ບົດທີ 62
ໂມໂຣໄນເດີນທັບໄປຊ່ວຍເພໂຮຣັນໃນແຜ່ນດິນກີເດໂອນ—ກຸ່ມນິຍົມກະສັດຜູ້ປະຕິເສດບໍ່ປ້ອງກັນປະເທດຊາດຖືກປະຫານຊີວິດ—ເພໂຮຣັນ ແລະ ໂມໂຣໄນໄດ້ຍຶດເອົາເມືອງນີໄຟຮາຄືນມາ—ຊາວເລມັນຢ່າງຫລວງຫລາຍເຂົ້າຮ່ວມກັບຜູ້ຄົນຂອງອຳໂມນ—ທີອານຄຳຂ້າອາມໂມຣອນ ແລະ ລາວກໍຖືກຂ້າຕາຍຄືກັນ—ຊາວເລມັນຖືກຂັບໄລ່ອອກຈາກແຜ່ນດິນໄປ, ແລະ ສັນຕິພາບໄດ້ຖືກສະຖາປະນາຂຶ້ນ—ຮີລາມັນກັບຄືນມາປະຕິບັດສາດສະໜາກິດຄືເກົ່າ ແລະ ຈັດຕັ້ງສາດສະໜາຈັກຂຶ້ນ. ປະມານ 62–57 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອໂມໂຣໄນໄດ້ຮັບສານນີ້ ໃຈຂອງເພິ່ນໄດ້ຮັບພະລັງຂຶ້ນ, ແລະ ເຕັມໄປດ້ວຍຄວາມຊື່ນຊົມຢ່າງລົ້ນເຫລືອ ຍ້ອນຄວາມຊື່ສັດຂອງເພໂຮຣັນ, ຄືເພິ່ນເອງບໍ່ໄດ້ເປັນ ຄົນທໍລະຍົດຕໍ່ອິດສະລະພາບ ແລະ ຕໍ່ປະເທດຊາດຂອງເພິ່ນ.
2 ແຕ່ເພິ່ນກໍເປັນທຸກຫລາຍທີ່ສຸດຄືກັນ ເພາະຄວາມຊົ່ວຮ້າຍຂອງພວກທີ່ຂັບໄລ່ເພໂຮຣັນອອກຈາກບັນລັງຕັດສິນ, ແທ້ຈິງແລ້ວ, ໂດຍສະຫລຸບ ເພາະມັນມີພວກທີ່ກະບົດຕໍ່ປະເທດຊາດ ແລະ ຕໍ່ພຣະເຈົ້າຂອງພວກເຂົານຳອີກ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນໄດ້ເອົາຄົນຈຳນວນໜຶ່ງມານຳຕາມຄວາມປາດຖະໜາຂອງເພໂຮຣັນ, ແລະ ມອບອຳນາດໃຫ້ລີໄຮ ແລະ ທີອານຄຳບັງຄັບບັນຊາກອງທະຫານທີ່ເຫລືອຢູ່ຂອງເພິ່ນ, ແລະ ເພິ່ນໄດ້ເດີນທັບໄປຫາແຜ່ນດິນກີເດໂອນ.
4 ແລະ ເພິ່ນໄດ້ຍົກ ທຸງແຫ່ງ ເສລີພາບຂຶ້ນໃນທຸກບ່ອນທີ່ເພິ່ນເຂົ້າໄປເຖິງ, ແລະ ໄດ້ຮັບກຳລັງເພີ່ມຂຶ້ນເທົ່າທີ່ຈະຫາໄດ້ ໃນລະຫວ່າງການເດີນທັບຂອງເພິ່ນໄປຫາແຜ່ນດິນກີເດໂອນນັ້ນ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ມີຜູ້ຄົນຫລາຍພັນຄົນທີ່ໄດ້ພາກັນມາເຂົ້າຮ່ວມກອງທັບຂອງເພິ່ນ, ແລະ ໄດ້ຈັບດາບຂຶ້ນເພື່ອປ້ອງກັນອິດສະລະພາບ, ເພື່ອພວກເຂົາຈະບໍ່ໄດ້ຕົກໄປສູ່ຄວາມເປັນທາດ.
6 ແລະ ເວລາໂມໂຣໄນໄດ້ເຕົ້າໂຮມກຳລັງຄົນເທົ່າທີ່ຈະເຮັດໄດ້ໃນລະຫວ່າງການເດີນທັບຂອງເພິ່ນແລ້ວ, ເພິ່ນກໍມາຮອດແຜ່ນດິນກີເດໂອນ, ແລະ ໄດ້ຮ່ວມກຳລັງຂອງເພິ່ນເຂົ້າກັບກຳລັງຂອງເພໂຮຣັນ, ແມ່ນແຕ່ມີກຳລັງຫລາຍກວ່າກຳລັງຄົນຂອງເພຄັດ, ຜູ້ທີ່ເປັນ ກະສັດຂອງພວກທີ່ແຍກອອກໄປ ຜູ້ຊຶ່ງໄດ້ຂັບໄລ່ ກຸ່ມອິດສະລະອອກຈາກແຜ່ນດິນເຊຣາເຮັມລາໄປ ແລະ ໄດ້ເຂົ້າເປັນເຈົ້າຂອງແຜ່ນດິນນັ້ນ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນ ແລະ ເພໂຮຣັນໄດ້ລົງໄປພ້ອມດ້ວຍກອງທັບຂອງພວກເພິ່ນ ເພື່ອເຂົ້າໄປໂຈມຕີແຜ່ນດິນເຊຣາເຮັມລາ, ແລະ ພວກເພິ່ນໄດ້ພົບກັບທະຫານຂອງເພຄັດ, ເຖິງຂະໜາດທີ່ທັງສອງຝ່າຍໄດ້ເຂົ້າສູ້ຮົບກັນ.
8 ແລະ ຈົ່ງເບິ່ງ, ເພຄັດໄດ້ຖືກຂ້າຕາຍ ແລະ ທະຫານຂອງລາວຖືກຈັບໄປເປັນຊະເລີຍເສິກ, ແລະ ເພໂຮຣັນກໍໄດ້ກັບຄືນສູ່ບັນລັງຕັດສິນຂອງເພິ່ນເໝືອນເດີມ.
9 ແລະ ຄົນຂອງເພຄັດໄດ້ຮັບການພິຈາລະນາຄະດີຕາມກົດໝາຍ, ແລະ ກຸ່ມນິຍົມກະສັດກໍໄດ້ຖືກຈັບ ແລະ ເອົາເຂົ້າຄຸກ; ແລະ ພວກເຂົາຖືກ ຕັດສິນຕາມກົດໝາຍ; ແທ້ຈິງແລ້ວ, ຖ້າຜູ້ໃດກໍຕາມທີ່ເປັນທະຫານຂອງເພຄັດ ແລະ ເປັນກຸ່ມນິຍົມກະສັດທີ່ຂັດຂວາງ ແລະ ບໍ່ຍອມຈັບອາວຸດຂຶ້ນເພື່ອປ້ອງກັນປະເທດຊາດຂອງຕົນ, ຜູ້ນັ້ນກໍຕ້ອງໄດ້ຖືກປະຫານຊີວິດ.
10 ແລະ ມັນຈຶ່ງເປັນການສົມຄວນທີ່ກົດໝາຍນີ້ຈະໄດ້ຮັບການປະຕິບັດຢ່າງເຄັ່ງຄັດ ເພື່ອຄວາມປອດໄພຂອງປະເທດຊາດຂອງພວກເຂົາ; ແທ້ຈິງແລ້ວ, ແລະ ຜູ້ໃດກໍຕາມທີ່ຖືກພົບວ່າປະຕິເສດອິດສະລະພາບ ຍ່ອມຖືກປະຫານຊີວິດຕາມກົດໝາຍໂດຍທັນທີ.
11 ແລະ ປີທີສາມສິບແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້; ໂມໂຣໄນກັບເພໂຮຣັນໄດ້ນຳສັນຕິສຸກຄືນມາໃຫ້ແຜ່ນດິນເຊຣາເຮັມລາ, ໃນບັນດາຜູ້ຄົນຂອງພວກເພິ່ນ, ໂດຍໄດ້ປະຫານຊີວິດທຸກຄົນທີ່ບໍ່ຊື່ສັດຕໍ່ອຸດົມການແຫ່ງອິດສະລະພາບ.
12 ແລະ ເຫດການໄດ້ບັງເກີດຂຶ້ນໃນຕົ້ນປີທີສາມສິບເອັດແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ, ໂມໂຣໄນໄດ້ສັ່ງໃຫ້ສົ່ງສະບຽງອາຫານ ແລະ ກອງທັບທີ່ມີກຳລັງຄົນຫົກພັນຄົນໄປໃຫ້ຮີລາມັນໂດຍທັນທີ, ເພື່ອຊ່ວຍເຫລືອເພິ່ນໃນການປ້ອງກັນແຜ່ນດິນພາກນັ້ນ.
13 ແລະ ເພິ່ນກໍໄດ້ສົ່ງກອງທັບທີ່ມີກຳລັງຄົນຫົກພັນຄົນພ້ອມດ້ວຍອາຫານເປັນຈຳນວນພຽງພໍໄປໃຫ້ກອງທັບຂອງລີໄຮ ແລະ ທີອານຄຳນຳອີກ. ແລະ ເຫດການໄດ້ບັງເກີດຂຶ້ນຄື ສິ່ງນີ້ກະທຳໄປເພື່ອເສີມກຳລັງແຜ່ນດິນ ເພື່ອຈະໄດ້ຕ້ານທານຊາວເລມັນ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນກັບເພໂຮຣັນ ໂດຍທີ່ໄດ້ປະກອງທະຫານໄວ້ໃນແຜ່ນດິນເຊຣາເຮັມລາເປັນຈຳນວນຫລວງຫລາຍ, ແລ້ວທັງສອງກໍໄດ້ອອກເດີນທັບໄປພ້ອມດ້ວຍທະຫານຈຳນວນຫລວງຫລາຍ ມຸ້ງໜ້າໄປຫາແຜ່ນດິນນີໄຟຮາ, ໂດຍຕັ້ງໃຈຈະເອົາຊະນະຊາວເລມັນຜູ້ທີ່ຢູ່ໃນເມືອງນັ້ນ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຂະນະທີ່ພວກເພິ່ນເດີນທັບມຸ້ງໜ້າໄປຫາແຜ່ນດິນນັ້ນ, ເຂົາເຈົ້າໄດ້ພົບກັບຊາວເລມັນຈຳນວນຫລວງຫລາຍ, ແລະ ໄດ້ຂ້າພວກເຂົາຢ່າງຫລວງຫລາຍ, ແລະ ໄດ້ຍຶດເອົາສະບຽງອາຫານ ແລະ ອາວຸດແຫ່ງສົງຄາມຂອງພວກເຂົາ.
16 ແລະ ເຫດການໄດ້ບັງເກີດຂຶ້ນຫລັງຈາກພວກເພິ່ນໄດ້ຈັບພວກເຂົາໄວ້ແລ້ວ, ພວກເພິ່ນໄດ້ໃຫ້ພວກເຂົາເຂົ້າເຮັດພັນທະສັນຍາວ່າ ພວກເຂົາຈະບໍ່ຈັບອາວຸດແຫ່ງສົງຄາມຂຶ້ນສູ້ຮົບກັບຊາວນີໄຟອີກຕໍ່ໄປ.
17 ແລະ ເມື່ອພວກເຂົາໄດ້ເຮັດພັນທະສັນຍານີ້ແລ້ວ ພວກເພິ່ນຈຶ່ງໄດ້ສົ່ງພວກເຂົາໄປຢູ່ກັບຜູ້ຄົນຂອງອຳໂມນ, ແລະ ພວກເຂົາເຫລົ່ານັ້ນມີຈຳນວນປະມານສີ່ພັນຄົນທີ່ບໍ່ໄດ້ຖືກຂ້າຕາຍ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເພິ່ນໄດ້ສົ່ງພວກເຂົາໄປແລ້ວ ພວກເພິ່ນກໍໄດ້ເດີນທັບໄປຫາແຜ່ນດິນນີໄຟຮາ. ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາພວກເພິ່ນໄປຮອດເມືອງນີໄຟຮາແລ້ວ, ພວກເພິ່ນໄດ້ຕັ້ງຄ້າຍຂຶ້ນໃນທົ່ງພຽງທີ່ຢູ່ໃກ້ກັບເມືອງນີໄຟຮາ.
19 ບັດນີ້ໂມໂຣໄນປາດຖະໜາຈະໃຫ້ຊາວເລມັນອອກມາສູ້ຮົບກັບພວກຕົນໃນທົ່ງພຽງ; ແຕ່ຊາວເລມັນຮູ້ຈັກເຖິງຄວາມເກັ່ງກ້າທີ່ສຸດຂອງພວກເພິ່ນ, ແລະ ໂດຍທີ່ເຫັນຈຳນວນຄົນຢ່າງຫລວງຫລາຍ, ສະນັ້ນ ພວກເຂົາຈຶ່ງບໍ່ກ້າອອກມາຕໍ່ສູ້ກັບພວກເພິ່ນ; ສະນັ້ນພວກເຂົາຈຶ່ງບໍ່ອອກມາຕໍ່ສູ້ໃນມື້ນັ້ນ.
20 ແລະ ເມື່ອເຖິງຕອນກາງຄືນ, ໂມໂຣໄນໄດ້ອອກໄປໃນຄວາມມືດ, ແລະ ຂຶ້ນໄປເທິງກຳແພງເພື່ອສອດແນມເບິ່ງວ່າຊາວເລມັນຕັ້ງຄ້າຍຢູ່ກັບກອງທັບຂອງພວກເຂົາຢູ່ບ່ອນໃດຂອງເມືອງ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາຕັ້ງຄ້າຍຢູ່ທາງຕາເວັນອອກໃກ້ທາງເຂົ້າ; ແລະ ພວກເຂົາທັງໝົດກຳລັງນອນຫລັບຢູ່. ແລະ ບັດນີ້ໂມໂຣໄນໄດ້ກັບຄືນໄປຫາກອງທັບຂອງເພິ່ນ ແລະ ໃຫ້ພວກເຂົາຕຽມເຊືອກກັບຂັ້ນໄດໂດຍດ່ວນ, ເພື່ອຈະໄດ້ຢ່ອນລົງໄປຈາກສັນກຳແພງ ແລະ ເຂົ້າໄປຫາຂ້າງໃນ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນໄດ້ໃຫ້ທະຫານຂອງເພິ່ນຍົກທັບອອກໄປ ແລະ ຂຶ້ນໄປເທິງກຳແພງ, ແລະ ຢ່ອນຕົວລົງໄປຫາສ່ວນໜຶ່ງຂອງຕົວເມືອງ, ແທ້ຈິງແລ້ວ, ລົງໄປທາງຕາເວັນຕົກ, ບ່ອນທີ່ຊາວເລມັນບໍ່ໄດ້ຕັ້ງຄ້າຍຢູ່ກັບກອງທັບຂອງພວກເຂົາ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຂົາເຈົ້າທັງໝົດໄດ້ຢ່ອນຕົວລົງໄປໃນເມືອງຕອນກາງຄືນໂດຍໃຊ້ເຊືອກທີ່ໝັ້ນໜຽວ ແລະ ຂັ້ນໄດ; ເມື່ອຮອດຕອນເຊົ້າມາ ເຂົາເຈົ້າທຸກຄົນໄດ້ເຂົ້າມາຢູ່ພາຍໃນກຳແພງເມືອງແລ້ວດັ່ງນັ້ນ.
24 ແລະ ບັດນີ້, ເວລາຊາວເລມັນຕື່ນຂຶ້ນ ແລະ ເຫັນວ່າກອງທັບຂອງໂມໂຣໄນຢູ່ພາຍໃນກຳແພງເມືອງແລ້ວ, ພວກເຂົາກໍຕົກໃຈຢ້ານທີ່ສຸດ, ເຖິງຂະໜາດທີ່ພວກເຂົາໄດ້ພາກັນແລ່ນໜີອອກໄປຕາມທາງເຂົ້າເມືອງນັ້ນ.
25 ແລະ ບັດນີ້ເມື່ອໂມໂຣໄນເຫັນວ່າພວກເຂົາກຳລັງໜີໄປຕໍ່ໜ້າເພິ່ນ, ເພິ່ນກໍໄດ້ສັ່ງໃຫ້ທະຫານຂອງເພິ່ນຍົກອອກໄປຕໍ່ສູ້ກັບພວກເຂົາ, ແລະ ໄດ້ຂ້າພວກເຂົາຖິ້ມຢ່າງຫລວງຫລາຍ, ແລະ ອ້ອມໄວ້ອີກຢ່າງຫລວງຫລາຍ, ແລະ ຈັບເອົາພວກເຂົາໄປເປັນຊະເລີຍເສິກ; ແລະ ສ່ວນທີ່ເຫລືອຢູ່ນັ້ນກໍໜີເຂົ້າໄປຫາແຜ່ນດິນໂມໂຣໄນ ຊຶ່ງຢູ່ຕິດຊາຍແດນໃກ້ຝັ່ງທະເລ.
26 ໂມໂຣໄນກັບເພໂຮຣັນໄດ້ຄອບຄອງເມືອງນີໄຟຮາດັ່ງນີ້ ໂດຍບໍ່ໄດ້ສູນເສຍຈັກຄົນເລີຍ; ແລະ ມີຊາວເລມັນເປັນຈຳນວນຫລວງຫລາຍຖືກຂ້າຕາຍ.
27 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນຜູ້ທີ່ຖືກຈັບເປັນຊະເລີຍຢ່າງຫລວງຫລາຍມີຄວາມປາດຖະໜາທີ່ຈະເຂົ້າຮ່ວມກັບ ຜູ້ຄົນຂອງອຳໂມນ ແລະ ກາຍເປັນຄົນທີ່ມີອິດສະລະພາບ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລາຍຕໍ່ຫລາຍຄົນທີ່ປາດຖະໜາຢາກເຂົ້າຮ່ວມກໍໄດ້ຮັບອະນຸຍາດຕາມຄວາມປາດຖະໜາຂອງພວກເຂົາ.
29 ສະນັ້ນ, ຊະເລີຍເສິກທັງໝົດທີ່ເປັນຊາວເລມັນຈຶ່ງໄດ້ເຂົ້າຮ່ວມກັບຜູ້ຄົນຂອງອຳໂມນ ແລະ ໄດ້ເລີ່ມອອກແຮງຢ່າງດຸໝັ່ນ, ໄດ້ໄຖດິນ, ປູກພືດພັນນາໆຊະນິດ, ແລະ ລ້ຽງສັດ ລວມທັງຝູງສັດໃຊ້ແຮງງານທຸກຊະນິດ; ດັ່ງນັ້ນ ຊາວນີໄຟຈຶ່ງໄດ້ພົ້ນຈາກພາລະອັນໜັກໜ່ວງໂດຍວິທີນີ້; ແທ້ຈິງແລ້ວ, ເຖິງຂະໜາດທີ່ພວກເຂົາໄດ້ພົ້ນຈາກພາລະທີ່ບໍ່ຕ້ອງເຝົ້າຍາມຊະເລີຍເສິກທີ່ເປັນຊາວເລມັນອີກຕໍ່ໄປ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນ, ຫລັງຈາກທີ່ເພິ່ນໄດ້ຄອບຄອງເມືອງນີໄຟຮາ, ໄດ້ຈັບຊະເລີຍເສິກເປັນຈຳນວນຫລວງຫລາຍໄວ້, ຊຶ່ງໄດ້ເຮັດໃຫ້ກອງທັບຂອງຊາວເລມັນລົດກຳລັງລົງຫລາຍ, ແລະ ໄດ້ຮັບຊາວນີໄຟຫລາຍຄົນທີ່ຖືກຈັບໄປເປັນຊະເລີຍກັບຄືນມາ, ຊຶ່ງເຮັດໃຫ້ກອງທັບຂອງໂມໂຣໄນມີກຳລັງຫລາຍຂຶ້ນເລື້ອຍໆ; ສະນັ້ນ ໂມໂຣໄນຈຶ່ງໄດ້ນຳກອງທັບຈາກແຜ່ນດິນນີໄຟຮາໄປຫາແຜ່ນດິນລີໄຮ.
31 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອຊາວເລມັນເຫັນວ່າໂມໂຣໄນກຳລັງຈະມາໂຈມຕີພວກເຂົາ, ພວກເຂົາຈຶ່ງຕື່ນຕົກໃຈ ແລະ ໄດ້ປົບໜີໄປຕໍ່ໜ້າກອງທັບຂອງໂມໂຣໄນ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນກັບກອງທັບຂອງເພິ່ນໄດ້ໄລ່ຕາມພວກເຂົາຈາກເມືອງໜຶ່ງໄປຫາອີກເມືອງໜຶ່ງ ຈົນວ່າພວກເຂົາໄດ້ພົບກັບລີໄຮ ແລະ ທີອານຄຳ; ແລະ ຊາວເລມັນໄດ້ປົບໜີຈາກລີໄຮ ແລະ ທີອານຄຳໄປ, ຈົນລົງໄປຮອດແຜ່ນດິນໂມໂຣໄນ ຊຶ່ງຢູ່ໃນຊາຍແດນໃກ້ຝັ່ງທະເລ.
33 ແລະ ກອງທັບຂອງຊາວເລມັນໄດ້ພາກັນມາເຕົ້າໂຮມກັນຢູ່, ເຖິງຂະໜາດທີ່ພວກເຂົາທັງໝົດເປັນກອງດຽວໃນແຜ່ນດິນໂມໂຣໄນ. ບັດນີ້ອາມໂມຣອນຜູ້ເປັນກະສັດຂອງຊາວເລມັນກໍຢູ່ໃນທີ່ນັ້ນຄືກັນ.
34 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນ ແລະ ລີໄຮ ແລະ ທີອານຄຳ ໄດ້ຕັ້ງຄ້າຍຂຶ້ນອ້ອມຮອບຊາຍແດນແຜ່ນດິນໂມໂຣໄນ, ເຖິງຂະໜາດທີ່ຊາວເລມັນໄດ້ຖືກລ້ອມໄວ້ຢູ່ທີ່ຊາຍແດນໃກ້ຖິ່ນແຫ້ງແລ້ງກັນດານທາງໃຕ້, ແລະ ປິດລ້ອມຊາຍແດນໃກ້ກັບຖິ່ນແຫ້ງແລ້ງກັນດານທາງຕາເວັນອອກ.
35 ແລະ ເຂົາເຈົ້າໄດ້ຕັ້ງຄ້າຍຂຶ້ນໃນຕອນຄ່ຳດັ່ງນີ້. ເພາະຈົ່ງເບິ່ງ, ທັງຊາວນີໄຟ ແລະ ຊາວເລມັນມີຄວາມອິດເມື່ອຍຫລາຍ ຍ້ອນການເດີນທັບມາເປັນເວລານານແລ້ວ; ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ວາງກົນອຸບາຍແນວໃດໃນຕອນກາງຄືນ, ນອກຈາກທີອານຄຳຄົນດຽວ ເພາະວ່າລາວໄດ້ຄຽດແຄ້ນໃຫ້ອາມໂມຣອນຫລາຍທີ່ສຸດ, ເຖິງຂະໜາດທີ່ລາວເຈາະຈົງໃສ່ວ່າອາມໂມຣອນ ແລະ ອະມາລີໄຄຢາອ້າຍຂອງລາວເປັນ ສາເຫດຂອງສົງຄາມທີ່ຍືດເຍື້ອຍາວນານລະຫວ່າງເຂົາເຈົ້າກັບຊາວເລມັນ, ຊຶ່ງເປັນສາເຫດຂອງສົງຄາມ ແລະ ການນອງເລືອດຢ່າງຫລວງຫລາຍ, ແທ້ຈິງແລ້ວ, ແລະ ການອຶດຢາກຢ່າງຫລວງຫລາຍເຊັ່ນນີ້.
36 ແລະ ເຫດການໄດ້ບັງເກີດຂຶ້ນຄື ທີອານຄຳມີຄວາມຄຽດແຄ້ນຫລາຍ ຈຶ່ງໄດ້ລອບເຂົ້າໄປໃນຄ້າຍຂອງຊາວເລມັນ, ແລະ ຢ່ອນຕົວລົງຈາກສັນກຳແພງເມືອງ. ແລະ ລາວໄດ້ເຂົ້າໄປພ້ອມດ້ວຍເຊືອກຈາກບ່ອນນັ້ນ ຫາບ່ອນນີ້, ຈົນວ່າລາວພົບກະສັດ ແລະ ລາວໄດ້ ຊັດຫອກໃສ່ກະສັດຖືກໃກ້ຫົວໃຈ. ແຕ່ຈົ່ງເບິ່ງ, ກະສັດໄດ້ປຸກຂ້າໃຊ້ຂອງຕົນຂຶ້ນກ່ອນຕົວເອງຈະຂາດໃຈຕາຍ, ເຖິງຂະໜາດທີ່ພວກເຂົາໄດ້ໄລ່ຕາມທີອານຄຳ ແລະ ຂ້າລາວ.
37 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເວລາລີໄຮ ແລະ ໂມໂຣໄນຮູ້ເຖິງການຕາຍຂອງທີອານຄຳ, ພວກເພິ່ນກໍເສົ້າສະຫລົດໃຈຫລາຍທີ່ສຸດ; ຍ້ອນວ່າທີອານຄຳເປັນຄົນທີ່ໄດ້ຕໍ່ສູ້ຢ່າງກ້າຫານເພື່ອປະເທດຊາດຂອງລາວ, ແທ້ຈິງແລ້ວ, ເປັນເພື່ອນແທ້ໆຂອງເສລີພາບ; ແລະ ລາວໄດ້ທົນຕໍ່ຄວາມທຸກຢ່າງແສນສາຫັດ ຢ່າງຫລວງຫລາຍມາແລ້ວ. ແຕ່ຈົ່ງເບິ່ງ, ລາວໄດ້ຕາຍໄປເສຍແລ້ວຕາມທາງຂອງໂລກ.
38 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນໄດ້ອອກເດີນທັບໃນມື້ຕໍ່ມາ, ແລະ ໄດ້ເຂົ້າໂຈມຕີຊາວເລມັນ, ເຖິງຂະໜາດທີ່ເຂົາເຈົ້າໄດ້ຂ້າພວກເຂົາລົງຢ່າງຫລວງຫລາຍ; ແລະ ເຂົາເຈົ້າໄດ້ຂັບໄລ່ພວກເຂົາອອກຈາກແຜ່ນດິນໄປ; ແລະ ພວກເຂົາໄດ້ໜີໄປຈົນວ່າບໍ່ໄດ້ກັບຄືນມາຕໍ່ສູ້ກັບຊາວນີໄຟອີກເລີຍໃນເວລານັ້ນ.
39 ແລະ ປີທີສາມສິບເອັດແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້; ຊຶ່ງພວກເຂົາໄດ້ມີສົງຄາມ, ແລະ ມີການນອງເລືອດ, ແລະ ມີຄວາມອຶດຢາກ, ແລະ ມີຄວາມທຸກຢູ່ດັ່ງນັ້ນເປັນເວລາຫລາຍປີ.
40 ແລະ ມັນໄດ້ມີການຄາດຕະກຳ, ແລະ ມີການຂັດແຍ້ງ, ແລະ ມີການແຕກແຍກ, ແລະ ມີຄວາມຊົ່ວຮ້າຍນາໆປະການຢູ່ໃນບັນດາຜູ້ຄົນຂອງນີໄຟ; ເຖິງຢ່າງໃດກໍຕາມ ເພື່ອເຫັນແກ່ ຄົນຊອບທຳ, ແທ້ຈິງແລ້ວ, ເປັນຍ້ອນຄຳອະທິຖານຂອງຄົນທີ່ຊອບທຳ, ພວກເຂົາຈຶ່ງໄດ້ຮັບການໄວ້ຊີວິດ.
41 ແຕ່ຈົ່ງເບິ່ງ, ຍ້ອນວ່າໄລຍະເວລາຂອງສົງຄາມນັ້ນຍາວນານຫລາຍລະຫວ່າງຊາວນີໄຟ ແລະ ຊາວເລມັນ ຄົນຈຳນວນຫລວງຫລາຍຈຶ່ງແຂງກະດ້າງຂຶ້ນ, ເພາະໄລຍະເວລາອັນຍາວນານຂອງສົງຄາມ; ແລະ ຄົນຈຳນວນຫລວງຫລາຍຈຶ່ງອ່ອນໂຍນລົງເພາະ ຄວາມທຸກຂອງພວກເຂົາ, ເຖິງຂະໜາດທີ່ພວກເຂົາໄດ້ຖ່ອມຕົວລົງຕໍ່ພຣະພັກຂອງພຣະເຈົ້າ, ຈົນເຖິງສ່ວນເລິກແຫ່ງຄວາມຖ່ອມຕົວ.
42 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກໂມໂຣໄນໄດ້ເສີມກຳລັງໃຫ້ພາກຕ່າງໆທີ່ຢູ່ໃກ້ກັບແຜ່ນດິນຂອງຊາວເລມັນຈົນວ່າມີກຳລັງພຽງພໍແລ້ວ, ເພິ່ນຈຶ່ງໄດ້ກັບຄືນໄປເມືອງເຊຣາເຮັມລາ; ແລະ ຮີລາມັນກໍໄດ້ກັບໄປຫາບ້ານເກີດເມືອງນອນຂອງເພິ່ນຄືກັນ; ແລະ ມັນກໍມີການສະຖາປະນາສັນຕິສຸກຂຶ້ນອີກເທື່ອໜຶ່ງໃນບັນດາຜູ້ຄົນຂອງນີໄຟ.
43 ແລະ ໂມໂຣໄນໄດ້ມອບອຳນາດຂອງຜູ້ບັງຄັບບັນຊາກອງທັບຂອງເພິ່ນໃຫ້ຢູ່ໃນການບັນຊາຂອງລູກຊາຍຂອງເພິ່ນ ຜູ້ມີຊື່ວ່າ ໂມໂຣໄນຮາ; ແລະ ເພິ່ນກໍໄດ້ກັບໄປຢູ່ນຳຄອບຄົວຂອງເພິ່ນ ເພື່ອຈະໄດ້ໃຊ້ເວລາທີ່ເຫລືອຢູ່ນັ້ນຂອງເພິ່ນກັບຄວາມສະຫງົບສຸກ.
44 ແລະ ເພໂຮຣັນກໍໄດ້ກັບຄືນໄປຫາບັນລັງຕັດສິນຂອງເພິ່ນເໝືອນເດີມ; ແລະ ຮີລາມັນໄດ້ຮັບໜ້າທີ່ສັ່ງສອນພຣະຄຳຂອງພຣະເຈົ້າໃຫ້ຜູ້ຄົນຄືນອີກ; ຍ້ອນວ່າມັນມີສົງຄາມ ແລະ ການຂັດແຍ້ງກັນຢ່າງຫລວງຫລາຍເຊັ່ນນັ້ນ ມັນຈຶ່ງສົມຄວນທີ່ຈະຕັ້ງຂໍ້ບັງຄັບຂຶ້ນອີກໃນສາດສະໜາຈັກ.
45 ສະນັ້ນ, ຮີລາມັນ ແລະ ພີ່ນ້ອງຂອງເພິ່ນຈຶ່ງອອກໄປ ແລະ ໄດ້ປະກາດພຣະຄຳຂອງພຣະເຈົ້າດ້ວຍພະລັງອັນມະຫາສານໃຫ້ຜູ້ຄົນເປັນຈຳນວນຫລວງຫລາຍ ສຳນຶກເຖິງຄວາມຊົ່ວຮ້າຍຂອງຕົນ, ຊຶ່ງໄດ້ເຮັດໃຫ້ພວກເຂົາກັບໃຈຈາກບາບຂອງພວກເຂົາ ແລະ ຮັບບັບຕິສະມາໄວ້ກັບພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
46 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ສະຖາປະນາສາດສະໜາຈັກຂອງພຣະເຈົ້າຂຶ້ນອີກຕະຫລອດທົ່ວແຜ່ນດິນ.
47 ແທ້ຈິງແລ້ວ, ແລະ ພວກເຂົາໄດ້ຕັ້ງຂໍ້ບັງຄັບຂຶ້ນຊຶ່ງກ່ຽວກັບກົດໝາຍ. ແລະ ມີການເລືອກຕັ້ງ ຜູ້ຕັດສິນ ແລະ ຫົວໜ້າຂອງຜູ້ຕັດສິນຂຶ້ນອີກ.
48 ແລະ ຜູ້ຄົນຂອງນີໄຟກໍເລີ່ມ ຈະເລີນຮຸ່ງເຮືອງຂຶ້ນຢ່າງຍິ່ງໃນແຜ່ນດິນອີກ, ແລະ ເລີ່ມມີຜູ້ຄົນເພີ່ມທະວີຂຶ້ນ ແລະ ເຂັ້ມແຂງຫລາຍຂຶ້ນໃນແຜ່ນດິນ. ແລະ ພວກເຂົາເລີ່ມຮັ່ງມີເປັນດີຢ່າງຍິ່ງ.
49 ເຖິງແມ່ນວ່າພວກເຂົາຈະມີເຄື່ອງຂອງທີ່ມີຄຸນຄ່າ, ຫລື ພະລັງ, ຫລື ຄວາມຈະເລີນຮຸ່ງເຮືອງຕ່າງໆ, ແຕ່ພວກເຂົາບໍ່ໄດ້ລະເມີເພີ້ຝັນດ້ວຍຄວາມທະນົງຕົວໃນສາຍຕາຂອງຕົນເອງເລີຍ; ທັງພວກເຂົາບໍ່ໄດ້ຊັກຊ້າທີ່ຈະລະນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ; ແຕ່ພວກເຂົາໄດ້ຖ່ອມຕົວທີ່ສຸດຕໍ່ພຣະພັກຂອງພຣະອົງ.
50 ແທ້ຈິງແລ້ວ, ພວກເຂົາຈື່ຈຳສະເໝີເຖິງສິ່ງທີ່ຍິ່ງໃຫຍ່ທີ່ພຣະຜູ້ເປັນເຈົ້າໄດ້ກະທຳເພື່ອພວກເຂົາ, ວ່າພຣະອົງໄດ້ປົດປ່ອຍພວກເຂົາອອກຈາກຄວາມຕາຍ, ແລະ ອອກຈາກພັນທະການ, ແລະ ອອກຈາກຄຸກ, ແລະ ພົ້ນຈາກຄວາມທຸກນາໆປະການ, ແລະ ພຣະອົງໄດ້ປົດປ່ອຍພວກເຂົາໃຫ້ພົ້ນຈາກກຳມືຂອງສັດຕູຂອງພວກເຂົາ.
51 ແລະ ພວກເຂົາໄດ້ອະທິຖານຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາຢູ່ສະເໝີ, ເຖິງຂະໜາດທີ່ພຣະຜູ້ເປັນເຈົ້າໄດ້ປະທານພອນໃຫ້ແກ່ພວກເຂົາຕາມພຣະຄຳຂອງພຣະອົງ, ຈົນວ່າພວກເຂົາໄດ້ໝັ້ນຄົງ ແລະ ຮຸ່ງເຮືອງຢູ່ໃນແຜ່ນດິນດັ່ງນີ້.
52 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຫດການທັງໝົດນີ້ເປັນໄປ. ແລະ ຮີລາມັນໄດ້ສິ້ນຊີວິດໄປ, ໃນປີທີສາມສິບຫ້າແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ.