ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
12nielson


12NIELSON-0

ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ

ວັນທີ 6 ເດືອນ​ທັນ​ວາ, 2020

ອົງ​ສັນ​ຕິ​ລາດ

(ເອ​ຊາ​ຢາ 9:6)

ໂດຍ ແອວ​ເດີ ບເຣັ້ນ ເອັຈ ນຽວ​ສັນ

ຈາກ​ຝ່າຍ​ປະ​ທານ​ສາ​ວົກ​ເຈັດ​ສິບ

ໃນ​ເວ​ລາ​ໜຶ່ງ ແລະ ໃນ​ສະ​ຖານ​ທີ່​ແຫ່ງ​ໜຶ່ງ​ທີ່​ຫ່າງ​ໄກ, ນໍ​ແມນ ນຽວ​ສັນ ພໍ່​ຂອງ​ຂ້າ​ພະ​ເຈົ້າ, ຕອນ​ນັ້ນ​ເປັນ​ຊາຍ​ໜຸ່ມ ທີ່​ປະ​ຈຳ​ການ​ໃນ​ປີ​ທີ​ສອງ ຂອງ​ຈຳ​ນວນ​ສີ່​ປີ ຕໍ່​ສູ້​ຢູ່​ໃນ​ເຂດ​ປາ​ຊີ​ຟິກ ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ. ໃນ​ຮູບນີ້ ຢູ່​ໜ້າ​ຜ້າ​ເຕັ້ນ​ຂອງ​ເພິ່ນ, ເພິ່ນ​ເປັນ​ຜູ້​ຊ່ຽວ​ຊານ​ຕໍ່​ຕ້ານ​ເຮືອ​ບິນ ອາ​ໄສ​ຢູ່​ໃນ​ປ່າ​ຂອງ​ປະ​ເທດ​ປາ​ປົວ​ນິວ​ກີ​ເນ. ໃນ​ວັນ​ບຸນ​ຄຣິດ​ສະ​ມາດ ຂອງ​ປີ 1943, ເພິ່ນ​ໄດ້​ຂຽນ​ຈົດ​ໝາຍ​ສະ​ບັບ​ນີ້​ຫາ​ແມ່​ຂອງ​ເພິ່ນ​ຢູ່​ບ້ານ​ທີ່​ເປັນ​ແມ່​ໝ້າຍ​ວ່າ: “ດັ່ງ​ທີ່​ແມ່​ສັງ​ເກດ​ເຫັນ​ໄດ້​ຕາມ​ວັນ​ທີ, ມື້​ນີ້​ເປັນ​ວັນ​ບຸນ​ຄຣິດ​ສະ​ມາດ. ລູກ​ໄດ້​ຕື່ນ​ນອນ​ເວ​ລາ 7:00 ໂມງ​ເຊົ້າ, ໄດ້​ກິນ​ເຂົ້າ​ເຊົ້າ, ແລະ ແລ້ວ​ໄດ້​ເຮັດ​ວຽກ​ຈົນ​ເຖິງ​ບ່າຍ 3:00 ໂມງ ຈາກ​ນັ້ນ​ລູກ​ໄດ້​ລົງ​ໄປ​ຫ້ວຍ​ນ້ຳ​ເພື່ອ​ຊັກ​ເຄື່ອງ ແລະ ອາບ​ນ້ຳ. ຄາບ​ເຂົ້າ​ແລງມື້ນີ້ ມີ​ຊີ້ນ​ໄກ່​ງວງ​ຕ່ອນ​ນ້ອຍໆ, ມັນ​ດ້າງ, ສາ​ລີ, ເຂົ້າ​ຈີ່​ປະ​ສົມ​ເຄື່ອງ​ເທດ, ແລະ ເຂົ້າ​ໜົມ​ຖ້ວຍ​ໃສ່​ໝາກ​ລະ​ແຊ້ງ. ລູກ​ກໍ​ຢາກ​ຢູ່​ເຮືອນ​ກັບ​ແມ່ ແລະ ຄອບ​ຄົວ ນັ່ງ​ຢູ່​ໂຕະ​ກິນ​ເຂົ້າ​ຢຽດ​ຂາ​ສະ​ບາຍ ແລະ ກິນ​ທຸກ​ສິ່ງ​ທຸກ​ຢ່າງ​ອີກ​ຄັ້ງ ທີ່​ພວກ​ເຮົາ​ເຄີຍ​ກິນ ຕອນ​ພວກ​ເຮົາ​ໄດ້​ຢູ່​ນຳ​ກັນ​ສອງ​ສາມ​ປີ​ກ່ອນ. ພວກ​ທະ​ຫານ​ຜິດ​ຫວັງ​ຫລາຍ ທີ່​ຫໍ່​ຂອງ​ຂວັນ​ຄຣິດ​ສະ​ມາດ​ຂອງ​ພວກ​ເຮົາ​ບໍ່​ໄດ້​ມາ​ຮອດ​ກ່ອນ​ວັນ​ບຸນຄຣິດ​ສະ​ມາດ. ພວກ​ເຮົາ​ຫລາຍ​ຄົນ​ບໍ່​ໄດ້​ຮັບ​ຫຍັງ​ເລີຍ​ສຳ​ລັບ​ວັນ​ບຸນ​ຄຣິດ​ສະ​ມາດ. ລູກ​ຈື່​ຄຳ​ທີ່​ແມ່​ບອກ​ລູກ​ຫລາຍ​ເທື່ອ​ວ່າ ເຮົາ​ຈະ​ບໍ່​ຄິດ​ຮອດ​ນ້ຳ ຈົນ​ກວ່າ​ນ້ຳ​ສ້າງ​ແຫ້ງ.”

ປີ​ແລ້ວ​ນີ້ ມາ​ເຊຍ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຊູ​ແຊນ ນ້ອງ​ສາວ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ຂຽນ​ປະ​ຫວັດ​ຂອງ​ພໍ່​ຂ້າ​ພະ​ເຈົ້າ ລະ​ຫວ່າງ​ສີ່​ປີ​ຂອງ​ການ​ຮັບ​ໃຊ້​ຂອງ​ເພິ່ນ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ. ເຂົາ​ເຈົ້າ​ໄດ້​ຮວບ​ຮວມ​ຈົດ​ໝາຍ​ທັງ​ໝົດ​ທີ່​ເພິ່ນ​ໄດ້​ຂຽນ​ຫາ​ແມ່​ຂອງ​ເພິ່ນ. ຂ້າ​ພະ​ເຈົ້າ​ເວົ້າ​ໄດ້​ວ່າ ເມື່ອ​ຂ້າ​ພະ​ເຈົ້າ​ອ່ານ​ຈົດ​ໝາຍ​ຄຣິດ​ສະ​ມາດ​ທີ່​ທຸກ​ທໍ​ລະ​ມານ​ນັ້ນ, ຂ້າ​ພະ​ເຈົ້າ​ຈົນ​ບໍ່​ຢາກ​ເຊື່ອ​ວ່າ​ມັນ​ເປັນ​ຄວາມ​ຈິງ. ເຖິງ​ແມ່ນ​ວ່າ​ສິ່ງນີ້​ອາດ​ເບິ່ງ​ບໍ່​ສຳ​ຄັນ​ຕໍ່​ທ່ານ, ເພາະ​ເພິ່ນ​ເປັນ​ພໍ່​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ທີ່​ຂ້າ​ພະ​ເຈົ້າ​ຮັກ, ຂ້າ​ພະ​ເຈົ້າ​ຈຶ່ງ​ຢາກ​ປ່ຽນ​ເຫດ​ການ​ຂອງ​ວັນ​ບຸນ​ຄຣິດ​ສະ​ມາດ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ຂຶ້ນ​ຢູ່​ໃນ​ໃຈ​ວ່າ, “ຊາຍ​ໜຸ່ມ​ຈາກ​ລັດ​ໄອ​ດາ​ໂຮ​ຄົນ​ນີ້​ຕ້ອງ​ອົດ​ທົນ​ກັບ​ຄວາມ​ທຸກ​ທໍ​ລະ​ມານ​ໄປ​ອີກ​ດົນ​ປານ​ໃດ?” ເພິ່ນ​ໄດ້​ສູນ​ເສຍ​ພໍ່​ດ້ວຍ​ໂຣກ​ຫົວ​ໃຈ​ວາຍ ຕອນ​ເພິ່ນ​ມີ​ອາ​ຍຸ 12 ປີ. ແມ່​ໄດ້​ລ້ຽງ​ດູ​ເພິ່ນ, ແລະ ເພິ່ນ​ໄດ້​ຖືກ​ເກນ​ໄປ​ເປັນ​ທະ​ຫານ, ແລະ ບັດ​ນີ້ ອາ​ໄສ​ຢູ່​ໃນ​ປ່າ ທ່າມ​ກາງ​ການ​ສູ້​ຮົບ​ທີ່​ດຸ​ເດືອດ. ຢ່າງ​ໜ້ອຍ​ກໍ​ໃຫ້​ເພິ່ນ​ໄດ້​ຮັບ​ຂອງ​ຂວັນ​ຄຣິດ​ສະ​ມາດ​ຈັກ​ຢ່າງ​ສອງ​ຢ່າງ​ບໍ່​ໄດ້​ບໍ? ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຂອງ​ເພິ່ນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ ພຣະ​ວິນ​ຍານ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ: “ບເຣັ້ນ, ເຈົ້າ​ຮູ້​ວ່າ ເລື່ອງ​ນີ້​ຈົບ​ລົງ​ແນວ​ໃດ. ໃນ​ທີ່​ສຸດ​ພໍ່​ຂອງ​ເຈົ້າ​ກໍ​ໄດ້​ຮັບ​ຂອງ​ຂວັນ​ທີ່​ສຳ​ຄັນ​ທີ່​ສຸດ ແລະ ໄດ້​ມີ​ຊີ​ວິດ​ຕໍ່​ໄປ​ທີ່​ເຕັມ​ໄປ​ດ້ວຍ​ສັດ​ທາ ກັບ​ວັນ​ບຸນ​ຄຣິດ​ສະ​ມາດ ຊຶ່ງ​ເປັນ​ຊ່ວງ​ເວ​ລາ​ທີ່​ເພິ່ນ​ມັກ​ຫລາຍ​ຂອງ​ແຕ່​ລະ​ປີ.”

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ອ່ານ​ປະ​ຫວັດ​ຂອງ​ເພິ່ນ​ຕໍ່​ໄປ, ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ເຖິງ​ຈົດ​ໝາຍ​ສະ​ບັບ​ສຸດ​ທ້າຍ​ຂອງ​ເພິ່ນ ທີ່​ສົ່ງ​ຫາ​ແມ່​ໃນ​ເດືອນ​ກຸມ​ພາ ປີ 1945. ລະ​ຫວ່າງ​ສີ່​ປີ​ນັ້ນ​ຂອງ​ເພິ່ນ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ນາຍ​ພົນ ດັກ​ລາສ໌ ແມັກ​ອາ​ເຕີ, ເພິ່ນ​ໄດ້​ສູ້​ຮົບ​ຈາກ​ເມືອງ​ດາ​ວິນ, ປະ​ເທດ​ອົດ​ສະ​ຕຣາ​ລີ, ເຖິງ​ປະ​ເທດ​ປາ​ປົວ​ນິວ​ກີ​ເນ, ເຖິງ ອ່າວ​ເມືອງ​ເລ້​ເຕ ໃນປະ​ເທດ​ຟີ​ລິບ​ປີນ, ແລະ ໃນ​ທີ່​ສຸດ​ໄປ​ເຖິງ​ເມືອງ​ມະ​ນີ​ລາ, ບ່ອນ​ທີ່​ເພິ່ນ​ສຳ​ເລັດ​ການ​ເປັນ​ທະ​ຫານ ແລະ ໄດ້​ກັບ​ຄືນ​ບ້ານ. ສ່ວນ​ຫລາຍ​ແລ້ວ ໃນ​ໄລ​ຍະ​ທີ່​ເພິ່ນ​ໄດ້​ຮັບ​ໃຊ້​ໃນ​ກອງ​ທັບ ມັນ​ບໍ່​ມີ​ການ​ປະ​ຊຸມ​ໂບດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ແຕ່​ເມື່ອ​ເພິ່ນ​ໄປ​ເຖິງ​ປະ​ເທດ​ຟີ​ລິບ​ປີນ, ໃນ​ທ້າຍ​ການ​ເປັນ​ທະ​ຫານ, ເພິ່ນ​ໄດ້​ພົບ​ເຫັນ​ໜ່ວຍ​ສາດ​ສະ​ໜາ​ຈັກ. ຫລັງ​ຈາກ​ໄດ້​ໄປ​ຮ່ວມ​ກອງ​ປະ​ຊຸມ​ໂບດ, ເພິ່ນ​ໄດ້​ຂຽນ​ຈົດ​ໝາຍ​ທີ່​ໜ້າ​ສົນ​ໃຈ​ຫາ​ແມ່ ມີ​ຄວາມ​ວ່າ: “ລູກ​ໄດ້​ໄປ​ໂບດ​ມື້​ວານ​ນີ້, ແຕ່ບໍ່​ໄດ້​ສົນ​ໃຈ​ຫລາຍ​ກັບ​ຄຳ​ປາ​ໄສ. ແມ່​ເອີຍ ຫລາຍ​ສິ່ງ​ຫລາຍ​ຢ່າງ​ເບິ່ງ​ຄືບໍ່​ສຳ​ຄັນ​ຕໍ່​ລູກ​ໃນ​ເວ​ລາ​ນີ້ ຊຶ່ງ​ແຕ່​ກ່ອນ​ແມ່ນ​ສຳ​ຄັນ​ຫລາຍ. ລູກ​ບໍ່​ໄດ້​ໝາຍ​ເຖິງ​ຄວາມ​ເຊື່ອ​ໃນ​ພຣະ​ເຈົ້າ, ເລື່ອງ​ນັ້ນ​ລູກ​ເຂັ້ມ​ແຂງ​ຕະ​ຫລອດ​ຢູ່​ແລ້ວ, ແຕ່​ລູກ​ໄດ້​ເບິ່ງ​ພຣະ​ເຈົ້າ​ວ່າ ເປັນ​ຜູ້​ທີ່​ມີ​ຄວາມ​ຮັກ ແລະ ມີ​ຄວາມ​ເຂົ້າ​ໃຈ ແທນ​ທີ່​ຈະ​ຄິດ​ວ່າ ພຣະ​ອົງ​ເປັນ​ຜູ້​ທີ່​ພຽງ​ແຕ່​ຢືນ​ຢູ່​ເໜືອ​ເຮົາ ເພື່ອ​ລົງ​ໂທດ​ເຮົາ ສຳ​ລັບ​ຄວາມ​ຜິດ​ພາດ​ທັງ​ໝົດ​ຂອງ​ເຮົາ.”

ສິ່ງ​ທີ່​ພຣະ​ວິນ​ຍານ​ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ແມ່ນ​ວ່າ ຜ່ານ​ທາງ​ການ​ທົດ​ສອບ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ, ການ​ມີ​ພາກ​ສ່ວນ​ໃນ​ສົງ​ຄາມ​ທີ່​ຮ້າຍ​ແຮງ​ທີ່​ສຸດ ບ່ອນ​ທີ່​ທະ​ຫານ​ບົກ, ນາງ​ພະ​ຍາ​ບານ, ທະ​ຫານ​ເຮືອ, ທະ​ຫານ​ອາ​ກາດ, ແລະ ປະ​ຊາ​ຊົນ​ຜູ້​ບໍ່​ມີ​ຄວາມ​ຜິດ​ທັງ​ສອງ​ຝ່າຍ​ຖືກ​ຂ້າ​ຕາຍ​ຢ່າງ​ຫລວງ​ຫລາຍ, ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ຂອງ​ຂວັນ—ເພິ່ນ​ໄດ້​ພົບ​ເຫັນ​ວິນ​ຍານ​ທີ່​ແທ້​ຈິງ​ຂອງ​ວັນ​ບຸນ​ຄຣິດ​ສະ​ມາດ. ເພິ່ນ​ໄດ້​ຮຽນ​ຮູ້​ວ່າ ເພິ່ນ​ມີ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ຜູ້​ເຂົ້າ​ໃຈ ແລະ ເຝົ້າ​ດູ​ແລ​ເພິ່ນ. ບົດ​ຮຽນ​ຕະ​ຫລອດ​ຊີ​ວິດ​ທີ່​ສຳ​ຄັນ​ທີ່​ສຸດ ທີ່​ເພິ່ນ​ໄດ້​ຮຽນ​ຮູ້​ແມ່ນ​ສິ່ງ​ນີ້: “ເພາະ​ວ່າ​ພຣະ​ເຈົ້າ​ຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ, ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ, ແຕ່​ມີ​ຊີ​ວິດ​ອັນ​ຕະ​ຫລອດ​ໄປ​ເປັນ​ນິດ.”1 ໃນ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ຂອງ​ເພິ່ນ, ເມື່ອ​ເພິ່ນ​ໄດ້​ອົດ​ທົນ​ຈົນ​ສຸດ​ຄວາມ​ສາ​ມາດ, ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ສິ່ງ​ທີ່​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ພົບ​ເຫັນ ໄດ້​ນຳ​ຄວາມ​ສະ​ຫງົບ ແລະ ຄວາມ​ຊື່ນ​ຊົມ ແລະ ຄວາມ​ສຸກ​ມາ​ໃຫ້​ເພິ່ນ ຢູ່​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສັບ​ສົນ ແລະ ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ​ທໍ​ລະ​ມານ. ຂະ​ນະ​ທີ່​ເພິ່ນ​ໜີ​ຈາກ​ສົງ​ຄາມ, ເພິ່ນ​ໄດ້​ນຳ​ເອົາ​ຂອງ​ຂວັນ​ນີ້​ກັບ​ຄືນ​ບ້ານ​ກັບ​ເພິ່ນ.

ຂ້າ​ພະ​ເຈົ້າ​ບໍ່​ແນ່​ໃຈ​ວ່າ ຂ້າ​ພະ​ເຈົ້າ​ສາ​ມາດ​ທົນ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ປະ​ເຊີນ​ໃນ​ລະ​ຫວ່າງ​ສາມ​ປີ​ທີ່​ບໍ່​ໄດ້​ຢູ່​ບ້ານ​ໃນ​ວັນ​ບຸນ​ຄຣິດ​ສະ​ມາດ​ເຫລົ່າ​ນັ້ນ​ຫລື​ບໍ່, ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ ບົດ​ຮຽນ​ທີ່​ເພິ່ນ​ໄດ້​ຮຽນ​ຮູ້ ແລະ ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ແມ່ນ​ວ່າ ຂອງ​ຂວັນ​ທີ່​ແທ້​ຈິງ​ໃນ​ວັນ​ບຸນ​ຄຣິດ​ສະ​ມາດ, ທີ່​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ປະ​ທານ​ໃຫ້, ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ. ຄຣິດ​ສະ​ມາດ​ເທື່ອ​ນີ້, ຍ້ອນ​ສະ​ພາບ​ການ​ຂອງ​ໂລກ, ເຮົາ​ບາງ​ຄົນ​ອາດ​ພົບ​ເຫັນ​ຕົວ​ເອງ​ຢູ່​ໃນ​ສະ​ຖາ​ນະ​ການ​ທີ່​ຢູ່​ຫ່າງ​ໄກ​ຈາກ​ຄອບ​ຄົວ ຫລື ຕ້ອງ​ໄດ້​ຢູ່​ຫ່າງ​ຈາກ​ເຂົາ​ເຈົ້າ ເຖິງ​ແມ່ນ​ເຂົາ​ເຈົ້າ​ອາ​ໄສ​ຢູ່​ໃກ້​ກໍ​ຕາມ. ເຮົາ​ບາງ​ຄົນ​ອາດ​ຮູ້​ສຶກ​ໃນ​ປີ​ນີ້ ຄື​ກັນ​ກັບ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໃນ​ວັນ​ບຸນ​ຄຣິດ​ສະ​ມາດ ຂອງ​ປີ 1943. ເຮົາ​ອາດ​ສົງ​ໄສວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງບໍ່​ໄດ້​ຮັບ​ຂອງ​ຂວັນ​ຈັກ​ຢ່າງ ຫລື ບໍ່​ມີ​ໃຜ​ມາ​ຢ້ຽມ​ຢາມ​ເລີຍ. ແຕ່​ຖ້າ​ຫາກ​ເຮົາ​ແຫງນ​ໜ້າ​ຂຶ້ນ ແລະ ຫລຽວ​ຫາ​ພຣະ​ເຈົ້າ ແລະ ມີ​ຊີ​ວິດ​ຕໍ່​ໄປ, ແລ້ວ​ເຮົາ​ຈະ​ພົບ​ເຫັນ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ຂອງ​ຂວັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ. ການ​ເປີດ​ຂອງ​ຂວັນ​ນັ້ນ ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຊີ​ວິດ​ທີ່​ດີ ແລະ ສະ​ຫງົບ​ສຸກ​ໄດ້.

ໃນ​ພຣະ​ທຳ​ມາ​ຣະ​ໂກ ບົດ​ທີ 4 ຂອງ​ພຣະ​ຄຳ​ພີ​ໃໝ່, ພວກ​ສາ​ວົກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ມີ​ປະ​ສົບ​ການ​ທີ່​ໜ້າ​ຢ້ານ​ກົວ. ພວກ​ເພິ່ນ​ໄດ້​ຢູ່​ໃນ​ເຮືອ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ​ທະ​ເລ​ສາບ​ຄາ​ລີ​ເລ ເມື່ອ​ລົມ​ພະ​ຍຸ​ໄດ້​ເກີດ​ຂຶ້ນ. ພວກ​ສາ​ວົກ​ເກີດ​ຢ້ານ​ກົວ, ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ກັບ​ພວກ​ເພິ່ນ​ວ່າ, “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຢ້ານ? “ພວກ​ເຈົ້າ​ຍັງ​ບໍ່​ມີ​ສັດ​ທາ​ບໍ?”2 ດ້ວຍ​ສຸ​ລະ​ສຽງ​ບັນ​ຊາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ໃຫ້​ລົມ​ເຊົາ​ພັດ ແລະ ຟອງ​ນ້ຳ​ກໍ​ສະ​ຫງົບ​ງຽບ. ແລ້ວ​ພວກ​ສາ​ວົກ​ໄດ້​ຖາມ​ຄຳ​ຖາມ​ທີ່​ສະ​ທ້ອນ​ໃຈ​ນີ້ ຊຶ່ງ​ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ໄຕ່​ຕອງ​ໃນ​ຊ່ວງ​ບຸນ​ຄຣິດ​ສະ​ມາດ​ນີ້​ວ່າ: “ທ່ານ​ຜູ້​ນີ້​ເປັນ​ຜູ້​ໃດ​ໜໍ, ແມ່ນ​ແຕ່​ລົມ ແລະ ຟອງ​ທະ​ເລ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ?”3 ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ຕອບ​ຄຳ​ຖາມ​ນີ້. ພຣະ​ເຢ​ຊູ​ຄຣິດ​ຄື “[ຜູ້​ປຶກ​ສາ​ທີ່​ອັດ​ສະ​ຈັນ], ພຣະ​ເຈົ້າ​ຊົງ​ລິດ, ພຣະ​ບິ​ດາ​ສືບ​ໄປ, ອົງ​ສັນ​ຕິ​ລາດ.”4 “ໂດຍ​ທາງ​ພຣະ​ອົງ, ແລະ ຜ່ານ​ພຣະ​ອົງ, ແລະ ຈາກ​ພຣະ​ອົງ, ໂລກ​ຕ່າງໆ​ຈຶ່ງ​ຖືກ​ສ້າງ​ຂຶ້ນ​ມາ.”5 ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ; ພຣະ​ອົງ​ເປັນ​ພຣະ​ບຸດ​ຫົວ​ປີ​ຂອງ​ພຣະ​ບິ​ດາ.

ເອ​ຊາ​ຢາ​ໄດ້​ບັນ​ຍາຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ທາງ​ນີ້​ວ່າ: “ພວກ​ເຈົ້າ​ຕັ້ງ​ບໍ່​ຮູ້? ພວກ​ເຈົ້າ​ບໍ່​ໄດ້​ຍິນ​ບໍ? ພຣະ​ຜູ້​ເປັນ​ເຈົ້າ​ຄື​ພຣະ​ເຈົ້າ​ເປັນ​ຢູ່​ສືບ​ໄປ​ເປັນ​ນິດ; ພຣະ​ອົງ​ເປັນ​ຜູ້​ສ້າງ​ສັບ​ພະ​ສິ່ງ​ຢູ່​ໃນ​ໂລກ​ເຮົາ, ພຣະ​ອົງ​ບໍ່​ເຄີຍ​ກ່າວ​ວ່າ ພຣະ​ອົງ​ອ່ອນ​ແຮງ​ຈັກ​ເທື່ອ? … ພວກ​ທີ່​ລໍ​ຄອຍ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ຮັບ​ການ​ເສີມ​ກຳ​ລັງ​ເຮື່ອ​ແຮງ​ຂຶ້ນ​ໃໝ່; ພວກ​ເຂົາ​ຈະ​ແລ່ນ​ໄດ້ ແລະ ບໍ່​ອິດ​ເມື່ອຍ​ອ່ອນ​ແຮງ, ພວກ​ເຂົາ​ຈະ​ຍ່າງ​ໄປ ແລະ ບໍ່​ອ່ອນ​ເພຍ​ລົງ​ອີກ.”6

ຍ້ອນ​ຖ້ອຍ​ຄຳ​ເຫລົ່າ​ນີ້ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ເຊື້ອ​ເຊີນ​ເຮົາ​ທຸກ​ຄົນ ໃນ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ​ນີ້ ແລະ ຕະ​ຫລອດ​ໄປ​ວ່າ, “ບັນ​ດາ​ຜູ້​ທີ່​ເຮັດ​ການ​ໜັກ​ໜ່ວງ ແລະ ແບກ​ພາ​ລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ. … ເພາະ​ວ່າ​ເຮົາ​ມີ​ໃຈ​ສຸ​ພາບ ແລະ ອ່ອນ​ຫວານ: ແລະ ພວກ​ເຈົ້າ​ຈະ​ໄດ້​ພົບ​ການ​ພັກ​ຜ່ອນ. ດ້ວຍ​ວ່າ ແອກ​ຂອງ​ເຮົາ​ກໍ​ພໍ​ເໝາະ ແລະ ພາ​ລະ​ຂອງ​ເຮົາ​ກໍ​ເບົາ.”7 ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ​ຕໍ່​ເຮົາ​ແມ່ນ “ຈົ່ງ​ມາ.”

ຂ້າ​ພະ​ເຈົ້າ​ຫວັງ​ວ່າ ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດນີ້ ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ​ກໍ​ຕາມ, ແລະ ບໍ່​ວ່າ​ເຮົາ​ໄດ້​ຖືກ​ແຍກ​ຢູ່​ໄກ​ຈາກ​ຄອບ​ຄົວ ຫລື ໝູ່​ເພື່ອນ​ຂອງ​ເຮົາ​ກໍ​ຕາມ, ເຮົາ​ຈະ​ຈື່​ຈຳ​ວ່າ ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ, ເປັນ​ຂອງ​ຂວັນ​ນັ້ນ; ວ່າເມື່ອ​ເຮົາ​ມາ​ຫາ​ພຣະ​ອົງ, ພຣະ​ອົງ​ຈະ​ເຮັດ​ໃຫ້​ພາ​ລະ​ໜັກ​ໜ່ວງ​ຂອງ​ເຮົາ​ເບົາ​ບາງ​ລົງ; ແລະ ວ່າ​ເຮົາ​ອາດ​ພົບ​ເຫັນ​ພຣະ​ອົງ, ຄື​ກັນ​ກັບ​ທີ່​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ ໃນ​ທ່າມ​ກາງ​ສົງ​ຄາມ​ທີ່​ຮ້າຍ​ແຮງ​ນັ້ນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ເຮົາ​ມອບ​ສັນ​ຕິ​ສຸກ​ໄວ້​ກັບ​ພວກ​ເຈົ້າ, ເປັນ​ສັນ​ຕິ​ສຸກ​ຂອງ​ເຮົາ, ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ: ສັນ​ຕິ​ສຸກ​ທີ່​ເຮົາ​ໃຫ້​ນັ້ນ, ບໍ່​ເໝືອນ​ສັນ​ຕິ​ສຸກ​ທີ່​ໂລກ​ໃຫ້. ຢ່າ​ວຸ້ນ​ວາຍ​ເປັນ​ທຸກ​ໃຈ, ແລະ ຢ່າ​ສູ່​ຢ້ານ.”8 ເມື່ອ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ, ເຮົາ​ຈະ​ພົບ​ເຫັນ​ຄວາມ​ສະ​ຫງົບ ແລະ ຄວາມ​ສຸກ, ບໍ່​ວ່າ​ສະ​ຖາ​ນະ​ການ​ໃນ​ປະ​ຈຸ​ບັນ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ທຸກ​ຄົນ​ຈົ່ງ​ມີ​ຄວາມ​ສຸກ​ໃນ​ຊ່ວງ​ບຸນ​ຄຣິດ​ສະ​ມາດ ແລະ ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ, ປີ​ນີ້, ຂະ​ນະ​ທີ່​ຊາວ​ໂລກ​ທີ່​ອ່ອນ​ເພຍ​ປິ​ຕິ​ຍິນ​ດີ, ທ່ານ​ຈະ​ໄດ້​ຮັບ ແລະ ຮັບ​ຮູ້​ຂອງ​ຂວັນ​ທີ່​ພຣະ​ບິ​ດາ​ທີ່​ຊົງ​ຮັກ​ປະ​ທານ​ໃຫ້​ເຮົາ ດັ່ງ​ທີ່​ພຣະ​ອົງ​ໄດ້​ອະ​ນຸ​ຍາດ​ໃຫ້​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ​ເສຍ​ສະ​ລະ​ເພື່ອ​ເຮົາ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ​ທີ່​ດີ​ພ້ອມ​ທຸກ​ຢ່າງ, ອົງ​ສັນ​ຕິ​ລາດ​ນີ້. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ