ບົດທີ 53
ຊະເລີຍເສິກຊາວເລມັນຖືກໃຊ້ໃຫ້ສ້າງຄ້າຍປ້ອງກັນເມືອງອຸດົມສົມບູນ—ການແຕກແຍກໃນບັນດາຊາວນີໄຟໄດ້ເຮັດໃຫ້ຊາວເລມັນໄດ້ຮັບໄຊຊະນະ—ຮີລາມັນບັງຄັບບັນຊາຊາຍໜຸ່ມສອງພັນຄົນຜູ້ທີ່ເປັນພວກລູກຊາຍຂອງຜູ້ຄົນຂອງອຳໂມນ. ປະມານ 64–63 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຈັດຄົນໄວ້ເພື່ອເຝົ້າຍາມຊະເລີຍເສິກຊາວເລມັນ, ແລະ ໄດ້ບັງຄັບໃຫ້ພວກເຂົາອອກໄປຝັງສົບຜູ້ຄົນຂອງພວກເຂົາຜູ້ທີ່ຖືກຂ້າຕາຍ, ແທ້ຈິງແລ້ວ, ພວກເຂົາໄດ້ຝັງສົບຂອງຊາວນີໄຟນຳອີກ; ແລະ ໂມໂຣໄນໄດ້ຈັດຄົນໄວ້ເພື່ອເຝົ້າຍາມພວກເຂົາໃນຂະນະທີ່ພວກເຂົາກຳລັງອອກແຮງງານຢູ່ນັ້ນ.
2 ແລະ ໂມໂຣໄນໄດ້ໄປຫາເມືອງມິວເລັກກັບລີໄຮ, ແລະ ເຂົ້າຍຶດເອົາເມືອງນີ້ ແລະ ມອບເມືອງໃຫ້ລີໄຮປົກຄອງ. ບັດນີ້ຈົ່ງເບິ່ງ, ລີໄຮຜູ້ນີ້ຄືຜູ້ທີ່ສູ້ຮົບຢູ່ຮ່ວມກັບໂມໂຣໄນຕະຫລອດມາໃນສະໜາມຮົບທັງໝົດຂອງລາວ; ແລະ ລາວກໍເປັນຄົນ ເໝືອນດັ່ງໂມໂຣໄນ ແລະ ທັງສອງຄົນນີ້ປິຕິຍິນດີໃນຄວາມປອດໄພຂອງກັນແລະກັນ; ແທ້ຈິງແລ້ວ, ຄົນທັງສອງກໍຮັກແພງກັນຫລາຍ, ແລະ ເປັນທີ່ຮັກຫອມຂອງຜູ້ຄົນຂອງນີໄຟທັງໝົດນຳອີກ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກຊາວເລມັນສຳເລັດການຝັງສົບຄົນຕາຍຂອງພວກເຂົາ ແລະ ຂອງຊາວນີໄຟແລ້ວ, ພວກເຂົາໄດ້ຖືກສົ່ງໄປຫາແຜ່ນດິນອຸດົມສົມບູນ; ແລະ ທີອານຄຳ, ໂດຍຄຳສັ່ງຂອງໂມໂຣໄນ, ຈຶ່ງໃຫ້ພວກເຂົາເລີ່ມອອກແຮງງານເຮັດຄັນຄູຮອບແຜ່ນດິນ ຫລື ຮອບເມືອງອຸດົມສົມບູນ.
4 ແລະ ລາວໄດ້ສັ່ງໃຫ້ພວກເຂົາສ້າງ ກຳແພງທີ່ເຮັດດ້ວຍທ່ອນໄມ້ຂຶ້ນຂ້າງໃນຂອງຄັນຄູ; ແລະ ພວກເຂົາໄດ້ຂຸດດິນຄູນໃສ່ກຳແພງທີ່ເຮັດດ້ວຍໄມ້ນັ້ນ; ແລະ ພວກເຂົາໄດ້ໃຫ້ຊາວເລມັນອອກແຮງງານໄປແບບນີ້ ຈົນວ່າພວກເຂົາໄດ້ເຮັດກຳແພງອ້ອມເມືອງອຸດົມສົມບູນໄວ້ໂດຍຮອບ ແລະ ມັນສູງຂຶ້ນຫລາຍດ້ວຍກຳແພງອັນແຂງແກ່ນທີ່ເຮັດດ້ວຍໄມ້ທ່ອນ ແລະ ດິນ.
5 ແລະ ເມືອງນີ້ຈຶ່ງກາຍມາເປັນທີ່ໝັ້ນອັນແຂງແກ່ນທີ່ສຸດນັບຕັ້ງແຕ່ເວລານັ້ນມາ; ແລະ ພວກເຂົາໄດ້ກັກຂັງພວກຊະເລີຍເສິກຊາວເລມັນໄວ້ໃນເຂດກຳແພງເມືອງນີ້; ແທ້ຈິງແລ້ວ, ແມ່ນແຕ່ໃນເຂດກຳແພງເມືອງຊຶ່ງຊາວນີໄຟໄດ້ໃຫ້ຊາວເລມັນສ້າງຂຶ້ນດ້ວຍມືຂອງພວກເຂົາເອງ. ບັດນີ້ໂມໂຣໄນຈຳຕ້ອງໃຫ້ຊາວເລມັນອອກແຮງງານ, ເພາະວ່າມັນງ່າຍທີ່ຈະຮັກສາພວກຊະເລີຍເສິກນັ້ນຂະນະທີ່ພວກເຂົາອອກແຮງງານ; ແລະ ເພິ່ນໃຫ້ກຳລັງທັບທັງໝົດຂອງເພິ່ນຕຽມພ້ອມຢູ່ເມື່ອເຖິງເວລາທີ່ເພິ່ນຈະເຂົ້າໄປໂຈມຕີຊາວເລມັນ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນໄດ້ເອົາຊະນະກອງທັບທີ່ຍິ່ງໃຫຍ່ທີ່ສຸດກອງໜຶ່ງຂອງຊາວເລມັນ, ແລະ ໄດ້ເຂົ້າຍຶດເອົາເມືອງມິວເລັກ ຊຶ່ງເປັນທີ່ໝັ້ນອັນແຂງແກ່ນທີ່ສຸດບ່ອນໜຶ່ງຂອງຊາວເລມັນໃນແຜ່ນດິນນີໄຟ; ແລະ ເພິ່ນໄດ້ສ້າງຄຸກຂຶ້ນສຳລັບເປັນບ່ອນກັກຂັງຊະເລີຍເສິກຂອງເພິ່ນ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນບໍ່ພະຍາຍາມທີ່ຈະສູ້ຮົບກັບຊາວເລມັນອີກຕໍ່ໄປໃນປີນັ້ນ, ແຕ່ເພິ່ນໃຫ້ທະຫານຂອງເພິ່ນຕຽມພ້ອມທີ່ຈະເຮັດເສິກ, ແທ້ຈິງແລ້ວ, ແລະ ໄດ້ໃຫ້ສ້າງບ່ອນປ້ອງກັນເພື່ອຕ້ານທານກັບຊາວເລມັນ, ແທ້ຈິງແລ້ວ, ແລະ ກໍໄດ້ໃຫ້ພວກຜູ້ຊາຍຊ່ວຍເຫລືອພວກແມ່ຍິງຂອງພວກເຂົາ ແລະ ເດັກນ້ອຍຂອງພວກເຂົາໃຫ້ພົ້ນຈາກຄວາມອຶດຢາກ ແລະ ຄວາມທຸກ, ແລະ ໃຫ້ຜູ້ຄົນຈັດຫາອາຫານໃຫ້ແກ່ກອງທັບຂອງຊາວນີໄຟນຳອີກ.
8 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ໃນຂະນະທີ່ໂມໂຣໄນບໍ່ໄດ້ຢູ່ນຳພວກເຂົານັ້ນ, ມັນໄດ້ມີການສວມຮູ້ຮ່ວມຄິດກັນຂຶ້ນໃນບັນດາຊາວນີໄຟ ຊຶ່ງພາໃຫ້ເກີດການແຕກແຍກກັນຂຶ້ນ, ດັ່ງນັ້ນ ກອງທັບຂອງຊາວເລມັນຈຶ່ງໄດ້ປຽບຊາວນີໄຟຂຶ້ນມາ, ແທ້ຈິງແລ້ວ, ເຖິງຂະໜາດທີ່ພວກເຂົາໄດ້ເຂົ້າຄອບຄອງຫົວເມືອງຕ່າງໆທີ່ຢູ່ໃນແຜ່ນດິນທາງໃຕ້ໃກ້ທະເລທາງຕາເວັນຕົກ.
9 ແລະ ນີ້ກໍຍ້ອນວ່າຄວາມຊົ່ວຮ້າຍໃນບັນດາພວກເຂົາເອງ, ແທ້ຈິງແລ້ວ, ຍ້ອນວ່າມັນໄດ້ມີການແຕກແຍກ ແລະ ມີການສວມຮູ້ຮ່ວມຄິດກັນໃນບັນດາພວກເຂົາເອງ ພວກເຂົາຈຶ່ງຕົກຢູ່ໃນສະພາບທີ່ເປັນອັນຕະລາຍທີ່ສຸດ.
10 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າມີບາງຢ່າງທີ່ຈະເວົ້າກ່ຽວກັບ ຜູ້ຄົນຂອງອຳໂມນ, ຊຶ່ງແຕ່ກ່ອນຜູ້ຄົນເຫລົ່ານີ້ເຄີຍເປັນຊາວເລມັນ; ແຕ່ໂດຍອຳໂມນ ແລະ ພີ່ນ້ອງຂອງເພິ່ນ, ຫລື ຈະເວົ້າວ່າໂດຍອຳນາດ ແລະ ພຣະຄຳຂອງພຣະເຈົ້າ, ພວກເຂົາຈຶ່ງ ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ; ແລະ ພວກເຂົາຖືກນຳພາລົງມາຫາແຜ່ນດິນເຊຣາເຮັມລາ ແລະ ໄດ້ຮັບການຄຸ້ມຄອງຈາກຊາວນີໄຟນັບແຕ່ເວລານັ້ນມາ.
11 ແລະ ເປັນຍ້ອນຄຳສາບານຂອງພວກເຂົາ, ພວກເຂົາຈຶ່ງໄດ້ເວັ້ນຈາກການຈັບອາວຸດທີ່ຈະຕໍ່ສູ້ກັບພີ່ນ້ອງຂອງຕົນ; ເພາະພວກເຂົາເຮັດຄຳສາບານໄວ້ວ່າຈະບໍ່ຂ້າຟັນ ອີກເລີຍ; ແລະ ເພາະຕາມຄຳສາບານຂອງພວກເຂົາ, ພວກເຂົາຈະຍອມຕາຍ; ແທ້ຈິງແລ້ວ, ພວກເຂົາຈະຍອມຕົວໃຫ້ຕົກຢູ່ໃນມືຂອງພີ່ນ້ອງຂອງພວກເຂົາຖ້າຫາກບໍ່ແມ່ນເພາະຄວາມສົງສານ ແລະ ຄວາມຮັກອັນລົ້ນເຫລືອຊຶ່ງອຳໂມນ ແລະ ພີ່ນ້ອງຂອງເພິ່ນມີເພື່ອພວກເຂົາ.
12 ແລະ ເພາະເປັນດ້ວຍເຫດນີ້ ພວກເຂົາຈຶ່ງຖືກເອົາລົງມາຫາແຜ່ນດິນເຊຣາເຮັມລາ; ແລະ ພວກເຂົາຈຶ່ງໄດ້ຮັບ ການຄຸ້ມຄອງຈາກຊາວນີໄຟຕັ້ງແຕ່ນັ້ນມາ.
13 ແຕ່ເຫດການໄດ້ບັງເກີດຂຶ້ນຄື ເວລາພວກເຂົາເຫັນອັນຕະລາຍ, ແລະ ຄວາມທຸກ ແລະ ຄວາມຍາກລຳບາກຕ່າງໆນາໆຊຶ່ງຊາວນີໄຟຕ້ອງຮັບແທນຕົນ ພວກເຂົາກໍເກີດມີຄວາມເມດຕາສົງສານຂຶ້ນມາ ແລະ ປາດຖະໜາທີ່ຈະຈັບອາວຸດເພື່ອປ້ອງກັນປະເທດຊາດຂອງຕົນ.
14 ແຕ່ຈົ່ງເບິ່ງ, ເວລາພວກເຂົາກຳລັງຈະຈັບອາວຸດແຫ່ງສົງຄາມຂອງພວກເຂົາຂຶ້ນ, ພວກເຂົາກໍຖືກຮີລາມັນ ແລະ ພີ່ນ້ອງຂອງເພິ່ນຊັກຊວນບໍ່ໃຫ້ເຮັດເຊັ່ນນັ້ນ, ເພາະວ່າພວກເຂົາກຳລັງຈະ ເຮັດຜິດ ຄຳສາບານຂອງພວກເຂົາທີ່ໄດ້ເຮັດໄວ້.
15 ແລະ ຮີລາມັນຢ້ານວ່າ ຖ້າຂືນເຮັດ, ພວກເຂົາຈະສູນເສຍຈິດວິນຍານຂອງພວກເຂົາໄປ; ສະນັ້ນ ທຸກຄົນທີ່ໄດ້ເຂົ້າຢູ່ໃນພັນທະສັນຍານີ້ຈຶ່ງຕ້ອງທົນເບິ່ງພີ່ນ້ອງຂອງຕົນລຸຍໄປກັບຄວາມທຸກຂອງພວກເຂົາ, ໃນສະພາບທີ່ເປັນອັນຕະລາຍຢູ່ໃນຂະນະນີ້.
16 ແຕ່ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນ ພວກເຂົາມີລູກຊາຍຫລາຍຄົນ, ຜູ້ຊຶ່ງບໍ່ໄດ້ເຂົ້າຢູ່ໃນພັນທະສັນຍາວ່າຈະບໍ່ຍອມຈັບອາວຸດແຫ່ງສົງຄາມເພື່ອປ້ອງກັນຕົນໃຫ້ພົ້ນຈາກສັດຕູ; ສະນັ້ນ ພວກເຂົາຈຶ່ງໄດ້ຈັບອາວຸດ, ແລະ ມາເຕົ້າໂຮມກັນໃນຕອນນີ້, ແລະ ພວກເຂົາເອີ້ນຕົວເອງວ່າ ຊາວນີໄຟ.
17 ແລະ ພວກເຂົາໄດ້ໃຫ້ພັນທະສັນຍາວ່າ ພວກເຂົາຈະຕໍ່ສູ້ເພື່ອເສລີພາບຂອງຊາວນີໄຟ, ແທ້ຈິງແລ້ວ, ເພື່ອປ້ອງກັນແຜ່ນດິນເຖິງແມ່ນວ່າພວກເຂົາຈະຕາຍກໍຕາມ; ແທ້ຈິງແລ້ວ, ພວກເຂົາໄດ້ໃຫ້ພັນທະສັນຍາວ່າ ພວກເຂົາຈະບໍ່ຍອມເສຍ ເສລີພາບຂອງພວກເຂົາໄປ, ແຕ່ວ່າຈະຕໍ່ສູ້ທຸກວິທີທາງເພື່ອຈະໄດ້ປ້ອງກັນຊາວນີໄຟ ແລະ ປ້ອງກັນຕົວເອງໃຫ້ພົ້ນຈາກຄວາມເປັນທາດ.
18 ບັດນີ້ຈົ່ງເບິ່ງ, ມີຊາຍໜຸ່ມທັງໝົດນຳກັນສອງພັນຄົນ, ຊຶ່ງໄດ້ເຂົ້າຢູ່ໃນພັນທະສັນຍານີ້ ແລະ ຈັບອາວຸດແຫ່ງສົງຄາມຂອງພວກເຂົາຂຶ້ນເພື່ອປ້ອງກັນປະເທດຊາດຂອງຕົນ.
19 ແລະ ບັດນີ້ຈົ່ງເບິ່ງ, ພວກເຂົາບໍ່ເຄີຍເຮັດໃຫ້ຊາວນີໄຟເສຍຫາຍມາກ່ອນເລີຍ, ແລະ ໃນເວລານີ້ ພວກເຂົາກໍມາເປັນຝ່າຍສະໜັບສະໜູນອັນກວ້າງຂວາງອີກ. ເພາະພວກເຂົາໄດ້ຈັບອາວຸດແຫ່ງສົງຄາມຂອງພວກເຂົາຂຶ້ນ, ແລະ ພວກເຂົາຢາກໃຫ້ຮີລາມັນເປັນຜູ້ນຳຂອງພວກເຂົາ.
20 ແລະ ພວກເຂົາເປັນຊາຍໜຸ່ມທຸກຄົນ, ແລະ ພວກເຂົາເປັນຄົນ ກ້າຫານທີ່ສຸດ, ທັງດ້ານກຳລັງ ແລະ ຄວາມວ່ອງໄວ; ແຕ່ຈົ່ງເບິ່ງ, ນີ້ຍັງບໍ່ໝົດ—ພວກເຂົາເປັນຄົນທີ່ ເອົາການເອົາງານຢູ່ຕະຫລອດວັນເວລາ ບໍ່ວ່າອັນໃດກໍຕາມທີ່ພວກເຂົາໄດ້ຮັບມອບໝາຍ.
21 ແທ້ຈິງແລ້ວ, ພວກເຂົາເປັນຄົນຊື່ສັດ ແລະ ມີສະຕິປັນຍາຫລາຍ, ເພາະວ່າພວກເຂົາໄດ້ຮັບການສິດສອນໃຫ້ຮັກສາພຣະບັນຍັດຂອງພຣະເຈົ້າ ແລະ ໃຫ້ ເດີນໄປຢ່າງພາກພູມໃຈຕໍ່ພຣະພັກຂອງພຣະອົງ.
22 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຮີລາມັນໄດ້ເດີນທັບເປັນຜູ້ນຳກອງທະຫານໜຸ່ມ ສອງພັນຄົນຂອງເພິ່ນໄປຊ່ວຍຜູ້ຄົນທີ່ຊາຍແດນຂອງແຜ່ນດິນທາງໃຕ້ໃກ້ທະເລທາງຕາເວັນຕົກ.
23 ແລະ ປີທີຊາວແປດແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້.