ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ໂຢຮັນ 13


ປຈສ, ໂຢຮັນ 13:8–10. ປຽບ​ທຽບ​ໃສ່​ກັບ ໂຢຮັນ 13:8–10

ພຣະ​ເຢຊູ​ລ້າງ​ຕີນ​ຂອງ​ອັກຄະ​ສາວົກ ເພື່ອ​ເຮັດ​ໃຫ້​ກົດ​ຂອງ​ຊາວ​ຢິວ​ສຳ​ເລັດ​ຄົບ​ຖ້ວນ.

8 ເປໂຕ​ໄດ້​ກ່າວ​ກັບ​ພຣະ​ອົງ​ວ່າ ພຣະ​ອົງບໍ່​ຈຳ​ເປັນ​ຕ້ອງລ້າງ​ຕີນ​ຂ້າ​ນ້ອຍ​ດອກ. ພຣະ​ເຢຊູ​ໄດ້​ຕອບ​ລາວ​ວ່າ, ຖ້າ​ເຮົາ​ບໍ່​ລ້າງ​ຕີນ​ເຈົ້າ, ເຈົ້າ​ກໍ​ບໍ່​ໄດ້​ມີ​ສ່ວນ​ໃນ​ເຮົາ.

9 ຊີໂມນ​ເປໂຕ​ໄດ້​ກ່າວ​ກັບ​ພຣະ​ອົງ​ວ່າ, ພຣະ​ອົງ​ເຈົ້າ​ເອີຍ, ບໍ​ແມ່ນ​ແຕ່​ຕີນ​ເທົ່າ​ນັ້ນ, ແຕ່​ຈົ່ງ​ລ້າງ​ມື ແລະ ຫົວ​ຂອງ​ຂ້າ​ນ້ອຍ​ນຳ​ດ້ວຍ.

10 ພຣະ​ເຢຊູ​ໄດ້​ກ່າວ​ກັບ​ລາວ​ວ່າ ຜູ້​ທີ່ໄດ້ລ້າງມື ແລະ ຫົວ​ຂອງ​ຕົນແລ້ວ ກໍ​ສະອາດ​ທັງ​ໝົດ ມີ​ແຕ່​ຈຳ​ເປັນ​ຕ້ອງ​ລ້າງ​ແຕ່​ຕີນ​ເທົ່າ​ນັ້ນ; ແລະ ພວກ​ເຈົ້າ​ກໍ​ເປັນ​ຄົນ​ສະອາດ​ແລ້ວ, ແຕ່​ບໍ່​ແມ່ນ​ໝົດ​ທຸກ​ຄົນ. ບັດ​ນີ້ ມັນ​ເປັນ​ປະ​ເພ​ນີ​ຂອງ​ຊາວ​ຢິວ ພາຍ​ໃຕ້​ກົດ​ຂອງ​ພວກ​ເຂົາ; ດັ່ງ​ນັ້ນ, ພຣະ​ເຢຊູ​ຈຶ່ງ​ໄດ້​ເຮັດ​ສິ່ງ​ນີ້ ເພື່ອ​ເຮັດ​ໃຫ້​ກົດ​ສຳ​ເລັດ​ຄົບ​ຖ້ວນ.

ພິມ