະເລທາງຕາເວັນຕົກ.
13 ແລະ ລາວພະຍາຍາມລົບກວນຊາວນີໄຟຢູ່ດັ່ງນັ້ນ, ແລະ ເພື່ອຈະຖອນກຳລັງສ່ວນໜຶ່ງຂອງພວກເຂົາໄປຍັງແຜ່ນດິນສ່ວນນັ້ນ ໃນຂະນະທີ່ລາວສັ່ງຄົນທີ່ລາວປະໄວ້ໃຫ້ດູແລເມືອງທີ່ໄດ້ມາ, ໃຫ້ພວກເຂົາລົບກວນຊາວນີໄຟຕາມຊາຍແດນໃກ້ທະເລທາງຕາເວັນອອກນຳອີກ, ແລະ ໃຫ້ເຂົ້າຍຶດເອົາແຜ່ນດິນຂອງພວກເຂົາໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ພວກເຂົາຈະເຮັດໄດ້, ຕາມກຳລັງຂອງກອງທັບຂອງຕົນ.
14 ແລະ ຊາວນີໄຟຈຶ່ງຢູ່ໃນສະພາບທີ່ເປັນອັນຕະລາຍດັ່ງນີ້ໃນທ້າຍປີທີຊາວຫົກແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ.
15 ແຕ່ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນໃນປີທີຊາວເຈັດແຫ່ງການປົກຄອງຂອງຜູ້ຕັດສິນ, ຄືທີອານຄຳ, ໂດຍຄຳສັ່ງຂອງໂມໂຣໄນ—ຜູ້ທີ່ຈັດຕັ້ງກອງທັບຂຶ້ນເພື່ອປ້ອງກັນຊາຍແດນທາງໃຕ້ ແລະ ທາງຕາເວັນຕົກຂອງແຜ່ນດິນ, ແລະ ໄດ້ເລີ່ມເດີນທັບຂອງເພິ່ນມຸ້ງໜ້າໄປຫາແຜ່ນດິນອຸດົມສົມບູນ, ເພື່ອວ່າເພິ່ນຈະໄດ້ຊ່ວຍເຫລືອທີອານຄຳ ແລະ ກອງທັບຂອງລາວໃນການໄປຕີເອົາເມືອງທີ່ສູນເສຍໄປນັ້ນຄືນມາ—
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ທີອານຄຳໄດ້ຮັບຄຳສັ່ງໃຫ້ເຂົ້າຕີເອົາເມືອງມິວເລັກ, ແລະ ໃຫ້ຕີເອົາມັນຄືນມາຖ້າຫາກເປັນໄປໄດ້.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ທີອານຄຳໄດ້ຕຽມພ້ອມທີ່ຈະເຂົ້າໂຈມຕີເມືອງມິວເລັກ, ແລະ ໄດ້ອອກເດີນທາງພ້ອມດ້ວຍກອງທະຫານຂອງລາວເພື່ອໄປສູ້ຮົບກັບຊາວເລມັນ; ແຕ່ລາວເຫັນວ່າມັນເປັນໄປບໍ່ໄດ້ທີ່ຈະເອົາຊະນະພວກສັດຕູ ໃນຂະນະທີ່ພວກນັ້ນຢູ່ໃນບ່ອນປ້ອງກັນຂອງພວກເຂົາ; ສະນັ້ນ ລາວຈຶ່ງໄດ້ລົ້ມເລີກແຜນການຂອງລາວ ແລະ ກັບຄືນໄປຫາເມືອງອຸດົມສົມບູນຄືເກົ່າ, ເພື່ອລໍຖ້າການມາຂອງໂມໂຣໄນ, ເພື່ອລາວຈະໄດ້ຮັບກຳລັງເພີ່ມກອງທັບຂອງລາວອີກ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນໄດ້ມາຮອດແຜ່ນດິນອຸດົມສົມບູນພ້ອມດ້ວຍກອງທັບຂອງເພິ່ນ, ໃນຕອນທ້າຍປີທີຊາວເຈັດແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ.
19 ແລະ ໃນຕົ້ນປີທີຊາວແປດ, ໂມໂຣໄນ ແລະ ທີອານຄຳພ້ອມດ້ວຍຫົວໜ້ານາຍທະຫານຫລາຍຄົນໄດ້ມີກອງປະຊຸມປຶກສາຫາລືກັນເລື່ອງສົງຄາມ—ວ່າພວກຕົນຈະເຮັດແນວໃດ ເພື່ອຈະໃຫ້ຊາວເລມັນອອກມາສູ້ຮົບກັບຕົນ; ຫລື ຊອກຫາວິທີໃດວິທີໜຶ່ງທີ່ຈະລໍ້ໃຫ້ພວກນັ້ນອອກມາຈາກທີ່ໝັ້ນຂອງພວກເຂົາ, ເພື່ອຕົນຈະໄດ້ປຽບສັດຕູ ແລະ ຍຶດເອົາເມືອງມິວເລັກນັ້ນກັບຄືນມາ.
20 ແລະ ເຫດການໄດ້ບັງເກີດຂຶ້ນ ພວກເຂົາໄດ້ສົ່ງຄະນະທູດໄປຫາກອງທັບຂອງຊາວເລມັນ, ຊຶ່ງປົກປ້ອງເມືອງມິວເລັກຢູ່ ເພື່ອສັ່ງຄວາມໄປຫາຫົວໜ້າຂອງຊາວເລມັນຜູ້ມີຊື່ວ່າ ຢາໂຄບ, ໂດຍປາດຖະໜາໃຫ້ລາວພ້ອມດ້ວຍກອງທັບຂອງລາວອອກມາ ເພື່ອມາພົບກັບຕົນຢູ່ໃນທົ່ງພຽງ ຊຶ່ງຢູ່ລະຫວ່າງສອງເມືອງນັ້ນ. ແຕ່ຈົ່ງເບິ່ງຢາໂຄບຜູ້ເປັນຊາວໂຊຣຳບໍ່ຍອມອອກມາພ້ອມດ້ວຍກອງທັບຂອງລາວ, ເພື່ອພົບກັບພວກນັ້ນຢູ່ໃນບ່ອນທີ່ຮາບພຽງ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອໂມໂຣໄນໂດຍໝົດຫວັງທີ່ຈະໄດ້ພົບກັບຊາວເລມັນຢູ່ໃນບ່ອນຊຶ່ງບໍ່ມີຜູ້ໃດໄດ້ປຽບກັນ, ສະນັ້ນ, ເພິ່ນຈຶ່ງຕົກລົງໃຈເຮັດຕາມແຜນທີ່ເພິ່ນຈະຫລອກລວງຊາວເລມັນໃຫ້ອອກມາຈາກທີ່ໝັ້ນຂອງພວກເຂົາ.
22 ສະນັ້ນ ເພິ່ນຈຶ່ງໄດ້ໃຫ້ທີອານຄຳນຳເອົາທະຫານຈຳນວນໜ້ອຍໜຶ່ງເດີນທັບລົງໄປໃກ້ຝັ່ງທະເລ; ແລະ ໃນຕອນກາງຄືນ ໂມໂຣໄນພ້ອມດ້ວຍກອງທັບຂອງເພິ່ນໄດ້ເດີນທັບເຂົ້າໄປໃນຖິ່ນແຫ້ງແລ້ງກັນດານທາງຕາເວັນຕົກຂອງເມືອງມິວເລັກ; ແລະ ໃນມື້ຕໍ່ມາ, ເມື່ອທະຫານຍາມຂອງຊາວເລມັນເຫັນທີອານຄຳ, ພວກເຂົາຈຶ່ງໄດ້ແລ່ນໄປບອກຢາໂຄບຜູ້ເປັນນາຍຂອງພວກເຂົາ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ກອງທັບຂອງຊາວເລມັນໄດ້ຍົກທັບມາຕໍ່ສູ້ກັບທີອານຄຳ, ໂດຍຄິດວ່າຈຳນວນຄົນຂອງລາວບໍ່ຫລາຍ ແລະ ພວກເຂົາຈະເອົາຊະນະທີອານຄຳໄດ້. ແລະ ໃນເມື່ອທີອານຄຳເຫັນກອງທັບຂອງຊາວເລມັນຍົກມາຕໍ່ສູ້ກັບຕົນ ລາວກໍເລີ່ມຖອຍທັບຂອງລາວລົງໄປຫາຫາດຊາຍທະເລຂຶ້ນໄປທາງເໜືອ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຊາວເລມັນເຫັນວ່າທີອານຄຳຖອຍໜີໄປ, ພວກເຂົາຈຶ່ງມີກຳລັງໃຈ ແລະ ໄລ່ຕາມໄປຢ່າງບໍ່ຢຸດຢັ້ງ. ແລະ ຂະນະທີ່ທີອານຄຳກຳລັງລໍ້ຊາວເລມັນຜູ້ກຳລັງໄລ່ຕາມພວກເຂົາມາໂດຍບໍ່ມີປະໂຫຍດຢູ່ນັ້ນ, ຈົ່ງເບິ່ງ, ໂມໂຣໄນກໍໄດ້ສັ່ງໃຫ້ພາກສ່ວນໜຶ່ງຂອງກອງທັບຊຶ່ງຢູ່ກັບເພິ່ນຍົກເຂົ້າໄປໃນເມືອງ ແລະ ເຂົ້າຍຶດເອົາເມືອງນັ້ນ.
25 ແລະ ພວກເຂົາໄດ້ເຂົ້າຍຶດເອົາເມືອງດັ່ງນັ້ນ ແລະ ໄດ້ຂ້າຄົນທັງໝົດທີ່ຖືກປະໄວ້ປ້ອງກັນເມືອງນັ້ນ, ແທ້ຈິງແລ້ວ, ໄດ້ຂ້າຄົນທັງໝົດທີ່ບໍ່ຍອມມອບອາວຸດແຫ່ງສົງຄາມຂອງພວກເຂົາ.
26 ແລະ ໂມໂຣໄນຈຶ່ງໄດ້ເມືອງມິວເລັກຄືນມາໂດຍພາກສ່ວນໜຶ່ງຂອງກອງທັບຂອງເພິ່ນດັ່ງນີ້, ໃນເວລາດຽວກັນນັ້ນ ເພິ່ນໄດ້ເດີນທັບໄປພ້ອມກຳລັງທີ່ເຫລືອຢູ່ເພື່ອພົບກັບຊາວເລມັນ ເວລາພວກເຂົາກັບຄືນມາຈາກການໄລ່ຕາມທີອານຄຳ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນໄດ້ໄລ່ຕາມທີອານຄຳຈົນມາຮອດໃກ້ເມືອງອຸດົມສົມບູນ, ແລະ ເມື່ອພວກເຂົາໄດ້ພົບກັບລີໄຮ ແລະ ກອງທັບຈຳນວນໜ້ອຍໜຶ່ງ, ຊຶ່ງຖືກປະໄວ້ປ້ອງກັນເມືອງອຸດົມສົມບູນ.
28 ແລະ ບັດນີ້ຈົ່ງເບິ່ງ, ເວລາຫົວໜ້ານາຍທະຫານຂອງຊາວເລມັນເຫັນລີໄຮພ້ອມດ້ວຍກອງທັບຂອງລາວມາຕໍ່ສູ້ກັບຕົນ, ພວກເຂົາກໍໄດ້ໜີໄປດ້ວຍຄວາມສັບສົນຫລາຍ, ເພາະຢ້ານວ່າພວກຕົນຈະເຂົ້າເມືອງມິວເລັກບໍ່ທັນກ່ອນທີ່ລີໄຮຈະຕິດຕາມມາທັນ; ເພາະວ່າພວກເຂົາອ່ອນເພຍຫລາຍຍ້ອນການເດີນທັບ, ແລະ ຄົນຂອງລີໄຮຍັງແຂງແຮງຢູ່.
29 ບັດນີ້ຊາວເລມັນບໍ່ຮູ້ຈັກວ່າໂມໂຣໄນກຳລັງລີ້ຢູ່ທາງຫລັງຂອງຕົນພ້ອມດ້ວຍກອງທັບຂອງເພິ່ນ; ແລະ ພວກເຂົາມີແຕ່ຟາງຢ້ານລີໄຮ ແລະ ທະຫານຂອງລາວ.
30 ບັດນີ້ລີໄຮບໍ່ປາດຖະໜາທີ່ຈະຕິດຕາມໄປໃຫ້ທັນພວກເຂົາ ຈົນກວ່າພວກເຂົາຈະໄດ້ພົບກັບໂມໂຣໄນ ແລະ ກອງທັບຂອງເພິ່ນເສຍກ່ອນ.
31 ແລະ ເຫດການໄດ້ບັງເກີດຂຶ້ນຄື ກ່ອນທີ່ຊາວເລມັນຈະຖອຍໄປໄດ້ໄກ ກໍຖືກຊາວນີໄຟລ້ອມໄວ້ດ້ານໜຶ່ງໂດຍທະຫານຂອງໂມໂຣໄນ, ແລະ ອີກດ້ານໜຶ່ງແມ່ນທະຫານຂອງລີໄຮ, ຊຶ່ງທັງໝົດນີ້ຍັງແຂງແຮງໝົດ ແລະ ມີກຳລັງເຕັມທີ່; ແຕ່ວ່າຊາວເລມັນອ່ອນເພຍຫລາຍຍ້ອນການເດີນທັບມາໄກ.
32 ແລະ ໂມໂຣໄນໄດ້ສັ່ງຄົນຂອງເພິ່ນໃຫ້ໂຈມຕີຊາວເລມັນຈົນວ່າພວກເຂົາຈະຍອມມອບອາວຸດແຫ່ງສົງຄາມຂອງພວກເຂົາໃຫ້.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ຢາໂຄບໂດຍທີ່ເປັນຜູ້ນຳຂອງຊາວເລມັນ, ໂດຍທີ່ເປັນ ຊາວໂຊຣຳ ແລະ ໂດຍທີ່ມີວິນຍານທີ່ບໍ່ຍອມເສຍໄຊ, ລາວຈຶ່ງໄດ້ນຳເອົາຊາວເລມັນອອກໄປສູ້ຮົບກັບໂມໂຣໄນດ້ວຍຄວາມໂມໂຫຮ້າຍ.
34 ໂດຍທີ່ໂມໂຣໄນຢູ່ໃນເສັ້ນທາງເດີນທັບຂອງພວກເລມັນ, ສະນັ້ນ ຢາໂຄບຈຶ່ງຕັ້ງໃຈຈະຂ້າພວກເຂົາ ແລະ ຕີຜ່າອອກໄປຫາເມືອງມິວເລັກ. ແຕ່ຈົ່ງເບິ່ງ, ໂມໂຣໄນ ແລະ ທະຫານຂອງເພິ່ນມີກຳລັງຫລາຍກວ່າ; ສະນັ້ນ ຊາວນີໄຟຈຶ່ງບໍ່ເປີດທາງໃຫ້ແກ່ຊາວເລມັນ.
35 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຕໍ່ສູ້ກັນຢ່າງດຸເດືອດທັງສອງຝ່າຍ; ແລະ ທັງສອງຝ່າຍມີຄົນຖືກຂ້າຕາຍເປັນຈຳນວນຫລວງຫລາຍ; ແທ້ຈິງແລ້ວ, ແລະ ໂມໂຣໄນໄດ້ຮັບບາດເຈັບ ແລະ ຢາໂຄບຖືກຂ້າຕາຍ.
36 ແລະ ລີໄຮໄດ້ອ້ອມເຂົ້າຕີທາງດ້ານຫລັງຂອງພວກສັດຕູດ້ວຍກອງທະຫານທີ່ມີກຳລັງຂອງລາວ, ດ້ວຍຄວາມໂມໂຫທີ່ສຸດຈົນເຮັດໃຫ້ກອງທັບຫລັງຂອງຊາວເລມັນຍອມມອບອາວຸດແຫ່ງສົງຄາມຂອງຕົນ; ແລະ ສ່ວນທີ່ເຫລືອຢູ່ນັ້ນກໍສັບສົນກັນຢູ່ບໍ່ຮູ້ວ່າຈະໜີໄປ ຫລື ຈະຕໍ່ສູ້.
37 ບັດນີ້ໂມໂຣໄນເຫັນຄວາມສັບສົນຂອງຊາວເລມັນ, ເພິ່ນຈຶ່ງໄດ້ເວົ້າກັບພວກເຂົາວ່າ: ຖ້າຫາກພວກເຈົ້າຈະນຳເອົາອາວຸດແຫ່ງສົງຄາມມາມອບໃຫ້ແກ່ພວກເຮົາ, ຈົ່ງເບິ່ງ ພວກເຮົາຈະໄວ້ຊີວິດຂອງພວກເຈົ້າ.
38 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຊາວເລມັນໄດ້ຍິນຂໍ້ຄວາມນີ້ແລ້ວ, ຫົວໜ້ານາຍທະຫານຂອງພວກເຂົາທັງໝົດທີ່ບໍ່ໄດ້ຖືກຂ້າຕາຍ ຈຶ່ງໄດ້ອອກມາ ແລະ ໂຍນອາວຸດແຫ່ງສົງຄາມໄວ້ທີ່ຕີນຂອງໂມໂຣໄນ, ແລະ ໄດ້ສັ່ງໃຫ້ທະຫານຂອງຕົນກະທຳແບບດຽວກັນ.
39 ແຕ່ຈົ່ງເບິ່ງ, ມີຫລາຍຄົນທີ່ບໍ່ຍອມເຮັດ; ແລະ ພວກທີ່ບໍ່ຍອມມອບດາບຂອງພວກເຂົາ ຈຶ່ງໄດ້ຖືກຈັບ ແລະ ມັດໄວ້, ແລະ ອາວຸດແຫ່ງສົງຄາມຂອງພວກເຂົາກໍຖືກຍຶດໄປຈາກພວກເຂົາ, ແລະ ພວກເຂົາໄດ້ຖືກບັງຄັບໃຫ້ເດີນທາງພ້ອມດ້ວຍພີ່ນ້ອງຂອງພວກເຂົາໄປຫາແຜ່ນດິນອຸດົມສົມບູນ.
40 ແລະ ບັດນີ້ຈຳນວນຊະເລີຍເສິກທີ່ຈັບໄດ້ນັ້ນມີຈຳນວນຫລາຍກວ່າຈຳນວນຂອງຜູ້ທີ່ຖືກຂ້າຕາຍ, ແທ້ຈິງແລ້ວ, ມັນມີຈຳນວນຫລາຍກວ່າຄົນທັງສອງຝ່າຍທີ່ຖືກຂ້າຕາຍໄປນັ້ນ.