ຂອງຂວັນຈາກສະຫວັນ
ໂດຍ ປະທານຣະໂຊ ເອັມ ແນວສັນ
ວັນທີ 6 ເດືອນທັນວາ, 2020
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ມັນເປັນຄ່ຳຄືນທີ່ດີເລີດແທ້ໆ. ວິນຍານຂອງເຮົາໄດ້ຖືກເຊີດຊູໂດຍສຽງເພງ ແລະ ຂ່າວສານທີ່ງົດງາມ. ຊິດສະເຕີ ຄະເຣເວັນ ໄດ້ເຮັດໃຫ້ຫົວໃຈຂອງພວກເຮົາອ່ອນລົງດ້ວຍຂ່າວສານກ່ຽວກັບອ້ອມກອດຈາກສະຫວັນ ແລະ ຜ້າຫົ່ມແຫ່ງການປອບໂຍນ. ແອວເດີ ນຽວສັນ ກໍໄດ້ປະທັບໃຈພວກເຮົາ ຂະນະທີ່ເພິ່ນເລົ່າກ່ຽວກັບຊີວິດຂອງພໍ່ເພິ່ນ, ຜູ້ຊຶ່ງການເປັນທະຫານຂອງເພິ່ນ ໄດ້ພາກເພິ່ນຈາກບຸນຄຣິດສະມາດເປັນເວລາສາມປີຕິດຕໍ່ກັນ. ແອວເດີ ຮໍແລນ ກໍໄດ້ດົນໃຈພວກເຮົາ ຂະນະທີ່ເພິ່ນສິດສອນກ່ຽວກັບພຣະຊົນຊີບຂອງພຣະຜູ້ຊ່ວຍໃຫ້ລອດຂອງໂລກ.
ໃນໂອກາດນີ້ ຂ້າພະເຈົ້າຂໍຂອບໃຈທ່ານທັງຫລາຍສຳລັບການຕອບຮັບຄຳເຊື້ອເຊີນຂອງຂ້າພະເຈົ້າເມື່ອບໍ່ດົນມານີ້ ເພື່ອໃຫ້ສະແດງຄວາມຮູ້ບຸນຄຸນສຳລັບພອນຢ່າງຫລວງຫລາຍຂອງເຮົາໃນສື່ສັງຄົມ. ຫລາຍລ້ານຄົນກໍໄດ້ຕອບຮັບ. ແລະ ຂ້າພະເຈົ້າເອງກໍຮູ້ບຸນຄຸນທີ່ທ່ານໄດ້ສືບຕໍ່ອະທິຖານຫາພຣະບິດາເທິງສະຫວັນຂອງເຮົາ, ເພື່ອຂອບພຣະໄທພຣະອົງສຳລັບການນຳພາ, ການປົກປ້ອງ, ການດົນໃຈ, ແລະ, ເໜືອກວ່າສິ່ງອື່ນໃດ, ສຳລັບຂອງຂວັນທີ່ເປັນພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ.
ບຸນຄຣິດສະມາດກໍ່ໃຫ້ເກີດຄວາມຊົງຈຳທີ່ດີເລີດ. ປີແລ້ວນີ້, ເວັນດີກັບຂ້າພະເຈົ້າໄດ້ມີໂອກາດສະເຫລີມສະຫລອງເທດສະການນີ້ກັບນາງນ້ອຍທີ່ໜ້າຮັກຄົນໜຶ່ງຊື່ວ່າ ຄະແລ ຄຣໍສ໌ບີ, ຜູ້ໄດ້ຮ້ອງເພງຄຣິດສະມາດໃຫ້ຟັງ. ຂ້າພະເຈົ້າຂໍແບ່ງປັນການບັນທຶກຂອງພວກເຮົາ ກ່ຽວກັບການລິເລີ່ມ “ຄວາມສະຫວ່າງຂອງໂລກ” ນັ້ນ.1
ດັ່ງທີ່ ແອວເດີ ຮໍແລນ ໄດ້ເຕືອນເຮົາ, ແທ້ຈິງແລ້ວ ຄ່ຳຄືນທີ່ປະເສີດນັ້ນຫລາຍກວ່າສອງພັນປີມາແລ້ວ ໄດ້ຖືກເຮັດໃຫ້ສັກສິດໂດຍການກຳເນີດຂອງພຣະອົງ ຜູ້ທີ່ໄດ້ຖືກແຕ່ງຕັ້ງລ່ວງໜ້າ ໃຫ້ນຳສັນຕິສຸກມາສູ່ໂລກ ແລະ ດົນໃຈຄວາມດີງາມໃນທ່າມກາງມະນຸດ.2 ພຣະເຢຊູຄຣິດໄດ້ມາກຳເນີດເພື່ອເປັນພອນໃຫ້ມວນມະນຸດ, ໃນອະດີດ, ປະຈຸບັນ, ແລະ ອະນາຄົດ.
ແມ່ນແຕ່ຂະນະທີ່ພວກເຮົາຮ້ອງເພງ “ຄືນສະງັດ,” ພວກເຮົາກໍຮູ້ຈັກເຖິງພຣະຊົນຊີບຂອງພຣະກຸມມານນ້ອຍແຫ່ງເບັດເລເຮັມ ວ່າບໍ່ໄດ້ເລີ່ມຕົ້ນໃນທີ່ນັ້ນ, ທັງບໍ່ໄດ້ສິ້ນສຸດລົງຢູ່ເທິງພູກະໂຫລກຫົວ. ໃນໂລກກ່ອນຊ່ວງມະຕະ, ພຣະເຢຊູໄດ້ຖືກເຈີມໂດຍພຣະບິດາຂອງພຣະອົງໃຫ້ເປັນພຣະເມຊີອາ, ພຣະຄຣິດ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງມວນມະນຸດທັງປວງ. ພຣະອົງໄດ້ຖືກແຕ່ງຕັ້ງລ່ວງໜ້າໃຫ້ຊົດໃຊ້ແທນເຮົາ. “ພຣະອົງໄດ້ຮັບບາດເຈັບເພາະການລ່ວງລະເມີດຂອງເຮົາ [ແລະ] ພຣະອົງມີຮອຍຟົກຊ້ຳເພາະຄວາມຊົ່ວຮ້າຍຂອງເຮົາ”.3 ພຣະອົງໄດ້ສະເດັດມາເພື່ອເຮັດໃຫ້ຄວາມອະມະຕະເກີດເປັນຈິງ ແລະ ຊີວິດນິລັນດອນເປັນໄປໄດ້ສຳລັບທຸກຄົນທີ່ເຄີຍມີຊີວິດ.4
ນັ້ນໝາຍຄວາມວ່າ ເຮົາທຸກຄົນຈະໄດ້ຟື້ນຄືນຊີວິດ—ລວມທັງຄົນທີ່ທ່ານຮັກ ຜູ້ໄດ້ຈາກໄປໃນປີທີ່ປັ່ນປ່ວນນີ້, ແລະ ຜູ້ທີ່ຢູ່ໃນຟາກມ່ານເບື້ອງນັ້ນໃນເວລານີ້. ມັນໝາຍຄວາມວ່າ ເຮົາແຕ່ລະຄົນສາມາດສືບຕໍ່ດຳເນີນໄປໜ້າ. ມັນໝາຍຄວາມວ່າ ເຮົາສາມາດມີຄວາມຫວັງກັບສິ່ງທີ່ດີກວ່າ ທີ່ຈະມາເຖິງ.
ທ່ານເຄີຍສົງໄສບໍວ່າ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງໄດ້ເລືອກມາກຳເນີດໃນບ່ອນທີ່ພຣະອົງໄດ້ກຳເນີດ? ພຣະອົງສາມາດມາກຳເນີດໃນບ່ອນໃດກໍໄດ້ຢູ່ໃນໂລກນີ້. ແຕ່ພຣະອົງໄດ້ເລືອກແຜ່ນດິນນັ້ນ ທີ່ພຣະອົງໄດ້ເຮັດໃຫ້ມັນສັກສິດ.
ພຣະເຢຊູໄດ້ມາກຳເນີດໃນເມືອງເບັດເລເຮັມ. ໃນພາສາເຮັບເຣີ ຄຳວ່າ, ເບັດເລເຮັມ, ໝາຍຄວາມວ່າ “ໂຮງເຂົ້າຈີ່.” ຊ່າງເໝາະສົມແທ້ໆ, ທີ່ “ເຂົ້າຈີ່ແຫ່ງຊີວິດ,”5 ຈະມາຈາກ “ໂຮງເຂົ້າຈີ່.”
ການກຳເນີດຂອງພຣະອົງໄດ້ເກີດຂຶ້ນຢູ່ໃນສະຖານະການທີ່ຕ່ຳຕ້ອຍ ໃນທ່າມກາງຝູງສັດ. ຢູ່ທີ່ນັ້ນ “ພຣະເມສານ້ອຍ”6 ໄດ້ກຳເນີດລະຫວ່າງເທດສະການປັດສະຄາ ໃນທ່າມກາງຝູງສັດທີ່ກຳລັງຖືກກະກຽມເປັນເຄື່ອງຖວາຍສຳລັບງານປັດສະຄາ. ແລະ ໃນວັນໜຶ່ງ, ພຣະອົງຈະເປັນດັ່ງ “ລູກແກະທີ່ຖືກນຳໄປຂ້າ.”7 ພຣະອົງເປັນທັງພຣະເມສານ້ອຍ ແລະ ເປັນທັງພຣະຜູ້ລ້ຽງແກະ.
ໃນເວລາການກຳເນີດຂອງພຣະອົງ ຜູ້ຊຶ່ງຖືກເອີ້ນວ່າ “ຜູ້ລ້ຽງແກະທີ່ດີ,”8 ພວກຜູ້ລ້ຽງແກະໄດ້ເປັນຜູ້ທຳອິດທີ່ໄດ້ຮັບຂ່າວເຖິງເລື່ອງການກຳເນີດທີ່ສັກສິດຂອງພຣະອົງ.9
ໃນເວລາການກຳເນີດຂອງພຣະອົງ ຜູ້ຊຶ່ງຖືກເອີ້ນວ່າ “ດາວເພັກດວງໃສຮຸ່ງເຮືອງ,”10 ດາວດວງໃໝ່ກໍໄດ້ປະກົດຂຶ້ນໃນຟ້າສະຫວັນ.11
ໃນເວລາການກຳເນີດຂອງພຣະອົງ ຜູ້ຊຶ່ງເອີ້ນພຣະອົງເອງວ່າ “ຄວາມສະຫວ່າງຂອງໂລກ,”12 ຄວາມມືດທົ່ວໂລກໄດ້ສະຫລາຍໄປ ເປັນເຄື່ອງໝາຍຂອງການກຳເນີດທີ່ສັກສິດຂອງພຣະອົງ.13
ພຣະເຢຊູໄດ້ຮັບບັບຕິສະມາໃນແມ່ນ້ຳທີ່ຕ່ຳທີ່ສຸດຢູ່ໃນໂລກນີ້, ເປັນສັນຍາລັກເຖິງຄວາມເລິກທີ່ພຣະອົງຈະລົງໄປ ເພື່ອຈະໄດ້ຊ່ວຍເຮົາໃຫ້ລອດພົ້ນ ແລະ ຈາກບ່ອນນັ້ນ ພຣະອົງຈະລຸກຂຶ້ນເໜືອທຸກສິ່ງທັງປວງ—ອີກຄັ້ງ, ເພື່ອຊ່ວຍເຮົາໃຫ້ລອດພົ້ນ.14 ຈາກຕົວຢ່າງຂອງພຣະອົງ, ພຣະອົງໄດ້ສິດສອນວ່າ ເຮົາ, ຄືກັນ, ສາມາດລຸກຂຶ້ນຈາກຄວາມເລິກຂອງການທ້າທາຍສ່ວນຕົວຂອງເຮົາ—ຈາກຄວາມໂສກເສົ້າ, ຄວາມອ່ອນແອ, ແລະ ຄວາມຫ່ວງໃຍຂອງເຮົາ—ເພື່ອຂຶ້ນເຖິງຈຸດສູງຂອງສັກກະຍະພາບທີ່ສະຫງ່າລາສີ ແລະ ໄປເຖິງຈຸດໝາຍປາຍທາງແຫ່ງສະຫວັນຂອງເຮົາ. ທຸກສິ່ງຢ່າງນີ້ເປັນໄປໄດ້ໂດຍຄຸນນະທຳແຫ່ງຄວາມເມດຕາ ແລະ ພຣະຄຸນຂອງພຣະອົງ.
ໃນທ່າມກາງຄວາມແຫ້ງແລ້ງ ແລະ ເຕັມໄປດ້ວຍຝຸ່ນຂອງຖິ່ນແຫ້ງແລ້ງກັນດານ, ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນບົດຮຽນ ທີ່ພຽງແຕ່ເຂົ້າໃຈໄດ້ໂດຍຜູ້ທີ່ຮູ້ຈັກວ່າ ການກະຫາຍນ້ຳນັ້ນ ມັນເປັນຈັ່ງໃດ.
ຕໍ່ຜູ້ຍິງທີ່ນ້ຳສ້າງ, ພຣະເຢຊູໄດ້ສິດສອນວ່າ:
“ທຸກຄົນທີ່ດື່ມນ້ຳນີ້ ຍັງຈະຫິວອີກ:
“ແຕ່ຜູ້ໃດທີ່ດື່ມນ້ຳ ຊຶ່ງເຮົາຈະໃຫ້ນັ້ນ ຈະບໍ່ຢາກອີກຈັກເທື່ອ; ນ້ຳທີ່ເຮົາຈະໃຫ້ນັ້ນຈະກາຍເປັນນ້ຳພຸໃນຕົວຂອງຜູ້ນັ້ນ ແລະ ຈະພຸ່ງຂຶ້ນເຖິງຊີວິດນິລັນດອນ.”15
ພຣະຄຳພີຂໍ້ນີ້ເຕືອນໃຈຂ້າພະເຈົ້າເຖິງປະສົບການທີ່ລະອຽດອ່ອນ ທີ່ຂ້າພະເຈົ້າໄດ້ມີກັບແອວເດີ ມາກ ອີ ພີເຕີເຊັນ.16 ຕອນນັ້ນເພິ່ນເປັນສະມາຊິກຄົນໜຶ່ງໃນກຸ່ມອັກຄະສາວົກສິບສອງ, ແລະ ກ່ອນທີ່ຂ້າພະເຈົ້າໄດ້ຖືກເອີ້ນສູ່ກຸ່ມນັ້ນ, ຂ້າພະເຈົ້າໄດ້ມີໂອກາດເດີນທາງໄປຫາແຜ່ນດິນສັກສິດກັບເພິ່ນ ຊຶ່ງເປັນການເດີນທາງເທື່ອສຸດທ້າຍຂອງເພິ່ນໃນຊ່ວງມະຕະນີ້.
ແອວເດີ ພີເຕີເຊັນ ໄດ້ຮັບທຸກທໍລະມານຫລາຍດ້ວຍໂຣກມະເລັງ. ລະຫວ່າງຄືນທີ່ດົນນານ ແລະ ເຈັບປວດຂອງເພິ່ນນັ້ນ, ຂ້າພະເຈົ້າໄດ້ພະຍາຍາມຈົນສຸດຄວາມສາມາດ ເພື່ອປອບໃຈເພິ່ນ. ຂ້າພະເຈົ້າເຫັນເພິ່ນສາມາດກິນ ແລະ ດື່ມໄດ້ພຽງແຕ່ ເລັກນ້ອຍ ເທົ່ານັ້ນ. ມື້ຕໍ່ມາເປັນວັນທີ່ເພິ່ນຖືກມອບໝາຍໃຫ້ກ່າວປາໄສທີ່ສຳຄັນ.
ຕອນເຊົ້າໄດ້ມາເຖິງ. ດ້ວຍຄວາມກ້າຫານ, ແອວເດີ ພີເຕີເຊັນ ໄດ້ໄປຫາແຄມຝັ່ງທະເລຄາລີເລ, ບ່ອນທີ່ຝູງຊົນຢ່າງຫລວງຫລາຍໄດ້ລໍຖ້າເພິ່ນຢູ່. ເພິ່ນໄດ້ເລືອກສິດສອນຈາກຄຳເທດສະໜາຢູ່ຄ້ອຍພູຂອງພຣະຜູ້ຊ່ວຍໃຫ້ລອດ. ເມື່ອແອວເດີ ພີເຕີເຊັນ ໄດ້ກ່າວເຖິງຂໍ້ຄວາມທີ່ວ່າ “ຜູ້ໃດອຶດຫິວ ແລະ ກະຫາຍຄວາມຊອບທຳກໍເປັນສຸກ,”17 ເພິ່ນໄດ້ມີນ້ຳຕາຄາປໍ້. ເພິ່ນໄດ້ວາງບົດປາໄສຂອງເພິ່ນລົງໄວ້, ເງີຍໜ້າຂຶ້ນ, ແລະ ຖາມວ່າ, “ພວກທ່ານຮູ້ຈັກບໍວ່າ ການອຶດຫິວ ແລະ ການກະຫາຍ ນັ້ນ ມັນເປັນຈັ່ງໃດ ແທ້ໆ?” ຂ້າພະເຈົ້າຮູ້ວ່າ ເພິ່ນຮູ້ຈັກ ແທ້ໆ. ແລ້ວເພິ່ນໄດ້ສິດສອນວ່າ, “ເມື່ອທ່ານອຶດຫິວ ແລະ ກະຫາຍຄວາມຊອບທຳແທ້ໆ, ແລ້ວທ່ານຈະສາມາດກາຍເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ.” ແອວເດີ ພີເຕີເຊັນ ໄດ້ເປັນຕົວຢ່າງເຖິງເລື່ອງນີ້ແທ້ໆ. ບໍ່ດົນຫລັງຈາກນັ້ນ, ເພິ່ນກໍໄດ້ຈາກຊີວິດມະຕະນີ້ໄປ.18
ເມື່ອໃດກໍຕາມທີ່ຂ້າພະເຈົ້າໄຕ່ຕອງກ່ຽວກັບການອຶດຫິວ ແລະ ການກະຫາຍຄວາມຊອບທຳ, ຂ້າພະເຈົ້າໄດ້ຄິດກ່ຽວກັບອັກຄະສາວົກທີ່ໜ້ານັບຖືຜູ້ນີ້ ທີ່ໄດ້ອຸທິດຄຳເທດສະໜາເທື່ອສຸດທ້າຍຂອງເພິ່ນ ເພື່ອສິດສອນຄວາມໝາຍທີ່ ແທ້ຈິງ ຂອງການສະແຫວງຫາພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດ, ການອຶດຫິວ ແລະ ການກະຫາຍຄວາມຊອບທຳ, ການກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ.
ປີນີ້, ຊິດສະເຕີ ແນວສັນກັບຂ້າພະເຈົ້າໄດ້ເລີ່ມຕົ້ນວຽກງານແຫ່ງຄວາມຮັກຂອງບຸນຄຣິດສະມາດສຳລັບຄອບຄົວຂອງພວກເຮົາໄວກວ່າເກົ່າ. ໃນຕົ້ນເດືອນພະຈິກ, ເວັນດີໄດ້ບອກວ່າ ພວກເຮົາກຽມພ້ອມສຳລັບບຸນຄຣິດສະມາດແລ້ວ. ຂ້າພະເຈົ້າໄດ້ຕອບໄປທັນທີວ່າ, “ໂອ, ດີແລ້ວ! ບັດນີ້ ພວກເຮົາສາມາດເອົາໃຈໃສ່ຕໍ່ພຣະຜູ້ຊ່ວຍໃຫ້ລອດເນາະ.”
ລະຫວ່າງປີນີ້ທີ່ບໍ່ເຄີຍເປັນມາກ່ອນ, ເມື່ອທຸກຄົນໃນທົ່ວໂລກໄດ້ຮັບທຸກທໍລະມານກັບຜົນກະທົບຂອງການລະບາດທົ່ວໂລກ, ບໍ່ມີສິ່ງໃດທີ່ສຳຄັນຫລາຍໄປກວ່າການທີ່ເຮົາສາມາດເຮັດໃຫ້ບຸນຄຣິດສະມາດເທື່ອນີ້ ເຈາະຈົງຢູ່ທີ່ພຣະຜູ້ຊ່ວຍໃຫ້ລອດ ແລະ ຂອງຂວັນ ຊຶ່ງພຣະຊົນຊີບຂອງພຣະອົງມີຄວາມໝາຍແນວໃດແທ້ໆຕໍ່ເຮົາແຕ່ລະຄົນ.
ພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ “ຮັກໂລກຫລາຍທີ່ສຸດ ຈົນ ໄດ້ປະທານ ພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.”19
ແລ້ວພຣະບຸດຂອງພຣະເຈົ້າໄດ້ສັນຍາກັບເຮົາວ່າ “ຜູ້ໃດທີ່ຍັງມີຊີວິດຢູ່ ແລະ ເຊື່ອໃນເຮົາ ຈະບໍ່ຕາຍຈັກເທື່ອ.” 20 ຊ່າງເປັນ ຂອງຂວັນ ທີ່ບໍ່ສາມາດບັນຍາຍ ແລະ ຫາທີ່ປຽບບໍ່ໄດ້ຂອງພຣະບິດາ ແລະ ພຣະບຸດແທ້ໆ!
ຂ້າພະເຈົ້າຂອບຄຸນພຣະເຈົ້າສຳລັບຂອງຂວັນທີ່ເປັນພຣະບຸດທີ່ຮັກຂອງພຣະອົງ. ແລະ ຂ້າພະເຈົ້າຂອບພຣະໄທອົງພຣະເຢຊູຄຣິດເຈົ້າຂອງເຮົາສຳລັບການເສຍສະລະ ແລະ ພາລະກິດອັນບໍ່ສາມາດປຽບທຽບໄດ້ຂອງພຣະອົງ. ໃນການສະເດັດມາຄັ້ງທຳອິດຂອງພຣະອົງ, ພຣະເຢຊູໄດ້ສະເດັດມາເກືອບເປັນແບບລັບໆ. ແຕ່ໃນການສະເດັດມາຄັ້ງທີສອງຂອງພຣະອົງ, ລັດສະໝີພາບຂອງພຣະຜູ້ເປັນເຈົ້າ “ຈະປະກົດແຈ້ງ, ແລະ ທຸກປະຊາຊາດກໍຈະໄດ້ເຫັນ.”21 ແລ້ວພຣະອົງຈະ “ເປັນພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະ ເປັນມະຫາກະສັດເໜືອກະສັດທັງຫລາຍ.”22
ບັດນີ້, ໃນຖານະຜູ້ຮັບໃຊ້ທີ່ມີສິດອຳນາດຂອງພຣະຜູ້ຊ່ວຍໃຫ້ລອດ, ຂ້າພະເຈົ້າຂໍມອບພອນໃຫ້ແກ່ທ່ານແຕ່ລະຄົນ, ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ. ຂໍໃຫ້ທ່ານ ແລະ ຄອບຄົວຂອງທ່ານຈົ່ງໄດ້ຮັບພອນດ້ວຍສັນຕິສຸກ, ດ້ວຍຄວາມສາມາດເພີ່ມເຕີມທີ່ຈະໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ, ແລະ ຮັບເອົາການເປີດເຜີຍດ້ວຍຄວາມສາມາດເພີ່ມເຕີມທີ່ຈະຮູ້ວ່າ ພຣະບິດາຂອງເຮົາ ແລະ ພຣະບຸດຂອງພຣະອົງຮັກທ່ານຫລາຍຂະໜາດໃດ, ແລະ ພ້ອມແລ້ວທີ່ຈະນຳພາທຸກຄົນຜູ້ສະແຫວງຫາພວກພຣະອົງ. ຂ້າພະເຈົ້າຂໍລວມຖ້ອຍຄຳຂອງຂ້າພະເຈົ້າເຂົ້າກັບຖ້ອຍຄຳຂອງໂມໂຣໄນ ແລະ “ແນະນຳໃຫ້ທ່ານສະແຫວງຫາພຣະເຢຊູອົງນີ້ ຜູ້ຊຶ່ງສາດສະດາ ແລະ ອັກຄະສາວົກໄດ້ຂຽນໄວ້, ເພື່ອພຣະຄຸນຂອງພຣະເຈົ້າອົງເປັນພຣະບິດາ, ແລະ ຂອງອົງພຣະເຢຊູຄຣິດເຈົ້ານຳອີກ, ແລະ ພຣະວິນຍານບໍລິສຸດ, … ຈະຢູ່ນຳ ແລະ ສະຖິດຢູ່ໃນທ່ານຕະຫລອດໄປ.”23 ຂ້າພະເຈົ້າອະທິຖານສຳລັບສິ່ງນີ້, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.