ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ໂຣມ 7


ປຈສ, ໂຣມ 7:5–27. ປຽບ​ທຽບ​ໃສ່​ກັບ ໂຣມ 7:5–25

ພຽງ​ແຕ່​ພຣະ​ຄຣິດ​ເທົ່າ​ນັ້ນ​ທີ່​ສາ​ມາດ​ປ່ຽນ​ຈິດ​ວິນ​ຍານ​ຂອງ​ມະນຸດ​ໄປ​ໃນ​ທາງ​ດີ​ແບບ​ຖາ​ວອນ.

5 ເພາະ​ເມື່ອ​ພວກ​ເຮົາ​ໄດ້​ຢູ່​ໃນ​ເນື້ອ​ໜັງ, ຢູ່​ໃນ​ການ​ກະ​ຕຸ້ນ​ຂອງ​ບາບ, ຊຶ່ງບໍ່​ສອດ​ຄ່ອງກັບ​ກົດ, ໄດ້​ເຮັດ​ໃຫ້​ອະໄວ​ຍະວະ​ຂອງ​ເຮົາ​ເກີດ​ຜົນ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ.

6 ແຕ່​ບັດ​ນີ້ ພວກ​ເຮົາ​ໄດ້​ພົ້ນ​ຈາກ​ກົດ​ແລ້ວ​ທີ່​ພວກ​ເຮົາ​ຖືກ​ຜູກ​ມັດ, ໂດຍ​ທີ່​ໄດ້​ຕາຍ​ຈາກ​ກົດ, ວ່າ​ພວກ​ເຮົາ​ຄວນ​ຮັບ​ໃຊ້​ດ້ວຍ​ວິນ​ຍານ​ໃໝ່, ແລະ ບໍ່​ຮັບ​ໃຊ້​ຕາມ​ຕົວ​ອັກ​ສອນ​ທີ່​ມີ​ຂຽນ​ໄວ້.

7 ແລ້ວ​ພວກ​ເຮົາ​ຈະ​ວ່າ​ຢ່າງ​ໃດ? ກົດ​ຄື​ບາບ​ຊັ້ນ​ບໍ? ຂໍ​ຢ່າ​ໃຫ້​ເປັນ​ເຊັ່ນ​ນັ້ນ​ເລີຍ. ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ, ເຮົາ​ຈະ​ບໍ່​ຮູ້​ຈັກ​ບາບ​ເລີຍ, ຍົກ​ເວັ້ນ​ແຕ່​ໂດຍ​ກົດ; ເພາະ​ເຮົາ​ຄົງ​ບໍ່​ຮູ້​ຈັກ​ຄວາມ​ໂລບ, ຖ້າ​ຫາກ​ກົດ​ບໍ່​ໄດ້​ກ່າວ​ວ່າ ຢ່າ​ໂລບ.

8 ແຕ່​ຄວາມ​ຜິດ​ບາບ, ໂດຍ​ທີ່​ຖື​ໂອ​ກາດ​ໃຊ້​ພຣະ​ບັນ​ຍັດ, ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ຕ່າງໆ​ນາໆ​ໃນ​ຕົວ​ຂອງ​ເຮົາ. ເພາະ​ຖ້າ​ບໍ່​ມີ​ກົດ ຄວາມ​ຜິດ​ບາບ​ນັ້ນ​ກໍ​ຕາຍ​ເສຍ​ແລ້ວ.

9 ເພາະ​ຄັ້ງ​ໜຶ່ງ ເຮົາ​ເຄີຍ​ມີ​ຊີ​ວິດ​ຢູ່ໂດຍ​ບໍ່​ມີກົດ, ແຕ່​ເມື່ອ​ພຣະ​ບັນ​ຍັດຂອງ​ພຣະ​ຄຣິດມີ​ມາ, ແລ້ວ​ຄວາມ​ຜິດ​ບາບ​ກໍ​ເກີດ​ຂຶ້ນ, ແລະ ເຮົາ​ກໍ​ຕາຍ.

10 ແລະ ເມື່ອ​ເຮົາ​ບໍ່​ເຊື່ອພຣະ​ບັນ​ຍັດຂອງ​ພຣະ​ຄຣິດ​ທີ່​ມີ​ມາ, ຊຶ່ງ​ຖືກ​ແຕ່ງ​ຕັ້ງ​ໄວ້​ເພື່ອ​ໃຫ້​ຊີ​ວິດ, ເຮົາ​ຈຶ່ງ​ພົບ​ວ່າ ມັນ​ກ່າວ​ໂທດ​ເຮົາໄປ​ສູ່​ຄວາມ​ຕາຍ.

11 ເພາະ​ຄວາມ​ຜິດ​ບາບ, ໂດຍ​ຖື​ໂອ​ກາດ, ໄດ້ປະ​ຕິ​ເສດພຣະ​ບັນ​ຍັດ, ແລະ ໄດ້​ຫລອກ​ລວງ​ເຮົາ; ແລະ ໂດຍ​ກົດ​ນັ້ນ ເຮົາ​ໄດ້​ຖືກ​ຂ້າ.

12 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ພົບ​ວ່າ ກົດກໍສັກ​ສິດ, ແລະ ພຣະ​ບັນ​ຍັດກໍສັກ​ສິດ, ແລະ ຍຸດ​ຕິ​ທຳ, ແລະ ດີ​ງາມ.

13 ແລ້ວ ສິ່ງ​ທີ່​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ​ຊັ້ນ​ບໍ? ຂໍ​ຢ່າ​ໃຫ້​ເປັນ​ເຊັ່ນ​ນັ້ນ​ເລີຍ. ແຕ່​ແມ່ນ​ຄວາມ​ຜິດ​ບາບ​ນັ້ນ​ແຫລະ ຊຶ່ງ​ອາ​ໄສ​ສິ່ງ​ທີ່​ດີ ເພື່ອ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ; ບາບ​ນັ້ນ​ແຫລະ, ໂດຍ​ພຣະ​ບັນ​ຍັດ, ອາດ​ກາຍ​ເປັນ​ບາບ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ.

14 ເພາະ​ພວກ​ເຮົາ​ຮູ້​ວ່າ ພຣະ​ບັນ​ຍັດເປັນ​ມາ​ໂດຍ​ຝ່າຍ​ພຣະ​ວິນ​ຍານ; ແຕ່​ເມື່ອ​ເຮົາ​ຢູ່​ພາຍ​ໃຕ້​ກົດ, ເຮົາຍັງ​ມີ​ຕັນ​ຫາ, ຖືກ​ຂາຍ​ໃຫ້​ຢູ່​ພາຍ​ໃຕ້​ບາບ.

15 ແຕ່​ບັດ​ນີ້ ເຮົາ​ສົນ​ໃຈ​ຝ່າຍ​ພຣະ​ວິນ​ຍານ; ເພາະ​ສິ່ງ​ທີ່ເຮົາ​ຖືກ​ບັນ​ຊາ​ໃຫ້​ເຮັດ, ເຮົາ​ຈະ​ເຮັດ; ແລະ ສິ່ງ​ທີ່​ເຮົາ​ຖືກ​ບັນ​ຊາ​ບໍ່​ໃຫ້​ຍອມ, ເຮົາ​ຈະ​ບໍ່​ຍອມ.

16 ເພາະ​ສິ່ງ​ທີ່​ເຮົາຮູ້​ວ່າ​ບໍ່​ຖືກ​ຕ້ອງ, ເຮົາ​ຈະ​ບໍ່​ເຮັດ; ເພາະ​ສິ່ງ​ທີ່​ເປັນ​ບາບ, ເຮົາ​ກຽດ​ຊັງ.

17 ແລ້ວ​ຖ້າ​ເຮົາ​ບໍ່​ເຮັດ​ສິ່ງ​ທີ່​ເຮົາ​ບໍ່ຍອມ, ເຮົາ​ກໍ​ຍອມ​ຮັບ​ກົດ, ວ່າ​ກົດ​ນັ້ນ​ດີ; ແລະ ເຮົາ​ບໍ່​ຖືກ​ກ່າວ​ໂທດ.

18 ແລ້ວ​ບັດ​ນີ້, ບໍ່​ແມ່ນ​ເຮົາ​ອີກ​ຕໍ່​ໄປ​ທີ່​ເຮັດບາບ; ແຕ່​ເຮົາພະ​ຍາ​ຍາມ​ປາບບາບນັ້ນ ທີ່​ຢູ່​ໃນ​ຕົວ​ຂອງ​ເຮົາ.

19 ເພາະ​ເຮົາ​ຮູ້​ວ່າ ໃນ​ຕົວ​ຂອງ​ເຮົາ, ນັ້ນ​ຄື ໃນ​ເນື້ອ​ໜັງ​ຂອງ​ເຮົາ, ບໍ່​ມີ​ສິ່ງ​ດີ​ສະ​ຖິດ​ຢູ່; ເພາະ​ຄວາມ​ປະສົງ​ທີ່​ມີ​ຢູ່​ກັບ​ເຮົາ, ແຕ່ເຮົາ​ບໍ່​ພົບ​ເຫັນ​ການ​ປະ​ຕິ​ບັດ​ທີ່​ດີ​ເລີຍ, ມີ​ແຕ່​ໃນ​ພຣະ​ຄຣິດ​ເທົ່າ​ນັ້ນ.

20 ເພາະ​ສິ່ງ​ດີ​ທີ່​ເຮົາ​ອາດ​ຈະໄດ້​ເຮັດ​ເມື່ອ​ເຮົາ​ຢູ່​ພາຍ​ໃຕ້​ກົດ, ເຮົາ​ບໍ່​ພົບ​ວ່າ​ເປັນ​ສິ່ງ​ດີ; ສະນັ້ນ, ເຮົາ​ຈຶ່ງ​ບໍ່​ໄດ້​ເຮັດ​ມັນ.

21 ແຕ່​ສິ່ງ​ຊົ່ວ​ຊຶ່ງ​ເຮົາ​ຈະ​ບໍ່ເຮັດ​ພາຍ​ໃຕ້​ກົດ, ເຮົາ​ພົບ​ວ່າ​ເປັນ​ສິ່ງ​ດີ; ສິ່ງ​ນັ້ນ, ເຮົາ​ເຮັດ.

22 ບັດ​ນີ້ ຖ້າ​ເຮົາ​ເຮັດ​ສິ່ງ​ນັ້ນ, ຜ່ານ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຄຣິດ, ເຮົາ​ຈະ​ບໍ່​ເຮັດ​ພາຍ​ໃຕ້​ກົດ, ເຮົາ​ຈະ​ບໍ່ຢູ່​ພາຍ​ໃຕ້​ກົດ; ແລະ ເຮົາ​ຈະ​ບໍ່​ພະ​ຍາ​ຍາມ​ເຮັດ​ຜິດອີກ​ຕໍ່​ໄປ, ແຕ່ຈະ​ປາບບາບ​ທີ່​ຢູ່​ໃນ​ຕົວ​ຂອງ​ເຮົາ.

23 ແລ້ວ ເຮົາ​ພົບວ່າ ພາຍ​ໃຕ້ກົດ, ເມື່ອ​ເຮົາ​ເຮັດ​ຄວາມ​ດີ, ຄວາມ​ຊົ່ວ​ກໍ​ຈະຢູ່ກັບ​ເຮົາ; ເພາະ​ໃນ​ສ່ວນ​ເລິກ​ຂອງ​ໃຈ​ຂອງ​ເຮົາ​ແລ້ວ ເຮົາ​ເບີກ​ບານ​ໃນ​ກົດ​ຂອງ​ພຣະ​ເຈົ້າ.

24 ແລະ ບັດ​ນີ້ ເຮົາ​ເຫັນ​ກົດ​ອີກ​ຂໍ້​ໜຶ່ງ, ແມ່ນ​ແຕ່​ພຣະ​ບັນ​ຍັດ​ຂອງ​ພຣະ​ຄຣິດ, ແລະ ມັນ​ຖືກ​ຝັງ​ໄວ້​ໃນ​ຈິດ​ໃຈ​ຂອງ​ເຮົາ.

25 ແຕ່ອະໄວ​ຍະວະ​ຂອງ​ເຮົາ ຕໍ່​ສູ້​ກັບ​ກົດ​ໃນ​ຈິດ​ໃຈ​ຂອງ​ເຮົາ, ແລະ ພາ​ເຮົາ​ໄປ​ສູ່​ການ​ເປັນ​ຊະ​ເລີຍ​ຕໍ່​ກົດ​ຂອງ​ບາບ ຊຶ່ງ​ຢູ່​ໃນ​ອະໄວ​ຍະວະ​ຂອງ​ເຮົາ.

26 ແລະ ຖ້າ​ເຮົາ​ປາບ​ບາບ​ທີ່​ຢູ່​ໃນ​ຕົວ​ຂອງ​ເຮົາ​ບໍ່​ໄດ້, ກໍ​ເປັນ​ເພາະ​ເນື້ອ​ໜັງ​ທີ່​ຮັບ​ໃຊ້​ກົດ​ຂອງ​ບາບ; ໂອ້ ເຮົາ​ຊ່າງ​ຕ່ຳ​ຕ້ອຍ​ແທ້ໆ​ນໍ! ຜູ້​ໃດ​ເດ​ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ຮ່າງ​ກາຍ​ທີ່​ຕາຍ​ເປັນ​ນີ້​ໄດ້?

27 ເຮົາ​ຂໍ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ໂດຍ​ທາງ​ພຣະ​ເຢຊູ​ຄຣິດ ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ, ເຫດ​ສະນັ້ນ, ທາງ​ດ້ານ​ຈິດ​ໃຈ​ຂອງ​ເຮົາ, ເຮົາ​ຮັບ​ໃຊ້​ກົດ​ຂອງ​ພຣະ​ເຈົ້າ.

ພິມ