ປຈສ, ມັດທາຍ 16:25–29. ປຽບທຽບໃສ່ກັບ ມັດທາຍ 16:24–26
ພຣະເຢຊູອະທິບາຍຄວາມໝາຍຂອງການ “ແບກໄມ້ກາງແຂນຂອງຕົນ” ດັ່ງນີ້: ຄືທີ່ຈະປະຕິເສດຕົນເອງຈາກຄວາມບໍ່ເປັນເໝືອນພຣະເຈົ້າ ແລະ ຄວາມໄຄ່ທັງໝົດຂອງໂລກ ແລະ ທີ່ຈະຮັກສາພຣະບັນຍັດຂອງພຣະອົງ.
25 ຈາກນັ້ນພຣະເຢຊູໄດ້ກ່າວກັບສານຸສິດຂອງພຣະອົງວ່າ ຖ້າຜູ້ໃດຢາກຕາມເຮົາມາ, ໃຫ້ຜູ້ນັ້ນປະຕິເສດຕົນເອງ, ແລະ ຮັບແບກໄມ້ກາງແຂນຂອງຕົນ ແລ້ວຕິດຕາມເຮົາມາ.
26 ແລະ ບັດນີ້ໃນການທີ່ມະນຸດຈະຮັບແບກໄມ້ກາງແຂນຂອງຕົນເອງນັ້ນ, ໝາຍເຖິງການປະຕິເສດຕົນເອງຈາກຄວາມບໍ່ເປັນເໝືອນພຣະເຈົ້າ, ແລະ ຄວາມໄຄ່ທັງໝົດຂອງໂລກ, ແລະ ຮັກສາບັນຍັດຂອງເຮົາ.
27 ຈົ່ງຢ່າລະເມີດບັນຍັດຂອງເຮົາ ເພື່ອຈະຮັກສາຊີວິດຂອງຕົນ; ເພາະຜູ້ໃດຢາກຮັກສາຊີວິດຂອງຕົນໄວ້ໃຫ້ລອດໃນໂລກນີ້, ຜູ້ນັ້ນຈະເສຍຊີວິດ ໃນໂລກໜ້າ.
28 ແລະ ຜູ້ໃດທີ່ຈະເສຍຊີວິດຂອງຕົນໃນໂລກນີ້, ເພື່ອເຫັນແກ່ເຮົາ, ຜູ້ນັ້ນຈະໄດ້ພົບຊີວິດ ໃນໂລກໜ້າ.
29 ສະນັ້ນ, ຈົ່ງປະຖິ້ມໂລກນີ້, ແລະ ຮັກສາຈິດວິນຍານຂອງເຈົ້າໄວ້; ເພາະຖ້າຄົນໃດຄົນໜຶ່ງຈະໄດ້ຊັບສົມບັດ, ຖ້າຫາກເຂົາຈະໄດ້ໝົດທັງໂລກ, ແຕ່ຕ້ອງເສຍຈິດວິນຍານຂອງຕົນ ຄົນນັ້ນຈະໄດ້ປະໂຫຍດອັນໃດ? ຫລື ຄົນນັ້ນຈະເອົາສິ່ງໃດມາແລກເອົາຈິດວິນຍານຂອງຕົນຄືນໄດ້?