12CRAVEN-1
ລາຍການໃຫ້ຄຳດົນໃຈຂອງຝ່າຍປະທານສູງສຸດເນື່ອງໃນໂອກາດເທດສະການບຸນຄຣິດສະມາດ
ວັນທີ 6 ເດືອນທັນວາ, 2020
ຜ້າອ້ອມ ແລະ ອ້ອມກອດຈາກສະຫວັນ
ໂດຍ ຊິດສະເຕີ ແບັກກີ້ ຄະເຣເວັນ
ທີ່ປຶກສາທີສອງ, ໃນຝ່າຍປະທານອົງການຍິງໜຸ່ມສາມັນ
ໜຶ່ງໃນຄວາມຊົງຈຳກ່ຽວກັບບຸນຄຣິດສະມາດທີ່ຂ້າພະເຈົ້າມັກທີ່ສຸດແມ່ນຕອນທີ່ຂ້າພະເຈົ້າມີອາຍຸໄດ້ຫົກປີ. ມັນເປັນມື້ກ່ອນວັນບຸນຄຣິດສະມາດ, ແລະ ຂ້າພະເຈົ້າໄດ້ນອນຫລັບຢູ່ເທິງຕຽງຊັ້ນສອງທີ່ຂ້າພະເຈົ້າໃຊ້ຮ່ວມກັບນ້ອງສາວໃນບ້ານຂອງພວກເຮົາທີ່ເມືອງເບີລິນ, ປະເທດເຢຍລະມັນ. ຂ້າພະເຈົ້າຕື່ນເຕັ້ນຫລາຍສຳລັບເຊົ້າວັນບຸນຄຣິດສະມາດທີ່ຈະມາເຖິງ—ຕື່ນເຕັ້ນຫລາຍຈົນຂ້າພະເຈົ້ານອນບໍ່ແຈບ, ເພາະວ່າໃນຕອນກາງຄືນຂ້າພະເຈົ້າໄດ້ສະເດີດຕື່ນຈາກສຽງກະດິງ. ຈາກນັ້ນຂ້າພະເຈົ້າກໍໄດ້ຍິນສຽງປະຕູຫ້ອງຂອງພວກເຮົາຄ່ອຍໆເປີດອອກ. ແລະ ເມື່ອແສງຈາກອີກຫ້ອງໜຶ່ງສ່ອງໃສ່ໃບໜ້າຂອງຂ້າພະເຈົ້າ, ຂ້າພະເຈົ້າລຸກຂຶ້ນນັ່ງຢ່າງໄວວາ ແລະ ແນມເບິ່ງໄປທີ່ປະຕູ. ຂ້າພະເຈົ້າບໍ່ຢາກເຊື່ອສາຍຕາຕົວເອງ! ຢືນຢູ່ທາງເຂົ້າປະຕູຄື ແຊນຕາຄອດ. ຂ້າພະເຈົ້າບໍ່ໄດ້ເວົ້າຫລິ້ນ—ແມ່ນເພິ່ນແທ້ໆ! ເພິ່ນຮ້ອງຂຶ້ນວ່າ, “ໂຮ່, ໂຮ່, ໂຮ່,” ແລະ ໄດ້ບອກໃຫ້ຂ້າພະເຈົ້າຕາມເພິ່ນໄປຫາຫ້ອງນັ່ງຫລິ້ນ ເພື່ອໄປເບິ່ງຕົ້ນຄຣິດສະມາດທີ່ປະດັບດ້ວຍໄຟ. ຂ້າພະເຈົ້າຕົກຕະລຶງ ແລະ ເວົ້າຫຍັງບໍ່ອອກ, ແຕ່ວ່າຂ້າພະເຈົ້າໄດ້ໄຕ່ລົງຂັ້ນໄດຕຽງຂອງຂ້າພະເຈົ້າ ແລະ ຕາມເພິ່ນໄປຫາຫ້ອງທາງໜ້າບ່ອນທີ່ແມ່ ແລະ ອ້າຍຂອງຂ້າພະເຈົ້າກຳລັງຢືນຢູ່ໃກ້ຕົ້ນຄຣິດສະມາດ. ແຕ່ຂະນະທີ່ຂ້າພະເຈົ້າເບິ່ງໄປອ້ອມໆຫ້ອງ, ຂ້າພະເຈົ້າບໍ່ເຫັນພໍ່ຂອງຂ້າພະເຈົ້າ—ເພິ່ນພາດໂອກາດນີ້ໄດ້ແນວໃດ? ແມ່ບອກວ່າເພິ່ນກຳລັງເອົາຂີ້ເຫຍື້ອອອກໄປຖິ້ມ, ແຕ່ວ່າເພິ່ນໃຊ້ເວລາດົນຫລາຍ! ຈົນມາຮອດມື້ນີ້ຂ້າພະເຈົ້າຍັງຮູ້ສຶກເສຍໃຈທີ່ເພິ່ນບໍ່ໄດ້ມີໂອກາດພົບກັບແຊນຕາຄອດ. ແຊນຕາໄດ້ຖາມວ່າຂ້າພະເຈົ້າເປັນເດັກດີຫລືບໍ່, ແລະ ຂ້າພະເຈົ້າລາຍງານຕົວຢ່າງພາກພູມໃຈວ່າຂ້າພະເຈົ້າເປັນເດັກດີ. ຫລັງຈາກໝັ້ນໃຈວ່າເພິ່ນໄດ້ຊີມເຂົ້າໜົມ ແລະ ກິນນ້ຳນົມທີ່ພວກເຮົາໄດ້ຕຽມໄວ້ໃຫ້ເພິ່ນແລ້ວ, ຂ້າພະເຈົ້າໄດ້ກັບຄືນໄປນອນ, ສອງສາມຊົ່ວໂມງຕໍ່ມາ, ກໍໄດ້ຕື່ນຂຶ້ນສູ່ເຊົ້າແຫ່ງຄວາມສຸກຂອງວັນບຸນຄຣິດສະມາດ.
ພໍ່ຕູ້ຂອງສາມີຂ້າພະເຈົ້າ, ຮີຕັນ ລັນ, ໄດ້ມີເຊົ້າວັນບຸນຄຣິດສະມາດທີ່ແຕກຕ່າງກັນຫລາຍໂດຍທີ່ເປັນເດັກໜຸ່ມອາໃສຢູ່ອານານິຄົມຂອງປະເທດແມັກຊີໂກ ໃນຊຸມທ້າຍປີ 1800. ເພິ່ນເລົ່າເລື່ອງນີ້ໃນປະຫວັດຂອງເພິ່ນວ່າ: “ວັນບຸນຄຣິດສະມາດໄດ້ມາເຖິງ ແລະ ພວກເຮົາມີແກະຢູ່ໃນຄອກກ້ອງເລົ້າ ບ່ອນທີ່ອົບອຸ່ນ, ຍ້ອນວ່າມີຫິມະຕົກທົ່ວພື້ນດິນໃນຊ່ວງນັ້ນ. ຂ້ອຍໄດ້ອອກໄປແຕ່ເຊົ້າໆໃນຕອນເຊົ້າວັນບຸນຄຣິດສະມາດເພື່ອໄປເບິ່ງວ່າແກະຂອງຂ້ອຍເປັນຈັ່ງໃດ. ຂ້ອຍໄດ້ຍິນສຽງຮ້ອງຂອງແກະຢູ່ໃນຄອກເປັນສຽງນ້ອຍໆ. ຂ້ອຍໄດ້ເຂົ້າໄປໃນຄອກແກະ ແລະ ເຫັນວ່າແນວລີ່ອອກລູກແກະນ້ອຍສອງໂຕ—ຝາແຝດ. ຂ້ອຍໄດ້ແລ່ນກັບໄປເຮືອນຢ່າງໄວ … [ແລະ] ຂ້ອຍຕົບມື ແລະ ເວົ້າກັບແມ່ຂອງຂ້ອຍວ່າ, ‘ຂ້ອຍມີວັນບຸນຄຣິດສະມາດທີ່ດີທີ່ສຸດກວ່າໝູ່: ແນວລີ່ໄດ້ອອກລູກແກະນ້ອຍສອງໂຕ.’ ເດັກນ້ອຍໝົດທຸກຄົນໄດ້ວາງໝາກກ້ຽງ ແລະ ສິ່ງຂອງຕ່າງໆຂອງພວກເຂົາໄວ້ເທິງໂຕະ, ແລະ ພວກເຂົາໄດ້ແລ່ນໄປທີ່ເລົ້າເພື່ອໄປເບິ່ງລູກແກະຂອງແນວລີ່. ມັນເປັນເຫດການທີ່ອັດສະຈັນທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ພວກເຮົາເຄີຍມີໃນວັນບຸນຄຣິດສະມາດ.”1 ໜ້າອັດສະຈັນແທ້ໆ, ໃນປີຕໍ່ມາ ແລະ ຫລາຍປີຕິດຕໍ່ກັນ, ມີລູກແກະເກີດໃໝ່ໃນຝູງແກະຂອງພໍ່ຕູ້ຮີຕັນໃນຕອນເຊົ້າຂອງວັນບຸນຄຣິດສະມາດ.
ຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຟັງເລື່ອງນີ້, ຄວາມຄິດ ແລະ ຈິດໃຈຂອງຂ້າພະເຈົ້າໄດ້ນຶກເຖິງພຣະເມສານ້ອຍທີ່ໄດ້ກຳເນີດມາໃນມື້ທຳອິດຂອງວັນບຸນຄຣິດສະມາດຄື: ພຣະເຢຊູຄຣິດ, ພຣະເມສານ້ອຍຂອງພຣະເຈົ້າ. ເຊັ່ນດຽວກັນກັບພໍ່ຕູ້ຮີຕັນທີ່ແລ່ນໄປເບິ່ງລູກແກະທີ່ເກີດໃໝ່ຂອງເພິ່ນ, ຂ້າພະເຈົ້ານຶກເຫັນພາບເຖິງຄົນລ້ຽງແກະທີ່ຟ້າວໄປເບິ່ງພຣະບຸດຂອງພຣະເຈົ້າທີ່ເກີດໃໝ່. ທ່ານສາມາດນຶກເຫັນພາບທີ່ພວກເຂົາໄດ້ເປັນພະຍານໃນຄວາມຖ່ອມ ແລະ ສັກສິດໃນບ່ອນນັ້ນບໍ? ຂ້າພະເຈົ້ານຶກເຫັນພາບຕອນທີ່ໂຢເຊັບທີ່ໜ້າຮັກເບິ່ງແຍງ ນາງມາຣີ ເມຍຂອງລາວ, ຂະນະທີ່ເຂົາເຈົ້າໄດ້ໄຕ່ຕອງເຖິງການກຳເນີດຂອງພຣະເມຊີອາທີ່ສັນຍາໄວ້. ເລື່ອງລາວຂອງນາງມາຣີທີ່ໄດ້ຕູ້ມລູກນ້ອຍຂອງນາງໄວ້ໃນຜ້າອ້ອມເປັນເລື່ອງທີ່ອ່ອນໂຍນສະເພາະຕໍ່ຂ້າພະເຈົ້າ.
ເມື່ອບໍ່ດົນມານີ້ພວກເຮົາໄດ້ຕ້ອນຮັບຫລານນ້ອຍຄົນໃໝ່ໃນຄອບຄົວຂອງພວກເຮົາ. ມີມື້ໜຶ່ງຂ້າພະເຈົ້າໄດ້ເບິ່ງນາງຂະນະທີ່ແມ່ຂອງນາງຕູ້ມນາງໄວ້ໃນຜ້າອ້ອມທີ່ນຸ້ມນວນ ແລະ ອົບອຸ່ນ ແລະ ກອດນາງໄວ້ໃກ້ຕົວ. ການຕູ້ມມີຄວາມໝາຍງ່າຍໆ ຄືການຕູ້ມຜ້າເຂົ້າໃຫ້ແໜ້ນ. ຜ້າອ້ອມ ແລະ ຜ້າຫົ່ມໄດ້ຖືກນຳໃຊ້ມາຕະຫລອດທົ່ວປະຫວັດສາດເພື່ອການປອບໂຍນ ແລະ ບັນເທົາ ແລະ ຍັງເຮັດໃຫ້ລູກນ້ອຍເຊົາງໍແງນຳອີກ. ຂະນະທີ່ຂ້າພະເຈົ້າໄດ້ເບິ່ງລູກສະໄພ້ຂອງພວກເຮົາຕູ້ມລູກນ້ອຍຂອງນາງ, ຂ້າພະເຈົ້າຄິດເຖິງຄົນອື່ນໆຜູ້ທີ່ອາດຈະຕ້ອງການຜ້າຕູ້ມ, ແມ່ນແຕ່ທາງອອນລາຍ. ຄຳເວົ້າທີ່ອ່ອນໂຍນ, ການຮັບຟັງ, ຫລື ການເຂົ້າອົກເຂົ້າໃຈສາມາດປອບໂຍນ ແລະ ບັນເທົາບັນຫາຈິດວິນຍານຂອງອີກຄົນໄດ້.
ເກືອບສາມປີຜ່ານມາແລ້ວ, ລູກເຂີຍຂອງພວກເຮົາໄດ້ປະສົບກັບວິກິດການດ້ານສຸຂະພາບທີ່ຮ້າຍແຮງ. ໃນການຊອກຫາຄຳຕອບ, ລາວຕ້ອງໄດ້ຮັບການກວດ ແລະ ການປິ່ນປົວອື່ນໆ ຊຶ່ງໄດ້ນຳພາລາວໄປສູ່ການຜ່າຕັດຫົວໃຈ. ຂະນະທີ່ລູກເຂີຍຂອງພວກເຮົາຮັບການຜ່າຕັດຢູ່ນັ້ນ, ລູກສາວຂອງພວກເຮົາໄດ້ສົ່ງຂໍ້ຄວາມໄປຫາພໍ່ປູ່ ແລະ ແມ່ຍ່າຂອງນາງ ເພື່ອສົ່ງຂ່າວລູກຊາຍຂອງເຂົາເຈົ້າ. ຈາກສະຖານທີ່ຫ່າງໄກໃນອີກປະເທດໜຶ່ງບ່ອນທີ່ເຂົາເຈົ້າກຳລັງຮັບໃຊ້ເປັນຜູ້ສອນສາດສະໜາ, ແມ່ຍ່າຂອງນາງໄດ້ຕອບກັບມາດ້ວຍຄຳເວົ້າທີ່ປອບໂຍນວ່າ: “ພໍ່ແມ່ສົ່ງອ້ອມກອດຈາກສະຫວັນໃຫ້ເຈົ້າເດີ.”
ປະມານສອງສາມນາທີ, ມີພະຍາບານຄົນໜຶ່ງໄດ້ຍ່າງຜ່ານ, ແຕ່ແລ້ວໄດ້ຢຸດ. ລາວໄດ້ຫລຽວເບິ່ງໜ້າລູກສາວຂອງພວກເຮົາທີ່ເຕັມໄປດ້ວຍນ້ຳຕາ ແລະ ໄດ້ຖາມວ່າ ນາງຕ້ອງການຜ້າຫົ່ມບໍ່, ແຕ່ນາງໄດ້ປະຕິເສດ, ໂດຍເວົ້າວ່ານາງບໍ່ເປັນຫຍັງ. ພະຍາບານຄົນນັ້ນໄດ້ຈາກໄປ ແຕ່ກັບຄືນມາຢ່າງໄວວາພ້ອມກັບຜ້າຫົ່ມອຸ່ນໆຜືນໜຶ່ງ. ລາວໄດ້ຕູ້ມມັນແໜ້ນໆໃຫ້ກັບລູກສາວຂອງພວກເຮົາ ແລະ ເວົ້າກັບນາງວ່າ, “ຂ້ອຍຮູ້ສຶກວ່າເຈົ້າຕ້ອງການອ້ອມກອດຈາກສະຫວັນ.”
ພຣະເມສານ້ອຍຂອງພຣະເຈົ້າ, ເປັນທີ່ຮູ້ຈັກເຊັ່ນດຽວກັນວ່າເປັນຜູ້ລ້ຽງແກະທີ່ດີ, ຮູ້ຈັກແກະທຸກໂຕຂອງພຣະອົງ. ໃນຊ່ວງເວລາທີ່ເຮົາຕ້ອງການຄວາມຊ່ວຍເຫລືອ, ພຣະອົງຈະສົ່ງຕົວແທນທູດສະຫວັນຢູ່ເທິງໂລກມາຢູ່ສະເໝີ, ຄືກັນກັບພະຍາບານທີ່ເຫັນອົກເຫັນໃຈລູກສາວຂອງພວກເຮົາ, ທີ່ຕູ້ມ ແລະ ລ້ອມເຮົາໄວ້ໃນອ້ອມພຣະພາຫາແຫ່ງຄວາມຮັກຂອງພຣະອົງ.2 ພຣະອົງໄດ້ມາສູ່ໂລກ ເພື່ອນຳສັນຕິສຸກມາໃຫ້ມະນຸດທັງປວງ.3 ພຣະອົງປອບໃຈຄົນທີ່ຕ້ອງການຄວາມປອບໃຈ ແລະ ເປັນທຸກກັບຄົນທີ່ເປັນທຸກ.4
ຂະນະທີ່ຂ້າພະເຈົ້າຄິດວ່າພຣະຜູ້ເປັນເຈົ້າສະແດງຄວາມຮັກ ແລະ ຄວາມຫ່ວງໃຍຕໍ່ເຮົາແຕ່ລະຄົນໃນຫລາຍດ້ານ, ຂ້າພະເຈົ້າຮູ້ສຶກເຖິງຄວາມປາດຖະໜາທີ່ຈະເຮັດຫລາຍຂຶ້ນໃນການແບ່ງປັນຄວາມຮັກໃຫ້ກັບຄົນອື່ນ. ຂ້າພະເຈົ້າຍັງຢາກຮັບຮູ້ໃຫ້ດີຂຶ້ນກວ່າເກົ່າເຖິງອ້ອມກອດ ແລະ ການຕູ້ມຈາກສະຫວັນທີ່ຂ້າພະເຈົ້າໄດ້ຮັບ ແຕ່ຍັງຊ້າທີ່ຈະຮັບຮູ້.
ໃນໂລກໃບນີ້ຕ້ອງການສັນຕິສຸກຫລາຍ, ຄຳເວົ້າທີ່ອ່ອນໂຍນຂອງເຮົາ, ການກະທຳທີ່ເຫັນອົກເຫັນໃຈ ແລະ ຄວາມເມດຕາຂອງເຮົາ ສາມາດເປັນການຕູ້ມຄົນອື່ນດ້ວຍຜ້າຫົ່ມທີ່ອົບອຸ່ນໄດ້. ຂ້າພະເຈົ້າໄດ້ເຂົ້າໃຈວ່າ ເມື່ອເຮົາເຮັດຕາມການກະຕຸ້ນໃຫ້ຮັບໃຊ້ຄົນອື່ນ, ພຣະຜູ້ເປັນເຈົ້າຈະມອບຜ້າຫົ່ມແຫ່ງສະຫວັນໃຫ້ເຮົາຫລາຍຕື່ມອີກເພື່ອແບ່ງປັນ. ທ່ານໄດ້ຮັບການກະຕຸ້ນຢ່າງໃດແດ່? ທ່ານຮູ້ຈັກໃຜແດ່ທີ່ຕ້ອງການອ້ອມກອດຈາກສະຫວັນ? ການຕິດຕໍ່ສື່ສານບໍ່ວ່າຈະເປັນທາງສ່ວນຕົວໂດຍກົງ ຫລື ທາງອອນລາຍ ອາດຈະປ່ຽນແປງຊີວິດຂອງຄົນທີ່ເຮົາຮັກ ຫລື ແມ່ນແຕ່ຄົນແປກໜ້າໄດ້.
ຂ້າພະເຈົ້າອະທິຖານ ຂະນະທີ່ເຮົາສະເຫລີມສະຫລອງການກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ວ່າເຮົາຈະບໍ່ພຽງແຕ່ຮູ້ສຶກເຖິງຄວາມຮັກຂອງພຣະອົງ, ຄວາມເຫັນອົກເຫັນໃຈ, ແລະ ສັນຕິສຸກເທົ່ານັ້ນ ແຕ່ວ່າເຮົາຄວນແບ່ງປັນພອນເຫລົ່ານັ້ນໃຫ້ກັບຄົນອື່ນນຳອີກ. ຂະນະທີ່ຂ້າພະເຈົ້າໄຕ່ຕອງເຖິງຂອງຂວັນທີ່ເປັນພຣະເມສານ້ອຍຂອງພຣະເຈົ້າ, ກຸມມານນ້ອຍທີ່ຖືກຕູ້ມ ແລະ ວາງໄວ້ໃນຮາງຫຍ້າ, ຂ້າພະເຈົ້າຂໍກ່າວຊ້ຳຄຳເວົ້າຂອງພໍ່ຕູ້ຮີຕັນ ຕອນເພິ່ນຍັງນ້ອຍ. ພຣະອົງເປັນ “ທີ່ອັດສະຈັນທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ພວກເຮົາເຄີຍມີ [ຫລື ຈະໄດ້ຮັບ] ໃນວັນບຸນຄຣິດສະມາດ.”5
ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.