ຢ່າຢ້ານເລີຍ
ອ້າຍເອື້ອຍນ້ອງທີ່ຮັກແພງ, ເຮົາໄດ້ມາເຕົ້າໂຮມກັນໃນຄ່ຳຄືນນີ້ ເພາະຄວາມຮັກທີ່ເຮົາມີ ສຳລັບບຸນຄຣິດສະມັດ ແລະ ເທດສະການຄຣິດສະມັດ. ມີຫຍັງແດ່ທີ່ດີໄປກວ່າສຽງເພງຄຣິດສະມັດທີ່ມ່ວນອອນຊອນ, ການທີ່ຄອບຄົວ ແລະ ໝູ່ເພື່ອນໄດ້ມາເຕົ້າໂຮມກັນໃນຍາມຄຣິດສະມັດ, ໃບໜ້າທີ່ຍິ້ມແຍ້ມແຈ່ມໃສ, ແລະ ຄວາມຕື່ນເຕັ້ນອັນລົ້ນເຫລືອຂອງເດັກນ້ອຍ? ຄຣິດສະມັດສາມາດເຕົ້າໂຮມຄອບຄົວ, ໝູ່ເພື່ອນ, ແລະ ຊຸມຊົນ ເຂົ້າກັນໄດ້. ເຮົາໄດ້ຕັ້ງໜ້າລໍຄອຍມື້ທີ່ຈະໄດ້ແລກປ່ຽນຂອງຂວັນ ແລະ ມ່ວນຊື່ນກັບງານລ້ຽງສະຫລອງເທດສະການ.
ໃນປຶ້ມຊື່ A Christmas Carol, ຊຶ່ງແຕ່ງໂດຍຄົນອັງກິດຊື່ Charles Dickens, ຫລານຊາຍຂອງທ່ານ Scrooge ໄດ້ສັງເກດເຫັນບັນຍາກາດທີ່ສັກສິດນີ້ວ່າ “ຂ້າພະເຈົ້າໄດ້ຄິດສະເໝີກ່ຽວກັບບຸນຄຣິດສະມັດ, ເມື່ອມັນມາເຖິງ, ວ່າມັນເປັນເວລາທີ່ດີ: ເປັນເວລາທີ່ມີຄວາມກະລຸນາ, ໃຫ້ອະໄພ, ມີໃຈເພື່ອແຜ່, ແລະ ມ່ວນຊື່ນຫລາຍ: ເປັນເວລາດຽວທີ່ຂ້າພະເຈົ້າເຄີຍຮູ້ມາ ພາຍໃນປີ, ເມື່ອຊາຍ ແລະ ຍິງ ເຫັນພ້ອມເປັນເອກະສັນ ທີ່ຈະເປີດໃຈ ແລະ ຄິດກ່ຽວກັບຄົນອື່ນ ... ແລະ ສະນັ້ນ ... ເຖິງແມ່ນຂ້າພະເຈົ້າບໍ່ເຄີຍໄດ້ຮັບເງິນຄຳຈັກເທື່ອຈາກເທດສະການນີ້ ແຕ່ຂ້າພະເຈົ້າເຊື່ອວ່າ ມັນ ໄດ້ ເປັນສິ່ງທີ່ດີ, ແລະ ຈະ ເປັນສິ່ງທີ່ດີສຳລັບຂ້າພະເຈົ້າຕໍ່ໄປ; ສະນັ້ນ ຂ້າພະເຈົ້າຂໍກ່າວວ່າ, ຂໍພຣະເຈົ້າຈົ່ງອວຍພອນບຸນຄຣິດມັດນີ້ດ້ວຍເທີ້ນ!” (A Christmas Carol [1858], 5–6).
ໂດຍທີ່ເປັນພໍ່ຄົນໜຶ່ງ, ແລະ ຕອນນີ້ກໍເປັນພໍ່ຕູ້ຄົນໜຶ່ງ, ຂ້າພະເຈົ້າໄດ້ຖືກເຕືອນໃຈ ເຖິງຄວາມມະຫັດສະຈັນຂອງບຸນຄຣິດສະມັດ ເມື່ອຂ້າພະເຈົ້າໄດ້ສັງເກດເບິ່ງລູກ, ແລະ ບັດນີ້ ສັງເກດເບິ່ງຫລານ ສະຫລອງການກຳເນີດຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ຊື່ນຊົມກັບການໄດ້ມາຢູ່ນຳກັນເປັນຄອບຄົວ. ຂ້າພະເຈົ້າແນ່ໃຈວ່າ ທ່ານກໍເຄີຍສັງເກດເບິ່ງ ດັ່ງທີ່ຂ້າພະເຈົ້າໄດ້ເຫັນຄວາມຊື່ນຊົມ ແລະ ຄວາມໄຮ້ດຽງສາຂອງເດັກນ້ອຍ ທີ່ຕັ້ງຕາລໍຄອຍເທດສະການພິເສດນີ້. ຄວາມຊື່ນຊົມຂອງເຂົາເຈົ້າ ໄດ້ເຕືອນເຮົາແຕ່ລະຄົນເຖິງຄວາມສຸກໃນວັນບຸນຄິດສະມັດທີ່ຜ່ານມາ. ແມ່ນທ່ານ ດິກເກັນສ໌ ຄົນດຽວກັນນັ້ນ ທີ່ໄດ້ສັງເກດເຫັນວ່າ, “ການເປັນເດັກນ້ອຍກໍດີເປັນບາງຄັ້ງ, ແລະ ບໍ່ມີເວລາໃດທີ່ດີໄປກວ່າວັນຄຣິດສະມັດ, ເມື່ອຜູ້ກໍ່ສ້າງທີ່ຍິ່ງໃຫຍ່ຂອງມັນ ກໍໄດ້ເປັນເດັກນ້ອຍຜູ້ໜຶ່ງ.” (A Christmas Carol, 67).
ຂ້າພະເຈົ້າໄດ້ເຕີບໃຫຍ່ຂຶ້ນຢູ່ໃກ້ເມືອງລອສ໌ ແອງໂຈເລສ໌, ບ່ອນທີ່ເຮືອນຂອງຂ້າພະເຈົ້າອ້ອມຮອບໄປດ້ວຍສວນຕົ້ນໝາກກ້ຽງ. ໃນຄ່ຳຄືນໜຶ່ງຂອງຊ່ວງບຸນຄຣິດມັດແຕ່ລະປີ, ພໍ່ແມ່ຂອງຂ້າພະເຈົ້າ ຈະເຊື້ອເຊີນຄອບຄົວ, ໝູ່ເພື່ອນ, ແລະ ເພື່ອນບ້ານ ໃຫ້ມາຮ້ອງເພງຄຣິດສະມັດ ແລະ ສັງສັນນຳກັນຢູ່ເຮືອນຂອງພວກເຮົາ. ມັນເປັນປະເພນີທີ່ດີຫລາຍສຳລັບເຮົາທຸກຄົນ, ແລະ ການຮ້ອງເພງເບິ່ງຄືວ່າ ດຳເນີນໄປຫລາຍຊົ່ວໂມງ. ພວກເຮົາຜູ້ເປັນເດັກນ້ອຍ ກໍພາກັນຮ້ອງເພງໄປນຳເມື່ອຈຳເປັນ, ແລ້ວພວກເຮົາໄດ້ລັກອອກໄປຫາສວນໝາກກ້ຽງ ເພື່ອແລ່ນຫລິ້ນ.
ພັນລະຍາຂອງຂ້າພະເຈົ້າ, ແຄຕີ້, ແລະ ຂ້າພະເຈົ້າຍັງໄດ້ສ້າງຄອບຄົວຢູ່ລັດຄາລິຟໍເນຍພາກໃຕ້, ຢູ່ໃກ້ທະເລ. ບຸນຄຣິດສະມັດຢູ່ເຂດນັ້ນ ເປັນພາບຕົ້ນຕານປິວສະບັດໄປມາຕາມລົມ. ທຸກໆປີ ລູກໆຂອງພວກຂ້າພະເຈົ້າຈະລໍຖ້າເວລາໄປເບິ່ງການແຂ່ງເຮືອປະຈຳປີ ສຳລັບບຸນຄຣິດສະມັດ. ເຮືອຈຳນວນຫລາຍຮ້ອຍລຳ, ຮຸ່ງແຈ້ງດ້ວຍໄຟແສງສີຕ່າງໆ ແລ່ນໄປຕາມທ່າເຮືອ ໃນຂະນະທີ່ພວກເຮົາຫລຽວເບິ່ງ ດ້ວຍຄວາມຕື່ນເຕັ້ນ.
ເວລານີ້ ພວກເຮົາອາໄສຢູ່ເມືອງເຊົາເລັກ, ແຄຕີ້ ແລະ ຂ້າພະເຈົ້າ ມີປະເພນີໜຶ່ງອີກ ຄືການພາລູກ ແລະ ຫລານ ໄປເບິ່ງລະຄອນເພງຊື່ A Christmas Carol.. ທຸກໆປີ, ໃນຂະນະທີ່ພວກເຮົາຫລຽວເບິ່ງ ທ່ານ ເອເບເນເຊີ ສະກຣູຈ໌ ປ່ຽນຄວາມນຶກຄິດຂອງເພິ່ນ ຈາກການເປັນຄົນທີ່ບໍ່ມີນ້ຳໃຈ ແລ້ວກາຍເປັນເພື່ອນບ້ານ ທີ່ເຕັມໄປດ້ວຍຄວາມສຸກຂອງບຸນຄຣິດສະມັດ, ພວກເຮົາກໍຮູ້ສຶກປ່ຽນແປງແບບທ່ານ ສະກຣູຈ໌ ຄືກັນ. ພວກເຮົາໄດ້ຖືກດົນໃຈໃຫ້ເຮັດດີຂຶ້ນກວ່າເກົ່າ ທີ່ຈະເຮັດຕາມແບບຢ່າງຂອງພຣະຜູ້ຊ່ອຍໃຫ້ລອດ ເລື່ອງຄວາມເພື່ອແຜ່ຕໍ່ທຸກຄົນ.
ວິນຍານແຫ່ງການປ່ຽນສະພາບຂອງເທດສະການຄຣິດສະມັດ ໄດ້ເລີ່ມຕົ້ນຈາກອຳນາດແຫ່ງການໄຖ່ຂອງພຣະເຢຊູຄຣິດ ເພື່ອປ່ຽນຊີວິດຂອງເຮົາໃຫ້ດີກວ່າເກົ່າ. ເລື່ອງລາວທີ່ດີເດັ່ນກ່ຽວກັບການກຳເນີດຂອງພຣະບຸດຂອງພຣະເຈົ້າ ຊຶ່ງໄດ້ເກີດຂຶ້ນຫລາຍກວ່າສອງພັນປີກ່ອນ ຢູ່ໃນເມືອງເບັດເລເຮັມ ໄດ້ຖືກບັນທຶກໄວ້ຢູ່ໃນພຣະທຳ ລູກາ ດັ່ງນີ້:
“ໃນເວລານັ້ນ ຈັກກະພັດໂອຄຸໂຕ ໄດ້ອອກຄຳສັ່ງ ໃຫ້ພົນລະເມືອງໃນທົ່ວຈັກກະພົບໂຣມ ໄປຈົດທະບຽນສຳມະໂນຄົວ. …
“ປະຊາຊົນທຸກຄົນ ຈຶ່ງໄປຈົດທະບຽນສຳມະໂນຄົວ ຕາມບ້ານເກີດເມືອງນອນຂອງໃຜລາວ.
“ຝ່າຍໂຢເຊັບກໍອອກເດີນທາງຈາກເມືອງນາຊາເຣັດໃນແຂວງຄາລີເລ ເພື່ອໄປຍັງເມືອງເບັດເລເຮັມແຂວງຢູດາຍ ເມືອງຂອງກະສັດດາວິດ; …
“ເພື່ອໄດ້ໄປຈົດທະບຽນກັບນາງມາຣີ, ຄູ່ໝັ້ນຂອງເພິ່ນ ທີ່ກຳລັງຖືພາຢູ່.
“ແລະ ຂະນະທີ່ພວກເພິ່ນຢູ່ໃນເມືອງເບັດເລເຮັມນັ້ນ ກໍພໍດີຄົບກຳນົດທີ່ນາງມາຣີຈະເກີດລູກ.
“ນາງໄດ້ເກີດລູກຊາຍກົກ, ເອົາຜ້າອ້ອມພັນ ແລະ ວາງໄວ້ໃນຮາງຫຍ້າ ເພາະວ່າໃນໂຮງແຮມນັ້ນ ບໍ່ມີຫ້ອງຫວ່າງສຳລັບພວກເພິ່ນເລີຍ.
“ໃນຂົງເຂດນີ້ ໄດ້ມີຄົນລ້ຽງແກະທີ່ຢູ່ຕາມທົ່ງ ນອນເຝົ້າຝູງແກະຂອງພວກເຂົາໃນເວລາກາງຄືນ.
“ມີທູດອົງໜຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ພວກເຂົາ, ແລະ ລັດສະໝີຂອງພຣະຜູ້ເປັນເຈົ້າ ກໍສ່ອງແຈ້ງອ້ອມຮອບພວກເຂົາ: ດັ່ງນັ້ນ ພວກເຂົາຈຶ່ງຕົກໃຈຢ້ານຫລາຍ.
“ແຕ່ທູດອົງນັ້ນໄດ້ກ່າວແກ່ພວກເຂົາວ່າ, ຢ່າຢ້ານເລີຍ: ເຮົານຳຂ່າວດີມາບອກໃຫ້ພວກເຈົ້າຮູ້ ເປັນຂ່າວທີ່ນຳຄວາມຊົມຊື່ນຍິນດີອັນໃຫຍ່ ມາສູ່ປະຊາຊົນທັງໝົດ.
“ເພາະວ່າໃນວັນນີ້ ພຣະຜູ້ຊ່ອຍໃຫ້ລອດອົງໜຶ່ງ ຄືພຣະຄຣິດໄດ້ມາບັງເກີດຢູ່ໃນເມືອງຂອງດາວິດ ສຳລັບເຈົ້າທັງຫລາຍ.
“ນີ້ແຫລະ ຈະເປັນໝາຍສຳຄັນແກ່ພວກເຈົ້າ ຄືພວກເຈົ້າຈະໄດ້ພົບພຣະກຸມມານອົງໜຶ່ງ ພັນຜ້າອ້ອມນອນຢູ່ໃນຮາງຫຍ້າ.
“ໃນທັນໃດນັ້ນ ກໍມີກອງທັບເຫລົ່າທູດແຫ່ງສະຫວັນໝູ່ໃຫຍ່ ມາປະກົດກັບທູດອົງນັ້ນ ຮ່ວມກັນຮ້ອງສັນລະເສີນພຣະເຈົ້າວ່າ,
“ລັດສະໝີຈົ່ງມີແກ່ພຣະເຈົ້າ ໃນສະຫວັນທີ່ສູງສຸດ ແລະ ທີ່ແຜ່ນດິນໂລກ ຈົ່ງມີສັນຕິສຸກ ແກ່ມະນຸດທັງປວງ” (ລູກາ 2:1, 3–14).
ທູດອົງນັ້ນຄົງຮູ້ເຖິງຄວາມຢ້ານກົວຂອງຄົນລ້ຽງແກະ ຕອນເພິ່ນມາປະກົດຕໍ່ພວກເຂົາ, ຈຶ່ງໄດ້ບອກພວກເຂົາວ່າ “ຢ່າຢ້ານເລີຍ.” ລັດສະໝີທີ່ໜ້າອັດສະຈັນໃຈຂອງພຣະເຈົ້າ, ຊຶ່ງຮຸ່ງແຈ້ງຈາກທູດສະຫວັນ, ໄດ້ເຮັດໃຫ້ພວກເຂົາຕົກໃຈຢ້ານຫລາຍແທ້ໆ. ແຕ່ຂ່າວທີ່ທູດອົງນັ້ນໄດ້ນຳມາບອກ ບໍ່ໄດ້ເປັນຂ່າວທີ່ໜ້າຢ້ານກົວເລີຍ. ເພິ່ນໄດ້ມາເພື່ອປະກາດການມະຫັດສະຈັນ, ເພື່ອນຳຂ່າວດີມາໃຫ້, ເພື່ອບອກພວກເຂົາວ່າ ການໄຖ່ມວນມະນຸດໄດ້ເລີ່ມຕົ້ນແລ້ວ. ບໍ່ມີຂ່າວອື່ນໃດກ່ອນໜ້ານັ້ນ ຫລື ຫລັງຈາກນັ້ນ ທີ່ເປັນຂ່າວອັນໜ້າຊົມຊື່ນຍິນດີຫລາຍໄປກວ່ານີ້. ພຣະຜູ້ອົງດຽວທີ່ຖືກຳເນີດຂອງພຣະບິດາ ໄດ້ເລີ່ມຕົ້ນການເດີນທາງໃນໂລກມະຕະຂອງພຣະອົງ: “ເພາະວ່າໃນວັນນີ້ ພຣະຜູ້ຊ່ອຍໃຫ້ລອດອົງໜຶ່ງ ຄືພຣະຄຣິດໄດ້ມາບັງເກີດຢູ່ໃນເມືອງຂອງດາວິດ ສຳລັບເຈົ້າທັງຫລາຍ.” ນີ້ແມ່ນຂ່າວສານທີ່ນຳຄວາມຊົມຊື່ນຍິນດີມາໃຫ້ເຮົາແທ້ໆ.
ຈະມີເວລາໃດເວລາໜຶ່ງໃນຊີວິດຂອງເຮົາແຕ່ລະຄົນ ເມື່ອເຮົາຈະຮູ້ສຶກວ່າ ຄວາມສຸກອັນຍິ່ງໃຫຍ່ທີ່ທູດອົງນັ້ນ ໄດ້ສັນຍາໄວ້ ເບິ່ງຄືວ່າ ໄກເກີນທີ່ຈະເອື້ອມເຖິງ. ເຮົາທຸກຄົນບໍ່ສາມາດຫລີກເວັ້ນຈາກຄວາມອ່ອນແອ ແລະ ຄວາມຍາກລຳບາກໃນຊີວິດ—ຄວາມເຈັບປ່ວຍ, ຄວາມລົ້ມເຫລວ, ບັນຫາ, ຄວາມຜິດຫວັງ, ແລະ ໃນທີ່ສຸດ, ຄວາມຕາຍ. ບາງຄົນອາດໄດ້ຮັບພອນຫລາຍ ທີ່ມີຊີວິດຢູ່ດ້ວຍຄວາມປອດໄພທາງຮ່າງກາຍ, ແຕ່ຫລາຍຄົນບໍ່ໄດ້ເປັນເຊັ່ນນັ້ນ. ຫລາຍຄົນຈະປະເຊີນກັບຄວາມຫຍຸ້ງຍາກຫລາຍທີ່ສຸດໃນຊີວິດ ທັງຝ່າຍຮ່າງກາຍ ແລະ ຝ່າຍຈິດໃຈ.
ເຖິງແມ່ນໃນຄວາມຫຍຸ້ງຍາກໃນຊີວິດ, ແຕ່ຂ່າວສານຂອງພຣະຜູ້ເປັນເຈົ້າຕໍ່ເຮົາແຕ່ລະຄົນ ຍັງເໝືອນເດີມໃນມື້ນີ້ ຄືກັນກັບໃນມື້ທີ່ຄົນລ້ຽງແກະໄດ້ຍິນ ເມື່ອສອງພັນປີກ່ອນນັ້ນ ທີ່ວ່າ: “ຢ່າຢ້ານເລີຍ.” ບາງທີຄຳເວົ້າຂອງທູດ ທີ່ບໍ່ໃຫ້ຢ້ານ ມີຄວາມໝາຍຕໍ່ເຮົາໃນວັນເວລານີ້ ຫລາຍກວ່າຕອນທີ່ເພິ່ນພະຍາຍາມປອບໃຈຄົນລ້ຽງແກະ ຜູ້ຕົກໃຈຢ້ານຫລາຍ ໃນຄ່ຳຄືນຄຣິດສະມັດເທື່ອທຳອິດນັ້ນ. ຫລືວ່າເພິ່ນຢາກໃຫ້ເຮົາເຂົ້າໃຈອີກວ່າ ເປັນເພາະພຣະຜູ້ຊ່ອຍໃຫ້ລອດ, ຄວາມຢ້ານກົວຈຶ່ງເອົາຊະນະເຮົາບໍ່ໄດ້? ຫລືວ່າເພິ່ນຢາກໃຫ້ເຮົາໝັ້ນໃຈໄດ້ວ່າ ມັນຈະບໍ່ເປັນດັ່ງທີ່ເຮົາຢ້ານກົວທີ່ສຸດ? ຫລືວ່າເພິ່ນຢາກເຕືອນເຮົາວ່າ ບໍ່ມີບັນຫາໃດຢູ່ໃນໂລກນີ້ ທີ່ບໍ່ສາມາດແກ້ໄຂໄດ້, ແລະ ເຮົາທຸກຄົນສາມາດໄດ້ຮັບການໄຖ່ຖອນໄດ້?
ຂອງຂວັນທີ່ດີເລີດທີ່ສຸດ ທີ່ໄດ້ປະທານໃຫ້ໃນວັນຄຣິດສະມັດ ແມ່ນຂອງຂວັນທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ປະທານໃຫ້ດ້ວຍພຣະອົງເອງສະເໝີ ນັ້ນຄື: ສັນຕິສຸກອັນບໍລິບູນຂອງພຣະອົງ. ພຣະອົງໄດ້ກ່າວວ່າ: “ສັນຕິສຸກທີ່ເຮົາໃຫ້ນັ້ນ ບໍ່ເໝືອນສັນຕິສຸກທີ່ໂລກໃຫ້. ຢ່າວຸ້ນວາຍເປັນທຸກໃຈ ແລະ ຢ່າສູ່ຢ້ານ” (ໂຢຮັນ 14:27). ເຖິງແມ່ນຢູ່ໃນໂລກບ່ອນທີ່ສັນຕິສຸກເບິ່ງຄືວ່າຢູ່ໄກຈາກເຮົາ, ແຕ່ເຮົາສາມາດມີຂອງປະທານແຫ່ງສັນຕິສຸກຂອງພຣະຜູ້ເປັນເຈົ້າ ຢູ່ໃນໃຈເຮົາໄດ້ ບໍ່ວ່າສະພາບການຂອງເຮົາຈະເປັນແບບໃດກໍຕາມ. ຖ້າຫາກເຮົາຮັບເອົາການເຊື້ອເຊີນຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ຈະຕິດຕາມພຣະອົງ, ຄວາມຢ້ານກົວຈະຖືກກຳຈັດໃຫ້ສະຫລາຍໄປຕະຫລອດການ. ອະນາຄົດຂອງເຮົາຈະໝັ້ນຄົງ. ນີ້ຄື “ຂ່າວດີມາບອກໃຫ້ພວກເຈົ້າຮູ້ ເປັນຂ່າວທີ່ນຳຄວາມຊົມຊື່ນຍິນດີອັນໃຫຍ່ ມາສູ່ປະຊາຊົນທັງໝົດ.” “ຢ່າຢ້ານເລີຍ,” ສາດສະດາເອຊາຢາ ໄດ້ເຕືອນເຮົາວ່າ, “ເພາະເຮົາຢູ່ກັບພວກເຈົ້າ ສະນັ້ນ ຢ່າສູ່ຢ້ານກົວ ຢ່າສູ່ຢ້ານສິ່ງໃດໆ ເຮົາຄືພຣະເຈົ້າຂອງພວກເຈົ້າ; ເຮົາຈະຊ່ອຍຊູໃຫ້ພວກເຈົ້າໄດ້ເຂັ້ມແຂງ ເຮົາຈະປົກປັກຮັກສາຊ່ອຍພວກເຈົ້າໃຫ້ພົ້ນ” (ເອຊາຢາ 41:10).
ເພາະວ່າພຣະຜູ້ຊ່ອຍໃຫ້ລອດໄດ້ມາກຳເນີດເມື່ອສອງພັນປີກ່ອນ ໃນເມືອງເບັດເລເຮັມ, ສະນັ້ນ ຈຶ່ງມີຄວາມຫວັງ—ແລະ ຫລາຍກວ່ານັ້ນ. ມີການໄຖ່, ມີການບັນເທົາ, ມີໄຊຊະນະ, ແລະ ມີຄວາມສຳເລັດ. “ຄົນທີ່ຜິດຈະຜ່າຍແພ້, ຄົນທີ່ຖືກຈະຊະນະ” (“I Heard the Bells on Christmas Day,” Hymns, no. 214). ສະນັ້ນ ເຫລົ່າທູດຈຶ່ງໄດ້ມາປະກົດ ເພື່ອເນັ້ນການປະກາດຂອງທູດອົງນັ້ນ ເຖິງການກຳເນີດຂອງພຣະຜູ້ຊ່ອຍໃຫ້ລອດວ່າ, “ລັດສະໝີຈົ່ງມີແກ່ພຣະເຈົ້າ ໃນສະຫວັນທີ່ສູງສຸດ ແລະ ທີ່ແຜ່ນດິນໂລກ ຈົ່ງມີສັນຕິສຸກ ແກ່ມະນຸດທັງປວງ.” ບໍ່ມີຂ່າວອື່ນໃດທີ່ໃຫ້ຄວາມແນ່ນອນໃຈຫລາຍໄປກວ່ານີ້. ບໍ່ມີຂ່າວອື່ນໃດ ທີ່ຈະມອບສັນຕິສຸກ ແກ່ມະນຸດທັງປວງ ຫລາຍໄປກວ່ານີ້.
ຂໍໃຫ້ເທດສະການນີ້ ຈົ່ງນຳສັນຕິສຸກ ແລະ ຄວາມຊື່ນຊົມມາສູ່ທ່ານ ແລະ ຄົນທີ່ທ່ານຮັກ, ເພາະວ່າໃນວັນນັ້ນ ພຣະຜູ້ຊ່ອຍໃຫ້ລອດອົງໜຶ່ງ ຄືພຣະຄຣິດໄດ້ມາບັງເກີດຢູ່ໃນເມືອງຂອງດາວິດ ສຳລັບເຮົາທັງຫລາຍ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.