ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ພຣະຜູ້​ຊົງກະລຸນາ


ພຣະຜູ້​ຊົງກະລຸນາ

​​ຊ່າງ​ເປັນ​ໂອກາດ​ພິ​​​ເສດ​ແທ້ໆ​ແມ່ນ​ບໍ ທີ່​​ໄດ້​ມາ​ຢູ່​ຮ່ວມ​ກັບ​ສາດສະດາ​ທີ່​ຮັກ​ຂອງ​ເຮົາ, ປະທານ​ທອມມັສ ​ແອັສ ມອນສັນ?

ຄຣິດສະມັດ ​ເປັນ​ເທດສະການ​ທີ່​ປະ​ເສີດ​ເປັນ​ພິ​ເສດ​ແທ້ໆ—​​ເປັນ​ວາລະທີ່​ເຮົາ​ຈະ​ເຫັນ​ຄົນ​ອື່ນ​ດ້ວຍ​ຕາດວງ​​ໃໝ່, ​ທີ່​​ເຮົາ​ຈະ​ເປີດ​ໃຈກວ້າງ​ຕື່ມ​ອີກ ​ກັບ​ຄວາມ​ງາມ​ທີ່ຢູ່​ອ້ອມ​ຮອບ ​ແລະ ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ ດ້ວຍ​ຄວາມ​ກະລຸນາ ​ແລະ ມີຄວາມ​ເຫັນ​ອົກ​ເຫັນ​ໃຈ​ຫລາຍ​ກວ່າ​ເກົ່າ.

​​ສ່ວນຄົນ​ທີ່​ເປັນ​ຜູ້​ໃຫຍ່, ​ຖ້າ​ຫາກ​ເຮົາ​ໂຊກ​ດີ, ບາງຄັ້ງບາງ​ຄາວ ​ເຮົາ​ຈະ​ຮູ້ສຶກ​ໜ້ອຍ​ໜຶ່ງ​​ວ່າ ການ​ເປັນ​ເດັກນ້ອຍ​ອີກ​ເທື່ອ​ໜຶ່ງນັ້ນ ​ເປັນ​ແນວ​ໃດ.

​ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ຄົນ​ທີ່​ເຮົາ​ຮັກ ກຳລັງ​ເຮັດ​ສິ່ງ​ພິ​ເສດ​ໃຫ້​ເຮົາ—​ແລະ ຄວາມ​ຕື່ນ​ເຕັ້ນຂອງ​ເຮົາ​ກັບ​ສິ່ງພິ​ເສດ ທີ່​ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ—​ເຮັດ​ໃຫ້​ເຮົາ​ອຸ່ນ​ໃຈ ​ແລະ ​​ເຮັດ​ໃຫ້​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ​ແລະ ຄວາມ​ກະຕືລືລົ້ນ. ​ເມື່ອ​ຕື່ມ​ມັນ​ໃສ່​ກັບ​ແສງ​ສີ, ການ​ປະດັບ​ປະດາ​ທີ່​ງົດ​ງາມ, ພາບ​​ແຫ່ງ​ສະຫວັນຂອງ​ການ​ກຳ​ເນີດຂອງ​ພຣະຄຣິດ, ຈຶ່ງ​ເຫັນ​ໄດ້​ວ່າ ບຸນ​ຄຣິດ​ສະມັດ​ນີ້​ເປັນ​ວາລະ​ທີ່​ຜູ້​ຄົນ​ມັກ​ຫລາຍ​ພາຍ​ໃນປີ.

​ແລະ ​ແລ້ວ, ​ແນ່ນອນ, ​​ແມ່ນເພງ​ນຳ​ອີກ. ບໍ່​ມີ​ສິ່ງ​ອື່ນ​ໃດ​ທີ່​ສາມາດ​ເນັ້ນໜັກ​​ເຖິງຄວາມ​ໝາຍຂອງ​ວິນ​ຍານ​ອັນ​ເລິກ​ຊຶ້ງ ​ແລະ ອ່ອນ​ໂຍນ​ຂອງ​ເທດ​ສະ​ການ​ນີ້​ໄດ້ ຫລາຍ​ໄປ​ກວ່າ​ເພງ​ຄຣິດ​ສະມັດ. ບໍ່​ວ່າ​ທຳນອງ​ຈະລ່າ​ເລີງ, ສະທ້ອນ, ຫລື ອາ​ໄລ​ອາວອນ ກໍ​ຕາມ, ​ແຕ່​ຈະ​ມີ​ບາງ​ສິ່ງ​ກ່ຽວ​ກັບ ຄຣິດສະມັດ ທີ່​ດົນ​ໃຈ​ໃນ​ເພງ​ຄຣິດ​ສະມັດ​ນັ້ນ. ​ຄວາມ​ກົມກຽວ​ຂອງເພງຄຣິດສະມັດ ທີ່​ດີ​ເລີດ​ເຫລົ່າ​ນີ້ ​ໄດ້​ເຮັດ​ໃຫ້​ເຮົາ​ມີ​ຄວາ​ມສຸກ ​ແລະ ​ເຕືອນ​ເຮົາ​ເຖິງ​ເຫດຜົນ ສຳລັບ​ຄວາມ​ປິ​ຕິ​ຍິນ​ດີຂອງ​ເຮົາ.

ຄ່ຳຄືນ​ນີ້ ​ເຮົາ​ໂຊກ​ດີ​ຫລາຍ​ທີ່​ມີ​ໂອກາດ​ໄດ້​ຍິນ​ສຽງ​ເພງ​ທີ່​ມ່ວນ​ອອນຊອນ ຈາກ​ວົງ​ດົນຕີ ອໍເຈສ໌ຕຣາ ທີ່ ​​ບໍລິ​ເວນ​ພຣະ​ວິຫານ ​​ແລະ ກຸ່ມ​ນັກ​ຮ້ອງ ມໍ​ມອນ ​ແທ​ໂບ​ແນ​ໂກ.

ການສະ​ແດງ​ຂອງ​ນັກ​ຮ້ອງ​ກຸ່ມ​ນີ້ ​ແມ່ນ​ມ່ວນ​ອອນຊອນ​ຫລາຍ​ທີ່​ສຸດ ຊຶ່ງ​ຂ້າພະ​ເຈົ້າ​ເຄີຍວາດ​ພາບ​ເຫັນ​ເຫລົ່າ​ທູດຈາກ​ສະຫວັນ ລົງ​ມາ​ຟັງ​ເຂົາ​ເຈົ້າຮ້ອງ​ເປັນ​ບາງ​ຄັ້ງ​ບາງ​ຄາວ ​ແລະ ​ແມ່ນ​ແຕ່ໄດ້​ຮ່ວມ​ຮ້ອງ​ເພງ​ນຳ.

​ເພງຊື່ Carol of the Bells

ກຸ່ມ​ນັກ​ຮ້ອງຫາ​ກໍ​ໄດ້​ຮ້ອງ​ເພງ​ຄຣິດສະມັດ ​ເພງ​ໜຶ່ງ​ທີ່​ມ່ວນ​ຫລາຍ ທີ່​ເຄີຍ​ແຕ່ງ​ຂຶ້ນມາ, ຊື່ວ່າ “Carol of the Bells,” ຊຶ່ງ​ໄດ້​ຮ້ອງ​ເປັນ​ເທື່ອ​ທຳ​ອິດ ໃນ​ສະຫະ​ລັດ​ອາ​ເມ​ຣິກາ ​ໃນ​ປີ 1921.

ທຳ​ອິດ, ​ເພງ​ນີ້ບໍ່​ແມ່ນ​ເພງ​ຄຣິດສະມັດ​ເລີຍ. ມັນຖືກ​ຄັດ​ລອກ​ເອົາ​ມາ​ຈາກ​ເພງ​ພື້ນ​ບ້ານ​ທີ່​ເກົ່າ​ແກ່ຂອງ​ຊາວ ຢູເຄຣນ ຊື່ວ່າ “ເຊເຊດຣິກ,” ຊຶ່ງ​ແປ​ວ່າ “ພຣະຜູ້​ຊົງ​ກະລຸນາ.”

ຄອບຄົວ​ຊາວຢູເຄຣນ ​ໄດ້ຮ້ອງ​ເພງ​ນີ້ ​​ເມື່ອ​ເລີ່ມຕົ້ນປີ​ໃໝ່. ​ເນື້ອ​ເພງ​ຂອງຕົ້ນ​ສະບັບ ບອກ​ເຖິງນົກ​​ແອ່ນ​ນ້ອຍ​ໂຕ​ໜຶ່ງ ທີ່​ບິນ​ເຂົ້າມາ​ໃນ​ເຮືອນ ​ແລະ ບອກ​ລ່ວງ​ໜ້າ​ເຖິງ​ໂຊກ​ລາບ​ທີ່​ຈະ​ມາສູ່​ຄອບຄົວ​ໃນ​ປີ​ນັ້ນ.1

ຂ້າພະ​ເຈົ້າມັກ​ຄວາມ​ຮູ້ສຶກ​ທີ່​ກ່ຽວ​ພັນ​ກັບ​​ເລື່ອງ​ນັ້ນ.

ຂ້າພະ​ເຈົ້າມັກ​ຂ່າວສານ​​ແຫ່ງ​ຄວາມ​ຫວັງ ​ແລະ ການ​ເບິ່ງ​ໂລກ​ໃນ​ແງ່​ດີ​ຂອງ​ມັນ.

ນັ້ນ​ບໍ່​ໄດ້​ເປັນ​ຂ່າວສານ​ຂອງ​ບຸນຄຣິດສະມັດບໍ? ​ເຖິງ​ແມ່ນ​ຕອນ​ໂລກ​ອາດ​ປະກົດ​ວ່າ ມືດ​ມົນ​ທີ່​ສຸດ—​ເມື່ອສິ່ງ​ຕ່າງໆ​ບໍ່​ເປັນ​ໄປ​ດັ່ງ​ທີ່​ຄວນ, ​ເມື່ອ​ໃຈຂອງ​ເຮົາກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຜິດ​ຫວັງ ​ແລະ ຄວາມ​ເປັນ​ຫ່ວງ, ​​ແມ່ນ​ແຕ່ໃນ​ທ່າມກາງ​ຄວາມ​ໂສກ​ເສົ້າ ​ແລະ ​ຄວາມເສຍ​ໃຈ—​ເຮົາ​ຍັງ​ສາມາດ​ຮ້ອງ​ອອກ​ມາວ່າ “​ໂລກ​ຈົ່ງ​ສຸກ​ຂີ” ​ແລະ “ແກ່​ມະນຸດ​ຜູ້​ທີ່​ພຣະອົງ​ພໍພຣະ​ໄທ”2 ​ເນື່ອງ​ດ້ວຍ​ພຣະຄຣິດ, ຜູ້​ໄດ້​ສະ​ເດັດມາ “​ເພື່ອ​ຈະ​ສ່ອງ​ສະຫວ່າງ​ແກ່​ຄົນ​ທັງຫລາຍ​ທີ່ຢູ່​ໃນ​ບ່ອນ​ມືດ.”3

​ວາລະ​ແຫ່ງ​ຄວາມ​ເພື່ອ​​ແຜ່

ມີ​ຄວາມ​ເໝາະ​ສົມ​ຫລາຍ ​ໃນ​ເວລາ​ນັ້ນ ທີ່​ເພງ​ຄຣິດສະມັດ ຊຶ່ງ​ຫາ​ກໍ​ຮ້ອງ​ຜ່ານ​ໄປ ມີ​ຊື່​ຕົ້ນ​ເດີມ​ວ່າ “ພຣະຜູ້​ຊົງ​ກະລຸນາ.” ​ແທ້​ຈິງ​ແລ້ວ, ບຸນ​ຄຣິດ​ສະມັດ ​ແມ່ນ​ເປັນ​ວາລະ​ແຫ່ງ​ຄວາມ​ເພື່ອ​ແຜ່.

​ໂດຍ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ຄວາມ​ຮູ້ສຶກ​ດັ່ງກ່າວ, ບາງ​ເທື່ອ​ເຮົາ​​ໄດ້ໃຊ້​ເວລາ​ຫລາຍ​ຊົ່ວ​ໂມງ ​ເພື່ອ​ຊອກ​ຫາ​ຂອງຂວັນ​ທີ່​ດີ​ທີ່​ສຸດ ​ເພື່ອ​ມອບ​ໃຫ້​ເພື່ອນ ​ແລະ ຄອບຄົວ​ຂອງ​ເຮົາ. ​ເຮົາ​ຊອກ​ຫາ​ວິທີ​ທີ່​ຈະ​ຊ່ອຍ​ເຫລືອ ​ແລະ ​ໃຫ້​ກຳລັງ​ໃຈ. ​ເຮົາ​ຈະ​ມີ​ເວລາ​ຢູ່ກັບ​ຄົນ​ທີ່​ເຮົາ​ຮັກຫລາຍ​ກວ່າ​ເກົ່າ. ​ເຮົາ​ຈະ​ເຫັນ​ຄວາມ​ຕ້ອງການ​ຂອງ​ຄົນ​ອື່ນ​ໄວ​ຂຶ້ນ, ​ແລະ ສ່ວນ​ຫລາຍ​ແລ້ວ ​ເຮົາ​ຈະ​ສະ​ເໜີ​​ໃຫ້​ຄວາມ​ຊ່ອຍ​ເຫລືອ​ເຂົາ​ເຈົ້າດ້ວຍ​ໃຈ​ທີ່​ເພື່ອ​ແຜ່ຫລາຍ​ກວ່າ. ທີ່​ກ່າວ​ມານັ້ນ​ແມ່ນ​ຄວາມ​ບົກພ່ອງ​ແຕ່​ຈິງ​ໃຈ​​ຂອງ​ເຮົາ ທີ່​ຈະເຮັດ​ຕາມ​ແບບຢ່າງ​ທີ່​ເພື່ອ​ແຜ່ ​ ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ສະ​ແຫວ​ງຫາ​ເພື່ອໃຫ້​ກຽດ​ແກ່​ການ​ກຳ​ເນີດຂອງ​ພຣະອົງ.

​ແຕ່​ເຮົາ​ທຸກ​ຄົນ​ກໍ​ຮູ້​ວ່າ ​ຄວາມ​ຮູ້ສຶກ​ຊຶ່ງກ່ຽວ​ພັນ​ກັບ​ບຸນຄຣິດສະມັດ ມັກ​ຈະ​ຖືກ​ມອງຂ້າມ ​ແລະ ບາງ​ເທື່ອ​ກໍ​ລືມ​​ໄປ​ເລີຍ ​ໃນຄວາມ​ຫຍຸ້ງ​ຢູ່​ກັບ​ການ​ເລາະ​ຊື້​ສິ່ງ​ຂອງ, ກັບການ​​ໃຊ້​ໜີ້​ສິນ, ​ແລະ ກັບ​ຫລາຍ​ສິ່ງ​ທີ່​ຕ້ອງ​ເຮັດ​ໃນ​ແຕ່​ລະ​ວັນ.

ຂ້າພະ​ເຈົ້າບໍ່​ຢາກ​ຊຸກຍູ້ການ​ປະພຶດຂອງ​ຄົນ​ທີ່​ກຽດ​ຊັງ​ບຸນຄຣິດສະມັດ, ​ແຕ່​ຂ້າພະ​ເຈົ້າຂໍກ່າວ​ບາງ​ສິ່ງ ກ່ຽວ​ກັບ​ບຸນຄຣິດ​ສະມັດ​ ທີ່​ຂ້າພະ​ເຈົ້າຈື່​ບໍ່​ລືມ ກັບ​ການ​ແລກ​ປ່ຽນ​ຂອງຂວັນ, ການ​ຫລົງຢູ່​ໃນ​ທ່າມກາງ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ, ​ແລະ ການ​ໄປ​ຊົມ​ລາຍການ​ຕ່າງໆ​ທີ່​ມ່ວນ​ຊື່ນ ທັງ​ນ້ອຍ ​ແລະ ​ໃຫຍ່ ທີ່​ໄດ້​ນຳ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ມາ​ຢູ່​ນຳ​ກັນ ​ໃນ​ວາລະ​ນີ້​ຂອງ​ປີ.

​ແມ່ນ​ແລ້ວ ມີ​ຫລາຍ​​ເຫດຜົນ​ທີ່​ຄວນ​ຊື່ນ​ຊົມ​ກັບ​ສິ່ງ​ຕ່າງໆ​ທີ່​ກ່າວ​ມານັ້ນ. ​ແຕ່​​ແນ່ນອນ ມີ​ສິ່ງ​ອື່ນ​ອີກ​ທີ່​ສຳຄັນ​ກວ່າ​ນັ້ນ.

ສະນັ້ນ, ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ເຮົາ​ແຕ່ລະຄົນ, ​ໃນ​ວາລະ​ເທດ​ສະການຄຣິດສະມັດ​ນີ້, ​ໃຫ້​ຊອກ​ຫາ​ເວລາທີ່​ມິດ​ງຽບ ​ເພື່ອ​ຮັບ​ຮູ້ ​ແລະ ສະ​ແດງ​ຄວາມ​ກະຕັນຍູ​ດ້ວຍ​ຄວາມ​ຈິງ​ໃຈ ຕໍ່​ “ພຣະອົງ​ຜູ້​ຊົງ​ກະລຸນາ.”

ຂໍ​ໃຫ້​ເຮົາພິຈາລະນາ​ເບິ່ງ​ຄວາມ​​ເຫັນ​ອົກ​ເຫັນ​ໃຈ, ຄວາມ​ຮັກ, ​ແລະ ຄວາມ​ເມດ​ຕາ​ທີ່ບໍ່​ມີ​ຂອບ​ເຂດ ຂອງ​ພຣະບິດ​າຜູ້​ສະຖິດ​ຢູ່​ໃນ​ສະຫວັນຂອງ​ເຮົາ.

​​ເມື່ອ​ເຮົາ​ໄປ​ເລາະ​ຊື້​ຂອງຂວັນ—​ເມື່ອ​ເຮົາ​​ໃຫ້ ​ແລະ ຮັບ​ຂອງຂວັນ—ຂໍ​ໃຫ້​ເຮົາ​ໃຊ້​ເວລາ ​ເພື່ອ​​ໄຕ່ຕອງ​ກ່ຽວ​ກັບຂອງ​ຂວັນ​​ທີ່​ສວຍ​ງາມ​ ຊຶ່ງ​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ເຮົາ ຜູ້​ເປັນລູກໆ​ຂອງ​ພຣະອົງ.

ຂອງ​ປະທານ​ແຫ່ງ​ຄວາມ​ກະຕັນຍູ

ຂ້າພະ​ເຈົ້າຮູ້​ວ່າ ມັນ​ເປັນ​ທຳ​ມະ​ຊາດ​ຂອງ​ມະນຸດ ທີ່​ຈະມອງ​ຂ້າມ​ຄຸນຄ່າຂອງ​ບາງ​ສິ່ງ​—​ແມ່ນ​ແຕ່​ສິ່ງ​ທີ່ມີຄ່າ​ທີ່​ສຸດ. ນີ້​ຄື​ບົດຮຽນ​ໜຶ່ງ​ທີ່​ເຮົາ​ຮຽນ​ຮູ້​ຈາກ​ເລື່ອງ​ລາວ​ກ່ຽວ​ກັບ​ຄົນ​ຂີ້ທູດ​ສິບ​ຄົນ ​ໃນວັນ​ເວລາ​ຂອງ​ພຣະ​ເຢຊູ. ດ້ວຍ​ໂຣກພະຍາດ​ທີ່​ຮ້າຍ​ແຮງ ​ແລະ ຖືກ​ແຍກ​ໃຫ້​ຢູ່​ໄກ​ຈາກ​ໝູ່​ເພື່ອນ, ຄອບຄົວ, ​ແລະ ຈາກ​ການ​ໃຊ້​ຊີວິດ​ທີ່​ປົກກະຕິ​ຂອງ​ຕົນ, ຄົນ​ຂີ້ທູດ​ເຫລົ່າ​ນີ້ ​ໄດ້​ອ້ອນວອນຂໍ​ໃຫ້​ພຣະບຸດ​ຂອງ​ພຣະ​ເຈົ້າປິ່ນປົວ​ເຂົາ​ເຈົ້າ.

ດັ່ງ​ທີ່​ທ່ານ​ຮູ້, ຫລັງ​ຈາກ​ການ​ມະຫັດສະຈັນ​ໄດ້​ເກີດ​ຂຶ້ນ, ຄົນ​ຂີ້ທູດ​ເກົ້າ​ຄົນ​ໄດ້​ໄປ​ຕາມ​ທາງ​ຂອງ​ເຂົາ​ເຈົ້າ ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ ທີ່​ໄດ້​ຫາຍ​ດີຈາກ​ພະຍາດ.

ພຽງ​ແຕ່​ຄົນ​ດຽວ​ໄດ້​ກັບ​ມາ.

ພຽງ​ແຕ່​ຄົນ​ດຽວ ​ໃນ​ຈຳນວນ​ສິບ​ຄົນ ​ໄດ້​ກັບ​ມາສະ​ແດງ​ຄວາມ​ກະຕັນຍູ. ​ເມື່ອ​ຄົນ​ໜຶ່ງ “​​ໃນ​ພວກ​ເຂົາ​ເຫັນ​ວ່າ​ຕົນ​ດີ​ສະອາດ​ແລ້ວ, ລາວ​ຈຶ່ງ​ກັບ​ຄືນ​ມາ​ກ່າວ​ສັນລະ​ເສີນ​ພຣະ​ເຈົ້າ ດ້ວຍ​ສຽງ​ດັງ. ລາວ​ກົ້ມຂາບ​ລົງ​ທີ່​ພຣະບາດ​ຂອງ​ພຣະ​ເຢຊູ ​ແລະ ​ໂມທະນາ​ຂອບ​ພຣະຄຸນ​ພຣະອົງ.”4

ການສະ​ແດງ​ຄວາມ​ກະຕັນຍູທີ່​ແທ້​ຈິງ ດ້ວຍ​ຄວາມ​ຖ່ອມຕົວ​ເຊັ່ນ​ນັ້ນ ອາດ​ເປັນ​ສິ່ງ​ທີ່​ເຫັນ​ໄດ້​ຍາກ​ໃນ​ທຸກ​ວັນ​ນີ້ ຄື​ກັນ​ກັບ​ໃນ​​ເລື່ອງ​ນີ້. ​ແຕ່ເມື່ອ​ມັນ​ເກີດ​ຂຶ້ນ, ມັນ​ຈະ​ປະ​ທັບ​ໃຈ​ເຮົາ ​ແລະ ດົນ​ໃຈ​ເຮົາ​ໃຫ້​ນັບ​ພອນ​ຂອງ​ເຮົາ.

ຕົວຢ່າງ​ໜຶ່ງ​ທີ່​ຂ້າພ​ະ​ເຈົ້າຮູ້ຈັກ ​​ແມ່ນ​ກ່ຽວ​ກັບ​ຊາຍ​ຄົນ​ໜຶ່ງ ຜູ້​ອາ​ໄສ​ຢູ່​ປະ​ເທດອາ​ຟຣິກາ. ​ເພາະ​ຄວາມ​ພິການ​ຂອງ​ລາວ, ຊາຍ​ຄົນ​ນີ້ ຈຶ່ງ​ບໍ່​​ສາມາດ​ຍ່າງ. ລາວ​ໄດ້​ຖືກ​ບັງຄັບ​ໃຫ້​ຢູ່​ແຕ່​ໃນ​ເຮືອນ ຂອງ​ພໍ່​ແມ່​ຂອງ​ລາວ. ລາວ​ບໍ່​ສາມາດ​ທຳ​ງານ; ລາວ​ບໍ່​ສາມາດ​ອອກ​ໄປ​ຫລິ້ນ​ກັບ​ໝູ່​ເພື່ອນ; ລາວ​ບໍ່​ສາມາດ​ເຮັດ​ແມ່ນ​ແຕ່​ສິ່ງ​ງ່າຍໆ ຊຶ່ງ​​ເຮົາ​ເຫັນ​ວ່າ​ບໍ່​ສຳຄັນ.

​ແລ້ວລາວ​ໄດ້​ຍິນ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ໜ້າປະຫລາດ​ໃຈ! ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ໄດ້​ນຳ​ລໍ້​ເຂັນ​ຈຳນວນ​ໜຶ່ງ​ມາ​ທີ່ງານ​ກິດຈະກຳ ​​ບ່ອນ​ທີ່​ບໍ່​ໄກ​ຈາກບ້ານ​ຂອງ​ລາວ!

ລາວ​ໄດ້​ຂໍ​ໃຫ້​ເພື່ອນ​ຄົນ​ໜຶ່ງ​ພາລາ​ວ​ໄປ​ງານ​ກິດຈະກຳ, ​ແລະ ຢູ່​ທີ່​ນັ້ນ ລາວ​ໄດ້​ເຫັນ​ຊາຍ, ຍິງ, ​ແລະ ​ເດັກນ້ອຍ ພິການ​ ປະມານ​ສິບ​ປາຍ​ຄົນ ຖືກ​ຊ່ອຍ​ຍົກ​ຂຶ້ນນັ່ງ​ລໍ້​ເຂັນ ທີ່​ໃໝ່ອ່ຽມ ​ແລະ ​ເຫລື້ອມ​ເປັນ​ເງົາ.

​ໂອ້, ລາວ​ກໍ​ຢາກ ນັ່ງ​ລົງ​ໃນ​ລໍ້​ເຂັນນັ້ນ​ເດ​! ມັນ​ຄົງ​ປ່ຽນ​ຊີວິດ​ຂອງ​ລາວ ຖ້າ​ຫາກ​ລາວ​ສາມາດ​ເຄື່ອນ​ຍ້າຍ​​ດ້ວຍ​ຕົວ​ເອງ!

ລາວ​ໄດ້​ລໍຖ້າ​ຢູ່​ໃນ​ແຖວ, ລໍຖ້າ​ຜຽນ​ຂອງ​ລາວ.

ຊາຍ​ສອງ​ຄົນ​ໄດ້​ຍົກ​ລາວ​ຂຶ້ນນັ່ງ​ລໍ້, ​ແລະ ​ເປັນ​ເທື່ອ​ທຳ​ອິດ​ໃນ​ຊີວິດ​ຂອງ​ລາວ ... ທີ່​ລາວ​ເຄື່ອນ​ຍ້າຍ​ດ້ວຍ​ຕົວ​ເອງ!

ທຳ​ອິດ ລາວ​ໄດ້​ຄ່ອຍໆ​ເຄື່ອນ​ຍ້າຍ. ​ແຕ່​ເມື່ອ​ລາວ​ຊຳນານ​ຫລາຍ​ຂຶ້ນ, ລາວ​ກໍໄດ້​ເຄື່ອນ​ຍ້າຍດ້ວຍ​ຄວາມ​ກ້າຫານ.

ລາວ​ໄດ້​ຫັນ, ​ໄດ້​ໝຸນ, ​​ແລະ ໄດ້​ປິ່ນ. ລາວ​ໄດ້​ຍົກ​ມື​ທັງ​ສອງ​ເບື້ອງ​ຂຶ້ນດ້ວຍ​ຄວາມ​ກະຕື​ລືລົ້ນ ​ໃນ​ຂະນະ​ທີ່​ລາວ​ໝຸນ​ລໍ້​ແລ່ນ​ຕັດ​ໜ້າ​​ເພື່ອນຄົນ​ອື່ນໆ.

ລາວ​ໝຸນ​​ໄປ​ໄວ​ແທ້ໆ!

​​ເຫັນ​ໄດ້​ວ່າ ໃບ​ໜ້າ​ຂອງ​ລາ​ວ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລັງ​ຈາກ​ຊົ່ວ​ໄລຍະ​ໜຶ່ງ, ລາວ​ໄດ້​ໝຸນ​ລໍ້​ກັບ​ໄປ​ຫາ​ລໍ້​ຄັນ​ອື່ນໆ ​ແລະ ດ້ວຍ​ໃບ​ໜ້າ​ທີ່​ໂສກ​ເສົ້າ, ລາວ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້ເພື່ອນ​ຊ່ອຍ​ຍົກ​ລາວ​ລົງ​ຈາກ​ລໍ້.

“ເຈົ້າຊິ​ເຮັດ​ຫຍັງ?” ​ເພື່ອນ​ຂອງ​ລາວ​ຖາມ.

ຊາຍ​ຄົນ​ນັ້ນ​ໄດ້​ຍິ້ມ​ອອກ​ມາ ​ແລະ ຍິກ​ບ່າ. “ບັດ​ນີ້ ມັນ​ແມ່ນ​ຜຽນ​ຂອງ​ຄົນ​ອື່ນ,” ລາວ​ເວົ້າ.

ຜູ້​ສອນ​ສາດ​ສະໜາ​ຝ່າຍ​ຊ່ອຍ​ເຫລືອ​ມະນຸດ​ສະທຳ​ຂອງ​ສາດສະໜາ​ຈັກ ​ໄດ້​ຄຸ​ເຂົ່າ​ລົງ​ທາງ​ຂ້າງ​ລາວ ​ແລ້ວ​ເວົ້າວ່າ, “ລໍ້​ຄັນ​ນີ້​ແມ່ນ​ຂອງ​ເຈົ້າ.”

ຊາຍ​ຄົນ​ນັ້ນ ບໍ່​ເຊື່ອ​ຫູ​ຂອງ​ລາວ. ລາວ​ຄິດ​ວ່າ ງານ​ກິດ​ຈະກຳ​ນັ້ນ ​ແມ່ນ​ການ​ຫລິ້ນ​ສະ​ແດງ​​ຂີ່​ລົດ​ເຂັນ.

“ເປັນ​ຂອງ​ຂ້ານ້ອຍ​ແທ້ໆ​ບໍ?” ລາວ​ຖາມ.

“ແມ່ນ​ແລ້ວ.”

“ແຕ່​ຂ້ານ້ອຍ​ບໍ່​ມີ​ເງິນ.”

“ມັນ​ເປັນ​ຂອງ​ເຈົ້າ. ມັນ​ເປັນ​ຂອງຂວັນ​ຈາກ​ຜູ້​ຄົນ​ທີ່​ຮັກ​ເຈົ້າ.”

​ເມື່ອ​ລາວຮັບ​ຮູ້​ຄວາມ​ຈິງ ທີ່​ກຳລັງ​ເກີດ​ຂຶ້ນ, ຊາຍ​ທີ່​ຖ່ອມຕົວ​ຄົນ​ນີ້ ​ໄດ້​ຫລຽວ​ເບິ່ງ​ໜ້າ​ເພື່ອນ​ຂອງ​ລາວ.

ລາວ​ໄດ້​ຫລຽວ​ເບິ່ງ​ຜູ້​ສອນ​ສາດສະໜາ.

ລາວ​ພະຍາຍາມ​ກັ້ນ​ນ້ຳຕາ, ​ແຕ່​ກໍ​​ບໍ່​ໄດ້ຜົນ. ​ແລະ ​ໃນ​ຂະນະ​ທີ່​ລາວ​ຮ້ອງ​ໄຫ້, ລາວ​ໄດ້​ຫົວ​ອອກ​ມາ ດ້ວຍ​ຄວາມ​ຊື່ນ​ຊົມ.

​ເພື່ອນ​ຂອງ​ລາວ ​ແລະ ຜູ້​ສອນ​ສາດສະໜາ ກໍ​ຮ້ອງ​ໄຫ້​ກັບ​ລາວ.

“ຂອບ​ໃຈ,” ລາວ​ໄດ້​ເວົ້າຄ່ອຍໆ.

ລາວ​ໄດ້​ໂອບ​ກອດ​ທັງ​ສອງ, ນັ່ງ​ລົງ​ໃນ​ລໍ້​ຂອງ​ລາວ, ​ແລະ ​ແລ້ວ​ຫລັງ​ຈາກ​ທີ່​ລາວໄດ້ “ຮ້ອງຂຶ້ນ​ດ້ວຍ​ຄວາມ​ດີ​ໃຈ!” ລາວ​ໄດ້​ໝຸນ​ລໍ້​ຂອງລາວ​ອອກ​ໄປ​ຢ່າງ​ໄວອີກ​ ດ້ວຍ​ຮອຍ​ຍິ້ມ​ຢ່າງ​ໃຫຍ່.

“ຂ້ອຍ​​ໄປ​ໄວ​ໄດ້!” ລາວ​ໄດ້​ຮ້ອງຂຶ້ນ ​ໃນ​ຂະນະ​ທີ່​ລາວ​ໝຸນ​ລໍ້​ໄປ​ຢ່າງ​ໄວ​ຕາມ​ທາງ.

ຊາຍ​ຄົນ​ນີ້ ​ເຂົ້າ​ໃຈ​ເຖິງ​ຄວາມ​ກະຕັນຍູ.

ພຣະຄຸນ​ຂອງ​ພຣະ​ເຈົ້າ

​ເຮົາ​ເຄີຍ​ຮູ້ສຶກ​ເຖິງ​ການ​ຂອບຄຸນ​ທີ່​ບໍລິສຸດ, ​ແລະ ບໍ່​ມີ​ຂອບ​ເຂດ​ນັ້ນບໍ? ​ໃນ​ວາລະ​ເທດສະການ​ຄຣິດ​ສະມັດ ນີ້, ​ແລະ ຕະຫລອດ​ປີ, ຂ້າພະ​ເຈົ້າ​ອະທິຖານ​ວ່າ ​ເຮົາ​ຈະ​ລະນຶກ​ເຖິງ​ພຣະຜູ້​ຊົງ​ກະລຸນາ​—ພຣະ​ເຈົ້າຂອງ​ເຮົາ, ພຣະ​ບິດາ​ຂອງ​ເຮົາ, ພຣະ​ຜູ້​ລ້ຽງ​ທີ່​ຊົງ​ຮັກ ​ແລະ ພຣະຜູ້​ປຶກສາ​ຂອງ​ເຮົາ.

​ເພາະ​ພຣະອົງ​ເປັນ​ຜູ້​ປະທານ​ໃຫ້​ແທ້ໆ!

ພຣະອົງ​ຄື ພຣະຜູ້​ຊົງ​ກະລຸ​ນາ!

ພຣະຜູ້​ຊົງກະລຸນາ! ​ເມື່ອ​ເຮົາ​ຜູ້​ເປັນ​ລູກໆ​ຂອງ​ພຣະອົງ ຂໍ​ເຂົ້າ​ປັ້ນໜຶ່ງ, ພຣະອົງ​ຈະ​ບໍ່​ເອົາ​ກ້ອນ​ຫີນ​ໃຫ້.5 ​ແຕ່​ພຣະອົງ​ຈະ​ມອບ​ຂອງ​ທີ່​ດີ ​ແລະ ມີຄ່າ​ທີ່​ສຸດ​ໃຫ້​ເຮົາ ​ເກີນ​ກວ່າ​ເຮົາ​ຈະ​ເຂົ້າ​ໃຈ​ ​ແລະ ວາດ​ພາບ​ໄດ້. ພຣະອົງ​​ປະທານ:

  • ສັນຕິ​ສຸກ.

  • ຄວາມ​ຊື່ນ​ຊົມ.

  • ຄວາມ​ອຸດົມ​ສົມບູນ.

  • ການ​ປົກ​ປ້ອງ.

  • ສະບຽງ​ອາຫານ.

  • ​ຄວາມໂປດ​ປານ.

  • ຄວາມ​ຫວັງ.

  • ຄວາມ​ໝັ້ນ​ໃຈ.

  • ຄວາມຮັກ.

  • ຄວາມ​ລອດ.

  • ຊີວິດ​ນິລັນດອນ ​ໃຫ້​ເຮົາ.

​​​ເທດ​ສະການ​ຄຣິດສະມັດ​ນີ້, ​ເຮົາ​ສະ​ເຫລີ​ມສະຫລອງ​ ​ຂອງ​ປະທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ, ຜູ້​ຊຶ່ງ​ໄດ້​ເຮັດ​ໃຫ້​​ເຮົາ​ສາມາດ​ໄດ້​ຮັບ​ຂອງ​ປະທານ​ທັງ​ໝົດ—ການ​ກຳ​ເນີດຂອງ​ກຸມ​ມານ​ນ້ອຍ​ໃນ​ເບັດ​ເລ​ເຮັມ. ​ເປັນ​ຍ້ອນ​ພຣະອົງ, “ຫລຸມ​ຝັງ​ສົບ​ຈຶ່ງ​ບໍ່​ມີ​ໄຊ​ຊະນະ, ​ແລະ ຄວາມ​ເຈັບ​ປວດ​ແຫ່ງ​ຄວາມ​ຕາຍ​ຈະ​ຖືກ​ກືນ​ເຂົ້າ​ໄປ​ໃນ​ພຣະຄຣິດ. ພຣະອົງ​ເປັນ​ແສງ​ສະຫວ່າງ ​ແລະ ຊີວິດ​ຂອງ​ໂລກ; ​ແທ້​ຈິງ​ແລ້ວ, ​ເປັນ​ແສງ​ສະຫວ່າງ​ອັນ​ບໍ່​ມີ​ບ່ອນ​ສິ້ນ​ສຸດ, ຊຶ່ງ​ຈະ​ບໍ່​ມີ​ຄວາມ​ມືດ​ເລີຍ.”6

ຂ້າພະ​ເຈົ້າຂອບ​ພຣະ​ໄທພຣະ​ເຈົ້າດ້ວຍ​ຄວາມຊື່ນ​ຊົມ ສຳລັບ​ພຣະກະ​ລຸ​ນາ​ຂອງ​ພຣະອົງ.

ພຣະອົງ​​ໄດ້ໂຜດ​ເຮົາ​ຈາກ​ຄວາມ​ເປົ່າ​ປ່ຽວ, ຄວາມ​ຫວ່າງ​ເປົ່າ, ​ແລະ ຄວາມ​ບໍ່​ມີຄ່າ​ຄວນ.

ພຣະອົງ​​ໄດ້​ເປີດຕາ​ ​ແລະ ​ໄດ້​ເປີດ​ຫູ​ເຮົາ. ພຣະອົງ​ໄດ້​ປ່ຽນ​ຄວາມ​ມືດ​ ເປັນຄວາມ​ສະຫວ່າງ, ​ໄດ້​ປ່ຽນ​ຄວາມ​ໂສກ​ເສົ້າ ​ເປັນ​ຄວາມ​ຫວັງ, ​ແລະ ​ໄດ້​ປ່ຽນ​ຄວາມ​​ໂດດດ່ຽວ ​ເປັນຄວາມ​ຮັກ.

ພຣະອົງ​ໄດ້​ປົດ​ປ່ອຍ​ເຮົາ​ຈາກອະດີດ​ ຂອງ​ການ​ເປັນ​ທາດ​ ​ແລະ ຄວາມ​ເຫັນ​ແກ່​ຕົວ ​ແລະ ​​ໄດ້​ເປີດ​ເສັ້ນທາງ​ໃນ​ປະຈຸ​ບັນ​ທີ່​ມີ​ຈຸດປະສົງ ​ແລະ ອະນາຄົດ​ທີ່ໜ້າ​ເພິ່ງ​ພໍ​ໃຈ​ໃຫ້​ເຮົາ.

ພຣະອົງ​ຄື​ ຜູ້​ທີ່​ເຮົາ​ນະມັດ​ສະການ.

ພຣະອົງ​ຄື ​ພຣະ​ເຈົ້າຂອງ​ເຮົາ.

ພຣະອົງ​ຄື ພຣະຜູ້​ຊົງ​ກະລຸນາ.

ພຣະອົງ​ຄື​ ຜູ້​ທີ່​ຮັກ​ລູກໆ​ຂອງ​ພຣະອົງ​ຫລາຍ​ທີ່​ສຸດ ຈົນ​​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດຂອງ​ພຣະອົງ ​ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ ຈະ​ບໍ່​ຈິບ​ຫາຍ ​ແຕ່​ມີ​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ.7

​ເປັນ​ເພາະ​ພຣະ​ເຢຊູ​ຄຣິດ, ​ເຮົາ​ຈຶ່ງ​ບໍ່​ມີ​ວັນ​ຮູ້ສຶກ​ວ່າ ​ເປັນ​ຄົນ​ແປກ​ໜ້າ. ​ເຮົາ​ຈະ​ຢູ່​ກັບ​ຄົນ​ທ່ຽງ​ທຳ ​ເມື່ອ​ພຣະອົງ​ສະ​ເດັດ​ກັບ​ມາ! ​ແລະ ​ເປັນ​ເພາະ​ຊີວິດ​ທີ່​ດີ​ພ້ອມ​ຂອງ​ພຣະອົງ ​ແລະ ການ​ເສຍ​ສະລະ​ຊົ່ວ​ນິລັນດອນ​ຂອງ​ພຣະອົງ, ມື້ໜຶ່ງ ​ເຮົາຈະ​ຢືນ​ຢູ່​ກັບ​ເຫລົ່າ​ທູດ​ສະຫວັນ ​ແລະ ຮັບ​ເອົາ​ມົງກຸດ​ນິລັນດອນ​ຂອງ​ເຮົາ ກັບ​ພວກ​ເພິ່ນ.8

​ໃນ​ເທດສະການຄຣິດ​ສະມັດນີ້, ຂໍ​ໃຫ້​ເຮົາ​ຈົ່ງ​ລະນຶກ​ເຖິງ​ພຣະຜູ້​ຊົງ​ກະລຸນາ ​ແລະ ຂອບ​ພຣະ​ໄທ​ພຣະອົງ ດ້ວຍ​ຄວາມ​ຊາບ​ຊຶ້ງຕຶງ​ໃຈ ຕໍ່​ພຣະ​ເຈົ້າສູງ​ສຸດ, ຜູ້​ໄດ້​ປະທານ​ພອນ​ທີ່​ບໍ່​ມີ​ກຳນົດ​ໃຫ້​​ແກ່​ລູກໆ​ຂອງ​ພຣະອົງ. ນີ້​ຄື​ຄຳ​ອະທິຖານ​ທີ່​ຖ່ອມຕົວ​ ​ແລະ ພອນ​ຈາກ​ໃຈ​ຂອງຂ້າພະ​ເຈົ້າສຳລັບ​ທຸກ​ຄົນ ​ໃນ​ວາລະຄຣິດສະມັດນີ້ ​ແລະ ຕະຫລອດ​ໄປ​ດ້ວຍ​ເທີ້ນ, ​ໃນ​ພຣະນາມ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຊົງ​ຮັກ, ພຣະ​ເຢຊູ​ຄຣິດ, ອາແມນ.

​ແຫລ່ງອ້າງ​ອີງ

  1. ​ເບິ່ງ “‘Carol of the Bells’ Wasn’t Originally a Christmas Song,” Science Blog, Dec. 2004, www3.scienceblog.com/community/older/2004/7/20046906.shtml; see also Olena Korchova, “Carol of the Bells: Back to the Origins,” The Ukrainian Week, Dec. 17, 2012, ukrainianweek.com.

  2. ລູກາ 2:14.

  3. ລູກາ 1:79.

  4. ​ເບິ່ງ ລູກາ 17:11–19.

  5. ​ເບິ່ງ ມັດ​ທາຍ 7:9.

  6. ​​ໂມ​ໄຊ​ຢາ 16:8–9.

  7. ​ເບິ່ງ ​ໂຢຮັນ 3:16.

  8. ​ເບິ່ງ “Now Let Us Rejoice,” Hymns, no. 3. ​ເຖິງ​ແມ່ນ​ເພງ​ນີ້ ບໍ່​ໄດ້​​ມີເຈດ​ຕະນາ​ໃຫ້​ເປັນ​ເພງ​ຄຣິດສະມັດ, ​ແຕ່​ເນື້ອ​ເພງ​ຂອງ “Now Let Us Rejoice,” ຊຶ່ງ​ບອກ​ເຖິງ​ພອນ​ທີ່ພຣະຜູ້​ຊົງກະລຸນາ​​ໄດ້ສັນຍາ​ວ່າ ຈະ​ປະທານ​ໃຫ້ເຮົາ​, ​ເບິ່ງ​ຄື​ວ່າ ​ເໝາະ​ສົມ​ທີ່​ຈະ​ຈື່​ຈຳ​ໃນ​ວາລະ​ນີ້ຂອງ​ປີ ທີ່​ວ່າ:

    “ຈົ່ງ​ມາ​ລ່າ​ເລີງ​ຍິນ​ດີ ວັນ​ທີ່​ຄວາມ​ລອດ​ມາ​ເຖິງ​ເຮົາ.

    ຈຶ່ງ​ບໍ່​ຕ້ອງ​ທ່ອງ​ທ່ຽວ​ດັ່ງ​ຄົນ​ຈອນ​ຕໍ່​ໄປ.

    ຂ່າວ​ໃຫຍ່​ຍິ່ງ​ປະກາດ​ກ້ອງ​ແກ່​ພວກ​ເຮົາ ​ແລະ ທຸກ​ຊາດ,

    ​ແລະ ບໍ່​ດົນ​ຊົ່ວ​ໂມງ​ໄຖ່​ອັນ​ສົດ​ໃສ​ໃກ້​ເຂົ້າມາ,

    ​ເມື່ອ​ມວນ​ສິ່ງ​ທີ່​ສັນຍາ​ຈະ​ມາສູ່​ສິດ​ທິຊົນ,

    ​ເຂົາ​ຈະ​ພົ້ນຄົນ​ລົບ​ກວນ​ຈາກ​ເຊົ້າຈົນ​ເຖິງ​ຄ່ຳ,

    ຄວາມ​ເດັ່ນ​ຂອງ​ໂລກາ​ຈະ​ປະກົດ​ດັ່ງ​ສວນ​ເອ​ເດນ,

    ພຣະ​ເຢຊູ​ຈະ​ກ່າວ​ແກ່ມວນອິດສະຣາ​ເອນ, ‘ຄືນ​​ເຮືອນ.’

    “ເຮົາ​ຈະ​ຮັກ​ກັນ​ແລະ​ກັນ ຮັກ​ບໍ່​ເສ​ແສ້ງອຳ​ພາງ,

    ​ເລີກ​ລ້າງ​ການ​ເຮັດ​ຊົ່ວ ​ແລະ ໝາຍ​ໃຈປອງ​ດອງ.

    ​ເມື່ອ​ຜອງ​ຄົນ​ບາບ​ມະ​ຫັນ ກຳລັງ​ຫວັ່ນ​ກົວ​ຕົວ​ສັ່ນ,

    ​​ເຮົາ​ນັ້ນຈະ​ລໍ​ເບິ່ງ​ວັນພຣະຜູ້​ຊ່ອຍ​ຈະ​ມາ,

    ເມື່ອ​ມວນ​ສິ່ງ​ທີ່​ສັນຍາ​ຈະ​ມາສູ່​ສິດທິ​ຊົນ,

    ​ເຂົາ​ຈະ​ພົ້ນຄົນ​ລົບ​ກວນ​ຈາກ​ເຊົ້າຈົນ​​ເຖິງ​ຄ່ຳ,

    ຄວາມ​ເດັ່ນ​ຂອງ​ໂລກາ​ຈະ​ປະກົດ​ດັ່ງ​ສວນ​ເອ​ເດນ,

    ພຣະ​ເຢຊູ​ຈະ​ກ່າວ​ແກ່ມວນອິດສະຣາ​ເອນ, ‘ຄືນ​​ເຮືອນ.’

    “ເຮົາ​ວາງ​ໃຈ​ໃນ​ພຣະພາ​ຫຸຂອງ​ພຣະ​ເຢ​ໂຮວາ

    ພາ​ເຮົາ​ຜ່ານ​ຄວາມ​ລຳບາກ​ມືດ​ມົນ​ໃນ​ຍຸກ​ນີ້,

    ພາຍຫລັງ​ໄພພິບັດ ​ແລະ ການ​ເກັບ​ກ່ຽວ​ສຳ​ເລັດ​ລາບ​ລື້​ນ,

    ​ເຮົາ​ຟື້ນ​ພ້ອມ​ຄົນ​ທ່ຽງ​ທຳ​ວັນ​ພຣະຜູ້​ຊ່ອຍ​ມາ.

    ​​ແລ້ວ​ມວນ​ສິ່ງ​ທີ່​ສັນຍາ​ຈະ​ມາສູ່​ສິດທິ​ຊົນ,

    ​ເຂົາ​ຄອງ​ມົງກຸດ​ຕົນ​ກັບ​​ເຫລົ່າ​ທູດ​ໃນ​ສະຫວັນ,

    ຄວາມ​ເດັ່ນ​ຂອງ​ໂລກາ​ຈະ​ປະກົດ​ດັ່ງ​ສວນ​ເອ​ເດນ,

    ພຣະຄຣິດ ​ແລະ ​ຝູງ​ຊົນ​ຈະ​ລວມຕົນ​ເປັນ​ໜຶ່ງ​ດຽວ.”