ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ຄືນ​ສະ​ງັດ, ສ່ອງ​ທົ່ວ​ໄປ


2:3

ຄືນ​ສະ​ງັດ, ສ່ອງ​ທົ່ວ​ໄປ

ຂ້າ​ພະ​ເຈົ້າຢາກ​ຈະ​ເລົ່າ​ສອງ​ເລື່ອງ​ໃຫ້​ທ່ານ​ຟັງ ທີ່​ໄດ້​ເກີດ​ຂຶ້ນ​ກັບ​ຂ້າ​ພະ​ເຈົ້າ ຊຶ່ງ​ໄດ້​ຢູ່​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ມາ​ເປັນ​ເວ​ລາ​ຫລາຍ​ປີ ແລະ ແມ່ນ​ແຕ່​ຕອນ​ນີ້ ກໍ​ຍັງ​ເປັນ​ບົດ​ຮຽນ​ສິດ​ສອນ​ຂ້າ​ພະ​ເຈົ້າ​ຢູ່.

ເລື່ອງ​ທີ​ໜຶ່ງ​ໄດ້​ເກີດ​ຂຶ້ນ​ຕອນ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໄດ້ 6 ປີ. ຜູ້​ນຳ​ເພງ​ຂອງ​ພວກ​ເຮົາ ຢູ່​ຫວອດ​ຮັນ​ເຕີ ທີ 5 ແມ່ນ​ຊິດ​ສະ​ເຕີ ເບ​ເວີ​ລີ ວິດ​ລີ. ຂ້າ​ພະ​ເຈົ້າ​ຮັບ​ຮູ້​ໃນ​ຕອນນີ້​ວ່າ ຕອນນັ້ນລາວ​ຄົງ​ມີ​ອາ​ຍຸບໍ່​ເຖິງ 40 ປີ, ແຕ່​ລາວ​ມີ​ລູກ​ເປັນ​ໄວ​ລຸ້ນ ແລະ ເບິ່ງ​ຄື​ວ່າ​​ລາວເປັນ​ຜູ້​ໃຫຍ່ ແລະ ສະ​ຫລາດ​ຕໍ່​ພວກ​ເຮົາ ໃນ​ຊັ້ນປະ​ຖົມ​ໄວ​ລຸ້ນ​ນ້ອຍ. ລາວ​ຕະ​ຫລົກ ແລະ ປະ​ຕິ​ບັດ​ຕໍ່​ພວກ​ເຮົາ ຄື​ກັບ​ວ່າ​ພວກ​ເຮົາ​ເປັນ​ຜູ້​ໃຫຍ່​ໂຕ​ນ້ອຍໆ, ແລະ ພວກ​ເຮົາ​ກໍ​ມັກ​ຫລາຍ. ພວກ​ເຮົາ​ນັບ​ຖື​ລາວ ແລະ ຢາກ​ເຮັດ​ໃຫ້​ລາວ​​ດີ​ໃຈ. ລາວ​ໄດ້​ບອກ​ພວກ​ເຮົາ​ວ່າ ພວກ​ເຮົາ​ສາ​ມາດ​ຮ້ອງ​ເພງ​ດັງ ຈົນ​ພໍ່​ແມ່​ຂອງ​ພວກ​ເຮົາ​ທີ່​ຢູ່​ຫ້ອງ​ທາງຂ້າງ​ໄດ້​ຍິນ​ສຽງ​ຂອງ​ພວກ​ເຮົາ. ບໍ່​ແມ່ນ​ຮ້ອງ​ສະ​ນັ່ນ​ຊື່ໆ—ແຕ່​ຮ້ອງ​ເພງ​ແທ້ໆ! ແລະ ພວກ​ເຮົາ​ກໍ​ໄດ້​ຮ້ອງ​ຈົນ​ສຸດ​ຄວາມ​ສາ​ມາດ. ລາວ​ກໍ​ຍັງ​ໄດ້​ສິດ​ສອນ​ພວກ​ເຮົາ​ໃຫ້​ຮ້ອງ​ເພງ​ຈາກ​ປຶ້ມ​ເພງ​ສວດ​ຂອງ​ຜູ້​ໃຫຍ່​ນຳ​ອີກ, ໂດຍ​ທີ່​ເວົ້າ​ວ່າ ລາວ​ຮູ້​ວ່າ​ພວກ​ເຮົາ​ໃຫຍ່​ພໍ​ທີ່​ຈະ​ເປັນ​ນັກ​ດົນ​ຕີ​ໄດ້​ແລ້ວ ທີ່​ສາ​ມາດ​ຈື່​ຈຳ​ບົດ​ເພງ​ທີ່​ຍາກໆ​ໄດ້. ​ແລະ ແລ້ວລາວ​ໄດ້​ອະ​ທິ​ບາຍຄວາມ​ໝາຍ​ຂອງ​ທຸກ​ຄຳ​ໃນ​ບົດ​ເພງ ເພື່ອ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ. ລາວ​ໄດ້​ສິດ​ສອນ​ພວກ​ເຮົາ​ວ່າ ທຸກ​ເພງ​ມີ​ຂ່າວ​ສານ​ພິ​ເສດ ສຳ​ລັບ​ພວກ​ເຮົາ​ໂດຍ​ສະ​ເພາະ ແລະ, ຖ້າ​ຫາກ​ພວກ​ເຮົາ​ຄິດ​ກ່ຽວ​ກັບ​ບົດ​ເພງ, ພວກ​ເຮົາ​ຈະ​ພົບ​ເຫັນ​ຂ່າວ​ສານ ທີ່ມີ​ຄວາມ​ໝາຍ​ສະ​ເພາະ​ສຳ​ລັບ​ຊີ​ວິດ​ຂອງ​ພວກ​ເຮົາ.

ໃນ​ບຸນ​ຄຣິດ​ສະ​ມັດປີນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ໃຊ້​ສິ່ງ​ທີ່​ຊິດ​ສະ​ເຕີ ວິດ​ລີ ໄດ້​ສິດ​ສອນ​ພວກ​ເຮົາ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຮຽນບົດ​ເພງ​ທຸກວັກ​ຂອງ “ຄືນ​ສະ​ງັດ.” ບັດ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ອະ​ໄພ​ລ່ວງ​ໜ້າ ກັບ​ຜູ້​ແປ​ພາ​ສາ ເພາະ​ມັນ​ສັບ​ສົນ​ຈັກ​ໜ່ອຍ. ໂດຍ​ທີ່​ເປັນ​ເດັກ​ອາ​ຍຸ 6 ປີ, ຂ້າ​ພະ​ເຈົ້າໄດ້​ຄິດ​ໜັກ​ກ່ຽວ​ກັບ​ເນື້ອ​ເພງ ໃນ​ວັກ​ທີ​ສາມ, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ເຂົ້າ​ໃຈ​ເຄື່ອງ​ໝາຍ​ວັກ​ຕອນ. ແທນ​ທີ່​ຈະ​ຮ້ອງວ່າ “ຣາດ​ຊະ​ບຸດ​, ສ່ອງ​ທົ່ວ​ໄປ,” ຊຶ່ງ​ໝາຍ​ຄວາມ​ວ່າ ພຣະ​ເຢ​ຊູ​​ປຽບ​ເໝືອນແສງ​ສະ​ຫວ່າງ​ທີ່​ສ່ອງ​ຈາກ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ, ຂ້າ​ພະ​ເຈົ້າ​ພັດ​ເຂົ້າ​ໃຈ​ວ່າ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ມັກ​ແສງ​​ສະ​ຫວ່າງທີ່​ບໍ​ລິ​ສຸດ—​ວ່າ ພຣະ​ອົງ​ມັກ​ທຸກ​ສິ່ງ​ທີ່​ມາ​ຈາກ​ແສງ​ສະ​ຫວ່າງ​ທີ່​ບໍ​ລິ​ສຸດ. ເມື່ອ​ຄິດ​ຄື​ຊິດ​ສະ​ເຕີ ວິດ​ລີ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ພະ​ຍາ​ຍາມ “ມັກ​ແສງ​ສະ​ຫວ່າງ​ທີ່​ບໍ​ລິ​ສຸດ” ດັ່ງພຣະ​ເຢ​ຊູ.

ເລື່ອງ​ທີ​ສອງ​ໄດ້​ເກີດ​ຂຶ້ນ​ຕອນ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໄດ້ 9 ປີ. ຄື​ກັນ​ກັບ​ເດັກ​ນ້ອຍ​ຫລາຍ​ຄົນ​, ຂ້າ​ພະ​ເຈົ້າ​ໄດ້ຮຽນ​ຫລິ້ນ​ປີ​ອາ​ໂນ. ຂ້າ​ພະ​ເຈົ້າ​ຫລິ້ນບໍ່​ເກັ່ງ​ປານ​ໃດ, ແລະ, ບາງ​ທີ ເພື່ອ​ຊ່ວຍຊຸກ​ຍູ້​ຂ້າ​ພະ​ເຈົ້າ, ອະ​ທິ​ການ​ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ຫລິ້ນ​ເພງ​ຄຣິດ​ສະ​ມັດ ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ໃນ​ຄ່ຳຄືນ​ກ່ອນ​ວັນ​ຄຣິດ​ສະ​ມັດ. ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ຫລິ້ນ​ເພງ “ຄືນ​ສະງັດ.” ຄູ​ສອນ​ຫລິ້ນ​ປີ​ອາ​ໂນ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​ກະ​ກຽມ. ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຟັງ​ຂ້າ​ພະ​ເຈົ້າ​ຫລິ້ນ ຄົງ​ເປັນ​ປະ​ມານ 100 ເທື່ອ ກັບ​ປີ​ອາ​ໂນ​ສີ​ດຳຂອງ​ພວກ​ເຮົາ ​ທີ່ຢູ່​ຫ້ອງ​ໃຕ້​ດິນ. ບາງ​ຄົນ​ໄດ້​ແນະ​ນຳ​ໃຫ້​ຂ້າ​ພະ​ເຈົ້າ​ຫລິ້ນ​ປີ​ອາ​ໂນ​ແບບບໍ່​ຫລຽວ​ເບິ່ງ​ເຈ້ຍ​ເພງ, ແຕ່​ຂ້າ​ພະ​ເຈົ້າ​ມີ​ຄວາມ​ກັງ​ວົນ​ຫລາຍ​ກ່ຽວ​ກັບ​ການ​ຫລິ້ນ​ປີ​ອາ​ໂນ ຢູ່​ຕໍ່​​ໜ້າທຸກ​ຄົນ​ຢູ່​ໃນ​ຫວອດ ​ຢ້ານ​ວ່າ​ຊິ​ລືມ​ເນື້ອ​ເພງ. ແຕ່, ຂ້າ​ພະ​ເຈົ້າໄດ້​ວາງ​ແຜນ​ເຮັດ​ແນວ​ໜຶ່ງ. ຂ້າ​ພະ​ເຈົ້າ​ຈະ​ເອົາ​ເຈ້ຍ​ເພງ​ໄປ​ນຳ, ແຕ່​ແທນ​ທີ່​ຈະ​ຕັ້ງ​ມັນ​ໄວ້​ຢູ່ໜ້າ​ປີ​ອາ​ໂນ, ຂ້າ​ພະ​ເຈົ້າ​ຈະ​ເອົາ​ມັນ​ວາງ​ໄວ້​ເທິງ​ຕັກ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ສາ​ມາດ​ຫລຽວ​ເບິ່ງ​ມື ແລະ ເບິ່ງ​ເຈ້ຍ​ເພງ​ໄປ​ພ້ອມໆ​ກັນ, ແຕ່ ​ຈະ​ເບິ່ງ​ຄື​ວ່າ ຂ້າ​ພະ​ເຈົ້າ​ຈື່​ເນື້ອ​ເພງ​ໄດ້. ແຜນນີ້​ໄດ້​ຜົນ​​ພຽງ 20 ວິ​ນາ​ທີທຳ​ອິດ. ຂ້າ​ພະ​ເຈົ້າ​ໄດ້​ວາງ​ເຈ້ຍ​ເພງ​ໄວ້​ເທິງ​ກະ​ໂປງສຳ​ລັບວັນ​ຄຣິດ​ສະ​ມັດ ແລະ ເລີ່ມ​ຕົ້ນ​ຫລິ້ນ, ແຕ່​ເນື້ອ​ຜ້າ​ກະ​ໂປງ​ພັດ​ມື່ນໆ ແລະ ໃນ​ລະ​ຫວ່າງ​ກາງວັກ​ທຳ​ອິດ, ເຈ້ຍ​ເພງ​ໄດ້​ຕົກ​ອອກຈາກ​ກະ​ໂປງ ​ລົງ​ໄປ​ຢູ່ກ້ອງ​ປີ​ອາ​ໂນ. ຂ້າ​ພະ​ເຈົ້າ​ເລີຍຄາ. ບໍ່​ມີ​ທາງ​ທີ່​ຈະ​ຢື້​ລົງ​ໄປ​ເອົາ​ເຈ້ຍ​ເພງ​ຂຶ້ນ​ມາ, ແລະ ຂ້າ​ພະ​ເຈົ້າ​ກໍ​ລືມ​ໄປ​ໝົດ. ຂ້າ​ພະ​ເຈົ້າ​ໄດ້​ກັດ​ແຂ້ວ​ຫລິ້ນ​ຕໍ່​ໄປ ເທົ່າ​ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເຮັດ​ໄດ້. ​ທຸກ​ຢ່າງພັງ​ໝົດ.

​ຂ້າ​ພະ​ເຈົ້າ​ໄດ້​​ຫລິ້ນ​ໄປ​ແບບ​ຜິດໆ ຖືກໆ, ແລະ ກໍ​ເຫັນ​ຜູ້​ຄົນ​​ພາ​ກັນ​ຫົດ​ຢູ່. ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຫລິ້ນ​ວັກ​ທີ​ສອງ​ໄປ​ເລື້ອຍໆ​. ຂ້າ​ພະ​ເຈົ້າ​ໄດ້​ຂ້າມ​ວັກ​ທີ​ສາມ​ໄປ​ເລີຍ ແລະ ກໍ​ໄດ້​ຟ້າວ​ລົງ​ເວ​ທີ ຍ່າງ​ກັບ​ໄປ​ຫາ​​ບ່ອນນັ່ງ​ຢ່າງ​ໄວ ​ພ້ອມ​ທັງ​ໜ້າ​ແດງ ແລະ ພະ​ຍາ​ຍາມບໍ່​ຮ້ອງ​ໄຫ້. ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຄ່ອຍໆ​ວ່າ, “ມີ​ຫຍັງ​ເກີດ​ຂຶ້ນ? ​ເຈົ້າຮູ້​ເພງນັ້ນ​ດີ​ຢູ່​ແລ້ວ.” ຂ້າ​ພະ​ເຈົ້າ​ຢາກ​ອອກ​ຈາກ​ໂບດ​ໄປ​ໄວໆ. ຂ້າ​ພະ​ເຈົ້າ​ບໍ່​ຢາກ​ເຫັນ ຫລື ເວົ້າ​ລົມ​ກັບ​ຄົນ​ໃດ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເສຍ​ໜ້າ ແລະ ອັບ​ອາຍ. ເມື່ອກອງ​ປະ​ຊຸມ​ສິ້ນ​ສຸດ​ລົງ, ຄູສອນ​ອາ​ວຸ​ໂສ​ຂອງ​ໂຮງ​ຮຽນ​ວັນ​ອາ​ທິດ​ຂອງ​ຂ້າ​ພະ​ເຈົ້າ, ຊິດ​ສະ​ເຕີ ແອວ​ມາ ຮີ​ຕັນ, ໄດ້​ຍ່າງ​ມາ​ຫາ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ຫລີກ​ລ້ຽງ​ລາວ, ແຕ່​ລາວ​ໄດ້​ຈັບ​ມື​ຂ້າ​ພະ​ເຈົ້າ​ໄວ້. ແທນ​ທີ່​ຈະ​ບອກ​ຂ້າ​ພະ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ​ຫລິ້ນ​ໄດ້​ດີ, ຊຶ່ງ​ທຸກ​ຄົນ​ຮູ້​ວ່າ​ມັນ​ບໍ່​ໄດ້​ເປັນ​ແນວນັ້ນ, ລາວ​ໄດ້​ເວົ້າ​ບາງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຈື່​ຈຳ​ໄປ​ຕະ​ຫລອດ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ​ລາວ​ໄດ້​ເວົ້າ​ວ່າ, “ແຊ​ຣັນ, ມັນ​ບໍ່​ສຳ​ຄັນ​ວ່າ​ຜົນ​ອອກ​ມາ​ເປັນ​ແນວ​ໃດ. ທຸກ​ຄົນ​ສາ​ມາດ​ເຫັນ​ວ່າ ເຈົ້າ​ໃຊ້​ຄວາມ​ພະ​ຍາ​ຍາມ​ຫລາຍ​ຂະ​ໜາດ​ໃດ, ແລະ ພວກ​ເຮົາ​ກໍ​ຮັກ​ເຈົ້າຢູ່​ແລ້ວ ບໍ່​ວ່າ​ເຈົ້າ​ສາ​ມາດ​ຫລິ້ນ​ປີ​ອາ​ໂນ​ໄດ້​ດີ ຫລື ບໍ່​ດີກໍ​ຕາມ.”

ນັ້ນ​ຄື​ຄວາມ​ຈິງຈາກ​ໃຈ. ແຕ່​ມັນ​ບໍ່​ໄດ້​ເຈັບ​ປວດ ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ຄາດ​ຄິດ. ຄວາມ​ຈິງ​ແມ່ນ​ວ່າ ຂ້າ​ພະ​ເຈົ້າ​ໄດ້ເຝິກຢ່າງ​ໜັກ, ແລະ ເຂົາ​ເຈົ້າ​ກໍ​ຮັກ​ຂ້າ​ພະ​ເຈົ້າ ເຖິງ​ແມ່ນ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຫລິ້ນ​ປີ​ອາ​ໂນ​ກໍ​ຕາມ. ຂ້າ​ພະ​ເຈົ້າ​ໄດ້​ຍິ້ມແບບ​ເຂີນໆ ແລະ ລາວ​ກໍ​ໄດ້​ໂອບກອດ​ຂ້າ​ພະ​ເຈົ້າ ແລ້ວ​ທຸກ​ສິ່ງ​ກໍ​ດີ​ຂຶ້ນ.

ເບເວີ​ລີ ວິດ​ລີ ແລະ ແອວ​ມາ ຮີ​ຕັນ ບໍ່​ໄດ້​ເຮັດ​ສິ່ງ​ໃດ​ທີ່ພິ​ເສດ. ເຂົາ​ເຈົ້າ​ບໍ່​ໄດ້​ຂຽນ​ຫຍັງ​ລົງ​ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ​. ບໍ່​ມີ​ໃຜ​ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ຮູ້​ຈັກ​ເລື່ອງ​ເຫລົ່າ​ນີ້. ເຂົາ​ເຈົ້າ​ພຽງ​ແຕ່​ສິດ​ສອນ​ເດັກ​ນ້ອຍ ໃຫ້​ຮ້ອງ​ເພງ ແລະ ໃຫ້​ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ​ເທົ່າ​ນັ້ນ. ມີ​ສິ່ງ​ໃດ​ບໍ​ທີ່​ທຳ​ມະ​ດາ​ຫລາຍ​ໄປ​ກວ່ານີ້? ຍົກ​ເວັ້ນ​ແຕ່​ມັນ​ບໍ່​ໄດ້​ເປັນ​ແນວນັ້ນ. ຖ້າ​ຫາກ​ທ່ານ​ຖາມ​ຂ້າ​ພະ​ເຈົ້າ​ວ່າ ມັນ​ເປັນ​ແບບ​ໃດ ເມື່ອ​ບາງ​ຄົນ “ສ່ອງ​ທົ່ວ​ໄປ,” ຂ້າ​ພະ​ເຈົ້າ​ຈະ​ຕອບ​ວ່າ ມັນ​ເປັນ​ແບບ ເບ​ເວີ​ລີ ວິດ​ລີ. ມັນ​ເປັນ​ແບບ ແອວ​ມາ ຮີ​ຕັນ. ເຂົາ​ເຈົ້າ​ແຕ່​ລະ​ຄົນ​ສາ​ມາດເຫັນ​ໄດ້​ເຖິງ “ແສງ​ສະ​ຫວ່າງ​ທີ່​ບໍ​ລິ​ສຸດ” ຂອງ​ເດັກ​ນ້ອຍ ທີ່​ພະ​ຍາ​ຍາມ​ຈົນສຸດ​ຄວາມ​ສາ​ມາດ ແລະ ກໍ​ຮັກ​ນາງ​ສະ​ເໝີ, ເຖິງ​ແມ່ນ​ຜົນ​ທີ່​ອອກ​ມາບໍ່​ສົມ​ບູນ​ແບບ​ກໍ​ຕາມ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ກໍເປັນ​ແບບນີ້​ຄື​ກັນ. ພຣະ​ອົງເຫັນ​ເຮົາ, ເຫັນ​ລູກ​ນ້ອຍໆ​ຂອງ​ພຣະ​ອົງ, ພະ​ຍາ​ຍາມ. ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ຈະ​ບໍ່​ປະ​ສົບ​ຄວາມ​ສຳ​ເລັດໝົດ​ທຸກ​ຢ່າງ, ແຕ່​ພຣະ​ອົງ​ຮູ້​ວ່າ ເຮົາ​ໃຊ້​ຄວາມ​ພະ​ຍາ​ຍາມ​ຫລາຍ​ຂະ​ໜາດ​ໃດ—ບາງ​ເທື່ອ​ກໍ​ກັດ​ແຂ້ວ​ເຮັດ​ໄປ ແລະ ​ອົດ​ທົນ​ຜ່ານ​​ຜ່າຄວາມເສຍ​ຫາຍ​ໄປ—ແລະ ພຣະ​ອົງ​ກໍ​ຍັງຮັກ​ເຮົາ​ຢູ່​ສະ​ເໝີ. ເປັນເພາະສຽງ​ທີ່ບໍ່​ປະ​​ສົມ​ປະສານ, ສຽງທີ່ບໍ່​ຖືກ​ຕາມ​ທຳ​ນອງ, ເນື້ອ​ເພງ​ທີ່ບໍ່​ຮູ້​ວ່າ​ແມ່ນ​ຫຍັງ, ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ ຜູ້​ສະ​ງ່າ​ງາມ, ຜູ້​ຊຶ່ງ​ສ່ອງ​ທົ່ວ​ໄປ​ມາ​ຫາ​ເຮົາ. ພຣະ​ເຢ​ຊູ​ຈະດັດ​ແປງ​ໂນດ​ເພງ​ທີ່ບໍ່ຖືກ​ຕ້ອງ ແລະ ປັບ​ທຳ​ນອງ​ທີ່ຜິດ​ພາດ ຖ້າ​ຫາກ​ເຮົາ​ຫັນ​ມາ​ຫາ​ພຣະ​ອົງ ແລະ ຂໍ​ໃຫ້​ພຣະ​ອົງ​ຊ່ວຍ​ເຫລືອ​ເຮົາ. ເປັນ​ເພາະ​ການ​ກຳ​ເນີດ​, ການ​ຊົດ​ໃຊ້, ແລະ ການຟື້ນພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ ເຮົາ​ຈຶ່ງ​ສາ​ມາດ “​ບັນ​ທົມຫລັບ​ສຸກ​ສະ​ບາຍ.”1

ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ​ສຳ​ລັບ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມັດ ທີ່​ໄດ້​ຮ້ອງ​ເພງ​ທີ່​ມີ​ຂ່າວ​ສານ​ພິ​ເສດ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ ສຳ​ລັບ​ຜູ້​ທີ່​ເຈັບ​ປວດ​ໃຈ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ ຄື​ກັບ​ຊິດ​ສະ​ເຕີ ວິດ​ລີ ໄດ້​ສັນ​ຍາ ກັບ​ຊັ້ນ​ປະ​ຖົມ​ໄວ. ຖ້າ​ຫາກ​ທ່ານ​ຄິດ​ກ່ຽວ​ກັບ​ເນື້ອ​ເພງ​ທີ່​ທ່ານ​ຮ້ອງ​ໃນ​ເທດ​ສະ​ການນີ້, ທ່ານ​ຈະ​ພົບ​ຂ່າວ​ສານ​ຈາກ​ສະ​ຫວັນສຳ​ລັບ​ທ່ານ​ໂດຍ​ສະ​ເພາະ ຊຶ່ງ​ຈະເຊີດ​ຊູ ແລະ ປອບ​ໂຍນ​ທ່ານ. ນີ້​ແມ່ນ​ຕົວຢ່າງ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າພົບ​ເຫັນ ​ໃນ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມັດ​ນີ້. ຂ້າ​ພະ​ເຈົ້າ​​ໄດ້ມີ​ຄວາມກັງ​ວົນ​ກັບ​ທຸກ​ຄົນ​ທີ່ອົງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ເຂົ້າ​ຫາບໍ່​ເ​ຖິງ ແລະ ບາງ​ເທື່ອ ປະ​ຊາ​ຊາດ​ຕ່າງໆ​ກໍ​​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້ເຮົາ ທີ່​ຈະ​ເອື້ອມ​ເຖິງ​ບັນ​ດາ​ອ້າຍ​ເອື້ອຍ​ນ້ອງ​ຜູ້​ທຸກ​ທໍ​ລະ​ມານ. ​ແລະ ແລ້ວ​ພຽງ​ແຕ່​ມື້​ເຊົ້າ​ນີ້​​ເອງ ໃນ​ຫ້ອງ​ຮຽນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ຂ້າ​ພະ​ເຈົ້າ​ໄດ້​ຕັ້ງ​ໃຈ​ຟັງ​ເນື້ອ​ເພງ ທີ່ວ່າ:

​ໂປດອວຍ​ພອນ​ເມດ​ຕາ​ບຸດ​ທິ​ດາ​ດ້ວຍ​​ປາ​ນີ,

​ໃຫ້​ເຮົາ​ເນົາພ້ອມ​ພູ​ມີ​ໃນ​ທີ່​ສູງ​ສຸດ​ເທວັນ.2

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​​ບຸດ​ຂອງ​ພຣະ​ເຈົ້າມັກ​ແສງ​ສະ​ຫວ່າງ​ທີ່​ບໍ​ລິ​ສຸດ; ພຣະ​ອົງ​ສ່ອງ​ທົ່ວ​ໄປ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. “Silent Night,” Hymns, no. 204.

  2. “Away in a Manger,” Hymns, no. 206.