ແສງສະຫວ່າງ ແລະ ຊີວິດຂອງໂລກ
ເລື່ອງລາວທີ່ຮູ້ຈັກກັນດີ ແລະ ມີຄ່າຫລາຍ ເຖິງການກຳເນີດຂອງພຣະຜູ້ຊ່ອຍໃຫ້ລອດ ແມ່ນມີຢູ່ໃນບົດທີສອງຂອງພຣະທຳ ລູກາ ໃນພຣະຄຳພີໃໝ່. ຂ້າພະເຈົ້າເຕັມໄປດ້ວຍຄວາມກະຕັນຍູ ທຸກເທື່ອທີ່ໄດ້ອ່ານກ່ຽວກັບ ໂຢເຊັບ ແລະ ນາງມາຣີ ກ່ຽວກັບການເດີນທາງໄປເມືອງເບັດເລເຮັມ, ຮາງຫຍ້າທີ່ຕ່ຳຕ້ອຍ, ການກຳເນີດອັນຖ່ອມຕົນຂອງອົງພຣະເຢຊູຄຣິດເຈົ້າ ແລະ ທູດທີ່ໄດ້ປະກາດ “ຂ່າວທີ່ນຳຄວາມຊົມຊື່ນຍິນດີອັນໃຫຍ່ … ມາສູ່ປະຊາຊົນທັງໝົດ” (ລູກາ 2:10).
ການຟື້ນຟູພຣະກິດຕິຄຸນໃນຍຸກສຸດທ້າຍ ໄດ້ໃຫ້ເລື່ອງລາວທີ່ເປັນພະຍານເຖິງການກຳເນີດຂອງພຣະຜູ້ຊ່ອຍໃຫ້ລອດໃນພຣະຄຳພີມໍມອນ. ຂ່າວສານຂອງຂ້າພະເຈົ້າແມ່ນເຈາະຈົງໃສ່ກັບພະຍານເພີ່ມເຕີມນີ້ເຖິງບຸນຄຣິດສະມັດເທື່ອທຳອິດ. ເມື່ອເຮົາໄຕ່ຕອງກ່ຽວກັບເລື່ອງລາວນີ້ນຳກັນ, ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ວາດພາບເຫັນຕົນເອງຢູ່ໃນເຫດການ ບໍ່ແມ່ນພຽງແຕ່ຟັງຖ້ອຍຄຳເທົ່ານັ້ນ.
ຂ້າພະເຈົ້າຫວັງວ່າພຣະວິນຍານບໍລິສຸດຈະຊ່ອຍທ່ານປຽບທຽບຂໍ້ພຣະຄຳພີເຫລົ່ານີ້ກັບຕົວທ່ານ ແລະ ກັບຄອບຄົວຂອງທ່ານ (ເບິ່ງ 1 ນີໄຟ 19:23) ແລະ ເຮັດໃຫ້ໃຈຂອງທ່ານ ເຕັມໄປດ້ວຍວິນຍານຂອງບຸນຄຣິດສະມັດ.
ຊາມູເອນ ຊາວເລມັນ
ເລື່ອງລາວຂອງເຮົາ ແມ່ນເລີ່ມຕົ້ນໃນແຜ່ນດິນເຊຣາເຮັມລາ ສອງສາມປີກ່ອນການກຳເນີດຂອງພຣະຜູ້ຊ່ອຍໃຫ້ລອດ. ຊາມູເອນຊາວເລມັນ ໄດ້ມາຢູ່ໃນບັນດາຜູ້ຄົນເພື່ອສັ່ງສອນການກັບໃຈ ແລະ ເພື່ອທຳນາຍເຖິງພຣະຄຣິດ. ບັດນີ້ ຂໍໃຫ້ທ່ານວາດພາບວ່າ ທ່ານມີອາຍຸໄດ້ 10 ປີ ແລະ ເປັນຄົນໜຶ່ງຢູ່ໃນບັນດາຜູ້ຄົນ ທີ່ກຳລັງຟັງສາດສະດາຂອງພຣະເຈົ້າ ບອກລ່ວງໜ້າເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ.
ຊາມູເອນໄດ້ປະກາດວ່າ: “ຈົ່ງເບິ່ງ, ຂ້າພະເຈົ້າຈະໃຫ້ເຄື່ອງໝາຍແກ່ພວກທ່ານ; ເພາະອີກຫ້າປີທີ່ຈະມາເຖິງນີ້, ແລະ ຈົ່ງເບິ່ງ, ເວລານັ້ນພຣະບຸດຂອງພຣະເຈົ້າຈະສະເດັດມາເພື່ອໄຖ່ຄົນທັງປວງຜູ້ທີ່ເຊື່ອໃນພຣະນາມຂອງພຣະອົງ.
“ແລະ ຈົ່ງເບິ່ງ, ຂ້າພະເຈົ້າຈະໃຫ້ສິ່ງນີ້ແກ່ພວກທ່ານ ເພື່ອເປັນເຄື່ອງໝາຍຂອງການສະເດັດມາ; ເພາະຈົ່ງເບິ່ງ, ມັນຈະມີຄວາມແຈ້ງທີ່ສຸດໃນສະຫວັນ, ເຖິງຂະໜາດທີ່ໃນຄືນກ່ອນທີ່ພຣະອົງຈະສະເດັດມານັ້ນ, ມັນຈະບໍ່ມີຄວາມມືດເລີຍ, ເຖິງຂະໜາດທີ່ມັນປະກົດແກ່ມະນຸດວ່າ ມັນເປັນກາງເວັນ.
“ດັ່ງນັ້ນ, ມັນຈະມີມື້ໜຶ່ງກັບຄືນໜຶ່ງ ແລະ ອີກມື້ໜຶ່ງ, ເບິ່ງຄືກັບວ່າເປັນມື້ດຽວ ແລະ ບໍ່ມີກາງຄືນ; ແລະ ນີ້ຈະເປັນເຄື່ອງໝາຍແກ່ພວກທ່ານ. …
“ແລະ ຈົ່ງເບິ່ງ, ມັນຈະມີດາວດວງໃໝ່ປະກົດຂຶ້ນ … ; ແລະ ດາວດວງນີ້ຈະເປັນເຄື່ອງໝາຍແກ່ພວກທ່ານຄືກັນ” (ຮີລາມັນ 14:2–5).
ການກຳເນີດຂອງພຣະຜູ້ຊ່ອຍໃຫ້ລອດ
ເມື່ອເວລາໄດ້ຜ່ານໄປ, “ຄຳທຳນາຍຂອງສາດສະດາເລີ່ມຈະສຳເລັດໂດຍສົມບູນຍິ່ງຂຶ້ນ; ເພາະມັນເລີ່ມມີເຄື່ອງໝາຍສຳຄັນ ແລະ ສິ່ງມະຫັດສະຈັນເກີດຂຶ້ນໃນບັນດາຜູ້ຄົນ” (3 ນີໄຟ 1:4).
ບັດນີ້ ໃຫ້ທ່ານຄິດເບິ່ງວ່າ ຫ້າປີໄດ້ຜ່ານພົ້ນໄປ ແລະ ຕອນນີ້ ທ່ານກໍມີອາຍຸໄດ້ 15 ປີແລ້ວ. ທ່ານຍັງຈື່ຈຳຄຳທຳນາຍຂອງສາດສະດາໄດ້ດີ ໃນຂະນະທີ່ທ່ານພິຈາລະນາສະພາບການໃນປະຈຸບັນ.
“ແຕ່ມີບາງຄົນເລີ່ມກ່າວວ່າ ເວລາໄດ້ຜ່ານພົ້ນໄປແລ້ວສຳລັບຄຳຊຶ່ງຊາມູເອນຊາວເລມັນເວົ້າໄວ້ ຈະສຳເລັດ.
“ແລະ ພວກເຂົາເລີ່ມສະແດງຄວາມປິຕິຍິນດີໃສ່ພີ່ນ້ອງຂອງເຂົາ, ໂດຍກ່າວວ່າ: ຈົ່ງເບິ່ງ ເວລາໄດ້ຜ່ານພົ້ນໄປແລ້ວ, ແລະ ຄຳເວົ້າຂອງຊາມູເອນບໍ່ເກີດເປັນຈິງ; ສະນັ້ນ, ຄວາມປິຕິຍິນດີ ແລະ ສັດທາຂອງພວກທ່ານທີ່ມີຕໍ່ສິ່ງນີ້ກໍບໍ່ມີປະໂຫຍດ.
“ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຮ້ອງປ່າວໄປຕະຫລອດທົ່ວແຜ່ນດິນ; ແລະ ຜູ້ຄົນທີ່ເຊື່ອ ເລີ່ມເສົ້າສະຫລົດໃຈຫລາຍທີ່ສຸດ ເພາະຢ້ານໂດຍທາງໃດທາງໜຶ່ງສິ່ງທີ່ເວົ້າໄວ້ຈະບໍ່ເກີດຂຶ້ນ.
“ແຕ່ຈົ່ງເບິ່ງ, ຜູ້ຄົນທີ່ເຊື່ອໄດ້ລໍຖ້າຢູ່ຢ່າງຈົດຈໍ່ສຳລັບມື້ນັ້ນ ແລະ ຄືນນັ້ນ ແລະ ມື້ນັ້ນ ຊຶ່ງຈະເປັນມື້ດຽວກັນຄືກັບວ່າບໍ່ມີກາງຄືນ, ເພື່ອພວກເຂົາຈະໄດ້ຮູ້ວ່າ ສັດທາຂອງພວກເຂົາມີປະໂຫຍດ.
“ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ມີມື້ໜຶ່ງທີ່ພວກທີ່ບໍ່ເຊື່ອຕັ້ງໄວ້ ເພື່ອທຸກຄົນທີ່ເຊື່ອໃນປະເພນີເຫລົ່ານັ້ນຈະຖືກຂ້າ ຖ້າຫາກເຄື່ອງໝາຍຊຶ່ງສາດສະດາຊາມູເອນໃຫ້ໄວ້ບໍ່ເກີດເປັນຈິງ” (3 ນີໄຟ 1:5–9).
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາຈະຮູ້ສຶກແນວໃດ ຖ້າຫາກເຮົາຕ້ອງລໍຄອຍເຄື່ອງໝາຍເຖິງການສະເດັດມາຂອງພຣະອົງ ແລະ ຍັງປະເຊີນກັບວັນກຳນົດການປະຫານທີ່ຮ້າຍກາດນັ້ນອີກ? ທ່ານ ແລະ ຂ້າພະເຈົ້າຈະໝັ້ນຄົງ ແລະ ແນ່ວແນ່, ຫລື ຈະຫວັ່ນໄຫວ ແລະ ຫົດຕົວຢູ່?
ແນ່ນອນ, ຊາມູເອນໄດ້ບອກລ່ວງໜ້າໄວ້ແລ້ວ ກ່ຽວກັບເຄື່ອງໝາຍເຖິງການກຳເນີດຂອງພຣະຄຣິດ. ໃນສະພາບການທີ່ຖືກຂົ່ມເຫັງທາງສາດສະໜາ ແລະ ໃນໄວອາຍຸປະມານ 15 ປີ, ທ່ານອາດປະຫລາດໃຈຫລາຍ ເມື່ອໃນຄ່ຳຄືນໜຶ່ງ ຫລັງຈາກດວງອາທິດໄດ້ຕົກດິນແລ້ວ ແຕ່ກໍບໍ່ມີຄວາມມືດເລີຍ.
“ແລະ ຜູ້ຄົນເລີ່ມແປກປະຫລາດໃຈເພາະວ່າມັນບໍ່ມີຄວາມມືດໃນຕອນກາງຄືນເລີຍ. …
“ແລະ ພວກເຂົາເລີ່ມຮູ້ຈັກວ່າ ພຣະບຸດຂອງພຣະເຈົ້າຕ້ອງສະເດັດມາປະກົດໃນບໍ່ດົນ; ແທ້ຈິງແລ້ວ, ... ຜູ້ຄົນທັງໝົດ ... ມີຄວາມແປກໃຈຢ່າງຍິ່ງຈົນວ່າພວກເຂົາລົ້ມລົງຢູ່ກັບພື້ນດິນ. …
“ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນບໍ່ມີຄວາມມືດຕະຫລອດຄືນນັ້ນ, ແຕ່ມັນແຈ້ງຄືກັນກັບຕອນທ່ຽງຂອງກາງເວັນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ດວງອາທິດໄດ້ຂຶ້ນມາອີກໃນຕອນເຊົ້າ, ... ແລະ ພວກເຂົາຈຶ່ງຮູ້ຈັກວ່າ ມັນເປັນມື້ທີ່ພຣະຜູ້ເປັນເຈົ້າຈະກຳເນີດ, ເພາະເຄື່ອງໝາຍທີ່ໄດ້ໃຫ້ໄວ້.
“ແລະ ເຫດການໄດ້ບັງເກີດຂຶ້ນຄື, ແທ້ຈິງແລ້ວ, ທຸກສິ່ງທຸກຢ່າງ, ທຸກຂໍ້ຄວາມໄດ້ເກີດຂຶ້ນຕາມຄຳເວົ້າຂອງສາດສະດາ.
“ແລະ ເຫດການໄດ້ບັງເກີດຂຶ້ນອີກຄື ດາວດວງໃໝ່ໄດ້ປະກົດຂຶ້ນຕາມຄຳທີ່ໄດ້ໃຫ້ໄວ້ຄືກັນ” (3 ນີໄຟ 1:15, 17, 19–21).
ໃນມື້ທີ່ພຣະເຢຊູໄດ້ກຳເນີດ ກໍເປັນມື້ທີ່ຜູ້ທີ່ເຊື່ອຢູ່ໃນໂລກໃໝ່ໄດ້ຮັບການປົດປ່ອຍ. ຄວາມສະຫວ່າງ ຊຶ່ງເປັນເຄື່ອງໝາຍເຖິງການກຳເນີດຂອງພຣະຜູ້ຊ່ອຍໃຫ້ລອດ ເປັນສິ່ງດຽວທີ່ໂຜດຊີວິດຂອງເຂົາເຈົ້າໄວ້.
ການສິ້ນພຣະຊົນ ແລະ ການຟື້ນຄືນພຣະຊົນຂອງພຣະຜູ້ຊ່ອຍໃຫ້ລອດ
ບັດນີ້, ອ້າຍເອື້ອຍນ້ອງທັງຫລາຍ, ໃຫ້ວາດພາບວ່າ ຫລາຍກວ່າ 30 ປີ ໄດ້ຜ່ານພົ້ນໄປ ແລະ ທ່ານກໍມີອາຍຸໃນໄວ 50. ທ່ານຍັງຈື່ໄດ້ດີເຖິງຄຳສອນຂອງຊາມູເອນ ແລະ ເຖິງປະສົບການໃນຊ່ວງໄວໜຸ່ມຂອງທ່ານ ຕອນທ່ານໄດ້ເຫັນເຄື່ອງໝາຍເຖິງການກຳເນີດຂອງພຣະຜູ້ເປັນເຈົ້າ.
ເຄື່ອງໝາຍຢ່າງໜຶ່ງເຖິງການສິ້ນພຣະຊົນຂອງພຣະຄຣິດ ຊຶ່ງໄດ້ຖືກບອກໄວ້ລ່ວງໜ້າໂດຍຊາມູເອນແມ່ນ ສາມມື້ທີ່ມືດຕຶບ (ເບິ່ງ ຮີລາມັນ 14:27; 3 ນີໄຟ 8:3).
“ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນໄດ້ມີຄວາມມືດອັນໜາແໜ້ນປົກຄຸມທົ່ວຜືນແຜ່ນດິນ, ເຖິງຂະໜາດທີ່ຜູ້ອາໄສຢູ່ໃນນັ້ນ ຜູ້ທີ່ລອດຕາຍສາມາດສຳພັດກິ່ນອາຍແຫ່ງຄວາມມືດໄດ້;
“ແລະ ມັນບໍ່ມີຄວາມສະຫວ່າງເລີຍເພາະຄວາມມືດ, ບໍ່ມີທັງຄວາມສະຫວ່າງຈາກແສງທຽນ, ຈາກແສງກະບອງ; ທັງກໍ່ໄຟກໍບໍ່ຕິດ … , ດັ່ງນັ້ນ ມັນຈຶ່ງບໍ່ມີຄວາມສະຫວ່າງເລີຍ;
“ແລະ ມັນບໍ່ມີຄວາມສະຫວ່າງທີ່ຈະເຫັນໄດ້ເລີຍ, ທັງບໍ່ມີແສງໄຟ, ຫລື ແສງມິງມຽງ, ຫລື ແສງຈາກດວງຕາເວັນ, ຫລື ຈາກດວງເດືອນ, ຫລື ຈາກດວງດາວ, ເພາະໝອກແຫ່ງຄວາມມືດ ຊຶ່ງປົກຄຸມຢູ່ທົ່ວຜືນແຜ່ນດິນນັ້ນໜາຕຶບທີ່ສຸດ.
“ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນເປັນຢູ່ເຊັ່ນນີ້ເປັນເວລາສາມມື້ທີ່ມັນບໍ່ມີຄວາມສະຫວ່າງທີ່ຈະເຫັນໄດ້ເລີຍ” (3 ນີໄຟ 8:20–23).
ປະສົບການໃນສາມມື້ທີ່ມືດຕຶບນັ້ນຈະເປັນແນວໃດ ແລະ ແລ້ວບໍ່ດົນຈາກນັ້ນ ໄດ້ໄປເຕົ້າໂຮມກັບຝູງຊົນຈຳນວນ 2,500 ຄົນ (ສອງພັນຫ້າຮ້ອຍຄົນ) ຢູ່ທີ່ພຣະວິຫານໃນແຜ່ນດິນອຸດົມສົມບູນ? ທ່ານຈະຮູ້ສຶກແນວໃດ ໃນໂອກາດທີ່ສະຫງ່າລາສີນັ້ນ ຂະນະທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ສະເດັດລົງມາຈາກສະຫວັນ ແລະ ໄດ້ປະກາດວ່າ, “ຈົ່ງເບິ່ງ, ເຮົາຄືພຣະເຢຊູຄຣິດ. … ເຮົາເປັນ ແສງສະຫວ່າງ ແລະ ເປັນຊີວິດຂອງໂລກ”? (3 ນີໄຟ 11:10–11; ເນັ້ນຄຳເນີ້ງ).
ຕໍ່ຜູ້ທີ່ໄດ້ມາເຕົ້າໂຮມກັນຢູ່ທີ່ພຣະວິຫານ, ສອງພຣະຄຳທຳອິດທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ໃຊ້ເພື່ອກ່າວເຖິງພຣະອົງເອງ ແມ່ນ “ຄວາມສະຫວ່າງ.” ຊາມູເອນໄດ້ບອກລ່ວງໜ້າເຖິງເຄື່ອງໝາຍຂອງຄວາມສະຫວ່າງ. ເຄື່ອງໝາຍຂອງຄວາມສະຫວ່າງ ໄດ້ຖືກມອບໃຫ້ຕອນພຣະຜູ້ຊ່ອຍໃຫ້ລອດໄດ້ກຳເນີດ. ສຳລັບຜູ້ຄົນທີ່ໄດ້ມາເຕົ້າໂຮມກັນ, ຄວາມມືດອັນໜາຕຶບ ແລະ ຄວາມຢ້ານກົວ ໄດ້ໝົດໄປ ດ້ວຍຄວາມສະຫວ່າງທີ່ແທ້ຈິງ, ນັ້ນຄື ພຣະເຢຊູຄຣິດ.
ເລື່ອງລາວກ່ຽວກັບບຸນຄຣິດສະມັດເທື່ອທຳອິດ ໃນພຣະຄຳພີມໍມອນ ຊ່ອຍເຮົາໃຫ້ຮຽນຮູ້ ແລະ ເຂົ້າໃຈຫລາຍຂຶ້ນວ່າ ພຣະເຢຊູຄຣິດເປັນຄວາມສະຫວ່າງຊຶ່ງສ່ອງແສງຢູ່ໃນຄວາມມືດ (ເບິ່ງ D&C 10:57–61). ໃນທຸກໄລຍະຂອງຊີວິດຂອງເຮົາ, ໃນທຸກສະພາບການທີ່ເຮົາຜ່ານຜ່າ, ແລະ ໃນທຸກການທ້າທາຍທີ່ເຮົາປະເຊີນ, ພຣະເຢຊູຄຣິດເປັນຄວາມສະຫວ່າງທີ່ກຳຈັດຄວາມຢ້ານກົວ, ໄດ້ມອບຄວາມແນ່ນອນໃຈ ແລະ ໃຫ້ການຊີ້ນຳ, ແລະ ກໍ່ໃຫ້ເກີດສັນຕິສຸກ ແລະ ຄວາມຊື່ນຊົມອັນຍາວນານ.
ຮີດຄອງຂອງບຸນຄຣິດສະມັດອັນໜ້າຊົງຈຳ ແລະ ຍືນຍົງທັງຫລາຍຂອງເຮົາ ແມ່ນຮ່ວມດ້ວຍຄວາມສະຫວ່າງໃນຫລາຍຮູບແບບ—ຄວາມສະຫວ່າງຢູ່ເທິງຕົ້ນໄມ້, ຄວາມສະຫວ່າງໃນບ້ານ ແລະ ອ້ອມບ້ານ, ທຽນໄຂຢູ່ເທິງໂຕະຂອງເຮົາ. ຂໍໃຫ້ຄວາມສະຫວ່າງທີ່ສວຍງາມຂອງທຸກໆເທດສະການນີ້ ຈົ່ງເປັນສິ່ງເຕືອນໃຈເຮົາ ເຖິງພຣະອົງຜູ້ຊຶ່ງເປັນແຫລ່ງແຫ່ງຄວາມສະຫວ່າງທັງໝົດດ້ວຍເທີ້ນ.
ແຕ່ຕາມຖະໜົນມືດມິດນັ້ນ
ແສງແຫ່ງນິລັນດອນສ່ອງມາ.
ຄວາມຫວັງ ຄວາມຢ້ານທີ່ມີນານມາ
ເປັນປະກົດການຄືນນີ້.
(“O Little Town of Bethlehem,” Hymns, no. 208).
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູໄດ້ກຳເນີດຢູ່ໃນເມືອງເບັດເລເຮັມ, ໄດ້ບັນລຸພາລະກິດ ແລະ ການປະຕິບັດສາດສະໜາກິດໃນຄວາມເປັນມະຕະຂອງພຣະອົງຢ່າງມີໄຊ, ແລະ ໃນຖານະທີ່ເປັນພຣະຜູ້ເປັນເຈົ້າທີ່ໄດ້ຟື້ນຄືນພຣະຊົນແລ້ວຂອງເຮົາ, ພຣະອົງຊົງພຣະຊົນຢູ່ໃນທຸກວັນນີ້. ຂ້າພະເຈົ້າຂໍເປັນພະຍານ ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.