ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ມັດທາຍ 21


ປຈສ, ມັດທາຍ 21:33. ປຽບ​ທຽບ​ໃສ່​ກັບ ມັດທາຍ 21:32–33

ມະນຸດ​ຕ້ອງ​ກັບ​ໃຈ​ກ່ອນ​ທີ່​ເຂົາ​ຈະ​ສາ​ມາດ​ເຊື່ອ​ໃນ​ພຣະ​ຄຣິດ.

33 ເພາະ​ຄົນ​ທີ່​ບໍ່​ໄດ້​ເຊື່ອ​ໂຢຮັນ​ກ່ຽວ​ກັບ​ເຮົາ, ຈະ​ເຊື່ອ​ເຮົາ​ບໍ່​ໄດ້, ເວັ້ນ​ເສຍ​ແຕ່​ເຂົາ​ຈະ​ກັບ​ໃຈ​ເສຍ​ກ່ອນ.

ປຈສ, ມັດທາຍ 21:47–56. ປຽບ​ທຽບ​ໃສ່​ກັບ ມັດທາຍ 21:45–46

ພຣະ​ເຢຊູ​ປະ​ກາດ​ວ່າ ພຣະ​ອົງ​ເປັນ​ຫີນ​ເສົາ​ເອກ. ພຣະ​ກິດ​ຕິ​ຄຸນ​ຖືກ​ມອບ​ໃຫ້​ຊາວ​ຢິວ ແລະ ຈາກ​ນັ້ນ​ໃຫ້​ຄົນ​ຕ່າງ​ຊາດ. ຄົນ​ຊົ່ວ​ຈະ​ຖືກ​ທຳ​ລາຍ ເວລາ​ພຣະ​ເຢຊູ​ສະ​ເດັດ​ກັບ​ມາ.

47 ແລະ ເມື່ອ​ຫົວ​ໜ້າ​ປະ​ໂລ​ຫິດ ແລະ ພວກ​ຟາຣີຊາຍ ໄດ້​ຍິນ​ຄຳ​ອຸປະມາ​ຂອງ​ພຣະ​ອົງ, ພວກ​ເຂົາ​ກໍ​ຮູ້​ໄດ້​ວ່າ ພຣະ​ອົງ​ເວົ້າ​ເຖິງ​ພວກ​ເຂົາ.

48 ແລະ ພວກ​ເຂົາ​ໄດ້​ກ່າວ​ໃນ​ທ່າມ​ກາງ​ພວກ​ເຂົາ​ເອງ​ວ່າ ຊາຍ​ຄົນ​ນີ້​ຄິດ​ວ່າ ເຂົາ​ຄົນ​ດຽວ​ຈະ​ສາ​ມາດ​ທຳ​ລາຍ​ອາ​ນາ​ຈັກ​ອັນ​ຍິ່ງ​ໃຫຍ່​ນີ້​ໄດ້​ບໍ? ແລະ ພວກ​ເຂົາ​ໄດ້​ໃຈ​ຮ້າຍ​ໃຫ້​ພຣະ​ອົງ.

49 ແຕ່​ເມື່ອ​ພວກ​ເຂົາ​ພະ​ຍາ​ຍາມ​ຈັບ​ພຣະ​ອົງ, ພວກ​ເຂົາ​ຢ້ານ​ປະ​ຊາ​ຊົນ, ເພາະ​ພວກ​ເຂົາຮູ້​ວ່າ ປະ​ຊາ​ຊົນຖື​ວ່າ​ພຣະ​ອົງ​ເປັນ​ສາດ​ສະ​ດາ​ຂອງ​ພວກ​ເຂົາ.

50 ແລະ ບັດ​ນີ້ ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໄດ້​ມາ​ຫາ​ພຣະ​ອົງ, ແລະ ພຣະ​ເຢຊູ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ, ພວກ​ເຈົ້າ​ປະ​ຫລາດ​ໃຈ​ບໍ​ກັບ​ຄຳ​ອຸປະມາ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກ​ເຈົ້າ?

51 ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ຄື ຫີນ, ແລະ ຄົນ​ຊົ່ວ​ເຫລົ່າ​ນັ້ນ​ປະ​ຕິ​ເສດ​ເຮົາ.

52 ເຮົາ​ຄື​ຫີນ​ຂອງ​ເສົາ​ເອກ. ຊາວ​ຢິວ​ເຫລົ່າ​ນີ້​ຈະ​ໂຈມ​ຕີ​ເຮົາ, ແລະ ຈະ​ແຕກ​ຜ່າຍ​ໄປ.

53 ແລະ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຈະ​ຖືກ​ເອົາ​ໄປ​ຈາກ​ພວກ​ເຂົາ, ແລະ ຈະ​ຖືກ​ມອບ​ໃຫ້​ປະ​ຊາ​ຊາດ​ໜຶ່ງ ທີ່​ນຳ​ຜົນ​ຂອງ​ມັນ​ອອກ​ມາ; (ໝາຍ​ເຖິງ ຄົນ​ຕ່າງ​ຊາດ.)

54 ດັ່ງ​ນັ້ນ, ຜູ້​ໃດ​ກໍ​ຕາມ​ທີ່​ຖືກ​ຫີນ​ກ້ອນ​ນີ້​ລົ້ມ​ທັບ, ມັນ​ຈະ​ບົດ​ເຂົາ​ໃຫ້​ລະ​ອຽດ​ດັ່ງ​ແປ້ງ.

55 ແລະ ສະນັ້ນ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ສວນ​ອະງຸ່ນ​ສະ​ເດັດ​ມາ, ພຣະ​ອົງ​ຈະ​ທຳ​ລາຍ​ຄົນ​ຊົ່ວ​ທີ່​ເສົ້າ​ສະ​ຫລົດ​ໃຈ​ເຫລົ່າ​ນັ້ນ, ແລະ ຈະ​ຍົກ​ສວນ​ອະງຸ່ນ​ຂອງ​ພຣະ​ອົງ​ໃຫ້​ຜູ້​ເຊົ່າ​ສວນ​ຄົນ​ໃໝ່, ແມ່ນ​ແຕ່​ໃນ​ຍຸກ​ສຸດ​ທ້າຍ, ຜູ້​ຈະ​ນຳ​ຜົນ​ຕາມ​ລະ​ດູ​ການ​ຂອງ​ມັນ​ມາ​ຖວາຍ​ແດ່​ພຣະ​ອົງ.

56 ແລະ ຈາກ​ນັ້ນ ພວກ​ເຂົາ​ຈຶ່ງ​ເຂົ້າ​ໃຈ​ຄຳ​ອຸປະມາ​ທີ່​ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ, ວ່າ​ຄົນ​ຕ່າງ​ຊາດ​ຈະ​ຖືກ​ທຳ​ລາຍ​ຄື​ກັນ, ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ​ຈາກ​ສະຫວັນ ເພື່ອ​ປົກ​ຄອງ​ສວນ​ອະງຸ່ນ​ຂອງ​ພຣະ​ອົງ, ຊຶ່ງ​ເປັນ​ແຜ່ນ​ດິນ​ໂລກ ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ.

ພິມ