ຄຳເວົ້າຂອງແອວມາ ຊຶ່ງເພິ່ນໄດ້ກ່າວກັບຜູ້ຄົນໃນເມືອງກີເດໂອນຕາມບັນທຶກຂອງເພິ່ນເອງ.
ມີບັນທຶກໄວ້ໃນບົດທີ 7.
ບົດທີ 7
ພຣະຄຣິດຈະກຳເນີດຈາກນາງມາຣີ—ພຣະອົງຈະແກ້ສາຍຮັດແຫ່ງຄວາມຕາຍ ແລະ ຮັບເອົາບາບແທນຜູ້ຄົນຂອງພຣະອົງ—ຜູ້ທີ່ກັບໃຈ, ຮັບບັບຕິສະມາ, ແລະ ຮັກສາພຣະບັນຍັດ ຈະມີຊີວິດນິລັນດອນ—ຄວາມສົກກະປົກບໍ່ສາມາດຮັບເອົາອານາຈັກຂອງພຣະເຈົ້າມາເປັນມູນມໍລະດົກໄດ້—ຄວາມຖ່ອມຕົວ, ສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນເປັນສິ່ງຈຳເປັນ. ປະມານ 83 ປີ ກ່ອນ ຄ.ສ.
1 ຈົ່ງເບິ່ງ ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເວລານີ້ຂ້າພະເຈົ້າໄດ້ຮັບອະນຸຍາດໃຫ້ມາຫາພວກທ່ານ, ສະນັ້ນ ຂ້າພະເຈົ້າຈຶ່ງພະຍາຍາມທີ່ຈະ ເວົ້າກັບພວກທ່ານໃນພາສາຂອງຂ້າພະເຈົ້າເອງ; ແທ້ຈິງແລ້ວ, ໂດຍປາກຂອງຂ້າພະເຈົ້າເອງ, ເວລານີ້ເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ເວົ້າກັບພວກທ່ານດ້ວຍຕົວເອງ, ຂ້າພະເຈົ້າເອງໄດ້ຖືກກັກຕົວໄວ້ກັບ ບັນລັງຕັດສິນ, ໂດຍມີທຸລະກິດອັນຈຳເປັນຊຶ່ງເຮັດໃຫ້ຂ້າພະເຈົ້າມາຫາພວກທ່ານບໍ່ໄດ້.
2 ແລະ ແມ່ນແຕ່ຕອນນີ້ຂ້າພະເຈົ້າກໍຄົງມາຫາພວກທ່ານບໍ່ໄດ້ ຖ້າຫາກຂ້າພະເຈົ້າບໍ່ໄດ້ ມອບບັນລັງຕັດສິນໄວ້ກັບຜູ້ອື່ນເພື່ອປົກຄອງແທນ; ແລະ ດ້ວຍພຣະເມດຕາອັນຫລວງຫລາຍ ພຣະຜູ້ເປັນເຈົ້າຈຶ່ງອະນຸຍາດໃຫ້ຂ້າພະເຈົ້າມາຫາພວກທ່ານ.
3 ແລະ ຈົ່ງເບິ່ງ, ຂ້າພະເຈົ້າມາໂດຍມີຄວາມຫວັງອັນໃຫຍ່ຫລວງ ແລະ ມີຄວາມປາດຖະໜາຫລາຍທີ່ສຸດວ່າ ຂ້າພະເຈົ້າຈະເຫັນພວກທ່ານຖ່ອມຕົວຕໍ່ພຣະພັກຂອງພຣະເຈົ້າ, ແລະ ວ່າພວກທ່ານໄດ້ທູນຂໍພຣະຄຸນຂອງພຣະອົງຢູ່ສະເໝີ, ວ່າຂ້າພະເຈົ້າຈະເຫັນພວກທ່ານບໍ່ມີຂໍ້ຕຳນິຕໍ່ພຣະພັກຂອງພຣະອົງ, ວ່າຂ້າພະເຈົ້າຈະເຫັນພວກທ່ານບໍ່ໄດ້ຕົກຢູ່ໃນສະຖານະການອັນເປັນຕາຢ້ານດັ່ງທີ່ພີ່ນ້ອງຂອງພວກເຮົາເປັນຢູ່ໃນເຊຣາເຮັມລາ.
4 ຂໍພຣະນາມຂອງພຣະເຈົ້າຈົ່ງພຣະກະເສີມສຳລານເຖີດ, ທີ່ພຣະອົງໄດ້ປະທານໃຫ້ຂ້າພະເຈົ້າຮູ້ຈັກ, ແທ້ຈິງແລ້ວ, ໄດ້ປະທານຄວາມຊື່ນຊົມຢ່າງລົ້ນເຫລືອໃຫ້ແກ່ຂ້າພະເຈົ້າທີ່ຮູ້ຈັກວ່າ ພວກເຂົາໄດ້ສະຖາປະນາຂຶ້ນຢູ່ໃນທາງແຫ່ງຄວາມຊອບທຳຂອງພຣະອົງອີກ.
5 ແລະ ຂ້າພະເຈົ້າວາງໃຈຕາມພຣະວິນຍານຂອງພຣະເຈົ້າຊຶ່ງຢູ່ກັບຂ້າພະເຈົ້າ, ວ່າຂ້າພະເຈົ້າຈະມີຄວາມຊື່ນຊົມໃນພວກທ່ານນຳອີກ; ເຖິງຢ່າງໃດກໍຕາມ ຂ້າພະເຈົ້າບໍ່ປາດຖະໜາວ່າ ຄວາມຊື່ນຊົມຂອງຂ້າພະເຈົ້າໃນພວກທ່ານຈະເກີດຂຶ້ນໂດຍສາເຫດຈາກຄວາມທຸກ ແລະ ຄວາມເສົ້າສະຫລົດໃຈທີ່ສຸດ ຊຶ່ງຂ້າພະເຈົ້າເຄີຍມີກັບພີ່ນ້ອງທີ່ເຊຣາເຮັມລາ, ເພາະຈົ່ງເບິ່ງ, ຄວາມຊື່ນຊົມຂອງຂ້າພະເຈົ້າເກີດກັບພວກເຂົາຫລັງຈາກທີ່ຂ້າພະເຈົ້າໄດ້ທ່ອງທ່ຽວໄປດ້ວຍຄວາມທຸກ ແລະ ເສົ້າສະຫລົດໃຈມາຫລາຍແລ້ວ.
6 ແຕ່ຈົ່ງເບິ່ງ, ຂ້າພະເຈົ້າວາງໃຈວ່າ ພວກທ່ານບໍ່ຢູ່ໃນສະພາບບໍ່ເຊື່ອຖືດັ່ງທີ່ພີ່ນ້ອງຂອງພວກທ່ານໄດ້ເປັນມາແລ້ວ; ຂ້າພະເຈົ້າວາງໃຈວ່າ ພວກທ່ານບໍ່ລະເມີເພີ້ຝັນດ້ວຍຄວາມທະນົງໃຈ; ແທ້ຈິງແລ້ວ, ຂ້າພະເຈົ້າວາງໃຈວ່າ ພວກທ່ານບໍ່ໄດ້ໝົກໝຸ້ນຢູ່ກັບຂອງມີຄ່າ ແລະ ສິ່ງທີ່ບໍ່ມີປະໂຫຍດຂອງໂລກ; ແທ້ຈິງແລ້ວ, ຂ້າພະເຈົ້າວາງໃຈວ່າ ພວກທ່ານບໍ່ໄດ້ກາບໄຫວ້ ຮູບບູຊາ, ແຕ່ພວກທ່ານໄດ້ກາບໄຫວ້ ພຣະເຈົ້າອົງທ່ຽງແທ້ ແລະ ຊົງພຣະຊົນຢູ່, ແລະ ວ່າພວກທ່ານມຸ້ງຫາການປົດບາບຂອງພວກທ່ານດ້ວຍສັດທາອັນເປັນນິດ, ຊຶ່ງຈະມາເຖິງ.
7 ເພາະຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ມີຫລາຍສິ່ງຫລາຍຢ່າງທີ່ຈະມາເຖິງ; ແລະ ຈົ່ງເບິ່ງ, ມີຢ່າງໜຶ່ງທີ່ສຳຄັນກວ່າໝູ່ໝົດ—ເພາະຈົ່ງເບິ່ງ, ເວລາຢູ່ບໍ່ໄກທີ່ພຣະຜູ້ໄຖ່ຈະມີຊີວິດ ແລະ ຈະສະເດັດມາໃນບັນດາຜູ້ຄົນຂອງພຣະອົງ.
8 ຈົ່ງເບິ່ງ, ຂ້າພະເຈົ້າບໍ່ໄດ້ກ່າວວ່າ ພຣະອົງຈະສະເດັດມາໃນບັນດາພວກເຮົາໃນເວລາທີ່ພຣະອົງຢູ່ໃນຮ່າງກາຍທີ່ເປັນມະຕະຂອງພຣະອົງ; ເພາະຈົ່ງເບິ່ງ, ພຣະວິນຍານບໍ່ໄດ້ບອກຂ້າພະເຈົ້າວ່າ ເລື່ອງລາວຈະເປັນໄປແນວນີ້. ບັດນີ້ສຳລັບເລື່ອງນີ້ຂ້າພະເຈົ້າບໍ່ຮູ້ຈັກ, ແຕ່ເທົ່າທີ່ຂ້າພະເຈົ້າຮູ້ຄື ອົງພຣະຜູ້ເປັນເຈົ້າມີອຳນາດທີ່ຈະກະທຳທຸກສິ່ງທຸກຢ່າງຊຶ່ງເປັນໄປຕາມພຣະຄຳຂອງພຣະອົງ.
9 ແຕ່ຈົ່ງເບິ່ງ, ພຣະວິນຍານໄດ້ກ່າວກັບຂ້າພະເຈົ້າພຽງເທົ່ານີ້, ມີຄວາມວ່າ: ຈົ່ງຮ້ອງບອກຜູ້ຄົນພວກນີ້ວ່າ—ເຈົ້າຈົ່ງ ກັບໃຈເຖີດ, ແລະ ຕຽມທາງຂອງພຣະຜູ້ເປັນເຈົ້າ, ແລະ ເດີນໃນທາງຂອງພຣະອົງທີ່ຊື່ຕົງ; ເພາະຈົ່ງເບິ່ງ, ອານາຈັກສະຫວັນໃກ້ເຂົ້າມາເຖິງແລ້ວ, ແລະ ພຣະບຸດຂອງພຣະເຈົ້າຈະສະເດັດ ມາຍັງຜືນແຜ່ນດິນໂລກ.
10 ແລະ ຈົ່ງເບິ່ງ, ພຣະອົງຈະ ກຳເນີດຈາກ ນາງມາຣີທີ່ເຢຣູຊາເລັມ ຊຶ່ງເປັນ ແຜ່ນດິນຂອງບັນພະບຸລຸດຂອງພວກເຮົາ, ນາງເປັນ ຍິງບໍລິສຸດ, ເປັນພາຊະນະທີ່ປະເສີດ ແລະ ຖືກເລືອກໄວ້ແລ້ວ, ຜູ້ທີ່ຈະ ຕັ້ງທ້ອງໂດຍອຳນາດຂອງພຣະວິນຍານບໍລິສຸດ, ແລະ ໃຫ້ກຳເນີດລູກຊາຍຜູ້ໜຶ່ງ, ແທ້ຈິງແລ້ວ, ແມ່ນແຕ່ພຣະບຸດຂອງພຣະເຈົ້າ.
11 ແລະ ພຣະອົງຈະສະເດັດອອກໄປ, ທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກ ແລະ ການລໍ້ລວງທຸກຢ່າງ; ແລະ ນີ້ກໍເພື່ອຄຳເວົ້າຈະໄດ້ສຳເລັດຊຶ່ງໄດ້ກ່າວໄວ້ວ່າ ພຣະອົງຈະຮັບເອົາຄວາມເຈັບປວດ ແລະ ຄວາມປ່ວຍໄຂ້ຂອງຜູ້ຄົນຂອງພຣະອົງ.
12 ແລະ ພຣະອົງຈະຮັບເອົາ ຄວາມຕາຍ ເພື່ອພຣະອົງຈະໄດ້ເຮັດໃຫ້ສາຍຮັດແຫ່ງຄວາມຕາຍຊຶ່ງຜູກມັດຜູ້ຄົນຂອງພຣະອົງຫລຸດອອກ; ແລະ ພຣະອົງຈະຮັບເອົາຄວາມບົກພ່ອງຂອງພວກເຂົາ ເພື່ອອຸທອນຂອງພຣະອົງຈະເຕັມໄປດ້ວຍຄວາມເມດຕາຕາມທາງຂອງເນື້ອໜັງ ເພື່ອພຣະອົງຈະຮູ້ຈັກຕາມທາງຂອງເນື້ອໜັງວ່າ ຈະ ຊ່ວຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ.
13 ບັດນີ້ພຣະວິນຍານ ຮູ້ຈັກທຸກສິ່ງ; ເຖິງຢ່າງໃດກໍຕາມ ພຣະບຸດຂອງພຣະເຈົ້າຍັງຮັບທຸກທໍລະມານຕາມທາງຂອງເນື້ອໜັງ ເພື່ອພຣະອົງຈະໄດ້ ຮັບເອົາບາບຂອງຜູ້ຄົນຂອງພຣະອົງ, ເພື່ອພຣະອົງຈະໄດ້ລຶບການລ່ວງລະເມີດຂອງພວກເຂົາຕາມອຳນາດແຫ່ງການປົດປ່ອຍຂອງພຣະອົງ; ແລະ ບັດນີ້ຈົ່ງເບິ່ງ, ນີ້ຄືປະຈັກພະຍານທີ່ມີຢູ່ໃນຂ້າພະເຈົ້າ.
14 ແລະ ບັດນີ້ຂ້າພະເຈົ້າກ່າວກັບພວກທ່ານວ່າ ພວກທ່ານຕ້ອງກັບໃຈ, ແລະ ເກີດໃໝ່; ເພາະວ່າພຣະວິນຍານໄດ້ກ່າວໄວ້ວ່າ ຖ້າຫາກພວກທ່ານບໍ່ເກີດໃໝ່ ພວກທ່ານຈະບໍ່ໄດ້ຮັບອານາຈັກສະຫວັນມາເປັນມູນມໍລະດົກ; ສະນັ້ນ ຈົ່ງມາເຖີດ ມາຮັບບັບຕິສະມາໄວ້ກັບການກັບໃຈ, ເພື່ອພວກທ່ານຈະຖືກລ້າງຈາກບາບຂອງພວກທ່ານ, ເພື່ອພວກທ່ານຈະມີສັດທາໃນພຣະເມສານ້ອຍຂອງພຣະເຈົ້າຜູ້ເອົາບາບຂອງໂລກໄປ, ຜູ້ຊົງລິດອຳນາດຍິ່ງໃຫຍ່ຈະຊ່ວຍໃຫ້ລອດ ແລະ ຈະຊຳລະລ້າງຈາກຄວາມບໍ່ຊອບທຳທັງໝົດ.
15 ແທ້ຈິງແລ້ວ, ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຈົ່ງມາເຖີດ, ຢ່າສູ່ຢ້ານ, ຈົ່ງປະຖິ້ມບາບທຸກຢ່າງທີ່ ກີດກັນພວກທ່ານໄວ້ຢ່າງງ່າຍດາຍ, ຊຶ່ງບາບນັ້ນຜູກມັດພວກທ່ານລົງໄປສູ່ຄວາມພິນາດ, ແທ້ຈິງແລ້ວ, ຈົ່ງມາເຖີດ, ແລະ ອອກໄປສະແດງຕໍ່ພຣະເຈົ້າຂອງພວກທ່ານວ່າ ພວກທ່ານເຕັມໃຈທີ່ຈະກັບໃຈຈາກບາບຂອງພວກທ່ານ, ແລະ ເຂົ້າເຮັດພັນທະສັນຍາກັບພຣະອົງທີ່ຈະຮັກສາພຣະບັນຍັດຂອງພຣະອົງ, ແລະ ເປັນພະຍານເຖິງສິ່ງນັ້ນຕໍ່ພຣະອົງໃນມື້ນີ້ໂດຍການລົງໄປໃນນ້ຳແຫ່ງບັບຕິສະມາ.
16 ແລະ ຜູ້ໃດກໍຕາມທີ່ເຮັດຕາມນີ້, ແລະ ຮັກສາພຣະບັນຍັດຂອງພຣະເຈົ້ານັບແຕ່ເວລານີ້ເປັນຕົ້ນໄປ, ຜູ້ນັ້ນຈະຈື່ຈຳສິ່ງທີ່ຂ້າພະເຈົ້າເວົ້າກັບເຂົາ, ແທ້ຈິງແລ້ວ, ເຂົາຈະຈື່ຈຳສິ່ງທີ່ຂ້າພະເຈົ້າໄດ້ເວົ້າກັບເຂົາ, ເຂົາຈະມີຊີວິດນິລັນດອນອີງຕາມປະຈັກພະຍານຂອງພຣະວິນຍານສັກສິດ ຊຶ່ງເປັນພະຍານໃນຂ້າພະເຈົ້າ.
17 ແລະ ບັດນີ້ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ພວກທ່ານເຊື່ອໃນເລື່ອງເຫລົ່ານີ້ບໍ່? ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ, ແທ້ຈິງແລ້ວ, ຂ້າພະເຈົ້າຮູ້ວ່າພວກທ່ານເຊື່ອສິ່ງເຫລົ່ານີ້ ແລະ ເຫດຜົນທີ່ຂ້າພະເຈົ້າຮູ້ ວ່າພວກທ່ານເຊື່ອເພາະໂດຍການສະແດງໃຫ້ປະຈັກຂອງພຣະວິນຍານຊຶ່ງຢູ່ໃນຂ້າພະເຈົ້າ. ແລະ ບັດນີ້ເພາະວ່າສັດທາຂອງພວກທ່ານເຂັ້ມແຂງກ່ຽວກັບເລື່ອງນີ້, ແທ້ຈິງແລ້ວ, ກ່ຽວກັບເລື່ອງທີ່ຂ້າພະເຈົ້າໄດ້ເວົ້າມາ, ຂ້າພະເຈົ້າຈຶ່ງມີຄວາມສຸກຢ່າງລົ້ນເຫລືອ.
18 ດັ່ງທີ່ຂ້າພະເຈົ້າໄດ້ເວົ້າກັບພວກທ່ານມາແລ້ວຕັ້ງແຕ່ຕົ້ນ, ວ່າຂ້າພະເຈົ້າປາດຖະໜາຫລາຍທີ່ສຸດທີ່ຈະບໍ່ໃຫ້ພວກທ່ານຕົກຢູ່ໃນສະຖານະການທີ່ໜ້າຢ້ານກົວດັ່ງທີ່ພີ່ນ້ອງຂອງພວກທ່ານເປັນຢູ່, ເຖິງແມ່ນດັ່ງນີ້ ຂ້າພະເຈົ້າກໍເຫັນວ່າສົມຄວາມປາດຖະໜາຂອງຂ້າພະເຈົ້າແລ້ວ.
19 ເພາະວ່າຂ້າພະເຈົ້າເຫັນວ່າພວກທ່ານຢູ່ໃນທາງອັນຊອບທຳ; ຂ້າພະເຈົ້າເຫັນວ່າພວກທ່ານຢູ່ໃນທາງຊຶ່ງຈະນຳໄປສູ່ອານາຈັກຂອງພຣະເຈົ້າ; ແທ້ຈິງແລ້ວ, ຂ້າພະເຈົ້າເຫັນວ່າພວກທ່ານກຳລັງເຮັດໃຫ້ ທາງຂອງພຣະອົງຊື່ຕົງ.
20 ຂ້າພະເຈົ້າເຫັນວ່າມັນຖືກເຮັດໃຫ້ເປັນທີ່ຮູ້ຈັກແກ່ພວກທ່ານແລ້ວ, ໂດຍປະຈັກພະຍານແຫ່ງພຣະຄຳຂອງພຣະອົງ, ວ່າພຣະອົງ ດຳເນີນໄປຕາມທາງຄົດບໍ່ໄດ້; ທັງບໍ່ປ່ຽນແປງຈາກສິ່ງທີ່ພຣະອົງໄດ້ກ່າວໄວ້; ທັງບໍ່ມີເງົາຂອງການຫັນເຫຈາກຂວາຫາຊ້າຍ, ຫລື ຈາກສິ່ງທີ່ຖືກຕ້ອງໄປຫາສິ່ງທີ່ບໍ່ຖືກຕ້ອງ; ສະນັ້ນ, ເສັ້ນທາງເດີນຂອງພຣະອົງຈຶ່ງເປັນຮອບໜຶ່ງທີ່ເປັນນິລັນດອນ.
21 ແລະ ພຣະອົງຈະບໍ່ສະຖິດຢູ່ໃນວິຫານທີ່ ບໍ່ສັກສິດ; ທັງບໍ່ຮັບເອົາຄວາມສົກກະປົກ ຫລື ວ່າຫຍັງກໍຕາມທີ່ບໍ່ສະອາດເຂົ້າໄປໃນອານາຈັກຂອງພຣະເຈົ້າເລີຍ; ສະນັ້ນຂ້າພະເຈົ້າກ່າວກັບພວກທ່ານວ່າ ເວລາຈະມາເຖິງ, ແທ້ຈິງແລ້ວ, ມັນຈະເປັນໃນວັນສຸດທ້າຍທີ່ຄົນ ສົກກະປົກຈະຄົງຢູ່ໃນຄວາມສົກກະປົກຂອງເຂົາຕໍ່ໄປ.
22 ແລະ ບັດນີ້ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເວົ້າເລື່ອງເຫລົ່ານີ້ກັບພວກທ່ານເພື່ອຂ້າພະເຈົ້າຈະໄດ້ປຸກພວກທ່ານໃຫ້ຮູ້ສຶກເຖິງໜ້າທີ່ຂອງພວກທ່ານຕໍ່ພຣະເຈົ້າ, ເພື່ອພວກທ່ານຈະເດີນໄປໂດຍບໍ່ມີຂໍ້ຕຳນິຕໍ່ພຣະພັກຂອງພຣະອົງ, ເພື່ອພວກທ່ານຈະເດີນໄປຕາມລະບຽບອັນສັກສິດຂອງພຣະເຈົ້າຕາມທີ່ພວກທ່ານຮັບເອົາໄວ້.
23 ແລະ ບັດນີ້ຂ້າພະເຈົ້າຢາກໃຫ້ພວກທ່ານ ຖ່ອມຕົວ, ເປັນຄົນສອນງ່າຍ, ແລະ ອ່ອນໂຍນ; ເຮັດຕາມຄຳຂໍຮ້ອງ; ເຕັມໄປດ້ວຍຄວາມອົດທົນ ແລະ ຄວາມອົດກັ້ນ; ຮູ້ຈັກຫ້າມຕົນເອງໃນທຸກສິ່ງທຸກຢ່າງ; ພາກພຽນໃນການຮັກສາພຣະບັນຍັດຂອງພຣະເຈົ້າຕະຫລອດເວລາ; ທູນຂໍສິ່ງໃດກໍຕາມທີ່ພວກທ່ານຕ້ອງການທັງທາງວິນຍານ ແລະ ທາງໂລກ; ຈົ່ງຖວາຍຄຳຂອບພຣະຄຸນແດ່ພຣະເຈົ້າສະເໝີໃນສິ່ງໃດກໍຕາມທີ່ພວກທ່ານໄດ້ຮັບ.
24 ແລະ ໃຫ້ເບິ່ງວ່າພວກທ່ານມີ ສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນ, ແລະ ເມື່ອນັ້ນພວກທ່ານຈະມີວຽກງານດີຫລວງຫລາຍສະເໝີໄປ.
25 ແລະ ຂໍໃຫ້ພຣະຜູ້ເປັນເຈົ້າໂປດປະທານພອນແກ່ພວກທ່ານ, ແລະ ຮັກສາອາພອນຂອງພວກທ່ານໃຫ້ປາດສະຈາກມົນທິນ, ເພື່ອໃນທີ່ສຸດພວກທ່ານຈະໄດ້ຖືກນຳໄປນັ່ງຮ່ວມກັບອັບຣາຮາມ, ອີຊາກ, ແລະ ຢາໂຄບ, ແລະ ສາດສະດາຜູ້ບໍລິສຸດຜູ້ເຄີຍເປັນຢູ່ນັບແຕ່ການເລີ່ມຕົ້ນຂອງໂລກ, ໂດຍໃຫ້ອາພອນຂອງພວກທ່ານປາດສະຈາກມົນທິນຄືກັບອາພອນຂອງພວກເພິ່ນທີ່ ປາດສະຈາກມົນທິນ, ຢູ່ໃນອານາຈັກສະຫວັນ ຊຶ່ງຈະບໍ່ອອກໄປອີກ.
26 ແລະ ບັດນີ້ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເວົ້າຂໍ້ຄວາມເຫລົ່ານີ້ກັບພວກທ່ານຕາມພຣະວິນຍານຊຶ່ງໃຫ້ຖ້ອຍຄຳໃນຂ້າພະເຈົ້າ; ແລະ ຈິດວິນຍານຂອງຂ້າພະເຈົ້າມີຄວາມປິຕິຍິນດີຢ່າງຍິ່ງເພາະຄວາມພາກພຽນ ແລະ ຄວາມເອົາໃຈໃສ່ຢ່າງຍິ່ງຂອງພວກທ່ານຕໍ່ຄຳເວົ້າຂອງຂ້າພະເຈົ້າ.
27 ແລະ ບັດນີ້, ຂໍໃຫ້ ສັນຕິສຸກຂອງພຣະເຈົ້າຈົ່ງສະຖິດຢູ່ກັບພວກທ່ານດ້ວຍເທີ້ນ, ແລະ ຢູ່ກັບເຮືອນຊານຂອງພວກທ່ານ ແລະ ຢູ່ກັບແຜ່ນດິນຂອງພວກທ່ານ, ແລະ ຢູ່ກັບຝູງສັດລ້ຽງ ແລະ ຝູງສັດໃຊ້ແຮງງານຂອງພວກທ່ານ, ແລະ ທຸກສິ່ງທຸກຢ່າງທີ່ພວກທ່ານເປັນເຈົ້າຂອງ, ທັງແມ່ຍິງຂອງພວກທ່ານ ແລະ ລູກໆຂອງພວກທ່ານອີງຕາມສັດທາ ແລະ ວຽກງານດີຂອງພວກທ່ານ, ນັບແຕ່ເວລານີ້ເປັນຕົ້ນໄປ ແລະ ຕະຫລອດການ. ແລະ ຂ້າພະເຈົ້າຂໍເວົ້າໄວ້ດັ່ງນີ້. ອາແມນ.