ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, 1 ໂກຣິນ​ໂທ 7


ປຈສ, 1 ໂກຣິນ​ໂທ 7:1–2, 5, 26, 29–33, 38. ປຽບ​ທຽບ​ໃສ່​ກັບ 1 ໂກຣິນ​ໂທ 7:1–2, 5, 26, 29–38

ໂປໂລ​ສອນ​ວ່າ ການ​ແຕ່ງ​ງານ​ເປັນ​ສິ່ງ​ທີ່​ໜ້າ​ເພິ່ງ​ປາດ​ຖະ​ໜາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄົນ​ທີ່​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ຈະ​ຮັບ​ໃຊ້​ພຣະ​ເຈົ້າ​ໄດ້​ດີ​ກວ່າ ຖ້າ​ເຂົາ​ເຈົ້າ​ຍັງ​ໂສດ ໃນ​ໄລ​ຍະ​ທີ່​ເຂົາ​ເຈົ້າ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຂົາ​ເຈົ້າ.

1 ບັດ​ນີ້ ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຂຽນ​ເຖິງ​ຂ້າ​ພະ​ເຈົ້າ, ບອກ​ວ່າ, ເປັນ​ການ​ດີ​ທີ່​ຜູ້​ຊາຍ​ບໍ່​ແຕະ​ຕ້ອງ​ຜູ້​ຍິງ.

2 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ກ່າວ​ວ່າ ເພື່ອ​ຫລີກ​ເວັ້ນ​ຈາກ​ການ​ຫລິ້ນ​ຊູ້, ຊາຍ​ທຸກ​ຄົນ​ຄວນ​ມີ​ເມຍ​ຂອງ​ຕົນ, ແລະ ຍິງ​ທຸກ​ຄົນ​ກໍ​ຄວນ​ມີ​ຜົວ​ຂອງ​ຕົນ.

5 ຢ່າແຍກ​ກັນຢູ່, ນອກ​ຈາກ​ໄດ້​ຕົກ​ລົງ​ກັນ​ກ່ອນ​ເປັນ​ການ​ຊົ່ວ​ຄາວ, ເພື່ອ​ອຸ​ທິດ​ຕົນ​ໃນ​ການ​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ; ແລະ ໃຫ້​ກັບ​ມາ​ຢູ່​ນຳ​ກັນ​ອີກ, ເພື່ອ​ບໍ່​ໃຫ້​ຊາຕານ​ມາ​ຊັກ​ຈູງ​ໃຫ້​ພວກ​ເຈົ້າ​ຫລົງ​ເຮັດ​ຜິດ.

26 ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ເຫັນ​ວ່າ ມັນ​ເປັນ​ການ​ດີ​ສຳ​ລັບ​ຄວາມ​ລຳ​ບາກ​ທີ່​ມີ​ຢູ່​ດຽວ​ນີ້, ທີ່​ຊາຍ​ຄົນ​ໜຶ່ງ​ຈະ​ຢູ່​ຕາມ​ຖານະ​ທີ່​ຕົນ​ເປັນ​ຢູ່ ເພື່ອ​ລາວ​ອາດຈະ​ເຮັດ​ຄວາມ​ດີ​ໄດ້​ຫລາຍ​ຂຶ້ນ.

29 ແຕ່ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ທີ່​ຖືກ​ເອີ້ນ​ໃຫ້​ມາ​ສູ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ເພາະຂ້າ​ພະ​ເຈົ້າ​ກ່າວ​ເລື່ອງ​ນີ້, ອ້າຍ​ນ້ອງ​ທັງ​ຫລາຍ​ເອີຍ, ກໍ​ເພາະ​ວ່າເວລາ​ທີ່​ເຫລືອ​ຢູ່ກໍ​ສັ້ນເຂົ້າ​ມາແລ້ວ, ທີ່​ພວກ​ທ່ານ​ຈະ​ຖືກ​ສົ່ງ​ໄປ​ສູ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ເຖິງ​ແມ່ນຜູ້​ທີ່​ແຕ່ງ​ງານ​ແລ້ວ ກໍ​ໃຫ້ເປັນ​ເໝືອນ​ກັບ​ວ່າ​ຍັງ​ບໍ່​ໄດ້​ແຕ່ງ​ງານ; ເພາະ​ພວກ​ທ່ານ​ໄດ້​ຖືກ​ເອີ້ນ ແລະ ຖືກ​ເລືອກ ໃຫ້​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

30 ແລະ ກັບ​ຄົນ​ທີ່ຮ້ອງ​ໄຫ້, ກໍ​ເໝືອນ​ກັບ​ວ່າ​ບໍ່​ຮ້ອງ​ໄຫ້; ແລະ ກັບ​ຄົນ​ທີ່​ປິ​ຕິ​ຍິນ​ດີ, ໃຫ້​ເປັນ​ເໝືອນ​ບໍ່​ປິ​ຕິ​ຍິນ​ດີ, ແລະ ຄົນ​ທີ່​ຊື້, ໃຫ້​ເປັນ​ເໝືອນ​ດັ່ງ​ບໍ່​ໄດ້​ສິ່ງ​ໃດ​ເລີຍ;

31 ແລະ ໃຫ້​ຜູ້​ທີ່​ໃຊ້​ສິ່ງ​ຂອງ​ໃນ​ໂລກ​ນີ້, ເປັນ​ເໝືອນ​ກັບ​ວ່າ​ບໍ່​ໄດ້ໃຊ້ມັນ; ເພາະ​ລະ​ບົບ​ຂອງ​ໂລກ​ນີ້ ກຳ​ລັງ​ລ່ວງ​ພົ້ນ​ໄປ.

32 ອ້າຍ​ນ້ອງ​ທັງ​ຫລາຍ​ເອີຍ, ແຕ່ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຂະ​ຫຍາຍ​ການ​ເອີ້ນ​ຂອງ​ພວກ​ທ່ານ. ຂ້າ​ພະ​ເຈົ້າ​ບໍ່​ຢາກ​ໃຫ້​ພວກ​ທ່ານ​ກະ​ວົນ​ກະ​ວາຍ​ໃຈ. ເພາະ​ຊາຍ​ທີ່​ບໍ່​ແຕ່ງ​ງານ, ຈະ​ເປັນ​ຫ່ວງ​ນຳ​ສິ່ງ​ທີ່​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ພໍ​ພຣະ​ໄທ; ສະນັ້ນ ລາວ​ຈຶ່ງ​ໄດ້​ຮັບ​ໄຊ​ຊະນະ.

33 ແຕ່​ຊາຍ​ທີ່​ແຕ່ງ​ງານ​ແລ້ວ, ຈະ​ເປັນ​ຫ່ວງ​ນຳ​ສິ່ງ​ທີ່​ເປັນ​ຂອງ​ໂລກ, ຈະ​ພະ​ຍາ​ຍາມ​ເອົາ​ໃຈ​ເມຍ​ຂອງ​ຕົນ; ສະນັ້ນ ມັນ​ຈຶ່ງ​ແຕກ​ຕ່າງ, ເພາະ​ລາວ​ຈະ​ຖືກ​ຂັດ​ຂວາງ.

38 ສະນັ້ນ ຜູ້​ໃດ​ທີ່​ຍອມຕົນເຂົ້າ​ການ​ແຕ່ງ​ງານ ກໍ​ເຮັດ​ດີ​ຢູ່; ແຕ່​ຜູ້​ໃດ​ທີ່​ບໍ່​ຍອມຕົນເຂົ້າ​ການ​ແຕ່ງ​ງານ ກໍ​ເຮັດ​ດີ​ກວ່າ.

ພິມ