ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ໂຢຮັນ 4


ປຈສ, ໂຢຮັນ 4:1–4. ປຽບ​ທຽບ​ໃສ່​ກັບ ໂຢຮັນ 4:1–2

ພວກ​ຟາຣີຊາຍ​ພະ​ຍາ​ຍາມ​ຂ້າ​ພຣະ​ເຢຊູ. ພຣະ​ອົງ​ໃຫ້​ບັບຕິ​ສະມາ​ຈຳນວນ​ໜຶ່ງ, ແຕ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃຫ້​ບັບຕິ​ສະມາ​ຫລາຍ​ກວ່າ.

1 ສະນັ້ນ ເມື່ອ​ພວກ​ຟາຣີຊາຍ​ໄດ້​ຍິນ​ວ່າ ພຣະ​ເຢຊູ​ໄດ້​ໃຫ້​ບັບຕິ​ສະມາ​ຫລາຍ​ກວ່າ​ໂຢຮັນ,

2 ພວກ​ເຂົາ​ກໍ​ຍິ່ງ​ພະ​ຍາ​ຍາມ​ຫລາຍ​ຂຶ້ນ​ດ້ວຍ​ການ​ຊອກ​ຫາ​ວິ​ທີ​ທີ່​ຈະ​ຂ້າ​ພຣະ​ອົງ​ເສຍ; ເພາະ​ຫລາຍ​ຄົນ​ໄດ້​ຍອມ​ຮັບ​ໂຢຮັນ​ວ່າ​ເປັນ​ສາດ​ສະ​ດາ, ແຕ່​ພວກ​ເຂົາ​ບໍ່​ເຊື່ອ​ໃນ​ພຣະ​ເຢຊູ​ເລີຍ.

3 ບັດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ເຖິງ​ເລື່ອງ​ນີ້, ເຖິງ​ແມ່ນ​ວ່າຕົວພຣະ​ອົງ​ເອງ​ບໍ່​ເຄີຍ​ໄດ້​ໃຫ້​ບັບຕິ​ສະມາຫລາຍເທົ່າ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ;

4 ເພາະ​ພຣະ​ອົງ​ຍອມ​ໃຫ້​ເຂົາ​ເຈົ້າ​ເຮັດ​ເຊັ່ນ​ນີ້ ເພື່ອ​ເປັນ​ແບບ​ຢ່າງ, ເພື່ອ​ເປັນ​ກຽດ​ແກ່​ກັນ​ແລະ​ກັນ.

ປຈສ, ໂຢຮັນ 4:26. ປຽບ​ທຽບ​ໃສ່​ກັບ ໂຢຮັນ 4:24

ພຣະ​ເຈົ້າ​ສັນ​ຍາ​ວ່າ​ຈະ​ມອບ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ໃຫ້​ຜູ້​ທີ່​ເຊື່ອ​ຢ່າງ​ແທ້​ຈິງ.

26 ເພາະ​ແກ່​ຄົນ​ເຊັ່ນ​ນັ້ນ ພຣະ​ເຈົ້າໄດ້​ສັນ​ຍາວ່າ​ຈະ​ມອບ​ພຣະ​ວິນ​ຍານຂອງ​ພຣະ​ອົງໃຫ້. ແລະ ພວກ​ເຂົາຜູ້ທີ່​ນະມັດ​ສະການ​ພຣະ​ອົງ, ຈະ​ຕ້ອງ​ນະມັດ​ສະການ​ດ້ວຍ​ວິນ​ຍານ ແລະ ດ້ວຍ​ຄວາມ​ຈິງ.

ພິມ