ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ພຣະລັດສະໝີ​ຈົ່ງ​​ມີແກ່ພຣະ​ເຈົ້າ


ພຣະລັດສະໝີ​ຈົ່ງ​​ມີແກ່ພຣະ​ເຈົ້າ

ສຸກ​ສັນ​ວັນ​ຄຣິດສະມັດ,​ ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ຝ່າຍ​ປະທານ​ສູງ​ສຸດສຳລັບ​ໂອກາດ​ທີ່​ໄດ້​ມາ​ແບ່ງປັນ​ຄວາມ​ຮູ້ສຶກ​ຂອງ​ຂ້າພະ​ເຈົ້າກ່ຽວ​ກັບ​ເທດສະການ​ບຸນຄຣິດສະມັດ​ທີ່​ສັກສິດ ​ແລະ ການ​ກຳ​ເນີ​ດຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ, ພຣະ​ເຢຊູ​ຄຣິດ.

ຂ້າພະ​ເຈົ້າບໍ່​ເຄີຍ​​​ເບື່ອ​ຟັງຂ່າວສານ​ຂອງ​ບຸນຄຣິດສະມັດ​ຈັກ​ເທື່ອທີ່​ເລີ່​ມຕົ້ນດ້ວຍ​ການ​ກຳ​ເນີ​ດຂອງ​ກຸມມານ​ນ້ອຍ​ເຢຊູ ​ໃນ​ເມືອງ​ເບັດ​ເລ​ເຮັມ ​ແຂວງ​ຢູດາ.

ເອຊາ​ຢາ​ໄດ້​ກ່າວ​ລ່ວງ​ໜ້າ 700 ປີ​ ກ່ຽວ​ກັບ​ເລື່ອງ​ນີ້​ວ່າ: “ຈົ່ງ​ເບິ່ງ, ຍິງ​ສາວ​ຜູ້​ໜຶ່ງ​ຈະ​ຖືພາ ​ແລະ ຈະ​ອອກລູກ​ເປັນ​ຜູ້​ຊາຍ ​ແລະ ຈະ​ມີ​ຊື່ວ່າ ​ເອມາ​ນູ​ເອນ.”1

ກະສັດ​​​ເບັນ​ຢາ​ມິນ​ໄດ້​ທຳນາຍ​ວ່າ, “ແລະ ພຣະ​ອົງ​ຈະ​ໄ​ດ້ຮັບ​ພຣະ​ນາມ​ວ່າ ພຣະ​ເຢຊູຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ພຣະ​ບິດາ​ແຫ່ງ​ສະຫວັນ ແລະ ແຜ່ນດິນ​ໂລກ, ພຣະຜູ້​ສ້າງ​ທຸກ​ສິ່ງ​ນັບ​ຕັ້ງ​ແຕ່​ຕົ້ນມາ; ແລະ ມານດາຂອງ​ພຣະ​ອົງ​ຈະ​ມີ​ຊື່ວ່າ ມາຣີ.”2

ສາດສະດາ​ນີ​ໄຟ​​ໄດ້​ຍິນ​ສຽງ​ກ່າວ​ວ່າ, “ໃນ​ມື້​ອື່ນ​ເຊົ້ານີ້ ເຮົາ​ຈະ​ເຂົ້າມາ​ໃນ​ໂລກ​ນີ້.”3

ມື້​ຕໍ່​ມາ, ຢູ່​ຟາກ​ທະ​​ເລ​ອີກ​ກ້ຳໜຶ່ງ, ກຸມມານ​ນ້ອຍ​ເຢຊູ​ໄດ້​ກຳ​ເນີດ. ນາງ​ມາຣີມານ​ດາ​ຂອງ​ພຣະອົງ ຄົງ​ປະຫລາດ​ໃຈ​ຫລາຍ ​ໃນ​ຂະນະ​ທີ່​ນາງ​ຫລຽວ​ເບິ່ງ​ລູກ​ຊາຍ​ນ້ອຍທີ່​ຫາ​ກໍ​ເກີດ​​ຂອງ​ນາງ, ຜູ້​ຊຶ່ງ​ເປັນພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ​ໃນ​ເນື້ອ​ໜັງ.

ຢູ່​ເທິງ​ຄ້ອຍພູຢູດາ​ອ້ອມ​ຮອບ​ເມືອງ​ເບັດ​ເລ​ເຮັມ, ລູກາ​ໄດ້​ບອກ​ເຮົາ​ເຖິງ​ຄົນ​ລ້ຽງ​ແກະ ຜູ້​ຢູ່​ໃນ​ທົ່ງຂອງ​ເຂົາ​ເຈົ້າ.4 ເຂົາ​ເຈົ້າບໍ່​ໄດ້​ເປັນ​ຄົນ​ລ້ຽງ​ແກະ​ທຳ​ມະ​ດາ ​ແຕ່ “​ເປັນ​ຄົນ​ຊອບ​ທຳ ​ແລະ ບໍລິສຸດ” ຜູ້​ໄດ້​ເປັນ​ພະຍານ​ເຖິງ​ກຸມມານ​ນ້ອຍ​ເຢຊູ.5

“ມີ​ເທວະ​ດາ​ຕົນ​ໜຶ່ງ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ມາ​ປະກົດ​ແກ່​ພວກ​ເຂົາ ​ແລະ ລັດສະໝີ​ຂອງ​ພຣະຜູ້​ເປັນ​ເຈົ້າກໍ​ສ່ອງ​ແຈ້ງ​ອ້ອມ​ຮອບ​ພວກ​ເຂົາ: ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ຕົກ​ໃຈ​ຢ້ານ​ຫລາຍ.

“​​ແຕ່​​ເທ​ວະດາ​ຕົນ​ໜຶ່ງ​ໄດ້​ກ່າວ​ແກ່​ພວກ​ເຂົາ​ວ່າ ຢ່າ​ຢ້ານ​ເລີຍ: ເຮົາ​ນຳ​ຂ່າວ​ດີ​ມາບ​ອກ​ໃຫ້​ພວກ​ເຈົ້າຮູ້ ​ເປັນ​ຂ່າວ​ທີ່​ນຳ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່​ມາ​ໃຫ້​ປະຊາຊົນ​ທັງ​ໝົດ.

ຄື​ວັນ​ນີ້​ຢູ່​ໃນ​ເມືອງ​ຂອງ​ດາ​ວິດ ອົງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ອົງ​ໜຶ່ງ​ໄດ້​ເກີດ​ມາ​ສຳລັບ​ພວກ​ເຈົ້າ,​​ ​ແມ່ນ​ພຣະຄຣິດ. …

“​ໃນ​ທັນ​ໃດ​ນັ້ນ ກໍ​ມີ​ກອງທັບ​ແຫ່ງ​ສະຫວັນ​ໝູ່​ໃຫຍ່​ມາ​ປະກົດ​ກັບ​ເທ​ວະ​ດາ​ຕົນ​ນັ້ນຮ່ວມ​ກັນ​ຮ້ອງ​ສັນລະ​ເສີນ​ພຣະ​ເຈົ້າວ່າ,

“ພຣະລັດສະໝີຈົ່ງ​ມີ​ແກ່​ພຣະ​ເຈົ້າ ​ໃນ​ສະຫວັນ​ທີ່​ສູງ​ສຸດ,​​ແລະ ທີ່​ແຜ່ນດິນ​ໂລກ​ຈົ່ງ​ມີ​ສັນຕິ​ສຸກ ​ແກ່​ມະນຸດ​ທັງ​ປວງ​.”6

ໃຫ້​ວາດ​ພາບ​​​ເບິ່ງ​​ເຫດການໃນ​ຢູດາ. ທ້ອງຟ້າ​ມີ​ດາວ​ດວງ​ໃໝ່​ປະກົດ​ຂຶ້ນ ​ແລະ ສຽງ​ຂອງ​ເຫລົ່າ​ທູດຮ້ອງ​ເພງ​ສັນລະ​ເສີນຈາກ​ສະຫວັນ ​ເປັນ​ເຫດການ​ທີ່​ໜ້າ​ອັດສະ​ຈັນ​ໃຈ. ​ແລ້ວຄົນ​ລ້ຽງ​ແກະຈຶ່ງ​ໄດ້ “ຮີບ​ໄປ”7 ເພື່ອ​ຈະ​ໄດ້​ເຫັນ​ກຸມມາ​ນ້ອຍ​ທີ່​ນອນ​ຢູ່​ຮາງ​ຫຍ້າ. ຈາກ​ນັ້ນ​ເຂົາ​ເຈົ້າ “​ໄດ້​ເລົ່າ​ເລື່ອງ”8 ທີ່​ເຂົາ​ເຈົ້າ​ໄດ້​ເຫັນ.

​ແຕ່ລະ​ປີ​​ໃນ​ຊ່ວງ​ບຸນຄຣິດສະມັດ ​ເຮົາ​ຕື່ມ​ປະຈັກ​ພະຍານ​ຂອງ​ເຮົາ​ໃສ່​ກັບ​ຄົນ​ລ້ຽງ​ແກະ, ວ່າ​ພຣະ​ເຢຊູ​ຄຣິດ ​ເປັນ​ພຣະບຸດ​ຂອງ​ພຣະ​ເຈົ້າທີ່​ຊົງ​ພຣະຊົນ​ຢູ່​ແທ້ໆ, ​ໄດ້​ມາສູ່​ສົ້ນໜຶ່ງ​ຂອງ​ໂລກ​ທີ່​ເຮົາ​ເອີ້ນ​ວ່າ​ແຜ່ນດິນ​ສັກສິດ.

ຄົນ​ລ້ຽງ​ແກະ​ໄດ້​ເຂົ້າ​ໄປ​ດ້ວຍ​ຄວາມ​ຄາລະວະ ​ເພື່ອ​ນະມັດສະການ​ຈອມ​ກະສັດ. ​ເຮົາ​ຈະ​ນະມັດສະການ​ພຣະອົງ​ດ້ວຍ​ວິທີ​ໃດ​ໃນ​ຊ່ວງ​ເວລາ​ນີ້? ​ໄປ​ຊອກ​ຊື້​ສິ່ງ​ຂອງ​ຢ່າງ​ບໍ່​ເຊົາ​ບໍ? ປະດັບ​ປະດາ ​ແລະ ​ຊົມ​ບ້ານ​ເຮືອນ​ຂອງ​ເຮົາ​ບໍ? ສິ່ງ​ນັ້ນຈະ​ເປັນ​ການ​ໃຫ້​ກຽດ​ແກ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ບໍ? ຫລື ​ເຮົາ​ຈະ​ນຳ​ຄວາມ​ສະຫງົບ​​ໄປ​ໃຫ້​ຫົວ​ໃຈ​ທີ່​ເຈັບ​ປວດ, ນຳ​ສັນຕິ​ສຸກ​ໄປ​ໃຫ້​ຄົນ​ທີ່​ຕ້ອງການອິດ​ທິພົນ​ຂອງ​ພຣະອົງ​, ມອບ​ລັດສະໝີ​ໃຫ້​ແກ່​ພຣະ​ເຈົ້າ​ດ້ວຍຄວາ​ມ​ເຕັມ​ໃຈ​ທີ່​ຈະ​ເຮັດ​ຕາມພຣະປະສົງ​ຂອງ​ພຣະອົງ​ບໍ? ພຣະ​ເຢຊູ​​​ໄດ້​ກ່າວ​ຄຳ​ທີ່​ລຽບ​ງ່າຍ​ວ່າ: “ຈົ່ງ​ຕາມ​ເຮົາ​ມາ.”9

ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຜ່ານ​ສາດສະດາ​ໂຈ​ເຊັບ ສະ​ມິດ, ​ຊຶ່ງມີ​ຜູ້​ຄົນ​ຕະຫລອດ​ທົ່ວ​ໂລກ​ນັບຖື. ຂ້າພະ​ເຈົ້າ​ໄດ້​ເຫັນ​ດ້ວຍ​ຕົນ​ເອງ ​ເຖິງ​ຄວາມ​ຈິງ​ໃຈ​ຂອງ​ຄົນ​ທີ່​ໄດ້ຮັບ​ເອົາ​ຖ້ອຍ​ຄຳ​ທີ່​ສັກສິດ​ຂອງພຣະອົງ ຈາກ​​ເກາະ​ໃນ​ທະ​ເລ ​ເຖິງ​ອະນາ​ເຂດ​ອັນ​ກວ້າງ​ໃຫຍ່​ຂອງຣັດ​ເຊຍ.

ບັນພະບຸລຸດ​ບາງ​ຄົນ​ຂອງ​ເຮົາ ​ໄດ້​ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ຜູ້​ທີ່​ໄດ້​ມາ​ເຕົ້າ​ໂຮມ​ກັນຢູ່​ສີ​ໂອນ. ຜູ້ຍິງ​ຄົນ​ໜຶ່ງຊື່ ​ແຮນ​ນາ ລັສທ໌ ​ໂຄ​ມາ​ບີ, ​ໄດ້​ມາຕັ້ງຖິ່ນ​ຖານ​ຢູ່​ເມືອງສະ​​ເປນ​ນິດຝອກ, ລັດຢູທາ. ​ໃນ​ຊ່ວງ​ເວລາ​ທີ່​ທຸກ​ຍາກ​ລຳບາກ​ນັ້ນ, ບາງ​ເທື່ອ​ເຂົາ​ເຈົ້າ​​ໄດ້​ຮັບ​ໝາ​ກກ້ຽງໜ່ວຍ​ໜຶ່ງ ຫລື ຂອງ​ຫລິ້ນ​ທີ່​ເຮັດ​ດ້ວຍ​ໄມ້​, ຫລື ​ໄດ້​ຕຸກກະຕາ​ເປັນ​ຂອງຂວັນ—​ແຕ່​ກໍ​ບໍ່​ແມ່ນ​ທຸກ​ເທື່ອ. ນາງ​ແຮນ​ນາ​ໄດ້​ຂຽນ​ກ່ຽວ​ກັບ​ວັນ​ທີ 25 ​ເດືອນ​ທັນ​ວາ,​ ປີ 1856 ດັ່ງ​ນີ້:

“ຄ່ຳ​ຄືນ​ກ່ອນ​ວັນ​ຄຣິດສະມັດ​ໄດ້​ມາ​ເຖິງ ​ແລະ ລູກໆ​ຂອງ​ຂ້າພະ​ເຈົ້າ, ດ້ວຍ​ສັດທາ​ຂອງ​ເດັກນ້ອຍ, ​ໄດ້​ພາກັນ​ຫ້ອຍ​ຖົງ​ໄວ້, ຢາກ​ຮູ້​ວ່າ​ເຂົາ​ເຈົ້າຈະ​ໄດ້​ຫຍັງ. ດ້ວຍ​ຫົວ​ໃຈ​ອັນ​ເຈັບ​ປວດ, ຊຶ່ງ​ຂ້າພະ​ເຈົ້າ​ບໍ່​ໄດ້​ໃຫ້​ພວກ​ເຂົາ​ເຫັນ, ຂ້າພະ​ເຈົ້າ​ໄດ້​ບອກ​ພວກ​ເຂົາ​ວ່າ ພວກ​ເຂົາ​ຈະ​ໄດ້​ຮັບ​ບາງ​ສິ່ງ; ​ແລະ ພວກ​ເຂົາ​ກໍ​ໄດ້ຫລັບ​ໄປ​ດ້ວຍ​ຄວາມ​ກະຕືລືລົ້ນສຳລັບ​ມື້​ເຊົ້າທີ່​ຈະ​ມາ​ເຖິງ.

“​ໂດຍ​ທີ່​ບໍ່​ມີນ້ຳຕານ​ຈັກ​ໜ້ອຍ​​ເລີຍ, ຂ້າພະ​ເຈົ້າບໍ່​ຮູ້​ວ່າ​ຈະ​ເຮັດ​ສິ່ງ​ໃດ. ​ແຕ່​ຂ້າພະ​ເຈົ້າບໍ່​ຢາກເຮັດ​ໃຫ້​ລູກໆ​ຜິດ​ຫວັງ. ​ແລ້ວຂ້າພະ​ເຈົ້າຄິດ​ເຫັນ​ໝາກ​ນ້ຳຢູ່​ໃນ​​ເຮືອນ ຊຶ່ງ​ຂ້າພະ​ເຈົ້າ​ໄດ້​ຕົ້ມ ​ແລະ ​ເທ​ເອົາ​ນ້ຳຫວານ​ຂອງມັນ​ໄວ້ ​ແລະ ​ເມື່ອຕົ້ມນ້ຳຫວານ​ຕື່ມອີກ​ສອງ​ສາມ​ຊົ່ວ​ໂມງ, ມັນ​ກໍ​ກາຍ​ເປັນນ້ຳຫວານ​ເຂັ້ມ. ດ້ວຍ​ນ້ຳຫວານ​ນັ້ນ ທີ່​ປະສົມ​ດ້ວຍ​ເຄື່ອງ​​ເທດ, ຂ້າພະ​ເຈົ້າ​ໄດ້​ເຮັດ​ເຂົ້າໜົມປັງ, ​ແລະ ​ໄດ້​ຕັດ​ເປັນ​ຫລາຍ​ຮູບ​ແບບ, ​ແລະ ​ໄດ້​ອົບ​ມັນ​ໃສ່​ໝໍ້​ຂາງ, (ຂ້າພະ​ເຈົ້າບໍ່​ມີ​​ເຕົາ​ອົບ) ​ແລະ ​ໄດ້​ເອົາ​ເຂົ້າໜົມ​ເຫລົ່ານັ້ນ​ໃສ່​ໄວ້​ໃນ​ຖົງ​ຂອງ​ລູກໆ ​ແລະ ​ພວກ​ເຂົາ​ກໍດີ​ໃຈ​ຫລາຍເທົ່າ​ກັບ​ໄດ້​​ເຂົ້າໜົມຊະນິດ​ອື່ນໆທີ່​ພວກ​ເຂົາ​ມັກ.”10

ຄວາມ​ໝາຍ​ຂອງ​ເລື່ອງ​ນີ້ ​ແມ່ນ​ກ່ຽວ​ກັບ​ແມ່​ຄົນ​ໜຶ່ງ​ຜູ້​ທຳ​ງານ​ໜັກ​ຕະຫລອດ​ທັງ​ຄືນ ​​ເຖິງ​ແມ່ນ​ນາງ​ບໍ່​ມີ​ເຕົາ​ອົບ ພໍ​ຊ່ອຍ​ເບົາ​ແຮງ.​ ​ແຕ່​ນາງ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ນຳ​ຄວາມ​ຊົມຊື່ນ​ມາ​ໃຫ້​ລູກໆ​ຂອງ​ນາງ, ​ຄ້ຳຈູ​ນສັດທາ​ຂອງ​ພວກ​ເຂົາ, ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ, “​ເປັນມື້​ທີ່​ມີ​ຄວາມສຸກ, ທຸກ​ສິ່ງ​​ດີ!”11 ສິ່ງ​ນີ້​ບໍ່​ໄດ້​ເປັນ​ຂ່າວສານ​ຂອງ​ບຸນຄຣິດສະມັດ​ບໍ?

ປະທານ​ມອນ​ສັນ​ສອນ​ວ່າ: “​ໂອກາດ​ຂອງ​ເຮົາ​ທີ່​ຈະ​ມອບ​ຕົນ​ເອງ​ແມ່ນ​ບໍ່​ມີ​ຂອບ​ເຂດ, ​ແຕ່​​ໂອກາດ​ເຫລົ່ານັ້ນຈະບໍ່​ມີຕະຫລອດ​ໄປ.​ ມີ​ຫົວ​ໃຈ​ທີ່​ຈະ​ຊ່ອຍ​ໃຫ້​ຊື່ນ​ຊົມ. ມີ​ຖ້ອຍ​ຄຳ​ອັນ​ອ່ອນ​ຫວານ​ທີ່​ຈະ​ກ່າວ. ມີ​ຂອງຂວັນ​ທີ່​ຈະ​ມອບ​ໃຫ້.”12

​ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ກະທຳ​ຮ່ວມ​ກັບ​ພຣະຜູ້​ເປັນ​ເຈົ້າ—​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ, ​ເຊີດ​ຊູ​ຜູ້​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາ—​ກໍ​ໝາຍ​ຄວາມ​ວ່າ ​ເຮົາ​ໄດ້​ເປັນ​ພະຍານ​ວ່າ ພຣະອົງ​ຊົງ​ພຣະຊົນ​ຢູ່ ​ແລະ ພຣະອົງຮັກ​ເຮົາ, ບໍ່​ວ່າການ​ທ້າ​ທາຍ​ທາງ​ໂລກ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ຄົນ​ໜຶ່ງ​ທີ່​ດີ​ຫລາຍ​ໃນ​ປະຫວັດສາດ​ຂອງ​ສາດສະໜາ​ຈັກ ​ແມ່ນ​ທ່ານຈອນ ​ເມນ​ສີ ​ເມັກຟາ​ເລນ ຄົນສະ​ກ໊ອດ. ລາວ​ໄດ້​ເຂົ້າຮ່ວມ​ສາດສະໜາ​ຈັກ​ກັບ​ແມ່​ຜູ້​ເປັນ​ໝ້າຍ​ຂອງ​ລາວ ​ແລະ ນ້ອງ​ຊາຍຂອງ​ລາວ, ທັງ​ສາມ​ໄດ້​ເດີນທາງ​ມາ​ເມືອງ​ເຊົາ​ເລັກ ​ໃນ​ປີ 1852. ລາວ​ມີ​ອາຍຸ​ໄດ້ 18 ປີ. ​ຫລາຍ​ປີ​ຈາກ​ນັ້ນ ລາວ​ໄດ້​ກາຍ​ເປັນ​ຜູ້​ສຳ​ຫລວດ​ພື້ນ​ທີ່, ​ເປັນ​ຄົນ​ປຸກ​ສ້າງ, ​ແມ່ນ​ແຕ່​ເປັນ​ຜູ້​ຕັດສິນ​ປະ​ຈຳ​ທ້ອງ​ຖິ່ນ, ​ແຕ່​ຜູ້​ຄົນຮູ້​ຈັກ​ລາວ​ດີ​ເພາະ​ການ​ຮ້ອງ​ເພງ​ຂອງ​ລາວ.

ລາວ​ໄດ້​ຈັດ​ກຸ່ມ​ນັກ​ຮ້ອງ​ກຸ່ມ​ທຳ​ອິດ​ຂຶ້ນຢູ່​ເມືອງຊີ​​ເດີ ​ແລະ ​ໄດ້​ນຳ​ກຸ່ມ​ນັກ​ຮ້ອງ​ຂອງ​ລາວ​ໄປສະ​ແດງ​ຢູ່​ຫລາຍ​ບ່ອນ​ໃນ​ພາກ​ໃຕ້​ຂອງ​ລັດຢູທາ. ຫລັງ​ຈາກ​ໄດ້​ສະ​ແດງ​ຢູ່​ເມືອງ​ເຊັ້ນຈອດ, ​ແອວ​ເດີ​ ​ເອຣາສຕັສ ສະ​ໂນ, ຕອນ​ນັ້ນ​ເປັນ​ອັກຄະ​ສາວົກ ​ແລະ ​ເຈົ້າ​ເມືອງ, ​ໄດ້​ຊັກ​ຊວນ​ລາວ​ໃຫ້​ຍ້າຍ​ໄປ​ຢູ່​ພາກ​ໃຕ້​ຂອງ​ລັດຢູທາ ພ້ອມ​ດ້ວຍ​ຄອບຄົວ​ຂອງ​ລາວ ​ແລະ ​ໄປ​ຮ້ອງ​​ເພງຢູ່​​ໃນເຂດ​ນັ້ນ.

ຊີວິດ​​ແມ່ນຫຍຸ້ງຍາກ​ຫລາຍ​ໃນ​ປີ 1869, ​ແລະ ​ແອວ​ເດີ ສະ​ໂນ ​ໄດ້​ຂໍ​ໃຫ້ ບະ​ລາ​ເດີ ​ເມັກ​ຟາ​ເລນ ສະ​ແດງ​ລາຍການ​ສຳລັບ​ເທດສະການ​ຄຣິດສະມັດ ​ເພື່ອ​ຊ່ອຍ​ໃຫ້​ຜູ້​ຄົນ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ. ບະ​ລາ​ເດີ ​ເມັກ​ຟາ​ເລນ ຢາກ​ຮ້ອງ​ເພງ​ໃໝ່ໆ​ສຳລັບ​​ໂອກາດ​ນັ້ນ. ​ເຖິງ​ແມ່ນ​ລາວ​ໄດ້​ໃຊ້​ຄວາມ​ພະຍາຍາມ​ຫລາຍ​ປານ​ໃດ​ກໍ​ຕາມ, ​ແຕ່​ກໍ​ຄິດ​ບໍ່​ອອກ. ລາວ​ໄດ້​ອະທິຖານ​ຂໍ​ການ​ດົນ​ໃຈ ​ແລະ ​ໄດ້​ອະ​ທິຖານ​ຕື່ມ​ອີກ. ​ແລ້ວ, ຄືນ​ໜຶ່ງ, ລາວ​ໄດ້​ຕື່ນ​ຂຶ້ນ ​ແລະ ປຸກ​ເມຍໃຫ້​ຕື່ນ ​ແລ້ວ​ເວົ້າວ່າ, “ອ້າຍ​​ມີເນື້ອ​ເພງ​ແລ້ວ, ​ແລະ ອ້າຍ​ຄິດ​ວ່າ​ມີທຳນອງ​ຂອງ​ມັນ​ນຳ​ອີກ.” ລາວ​ໄດ້​ຟ້າວ​ໄປ​ຫາອໍ​​ແກນໜ່ວຍ​ນ້ອຍໆ​ຂອງ​ລາວ ​ແລະ ​ໄດ້​ເລີ່ມຕົ້ນຮ້ອງ​ເພງ​ນັ້ນ, ຂຽນ​ມັນ​ລົງ ​ໃນ​ຂະນະ​ທີ່​​ເມຍຂອງ​ລາ​ວ​ເຍືອງ​ທຽນ​ໄຂ​ໃຫ້​ລາວ. ​ເນື້ອ​​​​ເພງ ​ແລະ ທຳນອງ ​ໄດ້​ໄຫລ​ອອກ​ມາ ມີ​ຄຳ​ວ່າ:

​ໄກ, ​ແສນ​ໄກ, ຢູ່​ໃນ​ທົ່ງ​ຂອງ​ຢູດາ,

ຄົນ​ລ້ຽງ​ແກະ​​ໄດ້​ຍິນ​ສຽງ​ຊົມ​ຊື່ນ​ຍິນ​ດີ

ພຣະລັດສະໝີຈົ່ງ​ມີ​ແກ່​ພຣະ​ເຈົ້າ,

ພຣະລັດສະໝີຈົ່ງ​ມີ​ແກ່​ພຣະ​ເຈົ້າ,

ພຣະລັດສະໝີຈົ່ງ​ມີ​ແກ່​ພຣະ​ເຈົ້າ​ທີ່​ສູງ​ສຸດ;

ແຜ່ນດິນ​ໂລກ​ຈົ່ງ​ມີ​ສັນຕິ​ສຸກ ​ແກ່​ມະນຸດ​ທັງ​ປວງ;

ແຜ່ນດິນ​ໂລກ​ຈົ່ງ​ມີ​ສັນຕິ​ສຸກ ​ແກ່​ມະນຸດ​ທັງ​ປວງ!13

ບະ​ລາ​ເດີ ​ເມັກ​ຟາ​ເລນ ບໍ່​ຮູ້​ວ່າ​ທົ່ງ​ຮາບ​ຂອງ​​ແຂວງຢູດານັ້ນ ​​ແທ້​ຈິງ​ແລ້ວ ມັນ​ເປັນ​ຄ້ອຍ​ທີ່​ເຕັມ​ໄປ​ດ້ວຍ​ໂງ່ນ​ຫີນ, ​ແຕ່​ຂ່າວສານ​ອັນ​ດົນ​ໃຈນັ້ນ​ໄດ້​ຫລັ່ງ​ໄຫລ​ອອກ​ມາ​ຈາກ​ຈິດ​ວິນ​ຍານ​ຂອງ​ລາວ ​ເປັນ​ພະຍານ​ເຖິງ​ການ​ກຳ​ເນີ​ດຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຢູ່​ໃນ​ເມືອງ​ເບັດ​ເລ​ເຮັມ​ແຫ່ງ​ຢູດາ, ​ເປັນ​ການ​ເລີ່​ມຕົ້ນທີ່​ປ່ຽນ​ໂລກ​ຕະຫລອດ​ໄປ.14

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະບິດາ​ນິລັນດອນ​ຊົງ​ພຣະຊົນ​ຢູ່. ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະອົງ ​ໄດ້​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ລູກ​ແຕ່ລະຄົນ​ຂອງ​ພຣະອົງ​ໃນ​ທຸກ​ຊົ່ວ​ອາຍຸ​ຄົນ. ຂ້າພະ​ເຈົ້າຮູ້​ວ່າ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ ພຣະ​ເຢຊູ​ຄຣິດ ກຸມມານ​ນ້ອຍ​ທີ່​ໄດ້​ກຳ​ເນີ​ດຢູ່​ໃນ​ເມືອງ​ເບັດ​ເລ​ເຮັມ, ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ໂລກ ​ແລະວ່າ​ປະທານທອມ​ມັສ ​ແອັສ ມອນ​ສັນ ​ເປັນ​ສາດສະດາ​ຂອງ​ພຣະອົງ​ຢູ່​ໃນ​ໂລກ​ທຸກ​ວັນ​ນີ້. ຖ້ອຍ​ຄຳ​ສັນລະ​ເສີນ​ເຖິງ​ຄວາມ​ຈິງ​ເຫລົ່ານັ້ນ​ໄດ້​ກ້ອງຢູ່​ໃນ​ຫູ​ຂອງ​ຂ້າພະ​ເຈົ້າ: ພຣະລັດສະໝີຈົ່ງ​ມີ​ແກ່​ພຣະ​ເຈົ້າ ​ໃນ​ສະຫວັນ​ທີ່​ສູງ​ສຸດ,​ ​ແຜ່ນດິນ​ໂລກ​ຈົ່ງ​ມີ​ສັນຕິ​ສຸກ ​ແກ່​ມະນຸດ​ທັງ​ປວງ.”15

​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.