ບົດທີ 56
ຮີລາມັນສົ່ງສານໄປຫາໂມໂຣໄນ, ເລົ່າເຖິງສະພາບແຫ່ງສົງຄາມກັບຊາວເລມັນ—ອານທິພັດ ແລະ ຮີລາມັນໄດ້ຮັບໄຊຊະນະຈາກຊາວເລມັນ—ຊາຍໜຸ່ມສອງພັນຄົນຂອງຮີລາມັນຕໍ່ສູ້ດ້ວຍອຳນາດອັນໜ້າອັດສະຈັນໃຈ ແລະ ບໍ່ມີຜູ້ໃດຖືກຂ້າຕາຍເລີຍ. ຂໍ້ທີ 1, ປະມານ 62 ປີ ກ່ອນ ຄ.ສ.; ຂໍ້ທີ 2–19, ປະມານ 66 ປີ ກ່ອນ ຄ.ສ.; ແລະ ຂໍ້ທີ 20–57, ປະມານ 65–64 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນໃນຕົ້ນປີທີສາມສິບແຫ່ງການປົກຄອງຂອງຜູ້ຕັດສິນ ໃນມື້ທີສອງຂອງເດືອນໜຶ່ງ, ໂມໂຣໄນໄດ້ຮັບສານຈາກຮີລາມັນກ່າວເຖິງການງານຂອງຜູ້ຄົນໃນແຜ່ນດິນສ່ວນນັ້ນ.
2 ແລະ ນີ້ຄືຄຳເວົ້າທີ່ເພິ່ນໄດ້ຂຽນມາ, ມີຄວາມວ່າ: ໂມໂຣໄນ ອ້າຍນ້ອງທີ່ຮັກຂອງຂ້າພະເຈົ້າ, ທັງໃນພຣະຜູ້ເປັນເຈົ້າ ແລະ ທັງໃນຄວາມຍາກລຳບາກຈາກສົງຄາມຂອງພວກເຮົານີ້; ຈົ່ງເບິ່ງ, ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າມີເລື່ອງຈະບອກໃຫ້ທ່ານຮູ້ຈັກກ່ຽວກັບສົງຄາມຂອງພວກເຮົາໃນແຜ່ນດິນພາກນີ້.
3 ຈົ່ງເບິ່ງ, ຊາວໜຸ່ມ ສອງພັນຄົນເຫລົ່ານີ້ ຊຶ່ງອຳໂມນພາລົງມາຈາກແຜ່ນດິນນີໄຟ—ບັດນີ້ທ່ານຮູ້ຈັກແລ້ວວ່າ ພວກເຂົາເປັນຜູ້ສືບຕະກຸນຂອງເລມັນຜູ້ເປັນລູກຊາຍກົກຂອງລີໄຮບັນພະບຸລຸດຂອງພວກເຮົາ.
4 ບັດນີ້ຂ້າພະເຈົ້າບໍ່ຈຳເປັນຕ້ອງທວນຄືນແກ່ທ່ານກ່ຽວກັບຮີດຄອງປະເພນີຂອງພວກເຂົາ ຫລື ຄວາມບໍ່ເຊື່ອຖືຂອງພວກເຂົາ, ເພາະທ່ານເອງກໍຮູ້ຈັກເລື່ອງທັງໝົດນີ້ຢູ່ແລ້ວ—
5 ສະນັ້ນ ມັນເປັນການພຽງພໍແລ້ວທີ່ຂ້າພະເຈົ້າຈະບອກທ່ານວ່າ ຊາຍໜຸ່ມສອງພັນຄົນນີ້ໄດ້ຈັບອາວຸດແຫ່ງສົງຄາມ, ແລະ ໄດ້ຂໍໃຫ້ຂ້າພະເຈົ້າເປັນຜູ້ນຳຂອງພວກເຂົາ; ແລະ ພວກເຮົາໄດ້ຍົກອອກໄປເພື່ອປ້ອງກັນປະເທດຊາດຂອງພວກເຮົາ.
6 ແລະ ບັດນີ້ທ່ານກໍຮູ້ຈັກຢູ່ແລ້ວກ່ຽວກັບ ພັນທະສັນຍາຊຶ່ງບັນພະບຸລຸດຂອງພວກເຂົາໄດ້ເຮັດໄວ້ວ່າ ພວກເຂົາຈະບໍ່ຈັບອາວຸດແຫ່ງສົງຄາມເພື່ອຕໍ່ສູ້ກັບພີ່ນ້ອງຂອງພວກເຂົາ.
7 ແຕ່ໃນປີທີຊາວຫົກ ເວລາພວກເຂົາໄດ້ເຫັນຄວາມທຸກ ແລະ ຄວາມຍາກລຳບາກທີ່ພວກເຮົາໄດ້ອົດທົນແທນພວກເຂົາ, ພວກເຂົາເກືອບຈະ ທຳລາຍພັນທະສັນຍາ ຊຶ່ງພວກເຂົາໄດ້ເຮັດໄວ້ ແລະ ວ່າຈະຈັບອາວຸດແຫ່ງສົງຄາມເພື່ອປ້ອງກັນພວກເຮົາ.
8 ແຕ່ວ່າຂ້າພະເຈົ້າບໍ່ຍອມປ່ອຍໃຫ້ພວກເຂົາທຳລາຍພັນທະສັນຍາທີ່ພວກເຂົາໄດ້ເຮັດໄວ້, ຊຶ່ງຂ້າພະເຈົ້າຄິດວ່າພຣະເຈົ້າຈະເພີ່ມກຳລັງໃຫ້ພວກເຮົາ, ເຖິງຂະໜາດທີ່ພວກເຮົາບໍ່ຈຳເປັນຕ້ອງທົນທຸກອີກຕໍ່ໄປ ຖ້າຫາກພວກເຂົາເຮັດຕາມຄຳສາບານທີ່ພວກເຂົາໄດ້ເຮັດໄວ້.
9 ແຕ່ຈົ່ງເບິ່ງ, ນີ້ເປັນເລື່ອງໜຶ່ງທີ່ພວກເຮົາຈະໄດ້ມີຄວາມປິຕິຍິນດີຫລາຍທີ່ສຸດ. ເພາະຈົ່ງເບິ່ງ, ໃນປີທີຊາວຫົກ, ຂ້າພະເຈົ້າຮີລາມັນໄດ້ເດີນທັບນຳໜ້າຊາຍໜຸ່ມສອງພັນຄົນໄປຫາເມືອງຢູດາຍ, ເພື່ອຊ່ວຍເຫລືອອານທິພັດ, ຜູ້ຊຶ່ງໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ດູແລຜູ້ຄົນໃນແຜ່ນດິນພາກນັ້ນ.
10 ແລະ ຂ້າພະເຈົ້າໄດ້ນຳເອົາລູກຊາຍສອງພັນຄົນຂອງຂ້າພະເຈົ້າ, (ເພາະວ່າພວກເຂົາມີຄ່າຄວນທີ່ຈະຖືກເອີ້ນວ່າລູກຊາຍ) ໄປຮ່ວມກັບກອງທັບຂອງອານທິພັດ, ຊຶ່ງດ້ວຍກຳລັງນີ້ ອານທິພັດມີຄວາມປິຕິຍິນດີຢ່າງຍິ່ງ; ເພາະຈົ່ງເບິ່ງ, ຊາວເລມັນໄດ້ລົດກຳລັງທັບຂອງລາວລົງ ແລະ ທະຫານຂອງລາວຖືກຂ້າຕາຍຢ່າງຫລວງຫລາຍ, ດ້ວຍເຫດນີ້ ພວກເຮົາຈຶ່ງເປັນທຸກ.
11 ເຖິງຢ່າງໃດກໍຕາມ, ພວກເຮົາຍັງປອບໃຈຕົວເອງໃນເລື່ອງນີ້ວ່າ ພວກເຂົາໄດ້ຕາຍໄປເພື່ອອຸດົມການຂອງປະເທດຊາດຂອງຕົນ ແລະ ເພື່ອພຣະເຈົ້າຂອງພວກເຂົາ, ແທ້ຈິງແລ້ວ, ພວກເຂົາ ເປັນສຸກແລ້ວ.
12 ແລະ ຊາວເລມັນໄດ້ກັກຂັງຊະເລີຍເສິກຫລາຍຄົນໄວ້ອີກ, ຊຶ່ງລ້ວນແຕ່ເປັນຫົວໜ້ານາຍທະຫານ, ເພາະບໍ່ມີຜູ້ໃດອື່ນເລີຍທີ່ພວກນັ້ນຈະໄວ້ຊີວິດ. ແລະ ພວກເຮົາຄິດວ່າ ຂະນະນີ້ນາຍທະຫານເຫລົ່ານີ້ອາດຈະຖືກກັກຂັງໄວ້ຢູ່ໃນແຜ່ນດິນນີໄຟ; ຖ້າຫາກພວກເຂົາຍັງບໍ່ທັນຖືກຂ້າເທື່ອ.
13 ແລະ ບັດນີ້ ນີ້ແມ່ນເມືອງທີ່ຊາວເລມັນຍຶດເອົາໄປໂດຍການເສຍເລືອດເນື້ອຂອງຜູ້ກ້າຫານຂອງພວກເຮົາຫລາຍຄົນ:
14 ແຜ່ນດິນແມນທາຍ, ຫລື ເມືອງແມນທາຍ, ແລະ ເມືອງຊີເອສຣອມ, ແລະ ເມືອງຄູມະໄນ, ແລະ ເມືອງອານທິພາຣາ.
15 ແລະ ເມືອງເຫລົ່ານີ້ຖືກພວກເລມັນຍຶດເອົາໄປ ເວລາຂ້າພະເຈົ້າໄປຮອດເມືອງຢູດາຍ; ແລະ ຂ້າພະເຈົ້າໄດ້ພົບກັບອານທິພັດ ພ້ອມດ້ວຍທະຫານຂອງລາວທີ່ກຳລັງເຮັດວຽກຢູ່ຢ່າງໜັກສຸດກຳລັງຢູ່ເພື່ອເສີມສ້າງເມືອງໃຫ້ແໜ້ນໜາຂຶ້ນ.
16 ແທ້ຈິງແລ້ວ, ພວກເຂົາມີຄວາມອ່ອນເພຍຫລາຍທັງຮ່າງກາຍ ແລະ ທາງວິນຍານ, ເພາະວ່າພວກເຂົາໄດ້ຕໍ່ສູ້ຢ່າງອາດຫານໃນເວລາກາງເວັນ ແລະ ເຮັດວຽກໜັກໃນເວລາກາງຄືນເພື່ອຮັກສາເມືອງຂອງພວກເຂົາໄວ້; ແລະ ພວກເຂົາຕ້ອງທົນທຸກຢ່າງສາຫັດຕໍ່ທຸກຢ່າງ.
17 ແລະ ບັດນີ້ພວກເຂົາຕັ້ງໃຈຈະເອົາຊະນະ ຫລື ຖືກຂ້າຢູ່ໃນບ່ອນນີ້; ສະນັ້ນ ທ່ານຈະຄິດວ່າກຳລັງຂອງຄົນກຸ່ມນ້ອຍໆ ຊຶ່ງຂ້າພະເຈົ້ານຳມານີ້, ແທ້ຈິງແລ້ວ, ພວກຊາຍໜຸ່ມຂອງຂ້າພະເຈົ້າ ຈະໃຫ້ຄວາມຫວັງ ແລະ ຄວາມສຸກແກ່ພວກເຂົາຫລາຍຂະໜາດໃດ.
18 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເວລາຊາວເລມັນເຫັນວ່າອານທິພັດໄດ້ຮັບກຳລັງເພີ່ມໃຫ້ກອງທັບຂອງລາວຫລາຍຂຶ້ນ, ອາມໂມຣອນຈຶ່ງສັ່ງກອງທັບຂອງລາວວ່າ ບໍ່ໃຫ້ພວກເຂົາມາໂຈມຕີເມືອງຢູດາຍ, ຫລື ຍົກມາສູ້ຮົບກັບພວກເຮົາ.
19 ແລະ ພວກເຮົາຈຶ່ງເປັນທີ່ໂປດປານຂອງພຣະຜູ້ເປັນເຈົ້າດັ່ງນີ້; ເພາະຖ້າຫາກພວກເຂົາຍົກມາໂຈມຕີພວກເຮົາໃນຂະນະທີ່ພວກເຮົາຍັງອ່ອນແອຢູ່ນັ້ນ ພວກເຂົາອາດຈະທຳລາຍກອງທັບນ້ອຍໆຂອງພວກເຮົາໄດ້; ແຕ່ວ່າພວກເຮົາໄດ້ຖືກປົກປັກຮັກສາໄວ້ດັ່ງນີ້.
20 ອາມໂມຣອນໄດ້ສັ່ງໃຫ້ຜູ້ຄົນຂອງລາວຮັກສາເມືອງເຫລົ່ານັ້ນ ຊຶ່ງພວກເຂົາໄດ້ຍຶດເອົາມາໄດ້. ແລະ ປີທີຊາວຫົກໄດ້ສິ້ນສຸດລົງດັ່ງນີ້. ແລະ ໃນຕົ້ນປີທີຊາວເຈັດ ພວກເຮົາໄດ້ຕຽມເມືອງ ແລະ ຕຽມຕົວທີ່ຈະສູ້ຮົບ.
21 ບັດນີ້ພວກເຮົາປາດຖະໜາຈະໃຫ້ຊາວເລມັນຍົກມາໂຈມຕີພວກເຮົາ; ເພາະພວກເຮົາບໍ່ປາດຖະໜາທີ່ຈະຍົກໄປໂຈມຕີພວກເຂົາໃນທີ່ໝັ້ນຂອງພວກເຂົາ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ຈັດວາງນັກສືບໄວ້ທົ່ວໄປເພື່ອຕິດຕາມການເຄື່ອນໄຫວຂອງຊາວເລມັນ, ວ່າພວກເຂົາຈະບໍ່ຍົກທັບຜ່ານພວກເຮົາໄປໃນເວລາກາງຄືນ ຫລື ໃນເວລາກາງເວັນ ເພື່ອໄປໂຈມຕີເມືອງອື່ນໆຂອງພວກເຮົາຢູ່ທາງເໜືອ.
23 ເພາະພວກເຮົາຮູ້ຈັກວ່າເມືອງເຫລົ່ານັ້ນຍັງບໍ່ທັນມີກຳລັງພຽງພໍທີ່ຈະປະເຊີນໜ້າກັບສັດຕູເທື່ອ; ສະນັ້ນ ພວກເຮົາຈຶ່ງປາດຖະໜາທີ່ຈະເຂົ້າໂຈມຕີພວກເຂົາທາງຂ້າງຫລັງ ຖ້າຫາກພວກເຂົາຜ່ານພວກເຮົາໄປ, ແລະ ໂດຍວິທີນີ້ ພວກເຮົາກໍຈະໄດ້ໂຈມຕີພວກເຂົາທາງຂ້າງຫລັງ ແລະ ໃນຂະນະດຽວກັນ ພວກເຂົາຈະຖືກໂຈມຕີທາງດ້ານໜ້າ. ພວກເຮົາຄິດວ່າ ພວກເຮົາຈະເອົາຊະນະສັດຕູໄດ້; ແຕ່ຈົ່ງເບິ່ງ, ພວກເຮົາຕ້ອງຜິດຫວັງໃນຄວາມຕັ້ງໃຈເທື່ອນີ້.
24 ພວກເຂົາບໍ່ກ້າຍົກກອງທັບທັງໝົດຂອງພວກເຂົາຜ່ານໄປ, ທັງບໍ່ກ້າຍົກກອງທັບບາງສ່ວນຜ່ານໄປ ເພາະຢ້ານວ່າຕົນເອງບໍ່ມີກຳລັງພຽງພໍ, ແລະ ຢ້ານວ່າຈະເສຍໄຊ.
25 ແລະ ພວກເຂົາກໍບໍ່ກ້າເດີນທັບລົງໄປຕີເມືອງເຊຣາເຮັມລາ; ທັງບໍ່ກ້າຂ້າມຫົວແມ່ນ້ຳຊີໂດນໄປຫາເມືອງນີໄຟຮາຄືກັນ.
26 ແລະ ດ້ວຍກຳລັງທັບຂອງພວກເຂົາ, ພວກເຂົາຈຶ່ງຕັ້ງໃຈທີ່ຈະຮັກສາເມືອງຕ່າງໆທີ່ພວກເຂົາຍຶດໄດ້ດັ່ງນີ້.
27 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນໃນເດືອນທີສອງຂອງປີນີ້, ພວກເຮົາໄດ້ຮັບສະບຽງອາຫານຫລາຍຢ່າງຈາກພວກພໍ່ຂອງຊາຍໜຸ່ມສອງພັນຄົນຂອງຂ້າພະເຈົ້າ.
28 ແລະ ມີຄົນອີກສອງພັນຄົນທີ່ຖືກສົ່ງມາໃຫ້ພວກເຮົາຈາກແຜ່ນດິນເຊຣາເຮັມລາ. ແລະ ພວກເຮົາຈຶ່ງມີຄົນພ້ອມແລ້ວຢູ່ສະເໝີໜຶ່ງໝື່ນຄົນ, ແລະ ມີທັງສະບຽງອາຫານສຳລັບພວກເຂົາ, ແລະ ສຳລັບເມຍຂອງພວກເຂົາ ແລະ ລູກຂອງພວກເຂົາ.
29 ແລະ ຊາວເລມັນຈຶ່ງເຫັນວ່າກຳລັງຂອງພວກເຮົານັບມື້ນັບເຂັ້ມແຂງຂຶ້ນເລື້ອຍໆດັ່ງນີ້ ແລະ ສະບຽງອາຫານກໍຖືກສົ່ງມາຄ້ຳຊູພວກເຮົາ, ພວກເຂົາກໍເລີ່ມມີຄວາມຢ້ານກົວຫລາຍຂຶ້ນ, ແລະ ໄດ້ຍົກທັບໄປທັນທີ ເພື່ອຈະໄດ້ຢັບຢັ້ງບໍ່ໃຫ້ພວກເຮົາໄດ້ຮັບສະບຽງອາຫານ ແລະ ກຳລັງເພີ່ມເຕີມ.
30 ບັດນີ້ເວລາພວກເຮົາເຫັນວ່າຊາວເລມັນເລີ່ມກະວົນກະວາຍກ່ຽວກັບເລື່ອງນີ້, ພວກເຮົາຈຶ່ງຄິດຈະໃຊ້ກົນອຸບາຍກັບພວກເຂົາ; ສະນັ້ນ ອານທິພັດຈຶ່ງສັ່ງໃຫ້ຂ້າພະເຈົ້າເດີນທັບໄປພ້ອມດ້ວຍພວກລູກຊາຍໜຸ່ມຂອງຂ້າພະເຈົ້າ ເພື່ອໄປຫາເມືອງທີ່ຢູ່ໃກ້ຄຽງໃຫ້ເຮັດຄືກັບວ່າ ພວກເຮົາກຳລັງຂົນສະບຽງອາຫານໄປຫາເມືອງທີ່ຢູ່ໃກ້ຄຽງນັ້ນ.
31 ແລະ ພວກເຮົາໄດ້ເດີນທັບໄປໃກ້ເມືອງອານທິພາຣາ, ຄ້າຍຄືກັບວ່າຈະກາຍເມືອງນັ້ນໄປຫາອີກເມືອງໜຶ່ງທີ່ຢູ່ໃນຊາຍແດນໃກ້ແຄມທະເລ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ເດີນທັບໄປຄ້າຍຄືກັບວ່າ ພວກເຮົາຈະໄປຫາເມືອງນັ້ນພ້ອມດ້ວຍສະບຽງອາຫານຂອງພວກເຮົາ.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ອານທິພັດໄດ້ເດີນທັບໄປພ້ອມດ້ວຍກອງທັບສ່ວນໜຶ່ງຂອງລາວ, ໂດຍໄດ້ປະສ່ວນທີ່ເຫລືອໄວ້ເພື່ອຮັກສາຕົວເມືອງ. ແຕ່ວ່າລາວບໍ່ໄດ້ຍົກໄປຈົນກວ່າຂ້າພະເຈົ້າຈະຍົກໄປກ່ອນພ້ອມດ້ວຍກອງທັບນ້ອຍຂອງຂ້າພະເຈົ້າ ແລະ ມາຮອດໃກ້ເມືອງອານທິພາຣາ.
34 ແລະ ບັດນີ້, ຢູ່ໃນເມືອງອານທິພາຣານັ້ນມີກອງທັບທີ່ເຂັ້ມແຂງທີ່ສຸດຂອງຊາວເລມັນຕັ້ງຢູ່; ແທ້ຈິງແລ້ວ, ຢູ່ທີ່ນັ້ນມີກຳລັງພົນຫລາຍທີ່ສຸດ.
35 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາພວກເລມັນໄດ້ຮັບແຈ້ງຄວາມຈາກນັກສືບ, ພວກເຂົາກໍໄດ້ຍົກທັບມາພ້ອມດ້ວຍກຳລັງທັບຂອງພວກເຂົາ ແລະ ເຂົ້າມາໂຈມຕີພວກເຮົາ.
36 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ໜີໄປທາງໜ້າພວກເຂົາໄປທາງເໜືອ. ແລະ ພວກເຮົາໄດ້ນຳເອົາກອງທັບທີ່ມີກຳລັງຫລາຍທີ່ສຸດຂອງຊາວເລມັນອອກໄປຈາກທີ່ໝັ້ນດັ່ງນີ້;
37 ແທ້ຈິງແລ້ວ, ແມ່ນໄລຍະໄກບໍ່ໜ້ອຍ, ເຖິງຂະໜາດທີ່ເມື່ອພວກເຂົາເຫັນກອງທັບຂອງອານທິພັດຕິດຕາມມາດ້ວຍສຸດກຳລັງ, ພວກເຂົາບໍ່ໄດ້ຫັນຂວາ ຫລື ຊ້າຍ, ແຕ່ໄດ້ຍົກທັບຕິດຕາມພວກເຮົາມາໃນເສັ້ນທາງຊື່; ແລະ ດັ່ງທີ່ພວກເຂົາຄິດໄວ້, ມັນເປັນເຈດຕະນາຂອງພວກເຂົາທີ່ຈະຂ້າພວກເຮົາເສຍ ກ່ອນທີ່ອານທິພັດຈະຍົກທັບມາທັນພວກເຂົາ, ແລະ ນີ້ກໍເພື່ອວ່າພວກເຂົາຈະບໍ່ໄດ້ຖືກທະຫານຂອງພວກເຮົາລ້ອມໄວ້.
38 ແລະ ບັດນີ້ເວລາອານທິພັດເຫັນວ່າພວກເຮົາມີອັນຕະລາຍ, ຈຶ່ງຟ້າວເດີນທັບຂອງລາວມາຢ່າງວ່ອງໄວ. ແຕ່ຈົ່ງເບິ່ງ, ມັນເປັນເວລາກາງຄືນ; ສະນັ້ນ ພວກເຂົາຈຶ່ງບໍ່ສາມາດຕິດຕາມພວກເຮົາມາທັນ, ທັງອານທິພັດກໍຕິດຕາມພວກເຂົາບໍ່ທັນຄືກັນ; ສະນັ້ນ ພວກເຮົາຈຶ່ງໄດ້ຕັ້ງຄ້າຍພັກຂຶ້ນໃນຄືນນັ້ນ.
39 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຕອນເຊົ້າມືດຂອງມື້ນັ້ນ, ຈົ່ງເບິ່ງ, ຊາວເລມັນໄດ້ອອກໄລ່ຕາມພວກເຮົາມາອີກແລ້ວ. ບັດນີ້ພວກເຮົາບໍ່ມີກຳລັງພຽງພໍທີ່ຈະຕໍ່ສູ້ກັບພວກເຂົາ; ແທ້ຈິງແລ້ວ, ຂ້າພະເຈົ້າທົນບໍ່ໄດ້ທີ່ຈະໃຫ້ລູກຊາຍໜຸ່ມທັງຫລາຍຂອງຂ້າພະເຈົ້າຕ້ອງຕົກຢູ່ໃນກຳມືຂອງພວກເຂົາ; ສະນັ້ນ ພວກເຮົາຈຶ່ງໄດ້ເດີນທັບຕໍ່ໄປ, ແລະ ພວກເຮົາໄດ້ເດີນທັບເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ.
40 ບັດນີ້ພວກເຂົາບໍ່ກ້າຫັນຂວາ ຫລື ຊ້າຍ ເພາະພວກເຂົາຢ້ານວ່າພວກເຂົາຈະຖືກອ້ອມໄວ້; ທັງຂ້າພະເຈົ້າເອງກໍບໍ່ກ້າຫັນຂວາ ຫລື ຊ້າຍ ເພາະຢ້ານວ່າພວກເຂົາຈະຕາມມາທັນ, ແລະ ພວກເຮົາຈະຕ້ານທານພວກເຂົາບໍ່ໄດ້, ແຕ່ຈະຖືກຂ້າ, ແລ້ວພວກເຂົາກໍຈະໜີໄປໄດ້; ແລະ ດ້ວຍເຫດນີ້ ພວກເຮົາຈຶ່ງໄດ້ປົບໜີໄປເລື້ອຍໆໃນຖິ່ນແຫ້ງແລ້ງກັນດານໝົດມື້ນັ້ນຈົນຮອດຕອນຄ່ຳມືດ.
41 ແລະ ເຫດການໄດ້ບັງເກີດຂຶ້ນອີກຄື, ຕອນເຊົ້າມື້ໃໝ່ມາ ພວກເຮົາກໍເຫັນຊາວເລມັນຕິດຕາມມາອີກ, ແລະ ພວກເຮົາກໍໄດ້ໜີໄປທາງໜ້າພວກເຂົາຕໍ່ໄປ.
42 ແຕ່ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຢຸດໄລ່ ຫລັງຈາກຕາມມາບໍ່ໄກເທົ່າໃດ; ແລະ ມັນເປັນຕອນເຊົ້າຂອງວັນທີສາມຂອງເດືອນເຈັດ.
43 ແລະ ບັດນີ້, ພວກເຮົາບໍ່ຮູ້ວ່າອານທິພັດໄດ້ໄລ່ຕາມພວກນັ້ນມາທັນຫລືບໍ່, ແຕ່ຂ້າພະເຈົ້າໄດ້ເວົ້າກັບຄົນຂອງຂ້າພະເຈົ້າວ່າ: ຈົ່ງເບິ່ງ, ພວກເຮົາບໍ່ຮູ້ວ່າເປັນຫຍັງສັດຕູຈຶ່ງຢຸດໄລ່ຕາມພວກເຮົາ ມັນອາດຈະເປັນຈຸດປະສົງຂອງພວກເຂົາທີ່ຈະໃຫ້ພວກເຮົາເຂົ້າໂຈມຕີ, ເພື່ອວ່າພວກເຮົາຈະຖືກບ້ວງຂອງພວກເຂົາ;
44 ສະນັ້ນ ພວກເຈົ້າຈະວ່າແນວໃດ, ລູກຂອງພໍ່, ພວກເຈົ້າຈະອອກໄປສູ້ຮົບກັບພວກເຂົາບໍ?
45 ແລະ ບັດນີ້ຂ້າພະເຈົ້າເວົ້າກັບທ່ານ, ອ້າຍນ້ອງໂມໂຣໄນທີ່ຮັກແພງຂອງຂ້າພະເຈົ້າ, ວ່າຂ້າພະເຈົ້າບໍ່ເຄີຍເຫັນ ຄວາມກ້າຫານແບບນີ້ມາກ່ອນເລີຍ, ບໍ່ເຄີຍເລີຍ, ບໍ່ເຄີຍເຫັນຜູ້ໃດເລີຍແມ່ນແຕ່ໃນບັນດາຊາວນີໄຟທັງໝົດ.
46 ເພາະຂ້າພະເຈົ້າຈົນເຖິງຂັ້ນເອີ້ນພວກເຂົາວ່າລູກຊາຍ (ເພາະວ່າພວກເຂົາທຸກຄົນຍັງໜຸ່ມນ້ອຍຫລາຍ) ຈົນວ່າພວກເຂົາເອີ້ນຂ້າພະເຈົ້າວ່າ: ພໍ່ເອີຍ, ຈົ່ງເບິ່ງ ພຣະເຈົ້າສະຖິດຢູ່ກັບພວກເຮົາ, ແລະ ພຣະອົງຈະບໍ່ຍອມໃຫ້ພວກເຮົາຖືກຂ້າດອກ; ຂໍໃຫ້ພວກເຮົາອອກໄປເທາະ; ພວກເຮົາຈະບໍ່ຂ້າພີ່ນ້ອງຊາວເລມັນຂອງພວກເຮົາ ຖ້າຫາກພວກເຂົາຈະປ່ອຍພວກເຮົາໃຫ້ຢູ່ຕາມລຳພັງ; ສະນັ້ນ ຂໍໃຫ້ພວກເຮົາອອກໄປເທາະ ຢ້ານວ່າພວກສັດຕູຈະເອົາຊະນະກອງທັບຂອງອານທິພັດ.
47 ບັດນີ້ພວກເຂົາບໍ່ເຄີຍຕໍ່ສູ້ມາກ່ອນ, ແຕ່ພວກເຂົາບໍ່ຢ້ານຄວາມຕາຍເລີຍ; ແລະ ພວກເຂົາໄດ້ຄິດເຖິງ ເສລີພາບຂອງພໍ່ຂອງພວກເຂົາຫລາຍກວ່າຊີວິດຂອງຕົນເອງ; ແທ້ຈິງແລ້ວ, ພວກເຂົາໄດ້ຮັບການສິດສອນຈາກ ແມ່ຂອງພວກເຂົາ, ວ່າຖ້າຫາກພວກເຂົາບໍ່ສົງໄສ, ແລ້ວພຣະເຈົ້າຈະປົດປ່ອຍພວກເຂົາ.
48 ແລະ ພວກເຂົາໄດ້ທົບທວນຄຳເວົ້າຂອງແມ່ຂອງພວກເຂົາກັບຂ້າພະເຈົ້າ, ໂດຍກ່າວວ່າ: ພວກເຮົາບໍ່ສົງໄສເລີຍວ່າ ແມ່ຂອງພວກເຮົາຮູ້ຈັກເລື່ອງນີ້.
49 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າພ້ອມດ້ວຍທະຫານສອງພັນຄົນໄດ້ຫັນກັບໄປຕໍ່ສູ້ກັບຊາວເລມັນທີ່ໄດ້ໄລ່ຕາມພວກເຮົາມາ. ແລະ ບັດນີ້ຈົ່ງເບິ່ງ, ກອງທັບຂອງອານທິພັດໄດ້ຍົກມາທັນ ແລະ ການສູ້ຮົບອັນດຸເດືອດກໍເລີ່ມຕົ້ນ.
50 ໂດຍທີ່ກອງທັບຂອງອານທິພັດຍັງມີຄວາມອ່ອນເພຍຫລາຍຢູ່ຍ້ອນການເດີນທັບມາໄກພາຍໃນໄລຍະເວລາອັນສັ້ນໆແບບນີ້, ພວກເຂົາຈຶ່ງເກືອບຕົກຢູ່ໃນກຳມືຂອງຊາວເລມັນ; ແລະ ຖ້າຫາກຂ້າພະເຈົ້າບໍ່ກັບຄືນມາພ້ອມດ້ວຍສອງພັນຄົນນີ້ແລ້ວ ພວກເຂົາຄົງຈະໄດ້ບັນລຸຕາມຈຸດປະສົງຂອງພວກເຂົາໄປແລ້ວ.
51 ເພາະອານທິພັດ ແລະ ຜູ້ນຳທະຫານຫລາຍຄົນໄດ້ຖືກຂ້າຕາຍດ້ວຍດາບ ຍ້ອນວ່າຄວາມອິດເມື່ອຍຂອງພວກເຂົາ ຊຶ່ງເກີດມາຈາກການເດີນທັບຢ່າງວ່ອງໄວ—ສະນັ້ນ ທະຫານຂອງອານທິພັດຈຶ່ງມີຄວາມສັບສົນຍ້ອນການຕາຍຂອງພວກຜູ້ນຳຂອງພວກເຂົາ, ແລ້ວພວກເຂົາກໍເລີ່ມແຕກໜີໄປຈາກຊາວເລມັນ.
52 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນຈຶ່ງມີກຳລັງໃຈຂຶ້ນ, ແລະ ເລີ່ມໄລ່ຕາມພວກເຂົາໄປ; ແລະ ຊາວເລມັນໄດ້ໄລ່ພວກເຂົາໄປຢ່າງເອົາຈິງເອົາຈັງ ເມື່ອຮີລາມັນພ້ອມດ້ວຍສອງພັນຄົນຂອງເພິ່ນເຂົ້າຕີທາງດ້ານຫລັງ, ແລະ ເລີ່ມຂ້າພວກເຂົາລົງຢ່າງຫລວງຫລາຍ, ເຖິງຂະໜາດທີ່ກອງທັບຂອງຊາວເລມັນທັງໝົດຕ້ອງຢຸດ ແລະ ຫັນກັບມາສູ້ກັບຮີລາມັນ.
53 ບັດນີ້ເວລາຄົນຂອງອານທິພັດເຫັນວ່າຊາວເລມັນຫວນກັບຄືນໄປ, ພວກເຂົາຈຶ່ງໄດ້ເຕົ້າໂຮມກັນເຂົ້າ ແລະ ເຂົ້າໄປໂຈມຕີທາງດ້ານຫລັງຂອງຊາວເລມັນອີກ.
54 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄືພວກເຮົາ, ຜູ້ຄົນຂອງນີໄຟ, ທະຫານຂອງອານທິພັດ, ແລະ ຂ້າພະເຈົ້າພ້ອມດ້ວຍສອງພັນຄົນຂອງຂ້າພະເຈົ້າໄດ້ລ້ອມຊາວເລມັນໄວ້ ແລະ ໄດ້ຂ້າພວກເຂົາ; ແທ້ຈິງແລ້ວ, ເຖິງຂະໜາດທີ່ພວກເຂົາຖືກບັງຄັບໃຫ້ມອບອາວຸດແຫ່ງສົງຄາມ ແລະ ມອບຕົວໃຫ້ເປັນຊະເລີຍເສິກ.
55 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເວລາພວກເຂົາຍອມມອບຕົວໃຫ້ກັບພວກເຮົາແລ້ວ, ຈົ່ງເບິ່ງ, ຂ້າພະເຈົ້າຈຶ່ງໄດ້ນັບຈຳນວນຊາຍໜຸ່ມທັງໝົດທີ່ໄດ້ຕໍ່ສູ້ຮ່ວມກັບຂ້າພະເຈົ້າ, ຢ້ານວ່າຈະມີຫລາຍຄົນຖືກຂ້າຕາຍ.
56 ແຕ່ຈົ່ງເບິ່ງ, ຂ້າພະເຈົ້າມີຄວາມປິຕິຍິນດີຫລາຍທີ່ສຸດ ເພາະວ່າ ບໍ່ມີຈັກຄົນເລີຍທີ່ລົ້ມຕາຍກັບພື້ນດິນ; ແທ້ຈິງແລ້ວ, ພວກເຂົາໄດ້ຕໍ່ສູ້ຄືກັນກັບວ່າພວກເຂົາຕໍ່ສູ້ດ້ວຍພະລັງຂອງພຣະເຈົ້າ; ແທ້ຈິງແລ້ວ, ບໍ່ເຄີຍມີຜູ້ໃດເຄີຍເຫັນການຕໍ່ສູ້ດ້ວຍພະລັງອັນໜ້າອັດສະຈັນໃຈແບບນີ້ມາກ່ອນເລີຍ; ແລະ ດ້ວຍພະລັງອັນຍິ່ງໃຫຍ່ນີ້ ພວກເຂົາຈຶ່ງໄດ້ໂຈມຕີຊາວເລມັນ, ຈົນເຮັດໃຫ້ພວກເຂົາມີຄວາມຢ້ານກົວຫລາຍ; ແລະ ດ້ວຍເຫດນີ້ຊາວເລມັນຈຶ່ງໄດ້ຍອມມອບຕົວເປັນຊະເລີຍເສິກ.
57 ແລະ ເນື່ອງຈາກວ່າພວກເຮົາບໍ່ມີບ່ອນສຳລັບໄວ້ຊະເລີຍເສິກ, ທີ່ຈະໃຫ້ພວກເຮົາຮັກສາພວກເຂົາໃຫ້ພົ້ນຈາກກອງທັບຂອງຊາວເລມັນ, ສະນັ້ນ ພວກເຮົາຈຶ່ງໄດ້ຈັດສົ່ງພວກເຂົາໄປຫາແຜ່ນດິນເຊຣາເຮັມລາ, ຊຶ່ງມີທະຫານສ່ວນໜຶ່ງຂອງອານທິພັດຜູ້ທີ່ບໍ່ໄດ້ຖືກຂ້ານຳພາໄປ, ແລະ ສ່ວນທີ່ເຫລືອຢູ່ນັ້ນ ຂ້າພະເຈົ້າໄດ້ພາພວກເຂົາໄປຮ່ວມກັບຊາຍໜຸ່ມ ຊາວອຳໂມນຂອງຂ້າພະເຈົ້າ, ແລະ ເດີນທັບກັບຄືນໄປຫາເມືອງຢູດາຍ.