ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ໂຣມ 8


ປຈສ, ໂຣມ 8:8. ປຽບ​ທຽບ​ໃສ່​ກັບ ໂຣມ 8:8

ຄົນ​ທີ່​ເປັນ​ໄປ​ຕາມ​ວິ​ທີ​ທາງ​ຂອງ​ເນື້ອ​ໜັງ ບໍ່​ສາ​ມາດ​ເຮັດ​ໃຫ້​ພຣະ​ເຈົ້າ​ພໍ​ພຣະ​ໄທ.

8 ສະນັ້ນ​ແລ້ວ ຄົນ​ທີ່​ເປັນໄປ​ຕາມເນື້ອ​ໜັງ ບໍ່​ສາ​ມາດ​ເຮັດ​ໃຫ້​ພຣະ​ເຈົ້າ​ພໍ​ພຣະ​ໄທ.

ປຈສດ ໂຣມ 8:29–30. ປຽບ​ທຽບ​ໃສ່​ກັບ ໂຣມ 8:29–30

ພຣະ​ເຢຊູ​ຄຣິດ​ເຮັດ​ໃຫ້​ຄົນ​ຊອບ​ທຳ​ບໍ​ລິ​ສຸດ ໃນ​ການ​ຕຽມ​ສຳ​ລັບ​ຄວາມ​ລອດ​ຂອງ​ພວກ​ເຂົາ.

29 ດ້ວຍ​ວ່າ ບຸກ​ຄົນທີ່​ພຣະ​ອົງ​ສັງ​ເກດ​ຮູ້​ລ່ວງ​ໜ້າ, ພຣະ​ອົງ​ກໍ​ໄດ້​ກຳ​ນົດ​ໄວ້​ກ່ອນ ເພື່ອ​ໃຫ້ເຂົາເປັນ​ຕາມ​ແບບ​ລັກ​ສະ​ນະຂອງ​ພຣະ​ອົງ​ເອງ, ເພື່ອ​ພຣະ​ອົງ​ຈະ​ໄດ້​ເປັນ​ບຸດ​ກົກ​ໃນ​ທ່າມ​ກາງ​ພວກ​ນ້ອງ​ຫລາຍ​ຄົນ.

30 ຍິ່ງ​ໄປ​ກວ່າ​ນັ້ນ, ບຸກ​ຄົນ​ໃດ​ທີ່​ພຣະ​ອົງ​ໄດ້​ກຳ​ນົດ​ໄວ້​ລ່ວງ​ໜ້າ, ບຸກ​ຄົນ​ນັ້ນພຣະ​ອົງ​ໄດ້​ເອີ້ນ, ບຸກ​ຄົນ​ນັ້ນພຣະ​ອົງ​ໄດ້ເຮັດ​ໃຫ້​ບໍ​ລິ​ສຸດນຳ​ອີກ; ແລະ ບຸກ​ຄົນ​ໃດ​ທີ່​ພຣະ​ອົງ​ໄດ້ເຮັດ​ໃຫ້​ບໍ​ລິ​ສຸດ, ພຣະ​ອົງ​ກໍ​ໄດ້​ມອບ​ສະຫງ່າ​ລາສີ​ໃຫ້ບຸກ​ຄົນນັ້ນ​ເໝືອນ​ກັນ.

ພິມ