ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
​ແມ່ນຫຍັງ​​ໄດ້ເກີດ​ຂຶ້ນຫລັງ​ຈາກ​ນັ້ນ?


​ແມ່ນຫຍັງ​​ໄດ້ເກີດ​ຂຶ້ນຫລັງ​ຈາກ​ນັ້ນ?

ສຸກ​ສັນ​ວັນ​ຄຣິດສະມັດ!

ນີ້​ແມ່ນ​ເທດສະການ​ຄຣິດສະມັດ, ​ແລະ ​ເດັກນ້ອຍ​​ໄດ້ເຊື້ອ​ເຊີນຄວາມ​ອັດສະຈັນ​ໃຈ​ຂອງ​ຄຣິດສະມັດ​ເຂົ້າມາ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ. ​ເຮົາ​ຈະ​ຂາດ​ບາງ​ຢ່າງ ຖ້າ​ຫາກ​ເຮົາ​ບໍ່​ເຫັນ​ຄຣິດສະມັດ​ຜ່ານ​ດວງ​ຕາ​ຂອງ​ເດັກ​ນ້ອຍ, ​ເພາະ​ເດັກນ້ອຍ​ເບິ່ງ​ແສງ​ສີ, ​​​ຟັງ​ເພງຄຣິດສະມັດ, ​ແລະ ​​ດົມ​ກິ່ນຕົ້ນຄຣິດສະມັດ ​ແລະ ​ກິ່ນເຂົ້າໜົມ​ ດ້ວຍ​ຄວາມ​ກະຕືລືລົ້ນ. ​ເຮົາ​ເຫັນ​ແກ້ມສີ​ແດງ​ ​ແລະ ດັງນ້ອຍໆ​ຂອງ​ເຂົາ​ເປິ​ະໃສ່ຝາ​​ແກ້ວ​ຂອງ​ຮ້ານ​ຄ້າ ​ໃນ​ຂະນະ​ທີ່​ເຂົາ​ວາດ​ພາບ​ເຫັນ​ເຊົ້າຂອງ​ວັນຄຣິດສະມັດ, ​ແລະ ນິ້ວມື​ນ້ອຍໆ​ຂອງ​ເຂົາ ນັບ​​ແຕ່​ລະ​ມື້ ຢາກ​ໃຫ້​ເຖິງວັນ​ທີ 25 ​​ເດືອນ​ທັນວາໄວ​ໆ. ພໍ່​ແມ່​ກໍ​ນັບ​ມື້​ນັບ​ວັນ​ຄື​ກັນ ຈົນ​ເຖິງວັນ​ທີ 25 ​​ເດືອນ​ທັນວາ. ​ເຂົາ​ເຈົ້າວາດ​ພາບ​ເຫັນ​ການ​ຕຽມ​ພ້ອມ​ສຳລັບ​ເຊົ້າຂອງ​ວັນຄຣິດສະມັດ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າວາງ​ແຜນ ​ແລະ ຫາ​ວິທີສ້າງ​ຄວາມ​ປະຫລາດ​ໃຈ​ສຳລັບ​ລູກໆ​ຂອງ​ເຂົາ​ເຈົ້າ.

ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ, ​ແມ່​ຂອງ​ຂ້າພະ​ເຈົ້າ​ມັກ​ຫຍິບ​ບາງ​ສິ່ງ​ເປັນ​ຂອງຂວັນ​ຄຣິດສະມັດ​​ໃຫ້​ຂ້າພະ​ເຈົ້າ ກັບ​ນ້ອງ​ສາວ​ຝາ​ແຝດ​ຂອງ​ຂ້າພະ​ເຈົ້າ. ​ເພິ່ນ​ໄດ້​ຫຍິບ​ມັນຢູ່​ຫ້ອງ​ນອນ​ຂອງ​ເພິ່ນຫລາຍ​ເດືອນ​ລ່ວງ​ໜ້າ, ມັກ​​ປິດ​ຫ້ອງ​ນອນ​ຂອງ​ເພິ່ນ​ໄວ້​ຕອນ​ເພິ່ນ​ຫຍິບ​​ເຄື່ອງ. ​ເມື່ອວັນ​ຄຣິດສະມັດ​​​ເລື່ອນ​ເຂົ້າມາ​ໃກ້ ​ເພິ່ນ​ໄດ້​ໃຊ້​ເວລາ​ຈົນ​ເດິກ​ດື່ນ​​​ເພື່ອ​ຫຍິບ​ສິ່ງ​ຂອງ. ​ເມື່ອ​ສິ່ງ​ຂອງ​ດັ່ງກ່າວ​ໃກ້​ຈະ​ແລ້ວໆ—ຍົກ​ເວັ້ນ​ແຕ່​ຕ້ອງ​ໄດ້​ນຸ່ງ​ລອງ​ໃສ່​ຕົວ​ພວກ​ເຮົາ ​ແລະ ​ເລັນ​ສົ້ນ​ເທົ່າ​ນັ້ນ—​ເພິ່ນ​ໄດ້​ພະຍາຍາມ​ເກັບ​ມັນ​ໄວ້​ເປັນຄວາມ​ລັບ. ​ຕອນ​ນີ້​ແມ່ນ​ເຖິງ​ເວລາ​ທີ່​ຕ້ອງ​ໄດ້​ຖື​ກມັດ​ຕາ​ດ້ວຍ​ຜ້າ.​ ແມ່​ຂອງ​ພວກ​ເຮົາ​ໄດ້​ເອົາ​ຜ້າ​ມາ​ມັດ​ປິດ​ຕາ​ຂອງ​ພວກ​ເຮົາ,​​ ​ໄດ້​ພາ​ພວກ​ເຮົາ​ຍ່າງ​​ເຂົ້າ​ໄປ​ໃນ​ຫ້ອງ​ນອນຂອງ​ເພິ່ນ, ​ແລະ ສວມບາງ​ສິ່ງ​ໃສ່​ພວກ​ເຮົາ ​ເລີ່​ມຕົ້ນ​ແຕ່​ຫົວ​ລົງ​ໄປ ພະຍາຍາມ​ບໍ່​ໃຫ້​ຜ້າ​ມັດ​ຕາ​ຍ້າຍ​ອອກ​ຈາກ​ບ່ອນ. ມັນ​ກໍ​ໄດ້ຜົນ​ດີ … ຍົກ​ເວັ້ນ​ແຕ່​ເທື່ອ​ໜຶ່ງ ຕອນ​ສຽງ​ໂທລະສັບ​ໄດ້​ດັງ​ຂຶ້ນຢູ່​ອີກ​ຫ້ອງ​ໜຶ່ງ.

​ເພິ່ນ​ໄດ້​ເວົ້າວ່າ, “​ຈັກ​ໜ້ອຍ​ແມ່​ຊິ​ກັບ​ຄືນ​ມາ, ​ຫ້າມ​ພວກ​ລູກ​ເປີດ​ຕາ​ເດີ້.” ທ່ານ​ອາດ​ຢາກ​ຮູ້​ວ່າ, “​ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນຫລັງ​ຈາກ​ນັ້ນ?”

ຂ້າພະ​ເຈົ້າຈະ​ບອກ​ທ່ານ: ມັນ​ແມ່ນ​ຊຸດ​ນຸ່ງ​ນອນ​ສີ​ແດງ​ເຂັ້ມ.

ຂ້າພະ​ເຈົ້າຢາກ​ກ່າວ​ເຖິງຄຳ​ຖາມ​ທີ່​ວ່າ “​ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນຫລັງ​ຈາກ​ນັ້ນ?” ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ບຸນຄຣິດສະມັດ.

ມັນ​ໄດ້​ເກີດ​ຂຶ້ນ​ໃນ​ກາງ​ເດືອນ​ທັນວາ​ຂອງປີ​ໜຶ່ງ ​ໃນ​ຂະນະ​ທີ່ ​ເອມມີ ຈອນ​ສະ​ຕັນ ຜູ້​ເປັນຫົວໜ້າ​ລູກ​ເສືອ​ ຢູ່​​ເມືອງກຽວ​ເບີດ, ລັດອາຣິ​ໂຊ​ນາ, ​ໄດ້​ສວຍ​ໂອກາດ​ສອນ​ກຸ່ມ​ເດັກນ້ອຍ​ຜູ້​ຊາຍ​ອາຍຸ​ແປດປີ ກ່ຽວ​ກັບ​ການ​ກຳ​ເນີດຂອງ​ພຣະ​ເຢຊູ​ຄຣິດ. ນາງ​ໄດ້​ຮັບ​ການ​ກະ​ຕຸ້ນ​ບໍ່​ໃຫ້​ເຮັດ​ກິດຈະກຳ​ທີ່​ນາງ​ໄດ້​ຈັດຕຽມ​ໄວ້, ​ແຕ່​ໃຫ້​ນາງ​ເວົ້າລົມກັບ​ພວກ​ລູກ​ເສືອ​ກ່ຽວ​ກັບບຸນຄຣິດສະມັດ​ເທື່ອ​ທຳ​ອິດ. ນາງ​ໄດ້​​​ໃຫ້​ພວກ​ລູກ​ເສືອ​ມາ​ຮ່ວມ​ຊຸມນຸມ​ຢູ່​ເຮືອນ​ຂອງ​ນາງ. ​ເຂົາ​ເຈົ້າ​ໄດ້ນັ່ງ​ອ້ອມ​ນາງ​ຢູ່​ພື້ນ​ຫ້ອງ​ຮັບ​ແຂກ​, ​ແລະ ນາງ​ໄດ້​ອ່ານ​ຫລາຍ​ຂໍ້​ຈາກ​ພຣະຄຳ​ພີ ​ເພື່ອ​​ເລົ່າ​ເລື່ອງ​ກ່ຽວ​ກັບ​ນາງ​ມາຣີ ​ແລະ ​ໂຢ​ເຊັບ, ຄົນລ້ຽງແກະ, ​ດວງ​ດາວ,​ ​​ແລະ ການ​ກຳ​ເນີ​ດຂອງ​ພຣະ​ເຢຊູ​ຢູ່​ໃນ​ຄອກ​ສັດ​ຢູ່​ເມືອງ​ເບັດ​ເລ​ເຮັມ.

ນາງ​ໄດ້​ອ່ານ​ວ່າ:

“​ຝ່າຍໂຢ​ເຊັບກໍ​ອອກ​ເດີນທາງ​ຈາກ​ເມືອງ​ນາ​ຊາ​ເຣັດ​ໃນ​ແຂວງຄາ​ລີ​ເລ​ ​ເພື່ອ​ໄປ​ຍັງ​ເມື​ອງ​ເບັດ​ເລ​ເຮັມ, ​ແຂວງ​ຢູດາຍ, ຂອງ​ກະສັດ​ດາ​ວິດ; …

“​ເພິ່ນ​ໄດ້​ໄປ​ຈົດ​ທະບຽນ​ກັບ​ນາງ​ມາຣີຄູ່​ໝັ້ນຂອງ​ຕົນ, ສ່ວນ​ນາງ​ມາຣີນັ້ນກຳລັງ​ຖືພາ​ຢູ່. …

“​ແລະ ​ຂະນະ​ທີ່​ພວກ​ເພິ່ນ​ຢູ່​ໃນ​ເມືອງ​ເບັດ​ເລ​ເຮັມນັ້ນກໍ​ພໍດີ​ຄົບ​ກຳນົດ​ທີ່​ນາງ​ມາຣີຈະ​ເກີດ​ລູກ,​ ນາງ​ໄດ້​ເກີດລູກ​ຊາຍ​ກົກ, ​ເອົາ​ຜ້າອ້ອມ​ພັນ ​ແລະ ວາງ​ໄວ້​ໃນ​ຮາງ​ຫຍ້າ ​ເພາະວ່າ​ໃນ​ໂຮງ​ແຮມ​ນັ້ນບໍ່​ມີ​ຫ້ອງ​ຫວ່າງ​ສຳລັບ​ພວກ​ເພິ່ນ​ເລີຍ.

“​ໃນ​ຂົງ​ເຂດ​ນີ້ ​ໄດ້​ມີ​ຄົນ​ລ້ຽງ​ແກະ​ທີ່ຢູ່​ຕາມ​ທົ່ງ ນອນ​ເຝົ້າຝູງ​ແກະ​ຂອງ​ພວກ​ເຂົາ​ໃນ​ເວລາ​ກາງຄືນ.

“ມີ​ເທວະ​ດາ​ຕົນ​ໜຶ່ງ​ຂອງ​ອົງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ມາ​ປະກົດ​ແກ່​ພວກ​ເຂົາ ​ແລະ ລັດສະໝີ​ພາບ​ຂອງ​ພຣະຜູ້​ເປັນ​ເຈົ້າກໍ​ສ່ອງ​ແສງ​ອ້ອມ​ຮອບ​ພວກ​ເຂົາ, ດັ່ງນັ້ນພວກ​ເຂົາ​ຈຶ່ງ​ຕົກ​ໃຈ​ຢ້ານ​ຫລາຍ.

“​​ແຕ່​​ເທວະ​ດາ​ຕົນ​ນັ້ນ​ໄດ້​ກ່າວ​ແກ່​ພວກ​ເຂົາ​ວ່າ, ຢ່າ​ຢ້ານ​ເລີຍ: ​ເຮົາ​ນຳ​ຂ່າວ​ດີ​ມາບ​ອກ​ໃຫ້​ພວກ​ເຈົ້າຮູ້ ​ເປັນ​ຂ່າວ​ທີ່​ນຳ​ຄວາມ​ຊົມຊື່ນ​ຍິນ​ດີ​ອັນ​ໃຫຍ່​ມາ​ໃຫ້​ປະຊາຊົນ​ທັງ​ໝົດ.

“ວັນ​ນີ້​ຢູ່​ໃນ​ເມືອງ​ຂອງ​ດາ​ວິດ ພຣະຜູ້​ຊ່ອຍ​ໃຫ້​ລອດ​ອົງ​ໜຶ່ງ​ໄດ້​ເກີດ​ມາ​ສຳລັບ​ພວກ​ເຈົ້າ.”1

​ໃນຂະ​ນະ​ທີ່​ນາງ​ໄດ້​ກ່າວ​ເຖິງ​ການ​ກຳ​ເນີ​ດຂອງ​ພຣະ​ເຢຊູ​ຄຣິດ, ນາງ​ໄດ້​ສັງ​ເກດ​ເຫັນ​ວ່າ ​ພວກ​ລູກ​ເສືອສ່ວນ​ຫລາຍ​ໄດ້ສົນ​ໃຈ​ຟັງ​ແຕ່​ບາງ​ສ່ວນ​ເທົ່າ​ນັ້ນ, ​ແຕ່​ມີລູກ​ເສືອ​ຄົນ​ໜຶ່ງ​ຊື່ ຈອນ, ​ໄດ້​ຕັ້ງ​ໃຈ​ຟັງ​ທຸກ​ຄຳ. ຈອນ ​ເປັນ​ເດັກ​ທີ່​ບໍ່​ມັກນັ່ງ​ຢູ່​ລ້າ​, ​ແຕ່​ໃນ​ຂະນະ​ທີ່​ນາງ​ເລົ່າ​ເລື່ອງ, ລາວ​ໄດ້​ຕັ້ງ​ໃຈ​ຟັງ ​ແລະ ​ແລ້ວ​ໄດ້​ຖາມ​ວ່າ, “ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນຫລັງ​ຈາກ​ນັ້ນ?”

ສະນັ້ນນາງ​ຈຶ່ງ​​ໄດ້​ເລົ່າ​ຕໍ່​ກ່ຽວ​ກັບ​ຊີວິດ​ໃນ​ໄວ​ເຍົາ​ຂອງ​ພຣະ​ເຢຊູ​. ນາງ​ໄດ້​ເວົ້າວ່າ, “ພຣະ​ເຢຊູ​ກໍ​ເປັນ​ເດັກນ້ອຍ​ຄື​ກັນ​ກັບ​ພວກ​ເຈົ້ານີ້​ແລ້ວ. ພຣະອົງ​ມັກ​ແລ່ນ​ຫລິ້ນ. ​ແຕ່​ພຣະອົງ​ໄດ້​​ໃຫຍ່​ຂຶ້ນ ‘​ແຂງ​ແຮງ​ດີ​ເຕັມ​ໄປ​ດ້ວຍ​ສະຕິ​ປັນຍາ.’”2 ນາງ​ໄດ້​ບອກ​ພວກ​ເຂົາ​ວ່າ ຕອນ​ພຣະ​ເຢຊູ​ມີ​ອາຍຸ​​ໄດ້​ພຽງ​ແຕ່ 12 ປີ, ພຣະອົງ​ໄດ້​ເດີນທາງ​ໄປ​​ເຢຣູຊາ​ເລັມ​ກັບ​ຄອບຄົວ​ຂອງ​ພຣະອົງ. ​ຕອນມາຣີກັບ​ໂຢ​ເຊັບ​ພວມເດີນທາງ​ກັບ​ຄືນ​ບ້ານ, ​ເຂົາ​ເຈົ້າພົບ​ວ່າ​ລູກ​ຊາຍ​ບໍ່​ໄດ້​ຢູ່​ກັບ​​ເຂົາ​ເຈົ້າ. ​​ເຂົາ​ເຈົ້າ​ໄດ້​ກັບ​ຄືນ​ໄປ​ເຢຣູຊາ​ເລັມ​ຢ່າງ​ໄວ ​ແລະ ​ໄດ້​ພົບ​ເຫັນ​ພຣະ​ເຢຊູ​ຢູ່​ໃນ​ພຣະວິຫານ ພວມ​ເວົ້າລົມ​ນຳບັນດາ​ນັກປາດອາຈານ​ຢູ່​ ທີ່​ກຳລັງ​ຖາມ​ພຣະອົງ, ​ແລະ ພຣະຄຳ​ພີ​ບອກ​ວ່າ ທຸກ​ຄົນ​ທີ່​ໄດ້​ຍິນ​ພຣະອົງ “ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ສະຕິ​ປັນຍາ ​ແລະ ຄຳ​ຕອບ​ຂອງ​ພຣະກຸມມານ​ນັ້ນ.”3

“ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນຫລັງ​ຈາກ​ນັ້ນ?” ທ້າວ​ຈອນ​ຖາມ. ​ເອມມີ ​ໄດ້​ບອກ​​ເຂົາ​ເຈົ້າກ່ຽວ​ກັບ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະ​ເຢຊູ​ຄຣິດ, ​ກ່ຽວ​ກັບ​ພຣະອົງ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ. ​ເຮົາ​ໄດ້​ອ່ານ​ໃນ​ພຣະຄຣິສະຕະ​ທຳ​ຄຳ​ພີ​ວ່າ ​ພຣະອົງ​ໄດ້​ສອນ​ພຣະກິດ​ຕິ​ຄຸນ​ໃຫ້​​ແກ່​ຄົນ​ຍາກຈົນ, ​ໄດ້​ເຮັດ​ການ​ມະຫັດສະຈັນ, ​ໄດ້​ປິ່ນປົວ​ຄົນ​ຕາບອດ ​ແລະ ຄົນ​​ເຈັບ​ປ່ວຍ, ​ແລະ ​ໄດ້​ໂຜດ​ຄົນ​ຕາຍ​ໃຫ້​ຄືນ​ມີ​ຊີວິດ. ພຣະອົງ​ໄດ້​ສອນວ່າ, “ຈົ່ງ​ຮັກ​ສັດຕູ​ຂອງ​ພວກ​ເຈົ້າ, [​ແລະ] ຈົ່ງ​ເຮັດ​ດີ​ແກ່​ຜູ້​ທີ່​ກຽດ​ຊັງ​ພວກ​ເຈົ້າ.”4

​ທ້າວຈອນມີ​ຄວາມ​ສົນ​ໃຈ​ຫລາຍ​ ​ແລະ ຢາກ​ຮູ້ຈັກ​ຕື່ມ​ອີກ. ອີກ​ເທື່ອ​ໜຶ່ງ​ລາວ​ໄດ້​ຖາມ​ວ່າ, “​ແລ້ວ​​ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນຫລັງ​ຈາກ​ນັ້ນ?” ນາງ​ໄດ້​ບອກພວກ​ເຂົາ​ວ່າ ບາງ​ຄົນ​ໄດ້​ປະຕິ​ເສດ​ພຣະ​ເຢຊູ ​ແລະ ບໍ່​ມັກ​ພຣະອົງ. ​ຕາມ​ຄວາມ​ຈິງ​ແລ້ວ ​ເຂົາ​ເຈົ້າພະຍາຍາມ​ສັງຫານ​ພຣະອົງ. ນາງ​ໄດ້​ບອກ​ພວກ​ເຂົາ​ກ່ຽວ​ກັບ​ເຂົ້າ​ແລງ​ຄາບ​ສຸດ​ທ້າຍ, ສວນ​ເຄັດ​ເຊ​ມາ​ເນ, ​ແລະ ​ເຖິງ​ການ​ຄຶງ ​ແລະ ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະອົງ. ນາງ​ເຫັນ​ໄດ້​ວ່າ ​ທ້າວຈອນບໍ່​ເຄີຍ​ໄດ້​ຍິນ​ເລື່ອງ​ນັ້ນມາ​ກ່ອນ, ຜູ້​ຊຶ່ງ​ຢາກຮູ້​ຕື່ມ​ອີກ.

​ແລ້ວ ນາງ​ຮູ້ສຶກ​ວ່າ ຕ້ອງ​ໄດ້​ຢຸດ, ​ແລ້ວ​ໄດ້​ເອີ້ນ​ຊື່​ຂອງ​ແຕ່ລະ​ຄົນ ​ແລະ ກ່າວ​ວ່າ “ພຣະ​ເຢຊູ​ໄດ້​ສິ້ນ​ພຣະຊົນ​ເພື່ອ​ເຈົ້າ.” ທ້າວຈອນ​ໄດ້​ຕັ້ງ​ໃຈ​ຟັງ ​ໃນ​ຂະນະ​ທີ່ນາງ​ກ່າວ​ກັບ​ແຕ່ລະຄົນ. ​ແລ້ວ​ນາງ​ໄດ້​ຫລຽວ​ເບິ່ງ​ລາວ ​ແລ້ວ​ເວົ້າວ່າ, “ທ້າວ​ຈອນ, ພຣະ​ເຢຊູ​ຄຣິດ​ໄດ້​ສິ້ນ​ພຣະຊົນ​ເພື່ອ​ເຈົ້າ.” ລາວ​ໄດ້​ຫລຽວ​​ເບິ່ງ​ນາງ ​ແລ້ວ​ຖາມ​ດ້ວຍ​ຄວາມ​ປະຫລາດ​ໃຈ​ວ່າ, “ພຣະອົງ​ໄດ້​ເຮັດ​ສິ່ງ​ນັ້ນ​ເພື່ອ​ຂ້ານ້ອຍ​ບໍ?”

​ເອມມີໄດ້​ກ່າວ​ວ່າ, “ພຣະວິນ​ຍານ​ໄດ້​ເຕັມ​ຢູ່​ໃນ​ຫ້ອງ​ຮັບ​ແຂກ​ຂອງ​ພວກ​ເຮົາ ​ໃນ​ຂະນະ​ທີ່​ເດັກນ້ອຍ​ຜູ້ຊາຍ​ຄົນ​ໜຶ່ງ​ຮູ້ສຶກ​ເຖິງ​ພຣະວິນ​ຍານ​ບໍລິສຸດ​ ບາງ​ທີ​ເປັນ​ເທື່ອ​ທຳ​ອິດ.” ນາງ​ໄດ້​ເວົ້າວ່າ, “ຂ້າພະ​ເຈົ້າບໍ່​ຮູ້​ວ່າ ອະນາຄົດ​ຂອງ​ທ້າວ​ຈອນຈະ​ເປັນ​ແນວ​ໃດ, ​ເພາະ​ຄອບຄົວ​ຂອງ​ລາວ​ໄດ້​ຍ້າຍ​​ໄປ​ຢູ່​ບ່ອນ​ໃໝ່​ຫລັງ​ຈາກ​ນັ້ນ. ​ແຕ່​ຂ້າພະ​ເຈົ້າອະທິຖານ​ວ່າ ​ເມັດ​ພືດ​ທີ່​ໄດ້​ປູກຝັງ​ໄວ້​ຢູ່​ໃນ​ການ​ປະຊຸມ​ຂອງ​ພວກ​ລູກ​ເສືອ ສອງ​ອາທິດ​ກ່ອນ​ບຸນຄຣິດສະມັດ ຈະ​ເຕີບ​ໂຕ​ຂຶ້ນ ​ແລະ ນຳ​ລາວ​ມາສູ່​ຄວາມ​ສະຫວ່າງ​ອັນ​ເຕັມ​ສ່ວນ​ຂອງ​ພຣະກິດ​ຕິຄຸນ​ໃນ​ມື້ໜຶ່ງ.”

ຫລັງ​ຈາກ​ບຸນຄຣິດສະມັດ​ຜ່ານ​ພົ້ນ​ໄປ, ​ໄຟ​ແສງ​ສີ​ກໍຖືກ​​ປົດລົງ, ຄວາມ​ຫອມ​ຫວນ​ຂອງຕົ້ນຄຣິດສະມັດ​ກໍ​ຈືດຈາງ​ໄປ, ​ແລະ ​ເພງ​ຄຣິດສະມັດ​ກໍ​​ເຊົາ​ຫລິ້ນ​ຢູ່​ໃນ​ວິທະຍຸ, ​​ເຊັ່ນ​ດຽວ​ກັບທ້າວຈອນ, ​ເຮົາອາດ​ຖາມ​ວ່າ, “ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນຫລັງ​ຈາກ​ນັ້ນ?”

ບຸນຄຣິດສະມັດ​ທີ່​ໜ້າ​ອັດສະຈັນ ​ແລະ ໜ້າ​ປະຫລາດ​ໃຈຫາ​ກໍ​ເລີ່​ມຕົ້ນ. ບຸນຄຣິດສະມັດ​ເຕືອນ​ເຮົາ​​ເຖິງ​ການ​ກຳ​ເນີດຂອງ​ພຣະກຸມມານ​ນ້ອຍຢູ່​ໃນ​ເບັດ​ເລ​ເຮັມ, ​ໄດ້​ມອບ​ຈຸດປະສົງ​ສຳລັບ​ຊີວິດ​ໃຫ້​ແກ່​ເຮົາ, ​ແລະ ສິ່ງ​ທີ່​ຈະ​ເກີດ​ຂຶ້ນຫລັງ​ຈາກ​ນັ້ນ ​ແມ່ນ​ຂຶ້ນຢູ່​ກັບ​ວິທີ​ທີ່​ເຮົາ​ຮັບ​ເອົາ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ, ​ແລະ ຕິດຕາມ​ພຣະອົງ. ທຸກ​ມື້​ເຮົາ​ໄດ້​ເຊື້ອ​ເຊີນ​ພຣະວິນ​ຍານ​ຂອງ​ພຣະອົງ​ໃຫ້​ເຂົ້າມາສະ​ຖິດ​ຢູ່​ໃນ​ຊີວິດ​ຂອງ​ເຮົາ. ​ເຮົາ​ເຫັນ​ຄວາມ​ສະຫວ່າງ​ໃນ​ຄົນ​ອື່ນ; ​ເຮົາ​ໄດ້​ຍິນ​ສຽງ​ທີ່​ຊື່ນ​ຊົມ​ຂອງ​ເດັກນ້ອຍ ທີ່​ນຳ​ຄວາມ​ຫວັງ ​ແລະ ຄວາມ​ກະຕືລືລົ້ນກັບ​ອະນາຄົດ​ມາ​ໃຫ້. ​ເຮົາ​ຊອກ​ຫາ​ເຫດຜົນ​ທີ່​ຈະ​ມາ​ຊຸມນຸມ​ກັນ, ມີ​ສ່ວນ​ຮ່ວມ, ຮັບ​ໃຊ້, ​ແລະ ​ເຊີດ​ຊູ​ກັນ, ​ໃນ​ຂະນະ​ທີ່​ເຮົາ​ຮຽນ​ຮູ້​ວ່າ ການ​ຮູ້ຈັກ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູຄຣິດມີ​ຄວາມ​ໝາຍ​ແນວ​ໃດ. ​ເຮົາ​ພົບ​ເຫັນ​ຕົນ​ເອງ​ນັບ​ມື້​ນັບ​ວັນ​ລໍຖ້າ​ເຫດການ​ໃນ​ຊີວິດ​ຂອງ​ເຮົາ ຕອນ​ທີ່​ເຮົາ​ຮູ້ສຶກ​​ເຖິງອິດ​ທິພົນ​ຂອງ​ພຣະອົງ—ຍົກ​ຕົວຢ່າງ, ການ​ເກີດ​ຂອງ​ເດັກ​ທາລົກ, ການ​ຮັບ​ບັບຕິ​ສະມາ​ຂອງ​ເດັກນ້ອຍ, ການ​ອອກ​ໄປ​ສອນ​ສາດສະໜາ, ການ​ແຕ່ງງານ​ຢູ່​ໃນ​ພຣະວິຫານ,​​ ແລະ ການ​ຮັບ​ສິນ​ລະ​ລຶກ​ທຸກ​ອາທິດ. ຜ່ານ​ສັດທາ​ຄື​ກັນ​ກັບພຣະຄຣິດ ​ແລະ ​​ເດັກນ້ອຍ, ​ເຮົາ​ສະ​ແຫວ​ງຫາ​ພຣະອົງ ​ແລະ ຮູ້ສຶກ​ເຖິງ​ອິດ​ທິພົນ​ຂອງ​ພຣະອົງ.

“ຖ້າ​ພວກ​ເຈົ້າ … ບໍ່ກາຍ​ເປັນ​ເໝືອນດັ່ງ​ເດັກນ້ອຍ, ພວກ​ເຈົ້າຈະ​ເຂົ້າ​ໄປ​ໃນ​ລາຊາ​ອານາຈັກ​ສະຫວັນບໍ່​ໄດ້​ຈັກ​ເທື່ອ.”5

ມັນ​ເປັນ​ແຜນ​ທີ່​ສວຍ​ງາມ, ​ແຜນ​ນີ້​ພຣະບິດາ​​ໄດ້​ສ້າງຂຶ້ນ ຊຶ່ງ​ຜ່ານ​ພຣະບຸດ​ຂອງ​ພຣະອົງ,​ ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ພຣະ​ເຢຊູ​ຄຣິດ, ​ເຮົາ​ຈະ​ສາມາດ​ກັບ​ຄືນ​ໄປ ​ແລະ ອາ​​​ໄສ​ຢູ່​ນຳພຣະອົງ ​ແລະ ຊື່ນ​ຊົມ​ກັບ​ທຸກ​ສິ່ງ​ທີ່​ພຣະບິດາ​ມີ, ​ເພາະ​ສິ່ງ​ນັ້ນ​ເປັນ​ຄຳ​ຕອບຕໍ່​ຄຳ​ຖາມ​ທີ່​ວ່າ “​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນຫລັງ​ຈາກ​ນັ້ນ?” ພຣະຜູ້​ຊ່ອຍ​​ໃຫ້​ລອດ​ໄດ້​ກ່າວ​ວ່າ, ຄົນໃດ​ທີ່​ຮັບ​ເອົາ​ພຣະອົງ ກໍ​ຮັບ​ເອົາ​ພຣະບິດາຂອງ​ພຣະອົງຄື​ກັນ; ຄົນ​ໃດທີ່ຮັບ​ເອົາ​ພຣະ​ບິດາ​ຂອງ​ພຣະອົງ ກໍ​ຮັບ​ເອົາ​ອານາຈັກ​ຂອງ​ພຣະ​ບິດາ​ຂອງ​ພຣະອົງ; ສະນັ້ນ ທຸກ​ສິ່ງ​ທີ່ພຣະບິດາຂອງ​ພຣະອົງ​ມີ ຈະ​ຖືກ​ມອບ​ໃຫ້​ແກ່​ເຂົາ.”6

ການ​ຕຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ພຣະອົງ ຈະ​ໃຫ້​ຄວາມ​ໝາຍ​ໃໝ່​​ແກ່​ການ​ຕຽມ​ພ້ອມ​ສຳລັບ​ວັນ​ທີ 25 ​ເດືອນ​ທັນ​ວາ​.

ທ້າວຈອນ, ບໍ່​ວ່າ​ເຈົ້າຈະ​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ, ອັກຄະ​ສາວົກ​ທີ່​ມີ​ທີ່​ຊີວິດ​ຢູ່​ໄດ້​ກ່າວ​ວ່າ: “ພວກ​ເຮົາ​ຂໍ​ເປັນ​ພະຍານ​ຢ່າງໜັກ​ແໜ້ນ​ວ່າ ຊີວິດຂອງ​ [ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ], ຊຶ່ງເປັນ​ຈຸດ​ໃຈກາງ​​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດ, ​ບໍ່​ໄດ້​ເລີ່ມຕົ້ນຢູ່​ໃນ​ເບັດ​ເລ​​ເຮັມ ຫລື ສິ້ນ​ສຸດ​ລົງ​ຢູ່​ທີ່​ຄາ​ວາລີ. ພຣະອົງ​​ເປັນ​ພຣະບຸດ​ຫົວ​ປີ​ຂອງ​ພຣະບິດາ, ​ເປັນ​ພຣະບຸດ​ອົງ​ດຽວທີ່​ຖືກຳ​ເນີ​ດ​ໃນ​ເນື້ອ​ໜັງ ​ເປັນ​ພຣະຜູ້​ໄຖ່​ຂອງ​ໂລກ.”7

ທ້າວຈອນ, ຂອງ​ປະທານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ແກ່​ເຮົາ ຄື​ສິ່ງ​ທີ່​ຈະເກີດ​ຂຶ້ນຕໍ່​ໄປ.

ມັນ​ເປັນຄວາມ​ຈິງ, ​ແລະ ພຣະອົງ​ໄດ້​ເຮັດ​ສິ່ງ​ນັ້ນ​ເພື່ອ​ເຈົ້າ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ຄວາມ​ຈິງ ທີ່​ຍິ່ງ​ໃຫຍ່​ນີ້ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.