ບົດທີ 25
ລູກຫລານຂອງມິວເລັກ ທີ່ເຊຣາເຮັມລາກາຍເປັນຊາວນີໄຟ—ພວກເຂົາໄດ້ຮູ້ເຖິງຜູ້ຄົນຂອງແອວມາ ແລະ ຜູ້ຄົນຂອງຊີນິບ—ແອວມາໃຫ້ບັບຕິສະມາແກ່ລິມໄຮ ແລະ ຜູ້ຄົນທັງໝົດຂອງເພິ່ນ—ໂມໄຊຢາມອບສິດອຳນາດໃຫ້ແອວມາຈັດຕັ້ງສາດສະໜາຈັກຂອງພຣະເຈົ້າຂຶ້ນ. ປະມານ 120 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ກະສັດໂມໄຊຢາໄດ້ສັ່ງໃຫ້ຜູ້ຄົນທັງໝົດມາເຕົ້າໂຮມກັນ.
2 ບັດນີ້ລູກຫລານຂອງນີໄຟ ຫລື ວ່າຜູ້ສືບຕະກຸນຂອງນີໄຟບໍ່ມີຫລາຍເທົ່າກັບ ຜູ້ຄົນຂອງເຊຣາເຮັມລາ, ຜູ້ຊຶ່ງເປັນຜູ້ສືບຕະກຸນຂອງ ມິວເລັກ, ແລະ ພວກທີ່ເດີນທາງມາກັບເພິ່ນໃນຖິ່ນແຫ້ງແລ້ງກັນດານ.
3 ແລະ ຜູ້ຄົນຂອງນີໄຟ ແລະ ຜູ້ຄົນຂອງເຊຣາເຮັມລາກໍຍັງບໍ່ຫລາຍເທົ່າກັບຊາວເລມັນ; ແທ້ຈິງແລ້ວ, ມີບໍ່ຮອດເຄິ່ງໜຶ່ງຂອງຈຳນວນຂອງພວກນັ້ນຊ້ຳ.
4 ແລະ ບັດນີ້ຜູ້ຄົນຂອງນີໄຟທັງໝົດໄດ້ມາເຕົ້າໂຮມກັນເປັນກຸ່ມໜຶ່ງ, ແລະ ຜູ້ຄົນຂອງເຊຣາເຮັມລາກໍໄດ້ເຕົ້າໂຮມກັນເປັນກຸ່ມໜຶ່ງເໝືອນກັນ, ແລະ ພວກເຂົາໄດ້ມາເຕົ້າໂຮມກັນເປັນສອງກຸ່ມ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໄຊຢາໄດ້ອ່ານ ແລະ ໃຫ້ອ່ານບັນທຶກຂອງຊີນິບສູ່ຜູ້ຄົນຂອງເພິ່ນຟັງ; ແທ້ຈິງແລ້ວ, ເພິ່ນໄດ້ອ່ານບັນທຶກຂອງຜູ້ຄົນຂອງຊີນິບນັບຕັ້ງແຕ່ເວລາທີ່ພວກເຂົາອອກຈາກແຜ່ນດິນເຊຣາເຮັມລາໄປຈົນເຖິງເວລາທີ່ພວກເຂົາກັບຄືນມາ.
6 ແລະ ເພິ່ນໄດ້ອ່ານເລື່ອງລາວຂອງແອວມາກັບພີ່ນ້ອງຂອງເພິ່ນນຳອີກ, ເຖິງຄວາມທຸກທັງໝົດຂອງພວກເຂົານັບຕັ້ງແຕ່ເວລາທີ່ພວກເຂົາອອກຈາກແຜ່ນດິນເຊຣາເຮັມລາໄປ ຈົນເຖິງເວລາທີ່ພວກເຂົາກັບຄືນມາ.
7 ແລະ ບັດນີ້, ເມື່ອໂມໄຊຢາອ່ານບັນທຶກຈົບແລ້ວ ຜູ້ຄົນຂອງເພິ່ນຜູ້ຢູ່ໃນແຜ່ນດິນເຕັມໄປດ້ວຍຄວາມສົງໄສ ແລະ ປະຫລາດໃຈ.
8 ເພາະວ່າພວກເຂົາບໍ່ຮູ້ວ່າຈະຄິດແນວໃດ; ເພາະວ່າເມື່ອພວກເຂົາເຫັນຜູ້ທີ່ຖືກປົດປ່ອຍ ອອກມາຈາກຄວາມເປັນທາດແລ້ວ ພວກເຂົາກໍເຕັມໄປດ້ວຍຄວາມຊື່ນຊົມຢ່າງລົ້ນເຫລືອ.
9 ແລະ ອີກເທື່ອໜຶ່ງ, ເມື່ອພວກເຂົາຄິດເຖິງພີ່ນ້ອງຂອງພວກເຂົາຜູ້ທີ່ຖືກຊາວເລມັນຂ້າຖິ້ມນັ້ນ ພວກເຂົາກໍເຕັມໄປດ້ວຍຄວາມເສົ້າສະຫລົດໃຈ, ຈົນເຖິງນ້ຳຕາຕົກເພາະຄວາມເສົ້າສະຫລົດໃຈນັ້ນ.
10 ແລະ ອີກເທື່ອໜຶ່ງ, ເມື່ອພວກເຂົາຄິດເຖິງພຣະກະລຸນາທິຄຸນທັນທີຂອງພຣະເຈົ້າ, ແລະ ອຳນາດຂອງພຣະອົງໃນການປົດປ່ອຍແອວມາກັບພີ່ນ້ອງຂອງເພິ່ນໃຫ້ພົ້ນຈາກກຳມືຂອງຊາວເລມັນ ແລະ ພົ້ນຈາກຄວາມເປັນທາດແລ້ວ, ພວກເຂົາກໍໄດ້ຮ້ອງສົ່ງສຽງຖວາຍຂອບພຣະຄຸນແດ່ພຣະເຈົ້າ.
11 ແລະ ອີກເທື່ອໜຶ່ງ, ເມື່ອພວກເຂົາຄິດເຖິງຊາວເລມັນ, ຊຶ່ງເປັນພີ່ນ້ອງຂອງພວກເຂົາ, ແລະ ຄິດເຖິງສະພາບອັນເຕັມໄປດ້ວຍບາບ ແລະ ຄວາມເປິເປື້ອນຂອງພວກເຂົາ, ພວກເຂົາກໍເຕັມໄປດ້ວຍຄວາມ ເຈັບປວດລວດລ້າວເພາະເຫັນແກ່ຄວາມຜາສຸກຂອງ ຈິດວິນຍານຂອງພວກເຂົາ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກທີ່ເປັນລູກຫລານຂອງອະມິວລອນ ແລະ ພີ່ນ້ອງຂອງລາວ ຊຶ່ງໄດ້ລັກເອົາພວກລູກສາວຂອງຊາວເລມັນໄປເປັນເມຍກໍບໍ່ພໍໃຈໃນຄວາມປະພຶດຂອງບັນພະບຸລຸດຂອງຕົນ ແລະ ບໍ່ຍອມໃສ່ຊື່ຕາມບັນພະບຸລຸດຂອງຕົນອີກຕໍ່ໄປ, ສະນັ້ນພວກເຂົາຈຶ່ງຮັບເອົາຊື່ຂອງນີໄຟມາເປັນຊື່ຂອງຕົນ ເພື່ອພວກເຂົາຈະໄດ້ຖືກເອີ້ນວ່າເປັນລູກຫລານຂອງຊາວນີໄຟ ແລະ ຖືກນັບເຂົ້າຢູ່ໃນບັນດາຜູ້ທີ່ມີຊື່ວ່າຊາວນີໄຟ.
13 ແລະ ບັດນີ້ຜູ້ຄົນຂອງເຊຣາເຮັມລາທັງໝົດຖືກ ນັບເຂົ້າຢູ່ກັບຊາວນີໄຟ, ແລະ ຈະບໍ່ມອບລາຊາອານາຈັກ ໃຫ້ຜູ້ໃດເລີຍນອກຈາກຈະເປັນຜູ້ສືບຕະກຸນຂອງນີໄຟ.
14 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອໂມໄຊຢາກ່າວ ແລະ ອ່ານແກ່ຜູ້ຄົນຈົບແລ້ວ, ເພິ່ນປາດຖະໜາຈະໃຫ້ແອວມາກ່າວກັບຜູ້ຄົນອີກ.
15 ແລະ ແອວມາໄດ້ກ່າວກັບພວກເຂົາເວລາທີ່ພວກເຂົາເຕົ້າໂຮມກັນເປັນກຸ່ມໃຫຍ່, ແລະ ເພິ່ນໄດ້ໄປຫາແຕ່ລະກຸ່ມ, ສັ່ງສອນເຖິງການກັບໃຈ ແລະ ການມີສັດທາໃນພຣະຜູ້ເປັນເຈົ້າ.
16 ແລະ ເພິ່ນໄດ້ຊັກຊວນຜູ້ຄົນຂອງລິມໄຮ ແລະ ພີ່ນ້ອງຂອງເພິ່ນ, ຄົນທັງໝົດທີ່ໄດ້ຮັບການປົດປ່ອຍອອກຈາກຄວາມເປັນທາດ, ວ່າພວກເຂົາຄວນຈື່ຈຳໄວ້ວ່າ ແມ່ນພຣະຜູ້ເປັນເຈົ້າທີ່ໄດ້ປົດປ່ອຍພວກເຂົາ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກແອວມາໄດ້ສິດສອນຜູ້ຄົນໃນຫລາຍເລື່ອງ ແລະ ຈົບການເວົ້າກັບພວກເຂົາແລ້ວ, ກະສັດລິມໄຮປາດຖະໜາທີ່ຈະຮັບບັບຕິສະມາ; ແລະ ຜູ້ຄົນຂອງເພິ່ນທັງໝົດກໍປາດຖະໜາທີ່ຈະຮັບບັບຕິສະມາເໝືອນກັນ.
18 ສະນັ້ນ, ແອວມາຈຶ່ງໄດ້ອອກໄປໃນນ້ຳ ແລະ ໃຫ້ ບັບຕິສະມາແກ່ພວກເຂົາ; ແທ້ຈິງແລ້ວ, ເພິ່ນໄດ້ໃຫ້ບັບຕິສະມາຕາມວິທີດຽວດັ່ງທີ່ເພິ່ນໄດ້ກະທຳກັບພີ່ນ້ອງຂອງເພິ່ນໃນ ນ້ຳມໍມອນ; ແທ້ຈິງແລ້ວ, ມີຄົນເປັນຈຳນວນຫລວງຫລາຍທີ່ເພິ່ນໄດ້ໃຫ້ບັບຕິສະມາ ແລະ ໄດ້ຂຶ້ນກັບສາດສະໜາຈັກຂອງພຣະເຈົ້າ; ແລະ ນີ້ເປັນຍ້ອນຄວາມເຊື່ອຖືຂອງພວກເຂົາທີ່ມີຕໍ່ຄຳເວົ້າຂອງແອວມາ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດໂມໄຊຢາອະນຸຍາດໃຫ້ແອວມາສະຖາປະນາສາດສະໜາຈັກຂຶ້ນ ທົ່ວແຜ່ນດິນເຊຣາເຮັມລາ; ແລະ ໃຫ້ ອຳນາດແກ່ເພິ່ນເພື່ອແຕ່ງຕັ້ງປະໂລຫິດ ແລະ ຜູ້ສອນເພື່ອດູແລສາດສະໜາຈັກທົ່ວທຸກບ່ອນ.
20 ບັດນີ້ຕ້ອງເຮັດແນວນີ້ເພາະວ່າມັນມີຄົນເປັນຈຳນວນຫລວງຫລາຍຈົນວ່າຜູ້ສອນຜູ້ດຽວປົກຄອງພວກເຂົາທັງໝົດບໍ່ໄດ້; ເພາະພວກເຂົາທັງໝົດບໍ່ສາມາດໄດ້ຍິນພຣະຄຳຂອງພຣະເຈົ້າໃນບ່ອນຊຸມນຸມບ່ອນດຽວໄດ້;
21 ສະນັ້ນ ພວກເຂົາຈຶ່ງໄດ້ຊຸມນຸມກັນແຕ່ລະກຸ່ມແຕກຕ່າງກັນ, ຊຶ່ງເອີ້ນວ່າສາດສະໜາຈັກ; ແຕ່ລະສາດສະໜາຈັກມີປະໂລຫິດຂອງຕົນເອງ ແລະ ມີຜູ້ສອນຂອງຕົນເອງ, ແລະ ປະໂລຫິດທຸກຄົນສິດສອນພຣະຄຳຕາມທີ່ໄດ້ຮັບມອບໃຫ້ພວກເຂົາຈາກປາກຂອງແອວມາ.
22 ແລະ ເຖິງແມ່ນວ່າ ມັນມີສາດສະໜາຈັກຫລາຍບ່ອນກໍຕາມ, ແຕ່ລະບ່ອນກໍເປັນ ສາດສະໜາຈັກດຽວກັນ, ແທ້ຈິງແລ້ວ, ຄືສາດສະໜາຈັກຂອງພຣະເຈົ້າ; ເພາະວ່າບໍ່ມີການສັ່ງສອນຫຍັງໝົດໃນສາດສະໜາຈັກນອກຈາກເລື່ອງການກັບໃຈ ແລະ ການມີສັດທາໃນພຣະເຈົ້າ.
23 ແລະ ບັດນີ້ມີສາດສະໜາຈັກຢູ່ເຈັດບ່ອນໃນແຜ່ນດິນເຊຣາເຮັມລາ. ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ປາດຖະໜາທີ່ຈະຮັບເອົາ ພຣະນາມຂອງພຣະຄຣິດ, ຫລື ພຣະເຈົ້າ, ຜູ້ນັ້ນກໍໄດ້ເຂົ້າຮ່ວມກັບສາດສະໜາຈັກຂອງພຣະເຈົ້າ;
24 ແລະ ພວກເຂົາຖືກເອີ້ນວ່າ ຜູ້ຄົນຂອງພຣະເຈົ້າ. ແລະ ພຣະຜູ້ເປັນເຈົ້າໄດ້ຖອກເທພຣະວິນຍານຂອງພຣະອົງ ລົງມາເທິງພວກເຂົາ, ແລະ ພວກເຂົາໄດ້ຮັບພອນ, ແລະ ຈະເລີນຮຸ່ງເຮືອງຢູ່ໃນແຜ່ນດິນນັ້ນ.