ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ໂຣມ 13


ປຈສ, ໂຣມ 13:6–7. ປຽບ​ທຽບ​ໃສ່​ກັບ ໂຣມ 13:6–7

ຄົນ​ທີ່​ນັບ​ຖື​ສິດ​ອຳນາດ​ບ້ານ​ເມືອງ ເຮັດ​ໃຫ້​ການ​ນັບ​ຖື​ພຣະ​ເຈົ້າ​ຍິ່ງ​ໃຫຍ່​ກວ່າ ແລະ ສົມ​ບູນ​ກວ່າ.

6 ຍ້ອນ​ເຫດ​ຜົນ​ຢ່າງ​ດຽວ​ກັນ​ນີ້​ແຫລະ ພວກ​ເຈົ້າ​ຈົ່ງ​ອຸ​ທິດ​ຖວາຍ ແລະ ຈົ່ງ​ເສຍ​ພາ​ສີ​ໃຫ້​ພວກ​ເພິ່ນນຳ​ອີກ; ເພາະ​ພວກ​ເພິ່ນ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ, ພວກ​ເພິ່ນ​ກຳ​ລັງ​ເຮັດ​ໜ້າ​ທີ່​ນີ້​ຢູ່.

7 ແຕ່​ກ່ອນ​ອື່ນ​ໝົດ, ຈົ່ງ​ໃຫ້​ແກ່​ທຸກ​ຄົນ ຕາມ​ທີ່​ພວກ​ເຂົາ​ຄວນ​ໄດ້​ຮັບ, ອີງ​ຕາມ​ທຳນຽມ, ສ່ວຍສາ​ອາກອນ​ຄວນ​ໃຫ້​ຜູ້​ໃດ ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ, ພາ​ສີ​ຄວນ​ໃຫ້​ແກ່​ຜູ້​ໃດ ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ, ເພື່ອ​ວ່າ​ການ​ອຸທິດ​ຖວາຍ​ຂອງ​ທ່ານ ຈະ​ຖືກ​ກະ​ທຳ​ໄປ ໃນຄວາມ​ຢຳເກງພຣະ​ອົງທີ່​ຄວນຖືກ​ຢຳເກງ, ແລະ ກຽດ​ຕິຍົດ​ຄວນ​ໃຫ້​ແກ່ພຣະ​ອົງ ທີ່​ຄວນໄດ້​ຮັບ.

ພິມ