ຄວາມຝັນໃນຕອນກາງຄືນ
ລາຍການໃຫ້ຄຳດົນໃຈຂອງຝ່າຍປະທານສູງສຸດເນື່ອງໃນໂອກາດເທດສະການບຸນຄຣິດສະມາດ ປີ 2020
ວັນອາທິດ, ວັນທີ 6 ເດືອນທັນວາ, 2020
ສະຖານທີ່ກໍສະຫງົບງຽບຕາມທຳມະຊາດ, ໃນຄ່ຳຄືນຂອງຕົ້ນລະດູໃບໄມ້ປົ່ງ. ທ້ອງຟ້າປອດໂປ່ງ, ດວງດາວເລີ່ມຕົ້ນປະກົດເປັນສິບໆ, ແລ້ວເປັນຮ້ອຍໆ, ແລະ ໃນທີ່ສຸດເປັນພັນໆ. ພວກຜູ້ລ້ຽງແກະ ແລະ ຝູງແກະຢູ່ໃນທົ່ງ ກຳລັງພັກຜ່ອນຈາກຄວາມຮ້ອນອົບເອົ້າ ແລະ ຈາກວຽກງານສຸດຈະລິດໃນຕອນກາງເວັນ. ສິ່ງດຽວທີ່ຜິດປົກກະຕິ—ແຕ່ເບິ່ງຄືສວຍງາມຢ່າງແປກປະຫລາດ—ແມ່ນຄອກສັດຢູ່ເນີນພູແຄມທົ່ງໃກ້ໝູ່ບ້ານ, ມີສອງຄົນນັ່ງບຽດກັນຢູ່ຂ້າງລູກນ້ອຍທີ່ນອນຢູ່ໃນຮາງຫຍ້າ, ຊຶ່ງມີພຽງແຕ່ສັດລ້ຽງສອງສາມໂຕເປັນພະຍານເຖິງສິ່ງມະຫັດສະຈັນທີ່ພວກມັນໄດ້ເຫັນ.
ສາມຄົນນີ້, ທີ່ຂາດມິດສະຫາຍ ຫລື ຜູ້ເຫັນໃຈໃນເມືອງເບັດເລເຮັມທີ່ອັ່ງອໍໄປດ້ວຍຜູ້ຄົນ, ທຳອິດ, ແມ່ໜຸ່ມຍິງພົມມະຈາລີທີ່ສວຍງາມຄົນໜຶ່ງຊື່ ມາຣີ (ບາງທີຫາກໍຂຶ້ນສາວ ຫລື ມີອາຍຸໄວລຸ້ນປານກາງ ທີ່ໄດ້ແຕ່ງງານໄວຕາມປະເພນີ), ນາງມີຄວາມກ້າຫານ ແລະ ເຕັມໄປດ້ວຍສັດທາ ທີ່ໂດດເດັ່ນກວ່າສິ່ງໃດໆທີ່ເຄີຍຖືກບັນທຶກໄວ້ຢູ່ໃນພຣະຄຳພີ. ສອງ, ສາມີຂອງນາງຊື່ ໂຢເຊັບ, ຜູ້ມີອາຍຸສູງກວ່າພັນລະຍາສາວຂອງລາວ, ຊຶ່ງຖ້າຈະເວົ້າແລ້ວ ຄົງເປັນຊາຍທີ່ມີຄ່າຄວນຫລາຍທີ່ສຸດຢູ່ໃນໂລກນີ້ ທີ່ຈະລ້ຽງດູກຸມມານນ້ອຍ ທີ່ບໍ່ໄດ້ເປັນສາຍເລືອດຂອງໂຢເຊັບ ແຕ່ໃນພາຍໜ້າ, ພຣະອົງຈະກາຍເປັນບິດາທາງວິນຍານຂອງໂຢເຊັບ. ສາມ, ສຸດທ້າຍ, ແລະ ສວຍງາມທີ່ສຸດ: ກຸມມານນ້ອຍຊື່ ເຢຊູ, ນອນຫລັບຢູ່ໃນຜ້າອ້ອມ ເທິງຟາງຫຍ້າທີ່ສະອາດທີ່ສຸດ ທີ່ພໍ່ຜູ້ກັງວົນສາມາດຊອກຫາມາໄດ້.
ພາບກົງກັນຂ້າມຢ່າງໜຶ່ງ, ບໍ່ເຄີຍມີຄົນໃດໄດ້ເກີດມາ ຫລັງຈາກທີ່ຖືກບອກກ່າວໄວ້ລ່ວງໜ້າ, ຖືກຂຽນກ່ຽວກັບ, ແລະ ຖືກຄາດໝາຍໄວ້ກ່ອນແລ້ວ. ແນ່ນອນ, ຄວາມຮູ້ກ່ຽວກັບພຣະອົງ ໄດ້ເລີ່ມຕົ້ນຢູ່ໃນສະຫວັນ ກ່ອນ ຜູ້ຄົນ ໄດ້ລົງມາເກີດ! ໃນຖານະທີ່ເປັນພຣະບຸດຫົວປີຂອງພຣະບິດາ1 ຢູ່ໃນໂລກວິນຍານ, ພຣະອົງໄດ້ຖືກມອບໝາຍຢູ່ທີ່ນັ້ນໃຫ້ເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກ,2 ໄດ້ຖືກແຕ່ງຕັ້ງລ່ວງໜ້າໃຫ້ເປັນ “ພຣະເມສານ້ອຍທີ່ຖືກຂ້ານັບຕັ້ງແຕ່ການວາງຮາກຖານຂອງໂລກ.”3 ຕໍ່ມາ, ແຕ່ກ່ອນການກຳເນີດຂອງພຣະອົງ, ພຣະອົງໄດ້ເປັນພຣະເຢໂຮວາທີ່ຍິ່ງໃຫຍ່ຂອງພຣະຄຳພີເດີມ, ໄດ້ຊ່ວຍຄອບຄົວຂອງໂນອາຈາກນ້ຳຖ້ວມ4 ແລະ ໄດ້ເບິ່ງໂຢເຊັບຊ່ວຍເຫລືອຄອບຄົວຂອງເພິ່ນຈາກຄວາມອຶດຢາກ.5 ພຣະອົງໄດ້ເປັນພຣະເຢໂຮວາທີ່ມີອຳນາດ ຜູ້ຊຶ່ງພຣະນາມ ແມ່ນລວມທັງ “ຜູ້ປະເສີດ, ຜູ້ປຶກສາ, ພຣະເຈົ້າຜູ້ຊົງລິດທານຸພາບ, ພຣະບິດາຜູ້ເປັນນິດ, ອົງສັນຕິລາດ.”6 ພຣະອົງຄື ອາລະຟາ ແລະ ໂອເມຄາ7 ໃນແຜນແຫ່ງຄວາມເມດຕາອັນຍິ່ງໃຫຍ່ ຊຶ່ງໃນທີ່ສຸດ “ນຳເອົາຂ່າວປະເສີດໄປສູ່ຜູ້ຍາກຈົນ; … ປິ່ນປົວຄົນລະທົມໃຈ, … ປະກາດການປົດປ່ອຍແກ່ຊະເລີຍເສິກ, ແລະ [ໃຫ້] ເສລີພາບແກ່ຜູ້ທີ່ຖືກກັກຂັງ.”8
ເພື່ອປະສົບຄວາມສຳເລັດໃນເລື່ອງນີ້, ພຣະອົງຕ້ອງໄດ້ຖືກຢຽບຍ່ຳດັ່ງໝາກອະງຸ່ນ ໃນການໄຖ່ດ້ວຍຕົວຄົນດຽວເທົ່ານັ້ນ, ໂດຍບໍ່ມີໝູ່ມະນຸດຄົນໃດເຂົ້າໄປຊ່ວຍເຫລືອ ແລະ ສະຫວັນກໍບໍ່ສາມາດຊ່ວຍໄດ້. ໃນການຮັບເອົາບາບ ແລະ ຄວາມໂສກເສົ້າທັງໝົດຂອງຄວາມເປັນມະຕະ, ພຣະອົງໄດ້ນຳຂອງປະທານແຫ່ງຄວາມລອດທີ່ບໍ່ອາດສາມາດເຂົ້າໃຈໄດ້ມາໃຫ້ຄອບຄົວມະນຸດທັງປວງ, ນັບຈາກອາດາມ ຈົນເຖິງທີ່ສຸດຂອງແຜ່ນດິນໂລກ. ໃນການເດີນທາງຈົນເຖິງທີ່ສຸດຂອງພຣະອົງ, ພຣະອົງຈະເປັນ “ພຣະຜູ້ລ້ຽງແກະ ແລະ ເປັນອະທິການຂອງຈິດວິນຍານ [ຂອງເຮົາ],”9 ຈະເປັນ “ມະຫາປະໂລຫິດທີ່ຍິ່ງໃຫຍ່ແຫ່ງຄວາມເຊື່ອຂອງເຮົາ,”10 ຈະເປັນ “ອ່າງນ້ຳແຫ່ງຄວາມຊອບທຳທັງປວງທີ່ໄຫລຢ່າງເປັນອິດສະລະ.”11 ໜ້າທີ່ ແລະ ຄວາມຕ້ອງການໃນຊ່ວງມະຕະເຫລົ່ານີ້ຍັງບໍ່ສຳເລັດເທື່ອ. ແຕ່ບໍ່ແມ່ນຄືນນັ້ນ. ບໍ່ແມ່ນຄືນນັ້ນ. ຄືນນັ້ນພຣະອົງເປັນພຽງກຸມມານນ້ອຍ ຢູ່ໃນອ້ອມແຂນຂອງມານດາຜູ້ຮັກພຣະອົງ, ຄອຍເຝົ້າດູແລໂດຍບິດາທີ່ອ່ອນໂຍນ ແລະ ເຂັ້ມແຂງ.
ບໍ່ດົນພວກຜູ້ລ້ຽງແກະເຫລົ່ານັ້ນໄດ້ມາ ຊຶ່ງເປັນຕົວແທນໃຫ້ແກ່ກິດຈະກຳທາງຝ່າຍໂລກທີ່ຕ່ຳສຸດ, ມະນຸດທີ່ຍາກຈົນທີ່ສຸດ ແລະ ການອອກແຮງງານຂອງພວກເຂົາ. ຕໍ່ມາ, ບັນດາກະສັດ, ໂຫລາຈານຈາກທິດຕາເວັນອອກໄດ້ມາ, ເປັນສັນຍາລັກເຖິງຄວາມສຳເລັດຜົນໃນທາງຝ່າຍໂລກທີ່ສູງສຸດ, ຄວາມຮັ່ງມີຂອງມະນຸດ ແລະ ການອອກແຮງງານຂອງພວກເຂົາ. ເໜືອກວ່າສິ່ງອື່ນໃດ—ແທ້ຈິງແລ້ວ ເໜືອກວ່າສິ່ງໃດໆ—ເຫລົ່າທູດໄດ້ມາຮ້ອງເພງ “ລັດສະໝີຈົ່ງມີແດ່ພຣະເຈົ້າ ໃນສະຫວັນທີ່ສູງສຸດ,”12 ຕາມຈິງແລ້ວ ກອງທັບສະຫວັນໄດ້ມາສັນລະເສີນກຸມມານນ້ອຍຜູ້ນີ້ ຊຶ່ງໃນທີ່ສຸດໄດ້ມາສູ່ໂລກ. ຕາມຈິງແລ້ວ, ເຫລົ່າທູດໄດ້ໝາຍເສັ້ນທາງໄວ້ຫລາຍສັດຕະວັດມາແລ້ວ ທີ່ພາມາຫາຄອກສັດບ່ອນນີ້. ເມື່ອບໍ່ດົນມານີ້, ທູດອົງໜຶ່ງໄດ້ມາຫານາງມາຣີ ໃນການປະກາດທີ່ສະຫງ່າງາມ ເຖິງສິ່ງທີ່ນາງຖືກເລືອກໃຫ້ເຮັດ ແລະ ເຖິງຜູ້ທີ່ນາງຖືກເລືອກໃຫ້ເປັນ.13 ທຸດອົງໜຶ່ງໄດ້ມາຫາໂຢເຊັບ ໃນການຊຸກຍູ້ໃຫ້ລາວແຕ່ງງານກັບຍິງສາວຄົນໜຶ່ງ ຜູ້ກຳລັງຖືພາຢ່າງໜ້າປະຫລາດ, ຊຶ່ງເປັນພຣະບັນຍັດທີ່ລາວໄດ້ປະຕິບັດຕາມທັນທີດ້ວຍຄວາມຊື່ສັດ.14 ຫລັງຈາກການກຳເນີດ, ທູດອົງໜຶ່ງໄດ້ບອກສາມີພັນລະຍາໜຸ່ມຄູ່ນີ້ ໃຫ້ໜີໄປ—ໜີໄປຈາກເຮໂຣດທີ່ຕາມຂ້າຜູ້ໄຮ້ດຽງສາ (ເດັກນ້ອຍໄດ້ເປັນຜູ້ທຳອິດທີ່ຖືກຂ້າ ໃນພຣະຄຳພີໃໝ່ ຂອງຊາວຄຣິດ), ແລະ ທູດອົງດຽວກັນນັ້ນໄດ້ບອກສາມີພັນລະຍາຄູ່ນີ້ ເມື່ອເຖິງເວລາທີ່ເຂົາເຈົ້າສາມາດກັບບ້ານຈາກປະເທດເອຢິບ, ໃຫ້ໄປອາໄສຢູ່ເມືອງນາຊາເຣັດ ທີ່ຢູ່ຫ່າງໄກ ແທນທີ່ຈະໄປອາໄສຢູ່ເມືອງເບັດເລເຮັມ ຫລື ແມ່ນແຕ່ນະຄອນເຢຣູຊາເລັມ.15 ເຫັນໄດ້ຢ່າງແຈ່ມແຈ້ງວ່າ, ເຫລົ່າທູດຢູ່ໃນສະຫວັນຮູ້ຈັກຫລາຍກວ່າມະນຸດຢູ່ໃນໂລກນີ້ ກ່ຽວກັບຄວາມໝາຍຂອງການກຳເນີດນີ້ ແລະ ພາລະກິດຂອງກຸມມານນ້ອຍ, ເຊັ່ນ “[ທີ່ຈະທົນຕໍ່] ຄວາມທຸກຂອງເຮົາ, ແລະ [ທີ່ຈະແບກຫາບ] ຄວາມໂສກເສົ້າຂອງເຮົາ: … [ທີ່ຈະທົນ] ກັບຄວາມເຈັບປວດເພາະການລ່ວງລະເມີດຂອງເຮົາ, [ແລະ] ທີ່ຈະຟົກຊ້ຳຍ້ອນການຊົ່ວຮ້າຍຂອງເຮົາ: [ທີ່ຈະເຮັດໃຫ້ເຫັນຢ່າງແຈ່ມແຈ້ງວ່າ] ຍ້ອນການບາບຂອງເຮົານັ້ນ ພຣະອົງຈຶ່ງໄດ້ຮັບບາດເຈັບ, ແລະ [ວ່າ] ພຣະອົງຖືກຂ້ຽນຕີ ເພື່ອເຮົາ [ຈະໄດ້] ຮັບການປິ່ນປົວ.”16
ສຳລັບຂ້າພະເຈົ້າແລ້ວ, ມັນສຳຄັນທີ່ທຸກສິ່ງເຫລົ່ານີ້ໄດ້ເກີດຂຶ້ນໃນຕອນກາງຄືນ, ໃນຊ່ວງເວລາທີ່ຮ່າງກາຍໄດ້ຮັບຄວາມຜ່ອນຄາຍ ແລະ ຜູ້ໝົດແຮງໄດ້ຖືກວາງລົງໃຫ້ພັກຜ່ອນ, ເມື່ອຄຳອະທິຖານຖືກກ່າວ, ເມື່ອການເປີດເຜີຍຖືກລໍຖ້າ ແລະ ເມື່ອສະຫວັນຢູ່ໃກ້. ແລະ ປີລະຄັ້ງ, ເດັກນ້ອຍເກືອບນອນບໍ່ຫລັບ ເພາະພາບຄວາມສຸກໃຈທີ່ປະກົດຂຶ້ນຢູ່ພາຍໃນເຂົາ, ໂດຍທີ່ຮູ້ວ່າ ມື້ອື່ນເຊົ້າຈະເປັນວັນຄຣິດສະມາດ. ແມ່ນແລ້ວ, ເຖິງແມ່ນວ່າຊີວິດຂອງເຮົາຈະຫຍຸ້ງຍາກພຽງໃດ, ແຕ່ຄວາມຝັນອັນຫວານຊື່ນໃນຕອນກາງຄືນ ສາມາດປ່ຽນທຸກສິ່ງໃຫ້ດີຂຶ້ນໄດ້. ດັ່ງທີ່ແອວເດີ ພາລີ ພີ ພະແຣັດ ຄັ້ງໜຶ່ງເຄີຍຂຽນວ່າ:
“ພຣະເຈົ້າໄດ້ເປີດເຜີຍຄຳແນະນຳທີ່ສຳຄັນຫລາຍຢ່າງ … ໃນຄວາມຝັນ. … [ແລ້ວ] ເສັ້ນປະສາດ [ກໍ] ຢ່ອນລົງ, ຜູ້ຄົນກໍນອນຫລັບ [ສະຫງົບງຽບ, ແລະ] … ອະໄວຍະວະທາງວິນຍານ … ຈະສົນທະນາກັບພຣະເຈົ້າ, … [ກັບ] ເຫລົ່າທູດ, ແລ້ວ [ກັບ] ວິນຍານຂອງຄົນທີ່ທ່ຽງທຳ ໄດ້ຖືກເຮັດໃຫ້ບໍລິບູນ.”17
ແລະ ແມ່ນຄືນທີ່ໜ້າພິສະຫວົງນີ້ແຫລະ ທີ່ “ຄວາມຫວັງ ແລະ ຄວາມຢ້ານກົວທີ່ມີນານມາແລ້ວ”18 ໄດ້ພົບກັນໃນຄວາມຝັນເຖິງເບັດເລເຮັມໃນຄ່ຳຄືນນັ້ນຢ່າງແທ້ຈິງ.
ຄືນນັ້ນໃນທ້ອງຟ້າແຫ່ງຢູດາຍ
ໝູ່ດວງດາວສ່ອງປະກາຍຈາດຈ້າ,
ຊາຍຕາບອດຄົນໜຶ່ງ [ງົມທາວ] ໄປ,
ຝັນ [ວ່າ] ຕົວເອງຫາຍດີຫລຽວເຫັນໄດ້.
ຄືນນັ້ນເມື່ອຜູ້ລ້ຽງແກະໄດ້ຍິນເພງ
ເຫລົ່າທູດເປັ່ງສຽງບັນເລງດັງກ້ອງ,
ຊາຍຫູໜວກຄົນໜຶ່ງໄດ້ຝັນໄປ,
[ວ່າ] ຕົວເອງຫາຍດີໄດ້ຍິນແລ້ວ.
ຄືນນັ້ນໃນຄອກສັດທີ່ຕ່ຳຕ້ອຍ
ກຸມມານນ້ອຍຫລັບໄຫລໄປກັບແມ່,
[ຊາຍ] ເປັນງ່ອຍຄົນໜຶ່ງໄດ້ຝັນໄປ,
[ວ່າ] ຕົວເອງຫາຍດີ [ຍ່າງໄປໄດ້].
ຄືນນັ້ນເມື່ອນາງມາຣີຕື່ນຂຶ້ນ
ເອົາໃຈໃສ່ດູແລກຸມມານນ້ອຍ,
ຊາຍຂີ້ທູດຄົນໜຶ່ງໄດ້ຝັນໄປ,
[ວ່າ] ຕົວເອງຫາຍດີພະຍາດແລ້ວ.
ຄືນນັ້ນໃນຊວງອົກຂອງແມ່
ກຸມມານນ້ອຍອົບອຸ່ນເຫລືອແສນ,
ຍິງໂສເພນີຄົນໜຶ່ງຫລັບຢ່າງສະບາຍ,
ຝັນໄປ [ວ່າ] ນາງສະອາດແລ້ວ.
ຄືນນັ້ນໃນຄອກສັດ ນອນຫລັບຢູ່
ຜູ້ບໍລິສຸດໄດ້ເກີດມາເພື່ອຊ່ວຍກູ້,
ຊາຍຄົນໜຶ່ງຜູ້ໄດ້ຈາກໂລກນີ້ໄປ,
ມີຄວາມຝັນ ວ່າຈະຟື້ນຄືນຊີວິດໄດ້.19
ຂ້າພະເຈົ້າຂໍມອບຄວາມຝັນເຖິງເບັດເລເຮັມໃຫ້ທ່ານ ເປັນຂອງຂວັນຄຣິດສະມາດ. ແລະ ຂ້າພະເຈົ້າກະທຳໄປໃນພຣະນາມຂອງກຸມມານນ້ອຍ ຜູ້ເຮັດໃຫ້ຄວາມຝັນທັງໝົດເຫລົ່ານັ້ນເກີດເປັນຈິງ, ແມ່ນແຕ່ອົງພຣະເຢຊູຄຣິດເຈົ້າ, ອາແມນ.