ບົດທີ 21
ຜູ້ຄົນຂອງລິມໄຮໄດ້ຜ່າຍແພ້ ແລະ ຖືກຂ້າຕາຍໂດຍຊາວເລມັນ—ຜູ້ຄົນຂອງລິມໄຮໄດ້ພົບພໍ້ອຳໂມນ ແລະ ເຫລື້ອມໃສ—ພວກເຂົາບອກອຳໂມນກ່ຽວກັບແຜ່ນຈາລຶກຊາວສີ່ແຜ່ນຂອງຊາວຢາເຣັດ. ປະມານ 122–121 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ລິມໄຮກັບຜູ້ຄົນຂອງເພິ່ນໄດ້ກັບຄືນໄປຫາເມືອງນີໄຟ, ແລະ ເລີ່ມຢູ່ໃນແຜ່ນດິນຢ່າງສັນຕິ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລາຍມື້ຕໍ່ມາຊາວເລມັນໄດ້ຖືກຍຸຍົງໃຫ້ຄຽດແຄ້ນໃຫ້ຊາວນີໄຟອີກ, ແລະ ພວກເຂົາເລີ່ມເຂົ້າມາໃນຊາຍແດນຮອບແຜ່ນດິນນີໄຟ.
3 ບັດນີ້ພວກເຂົາບໍ່ກ້າຂ້າຊາວນີໄຟຍ້ອນວ່າຄຳສາບານ ຊຶ່ງກະສັດຂອງພວກເຂົາເຮັດໄວ້ກັບລິມໄຮ; ແຕ່ໄດ້ ຕົບໜ້າພວກເຂົາ, ແລະ ໃຊ້ສິດອຳນາດກັບພວກເຂົາ; ແລະ ເລີ່ມໃຫ້ ແບກຫາບຂອງໜັກເທິງຫລັງຂອງພວກເຂົາ, ແລະ ໄລ່ພວກເຂົາໄປຄືກັນກັບໂຕລໍທີ່ໂງ່ຈ້າ—
4 ແທ້ຈິງແລ້ວ, ທັງໝົດນີ້ເປັນໄປເພື່ອພຣະຄຳຂອງພຣະຜູ້ເປັນເຈົ້າຈະໄດ້ສຳເລັດ.
5 ແລະ ບັດນີ້ຄວາມທຸກຂອງຊາວນີໄຟນີ້ໜັກໜ່ວງທີ່ສຸດ, ແລະ ບໍ່ມີທາງໃດເລີຍທີ່ຈະປົດປ່ອຍຕົວອອກຈາກກຳມືຂອງຊາວເລມັນໄດ້, ເພາະວ່າຊາວເລມັນອ້ອມພວກເຂົາໄວ້ທຸກດ້ານ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນເລີ່ມຈົ່ມຕໍ່ກະສັດຍ້ອນວ່າຄວາມທຸກຂອງພວກເຂົາ; ແລະ ປາດຖະໜາຈະໄປສູ້ຮົບກັບຊາວເລມັນ. ແລະ ພວກເຂົາໄດ້ອ້ອນວອນກະສັດໂດຍການຈົ່ມວ່າຕ່າງໆນາໆ; ສະນັ້ນ ເພິ່ນຈຶ່ງອະນຸຍາດພວກເຂົາ ວ່າພວກເຂົາຄວນເຮັດຕາມຄວາມປະສົງຂອງພວກເຂົາ.
7 ແລະ ພວກເຂົາໄດ້ມາເຕົ້າໂຮມກັນອີກ, ແລະ ໃສ່ເຄື່ອງປ້ອງກັນຂອງພວກເຂົາ, ແລະ ອອກໄປຫາຊາວເລມັນດ້ວຍເຈດຕະນາທີ່ຈະຂັບໄລ່ພວກເຂົາອອກຈາກແຜ່ນດິນຂອງຕົນ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນໄດ້ໄຊຊະນະພວກເຂົາອີກ, ແລະ ໄລ່ພວກເຂົາກັບຄືນໄປ, ແລະ ຂ້າພວກເຂົາຫລາຍຄົນ.
9 ແລະ ບັດນີ້ມີ ຄວາມໂສກເສົ້າ ແລະ ການຄ່ຳຄວນຢ່າງໃຫຍ່ຫລວງໃນບັນດາຜູ້ຄົນຂອງລິມໄຮ, ແມ່ໝ້າຍໄວ້ທຸກນຳຜົວຂອງນາງ, ແລະ ລູກຊາຍ ແລະ ລູກສາວກໍໄວ້ທຸກນຳບິດາຂອງພວກເຂົາ, ແລະ ອ້າຍນ້ອງກໍໄວ້ທຸກນຳອ້າຍນ້ອງຂອງພວກເຂົາ.
10 ບັດນີ້ມັນມີແມ່ໝ້າຍຈຳນວນຫລວງຫລາຍຢູ່ໃນແຜ່ນດິນ, ແລະ ພວກເຂົາໄດ້ຮ້ອງໄຫ້ຢ່າງສຸດກຳລັງທຸກໆມື້, ເພາະຄວາມຢ້ານກົວຊາວເລມັນຢ່າງໃຫຍ່ຫລວງເກີດກັບພວກເຂົາ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ສຽງຮ້ອງໄຫ້ຢ່າງບໍ່ຢຸດຢັ້ງຂອງພວກເຂົາໄດ້ຍຸຍົງໃຫ້ຜູ້ຄົນຂອງລິມໄຮທີ່ຍັງເຫລືອຢູ່ຄຽດແຄ້ນໃຫ້ຊາວເລມັນ; ແລະ ເຮັດໃຫ້ພວກເຂົາອອກໄປສູ້ຮົບອີກ, ແຕ່ພວກເຂົາໄດ້ຖືກຂັບໄລ່ກັບຄືນມາ, ໄດ້ຮັບການເສຍຫາຍຢ່າງໜັກ.
12 ແທ້ຈິງແລ້ວ, ພວກເຂົາໄດ້ກັບຄືນໄປອີກເປັນເທື່ອທີສາມ, ແລະ ຖືກທໍລະມານເໝືອນດັ່ງຄັ້ງກ່ອນ; ແລະ ຜູ້ທີ່ບໍ່ໄດ້ຖືກຂ້າກໍກັບຄືນມາຫາເມືອງນີໄຟ.
13 ແລະ ພວກເຂົາໄດ້ຖ່ອມຕົວລົງຈົນເຖິງພື້ນດິນ, ຍອມຕົວແບກຫາບແອກແຫ່ງຄວາມເປັນທາດ, ແລະ ຍອມຕົວໃຫ້ຖືກຂ້ຽນຕີ, ແລະ ຂັບໄລ່ໄປມາ ແລະ ບັນທຸກຂອງໜັກຕາມຄວາມປາດຖະໜາຂອງສັດຕູຂອງພວກເຂົາ.
14 ແລະ ພວກເຂົາໄດ້ ຖ່ອມຕົວລົງຈົນເຖິງສ່ວນເລິກແຫ່ງຄວາມຖ່ອມຕົວ; ແລະ ພວກເຂົາໄດ້ຮ້ອງທຸກຢ່າງສຸດກຳລັງຕໍ່ພຣະເຈົ້າ; ແທ້ຈິງແລ້ວ, ພວກເຂົາໄດ້ຮ້ອງທຸກຕໍ່ພຣະເຈົ້າຂອງພວກເຂົາຕະຫລອດທັງວັນ ເພື່ອຂໍໃຫ້ພຣະອົງປົດປ່ອຍພວກເຂົາອອກຈາກຄວາມທຸກຂອງພວກເຂົາ.
15 ແລະ ບັດນີ້ພຣະຜູ້ເປັນເຈົ້າໄດ້ ລ້າຊ້າທີ່ຈະໄດ້ຍິນສຽງຮ້ອງທຸກຂອງພວກເຂົາ ຍ້ອນວ່າຄວາມຊົ່ວຮ້າຍຂອງພວກເຂົາ; ເຖິງຢ່າງໃດກໍຕາມ ພຣະຜູ້ເປັນເຈົ້າຍັງໄດ້ຍິນສຽງຮ້ອງທຸກຂອງພວກເຂົາ, ແລະ ໄດ້ເລີ່ມເຮັດໃຫ້ໃຈຂອງຊາວເລມັນອ່ອນລົງຈົນໄດ້ເລີ່ມຫລຸດຜ່ອນພາລະແບກຫາບຂອງພວກເຂົາ; ແຕ່ພຣະຜູ້ເປັນເຈົ້າຍັງບໍ່ເຫັນສົມຄວນທີ່ຈະປົດປ່ອຍພວກເຂົາອອກຈາກຄວາມເປັນທາດນັ້ນ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາເລີ່ມຈະເລີນຮຸ່ງເຮືອງຂຶ້ນເປັນລະດັບຢູ່ໃນແຜ່ນດິນ ແລະ ເລີ່ມປູກພືດພັນຂຶ້ນ, ແລະ ລ້ຽງຝູງສັດ, ແລະ ຝູງສັດທີ່ໃຊ້ແຮງງານ, ເພື່ອພວກເຂົາຈະບໍ່ໄດ້ເປັນທຸກທໍລະມານ ເພາະຄວາມອຶດຫິວຕໍ່ໄປ.
17 ບັດນີ້ມີຜູ້ຍິງເປັນຈຳນວນຫລວງຫລາຍ, ຫລາຍກວ່າຈຳນວນຂອງຜູ້ຊາຍ; ສະນັ້ນ ກະສັດລິມໄຮຈຶ່ງສັ່ງໃຫ້ຜູ້ຊາຍທຸກຄົນ ໃຫ້ອາຫານ ເພື່ອຊ່ວຍເຫລືອ ແມ່ໝ້າຍ ແລະ ລູກໆຂອງພວກນາງ ເພື່ອພວກເຂົາຈະບໍ່ຕາຍເພາະຄວາມອຶດຫິວ; ແລະ ການນີ້ພວກເຂົາເຮັດໄປເພາະຈຳນວນຄົນທີ່ຖືກຂ້າຕາຍນັ້ນຫລວງຫລາຍ.
18 ບັດນີ້ຜູ້ຄົນຂອງລິມໄຮໄດ້ເຕົ້າໂຮມກັນເປັນກຸ່ມໃຫຍ່ເທົ່າທີ່ຈະເຮັດໄດ້, ແລະ ໄດ້ໃຫ້ຄວາມປອດໄພແກ່ເຄື່ອງປູກຂອງຝັງ ແລະ ສັດລ້ຽງຂອງຕົນ;
19 ແລະ ກະສັດເອງກໍບໍ່ໄວ້ໃຈຜູ້ຄົນຂອງເພິ່ນ ເວລາເພິ່ນຢູ່ນອກກຳແພງເມືອງ, ນອກຈາກວ່າຈະເອົາທະຫານອາລັກຂາຂອງເພິ່ນໄປນຳ, ເພາະຢ້ານວ່າ ບໍ່ທາງໃດກໍທາງໜຶ່ງ ເພິ່ນອາດຈະຕົກຢູ່ໃນກຳມືຂອງຊາວເລມັນ.
20 ແລະ ເພິ່ນໄດ້ໃຫ້ຜູ້ຄົນຂອງເພິ່ນເຝົ້າຍາມທົ່ວແຜ່ນດິນ, ເພາະວ່າບໍ່ທາງໃດກໍທາງໜຶ່ງ ພວກເຂົາອາດຈະຈັບພວກປະໂລຫິດໄດ້ ຜູ້ທີ່ປົບໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ຊຶ່ງເປັນຜູ້ທີ່ລັກເອົາ ພວກລູກສາວຂອງຊາວເລມັນໄປ, ແລະ ກໍ່ໃຫ້ເກີດຄວາມພິນາດຢ່າງໃຫຍ່ຫລວງແນວນີ້ກັບພວກເຂົາ.
21 ເພາະວ່າພວກເຂົາປາດຖະໜາຈະເອົາພວກນັ້ນມາລົງໂທດ; ເພາະພວກເຂົາໄດ້ລັກເຂົ້າມາໃນແຜ່ນດິນນີໄຟຕອນກາງຄືນ, ແລະ ລັກເອົາພືດພັນ ແລະ ສິ່ງທີ່ມີຄ່າຫລາຍຢ່າງໄປ; ສະນັ້ນ ພວກເຂົາຈຶ່ງດັກຖ້າພວກນັ້ນຢູ່.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນບໍ່ມີການກໍ່ກວນເກີດຂຶ້ນລະຫວ່າງຊາວເລມັນກັບຜູ້ຄົນຂອງລິມໄຮອີກຕໍ່ໄປ, ຈົນເຖິງເວລາທີ່ ອຳໂມນກັບພີ່ນ້ອງຂອງລາວເຂົ້າມາໃນແຜ່ນດິນນັ້ນ.
23 ແລະ ເວລາທີ່ກະສັດໄດ້ອອກໄປນອກປະຕູເມືອງກັບທະຫານອາລັກຂາຂອງເພິ່ນ, ເພິ່ນໄດ້ເຫັນອຳໂມນກັບພີ່ນ້ອງຂອງລາວ; ແລະ ໂດຍຄິດວ່າພວກນີ້ເປັນພວກປະໂລຫິດຂອງໂນອາ ສະນັ້ນ ເພິ່ນຈຶ່ງໄດ້ສັ່ງໃຫ້ຈັບ, ແລະ ມັດໄວ້, ແລະ ເອົາໄປ ເຂົ້າຄຸກ. ແລະ ຖ້າຫາກພວກເຂົາເປັນພວກປະໂລຫິດຂອງໂນອາແລ້ວ ເພິ່ນຈະສັ່ງໃຫ້ປະຫານຊີວິດທັນທີ.
24 ແຕ່ເມື່ອເພິ່ນຮູ້ວ່າ ພວກເຂົາບໍ່ແມ່ນພວກປະໂລຫິດ, ແຕ່ເປັນພີ່ນ້ອງຂອງເພິ່ນເອງ, ແລະ ມາຈາກແຜ່ນດິນເຊຣາເຮັມລາ, ເພິ່ນຈຶ່ງເຕັມໄປດ້ວຍຄວາມຊື່ນຊົມຢ່າງລົ້ນເຫລືອ.
25 ບັດນີ້ກ່ອນການມາຂອງອຳໂມນນັ້ນ ກະສັດລິມໄຮໄດ້ເຄີຍສົ່ງຄົນຈຳນວນ ໜ້ອຍໜຶ່ງໄປ ຊອກຫາແຜ່ນດິນເຊຣາເຮັມລາ; ແຕ່ພວກເຂົາຫາບໍ່ເຫັນ, ແລະ ພວກເຂົາໄດ້ຫລົງທາງຢູ່ໃນຖິ່ນແຫ້ງແລ້ງກັນດານ.
26 ເຖິງຢ່າງໃດກໍຕາມ, ພວກເຂົາໄດ້ພົບເຫັນແຜ່ນດິນແຫ່ງໜຶ່ງ ຊຶ່ງເຄີຍມີຜູ້ຄົນອາໄສຢູ່; ແທ້ຈິງແລ້ວ, ຊຶ່ງເປັນແຜ່ນດິນທີ່ເຕັມໄປດ້ວຍ ກະດູກແຫ້ງ; ແທ້ຈິງແລ້ວ, ເປັນແຜ່ນດິນຊຶ່ງເຄີຍມີຜູ້ຄົນອາໄສຢູ່ ແລະ ຖືກທຳລາຍໄປແລ້ວ; ແລະ ໂດຍທີ່ຄິດວ່າແມ່ນແຜ່ນດິນເຊຣາເຮັມລາ, ຈຶ່ງໄດ້ກັບຄືນມາຫາແຜ່ນດິນນີໄຟ, ຊຶ່ງມາຮອດຊາຍແດນບໍ່ເທົ່າໃດມື້ ກ່ອນການມາຂອງອຳໂມນ.
27 ແລະ ພວກເຂົາໄດ້ນຳເອົາບັນທຶກເຫລັ້ມໜຶ່ງມານຳ, ຊຶ່ງເປັນບັນທຶກຂອງຜູ້ຄົນທີ່ຍັງເຫລືອແຕ່ຊາກກະດູກ; ຊຶ່ງມັນບັນທຶກໄວ້ຢູ່ໃນແຜ່ນຈາລຶກທີ່ເປັນໂລຫະ.
28 ແລະ ບັດນີ້ລິມໄຮເຕັມໄປດ້ວຍຄວາມຊື່ນຊົມເມື່ອຮູ້ຈາກປາກຂອງອຳໂມນວ່າ ກະສັດໂມໄຊຢາມີ ຂອງປະທານຈາກພຣະເຈົ້າທີ່ສາມາດແປຄວາມໝາຍຕົວອັກສອນນັ້ນໄດ້; ແທ້ຈິງແລ້ວ, ແລະ ອຳໂມນກໍປິຕິຍິນດີເໝືອນກັນ.
29 ເຖິງຢ່າງໃດກໍຕາມ ອຳໂມນກັບພີ່ນ້ອງຂອງລາວຍັງເຕັມໄປດ້ວຍຄວາມເສົ້າສະຫລົດໃຈ ເພາະວ່າພີ່ນ້ອງຂອງລາວຢ່າງຫລວງຫລາຍໄດ້ຖືກຂ້າຕາຍ;
30 ແລະ ວ່າກະສັດໂນອາ ແລະ ພວກປະໂລຫິດໄດ້ເຮັດໃຫ້ຜູ້ຄົນເຮັດບາບ ແລະ ຄວາມຊົ່ວຮ້າຍຫລາຍຢ່າງຕໍ່ພຣະເຈົ້າ; ແລະ ພວກເຂົາໄດ້ເປັນທຸກເພາະ ຄວາມຕາຍຂອງອະບີນາໄດນຳອີກ; ແລະ ເປັນທຸກຍ້ອນ ການຈາກໄປຂອງແອວມາ ແລະ ຜູ້ຄົນທີ່ໄປກັບເພິ່ນ, ຜູ້ຊຶ່ງຈັດຕັ້ງສາດສະໜາຈັກຂອງພຣະເຈົ້າຂຶ້ນໂດຍພະລັງ ແລະ ອຳນາດຂອງພຣະເຈົ້າ, ແລະ ເຊື່ອຖືໃນຄຳເວົ້າທີ່ອະບີນາໄດກ່າວໄວ້.
31 ແທ້ຈິງແລ້ວ, ພວກເຂົາໄດ້ເປັນທຸກເພາະການຈາກໄປຂອງຄົນພວກນັ້ນ, ເພາະບໍ່ຮູ້ຈັກວ່າ ພວກນັ້ນໜີໄປບ່ອນໃດ. ບັດນີ້ພວກເຂົາມີຄວາມຊື່ນຊົມທີ່ໄດ້ເຂົ້າຮ່ວມກັບພວກເຂົາ, ເພາະວ່າພວກເຂົາໄດ້ເຂົ້າເຮັດພັນທະສັນຍາກັບພຣະເຈົ້າເພື່ອຮັບໃຊ້ພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ.
32 ແລະ ບັດນີ້ນັບຕັ້ງແຕ່ການມາຂອງອຳໂມນ, ກະສັດລິມໄຮກໍໄດ້ເຂົ້າເຮັດພັນທະສັນຍາກັບພຣະເຈົ້ານຳອີກ, ພ້ອມທັງຜູ້ຄົນຂອງເພິ່ນຢ່າງຫລວງຫລາຍ, ເພື່ອຮັບໃຊ້ພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດລິມໄຮກັບຜູ້ຄົນຂອງເພິ່ນເປັນຈຳນວນຫລວງຫລາຍປາດຖະໜາທີ່ຈະຮັບບັບຕິສະມາ; ແຕ່ວ່າບໍ່ມີຜູ້ໃດໃນແຜ່ນດິນມີ ສິດອຳນາດຈາກພຣະເຈົ້າ. ແລະ ອຳໂມນກໍປະຕິເສດບໍ່ເຮັດສິ່ງນີ້, ໂດຍຖືວ່າຕົນເອງເປັນຜູ້ຮັບໃຊ້ທີ່ບໍ່ສົມຄວນ.
34 ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ຈັດຕັ້ງຕົວເອງໃຫ້ເປັນສາດສະໜາຈັກ, ໂດຍລໍຖ້າພຣະວິນຍານຂອງພຣະຜູ້ເປັນເຈົ້າຢູ່. ບັດນີ້ພວກເຂົາປາດຖະໜາຈະກາຍເປັນເໝືອນດັ່ງແອວມາກັບພີ່ນ້ອງຂອງເພິ່ນ, ຊຶ່ງໄດ້ໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ.
35 ພວກເຂົາປາດຖະໜາທີ່ຈະຮັບບັບຕິສະມາເພື່ອເປັນພະຍານ ແລະ ປະຈັກພະຍານວ່າ ພວກເຂົາເຕັມໃຈທີ່ຈະຮັບໃຊ້ພຣະເຈົ້າດ້ວຍສຸດໃຈຂອງພວກເຂົາ; ເຖິງຢ່າງໃດກໍຕາມ ພວກເຂົາໄດ້ລໍຖ້າເວລານັ້ນ; ແລະ ເລື່ອງລາວກ່ຽວກັບການບັບຕິສະມາຂອງພວກເຂົາ ຈະ ໃຫ້ໄວ້ໃນພາຍຫລັງ.
36 ແລະ ບັດນີ້ຄວາມພະຍາຍາມທັງໝົດຂອງອຳໂມນກັບຜູ້ຄົນຂອງລາວ, ແລະ ກະສັດລິມໄຮກັບຜູ້ຄົນຂອງເພິ່ນຄື ເພື່ອປົດປ່ອຍຕົນເອງໃຫ້ພົ້ນຈາກກຳມືຂອງຊາວເລມັນ ແລະ ອອກຈາກການເປັນທາດ.