ຂອງປະທານຈາກພຣະບິດາ: ຮັບເອົາ ຫລື ປະຕິເສດ
ເພງຈັ່ງແມ່ນມ່ວນອອນຊອນແທ້ໆ ແລະ ຂ່າວສານຈາກຊິດສະເຕີ ຢູແບ້ງ ກໍປະທັບໃຈຫລາຍ. ເພງກ່ຽວກັບພຣະຄຸນຂອງພຣະຜູ້ໄຖ່ ຈັ່ງແມ່ນມ່ວນນໍ! ເດືອນທັນວາກໍມາຮອດແລ້ວ. ອາກາດກໍໜາວ ແລະ ຫິມະກໍຕົກແລ້ວ. ສຳລັບເຮົາສ່ວນຫລາຍ, ນີ້ໝາຍຄວາມວ່າ ບຸນຄຣິດສະມັດ ໃກ້ຊິມາຮອດແລ້ວ. ແຕ່ສຳລັບຂ້າພະເຈົ້າ, ອາກາດແບບນີ້ ບໍ່ແມ່ນສິ່ງທີ່ຂ້າພະເຈົ້າຮູ້ສຶກ ໃນຊ່ວງບຸນຄຣິດສະມັດ.
ເພາະວ່ານັບແຕ່ຂ້າພະເຈົ້າເກີດມາ, ອາກາດໃນຊ່ວງບຸນຄຣິດສະມັດຈະຮ້ອນອົບເອົ້າຫລາຍ ທັງເວັນ ແລະ ຄືນ. ເພາະວ່າໃນເດືອນທັນວາ ມັນຈະເປັນລະດູແລ້ງໃນປະເທດອົດສະຕາລີ. ແລະ ໃນອາຟຣິກາຕາເວັນຕົກ ບ່ອນທີ່ພັນລະຍາ ແລະ ຂ້າພະເຈົ້າໄດ້ອາໄສຢູ່ ເປັນເວລາຫ້າປີຜ່ານມາ, ກໍຮ້ອນຕະຫລອດຄືກັນ.
ສະນັ້ນ ໃນເດືອນທັນວາ ມັນຈະເປັນຊ່ວງເວລາທີ່ໄປຫລິ້ນທະເລ, ຂີ່ແຜ່ນກະດານໄຕ່ຢູ່ເທິງຄື້ນທະເລ, ແລະ ປີ້ງຊີ້ນຊຸມກັນ. ໃນວັນຄຣິດສະມັດ, ເຮືອນຂອງພວກເຮົາຈະມີກິ່ນຫອມໝາກມ່ວງ ແລະ ສຽງຫົວ. ແຕ່ຄວາມຮູ້ສຶກທີ່ມາຈາກບຸນຄຣິດສະມັດ ແມ່ນຄືກັນຢູ່ໃນທຸກບ່ອນ. ບໍ່ວ່າຈະເປັນໃນ ເມືອງຊິດນີ, ເຊົາເລັກ, ຫລື ຊີແອຣາ ລີອອນ; ບໍ່ວ່າຈະເປັນໃນ ນູກູໂລຟາ, ນິວຟາວແລນ, ຫລື ນີເຊເຣຍ, ການກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ກໍດົນໃຈຜູ້ຄົນໃຫ້ເຮັດສິ່ງທີ່ດີ.
ໃນຫລາຍໆບ່ອນ, ຜູ້ຄົນແລກປ່ຽນຂອງຂວັນ, ຢ້ຽມຢາມກັນ, ແລະ ເຮັດສິ່ງທີ່ດີ ເພື່ອສະເຫລີມສະຫລອງບຸນຄຣິດສະມັດ. ໝູ່ເພື່ອນຂອງພວກເຮົາຢູ່ປະເທດຊາມົວ ມີປະເພນີຄື ຫລັງຈາກວັນຄຣິດສະມັດໜຶ່ງມື້, ເຂົາເຈົ້າຈະເອົາອາຫານ ແລະ ສິ່ງຂອງອື່ນໆໃສ່ກ່ອງ ເພື່ອເອົາໄປໃຫ້ຄອບຄົວທີ່ຂັດສົນ, ບໍ່ພຽງແຕ່ຄອບຄົວຢູ່ໃນຫວອດຂອງເຂົາເຈົ້າເທົ່ານັ້ນ, ແຕ່ເປັນຄົນອື່ນ ທີ່ຢູ່ໃນຊຸມຊົນຂອງເຂົາເຈົ້ານຳອີກ. ເຂົາເຈົ້າກໍມີສວນຄົວ ກວ້າງຫ້າໄຮ່ຕື່ມອີກ, ຊຶ່ງຜົນລະປູກເກືອບທັງໝົດ ແມ່ນຖືກເອົາໄປໃຫ້ຜູ້ຄົນທີ່ຂັດສົນ.
ເພື່ອນທີ່ດີຄົນໜຶ່ງຂອງພວກເຮົາຢູ່ ຊີນີກາ ໃນອາຟຣິກາຕາເວັນຕົກ ໄດ້ບອກຂ້າພະເຈົ້າວ່າ ຢູ່ບ້ານເກີດຂອງລາວ ໃນ ໄອໂວຣີ ໂຄສທ໌, ໃນຄືນກ່ອນວັນຄຣິດສະມັດ, ແທນທີ່ຈະເອົາຂອງຂວັນມາ, ຊາວບ້ານໄດ້ເອົາສິ່ງທີ່ຂັດແຍ້ງກັນ ມາແຈ້ງຕໍ່ຄະນະຜູ້ນຳຂອງຕົນ. ແລ້ວຄະນະຜູ້ນຳເຫລົ່ານັ້ນຈະໃຊ້ມື້ນັ້ນ ເພື່ອແກ້ໄຂບັນຫາທີ່ຄອບຄົວຕ່າງໆຂັດແຍ້ງກັນ. ຊາວບ້ານຕ້ອງການສັນຕິສຸກ ແລະ ຄວາມຖືກຕ້ອງປອງດອງ ຢູ່ໃນທຸກບ້ານເຮືອນ ໃນໝູ່ບ້ານຂອງເຂົາເຈົ້າ ໃນວັນຄຣິດສະມັດ, ເພາະວ່າເຂົາເຈົ້າສະເຫລີມສະຫລອງ ການກຳເນີດຂອງພຣະຄຣິດ—ຜູ້ໄດ້ກຳເນີດມາເພື່ອຈຸດປະສົງນັ້ນເອງ ຄືນຳສັນຕິສຸກມາສູ່ໂລກ.
ໃນຕົ້ນປີນີ້, ພວກເຮົາໄດ້ພົບກັບຜູ້ສອນສາດສະໜາໜຸ່ມ, ຊິດສະເຕີ ຈີນ ອິງກາແບຣີ ຈາກປະເທດຣາວັນດາ, ຜູ້ໄດ້ຮັບໃຊ້ເຜີຍແຜ່ໃນປະເທດລີເບເຣຍ. ນາງໄດ້ເລົ່າເລື່ອງທີ່ໜ້າໂສກເສົ້າໃຫ້ຂ້າພະເຈົ້າຟັງ ເຖິງຜົນກະທົບຂອງການຂ້າລ້າງເຜົ່າພັນ ຢູ່ປະເທດຣາວັນດາ ໃນປີ 1994. ພໍ່ຂອງນາງແມ່ນມາຈາກເຜົ່າ ຮູທູ, ທີ່ມີຄວາມກຽດຊັງທີ່ສຸດຕໍ່ເຜົ່າ ທຸດສີ. ແຕ່ແມ່ຂອງນາງແມ່ນມາຈາກເຜົ່າ ທຸດສີ ນັ້ນ. ເພື່ອຊ່ວຍຊີວິດເມຍ ແລະ ລູກສາວສີ່ຄົນຂອງລາວໄວ້, ຊາຍທີ່ກ້າຫານຄົນນີ້ ໄດ້ເຊື່ອງຄອບຄົວຂອງລາວໄວ້ຢູ່ໄກໆ ແລະ ໄດ້ກັບຄືນໄປໝູ່ບ້ານຂອງລາວຄົນດຽວ. ເມຍ ແລະ ລູກສາວບໍ່ໄດ້ເຫັນລາວອີກຈາກນັ້ນ ແລະ ເຂົາເຈົ້າໄດ້ພະຍາຍາມເອົາຕົວລອດ. ໃນທີ່ສຸດ ເຂົາເຈົ້າໄດ້ກັບໄປບ້ານຫລັງຈາກເກົ້າປີ ເພື່ອໄປຮ່ວມການປະຊຸມມິດຕະພາບ ທີ່ຝ່າຍລັດຖະບານໄດ້ຈັດຂຶ້ນ, ແລ້ວຈຶ່ງໄດ້ຮູ້ວ່າ ຜົວ ແລະ ພໍ່ຂອງເຂົາເຈົ້າໄດ້ຖືກຂ້າ ຕອນລາວກັບຄືນໄປໝູ່ບ້ານຂອງລາວ. ເຖິງແນວໃດກໍຕາມ, ແມ່ຂອງຊິດສະເຕີ ອິງກາແບຣີ ແລະ ລູກໆຂອງນາງ ໄດ້ຍົກໂທດໃຫ້ຜູ້ທີ່ຂ້າຜົວ ແລະ ພໍ່ຂອງເຂົາເຈົ້າ.
ລະຫວ່າງທີ່ໂຈເຊັບ ສະມິດ ອາດເຕັມໄປດ້ວຍຄວາມໂມໂຫ, ຕອນທີ່ຖືກຈຳຄຸກລີເບີຕີ ແບບບໍ່ມີຄວາມຜິດ ເປັນເວລາຫລາຍເດືອນ ໃນຊ່ວງບຸນຄຣິດສະມັດ ຂອງປີ 1838, ພຣະຜູ້ເປັນເຈົ້າໄດ້ເປີດເຜີຍຢູ່ໃນພາກທີ 121 ຂອງ Doctrine and Covenants. ໃນການເປີດເຜີຍນີ້ ພຣະຜູ້ເປັນເຈົ້າໄດ້ຊ່ວຍໂຈເຊັບ ເອົາຊະນະຄວາມຮູ້ສຶກທີ່ງຸດງິດໃຈ ຊຶ່ງເຫັນໄດ້ຢູ່ໃນຕອນຕົ້ນຂອງພາກນີ້ ແລະ ໄດ້ສອນສາດສະດາວ່າ ຄວາມກະລຸນາ, ຄວາມອົດກັ້ນ, ຄວາມອ່ອນໂຍນ, ແລະ ຄວາມຮັກອັນບໍ່ແກ້ງເຮັດ ຄືຄຸນສົມບັດຂອງຄວາມເປັນເໝືອນດັ່ງພຣະຄຣິດ ທີ່ຈຳເປັນສຳລັບການເປັນສານຸສິດ.
ຂ້າພະເຈົ້າມີຄວາມຊົງຈຳທີ່ລ້ຳຄ່າ ກ່ຽວກັບຄອບຄົວໃນຍາມບຸນຄຣິດສະມັດ. ເຖິງຢ່າງໃດກໍຕາມ, ບໍ່ແມ່ນຄວາມຊົງຈຳທັງໝົດທີ່ເປັນສິ່ງທີ່ດີ. ຕອນຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າຈື່ໄດ້ວ່າ ຂ້າພະເຈົ້າໄດ້ຮັບລົດນ້ອຍສີຂຽວຈາກພໍ່. ພວກເຮົາເປັນຄອບຄົວທີ່ຍາກຈົນ, ແລະ ຂ້າພະເຈົ້າກໍມັກຂອງຂວັນອັນນັ້ນ. ເຖິງຢ່າງໃດກໍຕາມ, ມື້ໜຶ່ງຂ້າພະເຈົ້າໄດ້ເກີດໃຈຮ້າຍ ກ່ຽວກັບສິ່ງທີ່ໄຮ້ສາລະ, ຂ້າພະເຈົ້າໄດ້ໂຍນລົດຄັນນັ້ນຖິ້ມໃສ່ຟຸ່ມໄມ້ຢູ່ແຄມຮົ້ວ. ທັນໃດນັ້ນ ຂ້າພະເຈົ້າກໍຮູ້ສຶກເສຍໃຈ, ບໍ່ແມ່ນເພາະຂ້າພະເຈົ້າໄດ້ໂຍນຂອງຫລິ້ນຖິ້ມ, ແຕ່ເປັນເພາະຂ້າພະເຈົ້າຮູ້ສຶກວ່າ ຕົວເອງໄດ້ປະຕິເສດການສະແດງຄວາມຮັກຂອງພໍ່. ຂ້າພະເຈົ້າໄດ້ຊອກຫາມັນ, ແຕ່ກໍບໍ່ເຫັນ. ເມື່ອລະດູໜາວມາເຖິງ ແລະ ໃບໄມ້ຢູ່ຟຸ່ມໄມ້ຕົ້ນນັ້ນ ໄດ້ຫລົ່ນໝົດແລ້ວ, ຂ້າພະເຈົ້າກໍໄດ້ໄປຊອກຫາລົດ, ແຕ່ກໍບໍ່ເຫັນ. ຂ້າພະເຈົ້າຍັງຮູ້ສຶກເຖິງຄວາມເຈັບປວດທີ່ໄດ້ເຮັດຜິດຕໍ່ພໍ່. ຕອນນີ້ກໍຍັງເຈັບປວດຢູ່.
ທ່ານຮູ້ບໍ, ນັ້ນຄືການປຽບທຽບບາງສິ່ງທີ່ເຮົາໄດ້ເຮັດ ໃນການປະຕິເສດຄວາມຮັກຂອງພຣະບິດາເທິງສະຫວັນຂອງເຮົາ ແລະ ຂອງປະທານທີ່ພຣະອົງໄດ້ມອບໃຫ້ແກ່ເຮົາ, ຊຶ່ງເປັນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດ ຄືການໄດ້ສົ່ງພຣະບຸດຂອງພຣະອົງມາ ເພື່ອຮັບທຸກທໍລະມານ ແລະ ຊົດໃຊ້ແທນເຮົາ. ຄົງເປັນໜ້າສັງເວດແທ້ໆ ຖ້າເຮົາປະຕິເສດການຊົດໃຊ້ຂອງພຣະອົງ ຫລື ພັນທະສັນຍາ ແລະ ພິທີການຂອງພຣະກິດຕິຄຸນຂອງພຣະອົງ!
ໂອ້, ຖ້າພຽງແຕ່ເຮົາສາມາດເປັນຄືກັນກັບຜູ້ທີ່ມຸ່ງໝັ້ນ ທີ່ຈະສະແດງຄວາມຮັກຕໍ່ຄົນອື່ນຕະຫລອດໄປ. ເມື່ອບໍ່ດົນມານີ້, ຫລາຍຄົນໄດ້ອອກແຮງເພື່ອຊ່ວຍເຫລືອປະຊາຊົນຢູ່ລັດຟໍຣິດາ ແລະ ລັດນອດຄາໂຣໄລນາ ແລະ ລັດຊ້າວຄາໂຣໄລນາ ຜູ້ທີ່ໄດ້ປະສົບກັບພະຍຸຮ້າຍ ແລະ ເພື່ອຊ່ວຍຜູ້ປະສົບໄພ ຈາກໄຟທີ່ລຸກລາມຢູ່ລັດແຄລິໂຟເນຍ ຫລື ຊ່ວຍເຫລືອຄົນອື່ນໆ ທີ່ປະສົບກັບໄພຮ້າຍແຮງ ທີ່ຄ້າຍຄືກັນນັ້ນ ຕະຫລອດທົ່ວໂລກ.
ໃນວັນທີ 25 ເດືອນທັນວາ, 1974, ຫົວເມືອງໃຫຍ່ໃນພາກເໜືອຂອງປະເທດອົດສະຕາລີ ໄດ້ຖືກທຳລາຍ. ໃນມື້ເຊົ້າຂອງວັນຄຣິດສະມັດມື້ນັ້ນ, ພະຍຸໄຊໂຄຣນ ທະເຣຊີ ໄດ້ປະທະເມືອງດາວິນ. ຫລາຍຄົນໄດ້ຕາຍໄປ, ແລະ ປະຊາຊົນໃນເມືອງດາວິນ ເປັນຈຳນວນຫລວງຫລາຍບໍ່ມີທີ່ພັກອາໄສ. ພາບທີ່ຖືກທຳລາຍລ້າງຜານຂອງລັດຟໍຣິດາ ກໍຄືກັນກັບເມືອງດາວິນ. ແຕ່ຄວາມຮູ້ສຶກທີ່ມາຈາກບຸນຄຣິດສະມັດໄດ້ເອົາຊະນະຄວາມໝົດຫວັງ. ການບໍລິຈາກໄດ້ຫລັ່ງໄຫລມາຈາກຜູ້ຄົນຕະຫລອດທົ່ວປະເທດອົດສະຕາລີ, ແລະ ຫລາຍຄົນໄດ້ປະວາງທຸກສິ່ງ ແລະ ໄດ້ເດີນທາງໄປຊ່ວຍສ້າງບ້ານເຮືອນຂຶ້ນໃໝ່.
ເມື່ອຫລາຍປີກ່ອນ, ຕອນລູກສາວກົກຂອງພວກເຮົາຫາກໍໄດ້ສອງປີ, ນາງຂາຫັກ ຕອນໃກ້ວັນຄຣິດສະມັດ ແລະ ໄດ້ເຂົ້າໂຮງໝໍ ນອນຫ້ອຍຂາ ເປັນເວລາຫລາຍອາທິດ. ມັນເປັນວັນຄຣິດສະມັດທີ່ໂສກເສົ້າຫລາຍ. ຄອບຄົວໜຶ່ງໃນຫວອດຂອງພວກເຮົາ ທີ່ບໍ່ມີຊັບສິນຫລາຍປານໃດ ໄດ້ມາຢ້ຽມຢາມນາງໃນວັນຄຣິດສະມັດ. ລູກນ້ອຍແຕ່ລະຄົນຂອງເຂົາເຈົ້າໄດ້ເອົາຂອງຂວັນພິເສດຂອງຕົນ ທີ່ຫາກໍໄດ້ຮັບໃນເຊົ້າມື້ນັ້ນ ມາໃຫ້ລູກສາວຂອງພວກເຮົາ. ພັນລະຍາຂອງຂ້າພະເຈົ້າ, ເຄ, ແລະ ຂ້າພະເຈົ້າ ປະທັບໃຈຫລາຍ ຈົນນ້ຳຕາໄຫລ ເພາະຄວາມກະລຸນາຈາກໃຈຈິງຂອງເດັກນ້ອຍເຫລົ່ານັ້ນ ແລະ ພໍ່ແມ່ຂອງພວກເຂົາ.
ນີ້ຄືຄວາມຮູ້ສຶກທີ່ມາຈາກບຸນຄຣິດສະມັດທີ່ແທ້ຈິງ—ຜູ້ຄົນຊ່ວຍເຫລືອກັນ. ທີ່ຈິງແລ້ວ, ພາກສ່ວນທີ່ສຳຄັນຂອງມໍລະດົກຂອງພຣະຜູ້ຊ່ວຍໃຫ້ລອດແມ່ນ ການປະຕິບັດສາດສະໜາກິດຂອງພຣະອົງຕໍ່ “ແຕ່ລະຄົນ.” ນີ້ແມ່ນຫລັກທຳທີ່ສະມາຊິກຂອງສາດສະໜາຈັກຂອງພຣະອົງ ໃນອາຟຣິກາ ໄດ້ຮັບເອົາ ແລະ ນຳໃຊ້, ແລະ ກໍເປັນສິ່ງທີ່ພຣະອົງຮຽກຮ້ອງເຮົາໃຫ້ເຮັດຢູ່ນີ້ຄືກັນ.
ປະທານເອັມ ຣະໂຊ ບາເລີດ ໄດ້ກ່າວວ່າ ການຊົດໃຊ້ເປັນການກະທຳທີ່ສູງສຸດ ແບບນີ້ແຫລະຂອງພຣະຜູ້ຊ່ວຍໃຫ້ລອດ ແກ່ເຮົາ “ແຕ່ລະຄົນ”. ປະທານບາເລີດ ໄດ້ກ່າວວ່າ:
“ຖ້າພວກເຮົາເຂົ້າໃຈການຊົດໃຊ້ ແລະ ຄຸນຄ່າຂອງຈິດວິນຍານແຕ່ລະດວງອີ່ຫລີ, ພວກເຮົາຈະຊອກຫາລູກຂອງພຣະເຈົ້າ … ທຸກຄົນ … ທີ່ຫລົງທາງ. ພວກເຮົາຈະຊ່ວຍເຂົາໃຫ້ຮູ້ເຖິງຄວາມຮັກທີ່ພຣະຄຣິດມີຕໍ່ເຂົາ. ພວກເຮົາຈະເຮັດທຸກສິ່ງທຸກຢ່າງທີ່ພວກເຮົາເຮັດໄດ້ ເພື່ອຊ່ວຍເຂົາຕຽມຕົວຮັບເອົາພິທີການແຫ່ງຄວາມລອດຂອງພຣະກິດຕິຄຸນ.
“ແທ້ຈິງແລ້ວ, ຖ້າການຊົດໃຊ້ຂອງພຣະຄຣິດເປັນສິ່ງສຳຄັນໃນຄວາມຄິດຂອງຜູ້ນຳໃນຫວອດ ແລະ ສາຂາ ແລ້ວຈະບໍ່ມີສະມາຊິກໃໝ່ ຫລື ສະມາຊິກທີ່ກັບຄືນມາຄົນໃດ ຖືກເມີນເສີຍ. …
“… ກົງກັນຂ້າມ ການຊົດໃຊ້ເປັນສິ່ງບໍ່ມີຂອບເຂດ ແລະ ນິລັນດອນ, ແຕ່ຈະໃຊ້ໄດ້ເປັນສ່ວນຕົວ, ເທື່ອລະຄົນໄປ. …
“ອ້າຍເອື້ອຍນ້ອງເອີຍ, ຢ່າຕີລາຄາຂອງ ບຸກຄົນໜຶ່ງ ໜ້ອຍເກີນໄປ.”1
ມັນຄົງເປັນສິ່ງດີເລີດ ຖ້າຫາກເຮົາທຸກຄົນເຮັດຕາມຄຳແນະນຳນີ້ ແລະ ເຮັດຕາມຄຳແນະນຳຂອງສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ ແມ່ນບໍ—ໃຫ້ດຳລົງຊີວິດຕາມພຣະບັນຍັດຂໍ້ໃຫຍ່ສອງປະການ ໃນວິທີທາງທີ່ສູງກວ່າ ແລະ ສັກສິດກວ່າ. ແລະ ຖ້າຫາກທ່ານຄິດສົງໄສກັບຄວາມສາມາດຂອງທ່ານ ເຖິງຜົນກະທົບໃນການເຮັດສິ່ງນີ້, ແລ້ວໃຫ້ທ່ານພິຈາລະນາຄຳສຸພະສິດຂອງຊາວອາຟຣິກາ ທີ່ວ່າ: “ຖ້າຫາກເຈົ້າຄິດວ່າ ເຈົ້ານ້ອຍເກີນໄປ ຈົນບໍ່ສາມາດສ້າງຄວາມແຕກຕ່າງໄດ້ເລີຍ, ເຈົ້າຍັງບໍ່ເຄີຍນອນໃນບ່ອນທີ່ມີຍຸງຕອມເທື່ອ.”
ເຮົາບໍ່ຈຳເປັນທີ່ຈະເດີນທາງໄປຫາແຜ່ນດິນສັກສິດ ເພື່ອສ້າງຄວາມແຕກຕ່າງ ຫລື ເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ບຸນຄຣິດສະມັດ ເປັນເວລາທີ່ເຮົາສາມາດເອົາໃຈໃສ່ຕໍ່ຂອງຂວັນສ່ວນຕົວຂອງເຮົາ ທີ່ມອບໃຫ້ພຣະຜູ້ຊ່ວຍໃຫ້ລອດ ໂດຍການສືບຕໍ່ຮັກແພງ ແລະ ຊ່ວຍເຫລືອຄົນອື່ນ. ແລ້ວຈະບໍ່ມີຄົນໃດໃນພວກເຮົາ ທີ່ຢູ່ໄກຈາກເບັດເລເຮັມ. ມັນຂຶ້ນຢູ່ກັບຕົວເຮົາເອງທີ່ຈະເຮັດໃຫ້ພຣະຄຣິດເປັນພາກສ່ວນໃນຊີວິດຂອງເຮົາ—ທີ່ຈະຮັບເອົາຂອງປະທານທີ່ພຣະອົງໄດ້ມອບໃຫ້ເຮົາ ແລະ ທີ່ຈະມອບຫົວໃຈຂອງເຮົາແດ່ພຣະອົງເປັນຂອງຂວັນ. ຂ້າພະເຈົ້າຮັກພຣະອົງ ແລະ ເປັນພະຍານເຖິງຄວາມຮັກອັນເປັນນິດຂອງພຣະອົງ ທີ່ມີຕໍ່ເຮົາແຕ່ລະຄົນ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.