ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ໂຣມ 4


ປຈສ, ໂຣມ 4:2–5. ປຽບ​ທຽບ​ໃສ່​ກັບ ໂຣມ 4:2–5

ມະນຸດ​ສາ​ມາດ​ລອດ​ໄດ້​ພຽງ​ແຕ່​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ບໍ່​ແມ່ນ​ໂດຍ​ການ​ປະ​ຕິ​ບັດ​ທີ່​ກ່ຽວ​ພັນ​ກັບ​ການ​ຮັກ​ສາ​ກົດ​ຂອງ​ໂມເຊ.

2 ເພາະ​ຖ້າ​ຫາກ​ອັບ​ຮາ​ຮາມ​ເປັນ​ຜູ້​ຊອບ​ທຳ​ໂດຍ​ກົດ​ແຫ່ງ​ການ​ປະ​ຕິ​ບັດ, ແລ້ວ​ເພິ່ນ​ກໍມີ​ທາງ​ທີ່​ອວດ​ອ້າງ​ໄດ້; ແຕ່​ບໍ່​ແມ່ນຕໍ່​ພຣະ​ພັກ​ຂອງພຣະ​ເຈົ້າ.

3 ເພາະ ພຣະ​ຄຳ​ພີ​ມີ​ຂຽນ​ໄວ້​ຢ່າງ​ໃດ? ອັບ​ຣາ​ຮາມ​ໄດ້​ເຊື່ອ​ພຣະ​ເຈົ້າ, ແລະ ຍ້ອນ​ຄວາມ​ເຊື່ອ​ນັ້ນ ພຣະ​ເຈົ້າ​ຈຶ່ງ​ຖື​ວ່າ ເພິ່ນ​ເປັນ​ຄົນ​ຊອບ​ທຳ.

4 ສ່ວນ​ຄົນທີ່​ເປັນ​ຜູ້​ຊອບ​ທຳ ໂດຍ​ກົດ​ແຫ່ງ​ການ​ປະ​ຕິ​ບັດ, ກໍ​ບໍ່​ຖື​ວ່າ​ຄ່າ​ຈ້າງ​ທີ່​ຕົນ​ໄດ້​ຮັບ​ນັ້ນ​ເປັນ​ບຳ​ເໜັດ, ແຕ່​ຖື​ວ່າ​ເປັນ​ຄ່າ​ແຮງ​ງານ​ທີ່​ຕົນ​ໄດ້​ເຮັດ.

5 ແຕ່​ຄົນ​ທີ່ບໍ່​ໄດ້​ສະແຫວງ​ຫາ​ຄວາມ​ຊອບ​ທຳ​ໂດຍ​ກົດ​ແຫ່ງ​ການ​ປະ​ຕິ​ບັດ, ແຕ່​ໄດ້​ເຊື່ອ​ໃນ​ພຣະ​ອົງ ຜູ້​ໂຜດຄົນ​ບາບໃຫ້​ເປັນ​ຄົນ​ຊອບ​ທຳ, ສັດທາ​ຂອງ​ຄົນ​ນັ້ນ ກໍ​ຖື​ໄດ້​ວ່າ​ເປັນ​ຄົນ​ຊອບ​ທຳ.

ປຈສ, ໂຣມ 4:16. ປຽບ​ທຽບ​ໃສ່​ກັບ ໂຣມ 4:16

ທັງ​ສັດທາ ແລະ ວຽກ​ງານ, ຜ່ານ​ພຣະ​ຄຸນ, ແມ່ນ​ຈຳ​ເປັນ​ສຳ​ລັບ​ຄວາມ​ລອດ.

16 ສະນັ້ນ ເຈົ້າ​ກໍ​ຖືກ​ຕ້ອງດ້ວຍ​ສັດທາ ແລະ ວຽກ​ງານ, ຜ່ານພຣະ​ຄຸນ, ຈົນ​ເຖິງ​ທີ່​ສຸດ ເພື່ອ​ວ່າ​ຄຳ​ສັນ​ຍາ ຈະ​ເປັນ​ທີ່​ແນ່​ນອນ​ແກ່​ຜູ້​ສືບ​ເຊື້ອ​ສາຍ​ທັງ​ໝົດ; ແລະ ບໍ່​ແມ່ນ​ແກ່ຜູ້ທີ່​ຖື​ກົດພວກດຽວ​ເທົ່າ​ນັ້ນ, ແຕ່​ແກ່​ຜູ້​ທີ່​ມີ​ສັດທາ​ຢ່າງ​ດຽວ​ກັນ​ກັບ​ອັບ​ຣາ​ຮາມ​ນຳ​ອີກ; ຜູ້​ຊຶ່ງ​ເປັນ​ບິດາ​ຂອງ​ພວກ​ເຮົາ​ທັງ​ໝົດ,

ພິມ