ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ເຊີນມາ​ສັກກາລະ​ພຣະອົງ—ແລະ ແຜນ!


ເຊີນມາ​ສັກກາລະ​ພຣະອົງ—ແລະ ແຜນ!

​ເຊັ່ນ​ດຽວ​ກັບ​​ພວກ​ທ່ານທັງຫລາຍ, ສາມີ​ທີ່​ໜ້າ​ຮັກ​ຂອງ​ຂ້າພະ​ເຈົ້າ, ​ເຄຣກ, ​ແລະ ຂ້າພະ​ເຈົ້າກໍ​ມັກ​ເພງ​ຄຣິດສະມັດ​ທີ່​ສັກສິດ​ຫລາຍ​ແທ້ໆ. ຖ້າ​ຫາກ​ພວກ​ເຮົາ​ຕ້ອງ​ຂຽນ​ຊື່​ເພງ​ທີ່​ພວກ​ເຮົາ​ມັກ​ຫລາຍ, ​ເພງ​ໜຶ່ງ​ທີ່ຢູ່​ໃນ​ອັນ​ດັບ​ເກືອບ​ສູງ​ສຸດ ຈະ​ເປັນ​ເພງ​ “ຂໍເຊີນ​ທ່ານ​ຜູ້​ວາງໃຈ.” ເປັນ​ບົດເພງ​ທີ່ “ຊື່ນຊົມ” ແລະ “ມີ​ໄຊ” ຊັກຊວນ​ເຮົາ​ໃຫ້ “ມາ,” “ເບິ່ງ,” ​ແລະ “ສັກກາລະ” ພຣະຜູ້​ຊ່ອຍ​ໃຫ້ລອດ, ພຣະ​ເຢຊູ​ຄຣິດ—“ອົງກະສັດ​ຂອງ​ເຫລົ່າທຸດ.”1 ຂ້າພະ​ເຈົ້າຮູ້ສຶກ​ແນ່​ໃຈ​ວ່າ, ຕອນ​ເປັນວິນ​ຍານ​ກ່ອນ​ມາສູ່​ໂລກ​ນີ້ ທີ່​ໄດ້​ຍິນ​ກ່ຽວ​ກັບ​ແຜນ​ແຫ່ງ​ການ​ໄຖ່, ພວກ​ເຮົາ​ຄົງ​ບໍ່​ພຽງ​ແຕ່​ເບິ່ງ ​ແລະ ສັກກາລະ ​ເທົ່າ​ນັ້ນ ​ແຕ່​ຄົງ​ຮ້ອງ​ໂຮ​ດ້ວຍ​ຄວາມ​ຊື່ນຊົມ ​ເມື່ອ​ພຣະອົງ​ອາສາ​ສະໝັກ ​ແລະ ສະ​ເໜີ​ມອບ​ພຣະອົງ​ເອງ ​​ໃຫ້​ເປັນ​ພຣະ​ຜູ້ຊ່ອຍ​ໃຫ້​ລອດ​ຂອງ​ໂລກ.2 ​ໃນ​ພຣະຄຳ​ອັນ​ເລິກ​ຊຶ້ງ ທີ່​ພຣະອົງ​ໄດ້​ກ່າວ​ອອກ​ມາ​ຢ່າງ​ຖ່ອມຕົວ​ແມ່ນ, ຂ້າພຣະອົງ​ຢູ່​ນີ້​ເດ, ຂໍ​ຈົ່ງສົ່ງ​ຂ້າພຣະອົງ​ເປີດ​ເຖີດ.”3

ຮ່ວມ​ດ້ວຍອັກຄະ​ສາວົກ​ເປ​ໂຕ, ປະທານ​ມອນ​ສັນ​ໄດ້​ຕັກ​ເຕືອນ​ເຮົາ​ເລື້ອຍໆ​ວ່າ ​ໃຫ້ “ມີໃຈ​ພ້ອມ​ຢູ່​ສະເໝີທີ່​ຈະ​​​ໃຫ້ … ​ເຫດຜົນທີ່​ມີ​ຄວາມ​ຫວັງ​ໃນ​ [ຕົວເຮົາ].”4 ​ເມື່ອ​ຂ້າພະ​ເຈົ້າ​ແບ່ງປັນ​ຄວາມ​ຊົງ​ຈຳສ່ວນ​ຕົວ​ສອງ​​ເລື່ອງ​ ​ກ່ຽວ​ກັບ​ບຸນຄຣິດ​ສະມັດ, ຂ້າພະ​ເຈົ້າຫວັງ​ວ່າ ທ່ານ​ຈະ​ສາມາດ​ເຫັນ​ເຫດຜົນວ່າ ​ເປັນ​ຫຍັງ ຂ້າພະ​ເຈົ້າຈຶ່ງ​ມີຄວາມ​ຫວັງ​ ​ໃນ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ໃນ “ພຣະ​ເຈົ້າ [ພຣະບິດາ​ນິລັນດອນ​ຂອງ​ເຮົາ, ຜູ້] ຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ,”5 ​ແລະ ​ມີ​ຄວາມ​ຫວັງໃນ​ແຜນ​ແຫ່ງ​ຄວາມສຸກ​ທີ່​ດີ​ພ້ອມ ​ແລະ ປະ​ເສີດ​ຂອງ​ພຣະບິດາ.

ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ບຸນຄຣິດ​ສະມັດ ​ເລື່ອງທີ 1

ຕອນ​ຂ້າພະ​ເຈົ້າມີ​ອາຍຸ​ໄດ້ 14 ປີ, ຄອບຄົວ​ຂອງ​ຂ້າພະ​ເຈົ້າ​ໄດ້​ອາ​ໄສ​ຢູ່​ປະ​ເທດ​ນິວຊີ​ແລນ. ພໍ່​ຂອງ​ຂ້າພະ​ເຈົ້າມີ​ອາຍຸ​ ຢູ່​ໃນ​ໄວ ​30 ຕອນ​ເພິ່ນ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ປະທານ​ເຜີຍ​ແຜ່.

ບຸນຄຣິດ​ສະມັດ​ໄດ້​ມາ​ເຖິງ, ​ແລະ ອ້າຍ​ເອື້ອຍ​ນ້ອງ​ຫ້າ​ຄົນ ​ແລະ ຂ້າພະ​ເຈົ້າ ຍັງ​ພະຍາຍາມ​ປັບ​ຕົວ​ເຂົ້າກັບ​ບ້າ​ນ​ໃໝ່​ຂອງ​ພວກ​​ເຮົາຢູ່. ມັນ​ເປັນ​ການ​ທ້າ​ທາຍ​ສຳລັບ​ຂ້າພະ​ເຈົ້າ—​ເປັນ​ໄວ​ລຸ້ນທີ່​ຍັງ​ບໍ່​ເປັນ​ຜູ້​ໃຫຍ່​ເທື່ອ—ທີ່​ຕ້ອງ​ຈາກ​ບ້ານ​ເກີດ​ເມືອງ​ນອນ​, ຈາກ​ໝູ່​ເພື່ອນ, ​ແລະ ຍາດ​ພີ່ນ້ອງ​ໄປ. ຂ້າພະ​ເຈົ້າ​ໂສກ​ເສົ້າ, ຄິດ​ຮອດ​ສະຖານ​ທີ່, ສຽງ, ​ແລະ ການ​ສະຫລອງ​ບຸນຄຣິດ​ສະມັດ ທີ່​ຂ້າພະ​ເຈົ້າຄຸ້ນ​ເຄີຍ—ຄິດ​ຮອດ​​ເພງ, ​ແສງ​ໄຟ, ຕົ້ນ​ຄຣິດ​ສະມັດ, ຫິມະ, ​ແລະ ​ໂດຍ​ສະ​ເພາະ ຍາດ​ພີ່ນ້ອງ. ຂ້າພະ​ເຈົ້າຄິດ​ຮອດ​​ລູກພີ່​ລູກ​ນ້ອງ, ປ້າ​ນ້າ​ອາ, ​ແລະ ລຸງ​ນ້າ​ອາວ ຜູ້​ທີ່​ຂ້າພະ​ເຈົ້າຮູ້​ວ່າ ບໍ່​ດົນ​ກໍ​ຈະ​ໄປ​ເຕົ້າ​ໂຮມ​ກັນ ຢູ່​ເຮືອນ​ຂອງ​ພໍ່​ຕູ້​ປູ່ແຄ ຢູ່​ເມືອງ​ເຊົາ​ເລັກ ​ເພື່ອ​ສະ​ຫລອງ​ບຸນ​ຄຣິດ​ສະມັດ​ນຳ​ກັນ ຂອງ​ຄອບຄົວ​ແຄ​.

​ມັນ​​ແມ່ນໃນ​ຄ່ຳຄືນ​ກ່ອນ​ມື້​ຄຣິດສະມັດ ​ໃນ​ປີ 1966. ຂ້າພະ​ເຈົ້າ​ໄດ້​ຝືນ​ໃຈ​ໄປ​ຮ່ວມ​ກັບ​ຄອບຄົວ ​ແລະ ຜູ້​ສອນ​ສາດສະໜາ ​ເພື່ອ​ເຮັດ​ການ​ສັງ​ສັນ​ໃນ​ຄອບຄົວ ​ຢູ່​ໃນ​ບ້ານ​ຂອງ​ປະທານ​​ເຜີຍ​ແຜ່, ​ໂດຍ​ທີ່​ບອກ​ວ່າ ການ​ເຕົ້າ​ໂຮມ​ນັ້ນ ຈະ​​ເປັນ​ການ​ເຮັດ​ແທນ​ການ​ເຕົ້າ​ໂຮມ​ກັນ​ຢູ່​ບ້ານ​ຂອງ​ພໍ່​ຕູ້​ປູ່​ແຄ ຊຶ່ງ​ຂ້າພະ​ເຈົ້າຄິດ​ຮອດ​ຫລາຍ. ຂ້າພະ​ເຈົ້າຈື່​ບໍ່​ໄດ້​ວ່າ ​ແມ່ນ​ຕອນ​ໃດ​ທີ່​ສຽງ​ໂທລະ​ສັບ​ໄດ້​ດັງ​ຂຶ້ນ, ​ແຕ່ມັນ​ໄດ້​ປ່ຽນ​ໃຈ​ຄົນ​ໄວ​ລຸ້ນ​ເຊັ່ນ​ຂ້າພະ​ເຈົ້າທັນທີ, ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ພໍ່​ຂອງ​ຂ້າພະ​ເຈົ້າ ​ແລະ ​ເສຍ​ໃຈທີ່​ຂ້າພະ​ເຈົ້າຄິດ​ແຕ່​ກັບ​​ຕົວ​ເອງ.

​ໂທລະສັບ​ນັ້ນ​ແມ່ນ​ມາ​ຈາກ​ລຸງ​ໂຈ, ບອກ​ພວກ​​ເຮົາວ່າ ພໍ່​ຕູ້ປູ່​ແຄ ທີ່​ພວກ​ເຮົາ​ຮັກ, ຜູ້​ບໍ່​​ເຫັນ​ແກ່​ຕົວ, ຂະຫຍັນ​ທຳ​ງານ, ​ແລະ ຮັກສາ​ພັນທະ​ສັນຍາ ​​ໄດ້​ມີເສັ້ນ​ເລືອດແຕກ​ໃນ​ສະໝອງ ​ແລະ ​ໄດ້ນອນ​ໂດຍ​ບໍ່​ຮູ້​ເມື່ອ​ຄີງຢູ່​ໂຮງໝໍ. ພາບ​ແຫ່ງຄວາມ​ຊົງ​ຈຳ​ໄດ້​​ເກີດ​ຂຶ້ນໃນ​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ ​ເຫັນ​ພາບ​ຂອງ​ພໍ່​ຕູ້​ປູ່ແຄ ຜູ້​ທີ່​ມັກ​ຖ່າຍຮູບ, ມັກ​ຫລິ້ນ​ດົນຕີ, ຕະຫລົກ, ​ແລະ ​ເປັນ​ປິຕຸທີ່​ພວກ​ເຮົາ​ທຸກ​ຄົນ​ຮັກ​ຫລາຍ​ແທ້ໆ! ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ສັ່ນ​ສາຍ​ຕອນ​ເພິ່ນ​ກັບ​ມາ​ຈາກ​ການ​ເວົ້າສາຍ, ​ແຕ່​ເພິ່ນ​ໄດ້​ຕັ້ງສະຕິ, ເຮັດ​ທ່າ​ທີ​​ເຂັ້ມ​ແຂງ, ​​ແລະ ​ໄດ້​ສະ​ແດງ​ປະຈັກ​ພະຍານ​ຂອງ​ເພິ່ນ​ຢ່າງ​ໜັກ​ແໜ້ນ ​ເຖິງ​ແຜນ​ຂອງ​ພຣະບິດາ ​​ເຖິງ​ສັດທາ​ຂອງ​ເພິ່ນ ໃນ​ບົດ​ບາດ​ທີ່​ສຳຄັນ​ຂອງພຣະຜູ້​ຊ່ອຍ​ໃຫ້​ລອດ​ໃນ​ແຜນ​ນັ້ນ. ປະຈັກ​ພະຍານ​ຂອງ​ເພິ່ນ ​ໄດ້​ປະ​ທັບ​ໃຈທີ່ເຈັບ​ປວດ​ຂອງ​ຂ້າພະ​ເຈົ້າຢ່າງ​ເລິກ​ຊຶ້ງ.

​​ແຕ່​ໜ້າ​ເສຍ​ໃຈທີ່ ພໍ່​ຕູ້​ປູ່​ບໍ່​ໄດ້​ຫາຍ​ດີ. ​ເພິ່ນ​ໄດ້​ຈາກ​ໄປ​ຢ່າງ​ໄວ ​ໃນ​ມື້​ຕໍ່​ມາ. ມັນ​​ແມ່ນວັນ​ຄຣິດ​ສະມັດ ຢູ່​ປະ​ເທດ​ນິວຊີ​ແລນ ​ແຕ່​ເປັນ​ຄືນ​ກ່ອນ​ມື້​ຄຣິດ​ສະມັດ, ຊຶ່ງ​ເປັນ​ມື້​ທີ່​ພໍ່​ຕູ້​ປູ່​ມັກ​ຫລາຍ​ຂອງ​ປີ, ​ໃນ​ເມືອງ​ເຊົາ​ເລັກ. ການ​ຈາກ​ໄປ​ຂອງ​ເພິ່ນ ​ໄດ້​ເປັນ​ປະສົບ​ການ​ທຳ​ອິດ​ຂອງ​ຂ້າພະ​ເຈົ້າ ທີ່​ໄດ້​ສູນ​ເສຍ​ຄົນ​​ໃກ້ຊິດ ​ແລະ ຮັກ​ຫລາຍ​ທີ່​ສຸດ. ​ເຖິງ​ແມ່ນ​ວ່າ ຂ້າພະ​ເຈົ້າ​ໄດ້​ໂສກ​ເສົ້າກັບ​ການ​ຈາກ​ໄປ​ຂອງ​ເພິ່ນ, ​ແຕ່​ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ ​ແລະ ​ໄດ້​ຮັບ​ການ​ປອບ​ໂຍນ ​ໃນ​ຄວາມ​ຮູ້​ເຖິງ​ແຜນ​ແຫ່ງ​ຄວາມສຸກ​ທີ່​ປະ​ເສີດ​ນັ້ນ. ຂ້າພະ​ເຈົ້າຮູ້ສຶກ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ວ່າ ຂ້າພະ​ເຈົ້າຈະ​ໄດ້​ເຫັນ​ພໍ່​ຕູ້​ປູ່​ອີກ ຖ້າ​ຫາກ​ຂ້າພະ​ເຈົ້າດຳລົງ​ຊີວິດ​ຕາມ​ແບບຢ່າງ​ຂອງ​ເພິ່ນ. ຂ້າພະ​ເຈົ້າບໍ່​ໄດ້​ຄິດ​ວ່າ ຂ້າພະ​ເຈົ້າ​ເຂົ້າ​ໃຈ​ທຸກ​ຢ່າງ, ​ໃນ​ຊ່ວງ​ເວລາ​ນັ້ນຂອງ​ຊີວິດ, ​ເຖິງ​ພາກສ່ວນ​ສຳຄັນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ເຖິງ​ການ​​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໃນ​ການ​​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳລັບ​ຂ້າພະ​ເຈົ້າ ທີ່​ຈະ​ກັບ​ໄປ​ຫາ​ຄົນ​ທີ່​ຂ້າພະ​ເຈົ້າຮັກ​ໃນ​ວັນ​ໜຶ່ງ. ​ແຕ່​ຂ້າພະ​ເຈົ້າຮູ້​ພຽງພໍ​ ທີ່​ຈະ​ປິ​ຕິ​ຍິນ​ດີ​ໃນ​ແຜນ​ນັ້ນ. ຂ້າພະ​ເຈົ້າຮູ້​ພຽງພໍ ທີ່​ຈະ​ສັກກາລະ​ພຣະອົງ ຜູ້​ທີ່​ເຮົາ​ສະ​ເຫລີມ​ສະຫລອງ​ວັນກຳ​ເນີດ.

ນັບ​​ແຕ່​ວັນ​ຄຣິດສະມັດ​ມື້ນັ້ນ ຊຶ່ງ​​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ, ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ຫລາຍ​ຂຶ້ນກ່ຽວ​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ. ປະທານ​ແຮໂຣນ ບີ ລີ ​ໄດ້​ສອນ​ວ່າ: “ພຣະບຸດ​ຂອງ​ພຣະ​ເຈົ້າ … ​ໄດ້​ມາສູ່​ໂລກ​ນີ້ ​​ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ ​ເພື່ອ​ບັນລຸ​ພາລະກິດ​ຂອງ​ພຣະອົງ, ​ເພື່ອ​ເປັນ​ລູກ​ແກະທີ່​ຖືກ​ຂ້າ​ເສຍ ກ່ອນ​ການວາງ​ຮາກ​ຖານ​ຂອງ​ໂລກ, ​ເພື່ອ​ນຳ​ຄວາມ​ລອດ​ມາສູ່​ມະນຸດ​ທັງ​ປວງ. ​​ໂດຍ​ການ​ປະທານ​ພຣະຊົນ​ຂອງ​ພຣະອົງ, ພຣະອົງ​ໄດ້ຈັດ​ຕຽມ​ ​ແລະ ​ໄດ້​ສອນ​ວິ​ທີ​ ຊຶ່ງ​ໂດຍ​ການ​ນີ້ ​ເຮົາ​ຈະ​ສາມາດ​ໄດ້​ຮັບ​ຊີວິດ​ນິລັນດອນ. ... ນີ້​ແຫລະ​ ຄື​ພຣະ​ເຢຊູ ​ໃນ​ຄວາມ​ຍິ່ງ​ໃຫຍ່​ທັງ​ໝົດ​ຂອງ​ພຣະອົງ.”6

ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ບຸນຄຣິດ​ສະມັດ ​ເລື່ອງທີ 2

ບຸນຄຣິດ​ສະມັດທີ່​ສະ​ເທືອ​ນ​ໃຈ​ອີກ​ເທື່ອ​ໜຶ່ງ ​ໄດ້​ເກີດ​ຂຶ້ນ​ໃນ​ປີ 1984 ​ໄດ້​​ເຮັດ​ໃຫ້​ຂ້າພະ​ເຈົ້າມີຄວາມ​ກະຕັນ​ຍູ​ ສຳລັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ແຜນ​ແຫ່ງ​ຄວາມ​ລອດທີ່​ປະ​ເສີດ ​ເຕີບ​ໂຕ​ອີກ​ຢ່າງ​ຫລວງຫລາຍ. ​ໃນ​ເວລາ​ນັ້ນ ຂ້າພະ​ເຈົ້າມີ​ອາຍຸ​ໄດ້ 32 ປີ, ​ໄດ້​ແຕ່ງງານ​ກັບ​ສາມີ​ທີ່​ຮັກ​ ​ແລະ ຊື່ສັດ​ຂອງ​ຂ້າພະ​ເຈົ້າ, ​ແລະ ​ໄດ້​ເປັນ​ແມ່​ຂອງ​ລູກ​ທີ່​ໜ້າ​ຮັກ​ສີ່​ຄົນ, ອາຍຸ​ສາມ ຫາ ສິບປີ. ຫົກ​ອາທິດ​ກ່ອນ​ວັນ​ຄຣິດ​ສະມັດ, ພວກ​ເຮົາ​ໄດ້​ຮັບການ​ແຈ້ງ​ບອກ​ຈາກ​ທ່ານໝໍ ທີ່​ປ່ຽນ​ຊີວິດ​ຂອງ​ພວກ​ເຮົາຢ່າງ​ໄວ. ​ເມື່ອ​ເພິ່ນໄດ້​​ເວົ້າ​ວ່າ “ມະ​ເລັງ” ​ເຄຣກ ​ແລະ ຂ້າພະ​ເຈົ້າ​ໄດ້ຫລຽວ​ເບິ່ງ​ໜ້າ​ກັນ ​ແບບ​ບໍ່​ເຊື່ອຫູ, ທັງ​ອົດ​ກັ້ນນ້ຳຕາ, ຄິດວ່າ​ອະນາຄົດ​ຂອງ​ພວກ​ເຮົາ​ຈະ​ເປັນ​ແນວ​ໃດ. ​ແຕ່ຄວາມ​ຮູ້ສຶກ​ຕໍ່​ໄປ ​​ໄດ້​ເປັນຄວາມ​ຮູ້ສຶກ​ທີ່​ຫວານ​ຊື່ນ ​ເປັນ “ສັນຕິ​ສຸກ … ຊຶ່ງ​​ເກີນ​ຄວາມ​ເຂົ້າ​ໃຈ”7 ​ເພາະ​ສັດທາ​ຂອງ​ພວກ​ເຮົາ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ​ໃນ​ແຜນ​ຂອງ​ພຣະບິດາ.

ເຖິງ​ແມ່ນ ​ເຄຣກ ​ໄດ້​ຮັບ​ໃຊ້​ເປັນ​ອະທິການ​ຢູ່​ໃນ​ຫວອດ​ຂອງ​ພວກ​ເຮົາ ​ໃນ​ເວລາ​ນັ້ນ, ​ແຕ່​ພວກ​ເຮົາ​ໄດ້​ຕັດສິນ​ໃຈ​ບອກ​​ເລື່ອງ​ນັ້ນ​ໃຫ້​ຄອບຄົວ​ຮູ້​ເທົ່າ​ນັ້ນ ​ເພື່ອ​ຮັກສາ​ສະພາບ​ການ​ໃຫ້ຄົງ​ຢູ່​ປົກກະຕິ​ເໝືອນ​ເດີມ ​ເທົ່າ​ທີ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້ ສຳລັບ​ລູກໆ​ຂອງ​ພວກ​ເຮົາ. ​ໃນ​ຊ່ວງ​ໄລຍະ​ຫົກ​ອາທິດ​ກ່ອນ​ວັນ​ຄຣິດ​ສະມັດ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ທຽວໄປ​ໂຮງ​ໝໍ​ເກືອບ​ທຸກ​ມື້ ​ເພື່ອ​ຮັບ​ການ​ຮັກສາ—​​ໃນ​ຂະນະ​ທີ່​ແມ່ ​ແລະ ​ເອື້ອຍ​ນ້ອງ​ທີ່​ບໍ່​ເຫັນ​ແກ່​ຕົວຂອງ​ຂ້າພະ​ເຈົ້າ ​ໄດ້​ປ່ຽນ​ຜຽນ​ກັນ​ດູ​ແລ​ລູກໆ​ຂອງ​ຂ້າພະ​ເຈົ້າຢູ່​ບ້ານ. ມັນ​ເປັນ​​ໄລຍະທີ່​ຫຍຸ້ງຍາກ​ຫລາຍ, ​ແຕ່​​ເມື່ອ​ຂ້າພະ​ເຈົ້າຄິດ​ເຖິງ​ວັນ​ຄຣິດສະມັດ​ປີນັ້ນ ຂ້າພະ​ເຈົ້າ​ບໍ່​ສາມາດ​ຊອກ​ຫາ​ຄຳ​ໃດທີ່​ເໝາະ​ສົມ ​ເພື່ືອມາ​ບັນຍາຍເຖິງ​ຄວາມ​ກະຕັນຍູ​ອັນ​ເລິກ​ຊຶ້ງຂອງ​ຂ້າພະ​ເຈົ້າ ​ສຳລັບ​ການ​​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢຊູ​ຄຣິດ, ​ແລະ ​“​ແຜນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ຂອງ … ພຣະຜູ້​ສ້າງທີ່​ຍິ່ງ​ໃຫຍ່” ​​ໄດ້.8

​​​ໃນ​ການສຳນຶກ​​ໄດ້​ນັ້ນ ບາງທີ​ໄດ້​ດີຫລາຍ​ກວ່າ​ທີ່​ຜ່ານ​ມາ​ວ່າ ຊີວິດ​ຂອງ​ເຮົາ​ນັ້ນສັ້ນ​ຂະໜາດ​ໃດ, ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ມີ​ຄວາມ​ສຳຄັນ​ຕໍ່​ຂ້າພະ​ເຈົ້າຫລາຍ​ກວ່າ​ທີ່​ຜ່ານ​ມາ. ບຸນຄຣິດ​ສະມັດ​ໃນ​ປີນັ້ນ​​ແມ່ນ​​ແຕກ​ຕ່າງ. ​ເຖິງ​ແມ່ນ​ຂ້າພະ​ເຈົ້າມັກ​ທຸກ​ສິ່ງ​ກ່ຽວ​ກັບ​ບຸນຄຣິດ​ສະມັດ, ​ແຕ່​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ຂ້າພະ​ເຈົ້າ​ແມ່ນ​ການ​ແຕ່ງງານ​ນິລັນດອນ, ຄອບຄົວ, ​ສັດທາ ​ແລະ ປະຈັກພະຍານ​ຂອງ​ຂ້າພະ​ເຈົ້າ​ໃນ​ພຣະບິດາ​ເທິງ​ສະຫວັນ​ຂອງ​ຂ້າພະ​ເຈົ້າ, ​ໃນ​ພຣະ​ເຢຊູ​ຄຣິດ, ​ແລະ ​ໃນ​ແຜນ​ນັ້ນ.

ມື້ໜຶ່ງ ຕອນ​ທີ່​ຂ້າພະ​ເຈົ້າພັກຜ່ອນ​ຢູ່​ບ້ານ, ​ຄິດ​​ເປັນ​ຫ່ວງ​​ກ່ຽວ​ກັບ​ອະນາຄົດ​ຂອງ​ລູກ​ນ້ອຍ​ສີ່​ຄົນ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ເປີດ​​ວາລະສານ Friend ແລະ ຂ້າພະ​ເຈົ້າ​ໄດ້​ເຫັນ​ເພງ​​ໜຶ່ງ​ໃນ​ນັ້ນ. ຂ້າພະ​ເຈົ້າ​ໄດ້​ນັ່ງ​ລົງ​ທີ່​ປຽນ​ອາ​ໂນ, ຮ້ອງ​ເພງ​ໄປ ​ແລະ ຮ້ອງ​ໄຫ້​ໄປ​ນຳ ​ແລະ ຮູ້ສຶກ​ວ່າ ຂ່າວສານ​ນັ້ນ​ໄດ້​ແຊກ​ຊຶມ​ເຂົ້າ​ໄປ​ໃນ​ສ່ວນ​ເລິກ​ຂອງ​ໃຈ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຮູ້​ວ່າ ຂ້າພະ​ເຈົ້າບໍ່​ພຽງ​ແຕ່​ຕ້ອງ​ສອນ​ເພງ​ນີ້ ​ໃຫ້​ເດັກນ້ອຍ​ຫລາຍ​ກວ່າ​ຮ້ອຍ​ຄົນ​ໃນ​ຊັ້ນປະຖົມ​ໄວ​ ຢູ່​ໃນ​ຫວອດ​ຂອງ​ຂ້າພະ​ເຈົ້າ​ເທົ່າ​ນັ້ນ, ບ່ອນ​ທີ່​ຂ້າພະ​ເຈົ້າຮັບ​ໃຊ້​ເປັນ​ຜູ້ນຳ​ເພງ​ຢູ່​ໃນ​ຊັ້ນປະຖົມ​ໄວ, ​ແຕ່​ສິ່ງ​ສຳຄັນ ​ແມ່ນ​ສອນ​ເພງນີ້​ໃຫ້​ລູກທີ່​ລ້ຳຄ່າ​ສີ່​ຄົນຂອງ​ຂ້າພະ​ເຈົ້າຢູ່​ໃນ​ບ້ານນຳ​ອີກ.

ພຣະບິດາ​ຈະ​ບອກຊາວ​ໂລກ​ເຖິງ​ຄວາມ​ຮັກ ​ແລະ ຄວາມ​ກະລຸນາ​ ​ໄດ້​ແນວ​ໃດ?

ພຣະອົງ​ໄດ້​ສົ່ງ​ພຣະບຸດຂອງ​ພຣະອົງ, ກຸມມານ​ນ້ອຍ, ຜູ້​ມີ​ສັນຕິ​ສຸກ ​ແລະ ຄວາມ​ບໍລິສຸດມາ.

ພຣະບິດາ​ຈະ​ສະ​ແດງ​ໃຫ້​ຊາວ​ໂລກ​ເຫັນ​ເສັ້ນທາງ​ທີ່​ຈະ​ເດີນ​ໄປ​ໄດ້​ແນວ​ໃດ?

ພຣະອົງ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງມາ ​ເພື່ອ​​ເດີນໄປ​ກັບ​ມະນຸດ​ຢູ່​ໃນ​ໂລກ, ​ເພື່ອ​ເຮົາ​ຈະ​ຮູ້​ວິທີ.

ພຣະບິດາ​ຈະ​ບອກ​ຊາວ​ໂລກ​ເຖິງ​ການ​ເສຍ​ສະລະ, ​ເຖິງ​ຄວາມ​ຕາຍ​ໄດ້​ແນວ​ໃດ?

ພຣະອົງ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ ​ເພື່ອ​ສິ້ນ​ພຣະຊົນ​​​ແທນ​ເຮົາ ​ແລະ ​​ຟື້ນຂຶ້ນດ້ວຍ​ລົມ​ຫັນ​ໃຈ.

ພຣະບິດາ​ຂໍ​ສິ່ງ​ໃດ​ຈາກ​ເຮົາ? ພຣະຄຳ​ພີ​ບອກ​ຫຍັງ​ແດ່?

​ໃຫ້​ມີ​ສັດທາ, ຄວາມ​ຫວັງ, ດຳລົງ​ຊີວິດ​ຢ່າງ​ພຣະບຸດ​ຂອງ​ພຣະອົງ, ຊ່ອຍ​ເຫລືອ​ຄົນ​ອື່ນ​ໃນ​ເສັ້ນທາງ.

ພຣະອົງ​ໄດ້​ຂໍ​ສິ່ງ​ໃດ? ​ໄດ້​ຂໍ​ໃຫ້​ດຳລົງ​ຊີວິດ​ຢ່າງ​ພຣະບຸດ​ຂອງ​ພຣະອົງ.9

ເພງ​ທີ່​ດົນ​ໃຈ​ນີ້ ​ໄດ້​​ຊ່ອຍ​ໃຫ້​ຂ້າພະ​ເຈົ້າ​ເຫັນ​ໜ້ອຍ​ໜຶ່ງ ​ເຖິງ ວິທີ ທີ່​ຂ້າພະ​ເຈົ້າສາມາດ​ສະ​ແດງ​ໃຫ້​ພຣະບິດາ​ເທິງ​ສະຫວັນ​ຂອງ​ຂ້າພະ​ເຈົ້າ ​ເຫັນ​​ເຖິງຄວາມ​ກະຕັນຍູ​ຂອງ​ຂ້າພະ​ເຈົ້າ ສຳລັບ​ພຣະບຸດ​ຂອງ​ພຣະອົງ ​ແລະ ​ແຜນ​ຂອງ​ພຣະອົງ. ຂ້າພະ​ເຈົ້າຮູ້ສຶກ​ວ່າ ຖ້າ​ຫາກ​ຂ້າພະ​ເຈົ້າບໍ່​​ໄດ້​ຮັບ​ໂອກາດ​ທີ່​ຈະ​ເຫັນ​ລູກໆ​ເຕີບ​​ໂຕ​ເປັນ​ຜູ້​ໃຫຍ່, ຖ້າ​ຫາກ​ພວກ​ເຂົາ​ເຂົ້າ​ໃຈ, ​ແລະ ຮູ້, ​ແລະ ດຳລົງ​ຊີວິດ​ຕາມ​ຄຳ​ສອນ​ທີ່​ລຽບ​ງ່າຍ​ແຕ່​ເລິກ​ຊຶ້ງ ຊຶ່ງ​ບັນຈຸ​ຢູ່​ໃນ​ບົດ​ເພງ​ທີ່​ສັກສິດ​ນັ້ນ, ​ແລ້ວ​ພວກ​ເຂົາ​ຈະ​ສາມາດ​ກາຍ​ເປັນ​ສານຸສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ​ໄດ້.

​ໄດ້​ມີຄວາມ​ຮູ້ສຶກ​ພິ​ເສດ ຢູ່​ໃນ​ບ້ານ​ຂອງ​ພວກ​ເຮົາ ​ໃນ​ປີນັ້ນ, ທີ່​ໄດ້​ນຳ​ສັນຕິ​ສຸກ ​ແລະ ຄວາມ​ຮັກ​ມາ​​ໃຫ້​ທຸກ​ຄົນ ຊຶ່ງ​ຂ້າພະ​ເຈົ້າບໍ່​ເຄີຍ​ລືມ. ຂ້າພະ​ເຈົ້າຮູ້ສຶກ​ວ່າ ລູກໆ​ຂອງ​ພວກ​ເຮົາ​ຮູ້ສຶກພິ​ເສດ​ເຖິງ​ຄວາມ​ສັກສິດ ​ໃນ​ຊ່ວງ​ບຸນຄຣິດ​ສະມັດ​ປີນັ້ນ. ບໍ່​ເຄີຍ​ມີ​ມາ​ກ່ອນ ​ແລະ ນັບ​ຈາກ​ນັ້ນມາ ພວກ​ເຂົາ​ໄດ້​ສະ​ແດງ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ກຳ​ເນີ​ດຂອງ​ຜູ້​ຊ່ອຍ​ໃຫ້​ລອດ​ ​ດ້ວຍ​ຄວາມ​ຄາ​ລະວະ, ດ້ວຍ​ຄວາມ​ປະ​ທັບ​ໃຈ ​ແລະ ດ້ວຍ​ຄວາມ​ຮັກ ຊຶ່ງ​ເກີນ​ກວ່າ​ໄວ​ຂອງ​ພວກ​ເຂົາ. ​ເມື່ອ​ເຮົາ​​ໄດ້​ຮັບ​ການ​ທົດ​ລອງ​ໃນ​ຊີວິດ, ​ເຮົາ​ມັກ​ຈະ​ຮູ້ສຶກ​ເຖິງ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ ​ໃນ​ຂະນະ​ທີ່​ເຮົາ​ໄຕ່ຕອງ ​ແລະ ຂອບ​ພຣະ​ໄທ​ສຳລັບ​ຂອງ​ປະທານ ທີ່​ເປັນ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ,​ ແລະ ສຳລັບ​ແຜນ​ແຫ່ງ​ຄວາມ​ລອດ​ທີ່​ປະ​ເສີດ​ຂອງ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ.

ຂ້າພະ​ເຈົ້າ​ປະຫລາດ​ໃຈ​ສະ​ເໝີ ກ່ຽວ​ກັບ​ວ່າ ຜູ້​ຄົນ​ສາມາດ​ດຳລົງ​ຊີວິດ​ປາດ​ສະ​ຈາກ​ຄວາມຫວັງ ທີ່​ມາ​ຈາກ​ຄວາມ​ເຂົ້າ​ໃຈ​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ ​ແລະ ​ເຖິງ​ບົດບາດ​ສຳຄັນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ໃນ​ແຜນ​ນັ້ນ ​ໄດ້​ແນວ​ໃດ. ຂ້າພະ​ເຈົ້າຂໍ​ຕື່ມ​ປະຈັກ​ພະຍານຂອງ​ຂ້າພະ​ເຈົ້າດ້ວຍ​ຄວາມ​ກະຕັນຍູ ​ໃສ່​ກັບ​ປະຈັກ​ພະຍານ​ຂອງ​ສາດສະດາ​ທີ່​ຮັກ​ຂອງ​ເຮົາ, ປະທານ​ທອມມັສ ແອັສ ມອນສັນ, ຜູ້​ໄດ້​ເປັນ​ພະຍານ​ຢ່າງ​ມີ​ພະລັງ​ວ່າ: “​ເຖິງ​ພຣະອົງ​ຜູ້​ໄດ້​ປົດ​ປ່ອຍ​ເຮົາ​ແຕ່ລະຄົນ ຈາກ​ຄວາມ​ຕາຍ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ, ນັ້ນຄື​ພຣະ​ເຢຊູ​ຄຣິດ, ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະອົງ​ເປັນ​ພຣະອາຈານ​ແຫ່ງ​ຄວາມ​ຈິງ—​ແຕ່​ພຣະອົງ​ເປັນ​ຫລາຍກວ່າ​ພຣະອາຈານ. ພຣະອົງ​ເປັນ​ແບບຢ່າງ​ຂອງ​ຊີວິດ​ທີ່​ດີ​ພ້ອມ​ທຸກ​ຢ່າງ—​ແຕ່​ພຣະອົງ​ເປັນ​ຫລາຍກວ່າ​​ແບບຢ່າງ. ພຣະອົງ​ເປັນ​ໝໍ​ທີ່​ເກັ່ງ​ກ້າ—​ແຕ່​ພຣະອົງ​ເປັນ​ຫລາຍ​ກວ່າ​ໝໍ. ພຣະອົງ​​ເປັນຜູ້​ຊ່ອຍ​ກູ້ ‘ທັບ​ທີ່​ຫລົງ​ທາງ’ ຂອງ​ມວນ​ມະນຸດ ​ແທ້​ຈິງ​ແລ້ວ ​ເປັນ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ, ​ເປັນ​ພຣະບຸດ​ຂອງ​ພຣະ​ເຈົ້າ, ​ແລະ ​ເປັນ​ອົງ​ສັນຕິ​ລາດ, ​ເປັນ​ພຣະຜູ້​ບໍລິສຸດ​ຂອງ​ອິດສະຣາ​ເອນ—​ແມ່ນ​ແຕ່​ເປັນ​ພຣະຜູ້​ເປັນ​ເຈົ້າທີ່​ໄດ້​ຟື້ນ​ຄືນ​ພຣະຊົນ​ແລ້ວ—ຜູ້​ໄດ້​ປະກາດ​ວ່າ ພຣະອົງເປັນ​ຜູ້ທຳ​ອິດ ​ແລະ ຜູ້ສຸດ​ທ້າຍ; ພຣະອົງຄື​​ເຂົາ​ຜູ້ນັ້ນທີ່​ມີ​ຊີວິດ​, ພຣະອົງຄືຜູ້ນັ້ນທີ່​ຖືກ​ປະຫານ; ພຣະອົງຄືຜູ້​​ວິ​ງວອນແທນ​ພວກ​ເຮົານຳ​ພຣະບິດາ [ເບິ່ງ D&C 110:4].”10

ເມື່ອ​ເຮົາ​ໄຕ່ຕອງ​ກ່ຽວ​ກັບຄວາມທຸກ​ທໍລະມານທີ່​ບໍ່​ສາມາດ​ເຂົ້າ​ໃຈ​ໄດ້​ຂອງ​ພຣະອົງ​ສຳລັບ​ເຮົາ, ​​ແນ່ນອນ ​ໃນບັນດາ​ພຣະຄຳ​ສັ້ນໆ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ກ່າວ​ອອກ​ມາ​ແມ່ນ: “ພວກ​ເຈົ້າ​ເດ ກໍ​ຢາກ​ໄປ​ຄື​ກັນ​ບໍ?”11 ເມື່ອ​ເຮົາ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ, ​ເຮົາ​ສາມາດ​ເລືອກ​ທີ່​ຈະ​ຫັນ​ໜີ​ຈາກ​ພຣະອົງ ​ແລະ ສູ້​ຊົນ​ຜ່ານ​ຜ່າ​ກັບ​ບັນຫາ​ຂອງ​ເຮົາ​ດ້ວຍ​ຕົວ​ເອງ, ຫລື ​ເຮົາ​ສາມາດ​ເລືອກ​ທີ່​ຈະ​ຫັນ​ມາ​ຫາ​ພຣະອົງ ​ແລະ ມາ​ຫາ​ແຜນ​ຂອງ​ພຣະບິດາ, ພົບ​ເຫັນ​ວ່າ ​ເຮົາ​ຈະ​ບໍ່​ໄດ້​ຮັບ “ທຸກ​ອັນ​ໃດ​ເລີຍ, ນອກຈາກ​ຈະ​ຖືກ​ກືນ​ເຂົ້າ​​ໄປ​ໃນ​ຄວາມສຸກ​ຂອງ​ພຣະຄຣິດ.”12 ຂ້າພະ​ເຈົ້າອະທິຖານ​ວ່າ ​ເຮົາ​ແຕ່ລະຄົນ​ຈະ​ຮັບ​ເອົາ​ຄຳເຊື້ອ​ເຊີນ​ຈາກ​ເພງ​ຄຣິດສະມັດ​ທີ່​ສັກສິດ​ນີ້ ທີ່​ວ່າ “ເຊີນ​ມາ​ສັກກາລະ​ພຣະອົງ” ​ແລະ ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ສຳລັບ​ແຜນ​ທີ່​ປະ​ເສີດ ​ແລະ ດີ​ພ້ອມ​ຂອງ​ພຣະອົງ! ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.