ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ພຣະ​ນິມິດ 1


ປຈສ, ພຣະ​ນິມິດ 1:1–8. ປຽບ​ທຽບ​ໃສ່​ກັບ ພຣະ​ນິມິດ 1:1–8

ອັກຄະ​ສາວົກ​ໂຢຮັນ​ໄດ້​ຮັບ​ການ​ທຳ​ນາຍ​ໃນ​ໜັງ​ສື​ພຣະ​ນິມິດ. ພຣະ​ເຢຊູ​ຄຣິດ ແລະ ທູດ​ອົງ​ໜຶ່ງ ໄດ້​ມາ​ຢ້ຽມ​ຢາມ​ເພິ່ນ.

1 ພຣະ​ນິມິດ​ຂອງໂຢຮັນ, ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ, ຊຶ່ງ​ພຣະ​ເຢຊູ​ຄຣິດ​ໄດ້​ປະທານໃຫ້​ແກ່​ເພິ່ນ, ເພື່ອ​ສະແດງ​ໃຫ້​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ບໍ່​ຊ້າ​ນັ້ນ, ຊຶ່ງພຣະ​ອົງ​ໄດ້​ສົ່ງ​ທູດ​ຂອງ​ພຣະ​ອົງ​ໄປ​ສະແດງ​ໝາຍ​ສຳ​ຄັນ​ແກ່​ໂຢຮັນ,

2 ຜູ້ໄດ້​ເປັນ​ພະຍານເຖິງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ ກ່ຽວ​ກັບ​ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ​ຄຣິດ, ແລະ ກ່ຽວ​ກັບ​ທຸກ​ສິ່ງ​ທັງ​ປວງ​ທີ່​ເພິ່ນ​ໄດ້​ເຫັນ.

3 ຜູ້​ທີ່ໄດ້​ອ່ານ​ກໍ​ເປັນ​ສຸກ​ແລ້ວ, ແລະ ຜູ້​ທີ່​ໄດ້​ຍິນ ແລະ ເຂົ້າ​ໃຈຖ້ອຍ​ຄຳ​ແຫ່ງ​ຄຳ​ທຳ​ນາຍ​ນີ້, ແລະ ປະ​ຕິ​ບັດ​ຕາມ​ຂໍ້​ຄວາມ​ທີ່​ມີ​ຂຽນ​ໄວ້, ເພາະ​ເວລາແຫ່ງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ໃກ້​ເຂົ້າ​ມາ​ແລ້ວ.

4 ບັດ​ນີ້ ນີ້​ແມ່ນ​ປະຈັກ​ພະຍານ​ຂອງໂຢຮັນ​ຕໍ່ຜູ້​ຮັບ​ໃຊ້​ເຈັດ​ຄົນ ທີ່​ດູ​ແລສາດ​ສະ​ໜາ​ຈັກ​ທັງ​ເຈັດ​ຢູ່​ໃນ​ແຂວງ​ເອເຊຍ. ຂໍ​ໃຫ້​ພຣະ​ຄຸນ​ມາ​ສູ່​ທ່ານ, ແລະ ສັນ​ຕິ​ສຸກ​ຈາກ​ພຣະ​ອົງຜູ້ດຳ​ລົງ​ຢູ່, ແລະ ຜູ້ດຳ​ລົງ​ຢູ່​ມາ​ແລ້ວ, ແລະ ຜູ້ຈະ​ສະ​ເດັດ​ມາ; ຜູ້​ໄດ້​ສົ່ງ​ທູດ​ຂອງ​ພຣະ​ອົງ​ມາ​ຈາກພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ, ເພື່ອ​ເປັນ​ພະຍານ​ແກ່​ຜູ້​ຮັບ​ໃຊ້​ເຈັດ​ຄົນ​ເຫລົ່າ​ນັ້ນ ທີ່​ດູ​ແລ​ສາດ​ສະ​ໜາ​ຈັກ​ທັງ​ເຈັດ.

5 ສະນັ້ນ, ເຮົາ, ໂຢຮັນ, ພະຍານ​ທີ່​ຊື່​ສັດ, ຈຶ່ງ​ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ໄດ້​ທູດ​ໄດ້​ນຳ​ມາ​ໃຫ້​ເຮົາ, ແລະ ຈາກ​ພຣະ​ເຢຊູ​ຄຣິດ ຊຶ່ງ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ, ກັບ​ທັງຄອບ​ຄອງກະສັດ​ທັງ​ຫລາຍ​ໃນ​ໂລກ.

6 ແລະ ຕໍ່​ພຣະ​ອົງ​ທີ່​ຮັກ​ເຮົາ, ພຣະ​ກຽດຈົ່ງ​ມີ​ແດ່​ພຣະ​ອົງ; ຜູ້ໄດ້​ຊຳລະ​ລ້າງ​ເຮົາ​ຈາກ​ການ​ຜິດ​ບາບ ດ້ວຍ​ໂລ​ຫິດ​ຂອງ​ພຣະ​ອົງ​ເອງ, ແລະ ໄດ້​ຕັ້ງ​ເຮົາ​ທັງ​ຫລາຍ ໄວ້​ໃຫ້​ເປັນ​ອາ​ນາ​ຈັກ ແລະ ເປັນ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ, ພຣະ​ບິດາ​ຂອງ​ພຣະ​ອົງ. ພຣະ​ກຽດ ແລະ ລິດທາ​ນຸພາບ ຈົ່ງ​ມີ​ແດ່​ພຣະ​ອົງ​ສືບໆ​ໄປ​ເປັນ​ນິດ. ອາແມນ.

7 ເພາະຈົ່ງ​ເບິ່ງ, ພຣະ​ອົງ​ຈະ​ສະ​ເດັດ​ມາໃນກ້ອນ​ເມກ ພ້ອມ​ດ້ວຍ​ໄພ່​ພົນ​ຂອງ​ພຣະ​ອົງ ຫລາຍ​ໜຶ່ງ​ໝື່ນ​ຄົນ ທີ່​ຢູ່​ໃນ​ອາ​ນາ​ຈັກ, ຮຸ່ງ​ເຫລື້ອມ​ດ້ວຍ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ບິດາ​ຂອງ​ພຣະ​ອົງ. ແລະ ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະ​ອົງ; ແລະ ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ແທງ​ພຣະ​ອົງ, ແລະ ມະນຸດ​ທຸກ​ຊາດ​ທົ່ວ​ໂລກ​ຈະ​ຮ້ອງ​ໄຫ້​ຮ່ຳໄຮ​ເພາະ​ພຣະ​ອົງ. ຈະ​ເປັນ​ໄປ​ຢ່າງ​ນັ້ນ, ອາແມນ.

8 ເພາະ​ພຣະ​ອົງ​ໄດ້​ກ່າວ​ວ່າ, ເຮົາ​ຄື​ອາລະ​ຟາ ແລະ ໂອ​ເມຄາ, ເປັນ​ຕົ້ນ ແລະ ທີ່​ສຸດ, ເປັນ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້ດຳ​ລົງ​ຢູ່​ໃນ​ປະ​ຈຸ​ບັນ, ແລະ ຜູ້ດຳ​ລົງ​ຢູ່​ໃນ​ອະດີດ, ແລະ ຜູ້ຈະ​ສະ​ເດັດ​ມາ​ໃນ​ອະ​ນາ​ຄົດ, ຜູ້​ຊົງ​ລິດ​ທາ​ນຸ​ພາບ​ສູງ​ສຸດ.

ພິມ