ບົດທີ 60
ໂມໂຣໄນຕໍ່ວ່າກັບເພໂຮຣັນພ້ອມທັງຝ່າຍຜູ້ປົກຄອງໃນການບໍ່ເອົາຫົວຊາຕໍ່ກອງທັບ—ພຣະຜູ້ເປັນເຈົ້າໄດ້ຍອມໃຫ້ຄົນຊອບທຳຖືກຂ້າ—ຊາວນີໄຟຕ້ອງໃຊ້ອຳນາດ, ແລະ ໃຊ້ທຸກວິທີເພື່ອປົດປ່ອຍຕົນເອງໃຫ້ພົ້ນຈາກສັດຕູຂອງພວກເຂົາ—ໂມໂຣໄນຂູ່ວ່າຈະຕໍ່ສູ້ກັບຝ່າຍຜູ້ປົກຄອງ ເວັ້ນເສຍແຕ່ຝ່າຍຜູ້ປົກຄອງຈະໃຫ້ຄວາມຊ່ວຍເຫລືອແກ່ກອງທັບຂອງເພິ່ນ. ປະມານ 62 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ຂຽນໜັງສືໄປຫາຜູ້ປົກຄອງແຜ່ນດິນອີກຜູ້ຊື່ວ່າເພໂຮຣັນ, ແລະ ນີ້ຄືຂໍ້ຄວາມທີ່ເພິ່ນຂຽນໄປ, ມີຄວາມວ່າ: ຈົ່ງເບິ່ງ, ຂ້າພະເຈົ້າໄດ້ສົ່ງສານນີ້ມາຫາເພໂຮຣັນທີ່ຢູ່ໃນເມືອງເຊຣາເຮັມລາ, ຜູ້ເປັນ ຫົວໜ້າຜູ້ຕັດສິນ ແລະ ປົກຄອງແຜ່ນດິນທັງໝົດ, ແລະ ມາຫາທຸກຄົນທີ່ໄດ້ຮັບການເລືອກຕັ້ງຂຶ້ນໂດຍສຽງຂອງຜູ້ຄົນພວກນີ້ເພື່ອປົກຄອງ ແລະ ດຳເນີນການງານກ່ຽວກັບສົງຄາມເທື່ອນີ້.
2 ເພາະຈົ່ງເບິ່ງ, ຂ້າພະເຈົ້າມີສິ່ງທີ່ຈະກ່າວກັບຜູ້ຄົນເຫລົ່ານີ້ ເປັນການກ່າວໂທດ; ເພາະຈົ່ງເບິ່ງ, ຕົວພວກທ່ານເອງໄດ້ຖືກແຕ່ງຕັ້ງໃຫ້ເຕົ້າໂຮມຜູ້ຄົນ, ແລະ ຈັດຫາຫອກ ແລະ ດາບ, ແລະ ຫາອາວຸດແຫ່ງສົງຄາມທຸກຊະນິດໃຫ້ພວກເຂົາ, ແລະ ສົ່ງພວກເຂົາອອກໄປສູ້ຮົບກັບຊາວເລມັນ, ບໍ່ວ່າຈະເປັນບ່ອນໃດກໍຕາມ ທີ່ພວກເຂົາຈະເຂົ້າມາໃນແຜ່ນດິນຂອງພວກເຮົາ.
3 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານໂດຍກົງວ່າ, ແລະ ຄົນຂອງຂ້າພະເຈົ້າ, ແລະ ຮີລາມັນກັບຄົນຂອງເພິ່ນນຳອີກ, ຕ້ອງທົນທຸກທໍລະມານຢ່າງແສນສາຫັດ; ແທ້ຈິງແລ້ວ, ຕ້ອງທົນຕໍ່ຄວາມຫິວເຂົ້າ, ຫິວນ້ຳ, ແລະ ຄວາມອິດເມື່ອຍ, ແລະ ຄວາມທຸກນາໆປະການ.
4 ແຕ່ຈົ່ງເບິ່ງ, ຖ້າຫາກພວກເຮົາຕ້ອງອົດທົນຢູ່ກັບສິ່ງເຫລົ່ານີ້ເທົ່ານັ້ນ ພວກເຮົາກໍຈະບໍ່ຈົ່ມວ່າ ແລະ ຮ້ອງທຸກເລີຍ.
5 ແຕ່ຈົ່ງເບິ່ງ, ຜູ້ຄົນຂອງພວກເຮົາໄດ້ຖືກຂ້າຕາຍໄປເປັນຈຳນວນຫລວງຫລາຍ; ແທ້ຈິງແລ້ວ, ຫລາຍພັນຄົນໄດ້ລົ້ມຕາຍດ້ວຍດາບ, ຊຶ່ງມັນບໍ່ຄວນເປັນໄປເລີຍຖ້າຫາກພວກທ່ານໄດ້ສົ່ງກຳລັງ ແລະ ໃຫ້ຄວາມຊ່ວຍເຫລືອແກ່ກອງທັບຂອງພວກເຮົາພຽງພໍ. ແທ້ຈິງແລ້ວ, ພວກທ່ານບໍ່ໄດ້ເອົາຫົວຊາກັບພວກເຮົາເລີຍ.
6 ແລະ ບັດນີ້ຈົ່ງເບິ່ງ, ພວກເຮົາຢາກຮູ້ຈັກສາເຫດຂອງການບໍ່ເອົາຫົວຊາອັນໃຫຍ່ຫລວງນີ້; ແທ້ຈິງແລ້ວ, ພວກເຮົາຢາກຮູ້ຈັກວ່າ ເປັນຫຍັງພວກທ່ານຈຶ່ງບໍ່ເອົາໃຈໃສ່.
7 ພວກທ່ານຄິດບໍວ່າ ພວກທ່ານຈະນັ່ງຢູ່ໃນບັນລັງຂອງພວກທ່ານໄດ້ຢ່າງໂງ່ຈ້າ ແລະ ບໍ່ມີຄວາມຄິດໃນຂະນະທີ່ສັດຕູຂອງພວກທ່ານກຳລັງແຜ່ຂະຫຍາຍວຽກງານແຫ່ງຄວາມຕາຍອ້ອມຮອບຕົວຂອງພວກທ່ານຢູ່? ແທ້ຈິງແລ້ວ, ໃນເວລານີ້ສັດຕູກຳລັງຂ້າພີ່ນ້ອງຂອງພວກທ່ານຢູ່ເປັນພັນໆຄົນ—
8 ແທ້ຈິງແລ້ວ, ພວກເຂົາໄດ້ລໍຄອຍຄວາມຄຸ້ມຄອງຈາກພວກທ່ານ, ແທ້ຈິງແລ້ວ, ໄດ້ເລືອກພວກທ່ານໃຫ້ຢູ່ໃນຖານະນີ້ ເພື່ອພວກທ່ານຈະໄດ້ຊ່ວຍເຫລືອພວກເຂົາ, ແທ້ຈິງແລ້ວ, ເພື່ອພວກທ່ານຈະໄດ້ສົ່ງກອງທັບໄປໃຫ້ພວກເຂົາ, ເພື່ອພວກເຂົາຈະມີກຳລັງເພີ່ມຂຶ້ນ, ແລະ ຊ່ວຍເຫລືອໃຫ້ຫລາຍພັນຄົນ ພົ້ນຈາກການຕາຍດ້ວຍດາບ.
9 ແຕ່ຈົ່ງເບິ່ງ, ນີ້ຍັງບໍ່ໝົດ—ພວກທ່ານໄດ້ກັກສະບຽງອາຫານໄວ້ ບໍ່ສົ່ງໄປໃຫ້ພວກເຂົາ, ເຖິງຂະໜາດທີ່ຄົນຈຳນວນຢ່າງຫລວງຫລາຍໄດ້ຕໍ່ສູ້ ແລະ ຕ້ອງເສຍຊີວິດໄປ ຍ້ອນວ່າພວກເຂົາມີຄວາມປາດຖະໜາອັນຍິ່ງໃຫຍ່ທີ່ຈະໃຫ້ຜູ້ຄົນພວກນີ້ມີຄວາມຜາສຸກ; ແທ້ຈິງແລ້ວ, ແລະ ດ້ວຍເຫດນີ້ພວກເຂົາຈຶ່ງໄດ້ຕໍ່ສູ້ ແລະ ກຳລັງຈະ ຕາຍດ້ວຍຄວາມອຶດຫິວ, ເພາະການບໍ່ເອົາຫົວຊາຂອງພວກທ່ານນີ້.
10 ແລະ ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ—ເພາະວ່າພວກທ່ານຄວນຈະເປັນທີ່ຮັກຫອມ; ດັ່ງນັ້ນ, ແລະ ພວກທ່ານຄວນຈະກະຕຸ້ນຕົວເອງໃຫ້ພາກພຽນຫລາຍຂຶ້ນເພື່ອຄວາມຜາສຸກ ແລະ ອິດສະລະພາບຂອງຜູ້ຄົນພວກນີ້; ແຕ່ຈົ່ງເບິ່ງ, ພວກທ່ານບໍ່ເອົາຫົວຊາພວກເຂົາເລີຍ ເຖິງຂະໜາດທີ່ເລືອດຂອງຫລາຍພັນຄົນຈະໄຫລລົງມາເທິງພວກທ່ານເພື່ອການແກ້ແຄ້ນ; ແທ້ຈິງແລ້ວ, ພຣະເຈົ້າຮູ້ຈັກການຮ້ອງໄຫ້ ແລະ ຄວາມທຸກທໍລະມານທັງໝົດຂອງພວກເຂົາແລ້ວ—
11 ຈົ່ງເບິ່ງ, ພວກທ່ານຄິດບໍວ່າ ພວກທ່ານຈະນັ່ງຢູ່ໃນບັນລັງຂອງພວກທ່ານໄດ້, ແລະ ກໍຍ້ອນວ່າພຣະກະລຸນາທິຄຸນຂອງພຣະເຈົ້າ ພວກທ່ານບໍ່ຕ້ອງເຮັດຫຍັງເລີຍ ແລະ ພຣະອົງຈະປົດປ່ອຍພວກທ່ານ? ຈົ່ງເບິ່ງ, ຖ້າຫາກພວກທ່ານຄິດແນວນີ້, ພວກທ່ານກໍຄິດຜິດໄປແລ້ວ.
12 ພວກທ່ານ ຄິດບໍວ່າ, ພີ່ນ້ອງຂອງພວກທ່ານຖືກຂ້າຕາຍ ກໍຍ້ອນວ່າຄວາມຊົ່ວຮ້າຍຂອງພວກເຂົາ? ຂ້າພະເຈົ້າກ່າວກັບພວກທ່ານວ່າ ຖ້າຫາກພວກທ່ານຄິດແບບນີ້ ພວກທ່ານກໍຄິດຜິດໄປແລ້ວ; ເພາະຂ້າພະເຈົ້າກ່າວກັບພວກທ່ານວ່າ, ພວກທ່ານຈະຖືກລົງໂທດສຳລັບການຕາຍຂອງຄົນເປັນຈຳນວນຫລວງຫລາຍນັ້ນ;
13 ເພາະວ່າພຣະຜູ້ເປັນເຈົ້າໄດ້ຍອມໃຫ້ ຄົນຊອບທຳຕ້ອງຖືກຂ້າ ເພື່ອຄວາມຍຸດຕິທຳ ແລະ ການພິພາກສາຂອງພຣະອົງຈະໄດ້ມາຫາຄົນຊົ່ວ; ສະນັ້ນ ພວກທ່ານບໍ່ຕ້ອງຄິດວ່າຄົນຊອບທຳຕົກໄປ ຍ້ອນວ່າພວກເຂົາຖືກຂ້າ; ແຕ່ຈົ່ງເບິ່ງ, ພວກເຂົາໄດ້ເຂົ້າໄປໃນທີ່ພັກຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາແລ້ວ.
14 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຂ້າພະເຈົ້າຢ້ານຫລາຍທີ່ສຸດວ່າ ການພິພາກສາຂອງພຣະເຈົ້າຈະມາຫາຜູ້ຄົນພວກນີ້, ຍ້ອນວ່າຄວາມບໍ່ເອົາຫົວຊາ, ແທ້ຈິງແລ້ວ, ແມ່ນຄວາມບໍ່ເອົາຫົວຊາຂອງຝ່າຍຜູ້ປົກຄອງຂອງພວກເຮົາທີ່ບໍ່ເອົາໃຈໃສ່ເລີຍກັບພີ່ນ້ອງຂອງຕົນ, ແທ້ຈິງແລ້ວ, ພວກທ່ານບໍ່ເອົາໃຈໃສ່ເລີຍກັບຜູ້ທີ່ຖືກຂ້າຕາຍ.
15 ເພາະຖ້າຫາກ ມັນບໍ່ແມ່ນຍ້ອນ ຄວາມຊົ່ວຮ້າຍ ຊຶ່ງເລີ່ມຕົ້ນມາຈາກພວກຫົວໜ້າຂອງພວກເຮົາກ່ອນແລ້ວ, ພວກເຮົາກໍຈະຕ້ານທານສັດຕູຂອງພວກເຮົາໄດ້ ເພື່ອບໍ່ໃຫ້ພວກເຂົາມີອຳນາດເໜືອກວ່າພວກເຮົາ.
16 ແທ້ຈິງແລ້ວ, ຖ້າຫາກມັນບໍ່ແມ່ນຍ້ອນ ສົງຄາມ ຊຶ່ງເກີດຂຶ້ນລະຫວ່າງພວກເຮົາເອງ; ແທ້ຈິງແລ້ວ, ຖ້າຫາກບໍ່ແມ່ນຍ້ອນ ກຸ່ມນິຍົມກະສັດເຫລົ່ານີ້ ຊຶ່ງເປັນເຫດໃຫ້ການນອງເລືອດອັນແສນສາຫັດເຊັ່ນນີ້ເກີດຂຶ້ນໃນບັນດາພວກເຮົາເອງ; ແທ້ຈິງແລ້ວ, ໃນເວລາທີ່ພວກເຮົາກຳລັງຂັດແຍ້ງກັນ ຖ້າຫາກພວກເຮົາຮ່ວມກຳລັງເຂົ້າກັນຄືກັນກັບພວກເຮົາເຄີຍເຮັດມາແຕ່ກ່ອນແລ້ວ; ແທ້ຈິງແລ້ວ, ຖ້າຫາກບໍ່ແມ່ນຍ້ອນຄວາມຢາກໄດ້ອຳນາດ ແລະ ສິດອຳນາດຊຶ່ງກຸ່ມນິຍົມກະສັດໄດ້ກໍ່ຄວາມວຸ້ນວາຍກັບພວກເຮົາຢູ່ນີ້, ຖ້າຫາກພວກເຂົາຊື່ສັດຕໍ່ອຸດົມການແຫ່ງອິດສະລະພາບຂອງພວກເຂົາ, ແລະ ເຂົ້າມາຮ່ວມກັບພວກເຮົາ, ແລະ ອອກໄປຕໍ່ສູ້ກັບສັດຕູຂອງພວກເຮົາ ແທນທີ່ຈະຍົກດາບຂຶ້ນຕໍ່ສູ້ກັນເອງ, ອັນເປັນເຫດໃຫ້ເກີດການນອງເລືອດເກີດຂຶ້ນໃນລະຫວ່າງພວກເຮົາເອງ; ແທ້ຈິງແລ້ວ, ຖ້າຫາກພວກເຮົາອອກໄປສູ້ຮົບກັບສັດຕູດ້ວຍພະລັງຂອງພຣະຜູ້ເປັນເຈົ້າ, ພວກເຮົາກໍຈະເຮັດໃຫ້ສັດຕູຂອງພວກເຮົາຜ່າຍແພ້ໄປ, ແລະ ມັນຈະເປັນໄປເພື່ອໃຫ້ພຣະຄຳຂອງພຣະອົງສຳເລັດ.
17 ແຕ່ຈົ່ງເບິ່ງ, ບັດນີ້ຊາວເລມັນກຳລັງມາໂຈມຕີພວກເຮົາຢູ່, ກຳລັງຍຶດເອົາແຜ່ນດິນຂອງພວກເຮົາໄປ, ແລະ ພວກເຂົາກຳລັງຂ້າຜູ້ຄົນຂອງພວກເຮົາດ້ວຍດາບ, ແທ້ຈິງແລ້ວ, ພວກແມ່ຍິງຂອງພວກເຮົາ ແລະ ເດັກນ້ອຍຂອງພວກເຮົາ, ແລະ ກໍຖືກຈັບໄປເປັນຊະເລີຍນຳອີກ, ເຮັດໃຫ້ພວກເຂົາຕ້ອງໄດ້ຮັບຄວາມທຸກນາໆປະການ, ແລະ ສິ່ງນີ້ເກີດຂຶ້ນຍ້ອນຄວາມຊົ່ວຮ້າຍທີ່ສຸດຂອງຜູ້ທີ່ສະແຫວງຫາອຳນາດ ແລະ ສິດອຳນາດ, ແທ້ຈິງແລ້ວ, ແມ່ນກຸ່ມນິຍົມກະສັດເຫລົ່ານັ້ນ.
18 ແຕ່ເປັນຫຍັງຂ້າພະເຈົ້າຈຶ່ງຄວນເວົ້າຍືດຍາວກ່ຽວກັບເລື່ອງນີ້? ເພາະພວກເຮົາບໍ່ຮູ້ຈັກວ່າພວກທ່ານເອງກຳລັງສະແຫວງຫາສິດອຳນາດຢູ່ຫລືບໍ່. ພວກເຮົາບໍ່ຮູ້ຈັກວ່າພວກທ່ານເອງກໍເປັນຜູ້ທໍລະຍົດຕໍ່ປະເທດຊາດຂອງພວກທ່ານຄືກັນຫລືບໍ່.
19 ຫລື ວ່າພວກທ່ານບໍ່ເອົາຫົວຊາຍ້ອນວ່າ ພວກທ່ານຢູ່ໃນໃຈກາງຂອງປະເທດ ແລະ ພວກທ່ານຖືກຫຸ້ມລ້ອມດ້ວຍກຳລັງອັນແໜ້ນໜາຊັ້ນບໍ, ຈົນວ່າພວກທ່ານບໍ່ໄດ້ຈັດສົ່ງອາຫານໄປໃຫ້ພວກເຮົາ, ແລະ ບໍ່ສົ່ງຄົນໄປເພີ່ມກຳລັງກອງທັບຂອງພວກເຮົາ?
20 ພວກທ່ານລືມພຣະບັນຍັດຂອງອົງພຣະຜູ້ເປັນເຈົ້າຂອງພວກທ່ານແລ້ວບໍ? ແທ້ຈິງແລ້ວ, ພວກທ່ານລືມການເປັນຊະເລີຍຂອງບັນພະບຸລຸດຂອງພວກເຮົາແລ້ວບໍ? ພວກທ່ານລືມແລ້ວບໍວ່າ ພວກເຮົາໄດ້ຮັບການປົດປ່ອຍໃຫ້ພົ້ນຈາກກຳມືຂອງສັດຕູມາຫລາຍເທື່ອແລ້ວ?
21 ຫລື ວ່າພວກທ່ານຄິດວ່າພຣະຜູ້ເປັນເຈົ້າຈະປົດປ່ອຍພວກເຮົາຕໍ່ໄປຢູ່ບໍ, ໃນຂະນະທີ່ພວກເຮົານັ່ງຢູ່ເທິງບັນລັງ ແລະ ບໍ່ໃຊ້ສິ່ງທີ່ພຣະຜູ້ເປັນເຈົ້າຈັດຫາໄວ້ໃຫ້ເປັນປະໂຫຍດ?
22 ແທ້ຈິງແລ້ວ, ພວກທ່ານຈະນັ່ງຢູ່ລ້າໆໄດ້ບໍ ໃນຂະນະທີ່ພວກທ່ານຖືກຫຸ້ມລ້ອມດ້ວຍຄົນຫລາຍພັນຄົນ, ແທ້ຈິງແລ້ວ, ນັບເປັນຫລາຍໝື່ນຄົນຜູ້ຊຶ່ງນັ່ງຢູ່ລ້າໆ, ໃນຂະນະທີ່ຜູ້ຄົນຫລາຍພັນຄົນທີ່ຢູ່ທາງຊາຍແດນກຳລັງລົ້ມຕາຍດ້ວຍດາບ, ແທ້ຈິງແລ້ວ, ພວກເຂົາໄດ້ຮັບບາດເຈັບ ແລະ ເສຍເລືອດເນື້ອໄປ?
23 ພວກທ່ານຄິດບໍວ່າ ພຣະເຈົ້າຈະຖືວ່າພວກທ່ານບໍ່ມີຄວາມຜິດຂະນະທີ່ພວກທ່ານນັ່ງຢູ່ຢ່າງເສີຍເມີຍ ແລະ ເບິ່ງສິ່ງເຫລົ່ານີ້? ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບພວກທ່ານວ່າ, ບໍ່ເລີຍ. ບັດນີ້ຂ້າພະເຈົ້າຢາກໃຫ້ພວກທ່ານຈື່ຈຳໄວ້ວ່າ ພຣະເຈົ້າໄດ້ກ່າວວ່າ ພວກເຮົາຕ້ອງເຮັດໃຫ້ພາຊະນະ ຂ້າງໃນສະອາດເສຍກ່ອນ, ແລ້ວຈຶ່ງເຮັດໃຫ້ພາຊະນະຂ້າງນອກສະອາດນຳດ້ວຍ.
24 ແລະ ບັດນີ້, ຖ້າຫາກພວກທ່ານບໍ່ກັບໃຈຈາກສິ່ງທີ່ພວກທ່ານໄດ້ເຮັດມານັ້ນ, ແລະ ເລີ່ມຕື່ນທຳງານ, ແລະ ສົ່ງອາຫານ ແລະ ຄົນມາໃຫ້ພວກເຮົາຢ່າງໄວ, ແລະ ສົ່ງໄປໃຫ້ຮີລາມັນນຳອີກ, ເພື່ອເພິ່ນຈະໄດ້ຄ້ຳຊູພາກສ່ວນເຫລົ່ານັ້ນຂອງປະເທດຂອງພວກເຮົາໄວ້, ຊຶ່ງເພິ່ນຍຶດຄືນມາໄດ້, ແລະ ເພື່ອພວກເຮົາຈະໄດ້ແຜ່ນດິນໃນຄວາມຄອບຄອງຂອງພວກເຮົາທີ່ຍັງເຫລືອຢູ່ໃນສ່ວນເຫລົ່ານີ້ຄືນມາ, ຈົ່ງເບິ່ງ ມັນເປັນການສົມຄວນທີ່ພວກເຮົາຈະບໍ່ລົບກວນຊາວເລມັນອີກຕໍ່ໄປ ຈົນກວ່າພວກເຮົາຈະໃຫ້ພາຊະນະຂ້າງໃນຂອງພວກເຮົາສະອາດເສຍກ່ອນ, ແທ້ຈິງແລ້ວ, ແມ່ນຫົວໜ້າຝ່າຍຜູ້ປົກຄອງຂອງພວກເຮົາ.
25 ແລະ ຖ້າຫາກພວກທ່ານບໍ່ຍອມເຮັດຕາມສານນີ້, ແລະ ອອກມາສະແດງໃຫ້ຂ້າພະເຈົ້າເຫັນ ວິນຍານແຫ່ງອິດສະລະພາບອັນແທ້ຈິງ, ແລະ ພະຍາຍາມເສີມກຳລັງກອງທັບຂອງພວກເຮົາໃຫ້ເຂັ້ມແຂງ, ແລະ ສົ່ງອາຫານເພື່ອມາລ້ຽງພວກເຂົາແລ້ວ, ຈົ່ງເບິ່ງ, ຂ້າພະເຈົ້າຈະປະໃຫ້ກຸ່ມອິດສະລະສ່ວນໜຶ່ງຂອງຂ້າພະເຈົ້າຮັກສາແຜ່ນດິນສ່ວນນີ້ໄວ້, ແລະ ຂ້າພະເຈົ້າຈະປະພະລັງ ແລະ ພອນຂອງພຣະເຈົ້າໄວ້ກັບພວກເຂົາເພື່ອບໍ່ໃຫ້ອຳນາດອັນໃດມາທຳລາຍພວກເຂົາໄດ້—
26 ແລະ ມັນຈະເປັນໄປຍ້ອນວ່າສັດທາອັນໃຫຍ່ຫລວງຂອງພວກເຂົາ, ແລະ ຄວາມອົດທົນຕໍ່ຄວາມຍາກລຳບາກນາໆປະການຂອງພວກເຂົາ—
27 ແລະ ຂ້າພະເຈົ້າຈະມາຫາພວກທ່ານ, ແລະ ຖ້າຫາກຈະມີຜູ້ໃດຜູ້ໜຶ່ງໃນບັນດາພວກທ່ານປາດຖະໜາຢາກມີອິດສະລະພາບຢູ່, ແທ້ຈິງແລ້ວ, ຖ້າຫາກມັນຈະມີແມ່ນແຕ່ແສງແຫ່ງອິດສະລະພາບໜ້ອຍໜຶ່ງເຫລືອຢູ່, ຈົ່ງເບິ່ງ ຂ້າພະເຈົ້າຈະຍຸຍົງໃຫ້ເກີດການກະບົດຂຶ້ນໃນບັນດາພວກທ່ານ, ຈົນວ່າພວກທີ່ປາດຖະໜາຈະແຍ້ງຊີງເອົາອຳນາດ ແລະ ສິດອຳນາດ ຈະໝົດສິ້ນໄປ.
28 ແທ້ຈິງແລ້ວ, ຈົ່ງເບິ່ງ ຂ້າພະເຈົ້າບໍ່ຢ້ານອຳນາດ ຫລື ສິດອຳນາດຂອງພວກທ່ານເລີຍ, ແຕ່ຄື ພຣະເຈົ້າຂອງຂ້າພະເຈົ້າທີ່ຂ້າພະເຈົ້າຢ້ານກົວ; ແລະ ຕາມພຣະບັນຍັດຂອງພຣະອົງທີ່ຂ້າພະເຈົ້າໄດ້ຈັບດາບເພື່ອປ້ອງກັນອຸດົມການຂອງປະເທດຊາດຂອງຂ້າພະເຈົ້າໄວ້, ແລະ ຍ້ອນຄວາມຊົ່ວຮ້າຍຂອງພວກທ່ານ ພວກເຮົາຈຶ່ງຕ້ອງໄດ້ຮັບຄວາມເສຍຫາຍຢ່າງໜັກເຊັ່ນນີ້.
29 ຈົ່ງເບິ່ງ ມັນເຖິງເວລາແລ້ວ, ແທ້ຈິງແລ້ວ, ບັດນີ້ເວລາມາຮອດແລ້ວ ຖ້າຫາກພວກທ່ານບໍ່ຕື່ນຕົວໃນການປ້ອງກັນປະເທດຊາດ ແລະ ລູກຫລານຂອງພວກທ່ານແລ້ວ, ດາບແຫ່ງຄວາມຍຸດຕິທຳຫ້ອຍຢູ່ເໜືອຫົວຂອງພວກທ່ານ; ແທ້ຈິງແລ້ວ, ມັນຈະຟັນລົງໃສ່ພວກທ່ານ ແລະ ມາຢ້ຽມຢາມພວກທ່ານຈົນເຖິງຄວາມພິນາດ.
30 ຈົ່ງເບິ່ງ, ຂ້າພະເຈົ້າຍັງລໍຖ້າຄວາມຊ່ວຍເຫລືອຈາກພວກທ່ານຢູ່; ແລະ ຖ້າຫາກພວກທ່ານບໍ່ໃຫ້ຄວາມຊ່ວຍເຫລືອແກ່ພວກເຮົາ, ຈົ່ງເບິ່ງ, ຂ້າພະເຈົ້າຈະມາຫາພວກທ່ານທີ່ແຜ່ນດິນເຊຣາເຮັມລາ, ແລະ ຈະຟັນພວກທ່ານດ້ວຍດາບ, ເຖິງຂະໜາດທີ່ພວກທ່ານບໍ່ມີອຳນາດທີ່ຈະຂັດຂວາງຄວາມກ້າວໜ້າຂອງຜູ້ຄົນພວກນີ້ໃນອຸດົມການແຫ່ງອິດສະລະພາບຂອງພວກເຮົາໄດ້ອີກຕໍ່ໄປ.
31 ເພາະຈົ່ງເບິ່ງ, ພຣະຜູ້ເປັນເຈົ້າຈະບໍ່ປ່ອຍໃຫ້ພວກທ່ານມີຊີວິດຢູ່ ແລະ ກ້າວໜ້າໃນຄວາມຊົ່ວຮ້າຍຫລາຍຂຶ້ນເພື່ອທຳລາຍຜູ້ຄົນທີ່ຊອບທຳຂອງພຣະອົງ.
32 ຈົ່ງເບິ່ງ, ພວກທ່ານຄິດບໍວ່າ ພຣະຜູ້ເປັນເຈົ້າຈະໄວ້ຊີວິດພວກທ່ານ ແລະ ສະເດັດມາລົງໂທດຊາວເລມັນ, ຍ້ອນວ່າຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາທີ່ເຮັດໃຫ້ພວກເຂົາເປັນໜ້າກຽດຊັງ, ແທ້ຈິງແລ້ວ, ແລະ ຄວາມໜ້າກຽດຊັງນີ້ໄດ້ເພີ່ມທະວີຂຶ້ນໂດຍຜູ້ທີ່ແຍກອອກໄປຈາກພວກເຮົາ, ແລະ ໃນຂະນະທີ່ຄວາມຊົ່ວຮ້າຍຂອງພວກທ່ານເປັນເຫດຂອງຄວາມຮັກຂອງພວກທ່ານນຳຄວາມສັນລະເສີນ ແລະ ສິ່ງທີ່ບໍ່ມີປະໂຫຍດຂອງໂລກ?
33 ພວກທ່ານຮູ້ຈັກແລ້ວວ່າ ພວກທ່ານລະເມີດກົດຂອງພຣະເຈົ້າ, ແລະ ພວກທ່ານຮູ້ຈັກແລ້ວວ່າ ພວກທ່ານໄດ້ຢຽບຍ່ຳມັນໄວ້ໃຕ້ຕີນຂອງພວກທ່ານ. ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ຖ້າຫາກຜູ້ທີ່ເຈົ້າໄດ້ເລືອກໃຫ້ເປັນຜູ້ປົກຄອງຂອງເຈົ້າບໍ່ກັບໃຈຈາກບາບ ແລະ ຈາກຄວາມຊົ່ວຮ້າຍຂອງພວກເຂົາແລ້ວ, ເຈົ້າຈົ່ງຂຶ້ນໄປສູ້ຮົບກັບພວກເຂົາ.
34 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າໂມໂຣໄນມີຄວາມຕັ້ງໃຈທີ່ຈະເຮັດຕາມພັນທະສັນຍາ ຊຶ່ງຂ້າພະເຈົ້າໄດ້ເຮັດໄວ້ ເພື່ອຮັກສາພຣະບັນຍັດຂອງພຣະເຈົ້າຂອງຂ້າພະເຈົ້າ; ສະນັ້ນ ຂ້າພະເຈົ້າຢາກໃຫ້ພວກທ່ານຍຶດໝັ້ນຢູ່ໃນພຣະຄຳຂອງພຣະເຈົ້າ, ແລະ ສົ່ງສະບຽງອາຫານກັບຄົນຂອງພວກທ່ານມາໃຫ້ຂ້າພະເຈົ້າ, ແລະ ຮີລາມັນນຳອີກໂດຍໄວທີ່ສຸດ.
35 ແລະ ຈົ່ງເບິ່ງ, ຖ້າຫາກພວກທ່ານບໍ່ເຮັດຕາມນີ້ ຂ້າພະເຈົ້າຈະມາຫາພວກທ່ານຢ່າງໄວ; ເພາະຈົ່ງເບິ່ງ, ພຣະເຈົ້າຈະບໍ່ຍອມໃຫ້ພວກເຮົາຕາຍຍ້ອນຄວາມອຶດຫິວ; ສະນັ້ນ, ພຣະອົງຈະມອບອາຫານຂອງພວກທ່ານໃຫ້ແກ່ພວກເຮົາ, ເຖິງແມ່ນຈະເປັນໄປດ້ວຍດາບກໍຕາມ. ບັດນີ້ຈົ່ງເບິ່ງວ່າພວກທ່ານເຮັດໃຫ້ພຣະຄຳຂອງພຣະເຈົ້າສຳເລັດ.
36 ຈົ່ງເບິ່ງ, ຂ້າພະເຈົ້າໂມໂຣໄນຫົວໜ້ານາຍທະຫານຂອງພວກທ່ານ. ຂ້າພະເຈົ້າບໍ່ໄດ້ ສະແຫວງຫາອຳນາດ, ແຕ່ຈະດຶງມັນລົງມາ. ຂ້າພະເຈົ້າບໍ່ໄດ້ສະແຫວງຫາກຽດຕິຍົດຂອງໂລກ, ແຕ່ເພື່ອລັດສະໝີພາບຂອງພຣະເຈົ້າຂອງຂ້າພະເຈົ້າ, ແລະ ອິດສະລະພາບ ແລະ ຄວາມຜາສຸກຂອງປະເທດຊາດຂອງຂ້າພະເຈົ້າ. ແລະ ຂ້າພະເຈົ້າຂໍຈົບສານຂອງຂ້າພະເຈົ້າໄວ້ພຽງເທົ່ານີ້.