ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ພຣະ​ເຢຊູ​ຄຣິດ—ອົງ​ສັນຕິ​ລາດ​ຂອງ​ເຮົາ


ພຣະ​ເຢຊູ​ຄຣິດ—ອົງ​ສັນຕິ​ລາດ​ຂອງ​ເຮົາ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ມັນ​ເປັນ​ປະສົບ​ການ​ທີ່​ໜ້າ​ອັດສະຈັນ​ໃຈ​ແທ້​ໆ. ​ເພງ​ກໍ​ມ່ວນ​ອອນຊອນ ​ແລະ ຂ່າວສານ​ກໍ​ສະທ້ານ​ຈິດ​ໃຈ. ວິນ​ຍານ​ຂອງບຸນຄຣິດສະມັດ​​​ແມ່ນ​ຊາບ​ຊຶ້ງຕໍ່​ຈິດ​ວິນ​ຍານ​ຂອງ​ເຮົາ​ແທ້ໆ!

ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ຄຣິດສະມັດ​​ໄດ້​ເຮັດ​ໃຫ້​ເຮົາ​ຫວນ​ຄິດ​ຄືນ​ຫາ​ຄອບຄົວ, ຂອງຂວັນ, ​ແລະ ການ​ຮັບ​ໃຊ້​ຄົນ​ອື່ນ. ມັນ​​ເປັນ​ຜົນ​ຈາກ​ເຫດ​ຜົນ​ທີ່​​ແທ້​ຈິງ​ສຳລັບ​ຄຣິດສະມັດ, ຊຶ່ງ​ເປັນ​ຂອງ​ປະທານ​ອັນ​ຍິ່ງ​ໃຫຍ່​ຈາກ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ. “​ເພາະວ່າ​ພຣະ​ເຈົ້າຮັກ​ໂລກ​ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ​ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະບຸດ​ນັ້ນຈະ​ບໍ່​ຈິບຫາຍ ​ແຕ່​ມີ​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ.”1

ການ​ຕັ້ງ​ໃຈ​​ໃສ່ທີ່​ພຣະຜູ້​ເປັນ​ເຈົ້າ ​ແລະ ຊີວິດ​ນິລັນດອນ ສາມາດ​ຊ່ອຍ​ເຫລືອ​ເຮົາ​ຜ່ານ​ຜ່າ​ການ​ທ້າ​ທາຍບໍ່​ພຽງ​ແຕ່​ໃນ​ຊ່ວງ​ບຸນຄຣິດສະມັດ​ນີ້​ເທົ່າ​ນັ້ນ,​​ ​ແຕ່ຕະຫລອດຊ່ວງ​ມະຕະ​ນີ້. ຜູ້​ຄົນ​ທີ່ບົກພ່ອງ​ໄດ້​ແບ່ງປັນ​ແຜ່ນດິນ​ໂລກ​ໃຫ້​ກັບ​ຄົນ​ອື່ນໆ​ທີ່​ບົກພ່ອງ. ​ໂລກ​ຂອງ​ເຮົາ​ເປັນ​ໂລກ​ທີ່​ເສື່ອ​ມ​ໂຊມ ດ້ວຍ​ໜີ້​ສິນ, ສົງຄາມ, ​ໄພ​ທຳ​ມະ​ຊາດ, ​ໂລກພະຍາດ, ​ແລະ ຄວາມ​ຕາຍ.​

ການ​ທ້າ​ທາຍ​ສ່ວນ​ຕົວ​ຈະ​ມາ​ເຖິງ. ຜູ້​ເປັນ​ພໍ່​ອາດ​ຕົກ​ງານ. ​ແມ່​ຄົນ​ໜຸ່ມ​ອາດ​ເກີດ​ພະຍາດ​ຮ້າຍ​​ແຮງ. ລູກ​ຊາຍ ຫລື ລູກ​ສາວ ອາດ​ເດີນ​ອອກ​ນອກ​ທາງ. ບໍ່​ວ່າອັນ​ໃດ​ກໍ​ຕາມ​ທີ່​ເຮັດ​ໃຫ້​ກຸ້ມ​ໃຈ, ​ເຮົາ​ແຕ່ລະຄົນ​ຈະ​ຊອກ​ຫາ​ຄວາມ​ສະຫງົບ​ໃນ​ຈິດ​ໃຈ.

ຂ່າວສານ​ຂອງ​ຂ້າພະ​ເຈົ້າໃນ​ຄ່ຳ​ຄືນ​ນີ້ ​ແມ່ນ​ກ່ຽວ​ກັບ​ແຫລ່ງທີ່​​ໃຫ້​ຄວາມ​ສະຫງົບ​ອັນ​ຍືນ​ຍົງ ​ແລະ ​ແທ້​ຈິງ,​ ນັ້ນຄື​ພຣະ​ເຢຊູ​ຄຣິດ—ອົງ​ສັນຕິ​ລາດ​ຂອງ​ເຮົາ.2 ​ເປັນ​ຕຳ​ແໜ່​ງຂອງພຣະອົງ​ ທີ່​ນອກ​ເໜືອ​ໄປ​ຈາກ​ຕຳ​ແໜ່​ງອື່ນໆ​ທີ່​ພຣະອົງ​​ໄດ້​ຖືກ​ແຕ່ງຕັ້ງ​ໄວ້​ແລ້ວ.

ພຣະອົງ​ໄດ້​ຖືກ​​​ພຣະບິດາ​ຂອງ​ພຣະອົງເຈີ​ມ​ໄວ້​ ​ເພື່ອ​ໃຫ້​​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ. ສອງ​ຕຳ​ແໜ່ງນີ້ ຄື ພຣະ​ເມ​ຊີ​ອາ ​ແລະ ພຣະຄຣິດ ບອກ​​ເຖິງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ພຣະອົງ​ໃນ​ຖານະ​​ເປັນ​ຜູ້​ທີ່​ ​ຖືກ​ເຈີ​ມ ​ໄວ້.3

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະບິດາ​ຂອງ​ພຣະອົງ, ພຣະ​ເຢຊູ​ໄດ້​​ເປັນ​ພຣະຜູ້​ສ້າງ​​ໂລກ​ນີ້ ​ແລະ ​ໂລກ​​ອື່ນໆ.4 ພຣະ​ເຢຊູ​​ເປັນ​ຜູ້​ວິ​ງວອນແທນ​ເຮົາ​ນຳພຣະບິດາ.5 ພຣະ​ເຢຊູ​ຄື​ເອມານູເອນ​ທີ່​ຖືກສັນ​ຍາ​ໄວ້,6 ​ເປັນ​ພຣະ​ເຢ​ໂຮ​ວາ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ໄໝ​ພັນ​ທະ​ສັນຍາ​ເດີມ.7

ພຣະອົງ​ໄດ້​ຖືກ​ພຣະບິດາ​ຂອງ​ພຣະອົງ​ສົ່ງ​ມາ ​ເພື່ອ​ບັນລຸ​ການ​ຊົດ​ໃຊ້, ຊຶ່ງ​ເປັນ ການ​ກະທຳ​ທີ່​ສຳຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ມວນ​ມະນຸດ. ​ເພາະ​ການ​ຊົດ​ໃຊ້​ຂອງ​ພຣະອົງ, ຄວາມ​ອະມະຕະ​ຈຶ່ງ​ເກີດ​ເປັນ​ຈິງ​ສຳລັບ​ທຸກ​ຄົນ, ​ແລະ ຊີວິດ​ນິລັນດອນ​ຈຶ່ງ​​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເລືອກຕິດຕາມ​ພຣະອົງ.8 ຈຸດປະສົງ​ເຫລົ່າ​ນີ້​ເປັນ​ວຽກ​ງານ ​ແລະ ລັດສະໝີ​ພາບ​ຂອງ​ພຣະ​ເຈົ້າຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່.9

ໃນ​ຖານະ​ທີ່​ເປັນແບບຢ່າງ​ທີ່​ຍິ່ງ​ໃຫຍ່ຂອງ​ເຮົາ, ພຣະ​ເຢຊູ​ໄດ້​ສອນ​ວິທີ​ດຳລົງ​ຊີວິດ, ວິທີຮັກ, ​ແລະ ວິທີຮຽນຮູ້. ພຣະອົງ​ໄດ້​ສອນ​ວິທີ​ອະທິຖານ, ​ໃຫ້​ອະ​ໄພ, ​ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ.10

ພຣະອົງ​ໄດ້​ສອນ​ເຮົາ​ໃຫ້​ຮູ້ຈັກ​ດູ​ແລ​ຄົນ​ອື່ນ​ຫລາຍ​ກວ່າ​ດູ​ແລ​ຕົນ​ເອງ. ພຣະອົງ​ໄດ້​ສອນ​ເຮົາ​ກ່ຽວ​ກັບ​ຄວາມ​ເມດ​ຕາ ​ແລະ ຄວາມ​ດີ—ສ້າງ​ຄວາມ​ປ່ຽນ​ແປງ​ທີ່​ແທ້​ຈິງ​ໃນ​ຊີວິດ​ຂອງ​ເຮົາ​ຜ່ານ​ອຳນາດ​ຂອງ​ພຣະອົງ. ພຣະອົງ​ໄດ້​ສອນ​ເຮົາ​​ເຖິງ​ວິທີ​ທີ່​ຈະ​ພົບ​ຄວາມ​ສະຫງົບໃນ​ຈິດ​ໃຈ. ​ໃນມື້​ໜຶ່ງ, ​ເຮົາຈະ​ຢືນ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະອົງ ຜູ້​ພິພາກສາທີ່​ທ່ຽງ​ທຳ ​ແລະ ພຣະອາຈານ​ທີ່​ເມດຕາ​ກະລຸນາ​ຂອງ​ເຮົາ.11

ໜ້າ​ທີ່​ຮັບຜິດຊອບ​ທີ່​ສັກສິດ​ເຫລົ່າ​ນີ້​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໄດ້​ເຮັດ​ໃຫ້​ເຮົາ​ສັນລະ​ເສີນ​ພຣະອົງ ​ໃນ​ຖານະ​ເປັນ​ອົງ​ສັນ​ຕິ​ລາດ​ສ່ວນ​ຕົວ ​ແລະ ​ເປັນນິດ​ຂອງ​ເຮົາ. ​ເຮົາ​ສັນລະ​ເສີນ​ພຣະອົງ ສຳລັບ​ສິດທິ​ພິ​ເສດ​ຂອງ​ເຮົາ ​ໃນ​ຖານະ​ພໍ່​ແມ່, ພໍ່​ຕູ້​ແມ່ຕູ້, ​ແລະ ຄູ​ສອນ​ຂອງ​ລູກໆ.​

ຊ່ວງ​ເທດສະການ​ບຸນຄຣິດສະມັດ ​ເປັນ​ເວລາ​ທີ່​ມີຄ່າ​ຫລາຍ​ສຳລັບຄອບຄົວ. ​ເວລາ​ສຳລັບ​ຄອບຄົວ​ເປັນ​ເວລາ​ທີ່​ສັກສິດ. ​ເຮົາ​ສາມາດ​ຊ່ອຍ​ເຫລືອ​ລູກໆ​ຂອງ​ເຮົາ ​ໃຫ້​ຫັນ​ກັບ​ຄືນ​ມາ​ຫາ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ເພງ​ຄຣິດສະມັດ​ກໍ​ຊ່ອຍ​ເຮົາ​ໄດ້​ຄື​ກັນ. ລູກໆ​ຂອງ​ພວກ​ເຮົາ​ມັກ​ເພງ​ຊື່ວ່າ “I’m Trying to Be like Jesus”12 ແປ​ວ່າ ​ເຮົາ​ພະຍາຍາມ​ເປັນ​ເໝືອນ​ດັ່ງ​ພຣະ​ເຢຊູ​.

ພຣະ​ເຢຊູ​​ໄດ້​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ມາ​ຫາ​ເຮົາ, ຢ່າ​ຫ້າມ​ພວກ​ເຂົາ​ເພາະ​ອານາຈັກ​ສະຫວັນ​ເປັນ​ເໝືອນ​ເດັກນ້ອຍ​ເຫລົ່າ​ນີ້​ແຫລະ.”13

ພຣະອົງສາ​ມາດ​ນຳ​ຄວາມ​ສະຫງົບ​ມາ​ສູ່ຄົນ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ສົງຄາມ. ຄອບຄົວ​ທີ່​ຖືກ​ລົບ​ກວນ ​ເນື່ອງ​ດ້ວຍ​ໜ້າ​ທີ່​ຮັບ​ໃຊ້​ປະ​ເທດ​ຊາດ, ຊຶ່ງ​ຕິດ​ຢູ່​ໃນ​ຄວາມ​ຊົງຈຳ​ຂອງ​ຂ້າພະ​ເຈົ້າຈາກ​ສົງ​ຄາມ​ເກົາຫລີ.

ສົງຄາມ​ໃນ​ສະ​​ໄໝ​ຂອງ​ເຮົາ ​ແມ່ນ​ສັບ​ຊ້ອນ​ຫລາຍ​ກວ່າ​ທີ່​ຜ່ານ​ມາ ​ແຕ່​ກໍ​ຍັງ​ກະທົບກະ​ເທືອ​ນຕໍ່​ຄອບຄົວ​ຫລາຍ​ທີ່​ສຸດ. ຜູ້​ທີ່​ມີ​ຄວາມທຸກ​ໂສກ​ສາມາດ​ຫັນ​ຫາ​ພຣະຜູ້​ເປັນ​ເຈົ້າ​ໄດ້. ຂ່າວສານທີ່​ປອບ​ໂຍນ​ຂອງ​ພຣະອົງ ​ແມ່ນ​ຂ່າວ​ສານ​​ແຫ່ງຄວາມ​ສະຫງົບ ​ແລະ ສັນຕິ​ສຸກ​ແກ່​ມະນຸດ​ທັງ​ປວງ.14

ຄວາມ​ສະຫງົບ​ສາມາດ​ມາ​ເຖິງ​ຜູ້​ທີ່​ບໍ່​ສະບາຍ. ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ, ຜູ້​ທີ່​ເຈັບ​ປວດ​ທາງ​ວິນ​ຍານ ​ເພາະຄິດ​ຮອດ​ຄິດ​ເຖິງ​ຄົນ​ທີ່​ເຂົາ​ເຈົ້າຮັກ ​ຫລື ຜູ້​ທີ່​ເປັນ​ທຸກ​ທາງ​ດ້ານ​ຈິດ​ໃຈ. ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຄວາມ​ສະຫງົບ​ສາມາດ​ມາສູ່​ຈິດ​ວິນ​ຍານ​ຂອງທ່ານ​ໄດ້ ​​ເມື່ອ​ທ່ານສ້າງ​ສັດທາ​ຂອງ​ທ່ານ​ໃນ​ອົງ​ສັນຕິ​ລາດ.

“ມີ​ຜູ້​ໃດ​ເຈັບ​ປ່ວຍ​ຢູ່​ໃນ​ບັນດາ​ພວກ​ເຈົ້າບໍ່? ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້. ມີ​ຜູ້​ໃດ​ທີ່​ເປັນ​ລ່ອຍ, ຫລື ຕາບອດ, ຫລື ຂາ​ເສຍ, ຫລື ພິການ, … ຫລື ມີ​ທຸກ​ອັນ​ໃດ​ບໍ່? ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້ ແລະ ເຮົາ​ຈະ​ປິ່ນປົວ​ພວກ​ເຂົາ.”15

“​ເຮົາ​ເຫັນ​ວ່າເຈົ້າມີ​ສັດທາ​ພຽງພໍ​ທີ່​ຈະ​ໃຫ້​ເຮົາ​ປິ່ນປົວ​ເຈົ້າ.”16

ຄວາມ​ສະຫງົບ​ສາມາດ​ມາ​ສູ່​ຜູ້​ທີ່​ທຸກທໍລະມານ​ກັບ​ຄວາມ​ໂສກ​ເສົ້າ. ​ບໍ່​ວ່າຄວາມ​ໂສກ​ເສົ້ານັ້ນມາ​ຈາກ​ຄວາມ​ຜິດ​ພາດ ຫລື ການ​ບາບ​ກໍ​ຕາມ, ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າຮຽກຮ້ອງ​ແທ້ໆ​ແມ່ນ​ການ​ກັບ​ໃຈ​ທີ່​ແທ້​ຈິງ. ພຣະຄຳ​ພີ​ໄດ້​ຊຸກຍູ້​ເຮົາ​ໃຫ້ “ຫລີກໜີ​ [ຈາກ] ລາຄະ​ຕັນ​ຫາຂອງ​ຄົນ​ໜຸ່ມ; … [​ແລະ] ຮ້ອງ​ອອກ​ພຣະນາມ​ຂອງ​ພຣະຜູ້​ເປັນ​ເຈົ້າດ້ວຍ​ໃຈ​ບໍລິສຸດ.”17 ແລ້ວ “ຫວ້ານ​ຢາ​​ໃນກີ​ເລ​ອາດ” ຂອງ​ພຣະອົງ​ຈະ​ປິ່ນປົວ​ແມ່ນ​ແຕ່​ຈິດ​ວິນ​ຍານ​ທີ່​ເປັນ​ບາບ.18

​ໃຫ້​ຄິດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງທ່ານຈອນ ນິວຕັນ, ​​ເກີດ​ຢູ່​ກຸງລອນ​ດອນ ​ໃນ​ປີ 1725. ​ລາວ​ໄດ້​ກັບ​ໃຈ​ຈາກ​ຊີວິດ​ທີ່​ເປັນ​ບາບ​ຂອງ​ລາວ ​​ໂດຍ​ທີ່​​ເຄີຍເປັນຄົນຂາຍພວກຂ້າ​ທາດ ​ແລ້ວ​ໄດ້ກາຍ​ເປັນ​ຄຸນ​ພໍ່.​ ​ດ້ວຍ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໃນ​ໃຈນັ້ນ, ທ່ານຈອນ​ຈຶ່ງ​ໄດ້​ແຕ່ງ​ເພງ​ໜຶ່ງ ຊື່ວ່າ “Amazing Grace.”

ພຣະຄຸນ​ອັນ​ເລີດ​ລ້ຳ! ຊ່າງ​ແສນ​ຫວານ

ທີ່​ຊ່ອຍ​ກູ້​ຄົນ​ເຊັ່ນຜູ້ຂ້າ.

ຄັ້ງໜຶ່ງ​ຂ້າ​ເຄີຍ​ຫລົງ​ໄປ, ​ແຕ່​ບັດ​ນີ້​ຖືກ​ພົບ​ເຫັນ,

ເຄີຍ​ຕາບອດ, ​ແຕ່​ບັດ​ນີ້​ຫລຽວ​ເຫັນ.19

“ສະຫວັນ​ຈະ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຫລາຍ​ທີ່​ຄົນ​ບາບ​ຜູ້​ໜຶ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່.”20

ຄວາມ​ສະຫງົບ​ສາມາດ​ມາ​ເຖິງ​ຄົນ​​ແບກ​ຫາບ​ພາລະ​ໜັກໜ່ວງ:

“ບັນດາ​ຜູ້​ຄົນ​ທີ່​ເຮັດ​ການ​ໜັກໜ່ວງ ​ແລະ ​ແບກ​ພາລະ​ໜັກ​ຈົ່ງ​ມາ​ຫາ​ເຮົາ ​ແລະ ​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.

“ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້​ແລ້ວ​ຮຽນ​ຮູ້​ຈາກ​ເຮົາ ​ແພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນ​ສຸພາບ ​ແລະ ຖ່ອມ​ລົງ: ​ແລ້ວ​ຈິດ​ໃຈ​ຂອງ​ພວກ​ເຈົ້າຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ.

“​ດ້ວຍ​ວ່າ ​ແອກ​ຂອງ​ເຮົາ​ກໍ​ພໍ​ເໝາະ ​ແລະ ພາລະ​ຂອງ​ເຮົາ​ກໍ​ເບົາ.”21

ຄວາມ​ສະຫງົບ​ສາມາດ​ມາສູ່​ຄົນ​ທີ່​​ໂສກ​​ເສົ້າ. ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ຜູ້​ໃດ​ໂສກ​ເສົ້າກໍ​ເປັນ​ສຸກ​ເພາະວ່າ​ຜູ້ນັ້ນຈະ​ໄດ້​ຮັບ​ການ​ເລົ້າ​ໂລມ.”22 ເມື່ອ​ເຮົາ​ມີ​ຄວາມ​ໂສກ​ເສົ້າກັບ​ການຕາຍ​ຂອງຄົນ​ທີ່​ເຮົາ​ຮັກ, ​ເຮົາ​ສາມາດ​ພົບ​ຄວາມ​ສະຫງົບ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້ ຜ່ານ​ອິດ​ທິພົນ​ຂອງ​ພຣະວິນ​ຍານ.

ຄົນ​ທີ່​ຕາຍ​ໃນ​ພຣະ​ເຢຊູ​ຄຣິດ ຈະບໍ່​ໄດ້​ຊີມລົດ​ຊາດຂອງຄວາມ​ຕາຍ, ​ເພາະ​ມັນ​ຈະ​ຫວານ​ຊື່ນ​ສຳລັບ​ເຂົາ.23

“​ເຮົາ​ມອບ​ສັນຕິ​ສຸກ​ໄວ້​ກັບ​ພວກ​ເຈົ້າ​ເປັນ​ສັນຕິ​ສຸກ​ຂອງ​ເຮົາ​ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ, ສັນຕິ​ສຸກ​ທີ່​ເຮົາ​ໃຫ້​ບໍ່​ຄື​ສັນຕິ​ສຸກ​ທີ່​ໂລກ​ໃຫ້, ຢ່າ​ວຸ້ນ​ວາຍ​ເປັນ​ທຸກ​ໃຈ ​ແລະ ຢ່າ​ສູ່​ຢ້ານ.”24

“​ເຮົາ​ນີ້​ແຫລະ​ເປັນ​ເຫດ​ໃຫ້​ຄົນ​ທັງ​ປວງ​ເປັນຄືນມາ ທັງ​ເປັນ​ຊີວິດ ຜູ້ທີ່​ວາງ​ໃຈ​ເຊື່ອ​ໃນ​ເຮົາ​ເຖິງ​ແມ່ນ​ວ່າ​ຕາຍ​ໄປ​ແລ້ວ​ກໍ​ຍັງ​ມີ​ຊີວິດ​ຢູ່:

“ຜູ້​ໃດ​ທີ່​ຍັງ​ມີ​ຊີວິດ​ຢູ່ ​ແລະ ​ເຊື່ອ​ເຮົາ​ ຈະ​ບໍ່​ຕາຍ​ຈັກ​ເທື່ອ.”25

ຄວາມ​ສະຫງົບ​ສາມາດ​ມາສູ່​ທຸກ​ຄົນ ຜູ້​ສະ​ແຫວງ​ຫາ​ອົງ​ສັນຕິ​ລາດ​ຢ່າງ​ພາກ​ພຽນ. ຄວາມ​ສະຫງົບ​ຂອງ​ພຣະອົງ​ເປັນ​ຂ່າວສານ​ອັນ​ຫວານ​ຊື່ນ ​ແລະ ຊ່ອຍ​​ໃຫ້​ລອດ ຊຶ່ງ​ຜູ້​ສອນ​ສາດສະໜາ​ຂອງ​ເຮົາ ​ໄດ້​ນຳ​ໄປ​ໃຫ້​ຜູ້​ຄົນທົ່ວ​ໂລກ. ​ເຂົາ​ເຈົ້າສັ່ງສອນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ທີ່​ໄດ້​ຖືກຟື້ນ​ຟູ​ຄືນ​ມາ​ໃໝ່​ຜ່ານ​ສາດສະດາ​ໂຈ​ເຊັບ ສະ​ມິດ.26 ຜູ້​ສອນ​ສາດສະໜາ​ສອນ​ຖ້ອຍ​ຄຳ​ທີ່​ປ່ຽນ​ແປງ​ຊີວິດ​ຂອງ​ພຣະຜູ້​ເປັນ​ເຈົ້າ ດັ່ງ​ນີ້: “ຖ້າ​ພວກ​ເຈົ້າຮັກ​ເຮົາ, ພວກ​ເຈົ້າກໍ​ຈະ​ເຊື່ອ​ຟັງ​ພຣະບັນຍັດ​ຂອງ​ເຮົາ.”27

ຄວາມ​ສະຫງົບ​ສາມາດ​ມາສູ່​ທຸກ​ຄົນ​ທີ່​ເລືອກ​ເດີນ​ຕາມ​ເສັ້ນທາງ​ຂອງ​ພຣະອາຈານ. ຄຳ​ເຊື້ອ​ເຊີນ​ຂອງ​ພຣະອົງ​ແມ່ນ​ກ່າວ​ອອກ​ມາ​ໃນ​ສີ່ຄຳ​ທີ່​ອ່ອນ​ຫວານນີ້​ວ່າ: “ຈົ່ງ​ຕາມ​ເຮົາ​ມາ.”28

ເຮົາ​ຮ້ອງ​ເພງ​ສັນລະ​ເສີນ​ອົງ​ສັນຕິ​ລາດ,29 ​ເພາະວ່າ​ພຣະອົງ​ຈະ​ສະ​ເດັດ​ມາ​ອີກ. ​ແລ້ວ “ລັດສະໝີ​ພາບ​ຂອງ​ພຣະຜູ້​ເປັນ​ເຈົ້າຈະ​ມາ​ປະກົດ, ​ແລະ ທຸກ​ປະຊາ​ຊາດ​ກໍ​ຈະ​ໄດ້​ເຫັນ​ນຳ​ກັນ.”30 ໂດຍ​ທີ່​ເປັນ​ພຣະ​ເມ​ຊີ​ອາ​ຂອງ​ຊ່ວງ​ໄລຍະ​ພັນ​ປີ, ພຣະອົງ​ຈະ​ປົກຄອງ​ເປັນ​ຈອມ​ກະສັດ​ ​ແລະ ຈອມ​ເຈົ້ານາຍ.31

ເມື່ອ​ເຮົາ​ຕິດຕາມ​ພຣະ​ເຢຊູ​ຄຣິດ​, ພຣະອົງ​ຈະ​ນຳພາ​ເຮົາ​ໄປ​ຢູ່​ກັບພຣະອົງ ​ແລະ ພຣະບິດາ​ເທິ​ງສະຫວັນ​ຂອງ​ເຮົາ, ຢູ່​ກັບ​ຄອບຄົວ​ຂອງ​ເຮົາ. ຜ່ານ​ການ​ທ້າ​ທາຍ​ຫລາຍ​ຢ່າງ​ຢູ່​ໃນ​ຊ່ວງ​ມະຕະ​ນີ້, ຖ້າ​ຫາກ​ເຮົາ​ຍັງ​ຊື່ສັດ​ຕໍ່​ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ, ​ຖ້າ​ຫາກ​ເຮົາ​ອົດທົນ​ຈົນ​ເຖິງ​ທີ່​ສຸດ, ​ແລ້ວ​ເຮົາຈະ​ເໝາະ​ສົມ​ກັບ​ຂອງ​ປະທານ​ອັນ​ຍິ່ງ​ໃຫຍ່​ນັ້ນຂອງ​ພຣະ​ເຈົ້າ, ຄືຊີວິດ​ນິລັນດອນ.32 ຢູ່​ໃນ​ທີ່​ປະ​ທັບ​ອັນ​ສັກສິດຂອງ​ພຣະອົງ, ຄອບຄົວ​ຂອງ​ເຮົາ​ສາມາດຢູ່​ນຳ​ກັນ​ຕະຫລອດ​ການ.

ຂໍ​ໃຫ້ພຣະ​ເຈົ້າຈົ່ງ​ອວຍພອນ​ທ່ານ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ ຂໍ​ໃຫ້​ເຮົາ​ແຕ່ລະຄົນ​ຈົ່ງ​ມີ​ຄວາມສຸກ​ສັນ​​ໃນວັນ​ຄຣິດສະມັດ! ​ແລະ ຂໍ​ໃຫ້​ທ່ານ​ຈົ່ງ​ຊື່ນ​ຊົມຕະຫລອດ​ການ​ກັບ​ພອນທັງ​ໝົດ​ຂອງ​ພຣະ​ເຈົ້າ—ອົງ​ສັນຕິ​ລາດ—ຂ້າພະ​ເຈົ້າອະທິຖານ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.

ພິມ