ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ຄວາມສຸກ​ທີ່​ແທ້​ຈິງ​ຂອງ​ບຸນຄຣິດສະມັດ


ຄວາມສຸກ​ທີ່​ແທ້​ຈິງ​ຂອງ​ບຸນຄຣິດສະມັດ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າມີ​ຄວາມສຸກ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ​ໃນ​ຄ່ຳ​ຄືນ​ນີ້ ​​ໃນ​ຂະນະ​ທີ່​ເຮົາ​ສະ​ເຫລີ​ມສະຫລອງການ​ກຳ​ເນີດຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະ​ຜູ້​ໄຖ່—​ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ, ພຣະຜູ້​ເປັນ​ເຈົ້າຂອງ​ເຮົາ, ຜ່ານ​ຄຳ​ດົນ​ໃຈ ​ແລະ ສຽງ​ເພງ.

ບຸນຄຣິດສະມັດ​ເປັນ​ເທດສະການ​ທີ່​ຮຸ່ງ​ເຫລື້ອມ​ປະຈຳ​ປີ. ມັນ​ຍັງ​ເປັນ​ເວລາ​ທີ່​ຫຍຸ້ງ​ຫລາຍ​ສຳລັບ​​ຫລາຍຕໍ່​ຫລາຍ​ຄົນ. ຂ້າພະ​ເຈົ້າຫວັງ​ວ່າ ​ເຮົາ​ຈະ​ບໍ່​ຫຍຸ້ງຍາກ​​ຫລາຍ​ກັບ​ຄວາມ​ກົດ​ດັນຂອງ​ເທດສະການ​ນີ້ ຈົນ​ເຮັດ​ໃຫ້​ເຮົາ​ເນັ້ນໜັກ​ໃສ່​ສິ່ງ​ທີ່​ບໍ່​ຖືກຕ້ອງ ​ແລະ ລືມ​ຄວາມສຸກ​ທີ່​ງ່າຍດາຍ​ຂອງ​ການ​ສະ​ເຫລີ​ມສະຫລອງ​ການ​ກຳ​ເນີ​ດຂອງອົງ​ບໍລິສຸດ​​ແຫ່ງ​ເບັດ​​ເລ​ເຮັມ.

ການ​ຊອກ​ຫາ​ຄວາມສຸກ​ທີ່​ແທ້​ຈິງ​ຂອງ​ບຸນຄຣິດສະມັດ ບໍ່​ໄດ້​ມາ​ເຖິງ​ເພາະ​ການ​ຟ້າວ​ເຮັດ​ໃຫ້​ແລ້ວ​ໄວ ​ແລະ ​ເຮັດ​ໃຫ້​​​ແລ້ວ​ຫລາຍ​ຢ່າງ. ​ເຮົາ​ພົບ​ຄວາມສຸກ​ທີ່​​ແທ້​ຈິງ​ຂອງ​ບຸນຄຣິດສະມັດ ​ເມື່ອ​ເຮົາ​ເຮັດ​ໃຫ້​ພຣະຜູ້​ຊ່ອຍ​ໃຫ້​ລອດ​ເປັນ​ຈຸດ​ສຳຄັນຂອງ​ເທດ​ສະການ​ນີ້.

​ໂດຍ​ທີ່​ໄດ້​ກຳ​ເນີ​ດຢູ່​ໃນ​ຄອກ​ສັດ, ຖືກ​ວາງ​ໄວ້​ຢູ່​ໃນ​ຮາງ​ຫຍ້າ, ​ພຣະອົງ​ໄດ້​ມາ​ຈາກ​ສະຫວັນ​ເພື່ອ​ມາສູ່​ໂລກ ​ເປັນ​ມະນຸດ​ມະຕະ ​ແລະ ​ເພື່ອ​ຈັດຕັ້ງອານາຈັກຂອງ​ພຣະ​ເຈົ້າ.​ ພຣະກິດ​ຕິ​ຄຸນ​ອັນ​ຮຸ້ງ​ເຫລື້ອມ​ຂອງ​ພຣະອົງ ​ໄດ້​ປ່ຽນ​​ແນວ​ຄິດ​ຂອງ​ໂລກ. ພຣະອົງ​ໄດ້​ມີ​ຊີວິດ​ຢູ່​ເພື່ອ​ເຮົາ, ​​ແລະ ພຣະອົງ​ໄດ້​ສິ້ນ​ພຣະ​ຊົນ​ເພື່ອ​ເຮົາ. ​ເຮົາ​ຄວນ​ເຮັດ​ສິ່ງ​ໃດ​ເພື່ອ​ຕອບ​ແທນ​ພຣະອົງ?

ຂ້າພະ​ເຈົ້າມັກ​ຖ້ອຍ​ຄຳ​ໃນ​ບົດ​ກະວີ​ຂອງ​ຊາວອັງກິດ​ຄົນ​ໜຶ່ງ​ຊື່ ຄຣິສຕີ​ນາ ​ໂຣ​ແຊ​ທີ ທີ່​ວ່າ:

​ຜູ້​ຂ້າຈະ​ຖະຫວາຍ​ສິ່ງ​ໃດ​​ແກ່ພຣະອົງ,

ຍາກຈົນ​ເຊັ່ນ​ຜູ້​ຂ້າ?

ຖ້າ​ຜູ້​ຂ້າ​ເປັນ​ຄົນ​ລ້ຽງ​ແກະ

ຜູ້​ຂ້າ​ຈະ​ນຳ​ລູກ​ແກະ​ມາ​ຖະຫວາຍ

ຖ້າ​ຜູ້​ຂ້າ​ເປັນ​ໂຫລາ​ຈານ

ຜູ້​ຂ້າ​ຈະ​​ຖະຫວາຍ​ເງິນ​ຄຳ​ກຳຍານ

ຜູ້​ຂ້າ​ຈະ​ຖະຫວາຍ​ສິ່ງ​ໃດ?

ມີ​ແຕ່​ຫົວ​ໃຈ​ເທົ່າ​ນັ້ນ.1

ການ​ສະ​ເຫລີ​ມສະຫລອງ​ບຸນຄຣິດສະມັດ​ຂອງ​ເຮົາ ຄວນ​ເປັນ​ການ​ສະທ້ອນ​ເຖິງ​ຄວາມ​ຮັກ ​ແລະ ຄວາມ​ບໍ່​ເຫັນ​ແກ່​ຕົວ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ການມອບໃຫ້, ບໍ່​ແມ່ນ​ແຕ່​ການ​​ໄດ້​ຮັບ, ຈະ​ນຳ​ຄວາມສຸກ​ອັນ​ລົ້ນ​ເຫລືອ​ມາ​ໃຫ້. ​ເຮົາ​ຈະມີ​ເມດ​ຕາ​ຈິດ​ຕໍ່​ກັນ​ຫລາຍ​ກວ່າ​ເກົ່າ. ​ເຮົາ​ຈະ​ເອື້ອມ​ອອກ​ໄປ​ຊ່ອຍ​​ເຫລືອ​ຄົນ​ທີ່​ອາພັບ. ຫົວ​ໃຈ​ຂອງ​ເຮົາ​ຈະ​ອ່ອນ​​ໂຍນ​. ​ເຮົາ​ຈະ​​ໃຫ້​ອະ​ໄພສັດຕູ, ຈະ​ຈື່​ຈຳ​ໝູ່​ເພື່ອນ, ​ແລະ ຈະ​ເຊື່ອ​ຟັງ​ພຣະ​ເຈົ້າ.​ ພຣະວິນ​ຍານ​ຂອງ​ຄຣິດສະມັດ​ເຮັດ​ໃຫ້​ທ່ານ​ຫລຽວ​ເຫັນ​ໂລກ​ໃນ​ຮູບ​ແບບ​ໃໝ່, ​ແລະ ​ເຮົາຈະ​ເບິ່ງ​ຊີວິດ​ອັນ​ຫຍຸ້ງຍາກ​ຂອງ​ໂລກ ​ແລະ ​ເລີ່​ມສົນ​ໃຈ​ກັບ​ຜູ້​ຄົນ​ຫລາຍ​ກວ່າ​ສິ່ງ​ຂອງ.​ ​ໃນ​ການ​ເຂົ້າ​ໃຈຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງວິນ​ຍານ​ຂອງຄຣິດສະມັດ, ​ເຮົາ​ພຽງ​ແຕ່​ຕ້ອງ​​ເອົາ​ຄຳ​ວ່າ ສະມັດ ອອກ​ໄປ, ​ແລ້ວ​ມັນ​ຈະ​ກາຍ​ເປັນວິນ​ຍານ​ຂອງ​ພຣະຄຣິດ.

ປະທານ​ເດ​ວິດ ​ໂອ ມິກ​ເຄ ​ໄດ້​ກ່າວ​ວ່າ: “ຄວາມສຸກ​ທີ່​ແທ້​ຈິງ​ມາ​ເຖິງ​ ​ເພາະ​ການ​ເຮັດ​ໃຫ້​ຄົນ​ອື່ນ​ມີ​ຄວາມສຸກ​ເທົ່າ​ນັ້ນ—ນັ້ນຄືການ​ໃຊ້​ຄຳ​ສອນຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດຢ່າງ​ຖືກຕ້ອງທີ່​ວ່າ ຕ້ອງ​ເສຍ​ຊີວິດ​ຂອງ​ຕົນ​ເພື່ອຈະ​ພົບ​ຊີວິດ​ນັ້ນ. ສະຫລຸບ​ແລ້ວ, ວິນ​ຍານ​ຂອງຄຣິດສະມັດ ​ແມ່ນ​ພຣະວິນ​ຍານ​ຂອງ​ພຣະຄຣິດ, ທີ່​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ສັນ​ອ້າຍ​ເອື້ອຍ​ນ້ອງ ​ແລະ ​ເພື່ອນ​ຝູງ ​ແລະ ກະ​ຕຸ້ນ​ເຮົາ​ໃຫ້​ເຮັດ​ຄວາມ​ດີ​ແຫ່ງ​ການ​ຮັບ​ໃຊ້.

“ມັນ​ແມ່ນ​ວິນ​ຍານ​ແຫ່ງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ການ​ເຊື່ອ​ຟັງ​ຕໍ່​ສິ່ງ​ທີ່​ຈະ​ນຳ ‘ຄວາມສະຫງົບມາສູ່​ໂລກ,’ ​ເພາະ​ມັນ​ໝາຍ​ຄວາມ​ວ່າ—ສັນຕິ​ສຸກ​ແກ່​ມະນຸດ​ທັງ​ປວງ.”2

ຂໍ​ໃຫ້​ເຮົາ​ຈົ່ງ​ມອບ​ໃຫ້​ດັ່ງ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປະທານ​ໃຫ້. ການ​ມອບ​ຕົນ​ເອງ​ໃຫ້ ​ເປັນ​ຂອງ​ປະທານ​ທີ່​ສັກສິດ. ​ເຮົາ​ມອບ​ໃຫ້​ເປັນ​ສິ່ງ​ລະນຶກ​ເຖິງ​ທຸກ​ສິ່ງ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ປະທານ​ໃຫ້.​ ຂໍ​ໃຫ້​ເຮົາ​ຈົ່ງ​ມອບ​ຂອງ​ຂວັນ​ທີ່​ມີ​ຄຸນຄ່າ​ນິລັນດອນ, ພ້ອມ​ກັບ​ຂອງ​ຂວັນ​ທີ່​​ໃນ​ທີ່​ສຸດຈະແຕກ​ຫັກ ຫລື ຫລົງ​ລືມ​ໄປ. ​ໂລກ​ນີ້​ຈະ​ດີ​ຂຶ້ນຫລາຍ​ພຽງ​ໃດ ຖ້າ​ຫາກ​ເຮົາ​ທຸກ​ຄົນ​ມອບ​ຂອງຂວັນ​​ແຫ່ງ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ, ການຮັບ​ໃຊ້ ​ແລະ ​ຄວາມເປັນ​​ເພື່ອນ, ມີ​ເມດ​ຕາ ​ແລະ ຄວາມອ່ອນ​ຫວານ.

​​ໃນ​ຂະນະ​ທີ່​ເທດ​ສະການ​ຄຣິດສະມັດ​ອ້ອມ​ຮອບ​ເຮົາ​ດ້ວຍ​ຄວາມ​ຮຸ່ງ​ເຫລື້ອມ​ທັງ​ໝົດຂອງ​ມັນ, ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ເຊັ່ນ​ດຽວ​ກັບ​ພວກ​ໂຫລາ​ຈານ ທີ່​ສະ​ແຫວ​ງຫາ​ດາວ​ດວງ​ໃໝ່​ທີ່​ຮຸ່ງ​ເຫລື້​ອມ ​ເພື່ອ​ນຳພາ​​ເຮົາ​ໃນ​ການ​ສະ​ເຫລີ​ມສະຫລອງ​ການ​ກຳ​ເນີ​ດຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ຂໍ​ໃຫ້​ເຮົາ​ຈົ່ງ​ເດີນທາງ​ໄປ​ເບັດ​ເລ​ເຮັມ​ໃນ​ວິນ​ຍານ, ນຳ​ຫົວ​ໃຈອັນ​ອ່ອນ​ໂຍນ​ຂອງ​ເຮົາ​ໄປ​ເປັນ​ເຄື່ອງ​ຖະຫວາຍ​​ແກ່​ພຣະຜູ້​ຊ່ອຍ​ໃຫ້​ລອດ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ,​ ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຈົ່ງ​ເຕັມ​ໄປ​ດ້ວຍ​ຄວາມສຸກ​ຂອງ​ບຸນຄຣິດສະມັດ. ນີ້​ຄື​ຄວາມ​ຫວັງ ​ແລະ ຄຳ​ອະທິຖານ​ຂອງ​ຂ້າພະ​ເຈົ້າ, ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ, ພຣະ​ເຢຊູຄຣິດ, ອາ​ແມ​ນ.

​ແຫ​ລ່ງອ້າງ​ອີງ

  1. In Jack M. Lyon and others, eds., Best-Loved Poems of the LDS People (1996), 166–67.

  2. David O. McKay, Gospel Ideals (1953), 551.

ພິມ