ບົດທີ 57
ຮີລາມັນທົບທວນເຖິງການຍຶດເອົາເມືອງອານທິພາຣາ ແລະ ເຖິງການຍອມຈຳນົນ ແລະ ພາຍຫລັງມາໄດ້ເປັນກຳລັງປ້ອງກັນເມືອງຄູມະໄນ—ຊາຍໜຸ່ມຊາວອຳໂມນຕໍ່ສູ້ຢ່າງອົງອາດກ້າຫານ ແລະ ບໍ່ມີຜູ້ໃດຖືກຂ້າຕາຍເລີຍ; ມີແຕ່ໄດ້ຮັບບາດເຈັບເທົ່ານັ້ນ—ກິດລາຍງານເຖິງການຂ້າຟັນ ແລະ ການໂຕນໜີຂອງຊະເລີຍເສິກຊາວເລມັນ. ປະມານ 63 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ຮັບສານສະບັບໜຶ່ງຈາກກະສັດອາມໂມຣອນ, ທີ່ມີຄວາມວ່າ ຖ້າຫາກຂ້າພະເຈົ້າສົ່ງຊະເລີຍເສິກທີ່ພວກເຮົາຈັບໄດ້ຄືນໃຫ້ລາວ ແລ້ວລາວຈະມອບເມືອງອານທິພາຣາໃຫ້ພວກເຮົາ.
2 ແຕ່ຂ້າພະເຈົ້າໄດ້ສົ່ງສານຕອບກະສັດ, ວ່າພວກເຮົາແນ່ໃຈວ່າ ກຳລັງຄົນຂອງພວກເຮົາມີພຽງພໍທີ່ຈະຕີເອົາເມືອງອານທິພາຣາໄດ້ດ້ວຍກຳລັງຂອງພວກເຮົາ; ແລະ ການສົ່ງຊະເລີຍເພື່ອແລກປ່ຽນກັບເມືອງນັ້ນ ພວກເຮົາຄິດວ່າມັນບໍ່ເປັນການສະຫລາດເລີຍ, ແລະ ວ່າພວກເຮົາຈະສົ່ງຊະເລີຍເສິກຄືນເພື່ອເປັນການແລກປ່ຽນກັບຊະເລີຍເສິກເທົ່ານັ້ນ.
3 ແລະ ອາມໂມຣອນປະຕິເສດສານຂອງຂ້າພະເຈົ້າ, ເພາະວ່າລາວບໍ່ຍອມແລກປ່ຽນຊະເລີຍເສິກ; ສະນັ້ນ ພວກເຮົາຈຶ່ງຕຽມພ້ອມເພື່ອຈະໄປຕີເອົາເມືອງອານທິພາຣາ.
4 ແຕ່ຜູ້ຄົນເມືອງອານທິພາຣາໄດ້ປະຖິ້ມເມືອງ ແລະ ອອກໜີໄປຫາເມືອງຕ່າງໆ ຊຶ່ງພວກເຂົາເປັນເຈົ້າຂອງຢູ່, ເພື່ອເສີມກຳລັງເມືອງເຫລົ່ານັ້ນ; ແລະ ດ້ວຍເຫດນີ້ ເມືອງອານທິພາຣາຈຶ່ງຕົກຢູ່ໃນມືຂອງພວກເຮົາດັ່ງນີ້.
5 ແລະ ປີທີຊາວແປດແຫ່ງການປົກຄອງຂອງຜູ້ຕັດສິນໄດ້ສິ້ນສຸດລົງດັ່ງນີ້.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຕົ້ນປີທີຊາວເກົ້າ ພວກເຮົາໄດ້ສະບຽງອາຫານຊຸດໜຶ່ງ ແລະ ກຳລັງພົນມາເພີ່ມເຕີມກອງທັບອີກ, ຊຶ່ງໄດ້ມາຈາກແຜ່ນດິນເຊຣາເຮັມລາ, ແລະ ມາຈາກແຜ່ນດິນອ້ອມແອ້ມເປັນຈຳນວນຫົກພັນຄົນ, ນອກນັ້ນຍັງມີ ຊາຍໜຸ່ມຊາວອຳໂມນອີກຫົກສິບຄົນ ຜູ້ທີ່ມາເຂົ້າຮ່ວມກັບກອງທັບນ້ອຍສອງພັນຄົນຂອງຂ້າພະເຈົ້າ ຊຶ່ງເປັນພີ່ນ້ອງຂອງພວກເຂົາເອງ. ແລະ ບັດນີ້ຈົ່ງເບິ່ງ, ພວກເຮົາມີກຳລັງເພີ່ມຂຶ້ນ, ແທ້ຈິງແລ້ວ, ພວກເຮົາໄດ້ຮັບສະບຽງອາຫານຢ່າງເຫລືອເຟືອຕື່ມອີກ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນເປັນຄວາມປາດຖະໜາຂອງພວກເຮົາທີ່ຈະສູ້ຮົບກັບກອງທັບທີ່ຖືກວາງໄວ້ເພື່ອປ້ອງກັນເມືອງຄູມະໄນ.
8 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າຈະບອກໃຫ້ທ່ານຮູ້ວ່າ ຈາກນັ້ນໄປບໍ່ດົນພວກເຮົາກໍໄດ້ສຳເລັດຕາມຄວາມປາດຖະໜາຂອງພວກເຮົາ; ແທ້ຈິງແລ້ວ, ດ້ວຍກຳລັງອັນເຂັ້ມແຂງຂອງພວກເຮົາ, ຫລືດ້ວຍສ່ວນໜຶ່ງຂອງກຳລັງອັນເຂັ້ມແຂງຂອງພວກເຮົາ, ພວກເຮົາໄດ້ລ້ອມເມືອງຄູມະໄນໄວ້ໃນຕອນກາງຄືນ, ໃກ້ເວລາທີ່ພວກເຂົາຈະໄດ້ຮັບສະບຽງອາຫານ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ຕັ້ງຄ້າຍຢູ່ຮອບເມືອງເປັນເວລາຫລາຍຄືນ; ແຕ່ວ່າພວກເຮົາໄດ້ນອນກັບດາບ ແລະ ຈັດເວນຍາມໄວ້ເພື່ອຊາວເລມັນຈະບໍ່ໄດ້ມາໂຈມຕີພວກເຮົາໃນເວລາກາງຄືນ ແລະ ຂ້າພວກເຮົາຖິ້ມ ຊຶ່ງພວກເຂົາເຄີຍພະຍາຍາມມາກ່ອນແລ້ວຫລາຍເທື່ອ; ແຕ່ທຸກໆເທື່ອທີ່ພວກເຂົາພະຍາຍາມແບບນີ້ ພວກເຂົາຕ້ອງໄດ້ເສຍເລືອດເນື້ອໄປ.
10 ຫລັງຈາກນັ້ນບໍ່ດົນສະບຽງອາຫານຂອງພວກເຂົາກໍມາຮອດ ແລະ ກຳລັງທີ່ຈະເຂົ້າເມືອງໃນເວລາກາງຄືນ. ແລະ ສະນັ້ນ, ພວກເຮົາ, ຊາວນີໄຟ ແທນທີ່ຈະເປັນຊາວເລມັນ ຈຶ່ງໄດ້ຈັບພວກເຂົາ ແລະ ຍຶດເອົາສະບຽງອາຫານຂອງພວກເຂົາໄວ້.
11 ແລະ ເຖິງແມ່ນວ່າຊາວເລມັນຖືກຕັດອອກຈາກຄວາມຊ່ວຍເຫລືອຂອງພວກເຂົາຕາມວິທີນີ້, ແຕ່ພວກເຂົາຍັງຕັ້ງໃຈທີ່ຈະຮັກສາເມືອງນັ້ນໄວ້ຢູ່; ສະນັ້ນ ມັນຈຶ່ງເປັນການສົມຄວນທີ່ພວກເຮົາຈະຍຶດເອົາສະບຽງອາຫານເຫລົ່ານີ້ ແລະ ສົ່ງມັນໄປຫາເມືອງຢູດາຍ, ແລະ ສົ່ງຊະເລີຍເສິກຂອງພວກເຮົາໄປຫາແຜ່ນດິນເຊຣາເຮັມລາ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຜ່ານໄປບໍ່ເທົ່າໃດມື້ ກ່ອນທີ່ຊາວເລມັນຈະໝົດຫວັງທີ່ຈະໄດ້ຮັບຄວາມຊ່ວຍເຫລືອ; ສະນັ້ນ ພວກເຂົາຈຶ່ງຍອມມອບເມືອງໃຫ້ຢູ່ໃນກຳມືຂອງພວກເຮົາ; ແລະ ພວກເຮົາຈຶ່ງສຳເລັດຜົນດັ່ງນີ້ ຕາມແຜນການຂອງພວກເຮົາທີ່ຈະຍຶດເອົາເມືອງຄູມະໄນໄວ້.
13 ແຕ່ເຫດການໄດ້ບັງເກີດຂຶ້ນຄື ຊະເລີຍເສິກຂອງພວກເຮົາມີເປັນຈຳນວນຫລວງຫລາຍ, ຊຶ່ງຫລາຍກວ່າຈຳນວນທະຫານຂອງພວກເຮົາ, ພວກເຮົາຈຳເປັນຕ້ອງໃຊ້ກຳລັງທັງໝົດຂອງພວກເຮົາເພື່ອເຝົ້າຍາມ ແລະ ໄດ້ຂ້າຈຳນວນໜຶ່ງຖິ້ມ.
14 ເພາະຈົ່ງເບິ່ງ, ພວກເຂົາເປັນຈຳນວນຫລວງຫລາຍທີ່ພະຍາຍາມໂຕນໜີ ແລະ ຕໍ່ສູ້ດ້ວຍກ້ອນຫີນ, ຫລື ດ້ວຍໄມ້ຄ້ອນ, ຫລື ດ້ວຍອັນໃດກໍແລ້ວແຕ່ທີ່ພວກເຂົາຈະຫາມາໄດ້, ເຖິງຂະໜາດທີ່ພວກເຮົາໄດ້ຂ້າພວກເຂົາຖິ້ມເຖິງສອງພັນຄົນ ຫລັງຈາກທີ່ພວກເຂົາຍອມມອບຕົວເປັນຊະເລີຍເສິກແລ້ວ.
15 ສະນັ້ນ ມັນຈຶ່ງສົມຄວນສຳລັບພວກເຮົາທີ່ຈະຂ້າພວກເຂົາ, ຫລື ຕ້ອງຍາມພວກເຂົາດ້ວຍດາບໃນມື, ແລະ ພວກເຮົາຈຶ່ງໄດ້ພາພວກເຂົາລົງໄປຫາແຜ່ນດິນເຊຣາເຮັມລາ; ແລະ ເພາະສະບຽງອາຫານຂອງພວກເຮົາລວມທັງເຄື່ອງທີ່ຍຶດມາໄດ້ຈາກຊາວເລມັນກໍຍັງບໍ່ພໍສຳລັບທະຫານຂອງພວກເຮົາເອງຢູ່ແລ້ວ.
16 ແລະ ບັດນີ້, ໃນສະພາບອັນໜ້າວິຕົກເຊັ່ນນີ້, ມັນຈຶ່ງເປັນເລື່ອງໜັກທີ່ສຸດທີ່ຈະຕັດສິນໃຈກ່ຽວກັບຊະເລີຍເສິກເຫລົ່ານີ້; ເຖິງຢ່າງໃດກໍຕາມ, ພວກເຮົາຍັງໄດ້ຕົກລົງໃຈທີ່ຈະສົ່ງພວກເຂົາໄປຫາແຜ່ນດິນເຊຣາເຮັມລາ; ສະນັ້ນ ພວກເຮົາຈຶ່ງໄດ້ເລືອກເອົາຄົນຂອງພວກເຮົາສ່ວນໜຶ່ງ, ແລະ ມອບໜ້າທີ່ໃຫ້ພວກເຂົາເຝົ້າຍາມຊະເລີຍເສິກໃນຂະນະທີ່ກຳລັງພາພວກເຂົາລົງໄປຫາແຜ່ນດິນເຊຣາເຮັມລາ.
17 ແຕ່ວ່າເຫດການໄດ້ບັງເກີດຂຶ້ນຄື ໃນມື້ຕໍ່ມາ ພວກເຂົາໄດ້ກັບຄືນມາ. ແລະ ບັດນີ້ຈົ່ງເບິ່ງ, ພວກເຮົາບໍ່ໄດ້ສອບຖາມພວກເຂົາກ່ຽວກັບຊະເລີຍເສິກເຫລົ່ານັ້ນເລີຍ; ເພາະຈົ່ງເບິ່ງ, ຊາວເລມັນໄດ້ມາໂຈມຕີພວກເຮົາ, ແລະ ພວກເຂົາມາທັນເວລາພໍດີເພື່ອຊ່ວຍເຫລືອພວກເຮົາໃຫ້ພົ້ນຈາກການຕົກໄປຢູ່ໃນກຳມືຂອງພວກຊາວເລມັນ. ເພາະຈົ່ງເບິ່ງ, ອາມໂມຣອນໄດ້ສົ່ງສະບຽງອາຫານມາຊ່ວຍພວກເຂົາພ້ອມດ້ວຍກຳລັງພົນເປັນຈຳນວນຫລວງຫລາຍ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກຜູ້ຊາຍຊຶ່ງພວກເຮົາໄດ້ສົ່ງໄປກັບຊະເລີຍເສິກນັ້ນໄດ້ມາຮອດທັນເວລາເພື່ອຢັບຢັ້ງສັດຕູໄວ້, ຂະນະທີ່ພວກເຂົາກຳລັງຈະຊະນະພວກເຮົາຢູ່ແລ້ວ.
19 ແຕ່ຈົ່ງເບິ່ງ, ກອງທັບນ້ອຍຈຳນວນສອງພັນຫົກສິບຄົນນັ້ນ ໄດ້ຕໍ່ສູ້ຢ່າງດຸເດືອດ; ແທ້ຈິງແລ້ວ, ພວກເຂົາເຂັ້ມແຂງໃນການສູ້ຮົບ ແລະ ຕໍ່ຕ້ານກັບຊາວເລມັນ, ແລະ ໄດ້ຂ້າທຸກຄົນທີ່ຂັດຂວາງພວກເຂົາ.
20 ແລະ ເວລາກອງທັບທີ່ເຫລືອຢູ່ຂອງພວກເຮົາກຳລັງຈະຍອມແພ້ໃຫ້ແກ່ຊາວເລມັນຢູ່ນັ້ນ, ຈົ່ງເບິ່ງ, ທະຫານສອງພັນຫົກສິບຄົນນັ້ນຍັງເຂັ້ມແຂງ ແລະ ບໍ່ຫວັ່ນໄຫວເລີຍ.
21 ແທ້ຈິງແລ້ວ, ພວກເຂົາໄດ້ເຊື່ອຟັງ ແລະ ຕັ້ງໃຈປະຕິບັດຕາມຄຳສັ່ງທຸກຄຳຢ່າງເຄັ່ງຄັດ; ແທ້ຈິງແລ້ວ, ມັນເປັນໄປເຊັ່ນນີ້ຕາມສັດທາຂອງພວກເຂົາ; ແລະ ຂ້າພະເຈົ້າໄດ້ຈື່ຈຳຄຳເວົ້າທີ່ພວກເຂົາເວົ້າກັບຂ້າພະເຈົ້າວ່າ ແມ່ຂອງພວກເຂົາໄດ້ສິດສອນພວກເຂົາ.
22 ແລະ ບັດນີ້ຈົ່ງເບິ່ງ, ພວກເຮົາເປັນໜີ້ຊີວິດຕໍ່ພວກລູກຊາຍເຫລົ່ານີ້ກັບພວກທີ່ຖືກເລືອກໃຫ້ໄປສົ່ງຊະເລີຍເສິກເຫລົ່ານັ້ນສຳລັບໄຊຊະນະເທື່ອນີ້; ເພາະພວກເຂົາເປັນຜູ້ທີ່ຕີຊາວເລມັນໃຫ້ແຕກຜ່າຍໄປ; ສະນັ້ນ ພວກນັ້ນຈຶ່ງຖືກຂັບໄລ່ກັບໄປຫາເມືອງແມນທາຍ.
23 ແລະ ພວກເຮົາໄດ້ຍຶດເອົາເມືອງຄູມະໄນໄວ້; ແລະ ບໍ່ໄດ້ຖືກທຳລາຍທັງໝົດດ້ວຍດາບ; ເຖິງຢ່າງໃດກໍຕາມ, ພວກເຮົາກໍຍັງໄດ້ຮັບການເສຍຫາຍຢ່າງຫລວງຫລາຍ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກຊາວເລມັນໄດ້ໜີໄປແລ້ວ, ຂ້າພະເຈົ້າໄດ້ອອກຄຳສັ່ງທັນທີວ່າ ໃຫ້ຍ້າຍທະຫານຂອງຂ້າພະເຈົ້າຜູ້ທີ່ໄດ້ຮັບບາດເຈັບອອກຈາກຜູ້ທີ່ຕາຍ, ແລະ ສັ່ງໃຫ້ປິ່ນປົວບາດແຜຂອງພວກເຂົາ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນມີຢູ່ສອງຮ້ອຍຄົນໃນສອງພັນຫົກສິບຄົນຂອງຂ້າພະເຈົ້າທີ່ໄດ້ໝົດສະຕິໄປ ເພາະການເສຍເລືອດຢ່າງໜັກ; ເຖິງຢ່າງໃດກໍຕາມ, ດ້ວຍພຣະກະລຸນາທິຄຸນຂອງພຣະເຈົ້າ, ແລະ ຕໍ່ຄວາມແປກປະຫລາດໃຈຫລາຍທີ່ສຸດແກ່ພວກເຮົາ, ແລະ ດ້ວຍຄວາມປິຕິຍິນດີຫລາຍແກ່ກອງທັບທັງໝົດຂອງພວກເຮົາ, ເພາະວ່າ ບໍ່ມີຜູ້ໃດເລີຍໃນພວກເຂົາທີ່ຖືກຂ້າ; ແທ້ຈິງແລ້ວ, ແລະ ບໍ່ມີຈັກຄົນໃນບັນດາພວກເຂົາທີ່ບໍ່ໄດ້ຮັບບາດເຈັບຫລາຍບ່ອນ.
26 ແລະ ບັດນີ້, ການຮັກສາທີ່ພວກເຂົາໄດ້ຮັບນັ້ນເປັນການແປກປະຫລາດໃຈແກ່ທົ່ວກອງທັບຂອງພວກເຮົາ, ແທ້ຈິງແລ້ວ, ພວກເຂົາໄດ້ຮັບການໄວ້ຊີວິດໃນຂະນະທີ່ພີ່ນ້ອງຂອງພວກເຮົາຫລາຍພັນຄົນຖືກຂ້າຕາຍ. ແລະ ພວກເຮົາເຊື່ອຢ່າງແນ່ນອນວ່າມັນເປັນ ອຳນາດອັນໜ້າອັດສະຈັນໃຈຂອງພຣະເຈົ້າ, ຍ້ອນວ່າ ສັດທາຂອງພວກເຂົາມີຫລາຍທີ່ສຸດ ແລະ ພວກເຂົາໄດ້ຮັບການສິດສອນໃຫ້ເຊື່ອ—ວ່າມັນມີພຣະເຈົ້າຜູ້ທ່ຽງທຳ, ແລະ ຜູ້ໃດກໍຕາມທີ່ບໍ່ສົງໄສ, ຜູ້ນັ້ນຈະໄດ້ຮັບການປົກປັກຮັກສາໄວ້ໂດຍອຳນາດອັນໜ້າອັດສະຈັນຂອງພຣະອົງ.
27 ບັດນີ້ ນີ້ຄືສັດທາຂອງພວກເຂົາ ຊຶ່ງຂ້າພະເຈົ້າໄດ້ກ່າວມາແລ້ວ; ພວກເຂົາຍັງໜຸ່ມນ້ອຍ, ແລະ ຈິດໃຈຂອງພວກເຂົາເຂັ້ມແຂງ, ແລະ ພວກເຂົາມີຄວາມໄວ້ວາງໃຈໃນພຣະເຈົ້າຕະຫລອດເວລາ.
28 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກທີ່ພວກເຮົາໄດ້ພະຍາບານຜູ້ຄົນຂອງພວກເຮົາຜູ້ທີ່ໄດ້ຮັບບາດເຈັບ, ແລະ ໄດ້ຝັງສົບຄົນຂອງພວກເຮົາ ແລະ ຊາວເລມັນ ຊຶ່ງມີຢູ່ຢ່າງຫລວງຫລາຍແລ້ວ, ຈົ່ງເບິ່ງ, ພວກເຮົາໄດ້ຖາມກິດກ່ຽວກັບຊະເລີຍເສິກ ຊຶ່ງພວກເຂົາໄດ້ພາລົງໄປຫາແຜ່ນດິນເຊຣາເຮັມລາ.
29 ບັດນີ້ກິດເປັນຫົວໜ້ານາຍທະຫານຄວບຄຸມກຸ່ມທະຫານຜູ້ຖືກແຕ່ງຕັ້ງໃຫ້ຄຸມພວກຊະເລີຍເສິກໄປຫາແຜ່ນດິນນັ້ນ.
30 ແລະ ບັດນີ້ ນີ້ຄືຄຳເວົ້າຂອງກິດທີ່ໄດ້ເວົ້າກັບຂ້າພະເຈົ້າວ່າ: ຈົ່ງເບິ່ງ, ພວກເຮົາໄດ້ເລີ່ມເດີນທາງລົງໄປຫາແຜ່ນດິນເຊຣາເຮັມລາພ້ອມດ້ວຍຊະເລີຍເສິກຂອງພວກເຮົາ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ພົບກັບພວກນັກສືບຂອງກອງທັບຂອງພວກເຮົາ ຜູ້ຊຶ່ງໄດ້ຖືກສົ່ງໃຫ້ໄປຕິດຕາມເບິ່ງຄ້າຍຂອງຊາວເລມັນ.
31 ແລະ ພວກນັ້ນໄດ້ຮ້ອງບອກພວກເຮົາ, ໂດຍກ່າວວ່າ—ຈົ່ງເບິ່ງ, ກອງທັບຂອງຊາວເລມັນກຳລັງຍົກທັບໄປທາງເມືອງຄູມະໄນ; ແລະ ຈົ່ງເບິ່ງ, ພວກເຂົາໄດ້ເຂົ້າໂຈມຕີພວກທີ່ຢູ່ໃນເມືອງນັ້ນ, ແທ້ຈິງແລ້ວ, ແລະ ຈະທຳລາຍຜູ້ຄົນຂອງພວກເຮົາ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາພວກຊະເລີຍເສິກຂອງພວກເຮົາໄດ້ຍິນສຽງຮ້ອງບອກຂອງພວກເຂົາ, ພວກເຂົາຈຶ່ງມີກຳລັງໃຈຂຶ້ນ; ແລະ ພວກເຂົາໄດ້ລຸກຂຶ້ນໃນການກະບົດຕໍ່ພວກເຮົາ.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ເປັນຍ້ອນການກະບົດຂອງພວກເຂົາ ຈຶ່ງເປັນເຫດໃຫ້ພວກເຮົາຕ້ອງຟາດຟັນພວກເຂົາ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ແລ່ນເຂົ້າມາຫາດາບຂອງພວກເຮົາເປັນໝູ່, ມັນຈຶ່ງເຮັດໃຫ້ພວກເຂົາສ່ວນຫລາຍຖືກຂ້າຕາຍ ແລະ ພວກທີ່ເຫລືອຕາຍນັ້ນໄດ້ແລ່ນຜ່າຍໜີໄປ.
34 ແລະ ຈົ່ງເບິ່ງ, ເວລາພວກເຂົາໄດ້ໜີໄປແລ້ວ ແລະ ພວກເຮົາບໍ່ສາມາດໄລ່ຕາມພວກເຂົາທັນ, ພວກເຮົາຈຶ່ງໄດ້ເດີນທັບຢ່າງວ່ອງໄວກັບມາເມືອງຄູມະໄນ; ແລະ ຈົ່ງເບິ່ງ, ພວກເຮົາໄດ້ມາເຖິງທັນເວລາ ເພື່ອຈະໄດ້ຊ່ວຍເຫລືອພີ່ນ້ອງຂອງພວກເຮົາໃນການປ້ອງກັນເມືອງໄວ້.
35 ແລະ ຈົ່ງເບິ່ງ, ພວກເຮົາໄດ້ຮັບການປົດປ່ອຍໃຫ້ພົ້ນຈາກກຳມືຂອງສັດຕູຂອງພວກເຮົາອີກ. ແລະ ຂໍພຣະນາມຂອງພຣະເຈົ້າຂອງພວກເຮົາຈົ່ງພຣະກະເສີມສຳລານເຖີດ; ເພາະຈົ່ງເບິ່ງ, ມັນແມ່ນພຣະອົງທີ່ປົດປ່ອຍພວກເຮົາ; ແທ້ຈິງແລ້ວ, ທີ່ເຮັດການອັນຍິ່ງໃຫຍ່ນີ້ແກ່ພວກເຮົາ.
36 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອຂ້າພະເຈົ້າຮີລາມັນໄດ້ຍິນຂໍ້ຄວາມຂອງກິດແລ້ວ, ຂ້າພະເຈົ້າກໍເຕັມໄປດ້ວຍຄວາມສຸກຢ່າງລົ້ນເຫລືອ, ຍ້ອນວ່າພຣະກະລຸນາທິຄຸນຂອງພຣະເຈົ້າທີ່ໄດ້ປົກປັກຮັກສາພວກເຮົາໄວ້, ເພື່ອວ່າພວກເຮົາທັງໝົດຈະບໍ່ໄດ້ຖືກຂ້າ; ແທ້ຈິງແລ້ວ, ແລະ ຂ້າພະເຈົ້າແນ່ໃຈວ່າ ຈິດວິນຍານຂອງຜູ້ທີ່ຕາຍໄປນັ້ນໄດ້ ເຂົ້າໄປໃນທີ່ພັກຂອງພຣະເຈົ້າຂອງພວກເຂົາແລ້ວ.