ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ໂຣມ 3


ປຈສ, ໂຣມ 3:5–8. ປຽບ​ທຽບ​ໃສ່​ກັບ ໂຣມ 3:5–8

ໂປໂລ​ສອນ​ວ່າ ຜູ້​ຄົນ​ບໍ່​ສາ​ມາດ​ເຮັດ​ຄວາມ​ຊົ່ວ ເພື່ອ​ໃຫ້​ຄວາມ​ດີ​ເກີດ​ຂຶ້ນ.

5 ແຕ່​ຖ້າ​ຫາກ​ເຮົາ​ດຳ​ເນີນ​ຢູ່​ໃນຄວາມ​ອະທຳ​ຂອງ​ເຮົາ ແລະ ເປັນ​ເຫດ​ຊີ້​ໃຫ້​ເຫັນ​ຄວາມ​ຊອບ​ທຳ​ຂອງ​ພຣະ​ເຈົ້າ, ແລ້ວ​ເຮົາ​ຈະ​ວ່າ​ຢ່າງ​ໃດ, ຈະ​ວ່າພຣະ​ເຈົ້າ​ລົງ​ໂທດ​ຢ່າງ​ບໍ່​ຍຸດ​ຕິ​ທຳ​ຢ່າງ​ນັ້ນ​ບໍ? (ເຮົາ​ເວົ້າ​ຢ່າງ​ມະນຸດ ຜູ້​ຢຳເກງ​ພຣະ​ເຈົ້າ,)

6 ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ; ຖ້າ​ເປັນ​ເຊັ່ນ​ນັ້ນ ພຣະ​ເຈົ້າ​ຈະ​ພິ​ພາກ​ສາ​ໂລກ​ໄດ້​ຢ່າງ​ໃດ?

7 ແຕ່​ຖ້າ​ວ່າ​ຄວາມ​ຕົວະ​ຂອງ​ເຮົາ ເປັນ​ເຫດ​ໃຫ້​ເຫັນ​ຄວາມ​ທ່ຽງ​ທຳ​ຂອງ​ພຣະ​ເຈົ້າ​ໄດ້​ປະກົດ​ແຈ້ງ​ຄັກ, (ດັ່ງ​ທີ່​ຖືກ​ຮຽກ​ຮ້ອງ​ຈາກ​ຊາວ​ຢິວ) ເປັນ​ທີ່​ໃຫ້​ເກີດ​ກຽດ​ຕິ​ຍົດ​ແກ່​ພຣະ​ອົງ; ເປັນ​ຫຍັງ​ເຮົາ​ຈຶ່ງ​ຖືກ​ລົງ​ໂທດ​ເໝືອນ​ຄົນ​ຜິດ​ບາບ​ຜູ້​ໜຶ່ງ? ແລະ ບໍ່ໄດ້​ຮັບ? ເພາະເຮົາໄດ້ຖືກ​ກ່າວ​ຫາ;

8 ແລະ ບາງ​ຄົນ​ຢືນ​ຢັນ​ວ່າ ເຮົາ​ໄດ້​ກ່າວ​ວ່າ, (ຄວາມ​ຈິບ​ຫາຍ​ຂອງ​ຄົນ​ເຊັ່ນ​ນັ້ນ​ກໍ​ຍຸດ​ຕິ​ທຳ​ແລ້ວ,) ໃຫ້​ເຮົາ​ເຮັດ​ຄວາມ​ຊົ່ວ ເພື່ອ​ຄວາມ​ດີ​ຈະ​ເກີດ​ຂຶ້ນ. ແຕ່​ສິ່ງ​ນີ້​ບໍ່​ຖືກ​ຕ້ອງ.

ພິມ