ບົດທີ 7
ເຊເຣັມປະຕິເສດພຣະຄຣິດ, ແລ້ວຖົກຖຽງກັບຢາໂຄບ, ຮຽກຮ້ອງຢາກເຫັນເຄື່ອງໝາຍ ແລະ ຖືກພຣະເຈົ້າລົງທັນ—ສາດສະດາທຸກທ່ານໄດ້ກ່າວເຖິງພຣະຄຣິດ ແລະ ການຊົດໃຊ້ຂອງພຣະອົງ—ຊາວນີໄຟດຳລົງຊີວິດເປັນຄົນຊັດເຊພະເນຈອນ, ເກີດຢູ່ນຳຄວາມທຸກຍາກລຳບາກ, ແລະ ຖືກຊາວເລມັນກຽດຊັງ. ປະມານ 544–421 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກບໍ່ເທົ່າໃດປີຜ່ານໄປ, ມີຊາຍຜູ້ໜຶ່ງທີ່ມີຊື່ວ່າ ເຊເຣັມ ຢູ່ໃນບັນດາຜູ້ຄົນຂອງນີໄຟ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ເລີ່ມສັ່ງສອນຢູ່ໃນບັນດາຜູ້ຄົນ ແລະ ປະກາດກັບພວກນັ້ນວ່າ ຈະບໍ່ມີພຣະຄຣິດ. ແລະ ລາວໄດ້ສັ່ງສອນອີກຫລາຍເລື່ອງ ຊຶ່ງຍົກຍ້ອງບຸກຄົນ; ແລະ ສິ່ງນີ້ລາວເຮັດໄປເພື່ອຈະລົ້ມເລີກຄຳສອນຂອງພຣະຄຣິດ.
3 ແລະ ລາວອອກແຮງຢ່າງພາກພຽນເພື່ອຊັກຈູງໃຈຂອງຜູ້ຄົນໄປ, ເຖິງຂະໜາດທີ່ລາວໄດ້ຊັກຈູງໃຈຫລາຍດວງໄປ; ແລະ ໂດຍທີ່ລາວຮູ້ຈັກວ່າຂ້າພະເຈົ້າຢາໂຄບມີສັດທາໃນພຣະຄຣິດຜູ້ຈະສະເດັດມາ, ລາວຈຶ່ງພະຍາຍາມຫາໂອກາດເພື່ອຈະໄດ້ມາຫາຂ້າພະເຈົ້າ.
4 ແລະ ລາວເປັນຄົນມີການສຶກສາ, ຈົນວ່າມີຄວາມຮູ້ເລື່ອງພາສາຂອງຜູ້ຄົນໄດ້ຢ່າງສົມບູນ; ດັ່ງນັ້ນ, ລາວຈຶ່ງໃຊ້ຄຳຍົກຍ້ອງ, ແລະ ໃຊ້ອຳນາດໃນການເວົ້າຕາມອຳນາດຂອງມານ.
5 ແລະ ລາວຫວັງໄວ້ວ່າ ຈະເຮັດໃຫ້ຂ້າພະເຈົ້າຫວັ່ນໄຫວຈາກສັດທາ, ທັງທີ່ມີ ການເປີດເຜີຍຫລາຍຢ່າງ ແລະ ຫລາຍເລື່ອງ ຊຶ່ງຂ້າພະເຈົ້າໄດ້ເຫັນມາແລ້ວກ່ຽວກັບສິ່ງເຫລົ່ານີ້; ເພາະຂ້າພະເຈົ້າໄດ້ເຫັນເຫລົ່າທູດມາແລ້ວແທ້ໆ, ແລະ ພຣະອົງໄດ້ປະຕິບັດສາດສະໜາກິດແກ່ຂ້າພະເຈົ້າ. ແລະ ຂ້າພະເຈົ້າໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າຮັບສັ່ງກັບຂ້າພະເຈົ້າເປັນຄຳເວົ້າເປັນບາງຄັ້ງ; ດັ່ງນັ້ນ, ສິ່ງເຫລົ່ານີ້ຈະເຮັດໃຫ້ຂ້າພະເຈົ້າຫວັ່ນໄຫວບໍ່ໄດ້.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ມາຫາຂ້າພະເຈົ້າ ແລະ ໄດ້ເວົ້າກັບຂ້າພະເຈົ້າວ່າ: ອ້າຍຢາໂຄບເອີຍ ເຮົາຫາໂອກາດມາຫລາຍເທື່ອແລ້ວ ທີ່ຈະເວົ້າກັບເຈົ້າ ເພາະວ່າເຮົາໄດ້ຍິນ ແລະ ຮູ້ຈັກວ່າເຈົ້າເປັນຄົນໄປມາເລື້ອຍໆ ເພື່ອສັ່ງສອນເລື່ອງທີ່ເຈົ້າເອີ້ນວ່າ ພຣະກິດຕິຄຸນ ຫລື ຄຳສອນຂອງພຣະຄຣິດ.
7 ແລະ ເຈົ້າໄດ້ພາຜູ້ຄົນພວກນີ້ໄປ ບິດເບືອນຈາກເສັ້ນທາງອັນຖືກຕ້ອງຂອງພຣະເຈົ້າ, ແລະ ບໍ່ ຮັກສາກົດຂອງໂມເຊ ຊຶ່ງເປັນທາງທີ່ຖືກຕ້ອງ; ແລະ ເຈົ້າໄດ້ປ່ຽນແປງກົດຂອງໂມເຊໃຫ້ເປັນການນະມັດສະການຄົນຜູ້ໜຶ່ງ ຊຶ່ງເຈົ້າກ່າວວ່າຈະມາພາຍໃນຫລາຍຮ້ອຍປີນັບແຕ່ນີ້ໄປ. ແລະ ບັດນີ້ຈົ່ງເບິ່ງ, ເຮົາເຊເຣັມຂໍເວົ້າກັບເຈົ້າວ່າ ມັນເປັນການໝິ່ນປະໝາດ; ເພາະວ່າບໍ່ມີຜູ້ໃດຮູ້ເລື່ອງນີ້ເລີຍ; ເພາະເຂົາ ບໍ່ສາມາດບອກໄດ້ວ່າແມ່ນຫຍັງຈະເກີດຂຶ້ນ. ແລະ ເຊເຣັມໄດ້ເວົ້າຂັດແຍ້ງກັບຂ້າພະເຈົ້າແບບນີ້.
8 ແຕ່ຈົ່ງເບິ່ງ, ອົງພຣະຜູ້ເປັນເຈົ້າໄດ້ເທພຣະວິນຍານຂອງພຣະອົງເຂົ້າສູ່ ຈິດວິນຍານຂອງຂ້າພະເຈົ້າ, ເຖິງຂະໜາດທີ່ຂ້າພະເຈົ້າເຮັດໃຫ້ເຊເຣັມຍອມຈຳນົນໃນຄຳເວົ້າທັງໝົດຂອງລາວ.
9 ແລະ ຂ້າພະເຈົ້າໄດ້ຖາມລາວວ່າ: ເຈົ້າປະຕິເສດພຣະຄຣິດຜູ້ຈະສະເດັດມາບໍ? ແລະ ລາວໄດ້ຕອບວ່າ: ຖ້າຫາກຈະເປັນພຣະຄຣິດແລ້ວ, ເຮົາຈະບໍ່ປະຕິເສດພຣະອົງ; ແຕ່ເຮົາຮູ້ວ່າບໍ່ມີພຣະຄຣິດ, ທັງບໍ່ເຄີຍມີ, ແລະ ຈະບໍ່ມີເລີຍ.
10 ແລະ ຂ້າພະເຈົ້າໄດ້ຖາມລາວວ່າ: ເຈົ້າເຊື່ອພຣະຄຳພີບໍ? ແລະ ລາວຕອບວ່າ, ເຊື່ອ.
11 ແລະ ຂ້າພະເຈົ້າໄດ້ເວົ້າກັບລາວວ່າ: ຖ້າເປັນແນວນັ້ນ ເຈົ້າກໍບໍ່ເຂົ້າໃຈ; ເພາະມັນໄດ້ໃຫ້ຖ້ອຍຄຳໄວ້ແທ້ໆ ເຖິງພຣະຄຣິດ. ຈົ່ງເບິ່ງ, ເຮົາເວົ້າກັບເຈົ້າວ່າ ບໍ່ມີສາດສະດາຄົນໃດທີ່ບັນທຶກໄວ້ ຫລື ທຳນາຍໄວ້ນອກຈາກເພິ່ນເຫລົ່ານັ້ນໄດ້ເວົ້າກ່ຽວກັບພຣະຄຣິດອົງນີ້.
12 ແລະ ນີ້ຍັງບໍ່ໝົດ—ສິ່ງທີ່ປະກົດຕໍ່ເຮົາ, ເພາະວ່າເຮົາໄດ້ຍິນ; ແລະ ໄດ້ເຫັນສິ່ງນີ້ທີ່ສະແດງໃຫ້ປະຈັກແກ່ເຮົາໂດຍ ອຳນາດຂອງພຣະວິນຍານບໍລິສຸດ; ດັ່ງນັ້ນ, ເຮົາຈຶ່ງຮູ້ວ່າ ຖ້າຫາກຈະບໍ່ມີການຊົດໃຊ້ເກີດຂຶ້ນແລ້ວ ມະນຸດທັງປວງຍ່ອມຕ້ອງ ຫາຍຍະນະ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ເວົ້າກັບຂ້າພະເຈົ້າວ່າ: ຈົ່ງສະແດງ ເຄື່ອງໝາຍໃຫ້ເຮົາເຫັນເບິ່ງດູໂດຍອຳນາດຂອງພຣະວິນຍານບໍລິສຸດຊຶ່ງເຈົ້າຮູ້ຈັກມາຫລາຍແລ້ວ.
14 ແລະ ຂ້າພະເຈົ້າໄດ້ເວົ້າກັບລາວວ່າ: ເຮົາເປັນຄົນແນວໃດ ເຮົາບໍ່ຈຳເປັນທີ່ຈະທົດລອງພຣະເຈົ້າອີກໃຫ້ສະແດງເຄື່ອງໝາຍໃນເລື່ອງທີ່ເຈົ້າກໍຮູ້ຢູ່ດີວ່າມັນເປັນ ຄວາມຈິງ? ເຈົ້າຍັງປະຕິເສດເພາະເຈົ້າເປັນຂອງ ມານ. ເຖິງຢ່າງໃດກໍຕາມ, ກໍບໍ່ແມ່ນຄວາມປະສົງຂອງເຮົາ; ແຕ່ຖ້າຫາກວ່າພຣະເຈົ້າລົງໂທດເຈົ້າ, ກໍຂໍໃຫ້ສິ່ງນັ້ນເປັນເຄື່ອງໝາຍແກ່ເຈົ້າວ່າ ພຣະອົງມີອຳນາດທັງໃນສະຫວັນ ແລະ ໃນແຜ່ນດິນໂລກ; ແລະ ວ່າພຣະຄຣິດຈະສະເດັດມາອີກ. ແລະ ໂອ້ ພຣະຜູ້ເປັນເຈົ້າ, ຂໍໃຫ້ເປັນໄປຕາມພຣະປະສົງຂອງພຣະອົງເຖີດ, ແລະ ບໍ່ແມ່ນຂອງຂ້ານ້ອຍ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອຂ້າພະເຈົ້າຢາໂຄບໄດ້ເວົ້າຂໍ້ຄວາມນີ້ແລ້ວ, ອຳນາດຂອງພຣະຜູ້ເປັນເຈົ້າໄດ້ມາສູ່ລາວ, ເຖິງຂະໜາດທີ່ລາວຕ້ອງລົ້ມລົງຢູ່ກັບພື້ນດິນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ຮັບການບຳລຸງເປັນເວລາຫລາຍມື້.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ເວົ້າກັບຜູ້ຄົນວ່າ ຈົ່ງມາທ້ອນໂຮມກັນໃນມື້ອື່ນ ເພາະວ່າເຮົາຈະຕາຍແລ້ວ; ດັ່ງນັ້ນ, ເຮົາປາດຖະໜາຈະກ່າວກັບຜູ້ຄົນກ່ອນເຮົາຈະຕາຍ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນມື້ຕໍ່ມາ ຝູງຊົນໄດ້ມາທ້ອນໂຮມກັນ ແລະ ລາວໄດ້ເວົ້າກັບຄົນເຫລົ່ານັ້ນຢ່າງແຈ່ມແຈ້ງ ແລະ ປະຕິເສດເລື່ອງທີ່ລາວໄດ້ສິດສອນນັ້ນ ແລະ ສາລະພາບວ່າມີພຣະຄຣິດ ແລະ ອຳນາດຂອງພຣະວິນຍານບໍລິສຸດ ແລະ ການປະຕິບັດສາດສະໜາກິດຂອງເຫລົ່າທູດ.
18 ແລະ ລາວໄດ້ເວົ້າກັບຄົນເຫລົ່ານັ້ນຢ່າງແຈ່ມແຈ້ງວ່າ, ລາວຖືກອຳນາດຂອງ ມານມາ ຫລອກລວງ. ແລະ ລາວໄດ້ເວົ້າເຖິງນະລົກ, ແລະ ເຖິງຊົ່ວນິລັນດອນ, ແລະ ເຖິງໂທດນິລັນດອນ.
19 ແລະ ລາວໄດ້ເວົ້າອີກວ່າ: ເຮົາຢ້ານກົວວ່າ ເຮົາກະທຳ ບາບທີ່ອະໄພໃຫ້ບໍ່ໄດ້ເສຍແລ້ວ, ເພາະເຮົາໄດ້ຕົວະພຣະເຈົ້າ; ແລະ ເພາະເຮົາໄດ້ປະຕິເສດພຣະຄຣິດ ແລະ ກ່າວວ່າເຮົາເຊື່ອພຣະຄຳພີ; ແລະ ພຣະຄຳພີໃຫ້ຖ້ອຍຄຳແທ້ໆເຖິງພຣະອົງ. ແລະ ເພາະວ່າເຮົາເວົ້າຕົວະພຣະເຈົ້າ ດັ່ງນັ້ນເຮົາຈຶ່ງຢ້ານກົວທີ່ສຸດວ່າ ກໍລະນີຂອງເຮົາຈະ ໜ້າຢ້ານກົວຫລາຍທີ່ສຸດ; ແຕ່ເຮົາກໍສາລະພາບຕໍ່ພຣະເຈົ້າແລ້ວ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອລາວໄດ້ກ່າວຂໍ້ຄວາມນີ້ແລ້ວ ລາວເວົ້າຫຍັງບໍ່ໄດ້ ແລະ ລາວກໍ ໝົດວິນຍານໄປ.
21 ແລະ ເມື່ອຝູງຊົນເຫັນວ່າ ລາວໄດ້ເວົ້າເລື່ອງເຫລົ່ານີ້ໃນຂະນະທີ່ກຳລັງຈະໝົດວິນຍານ, ພວກເຂົາກໍແປກໃຈຢ່າງຍິ່ງ; ເຖິງຂະໜາດທີ່ອຳນາດຂອງພຣະເຈົ້າໄດ້ສະເດັດລົງມາເທິງພວກເຂົາ, ແລະ ພວກເຂົາໄດ້ ໝົດກຳລັງຈົນລົ້ມລົງຢູ່ກັບພື້ນດິນ.
22 ບັດນີ້, ສິ່ງເຫລົ່ານີ້ເປັນສິ່ງທີ່ພໍໃຈຕໍ່ຂ້າພະເຈົ້າຢາໂຄບເພາະວ່າຂ້າພະເຈົ້າໄດ້ທູນຂໍຈາກພຣະບິດາຂອງຂ້າພະເຈົ້າຜູ້ປະທັບຢູ່ສະຫວັນ; ເພາະພຣະອົງໄດ້ຍິນສຽງຮ້ອງຂໍຂອງຂ້າພະເຈົ້າ ແລະ ໄດ້ຕອບຄຳອະທິຖານຂອງຂ້າພະເຈົ້າແລ້ວ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ສັນຕິສຸກ ແລະ ຄວາມຮັກຂອງພຣະເຈົ້າໄດ້ກັບຄືນມາຢູ່ໃນບັນດາຜູ້ຄົນອີກ; ແລະ ພວກເຂົາໄດ້ ຄົ້ນຄວ້າພຣະຄຳພີ ແລະ ບໍ່ເຊື່ອຟັງຄຳເວົ້າຂອງຄົນຊົ່ວຜູ້ນີ້ອີກຕໍ່ໄປ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ວິທີການຫລາຍຢ່າງໄດ້ຖືກຄິດຄົ້ນຂຶ້ນເພື່ອ ກູ້ ແລະ ນຳພາຊາວເລມັນກັບຄືນມາສູ່ເລື່ອງຄວາມຈິງ; ແຕ່ທັງໝົດນີ້ ບໍ່ມີປະໂຫຍດ, ເພາະພວກເຂົາເບີກບານໃນການເຮັດ ສົງຄາມ ແລະ ການນອງເລືອດ, ແລະ ພວກເຂົາມີ ຄວາມກຽດຊັງພວກເຮົາ, ພີ່ນ້ອງຂອງພວກເຂົາຢ່າງບໍ່ສິ້ນສຸດ. ແລະ ພວກເຂົາພະຍາຍາມທຳລາຍພວກເຮົາເລື້ອຍໄປດ້ວຍອຳນາດອາວຸດຂອງພວກເຂົາ.
25 ດັ່ງນັ້ນ, ຜູ້ຄົນຂອງນີໄຟຈຶ່ງໄດ້ເສີມກຳລັງຕໍ່ຕ້ານພວກນັ້ນດ້ວຍກຳລັງທັບຂອງພວກເຂົາ ແລະ ດ້ວຍສຸດຄວາມສາມາດຂອງພວກເຂົາໂດຍວາງໃຈໃນພຣະເຈົ້າ ແລະ ຫີນແຫ່ງຄວາມລອດຂອງພວກເຂົາ; ດັ່ງນັ້ນ, ເຖິງບັດນີ້ພວກເຂົາກໍຍັງເປັນຜູ້ຊະນະສັດຕູຂອງພວກເຂົາ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າຢາໂຄບກໍໄດ້ເຖົ້າແກ່ລົງ ແລະ ບັນທຶກຂອງຜູ້ຄົນພວກນີ້ໄດ້ຮັກສາໄວ້ໃນ ແຜ່ນຈາລຶກອື່ນໆຂອງນີໄຟ, ດັ່ງນັ້ນ, ຂ້າພະເຈົ້າເຮັດບັນທຶກຕາມຄວາມຮູ້ທີ່ດີທີ່ສຸດຂອງຂ້າພະເຈົ້າ, ມີຄວາມວ່າ ເວລາຜ່ານໄປພ້ອມກັບພວກເຮົາ, ແລະ ຊີວິດຂອງພວກເຮົາຜ່ານໄປ ຄືກັບວ່າ ເໝືອນເປັນຄວາມຝັນຂອງພວກເຮົາ, ພວກເຮົາເປັນຄົນໂດດດ່ຽວ ແລະ ເຂັ່ງຂຶມ, ຊັດເຊພະເນຈອນ, ຖືກຂັບໄລ່ອອກຈາກເຢຣູຊາເລັມ, ເກີດຢູ່ກັບຄວາມທຸກຍາກລຳບາກໃນຖິ່ນແຫ້ງແລ້ງກັນດານ, ແລະ ຖືກພີ່ນ້ອງຂອງພວກເຮົາກຽດຊັງ, ເປັນເຫດໃຫ້ເກີດສົງຄາມ ແລະ ການຂັດແຍ້ງກັນ; ດັ່ງນັ້ນ ວັນເວລາຂອງພວກເຮົາຈຶ່ງມີແຕ່ຄວາມເປັນທຸກ.
27 ແລະ ຂ້າພະເຈົ້າຢາໂຄບເຫັນວ່າໃນບໍ່ຊ້ານີ້ ຂ້າພະເຈົ້າກໍຈະຕ້ອງລົງໄປສູ່ຫລຸມສົບຂອງຂ້າພະເຈົ້າແລ້ວ; ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ເວົ້າກັບ ເອໂນດ ລູກຊາຍຂອງຂ້າພະເຈົ້າວ່າ: ຈົ່ງຮັບເອົາແຜ່ນຈາລຶກເຫລົ່ານີ້ໄວ້ ແລະ ຂ້າພະເຈົ້າໄດ້ບອກເຖິງເລື່ອງຕ່າງໆ ຊຶ່ງນີໄຟອ້າຍຂອງຂ້າພະເຈົ້າໄດ້ ສັ່ງ ແລະ ລາວສັນຍາວ່າຈະເຊື່ອຟັງຄຳສັ່ງ. ແລະ ຂ້າພະເຈົ້າຂໍຢຸດການບັນທຶກຂອງຂ້າພະເຈົ້າໄວ້ໃນແຜ່ນຈາລຶກເຫລົ່ານີ້, ຊຶ່ງການຂຽນມີຢູ່ເລັກໜ້ອຍເທົ່ານັ້ນ; ແລະ ຂ້າພະເຈົ້າຂໍກ່າວອຳລາຜູ້ອ່ານໂດຍຫວັງວ່າພີ່ນ້ອງຂອງຂ້າພະເຈົ້າ ຊຶ່ງເປັນຈຳນວນຫລວງຫລາຍຈະອ່ານຂໍ້ຄວາມຂອງຂ້າພະເຈົ້າ. ພີ່ນ້ອງເອີຍ, ຂໍພຣະເຈົ້າອວຍພອນ.