ໃຫ້ທຸກດວງໃຈຕຽມໄວ້ຄອຍເຝົ້າ
ພຽງແຕ່ອາທິດໜຶ່ງຜ່ານມານີ້, ດອກໄຟຄຣິດສະມັດ ຢູ່ທີ່ບໍລິເວນພຣະວິຫານ ໄດ້ຖືກເປີດ, ສືບຕໍ່ປະເພນີ ເປັນເວລາ 53 ປີ ແລະ, ສຳລັບຫລາຍຄົນ, ເປັນການເລີ່ມຕົ້ນເທດສະການບຸນຄຣິດສະມັດເທື່ອທຳອິດ. ໃນວັນຄຣິດສະມັດ ເຮົາສະເຫລີມສະຫລອງການກຳເນີດ, ພຣະຊົນຊີບ, ແລະ ຄວາມສະຫວ່າງຂອງພຣະເຢຊູຄຣິດ, ພຣະບຸດທີ່ແທ້ຈິງຂອງພຣະເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ເຮົາພົບຄວາມຫວັງໃນຄຳປະກາດທີ່ມາກັບການກຳເນີດຂອງພຣະອົງ ທີ່ວ່າ: “ລັດສະໝີພາບຈົ່ງມີແດ່ ພຣະເຈົ້າໃນສະຫວັນທີ່ສູງສຸດ, ແລະ ທີ່ແຜ່ນດິນໂລກ ຈົ່ງມີສັນຕິສຸກແກ່ມະນຸດທັງປວງ.”1 ສຽງເພງ, ຄວາມຕື່ນເຕັ້ນຂອງເດັກນ້ອຍ, ຂອງຂວັນທີ່ຈະມອບໃຫ້ ແລະ ທີ່ຈະໄດ້ຮັບ, ຕົ້ນຄຣິດສະມັດ, ສິ່ງປະດັບປະດາ, ແລະ ແສງໄຟ ທັງໝົດເປັນພາກສ່ວນຂອງການສະເຫລີມສະຫລອງທີ່ຊື່ນຊົມນີ້.
ເມື່ອທ່ານຄິດກ່ຽວກັບ ບຸນຄຣິດສະມັດ, ທ່ານຈື່ຈຳຄວາມຊົງຈຳໃດແດ່? ສຳລັບຂ້າພະເຈົ້າແລ້ວ, ເວລານີ້ໃນຮອບປີ ມັກຈະເຮັດໃຫ້ຂ້າພະເຈົ້າຫວນຄິດຄືນຫລັງ ເຖິງການສະເຫລີມສະຫລອງບຸນຄຣິດສະມັດ ຕອນຂ້າພະເຈົ້າຍັງນ້ອຍ.
ຂ້າພະເຈົ້າຍັງຈື່ໄດ້ວ່າ ຂ້າພະເຈົ້າໄດ້ຮັບຂອງຂວັນຫລາຍອັນ. ຂ້າພະເຈົ້າຈື່ວ່າໄດ້ບານເຕະ ແລະ ບານບ້ວງ, ຂອງຫລິ້ນ ແລະ ເສື້ອຜ້າ. ຂອງຂວັນສ່ວນຫລາຍເຫລົ່ານັ້ນ ຕອນນີ້ກໍບໍ່ເຫລືອຢູ່ອີກແລ້ວ ແລະ ຖືກລືມໄປ; ເຄື່ອງນຸ່ງກໍເກົ່າໝອງ ແລະ ນຸ່ງບໍ່ໄດ້ອີກແລ້ວ. ແຕ່ສິ່ງທີ່ຂ້າພະເຈົ້າຈື່ໄດ້ຫລາຍກ່ຽວກັບບຸນຄຣິດສະມັດໃນອະດີດ—ຄວາມຊົງຈຳທີ່ສຳຄັນ ແລະ ມັກຊອບຫລາຍ—ບໍ່ແມ່ນກ່ຽວກັບສິ່ງທີ່ຂ້າພະເຈົ້າ ໄດ້ຮັບ ແຕ່ເປັນສິ່ງທີ່ຂ້າພະເຈົ້າ ໄດ້ມອບໃຫ້.
ຂ້າພະເຈົ້າຈະອະທິບາຍໃຫ້ຟັງ. ແຕ່ລະປີ, ໃນວັນເສົາກ່ອນວັນຄຣິດສະມັດ, ຊາວໜຸ່ມໃນຫວອດຂອງພວກເຮົາ ໄດ້ໄປເຕົ້າໂຮມກັນຢູ່ໂບດ. ພວກເຮົາໄດ້ເອົາໝາກກ້ຽງ, ໝາກກ້ວຍ, ແລະ ເຂົ້າໜົມທີ່ເຮັດເອງໃສ່ໃນກະຕ່າ ແລ້ວເອົາໄປໃຫ້ພວກແມ່ໝ້າຍ ທີ່ອາໄສຢູ່ອ້ອມແອ້ມໃກ້ແຖວນັ້ນ. ພວກເຮົາໄດ້ໄປຫາເຮືອນຂອງເຂົາເຈົ້າ, ໄດ້ຮ້ອງເພງຄຣິດສະມັດ, ແລະ ມອບກະຕ່າຂອງຂວັນ ຄຣິດສະມັດໃຫ້ເຂົາເຈົ້າ. ຂ້າພະເຈົ້າຍັງຈື່ຮອຍຍິ້ມດ້ວຍຄວາມກະຕັນຍູຂອງເຂົາເຈົ້າໄດ້ຢູ່. ບາງຄົນກໍເປັນຊາວອົບພະຍົບລຸ້ນທຳອິດ ຫລື ທີສອງ ຊຶ່ງເວົ້າພາສາອັງກິດ ທີ່ມີສຳນຽງ ເຊັ່ນ: ຊິດສະເຕີ ສະຫວອດຊ໌, ຊິດສະເຕີ ສະບິນເດັນ, ຊິດສະເຕີ ກະໂຣ, ແລະ ຊິດສະເຕີ ແຄັກເລີ. ຂ້າພະເຈົ້າຈະບໍ່ເຄີຍລືມຈັກເທື່ອ ເຖິງຄວາມຮູ້ສຶກທີ່ອົບອຸ່ນ ຊຶ່ງຝັງແໜ້ນຢູ່ໃນຫົວໃຈ ຂອງຂ້າພະເຈົ້າ.
ເມື່ອ ລີຊາ ແລະ ຂ້າພະເຈົ້າກາຍເປັນພໍ່ແມ່, ພວກເຮົາໄດ້ເລີ່ມຕົ້ນປະເພນີ ຂອງການມອບຂອງຂວັນ ຄຣິດສະມັດໃຫ້ຄອບຄົວທີ່ຂັດສົນ, ດັ່ງທີ່ພວກທ່ານຫລາຍຄົນໄດ້ເຮັດ. ພວກເຮົາມັກຈະໄດ້ຮັບລາຍຊື່ຂອງຄອບຄົວໜຶ່ງຈາກອົງການສົງເຄາະຢູ່ໃນຊຸມຊົນ, ພ້ອມທັງອາຍຸຂອງເດັກນ້ອຍ. ພວກເຮົາໄດ້ໃຊ້ເວລາ ແລະ ຄວາມພະຍາຍາມ ເພື່ອຊອກຫາຂອງຂວັນທີ່ເໝາະສົມໃຫ້ເຂົາເຈົ້າ. ພວກລູກຊາຍຂອງພວກເຮົາເບິ່ງຄືວ່າມີຄວາມສຸກກັບການເຮັດສິ່ງນີ້ ເທົ່າໆກັບການໄດ້ຮັບຂອງຂວັນຕົວເອງ ໃນວັນຄຣິດສະມັດ! ປະເພນີແຫ່ງການຮັບໃຊ້ຂອງຄອບຄົວພວກເຮົາ ໄດ້ຊ່ວຍເຮັດໃຫ້ຄວາມຮູ້ສຶກທີ່ມາຈາກບຸນຄຣິດສະມັດ ຝັງແໜ້ນຢູ່ໃນຫົວໃຈຂອງພວກເຮົາ.
ໃນອາຊີບຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ມີສ່ວນກັບການພັດທະນາ, ການຜະລິດ, ແລະ ການຕະຫລາດ ກ່ຽວກັບອຸປະກອນ ໃຊ້ອອກກຳລັງກາຍ ຕະຫລອດທົ່ວໂລກ. ອຸປະກອນເຊັ່ນ ເຄື່ອງຍ່າງອອກກຳລັງກາຍ, ລົດຖີບຄົງທີ່, ແລະ ເຄື່ອງຢຽບຂຶ້ນລົງ ຊຶ່ງທັງໝົດໄດ້ອອກແບບເພື່ອຊ່ວຍຫົວໃຈໃຫ້ແຂງແຮງ. ແນ່ນອນ, ບໍລິສັດຂອງພວກເຮົາ ໄດ້ລົງທຶນຫລາຍ ເພື່ອໃຫ້ແນ່ໃຈວ່າ ຜູ້ໃຊ້ອຸປະກອນ ຈະສາມາດວັດແທກສະພາບ ແລະ ລະດັບຄວາມແຂງແຮງຂອງຫົວໃຈ ຜ່ານທາງເຄື່ອງຢາມການເຕັ້ນຂອງຫົວໃຈ. ໃນວັນເວລານີ້, ພວກເຮົາຫລາຍຄົນ ໄດ້ໃສ່ໂມງສະໄໝໃໝ່ ທີ່ຢາມເບິ່ງຫົວໃຈ ແລະ ຊຸກຍູ້ໃຫ້ເຮັດກິດຈະກຳ ເພື່ອຊ່ວຍຫົວໃຈໃຫ້ແຂງແຮງ.
ຈະເປັນແນວໃດ ຖ້າຫາກເຮົາມີວິທີຢາມເບິ່ງຫົວໃຈທາງວິນຍານຂອງເຮົາໄດ້—ຖ້າຈະເວົ້າແລ້ວ ເປັນເຄື່ອງຢາມຫົວໃຈ ທາງວິນຍານ? ເຄື່ອງຢາມຫົວໃຈຂອງທ່ານຈະບອກວ່າແນວໃດ? ຫົວໃຈທາງວິນຍານຂອງທ່ານແຂງແຮງຫລາຍປານໃດ? ເທດສະການບຸນຄຣິດສະມັດ ເບິ່ງຄືວ່າເປັນເວລາເໝາະສົມ ສຳລັບເຮົາທີ່ຈະສຳຫລວດເບິ່ງສະພາບຫົວໃຈຂອງຕົວເອງ.
ຍົກຕົວຢ່າງ, ທ່ານອາດຖາມຕົວເອງວ່າ, “ຫົວໃຈຂອງເຮົາຕຽມພ້ອມແລ້ວບໍ ທີ່ຈະຮັບເອົາພຣະຜູ້ຊ່ວຍໃຫ້ລອດ?” ໃນຊ່ວງບຸນຄຣິດສະມັດ ເຮົາມັກຈະຮ້ອງເພງ ທີ່ວ່າ, “ໃຫ້ ທຸກດວງໃຈ ຕຽມໄວ້ຄອຍເຝົ້າ.”2 ທ່ານຈະສາມາດຕຽມຫ້ອງໃນຫົວໃຈຂອງທ່ານສຳລັບພຣະຄຣິດ, ໂດຍສະເພາະລະຫວ່າງເທດສະການທີ່ຫຍຸ້ງຫລາຍ ແຕ່ດີເລີດນີ້ໄດ້ຢູ່ບໍ?
ພຣະຄຳພີເຕັມໄປດ້ວຍຂໍ້ຄວາມທີ່ສາມາດຊ່ວຍເຮົາໃຫ້ສຳຫລວດເບິ່ງສະພາບຫົວໃຈຂອງເຮົາໄດ້. ບາງຂໍ້ແມ່ນຮ່ວມດ້ວຍຖ້ອຍຄຳທີ່ວ່າ “ບໍລິສຸດ,”3 “ອ່ອນໂຍນ,”4 “ຕ່ຳຕ້ອຍ,”5 “ຊອກຊ້ຳ,”6 ແລະ “ສຳນຶກຜິດ.”7 ຂໍ້ຄວາມເຫລົ່ານີ້, ແລະ ຂໍ້ຄວາມອື່ນໆຫລາຍຂໍ້ ໃນພຣະຄຳພີ, ໄດ້ໃຫ້ຄວາມຮູ້ແກ່ເຮົາ ເຖິງພຣະໄທຂອງພຣະຜູ້ຊ່ວຍໃຫ້ລອດ. ກ່ອນຈະຮັບເອົາພຣະອົງເຂົ້າໃສ່ຫົວໃຈຂອງເຮົາໄດ້, ແນ່ນອນຫົວໃຈຂອງເຮົາຕ້ອງບໍລິສຸດ ແລະ ຖ່ອມລົງ ເສຍກ່ອນ ຄືກັນກັບພຣະໄທຂອງພຣະອົງ.
ໃນການອ້າງເຖິງຂໍ້ຄວາມຂອງໂປໂລ, ເຮົາສາມາດພະຍາຍາມທີ່ຈະມີຂໍ້ຄວາມ ແລະ ຄຸນສົມບັດຂອງພຣະເຢຊູຄຣິດ ຂຽນໄວ້ ຄືກັນກັບ “ໜັງສື … ໃນຫົວໃຈຂອງພວກເຮົາ, ໃຫ້ທຸກຄົນໄດ້ຮູ້ ແລະ ໄດ້ອ່ານ: … ໜັງສືມາຈາກພຣະຄຣິດ … ບໍ່ແມ່ນຂຽນດ້ວຍນ້ຳມຶກ, ແຕ່ຂຽນດ້ວຍພຣະວິນຍານຂອງພຣະເຈົ້າ ທີ່ຊົງພຣະຊົນຢູ່; ບໍ່ໄດ້ຂຽນໃສ່ແຜ່ນຫີນ, ແຕ່ຂຽນໃສ່ຫົວໃຈຂອງມະນຸດ.”8 ສິ່ງນີ້ຮຽກຮ້ອງຫລາຍກວ່າການພຽງແຕ່ເວົ້າທັກທາຍແບບຊື່ນບານທີ່ອອກມາຈາກປາກຂອງເຮົາເທົ່ານັ້ນ. ພຣະຜູ້ເປັນເຈົ້າໄດ້ເຕືອນເຮົາ ຕ້ານຜູ້ທີ່ ຢູ່ໃກ້ພຣະອົງແຕ່ປາກ, ແຕ່ຫົວໃຈຂອງພວກເຂົາຫ່າງໄກຈາກພຣະອົງ.9 ລະຫວ່າງບຸນຄຣິດສະມັດນີ້ ແລະ ຕະຫລອດປີ, ການກະທຳດ້ວຍຄວາມເມດຕາກະລຸນາ ແລະ ວຽກງານດີຂອງເຮົາ ເປັນສິ່ງບົ່ງບອກເຖິງຄວາມຮັກຂອງເຮົາ ທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດ ໄດ້ຖືກຂຽນໃສ່ໄວ້ໃນຫົວໃຈຂອງເຮົາ.
ເມື່ອຂ້າພະເຈົ້າພິຈາລະນາສະພາບຫົວໃຈຂອງຕົວເອງ, ຂ້າພະເຈົ້າພົບເຫັນການດົນໃຈ ແລະ ຕົວຢ່າງທີ່ຍອດຍ້ຽມ ທີ່ຈະເຮັດຕາມຫົວໃຈ ແລະ ການເສຍສະລະ ຂອງຜູ້ຄົນທີ່ໄດ້ຊ່ວຍສະຖາປະນາສາດສະໜາຈັກ ໃນສະໄໝເລີ່ມຕົ້ນຂອງການຟື້ນຟູ. ຂ້າພະເຈົ້າຈະເລົ່າເລື່ອງບຸນຄຣິດສະມັດເລື່ອງໜຶ່ງໃຫ້ທ່ານຟັງ ກ່ຽວກັບໄພ່ພົນຍຸກສຸດທ້າຍຄົນໜຶ່ງ ໃນສະໄໝບຸກເບີກ ຜູ້ໄດ້ປ່ຽນໃຈເຫລື້ອມໃສ ແລະ ໄດ້ອົບພະຍົບມາຈາກປະເທດອັງກິດ ຊື່: ແມຣີ ວູດ ລິໂດຕັນ.
ນາງແມຣີ ກັບຜົວຂອງນາງຊື່ ພໍລ໌ ບໍ່ເຄີຍຄິດວ່າ ເຂົາເຈົ້າຈະໜີຈາກບ້ານເກີດເມືອງນອນຂອງຕົນຢູ່ປະເທດອັງກິດ. ແຕ່ເຂົາເຈົ້າໄດ້ຍິນຂ່າວສານເລື່ອງພຣະກິດຕິຄຸນທີ່ຖືກຟື້ນຟູ ແລະ ມີປະຈັກພະຍານເຖິງຄວາມຈິງແທ້ຂອງມັນ. ເຂົາເຈົ້າໄດ້ຮັບບັບຕິສະມາ, ແລະ ພຽງແຕ່ສອງເດືອນຈາກນັ້ນ, ນາງແມຣີ ແລະ ພໍລ໌ ພ້ອມດ້ວຍລູກໆ ກໍໄດ້ຂຶ້ນກຳປັ່ນເດີນທາງມາຫາອາເມຣິກາ ເພື່ອເຕົ້າໂຮມເຂົ້າກັບໄພ່ພົນ. ເຂົາເຈົ້າໄດ້ມາເຖິງເມືອງນິວຢອກ ໃນວັນທີ 20 ເດືອນທັນວາ, 1844. ຫ້າມື້ຫລັງຈາກນັ້ນ, ເຂົາເຈົ້າໄດ້ຂີ່ລົດມ້າເດີນທາງໄປເມືອງນາວູ, ລັດອິລິນອຍ. ໃຫ້ເຮົາວາດພາບເບິ່ງ—ເຖິງການເດີນທາງໃນລະດູໜາວ, ໃນເສັ້ນທາງທີ່ຄຸຄະ ແລະ ຫຍຸ້ງຍາກ, ຊຶ່ງເຂົາເຈົ້າໄດ້ສະເຫລີມສະຫລອງວັນຄຣິດສະມັດເທື່ອທຳອິດຂອງເຂົາເຈົ້າ ໃນອາເມຣິກາ.
ເຖິງແມ່ນຈະປະເຊີນກັບການປ່ຽນແປງທັງໝົດເຫລົ່ານີ້, ແຕ່ນາງແມຣີ ຍັງມີຄວາມຫວັງໃນຫົວໃຈຂອງນາງ ວ່າມື້ໜຶ່ງຄອບຄົວຂອງນາງຈະໄດ້ສະເຫລີມສະຫລອງວັນຄຣິດສະມັດ ດັ່ງທີ່ເຄີຍເຮັດຢູ່ປະເທດອັງກິດ, ດ້ວຍບ້ວງຣີດ, ແຊນຕາ, ແລະ ການຮ້ອງເພງຄຣິດສະມັດ. ໜ້າເສຍໃຈທີ່ວັນຄຣິດສະມັດເທື່ອທີສອງຂອງເຂົາເຈົ້າ ຢູ່ໃນອາເມຣິກາ ໃນປີ 1845, ກໍຍັງບໍ່ດີຂຶ້ນເລີຍ—ເຂົາເຈົ້າໄດ້ສະເຫລີມສະຫລອງວັນຄຣິດສະມັດຢູ່ໃນກວຽນ ທີ່ພໍລ໌ ໄດ້ມຸງເປັນຫ້ອງພັກ ຂະນະທີ່ຄອບຄົວພະຍາຍາມຕັ້ງຖິ່ນຖານຢູ່ເມືອງນາວູ. ອີກເທື່ອໜຶ່ງ, ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມຫວັງ, ນາງແມຣີໄດ້ເວົ້າວ່າ, “ປີໜ້າ, ວັນຄຣິດສະມັດຈະແຕກຕ່າງກວ່ານີ້.”
ປີຕໍ່ມາ ໃນປີ 1846, ວັນຄຣິດສະມັດເທື່ອທີສາມຂອງຄອບຄົວ ຢູ່ໃນອາເມຣິກາ, ນາງແມຣີ ແລະ ລູກໆ ພົບເຫັນຕົວເອງຢູ່ໃນເມືອງວິນເຕີ ຄວດເຕີ, ກະກຽມສຳລັບການເດີນທາງອັນຍາວໄກ ໄປຫາພາກຕາເວັນຕົກ ໃນລະດູໃບໄມ້ປົ່ງ. ກຸ່ມອັນຕະພານໄດ້ຂັບໄລ່ເຂົາເຈົ້າອອກຈາກເມືອງນາວູ, ແລະ ພໍລ໌ ກໍໄດ້ເດີນທາງໄປຫາພາກຕາເວັນຕົກກັບກຸ່ມທະຫານເກນຊາວມໍມອນ—ຫ່າງໄກກັນຫລາຍຮ້ອຍກິໂລແມັດ. ອີກເທື່ອໜຶ່ງ, ບໍ່ມີການຮ້ອງເພງຄຣິດສະມັດ ແລະ ແຊນຕາກໍບໍ່ໄດ້ມາ. ແຕ່ເຂົາເຈົ້າໄດ້ມີການຖືສິນອົດເຂົ້າ ແລະ ອະທິຖານຢ່າງຈິງໃຈ ເພື່ອລູກຊາຍຂອງນາງແມຣີ ຜູ້ອາຍຸແປດປີ ທີ່ລໍຄອຍຄວາມຕາຍ ເພາະຂາດອາຫານ. ລາວລອດຕາຍ, ແຕ່ຄົນອື່ນ 25 ຄົນ ໃນເມືອງວິນເຕີ ຄວດເຕີ ໄດ້ຕາຍໄປໃນວັນຄຣິດສະມັດ ປີນັ້ນ.
ຈົນເຖິງວັນຄຣິດສະມັດເທື່ອທີສີ່ ຢູ່ໃນອາເມຣິກາ, ບໍ່ດົນຫລັງຈາກທີ່ໄດ້ມາເຖິງຫ່ອມພູເມືອງເຊົາເລັກ, ນາງແມຣີ ແລະ ຄອບຄົວຂອງນາງ ກໍໄດ້ສະເຫລີມສະຫລອງວັນຄຣິດສະມັດນຳກັນໃນແບບສັນຕິສຸກ. ເຖິງແມ່ນໃນຕອນນັ້ນ, ການສະເຫລີມສະຫລອງວັນຄຣິດສະມັດ ກໍຍັງບໍ່ຄືກັນກັບຕອນທີ່ນາງເຮັດຢູ່ປະເທດອັງກິດ. ແຕ່ໃນບາງວິທີ, ມັນດີກວ່ານັ້ນ. ໃນວັນຊະບາໂຕ ທີ່ສະເຫລີມສະຫລອງວັນຄຣິດສະມັດ, ໜຶ່ງມື້ ຫລັງຈາກ ວັນຄຣິດສະມັດ ໃນປີ 1847, ໄພ່ພົນໄດ້ເຕົ້າໂຮມກັນເພື່ອອະທິຖານ, ສະແດງຄວາມຂອບພຣະຄຸນ, ແລະ ຮ້ອງເພງສັນລະເສີນພຣະເຈົ້າ ສຳລັບການນຳພາເຂົາເຈົ້າມາສູ່ຊີໂອນ. ເພງໜຶ່ງທີ່ປະທັບໃຈຫລາຍ ແມ່ນ “ສິດທິຊົນມາ,” ເປັນເພງທີ່ໄດ້ຖືກຂຽນຂຶ້ນ ໃນລະຫວ່າງການເດີນທາງ ແລະ ໄດ້ກາຍເປັນເພງແຫ່ງສັດທາ ໃຫ້ແກ່ໄພ່ພົນຜູ້ບຸກເບີກໃນສະໄໝເລີ່ມຕົ້ນ. ຫລັງຈາກນັ້ນມາ, ເພງ “ສິດທິຊົນມາ” ກໍສືບຕໍ່ເປັນເພງທີ່ຜູ້ຄົນມັກຊອບຫລາຍ, ແມ່ນແຕ່ກາຍເປັນເພງຄຣິດສະມັດ ຂອງຜູ້ບຸກເບີກ ຕອນສະເຫລີມສະຫລອງວັນຄຣິດສະມັດ.10
ຂ້າພະເຈົ້າເຊື່ອວ່າ ການທ້າທາຍຕ່າງໆຂອງນາງແມຣີ ຕະຫລອດຫລາຍປີ ໄດ້ເຮັດໃຫ້ຫົວໃຈຂອງນາງປ່ຽນໄປ. ນາງໄດ້ເຫັນວັນຄຣິດສະມັດແຈ່ມແຈ້ງຫລາຍກວ່າເກົ່າ, ດ້ວຍປະເພນີວັນຄຣິດສະມັດແບບໃໝ່ ແລະ ມີເພງໃໝ່ຢູ່ໃນຫົວໃຈຂອງນາງ. ແທ້ຈິງແລ້ວ ນາງໄດ້ພັດທະນາ ຫົວໃຈແຫ່ງການເສຍສະລະ, ມຸ່ງໝັ້ນໃນຄວາມຫວັງຂອງນາງ ແລະ ຄວາມຮັກຕໍ່ພຣະເຢຊູຄຣິດ.
ເທດສະການບຸນຄຣິດສະມັດເບິ່ງຄືວ່າເປັນເວລາທີ່ເໝາະສົມ ສຳລັບການໄຕ່ຕອງວ່າ ຫົວໃຈທາງວິນຍານຂອງເຮົາແຂງແຮງຫລາຍປານໃດ, ແລະ ສະນັ້ນ ຂ້າພະເຈົ້າຈຶ່ງຂໍປິດທ້າຍດ້ວຍຄຳແນະນຳທີ່ລຽບງ່າຍຢ່າງໜຶ່ງ ທີ່ອາດຊ່ວຍເຮົາຢາມເບິ່ງຫົວໃຈທາງວິນຍານຂອງເຮົາໄດ້ ແລະ ຊ່ວຍມັນໃຫ້ແຂງແຮງຂຶ້ນ: ຂ້າພະເຈົ້າຂໍເຊື້ອເຊີນເຮົາແຕ່ລະຄົນ ໃຫ້ເລືອກເຮັດບາງສິ່ງທີ່ສະແດງອອກ ເຖິງຄວາມຮູ້ສຶກ ພາຍນອກ, ພາຍໃນ ຂອງເຮົາກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ, ເພື່ອເປັນຂອງຂວັນທີ່ເຮົາມອບໃຫ້ແກ່ພຣະອົງ ໃນປີນີ້.
ຄືກັນກັບນາງແມຣີ ລິໂດຕັນ, ເຮົາໄດ້ມາເຕົ້າໂຮມກັນໃນຄ່ຳຄືນນີ້ ໃນຖານະຜູ້ຕິດຕາມທີ່ຊື່ສັດຂອງພຣະເຢຊູຄຣິດ ເພື່ອນະມັດສະການພຣະອົງ. ບັດນີ້ຂໍໃຫ້ເຮົາຈົ່ງຟັງຢ່າງຕັ້ງໃຈ ຂະນະທີ່ກຸ່ມນັກຮ້ອງ ຮ້ອງເພງຮ່ວມກັບ “ບັນດາເຫລົ່າທູດ” ໃນເພງສວດທີ່ມ່ວນອອນຊອນ ເຊື້ອເຊີນ “ທຸກຄົນທີ່ຊື່ສັດ” ໃຫ້ “ມາເບິ່ງພຣະອົງ, ກະສັດຂອງເຫລົ່າທູດໄດ້ກຳເນີດແລ້ວ.” ບໍ່ວ່າເຮົາຈະອາໄສຢູ່ບ່ອນໃດກໍຕາມ ໃນໂລກນີ້, ເຮົາແຕ່ລະຄົນສາມາດ “ມາ, … ຢ່າງຊື່ນຊົມ ແລະ ຢ່າງມີໄຊ … ສູ່ເບັດເລເຮັມ”—ແມ່ນແຕ່ພຽງໃນຫົວໃຈຂອງເຮົາເທົ່ານັ້ນ—ເພື່ອເຄົາລົບ ແລະ ໃຫ້ກຽດແດ່ພຣະອົງ.11
ຂ້າພະເຈົ້າຂໍເປັນພະຍານເຖິງພຣະເຢຊູຄຣິດ, ພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ຂໍໃຫ້ເຮົາຈົ່ງມີພຣະວິນຍານຂອງພຣະຄຣິດຂຽນໄວ້ຢູ່ໃນຫົວໃຈຂອງເຮົາ ຜ່ານທາງເທດສະການບຸນຄຣິດສະມັດ ແລະ ໃນປີໃໝ່ທີ່ຈະມາເຖິງນີ້ ຊຶ່ງເປັນຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.