ບົດທີ 28
ພວກລູກຊາຍຂອງໂມໄຊຢາໄປສັ່ງສອນຊາວເລມັນ—ໂດຍໃຊ້ຫີນຜູ້ພະຍາກອນສອງກ້ອນນັ້ນ ໂມໄຊຢາແປແຜ່ນຈາລຶກຂອງຊາວຢາເຣັດ. ປະມານ 92 ປີ ກ່ອນ ຄ.ສ.
1 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກ ພວກລູກຊາຍຂອງໂມໄຊຢາກະທຳທຸກສິ່ງທຸກຢ່າງແລ້ວ, ພວກເຂົາໄດ້ພາຄົນຈຳນວນໜຶ່ງໄປກັບພວກເຂົາ ແລະ ໄດ້ກັບຄືນໄປຫາກະສັດ, ຊຶ່ງເປັນບິດາຂອງພວກເຂົາ, ແລະ ຂໍຮ້ອງເພິ່ນໃຫ້ອະນຸຍາດໃຫ້ພວກເຂົາກັບຄົນທີ່ພວກເຂົາໄດ້ເລືອກໄວ້ຂຶ້ນໄປຫາແຜ່ນດິນ ນີໄຟ ເພື່ອພວກເຂົາຈະໄດ້ສັ່ງສອນເລື່ອງທີ່ພວກເຂົາໄດ້ຍິນມາ, ແລະ ເພື່ອພວກເຂົາຈະໄດ້ໃຫ້ພຣະຄຳຂອງພຣະເຈົ້າແກ່ພີ່ນ້ອງຂອງພວກເຂົາ ຜູ້ຊຶ່ງເປັນຊາວເລມັນ—
2 ເພື່ອພວກເຂົາອາດຈະນຳພວກເຂົາມາສູ່ຄວາມຮູ້ເລື່ອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແລະ ເຮັດໃຫ້ພວກເຂົາສຳນຶກເຖິງຄວາມຊົ່ວຮ້າຍຂອງບັນພະບຸລຸດຂອງພວກເຂົາ; ແລະ ເພື່ອພວກເຂົາອາດຈະເຮັດໃຫ້ ຄວາມກຽດຊັງຂອງພວກເຂົາທີ່ມີຕໍ່ຊາວນີໄຟໝົດໄປ, ເພື່ອພວກເຂົາຈະຖືກນຳມາປິຕິຍິນດີໃນພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົານຳອີກ, ເພື່ອພວກເຂົາຈະກັບມາເປັນເພື່ອນມິດທີ່ດີຕໍ່ກັນ, ແລະ ເພື່ອຈະບໍ່ໃຫ້ມີການຂັດແຍ້ງກັນອີກຕໍ່ໄປໃນທົ່ວແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາໄດ້ປະທານໃຫ້ພວກເຂົາ.
3 ບັດນີ້ພວກເຂົາປາດຖະໜາຈະປະກາດຄວາມລອດໃຫ້ແກ່ມະນຸດທຸກຄົນ, ເພາະວ່າພວກເຂົາ ທົນບໍ່ໄດ້ທີ່ ຈິດວິນຍານຂອງຜູ້ໜຶ່ງຈະຕ້ອງຕາຍ; ແທ້ຈິງແລ້ວ, ພຽງແຕ່ຄິດວ່າຈິດວິນຍານດວງໜຶ່ງຈະຕ້ອງທໍລະມານທີ່ ບໍ່ມີວັນສິ້ນສຸດກໍເຮັດໃຫ້ພວກເຂົາຫວັ່ນໄຫວ ແລະ ຕົວສັ່ນແລ້ວ.
4 ແລະ ດັ່ງນັ້ນ ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ກະທຳກັບພວກເຂົາ, ເພາະວ່າພວກເຂົາເປັນຄົນ ຊົ່ວຮ້າຍແທ້ໆໃນຄົນບາບ. ແລະ ພຣະຜູ້ເປັນເຈົ້າເຫັນເໝາະສົມໃນ ພຣະເມດຕາອັນບໍ່ມີຂອບເຂດຂອງພຣະອົງທີ່ຈະໄວ້ຊີວິດຂອງພວກເຂົາ; ເຖິງຢ່າງໃດກໍຕາມ ພວກເຂົາຍັງຕ້ອງທົນກັບຄວາມເຈັບປວດຢ່າງໜັກໃນຈິດວິນຍານເພາະຄວາມຊົ່ວຮ້າຍຂອງພວກເຂົາ ແລະ ຢ້ານວ່າພວກເຂົາຈະຖືກປະຖິ້ມຕະຫລອດໄປ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ວິງວອນບິດາຂອງພວກເຂົາຕັ້ງຫລາຍມື້ ຂໍໃຫ້ພວກເຂົາຂຶ້ນໄປຫາແຜ່ນດິນນີໄຟ.
6 ແລະ ກະສັດໂມໄຊຢາໄດ້ທູນຖາມພຣະຜູ້ເປັນເຈົ້າຖ້າຫາກວ່າເພິ່ນຄວນຈະໃຫ້ພວກລູກຊາຍຂອງເພິ່ນຂຶ້ນໄປຫາບັນດາຊາວເລມັນເພື່ອສັ່ງສອນພຣະຄຳຫລືບໍ່.
7 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບໂມໄຊຢາວ່າ: ຈົ່ງໃຫ້ພວກເຂົາຂຶ້ນໄປເຖີດ, ເພາະວ່າຫລາຍຄົນຈະເຊື່ອໃນຄຳເວົ້າຂອງພວກເຂົາ, ແລະ ພວກເຂົາຈະມີຊີວິດນິລັນດອນ; ແລະ ເຮົາຈະ ປົດປ່ອຍພວກລູກຊາຍຂອງເຈົ້າໃຫ້ພົ້ນຈາກກຳມືຂອງຊາວເລມັນ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດໂມໄຊຢາໄດ້ອະນຸຍາດພວກເຂົາເພື່ອຈະໄດ້ໄປ ແລະ ເຮັດຕາມຄຳເວົ້າຂອງພວກເຂົາ.
9 ແລະ ພວກເຂົາໄດ້ ອອກເດີນທາງໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອຂຶ້ນໄປສັ່ງສອນພຣະຄຳໃນບັນດາຊາວເລມັນ; ແລະ ຂ້າພະເຈົ້າຈະໃຫ້ ເລື່ອງລາວເຖິງການປະຕິບັດຂອງພວກເຂົາໃນພາຍຫລັງ.
10 ບັດນີ້ກະສັດໂມໄຊຢາບໍ່ມີຜູ້ໃດທີ່ຈະມອບລາຊາອານາຈັກໃຫ້ ເພາະບໍ່ມີລູກຊາຍຄົນໃດຂອງເພິ່ນທີ່ຍອມຮັບເອົາອານາຈັກ.
11 ສະນັ້ນ ເພິ່ນຈຶ່ງໄດ້ເອົາບັນທຶກຊຶ່ງມີຂຽນໄວ້ຢູ່ໃນ ແຜ່ນຈາລຶກທອງເຫລືອງມາ, ແລະ ແຜ່ນຈາລຶກຂອງນີໄຟນຳອີກ, ແລະ ສິ່ງຂອງທັງໝົດທີ່ເພິ່ນໄດ້ປົກປັກຮັກສາໄວ້ຕາມພຣະບັນຍັດຂອງພຣະເຈົ້າ, ຫລັງຈາກໄດ້ແປ ແລະ ບັນທຶກສິ່ງທີ່ມີຢູ່ໃນ ແຜ່ນຈາລຶກຄຳຊຶ່ງຜູ້ຄົນຂອງລິມໄຮໄດ້ພົບພໍ້, ຊຶ່ງເພິ່ນໄດ້ຮັບຈາກມືຂອງລິມໄຮເອງ;
12 ແລະ ການນີ້ເພິ່ນເຮັດໄປເພາະຄວາມເປັນຫ່ວງຫລາຍຂອງຜູ້ຄົນຂອງເພິ່ນ; ເພາະພວກເຂົາປາດຖະໜາເກີນກວ່າຈະວັດແທກໄດ້ ທີ່ຈະຮູ້ກ່ຽວກັບຜູ້ຄົນພວກນັ້ນຊຶ່ງຖືກທຳລາຍໄປແລ້ວ.
13 ແລະ ບັດນີ້ເພິ່ນໄດ້ແປແຜ່ນຈາລຶກເຫລົ່ານັ້ນໂດຍອາໄສ ຫີນສອງກ້ອນນັ້ນ ຊຶ່ງຕິດຢູ່ກັບຂອບໂຄ້ງຄັນທະນູສອງຂ້າງ.
14 ບັດນີ້ຂອງເຫລົ່ານີ້ຖືກຕຽມໄວ້ແລ້ວຕັ້ງແຕ່ຕົ້ນ, ແລະ ມອບໃຫ້ຕໍ່ໆກັນມາຈາກລຸ້ນສູ່ລຸ້ນ, ເພື່ອຈຸດປະສົງໃນການແປພາສາຕ່າງໆ;
15 ແລະ ຂອງເຫລົ່ານີ້ໄດ້ຖືກຮັກສາໄວ້ໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ, ເພື່ອພຣະອົງຈະໄດ້ເປີດເຜີຍໃຫ້ທຸກຄົນທີ່ເປັນເຈົ້າຂອງແຜ່ນດິນຮູ້ຈັກເຖິງຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງຜູ້ຄົນຂອງພຣະອົງ;
16 ແລະ ຜູ້ໃດກໍຕາມທີ່ມີສິ່ງຂອງເຫລົ່ານີ້ຈະຖືກເອີ້ນວ່າ ຜູ້ພະຍາກອນ, ຕາມການເອີ້ນຂອງສະໄໝບູຮານ.
17 ບັດນີ້ຫລັງຈາກໂມໄຊຢາໄດ້ແປບັນທຶກເຫລົ່ານັ້ນໝົດແລ້ວ, ຈົ່ງເບິ່ງ, ມັນໄດ້ໃຫ້ເລື່ອງລາວຂອງຜູ້ຄົນທີ່ຖືກ ທຳລາຍ, ນັບຕັ້ງແຕ່ເວລາທີ່ພວກເຂົາຖືກທຳລາຍຄືນໄປເຖິງການສ້າງ ຫໍສູງ, ໃຫຍ່ ອັນເປັນເວລາທີ່ພຣະຜູ້ເປັນເຈົ້າເຮັດໃຫ້ພາສາຂອງຜູ້ຄົນ ສັບສົນ, ແລະ ພວກເຂົາຈຶ່ງກະຈັດກະຈາຍໄປຕາມຜືນແຜ່ນດິນໂລກທັງໝົດ, ແທ້ຈິງແລ້ວ, ແລະ ແມ່ນແຕ່ນັບຈາກນັ້ນຄືນໄປເຖິງການສ້າງອາດາມ.
18 ບັດນີ້ເລື່ອງລາວນີ້ໄດ້ເປັນເຫດໃຫ້ຜູ້ຄົນຂອງໂມໄຊຢາເປັນທຸກຢ່າງໃຫຍ່ຫລວງ, ແທ້ຈິງແລ້ວ, ພວກເຂົາເຕັມໄປດ້ວຍຄວາມເສົ້າສະຫລົດໃຈ; ເຖິງຢ່າງໃດກໍຕາມ, ມັນໄດ້ໃຫ້ຄວາມຮູ້ແກ່ພວກເຂົາຢ່າງຫລວງຫລາຍ ຊຶ່ງໃນນັ້ນໄດ້ເຮັດໃຫ້ພວກເຂົາມີຄວາມປິຕິຍິນດີ.
19 ແລະ ເລື່ອງລາວນີ້ຈະມີຂຽນໄວ້ພາຍຫລັງ; ເພາະຈົ່ງເບິ່ງ, ມັນສົມຄວນທີ່ຜູ້ຄົນທັງປວງຄວນຮູ້ເລື່ອງຊຶ່ງມີຂຽນຢູ່ໃນເລື່ອງນັ້ນ.
20 ແລະ ບັດນີ້, ດັ່ງເຊັ່ນທີ່ຂ້າພະເຈົ້າໄດ້ເວົ້າກັບທ່ານແລ້ວ, ຫລັງຈາກກະສັດໂມໄຊຢາກະທຳສິ່ງເຫລົ່ານີ້ແລ້ວ, ເພິ່ນໄດ້ເອົາແຜ່ນຈາລຶກ ທອງເຫລືອງ ແລະ ສິ່ງຂອງທັງໝົດຊຶ່ງເພິ່ນໄດ້ເກັບກຳໄວ້ມາ, ແລ້ວມອບມັນໃຫ້ແອວມາ, ຜູ້ເປັນລູກຂອງແອວມາ; ແທ້ຈິງແລ້ວ, ບັນທຶກທັງໝົດ ແລະ ສິ່ງແປຄວາມໝາຍນຳອີກ, ແລະ ໄດ້ມອບສິ່ງທັງໝົດໃຫ້ລາວ, ແລະ ສັ່ງລາວວ່າ ລາວຄວນເກັບກຳ ແລະ ຮັກສາມັນໄວ້ໃຫ້ດີ, ແລະ ໃຫ້ເຮັດບັນທຶກກ່ຽວກັບຜູ້ຄົນໄວ້ນຳອີກ, ໂດຍມອບໃຫ້ຕໍ່ໆກັນໄປຈາກຄົນລຸ້ນໜຶ່ງຫາຄົນອີກລຸ້ນໜຶ່ງ, ດັ່ງເຊັ່ນທີ່ໄດ້ມອບຕໍ່ໆກັນມາຕັ້ງແຕ່ເວລາທີ່ລີໄຮອອກຈາກເຢຣູຊາເລັມ.